ບົດທີ່ 1
ລາຍງານ
(REPORT)
(REPORT)
ບົດນຳ
ລາຍງານເປັນເອກະສານສະເພາະກິດທີ່ຂຽນສຳລັບຜູ້ອ່ານບາງຄົນ ແລະມີຈຸດມຸ້ງໝາຍຄ່ອນຂ້າງແນ່ນອນກ່ຽວກັບເນື້ອຫາເລື່ອງ ລັກສະນະຂອງລາຍງານເຊັ່ນນີ້ ການຂຽນຈຳເປັນຕ້ອງມີການຕຽມຫລືວາງແຜນການຂຽນເຊັ່ນກັນ ເພື່ອໃຫ້ລາຍງານນັ້ນມີປະສິດທິພາບສາມາດສື່ຄວາມໄດ້ຕາມຕ້ອງການຕອບສະຫນອງ ຊຶ່ງຜູ້ອ່ານຕ້ອງການ ແລະອີກທັງຈະເຮັດໃຫ້ເອກະສານເຫລົ່ານັ້ນຊວນອ່ານອີກດ້ວຍ
1.1 ຄວາມຫມາຍ
ລາຍງານເປັນຄຳກ່າວບອກເລື່ອງລາວທີ່ໄປເຮັດ ຫລືໄດ້ຮັບມອບໝາຍໃຫ້ໄປເຮັດຫລືໄປເຫັນມາແລ້ວສະເໜີລາຍລະອຽດຂອງຂໍ້ມູນຕາມຮູບແບບທີ່ກຳນົດໄວ້
ການຂຽນລາຍງານ ຄື ການນຳເອົາຜົນທີ່ໄດ້ຈາກການສຶກສາຄົ້ນຄວ້າ ສຳລວດ ຫລື ວິເຄາະເລື່ອງໜຶ່ງເລື່ອງໃດຢ່າງລະອຽດແລະມີເຫດຜົນມາລຽບລຽງຕາມລະບຽບແບບແຜນທີ່ກຳນົດໄວ້ໂດຍໃຊ້ພາສາທີ່ຊັດເຈນແລະເຂົ້າໃຈງ່າຍ ການຂຽນລາຍງານ ອາດມີຂໍ້ຄິດເຫັນຫລືຂໍ້ສະເໜີແນະຂອງຜູ້ຂຽນປະກອບດ້ວຍກໍໄດ້
1.2 ລັກສະນະຂອງລາຍງານທີ່ດີຄວນມີລັກສະນະດັ່ງນີ້
1.2.1 ຄວາມຖືກຕ້ອງແມ່ນຍຳ ໝາຍເຖິງ ຂໍ້ມູນໃນລາຍງານຈະຕ້ອງຖືກຕ້ອງ ໜ້າເຊື່ອຖືຄົບຖ້ວນ ສົມບູນແລະສາມາດນຳມາໃຊ້ໄດ້ງ່າຍ
1.2.2 ທັນສະໄໝ ລາຍງານທີ່ດີຄວນທັນຕໍ່ເຫດການ ເພື່ອຝ່າຍບໍລິຫານຈະໄດ້ໃຊ້ຂໍ້ມູນປະກອບການຕັດສິນໃຈ ຫລືຫາທາງແກ້ໄຂສະຖານນະການໄດ້ທັນທ່ວງທີ ຫາກມີຄວາມຈຳເປັນ
1.2.3 ມີຄວາມເປັນກາງ ການຂຽນລາຍງານນັ້ນຄວນຂຽນດ້ວຍໃຈທີ່ເປັນກາງບໍ່ມີອະຄະຕິໃດ ໆ ບໍ່ຄວນແຊກຄວາມຮູ້ສຶກສ່ວນຕົວລົງໄປໃນການຂຽນລາຍງານ ຄວນມຸ້ງສະເໜີແຕ່ຂໍ້ເທັດຈິງ
1.2.4 ຮູບແບບແລະວິທີການຂຽນລາຍງານໜ້າສົນໃຈການລຽບລຽງດີມີຄວາມຊັດເຈນບໍ່ສັບສົນສາມາດນຳໄປໃຊ້ໄດ້ງ່າຍ
1.2.5 ພາສາທີ່ໃຊ້ໃນການລາຍງານເປັນພາສາທີ່ເຂົ້າໃຈງ່າຍ ສຸພາບ ແລະຊັດເຈນ ໃຊ້ປະໂຍກສັ້ນ ກະຊັບ ແລະໄດ້ໃຈຄວາມສົມບູນ
1.2.5 ພາສາທີ່ໃຊ້ໃນການລາຍງານເປັນພາສາທີ່ເຂົ້າໃຈງ່າຍ ສຸພາບ ແລະຊັດເຈນ ໃຊ້ປະໂຍກສັ້ນ ກະຊັບ ແລະໄດ້ໃຈຄວາມສົມບູນ
1.2.6 ກົງຕາມຄວາມມຸ້ງໝາຍ ລາຍງານທີ່ດີຈະຕ້ອງສອດຄ້ອງກັບຄວາມມຸ້ງໝາຍ ຄື ສາມາດນຳມາໃຊ້ປະໂຫຍດໄດ້ຕາມຄວາມມຸ້ງໝາຍ ເຊັ່ນ ຊ່ວຍຕອບບັນຫາທີ່ສຳຄັນທີ່ກ່ຽວຂ້ອງກັບການຕັດສິນໃຈຂອງ
ຜູ້ບໍລິຫານໄດ້ຖືກຕ້ອງຍິ່ງຂຶ້ນແລະຊ່ວຍແກ້ບັນຫາຂອງຫນ່ວຍງານແລະອົງຄ໌ການຕ່າງ ໆ ໄດ້ ເປັນຕົ້ນ
ລາຍງານແບ່ງໄດ້ເປັນ 3 ສ່ວນຄື ສ່ວນແຮກເປັນຕອນແນະນຳຫລືຕອນໜ້າປະກອບດ້ວຍ ປົກ
ປົກເລື່ອງ ຄຳນຳ ສານບັນ ບົດນຳ ລາຍການພາບປະກອບ ສັນຍະລັກ ແລະຕົວຢ່າງ ເປັນຕົ້ນ ສ່ວນທີ່ສອງເປັນຕອນກ່ຽວກັບເນື້ອເລື່ອງປະກອບດ້ວຍ ຄວາມນຳ ເນື້ອເລື່ອງ ແລະຄຳສະຫລຸບ ສ່ວນຕອນທີ່ສາມນັ້ນເປັນ ສ່ວນຂອງບັນນານຸກົມ ພາກຜະໜວກ ແລະດັດນີ
1.3 ສ່ວນປະກອບຂອງລາຍງານ
ສ່ວນປະກອບແລະຫົວຂໍ້ເລື່ອງຂອງແຕ່ລະສ່ວນລາຍງານນັ້ນ ຫນ້າທີ່ຕ່າງກັນແລະມີຄວາມສຳຄັນຕໍ່ລາຍງານທັງສະບັບ ເຊັ່ນ ໜ້າປົກ ເປັນສ່ວນທີ່ຂຽນບອກເລື່ອງທີ່ລາຍງານ ເຮັດຫນ້າທີ່ປົກປ້ອງລາຍງານບໍ່ໃຫ້ຊຳລຸດເສຍຫາຍ ຖ້າລາຍງານມີຄວາມຍາວຫລາຍ ກໍຈະຈັດໜ້າສານບັນ ເພື່ອຊ່ວຍຜູ້ອ່ານຄົ້ນຫາເນື້ອເລື່ອງທີ່ຕ້ອງການໄດ້ຢ່າງວ່ອງໄວຍິ່ງຂຶ້ນ ທັງຍັງເຮັດຫນ້າທີ່ເປັນຕົວຈັດເນື້ອຫາຫົວຂໍ້ຕ່າງ ໆ ໃຫ້ກາຍເປັນເລື່ອງດຽວກັນ ກົມກືນ ສອດຄ້ອງກັນ ເປັນຕົ້ນ
1.3.1 ສ່ວນປະກອບຕອນໜ້າ
ສ່ວນປະກອບຕອນໜ້າປະກອບດ້ວຍ
1.3.1.1 ຈົດຫມາຍນຳຫລືບົດນຳ (Preface)
1.3.1.2 ໜ້າປົກ
1.3.1.3 ປົກເລື່ອງ (Titlepage)
1.3.1.4 ສານບັນ
1.3.1.5 ລາຍການພາບປະກອບ
1.3.1.6 ຄຳອະທິບາຍສັບແລະລາຍການສັນຍະລັກ
1.4 ບົດນຳແລະຈົດຫມາຍນຳ
ທັງຈົດຫມາຍນຳແລະບົດນຳມີເນື້ອຫາຄ້າຍຄຶງກັນກໍສະເພາະໃນເລື່ອງຂອງຮູບແບບ ຫົວຂໍ້ນີ້ຈະແນະໃຫ້ຜູ້ອ່ານໃຫ້ເຂົ້າໃຈລາຍງານຫລືໃຫ້ຮູ້ຈັກລາຍງານມັກຈະປະກອບດ້ວຍຂໍ້ຄວາມຕໍ່ໄປນີ້
1.4.1 ຈົດຫມາຍນຳຈາກໃຜ ເຖິງໃຜ
1.4.2 ຜູ້ບັນຊາໃຫ້ມີການຂຽນລາຍງານ ຫລືໂອກາດ ຫລືວາລະເນື່ອງດ້ວຍຫຍັງຈຶ່ງຕ້ອງເຮັດລາຍງານ
1.4.3 ຂໍ້ຄວາມກ່ຽວກັບເນື້ອຫາແລະຈຸດປະສົງ
1.4.4 ນອກຈາກນັ້ນອາດເພີ່ມຫົວຂໍ້ຕໍ່ໄປນີ້
1.4.5 ຂອບໃຈຜູ້ໃຫ້ຄວາມຊ່ວຍ-ເຫລືອ
1.4.6 ລາຍນາມຜູ້ທີ່ໄດ້ຮັບລາຍງານ
1.4.7 ລັກສະນະພິເສດທີ່ໜ້າສົນໃຈຫລືຄວາມສຳຄັນຂອງລາຍງານ
1.4.8 ລາຍງານຫົວຂໍ້ເລື່ອງດຽວກັນທີ່ອາດເຮັດຂຶ້ນໃນຕອນຕໍ່ໄປ
1.4.9 ເອກະສານພູມິຫລັງ
1.4.10 ຄຳສະຫລຸບຫຍໍ້ (Summary) ຂອງລາຍງານ
1.4.11 ບັນຫາສະເພາະ (Conclusions) ແລະ (Recommendations)
ອະໜຶ່ງ ສຳລັບລາຍການຫລັງນີ້ຈະມີຫລາຍນ້ອຍພຽງໄລນັ້ນຂຶ້ນຢູ່ກັບໂຄງສ້າງຂອງລາຍງານກ່າວ ຄື ຖ້າການຂຽນຫົວຂໍ້ອື່ນ ໆ ພາຍຫລັງຈະຄຸມເນື້ອເລື່ອງໃນຕອນນີ້ອີກກໍຈະງົດເສຍໃນຂັ້ນນີ້ເພື່ອປ້ອງກັນຄວາມຊ້ຳຊາກ
1.5 ໜ້າປົກ
ໜ້າປົກເຮັດຫນ້າທີ່ຫລາຍປະການ ເຊັ່ນ ເຮັດຫນ້າທີ່ປົກປ້ອງເອກະສານພາຍໃນມິໃຫ້ເກີດການຊຳລຸດເສຍຫາຍປົກເຮັດຫນ້າທີ່ສະແດງເລື່ອງລາວຕ່າງ ໆ ປົກເຮັດຫນ້າທີ່ດຶງດູດຄວາມສົນໃຈຂອງຜູ້ອ່ານແບບຈັດເຮັດປະກາຍງານຄວນໃຫ້ຄວາມສົນໃຈແລະເນັ້ນເປັນກໍລະນີພິເສດດ້ວຍປົກໃນ (Title page)
ປົກໃນເຮັດຫນ້າທີ່ຫລາຍຢ່າງເຊັ່ນດຽວກັບປົກນອກ ປົກໃນຈະຊ່ວຍສ້າງຄວາມົດງ່າງາມໃຫ້ແກ່ລາຍງານແລ້ວຈະຕ້ອງມີການອອກແບບຢ່າງດີ ການວາງກຸ່ມຕົວອັກສອນຈະຕ້ອງສົມດຸນຮຽບຮ້ອຍໂດຍສະເພາະຢ່າງຍິ່ງຊື່ເລື່ອງຕ້ອງຂຽນເດັ່ນແຈ້ງລາຍລະອຽດທີ່ປາກົດໃນປົກນີ້ມັກຈະໄດ້ແກ່
1.5.1 ຊື່ຜູ້ເຮັດລາຍງານຫລືບໍລິສັດທີ່ຈັດເຮັດລາຍງານ
1.5.2 ຊື່ບໍລິສັດທີ່ຈະເປັນຜູ້ຮັບລາຍງານ (ຫລືຊື່ຜູ້ສອນແລະວິຊາທີ່ມີການຂຽນລາຍງານສົ່ງ)
1.5.3 ຊື່ລາຍງານແລະຊື່ຫຍໍ້
1.5.4 ມື້ ເດືອນ ປີ ທີ່ສົ່ງລາຍງານ ຫລືທີ່ຕີພິມລາຍງານ
1.5.5 ລະຫັດຂອງລາຍງານ
1.5.6 ລາຍຊື່ຜູ້ຮ່ວມງານ
1.5.7 ໝາຍເລກທະບຽນໝູ່ຫນັງສື (ຫໍ້ງົດມຸດ) ISBN
1.5.8 ຂໍ້ຈຳກັດຕ່າງ ໆ (ເຊັ່ນ ແຈກຈ່າຍເພື່ອສຶກສາພາຍໃນ)
ສິ່ງທີ່ຄວນເອົາໃຈໃສ່ເປັນພິເສດໃນຫົວຂໍ້ນີ້ ໄດ້ແກ່ ຊື່ເລື່ອງໂດຍທີ່ວ່າເລື່ອງນັ້ນຈະຕ້ອງສັ້ນກະທັດລັດແລະເຈາະຈົ່ງເມື່ອຜູ້ອ່ານເບິ່ງຊື່ເລື່ອງແລ້ວຄວນຮູ້ໄດ້ທັນທີວ່າລາຍງານນັ້ນກ່ຽວກັບຫຍັງຖ້າຫາກຢາກຈະຮູ້ວ່າຊື່ເລື່ອງສັ້ນຫລືຍາວເກີນໄປຫລືບໍ່ ຄວນກວດເບິ່ງໄດ້ດ້ວຍການຕັດຄຳບາງຄຳໃຫ້ຫົວຂໍ້ເລື່ອງອອກ ຖ້າຫາກຕັດແລ້ວຍັງໄດ້ຄວາມຫມາຍເດີມສະແດງວ່າຊື່ເລື່ອງນັ້ນຍາວເກີນໄປ ດັ່ງນັ້ນຂຽນຊື່ເລື່ອງໃຫ້ສັ້ນຫລາຍທີ່ສຸດເທົ່າທີ່ຈະສັ້ນໄດ້
1.6 ສານບັນ
ສານບັນເຮັດຫນ້າທີ່ສອງປະການຄື ປະການແຮກເປັນຫນ້າທີ່ທີ່ເຫັນຊັດເຈນນັ້ນຄືການລະບຸໜ້າຫົວຂໍ້ເລື່ອງຕ່າງ ໆ ສານບັນຈຶ່ງເປັນເຄື່ອງມືຊ່ວຍການຄົ້ນຫາ ປະການທີ່ສອງສານບັນຈະບອກໃຫ້ເຮົາຮູ້ວ່າລາຍງານຫລືຫນັງສືນັ້ນ ໆ ປະກອບດ້ວຍຫົວຂໍ້ເລື່ອງໃດນຳ ໃນຊ່ວງການຕຽມຂຽນລາຍງານສານບັນນີ້ຈະເຮັດຫນ້າທີ່ເປັນໂຄງສ້າງ (Outline) ຂອງລາຍງານທີ່ຕ້ອງການນຳສະເໜີ
ສານບັນພາບ
ພາບທີ່ ໜ້າ
1. ລັກສະນະການໂກ່ງງໍຂອງຊິ້ນງານເຊື່ອມ 17
2. ລັກສະນະການເຜື່ອລະຍະຂອງຮອຍຕໍ່ຂອງຊິ້ນງານເຊື່ອມ 18
3. ລັກສະນະການເກີດຂໍ້ບົກຜ່ອງຂອງຮອຍເຊື່ອມ 19
4. ລັກສະນະຂໍ້ບົກຜ່ອງຂອງຮອຍເຊື່ອທີ່ມີຄວາມໂຄ້ງຫລາຍເກີນໄປ 21
5. ລັກສະນະບົກຜ່ອງຂອງໜ້າຮອຍເຊື່ອມເວົ້າລົງຫລາຍເກີນໄປ 21
6. ລັກສະນະຂໍ້ບົກຜ່ອງຂອງຮອຍເຊື່ອມທີ່ມີລູພຸນກະຈາຍົດມ່ຳສະເໝີ 23
1.7 ລາຍການສັນຍະລັກແລະຄຳອະທິບາຍສັບ
ລາຍງານດ້ານເທກນິກແລະລາຍງານເນື້ອຫາວິຊາສະເພາະມັກຈະໃຊ້ຄຳຫຍໍ້ ສັນຍະລັກແລະຄຳສັບຜູ້ອ່ານທີ່ບໍ່ຢູ່ໃນສາຂາວິຊາເຫລົ່ານັ້ນຈະບໍ່ເຂົ້າໃຈສ້າງບັນຫາດ້ານການສື່ສານ ດັ່ງນັ້ນຈຶ່ງຄວນຂຽນອະທິບາຍສັບໄວ້
1.8 ບົດຄັດຫຍໍ້ (Abtract)
ບົດຄັດຫຍໍ້ມີສອງປະເພດຄື ປະເພດແຮກເປັນບົດຄັດຫຍໍ້ທີ່ບັນລະຍາຍລັກສະນະຂອງເນື້ອເລື່ອງວ່າເປັນ
ເລື່ອງລາວກ່ຽວກັບຫຍັງ ບົດຄັດຫຍໍ້ປະເພດນີ້ ພາສາອັງກະຫລົດຮຽກວ່າ Descriptive Abstract ອະໜຶ່ງ Infomative Abtract ນີ້ຈະບອກຜົນການສຶກສາຄົ້ນຄວ້າທີ່ສຳຄັນ ໆ ຫລືເປັນການສະຫລຸບຫຍໍ້ງານທີ່ໄດ້ຄົ້ນຄວ້າມາບົດຄັດຫຍໍ້ມັກຈະເປັນບົດຄວາມແຮກຂອງລາຍງານ ຊຶ່ງລວບລວມສາລະສຳຄັນຂອງລາຍງານນັ້ນໄວ້ໂດຍສັງເຂບໃນບົດຄັດຫຍໍ້ຈະກ່າວເຖິງ
1.8.1 ງານນີ້ເຮັດເພື່ອໃຜ
1.8.2 ເປັນຫຍັງຈຶ່ງຕ້ອງເຮັດວຽກນີ້
1.8.3 ເຮັດວຽກນີ້ຢ່າງໃດ ດ້ວຍວິທີໃດ
1.8.4 ເມື່ອເຮັດແລ້ວໄດ້ຫຍັງຂຶ້ນມາ
1.8.5 ສະຫລຸບຜົນ
1.8.6 ຂໍ້ສະເໜີແນະຕ່າງ ໆ ລວມທັງອາດຈະສະເໜີຄວາມເຫັນດ້ວຍວ່າຜູ້ໃດຫລືຫນ່ວຍງານໃດຄວນຈະດຳເນີນການໃນສ່ວນທີ່ໄດ້ສະເໜີແນະໄປແລ້ວນີ້
1.9 ສ່ວນປະກອບຕອນກາງ
ສ່ວນປະກອບຕອນກາງຂອງລາຍງານ ໄດ້ແກ່ ຕົວເລື່ອງຂອງລາຍງານອັນຈະປະກອບດ້ວຍຫົວຂໍ້ຕໍ່ໄປນີ້
1.9.1 ບົດນຳຫລືຄວາມນຳ
1.9.2 ເນື້ອເລື່ອງ
1.9.3 ບົດສະຫລຸບ
1.9.4 ຄວາມນຳ
1.10 ການສື່ສານເປັນປັດໄຈ (Means)
ທີ່ສຳຄັນຍິ່ງໃນການພັດທະນາສະພາບຂອງສັງຄົມ ການສື່ສານເປັນເຄື່ອງມືທີ່ຊົງອຳນາດໃນການສ້າງສັນຫລືທຳລາຍລະບົບຂອງສັງຄົມແຕ່ການສື່ສານນັ້ນ ໃນແຕ່ລະຊຸມຊົນມີຄວາມຕ້ອງການບໍ່ຈຳເປັນຕ້ອງຄືກັນ ເຊັ່ນ ໃນວົງການແພດ ໃນໃບສັ່ງຢາຈະໃຊ້ອັກສອນຫຍໍ້ຫລືຄຳຫຍໍ້ເປັນຫລັກໃນວົງການລາດການພົນລະເຮືອນ ການສັ່ງການໃດ ໆ ຕ້ອງການຄຳສັ່ງທີ່ຊັດເຈນ ລັດກຸມແລະເປັນລະດັບຂັ້ນທີ່ຖືກຕ້ອງ ຊຶ່ງໃນທຳນອງດຽວກັນ ໃນການສື່ຄວາມຫມາຍ ທາງເທກນິກກໍມີເອກລັກສົນ໌ຂອງມັນທີ່ອາດຈະແຕກຕ່າງຈາກກຸ່ມອື່ນ ໆ ໄປນຳ ເພື່ອໃຫ້ການສື່ຄວາມຫມາຍໃນຂໍ້ມູນທາງເທກນິກເປັນໄປຢ່າງປະສິດທິພາບກວ່າຈຶ່ງຈຳເປັນຈະຕ້ອງສຶກສາລັກສະນະບາງຢ່າງຂອງການສື່ຄວາມຫມາຍຂໍ້ສົນເທດທາງເທກນິກ
(ຕົວຢ່າງການຂຽນຄວາມນຳ ເບິ່ງໃນພາກຜະໜວກທີ່ 1)
1.11 ການຂຽນເນື້ອເລື່ອງ
ເນື້ອຫາສ່ວນໃຫຍ່ຂອງລາຍງານປະກອບດ້ວຍຄວາມນຳ ເນື້ອເລື່ອງ ແລະສະຫລຸບ ສຳລັບຄວາມນຳໄດ້ອະທິບາຍມາແລ້ວການຂຽນເນື້ອເລື່ອງເປັນສາລະສຳຄັນຂອງລາຍງານ ໂດຍຈະອະທິບາຍງານທີ່ປະຕິບັດໄປແລະກຳລັງນຳມາສະເໜີໃຫ້ຮູ້ໃນລາຍງານນີ້ ອາດຈະບອກລະບຽບວິທີການສຶກສາບັນຫາອຸປະສັກແລະບັນຫາທີ່ພົບ
(ຕົວຢ່າງການຂຽນເນື້ອເລື່ອງ ເບິ່ງໃນພາກຜະໜວກທີ່ 2)
1.12 ການຂຽນບົດສະຫລຸບ
ຂັ້ນຕອນເປັນສ່ວນທີ່ຈະໃຫ້ຜູ້ຂຽນລາຍງານບົ່ງຊີ້ຜົນງານທີ່ໄດ້ກະທຳແລະຄົ້ນຄວ້າຢ່າງຊັດເຈນເປັນລຳດັບໂດຍທົ່ວໄປມັກນິຍົມເຮັດເປັນຫົວຂໍ້ຕາມເລກໝາຍລຳດັບ ໃນແຕ່ລະເລກໝາຍລຳດັບສະແດງສິ່ງທີ່ ຕ້ອງການໃຫ້ຜູ້ອ່ານລາຍງານຮູ້ແຕ່ລະຫົວຂໍ້ສະດວກຕໍ່ການພິຈາລະນາຕິດຕາມ
ໃນການຂຽນລາຍງານດ້ານເທກນິກນັ້ນ ຂໍ້ສະຫລຸບແລະຂໍ້ສະເໜີແນະຈຳເປັນຈະຂຽນແຍກອອກຈາກກັນໃຫ້ຜູ້ອ່ານຮູ້ໂດຍຊັດເຈນວ່າ ລາຍງານໄດ້ສະຫລຸບຜົນຫຍັງ ມີຂໍ້ທີ່ຜູ້ສະເໜີຂຽນລາຍງານນີ້ແນະນຳວ່າຈະຕ້ອງມີການດຳເນີນໃນຂັ້ນຕອນຕໍ່ໄປຢ່າງໃດ ໃຜຫລືກຸ່ມຄົນປະເພດໃດທີ່ຈະຕ້ອງເປັນຜູ້ຮັບຜິດຊອບໃນການດຳເນີນຂັ້ນຕອນນັ້ນ ໆ ຜູ້ຂຽນລາຍງານ ຈະຕ້ອງເຮັດຄວາມເຂົ້າໃຈວ່າການສະຫລຸບແລະການສະເໜີແນະນັ້ນຜູ້ຂຽນລາຍງານຈະມີຄວາມຮັບຜິດຊອບແຕກຕ່າງກັນສະເພາະ ການສະຫລຸບລາຍງານ ເປັນສິ່ງທີ່ຜູ້ຂຽນຕ້ອງຮັບຜິດຊອບຢ່າງເຕັມທີ່ ເນື່ອງຈາກສະຫລຸບນີ້ຜູ້ຂຽນໄດ້ມາຈາກການຫາຂໍ້ມູນທີ່ຜູ້ຂຽນຮູ້ ລາຍລະອຽດມາແລ້ວຢ່າງຊັດເຈນແລະຕ້ອງຍອມຮັບແຕ່ຕອນແລກວ່າເປັນສິ່ງຖືກຕ້ອງເປັນຈິງ ແລະແມ່ນຍຳ
ຜູ້ຂຽນລາຍງານໃນແຕ່ລະປະເພດ ຈະຕ້ອງເປັນຜູ້ຊຳນານຫລືເປັນຜູ້ມີຄວາມຮູ້ຫລາຍໃນ ດ້ານນັ້ນການສະຫລຸບຈຶ່ງໄດ້ຮັບການຍອມຮັບ ແລະມີນ້ຳໜັກໜ້າເຊື່ອຖື ແຕ່ຂໍ້ສະເໜີແນະອາດຈະເປັນສ່ວນທີ່ນອກເໜືອຄວາມຮູ້ ຄວາມຊຳນານຂອງຜູ້ຂຽນກໍໄດ້
ຂໍ້ສະເໜີແນ [ະ] ເປັນພຽງຄວາມເຫັນຂອງຜູ້ຂຽນລາຍງານເທົ່ານັ້ນ ທີ່ຕ້ອງການໃຫ້ຜູ້ອ່ານໄດ້ພິຈາລະນາໃນແນວທາງທີ່ຈະດຳເນີນການ
ການຂຽນບົດສະຫລຸບຕອນສຸດທ້າຍຂຶ້ນຢູ່ກັບລັກສະນະຂອງລາຍງານ ໂດຍມີຮູບແບບການຂຽນທີ່ນິຍົມໃຊ້ກັນຄື
1.12.1 summary
1.12.2 Conclusion
1.12.3 Recommendation
1.12.1 Summary ເປັນການສະຫລຸບຫົວຂໍ້ສຳຄັນ ໆ ທີ່ໄດ້ກ່າວວ່າມາ ເປັນການທົບທວນຄວາມຈຳຂອງຜູ້ອ່ານເທື່ອໜຶ່ງ ຫລືຫາກມອງໃນແງ່ທີ່ວ່າໃນການຂຽນລາຍງານນັ້ນ ໃນຕອນຄຳນຳເຮົາບອກຜູ້ອ່ານວ່າຈະຂຽນເລື່ອງຫຍັງ ຕອນເນື້ອເລື່ອງເຮົາກໍເລົ່າເລື່ອງນັ້ນ ແລະຕອນສະຫລຸບເປັນການບອກ-ວ່າໄດ້ເລົ່າຫຍັງໃຫ້ຟັງແລ້ວ
1.12.2 Conclusion ຈາກຂໍ້ສະຫລຸບຕ່າງ ໆ ຫລືຈາກຂໍ້ເທັດຈິງຕ່າງ ໆ ກໍໄດ້ຈາກການສຶກສາວິໄຈເຮົາຈະມີຍຸດຕິ ຂໍ້ຍຸດຕິນີ້ ຖ້າຫາກເປັນງານວິໄຈທາງວິຊາການ ຈະສະຫລຸບເປັນຂໍ້ສະໜັບ-ສະໜູນ ກ່າວຄື ບໍ່ສະຫລຸບນອກເໜືອໄປຈາກງານວິໄຈ ແຕ່ຖ້າຫາກມີແຟກເຕີລ໌ລິຕີ້ ປະສົບການຂອງຜູ້ວິໄຈເຮັດໃຫ້ຕ້ອງສະຫລຸບເປັນຂໍ້ຍຸດຕິໄດ້ເປັນຢ່າງອື່ນ ຈະຕ້ອງຂຽນໃຫ້ຊັດເຈນ
1.12.3 Recommendation ຂໍ້ສະເໜີແນະເປັນຜົນຈາກການສະຫລຸບແລະຂໍ້ຍຸດຕິ ຊຶ່ງນຳມາຂຽນເປັນຂໍ້ສະເໜີແນະເພື່ອການປະຕິບັດຫລືເພື່ອປະໂຫຍດອື່ນ ໆ ຂໍ້ສະເໜີແນະຕ້ອງຊັດເຈນ ແລະເກີດປະໂຫຍດສຳລັບຜູ້ທີ່ຈະນຳໄປໃຊ້ ຂໍ້ສະເໜີແນະອາດເປັນການແນະນຳທັງສ່ວນທີ່ວ່າຄວນຈະເຮັດແລະບໍ່ຄວນຈະເຮັດ
(ຕົວຢ່າງການຂຽນບົດສະຫລຸບ ເບິ່ງໃນພາກຜະໜວກທີ່ 3)
1.13 ອະພິທານສັບ (Glossary)
ຄື ບັນຊີຄຳສັບຍາກ ໆ ຫລືສັບສະເພາະ ຫລືຄຳສັບພາສາຕ່າງປະເທດທີ່ກ່າວເຖິງໃນເນື້ອເລື່ອງ ແລະມີຄຳອະທິບາຍສັບເຫລົ່ານັ້ນ ເພື່ອຊ່ວຍໃຫ້ເຂົ້າໃຈເນື້ອເລື່ອງໄດ້ດີຂຶ້ນຢູ່ທ້າຍເລ່ມຫນັງສືຫລືອາດຢູ່ໃນພາກຜົນວກ
1.14 ເຊີງອັດ (Footnotes)
ຄື ຫລັກຖານການອ້າງອິງຂໍ້ຄວາມທີ່ນຳມາຈາກທີ່ອື່ນເພື່ອປະກອບການລຽບລຽງງານວິໄຈ ຢູ່ສ່ວນລຸມຂອງໜ້າງານວິໄຈບາງເລື່ອງອາດລວມໄວ້ທ້າຍບົດຫລືທ້າຍເລ່ມເລີຍກໍໄດ້ ມີ 3 ປະເພດ ຄື
1.14.1 ເຊີງອັດອ້າງອິງ (Citation Footnotes) ຄື ເຊີງອັດສະແດງແຫລ່ງທີ່ຫລາຍຂອງຂໍ້ຄວາມທີ່ນຳມາປະກອບການລຽບລຽງ
1.14.2 ເຊີງອັດເສີມຄວາມ (Content Footnotes) ຄື ເຊີງອັດອະທິບາຍສັບຫລືຂໍ້ຄວາມເພິ່ມເຕິມໃນເນື້ອເລື່ອງບາງຕອນທີ່ມີຄວາມສຳພັນກັນ
1.14.3 ເຊີງອັດໂຍງ (Cross Reference Footnotes) ຄື ເຊີງອັດທີ່ໂຍງໃຫ້ຜູ້ອ່ານເບິ່ງຂໍ້ຄວາມທີ່ໜ້າອື່ນໃນງານວິໄຈເລື່ອງດຽວກັນ ຫລືເບິ່ງເພິ່ມເຕິມໃນບົດອື່ນ ໆ ຊຶ່ງມີລາຍລະອຽດໄວ້ແລ້ວບໍ່ຕ້ອງການກ່າວຊ້ຳອີກ
1.15 ບັນນານຸກົມ (Bibliography)
ຄື ລາຍຊື່ຫນັງສືຫລືບົດຄວາມໃນວານສານ ຫລືສິ່ງພິມອື່ນ ໆ ທີ່ຜູ້ແຕ່ງຫນັງສືໃຊ້ປະກອບການຂຽນຫນັງສືເລ່ມນັ້ນ ຫລືອາດເປັນລາຍຊື່ທີ່ຜູ້ແຕ່ງແນະນຳໃຫ້ອ່ານເພິ່ມເຕິມ ອາດຢູ່ທ້າຍເລ່ມຫລືທ້າຍບົດແຕ່ລະບົດກໍໄດ້ ບາງແຫ່ງຮຽກວ່າ ເອກະສານອ້າງອິງ ກໍມີຄວາມຫມາຍເຊັ່ນດຽວກັນບັນນານຸກົມຈະລຽງລຳດັບຕາມອັກສອນຕົວແຮກຂອງນາມົດກຸນຜູ້ແຕ່ງບັນນານຸກົມມີປະໂຫຍດຫລາຍສຳລັບຜູ້ອ່ານທີ່ຕ້ອງການຄົ້ນຄວ້າເພິ່ມເຕິມຈາກລາຍຊື່ສິ່ງພິມເຫລົ່ານັ້ນ
1.16 ດັດນີ (Index)
ຄື ຫົວຂໍ້ຍ່ອຍ ໆ ຫລືບັນຊີຄຳທີ່ເກັບມາຈາກເນື້ອເລື່ອງໃນຫນັງສື ຈັດລຽງລຳດັບອັກສອນຕັ້ງແຕ່ອັກສອນ ກ ເປັນຕົ້ນໄປ ພາສາຕ່າງປະເທດລຽງລຳດັບອັກສອນ A ເປັນຕົ້ນໄປ ແລະບອກເລກໜ້າໃນເລ່ມຕາມທີ່ນັ້ນ ໆ ປາກົດຢູ່ດັດນີຈະຊ່ວຍຜູ້ຊ່ວຍຜູ້ອ່ານໃຫ້ຄົ້ນຫົວຂໍ້ຍ່ອຍ ໆ ຫລືຄຳທີ່ຕ້ອງການໄດ້ຢ່າງວ່ອງໄວ
ບົດສະຫລຸບ
ລາຍງານທີ່ດີຄວນມີຄວາມຖືກຕ້ອງແມ່ນຍຳ ທັນສະໄໝ ມີຄວາມເປັນກາງ ຮູບແບບ ພາສາທີ່ໃຊ້ໃນການຂຽນລາຍງານເປັນພາສາທີ່ເຂົ້າໃຈງ່າຍ ກົງຕາມຄວາມມຸ້ງໝາຍຂອງຜູ້ຂຽນລາຍງານ ແລະຍັງມີສ່ວນປະກອບທີ່ສຳຄັນ ຄື ຈົດຫມາຍນຳ ຫລືບົດນຳ ໜ້າປົກ ປົກເລື່ອງ ສານບັນ ລາຍການ ພາບປະກອບ ລາຍການສັນຍະລັກ ຫລືຄຳອະທິບາຍສັບ ແລະທີ່ສຳຄັນທີ່ສຸດໃນການຂຽນລາຍງານຄື ບົດສະຫລຸບ ຖ້າຂາດສ່ວນນີ້ໄປແລ້ວຈະເຮັດໃຫ້ລາຍງານບໍ່ສົມບູນເລີຍກໍເປັນ [ໄ]ດະ [້]
No comments:
Post a Comment