ບົດທີ່ 1
ລາຍງານ
(REPORT)
(REPORT)
ບົດນຳ
ລາຍງານເປັນເອກະສານສະເພາະກິດທີ່ຂຽນສຳລັບຜູ້ອ່ານບາງຄົນ
ແລະມີຈຸດມຸ້ງໝາຍຄ່ອນຂ້າງແນ່ນອນກ່ຽວກັບເນື້ອຫາເລື່ອງ ລັກສະນະຂອງລາຍງານເຊັ່ນນີ້
ການຂຽນຈຳເປັນຕ້ອງມີການຕຽມຫລືວາງແຜນການຂຽນເຊັ່ນກັນ
ເພື່ອໃຫ້ລາຍງານນັ້ນມີປະສິດທິພາບສາມາດສື່ຄວາມໄດ້ຕາມຕ້ອງການຕອບສະຫນອງ ຊຶ່ງຜູ້ອ່ານຕ້ອງການ
ແລະອີກທັງຈະເຮັດໃຫ້ເອກະສານເຫລົ່ານັ້ນຊວນອ່ານອີກດ້ວຍ
1.1 ຄວາມຫມາຍ
ລາຍງານເປັນຄຳກ່າວບອກເລື່ອງລາວທີ່ໄປເຮັດ ຫລືໄດ້ຮັບມອບໝາຍໃຫ້ໄປເຮັດຫລືໄປເຫັນມາແລ້ວສະເໜີລາຍລະອຽດຂອງຂໍ້ມູນຕາມຮູບແບບທີ່ກຳນົດໄວ້
ການຂຽນລາຍງານ ຄື
ການນຳເອົາຜົນທີ່ໄດ້ຈາກການສຶກສາຄົ້ນຄວ້າ ສຳລວດ
ຫລື
ວິເຄາະເລື່ອງໜຶ່ງເລື່ອງໃດຢ່າງລະອຽດແລະມີເຫດຜົນມາລຽບລຽງຕາມລະບຽບແບບແຜນທີ່ກຳນົດໄວ້ໂດຍໃຊ້ພາສາທີ່ຊັດເຈນແລະເຂົ້າໃຈງ່າຍ ການຂຽນລາຍງານ
ອາດມີຂໍ້ຄິດເຫັນຫລືຂໍ້ສະເໜີແນະຂອງຜູ້ຂຽນປະກອບດ້ວຍກໍໄດ້
1.2 ລັກສະນະຂອງລາຍງານທີ່ດີຄວນມີລັກສະນະດັ່ງນີ້
1.2.1 ຄວາມຖືກຕ້ອງແມ່ນຍຳ
ໝາຍເຖິງ ຂໍ້ມູນໃນລາຍງານຈະຕ້ອງຖືກຕ້ອງ ໜ້າເຊື່ອຖືຄົບຖ້ວນ
ສົມບູນແລະສາມາດນຳມາໃຊ້ໄດ້ງ່າຍ
1.2.2 ທັນສະໄໝ
ລາຍງານທີ່ດີຄວນທັນຕໍ່ເຫດການ
ເພື່ອຝ່າຍບໍລິຫານຈະໄດ້ໃຊ້ຂໍ້ມູນປະກອບການຕັດສິນໃຈ
ຫລືຫາທາງແກ້ໄຂສະຖານນະການໄດ້ທັນທ່ວງທີ ຫາກມີຄວາມຈຳເປັນ
1.2.3 ມີຄວາມເປັນກາງ
ການຂຽນລາຍງານນັ້ນຄວນຂຽນດ້ວຍໃຈທີ່ເປັນກາງບໍ່ມີອະຄະຕິໃດ ໆ
ບໍ່ຄວນແຊກຄວາມຮູ້ສຶກສ່ວນຕົວລົງໄປໃນການຂຽນລາຍງານ ຄວນມຸ້ງສະເໜີແຕ່ຂໍ້ເທັດຈິງ
1.2.4 ຮູບແບບແລະວິທີການຂຽນລາຍງານໜ້າສົນໃຈການລຽບລຽງດີມີຄວາມຊັດເຈນບໍ່ສັບສົນສາມາດນຳໄປໃຊ້ໄດ້ງ່າຍ
1.2.5 ພາສາທີ່ໃຊ້ໃນການລາຍງານເປັນພາສາທີ່ເຂົ້າໃຈງ່າຍ ສຸພາບ ແລະຊັດເຈນ ໃຊ້ປະໂຍກສັ້ນ ກະຊັບ ແລະໄດ້ໃຈຄວາມສົມບູນ
1.2.5 ພາສາທີ່ໃຊ້ໃນການລາຍງານເປັນພາສາທີ່ເຂົ້າໃຈງ່າຍ ສຸພາບ ແລະຊັດເຈນ ໃຊ້ປະໂຍກສັ້ນ ກະຊັບ ແລະໄດ້ໃຈຄວາມສົມບູນ
1.2.6 ກົງຕາມຄວາມມຸ້ງໝາຍ
ລາຍງານທີ່ດີຈະຕ້ອງສອດຄ້ອງກັບຄວາມມຸ້ງໝາຍ ຄື
ສາມາດນຳມາໃຊ້ປະໂຫຍດໄດ້ຕາມຄວາມມຸ້ງໝາຍ ເຊັ່ນ
ຊ່ວຍຕອບບັນຫາທີ່ສຳຄັນທີ່ກ່ຽວຂ້ອງກັບການຕັດສິນໃຈຂອງ
ຜູ້ບໍລິຫານໄດ້ຖືກຕ້ອງຍິ່ງຂຶ້ນແລະຊ່ວຍແກ້ບັນຫາຂອງຫນ່ວຍງານແລະອົງຄ໌ການຕ່າງ ໆ ໄດ້ ເປັນຕົ້ນ
ລາຍງານແບ່ງໄດ້ເປັນ 3 ສ່ວນຄື
ສ່ວນແຮກເປັນຕອນແນະນຳຫລືຕອນໜ້າປະກອບດ້ວຍ ປົກ
ປົກເລື່ອງ ຄຳນຳ
ສານບັນ ບົດນຳ ລາຍການພາບປະກອບ ສັນຍະລັກ
ແລະຕົວຢ່າງ ເປັນຕົ້ນ ສ່ວນທີ່ສອງເປັນຕອນກ່ຽວກັບເນື້ອເລື່ອງປະກອບດ້ວຍ ຄວາມນຳ
ເນື້ອເລື່ອງ ແລະຄຳສະຫລຸບ ສ່ວນຕອນທີ່ສາມນັ້ນເປັນ ສ່ວນຂອງບັນນານຸກົມ ພາກຜະໜວກ
ແລະດັດນີ
1.3 ສ່ວນປະກອບຂອງລາຍງານ
ສ່ວນປະກອບແລະຫົວຂໍ້ເລື່ອງຂອງແຕ່ລະສ່ວນລາຍງານນັ້ນ ຫນ້າທີ່ຕ່າງກັນແລະມີຄວາມສຳຄັນຕໍ່ລາຍງານທັງສະບັບ ເຊັ່ນ
ໜ້າປົກ ເປັນສ່ວນທີ່ຂຽນບອກເລື່ອງທີ່ລາຍງານ
ເຮັດຫນ້າທີ່ປົກປ້ອງລາຍງານບໍ່ໃຫ້ຊຳລຸດເສຍຫາຍ ຖ້າລາຍງານມີຄວາມຍາວຫລາຍ ກໍຈະຈັດໜ້າສານບັນ
ເພື່ອຊ່ວຍຜູ້ອ່ານຄົ້ນຫາເນື້ອເລື່ອງທີ່ຕ້ອງການໄດ້ຢ່າງວ່ອງໄວຍິ່ງຂຶ້ນ
ທັງຍັງເຮັດຫນ້າທີ່ເປັນຕົວຈັດເນື້ອຫາຫົວຂໍ້ຕ່າງ ໆ ໃຫ້ກາຍເປັນເລື່ອງດຽວກັນ ກົມກືນ
ສອດຄ້ອງກັນ ເປັນຕົ້ນ
1.3.1 ສ່ວນປະກອບຕອນໜ້າ
ສ່ວນປະກອບຕອນໜ້າປະກອບດ້ວຍ
1.3.1.1 ຈົດຫມາຍນຳຫລືບົດນຳ (Preface)
1.3.1.2 ໜ້າປົກ
1.3.1.3 ປົກເລື່ອງ (Titlepage)
1.3.1.4 ສານບັນ
1.3.1.5 ລາຍການພາບປະກອບ
1.3.1.6 ຄຳອະທິບາຍສັບແລະລາຍການສັນຍະລັກ
1.4 ບົດນຳແລະຈົດຫມາຍນຳ
ທັງຈົດຫມາຍນຳແລະບົດນຳມີເນື້ອຫາຄ້າຍຄຶງກັນກໍສະເພາະໃນເລື່ອງຂອງຮູບແບບ ຫົວຂໍ້ນີ້ຈະແນະໃຫ້ຜູ້ອ່ານໃຫ້ເຂົ້າໃຈລາຍງານຫລືໃຫ້ຮູ້ຈັກລາຍງານມັກຈະປະກອບດ້ວຍຂໍ້ຄວາມຕໍ່ໄປນີ້
1.4.1
ຈົດຫມາຍນຳຈາກໃຜ ເຖິງໃຜ
1.4.2
ຜູ້ບັນຊາໃຫ້ມີການຂຽນລາຍງານ
ຫລືໂອກາດ
ຫລືວາລະເນື່ອງດ້ວຍຫຍັງຈຶ່ງຕ້ອງເຮັດລາຍງານ
1.4.3
ຂໍ້ຄວາມກ່ຽວກັບເນື້ອຫາແລະຈຸດປະສົງ
1.4.4
ນອກຈາກນັ້ນອາດເພີ່ມຫົວຂໍ້ຕໍ່ໄປນີ້
1.4.5
ຂອບໃຈຜູ້ໃຫ້ຄວາມຊ່ວຍ-ເຫລືອ
1.4.6
ລາຍນາມຜູ້ທີ່ໄດ້ຮັບລາຍງານ
1.4.7
ລັກສະນະພິເສດທີ່ໜ້າສົນໃຈຫລືຄວາມສຳຄັນຂອງລາຍງານ
1.4.8
ລາຍງານຫົວຂໍ້ເລື່ອງດຽວກັນທີ່ອາດເຮັດຂຶ້ນໃນຕອນຕໍ່ໄປ
1.4.9
ເອກະສານພູມິຫລັງ
1.4.10
ຄຳສະຫລຸບຫຍໍ້ (Summary) ຂອງລາຍງານ
1.4.11
ບັນຫາສະເພາະ (Conclusions) ແລະ
(Recommendations)
ອະໜຶ່ງ
ສຳລັບລາຍການຫລັງນີ້ຈະມີຫລາຍນ້ອຍພຽງໄລນັ້ນຂຶ້ນຢູ່ກັບໂຄງສ້າງຂອງລາຍງານກ່າວ ຄື
ຖ້າການຂຽນຫົວຂໍ້ອື່ນ ໆ ພາຍຫລັງຈະຄຸມເນື້ອເລື່ອງໃນຕອນນີ້ອີກກໍຈະງົດເສຍໃນຂັ້ນນີ້ເພື່ອປ້ອງກັນຄວາມຊ້ຳຊາກ
1.5 ໜ້າປົກ
ໜ້າປົກເຮັດຫນ້າທີ່ຫລາຍປະການ ເຊັ່ນ
ເຮັດຫນ້າທີ່ປົກປ້ອງເອກະສານພາຍໃນມິໃຫ້ເກີດການຊຳລຸດເສຍຫາຍປົກເຮັດຫນ້າທີ່ສະແດງເລື່ອງລາວຕ່າງ ໆ ປົກເຮັດຫນ້າທີ່ດຶງດູດຄວາມສົນໃຈຂອງຜູ້ອ່ານແບບຈັດເຮັດປະກາຍງານຄວນໃຫ້ຄວາມສົນໃຈແລະເນັ້ນເປັນກໍລະນີພິເສດດ້ວຍປົກໃນ (Title page)
ປົກໃນເຮັດຫນ້າທີ່ຫລາຍຢ່າງເຊັ່ນດຽວກັບປົກນອກ
ປົກໃນຈະຊ່ວຍສ້າງຄວາມົດງ່າງາມໃຫ້ແກ່ລາຍງານແລ້ວຈະຕ້ອງມີການອອກແບບຢ່າງດີ
ການວາງກຸ່ມຕົວອັກສອນຈະຕ້ອງສົມດຸນຮຽບຮ້ອຍໂດຍສະເພາະຢ່າງຍິ່ງຊື່ເລື່ອງຕ້ອງຂຽນເດັ່ນແຈ້ງລາຍລະອຽດທີ່ປາກົດໃນປົກນີ້ມັກຈະໄດ້ແກ່
1.5.1
ຊື່ຜູ້ເຮັດລາຍງານຫລືບໍລິສັດທີ່ຈັດເຮັດລາຍງານ
1.5.2
ຊື່ບໍລິສັດທີ່ຈະເປັນຜູ້ຮັບລາຍງານ
(ຫລືຊື່ຜູ້ສອນແລະວິຊາທີ່ມີການຂຽນລາຍງານສົ່ງ)
1.5.3
ຊື່ລາຍງານແລະຊື່ຫຍໍ້
1.5.4
ມື້ ເດືອນ ປີ
ທີ່ສົ່ງລາຍງານ
ຫລືທີ່ຕີພິມລາຍງານ
1.5.5
ລະຫັດຂອງລາຍງານ
1.5.6
ລາຍຊື່ຜູ້ຮ່ວມງານ
1.5.7
ໝາຍເລກທະບຽນໝູ່ຫນັງສື (ຫໍ້ງົດມຸດ) ISBN
1.5.8 ຂໍ້ຈຳກັດຕ່າງ ໆ (ເຊັ່ນ
ແຈກຈ່າຍເພື່ອສຶກສາພາຍໃນ)
ສິ່ງທີ່ຄວນເອົາໃຈໃສ່ເປັນພິເສດໃນຫົວຂໍ້ນີ້ ໄດ້ແກ່
ຊື່ເລື່ອງໂດຍທີ່ວ່າເລື່ອງນັ້ນຈະຕ້ອງສັ້ນກະທັດລັດແລະເຈາະຈົ່ງເມື່ອຜູ້ອ່ານເບິ່ງຊື່ເລື່ອງແລ້ວຄວນຮູ້ໄດ້ທັນທີວ່າລາຍງານນັ້ນກ່ຽວກັບຫຍັງຖ້າຫາກຢາກຈະຮູ້ວ່າຊື່ເລື່ອງສັ້ນຫລືຍາວເກີນໄປຫລືບໍ່
ຄວນກວດເບິ່ງໄດ້ດ້ວຍການຕັດຄຳບາງຄຳໃຫ້ຫົວຂໍ້ເລື່ອງອອກ
ຖ້າຫາກຕັດແລ້ວຍັງໄດ້ຄວາມຫມາຍເດີມສະແດງວ່າຊື່ເລື່ອງນັ້ນຍາວເກີນໄປ
ດັ່ງນັ້ນຂຽນຊື່ເລື່ອງໃຫ້ສັ້ນຫລາຍທີ່ສຸດເທົ່າທີ່ຈະສັ້ນໄດ້
1.6
ສານບັນ
ສານບັນເຮັດຫນ້າທີ່ສອງປະການຄື
ປະການແຮກເປັນຫນ້າທີ່ທີ່ເຫັນຊັດເຈນນັ້ນຄືການລະບຸໜ້າຫົວຂໍ້ເລື່ອງຕ່າງ ໆ
ສານບັນຈຶ່ງເປັນເຄື່ອງມືຊ່ວຍການຄົ້ນຫາ
ປະການທີ່ສອງສານບັນຈະບອກໃຫ້ເຮົາຮູ້ວ່າລາຍງານຫລືຫນັງສືນັ້ນ ໆ ປະກອບດ້ວຍຫົວຂໍ້ເລື່ອງໃດນຳ
ໃນຊ່ວງການຕຽມຂຽນລາຍງານສານບັນນີ້ຈະເຮັດຫນ້າທີ່ເປັນໂຄງສ້າງ (Outline) ຂອງລາຍງານທີ່ຕ້ອງການນຳສະເໜີ
ສານບັນພາບ
ພາບທີ່ ໜ້າ
1. ລັກສະນະການໂກ່ງງໍຂອງຊິ້ນງານເຊື່ອມ 17
2. ລັກສະນະການເຜື່ອລະຍະຂອງຮອຍຕໍ່ຂອງຊິ້ນງານເຊື່ອມ 18
3. ລັກສະນະການເກີດຂໍ້ບົກຜ່ອງຂອງຮອຍເຊື່ອມ
19
4. ລັກສະນະຂໍ້ບົກຜ່ອງຂອງຮອຍເຊື່ອທີ່ມີຄວາມໂຄ້ງຫລາຍເກີນໄປ 21
5. ລັກສະນະບົກຜ່ອງຂອງໜ້າຮອຍເຊື່ອມເວົ້າລົງຫລາຍເກີນໄປ 21
6. ລັກສະນະຂໍ້ບົກຜ່ອງຂອງຮອຍເຊື່ອມທີ່ມີລູພຸນກະຈາຍົດມ່ຳສະເໝີ 23
1.7
ລາຍການສັນຍະລັກແລະຄຳອະທິບາຍສັບ
ລາຍງານດ້ານເທກນິກແລະລາຍງານເນື້ອຫາວິຊາສະເພາະມັກຈະໃຊ້ຄຳຫຍໍ້
ສັນຍະລັກແລະຄຳສັບຜູ້ອ່ານທີ່ບໍ່ຢູ່ໃນສາຂາວິຊາເຫລົ່ານັ້ນຈະບໍ່ເຂົ້າໃຈສ້າງບັນຫາດ້ານການສື່ສານ ດັ່ງນັ້ນຈຶ່ງຄວນຂຽນອະທິບາຍສັບໄວ້
1.8
ບົດຄັດຫຍໍ້ (Abtract)
ບົດຄັດຫຍໍ້ມີສອງປະເພດຄື ປະເພດແຮກເປັນບົດຄັດຫຍໍ້ທີ່ບັນລະຍາຍລັກສະນະຂອງເນື້ອເລື່ອງວ່າເປັນ
ເລື່ອງລາວກ່ຽວກັບຫຍັງ
ບົດຄັດຫຍໍ້ປະເພດນີ້
ພາສາອັງກະຫລົດຮຽກວ່າ Descriptive
Abstract ອະໜຶ່ງ Infomative Abtract
ນີ້ຈະບອກຜົນການສຶກສາຄົ້ນຄວ້າທີ່ສຳຄັນ ໆ ຫລືເປັນການສະຫລຸບຫຍໍ້ງານທີ່ໄດ້ຄົ້ນຄວ້າມາບົດຄັດຫຍໍ້ມັກຈະເປັນບົດຄວາມແຮກຂອງລາຍງານ
ຊຶ່ງລວບລວມສາລະສຳຄັນຂອງລາຍງານນັ້ນໄວ້ໂດຍສັງເຂບໃນບົດຄັດຫຍໍ້ຈະກ່າວເຖິງ
1.8.1
ງານນີ້ເຮັດເພື່ອໃຜ
1.8.2
ເປັນຫຍັງຈຶ່ງຕ້ອງເຮັດວຽກນີ້
1.8.3
ເຮັດວຽກນີ້ຢ່າງໃດ ດ້ວຍວິທີໃດ
1.8.4
ເມື່ອເຮັດແລ້ວໄດ້ຫຍັງຂຶ້ນມາ
1.8.5
ສະຫລຸບຜົນ
1.8.6 ຂໍ້ສະເໜີແນະຕ່າງ ໆ
ລວມທັງອາດຈະສະເໜີຄວາມເຫັນດ້ວຍວ່າຜູ້ໃດຫລືຫນ່ວຍງານໃດຄວນຈະດຳເນີນການໃນສ່ວນທີ່ໄດ້ສະເໜີແນະໄປແລ້ວນີ້
1.9 ສ່ວນປະກອບຕອນກາງ
ສ່ວນປະກອບຕອນກາງຂອງລາຍງານ
ໄດ້ແກ່
ຕົວເລື່ອງຂອງລາຍງານອັນຈະປະກອບດ້ວຍຫົວຂໍ້ຕໍ່ໄປນີ້
1.9.1
ບົດນຳຫລືຄວາມນຳ
1.9.2 ເນື້ອເລື່ອງ
1.9.3 ບົດສະຫລຸບ
1.9.4 ຄວາມນຳ
1.10 ການສື່ສານເປັນປັດໄຈ (Means)
ທີ່ສຳຄັນຍິ່ງໃນການພັດທະນາສະພາບຂອງສັງຄົມ
ການສື່ສານເປັນເຄື່ອງມືທີ່ຊົງອຳນາດໃນການສ້າງສັນຫລືທຳລາຍລະບົບຂອງສັງຄົມແຕ່ການສື່ສານນັ້ນ ໃນແຕ່ລະຊຸມຊົນມີຄວາມຕ້ອງການບໍ່ຈຳເປັນຕ້ອງຄືກັນ ເຊັ່ນ ໃນວົງການແພດ ໃນໃບສັ່ງຢາຈະໃຊ້ອັກສອນຫຍໍ້ຫລືຄຳຫຍໍ້ເປັນຫລັກໃນວົງການລາດການພົນລະເຮືອນ ການສັ່ງການໃດ ໆ ຕ້ອງການຄຳສັ່ງທີ່ຊັດເຈນ
ລັດກຸມແລະເປັນລະດັບຂັ້ນທີ່ຖືກຕ້ອງ ຊຶ່ງໃນທຳນອງດຽວກັນ ໃນການສື່ຄວາມຫມາຍ
ທາງເທກນິກກໍມີເອກລັກສົນ໌ຂອງມັນທີ່ອາດຈະແຕກຕ່າງຈາກກຸ່ມອື່ນ ໆ ໄປນຳ
ເພື່ອໃຫ້ການສື່ຄວາມຫມາຍໃນຂໍ້ມູນທາງເທກນິກເປັນໄປຢ່າງປະສິດທິພາບກວ່າຈຶ່ງຈຳເປັນຈະຕ້ອງສຶກສາລັກສະນະບາງຢ່າງຂອງການສື່ຄວາມຫມາຍຂໍ້ສົນເທດທາງເທກນິກ
(ຕົວຢ່າງການຂຽນຄວາມນຳ ເບິ່ງໃນພາກຜະໜວກທີ່ 1)
1.11 ການຂຽນເນື້ອເລື່ອງ
ເນື້ອຫາສ່ວນໃຫຍ່ຂອງລາຍງານປະກອບດ້ວຍຄວາມນຳ ເນື້ອເລື່ອງ
ແລະສະຫລຸບ
ສຳລັບຄວາມນຳໄດ້ອະທິບາຍມາແລ້ວການຂຽນເນື້ອເລື່ອງເປັນສາລະສຳຄັນຂອງລາຍງານ
ໂດຍຈະອະທິບາຍງານທີ່ປະຕິບັດໄປແລະກຳລັງນຳມາສະເໜີໃຫ້ຮູ້ໃນລາຍງານນີ້
ອາດຈະບອກລະບຽບວິທີການສຶກສາບັນຫາອຸປະສັກແລະບັນຫາທີ່ພົບ
(ຕົວຢ່າງການຂຽນເນື້ອເລື່ອງ ເບິ່ງໃນພາກຜະໜວກທີ່ 2)
1.12 ການຂຽນບົດສະຫລຸບ
ຂັ້ນຕອນເປັນສ່ວນທີ່ຈະໃຫ້ຜູ້ຂຽນລາຍງານບົ່ງຊີ້ຜົນງານທີ່ໄດ້ກະທຳແລະຄົ້ນຄວ້າຢ່າງຊັດເຈນເປັນລຳດັບໂດຍທົ່ວໄປມັກນິຍົມເຮັດເປັນຫົວຂໍ້ຕາມເລກໝາຍລຳດັບ ໃນແຕ່ລະເລກໝາຍລຳດັບສະແດງສິ່ງທີ່
ຕ້ອງການໃຫ້ຜູ້ອ່ານລາຍງານຮູ້ແຕ່ລະຫົວຂໍ້ສະດວກຕໍ່ການພິຈາລະນາຕິດຕາມ
ໃນການຂຽນລາຍງານດ້ານເທກນິກນັ້ນ ຂໍ້ສະຫລຸບແລະຂໍ້ສະເໜີແນະຈຳເປັນຈະຂຽນແຍກອອກຈາກກັນໃຫ້ຜູ້ອ່ານຮູ້ໂດຍຊັດເຈນວ່າ
ລາຍງານໄດ້ສະຫລຸບຜົນຫຍັງ
ມີຂໍ້ທີ່ຜູ້ສະເໜີຂຽນລາຍງານນີ້ແນະນຳວ່າຈະຕ້ອງມີການດຳເນີນໃນຂັ້ນຕອນຕໍ່ໄປຢ່າງໃດ
ໃຜຫລືກຸ່ມຄົນປະເພດໃດທີ່ຈະຕ້ອງເປັນຜູ້ຮັບຜິດຊອບໃນການດຳເນີນຂັ້ນຕອນນັ້ນ ໆ ຜູ້ຂຽນລາຍງານ
ຈະຕ້ອງເຮັດຄວາມເຂົ້າໃຈວ່າການສະຫລຸບແລະການສະເໜີແນະນັ້ນຜູ້ຂຽນລາຍງານຈະມີຄວາມຮັບຜິດຊອບແຕກຕ່າງກັນສະເພາະ ການສະຫລຸບລາຍງານ
ເປັນສິ່ງທີ່ຜູ້ຂຽນຕ້ອງຮັບຜິດຊອບຢ່າງເຕັມທີ່
ເນື່ອງຈາກສະຫລຸບນີ້ຜູ້ຂຽນໄດ້ມາຈາກການຫາຂໍ້ມູນທີ່ຜູ້ຂຽນຮູ້
ລາຍລະອຽດມາແລ້ວຢ່າງຊັດເຈນແລະຕ້ອງຍອມຮັບແຕ່ຕອນແລກວ່າເປັນສິ່ງຖືກຕ້ອງເປັນຈິງ ແລະແມ່ນຍຳ
ຜູ້ຂຽນລາຍງານໃນແຕ່ລະປະເພດ
ຈະຕ້ອງເປັນຜູ້ຊຳນານຫລືເປັນຜູ້ມີຄວາມຮູ້ຫລາຍໃນ ດ້ານນັ້ນການສະຫລຸບຈຶ່ງໄດ້ຮັບການຍອມຮັບ ແລະມີນ້ຳໜັກໜ້າເຊື່ອຖື
ແຕ່ຂໍ້ສະເໜີແນະອາດຈະເປັນສ່ວນທີ່ນອກເໜືອຄວາມຮູ້
ຄວາມຊຳນານຂອງຜູ້ຂຽນກໍໄດ້
ຂໍ້ສະເໜີແນ [ະ]
ເປັນພຽງຄວາມເຫັນຂອງຜູ້ຂຽນລາຍງານເທົ່ານັ້ນ ທີ່ຕ້ອງການໃຫ້ຜູ້ອ່ານໄດ້ພິຈາລະນາໃນແນວທາງທີ່ຈະດຳເນີນການ
ການຂຽນບົດສະຫລຸບຕອນສຸດທ້າຍຂຶ້ນຢູ່ກັບລັກສະນະຂອງລາຍງານ ໂດຍມີຮູບແບບການຂຽນທີ່ນິຍົມໃຊ້ກັນຄື
1.12.1 summary
1.12.2 Conclusion
1.12.3 Recommendation
1.12.1
Summary ເປັນການສະຫລຸບຫົວຂໍ້ສຳຄັນ ໆ ທີ່ໄດ້ກ່າວວ່າມາ ເປັນການທົບທວນຄວາມຈຳຂອງຜູ້ອ່ານເທື່ອໜຶ່ງ
ຫລືຫາກມອງໃນແງ່ທີ່ວ່າໃນການຂຽນລາຍງານນັ້ນ
ໃນຕອນຄຳນຳເຮົາບອກຜູ້ອ່ານວ່າຈະຂຽນເລື່ອງຫຍັງ
ຕອນເນື້ອເລື່ອງເຮົາກໍເລົ່າເລື່ອງນັ້ນ
ແລະຕອນສະຫລຸບເປັນການບອກ-ວ່າໄດ້ເລົ່າຫຍັງໃຫ້ຟັງແລ້ວ
1.12.2 Conclusion ຈາກຂໍ້ສະຫລຸບຕ່າງ ໆ ຫລືຈາກຂໍ້ເທັດຈິງຕ່າງ ໆ
ກໍໄດ້ຈາກການສຶກສາວິໄຈເຮົາຈະມີຍຸດຕິ ຂໍ້ຍຸດຕິນີ້ ຖ້າຫາກເປັນງານວິໄຈທາງວິຊາການ
ຈະສະຫລຸບເປັນຂໍ້ສະໜັບ-ສະໜູນ ກ່າວຄື
ບໍ່ສະຫລຸບນອກເໜືອໄປຈາກງານວິໄຈ
ແຕ່ຖ້າຫາກມີແຟກເຕີລ໌ລິຕີ້
ປະສົບການຂອງຜູ້ວິໄຈເຮັດໃຫ້ຕ້ອງສະຫລຸບເປັນຂໍ້ຍຸດຕິໄດ້ເປັນຢ່າງອື່ນ ຈະຕ້ອງຂຽນໃຫ້ຊັດເຈນ
1.12.3 Recommendation ຂໍ້ສະເໜີແນະເປັນຜົນຈາກການສະຫລຸບແລະຂໍ້ຍຸດຕິ ຊຶ່ງນຳມາຂຽນເປັນຂໍ້ສະເໜີແນະເພື່ອການປະຕິບັດຫລືເພື່ອປະໂຫຍດອື່ນ ໆ ຂໍ້ສະເໜີແນະຕ້ອງຊັດເຈນ
ແລະເກີດປະໂຫຍດສຳລັບຜູ້ທີ່ຈະນຳໄປໃຊ້
ຂໍ້ສະເໜີແນະອາດເປັນການແນະນຳທັງສ່ວນທີ່ວ່າຄວນຈະເຮັດແລະບໍ່ຄວນຈະເຮັດ
(ຕົວຢ່າງການຂຽນບົດສະຫລຸບ ເບິ່ງໃນພາກຜະໜວກທີ່ 3)
1.13 ອະພິທານສັບ (Glossary)
ຄື ບັນຊີຄຳສັບຍາກ ໆ ຫລືສັບສະເພາະ
ຫລືຄຳສັບພາສາຕ່າງປະເທດທີ່ກ່າວເຖິງໃນເນື້ອເລື່ອງ
ແລະມີຄຳອະທິບາຍສັບເຫລົ່ານັ້ນ
ເພື່ອຊ່ວຍໃຫ້ເຂົ້າໃຈເນື້ອເລື່ອງໄດ້ດີຂຶ້ນຢູ່ທ້າຍເລ່ມຫນັງສືຫລືອາດຢູ່ໃນພາກຜົນວກ
1.14 ເຊີງອັດ (Footnotes)
ຄື ຫລັກຖານການອ້າງອິງຂໍ້ຄວາມທີ່ນຳມາຈາກທີ່ອື່ນເພື່ອປະກອບການລຽບລຽງງານວິໄຈ
ຢູ່ສ່ວນລຸມຂອງໜ້າງານວິໄຈບາງເລື່ອງອາດລວມໄວ້ທ້າຍບົດຫລືທ້າຍເລ່ມເລີຍກໍໄດ້
ມີ 3 ປະເພດ ຄື
1.14.1 ເຊີງອັດອ້າງອິງ (Citation Footnotes) ຄື ເຊີງອັດສະແດງແຫລ່ງທີ່ຫລາຍຂອງຂໍ້ຄວາມທີ່ນຳມາປະກອບການລຽບລຽງ
1.14.2 ເຊີງອັດເສີມຄວາມ (Content Footnotes) ຄື
ເຊີງອັດອະທິບາຍສັບຫລືຂໍ້ຄວາມເພິ່ມເຕິມໃນເນື້ອເລື່ອງບາງຕອນທີ່ມີຄວາມສຳພັນກັນ
1.14.3 ເຊີງອັດໂຍງ (Cross
Reference Footnotes) ຄື ເຊີງອັດທີ່ໂຍງໃຫ້ຜູ້ອ່ານເບິ່ງຂໍ້ຄວາມທີ່ໜ້າອື່ນໃນງານວິໄຈເລື່ອງດຽວກັນ
ຫລືເບິ່ງເພິ່ມເຕິມໃນບົດອື່ນ ໆ
ຊຶ່ງມີລາຍລະອຽດໄວ້ແລ້ວບໍ່ຕ້ອງການກ່າວຊ້ຳອີກ
1.15
ບັນນານຸກົມ (Bibliography)
ຄື ລາຍຊື່ຫນັງສືຫລືບົດຄວາມໃນວານສານ ຫລືສິ່ງພິມອື່ນ ໆ ທີ່ຜູ້ແຕ່ງຫນັງສືໃຊ້ປະກອບການຂຽນຫນັງສືເລ່ມນັ້ນ
ຫລືອາດເປັນລາຍຊື່ທີ່ຜູ້ແຕ່ງແນະນຳໃຫ້ອ່ານເພິ່ມເຕິມ
ອາດຢູ່ທ້າຍເລ່ມຫລືທ້າຍບົດແຕ່ລະບົດກໍໄດ້ ບາງແຫ່ງຮຽກວ່າ ເອກະສານອ້າງອິງ
ກໍມີຄວາມຫມາຍເຊັ່ນດຽວກັນບັນນານຸກົມຈະລຽງລຳດັບຕາມອັກສອນຕົວແຮກຂອງນາມົດກຸນຜູ້ແຕ່ງບັນນານຸກົມມີປະໂຫຍດຫລາຍສຳລັບຜູ້ອ່ານທີ່ຕ້ອງການຄົ້ນຄວ້າເພິ່ມເຕິມຈາກລາຍຊື່ສິ່ງພິມເຫລົ່ານັ້ນ
1.16 ດັດນີ (Index)
ຄື ຫົວຂໍ້ຍ່ອຍ ໆ
ຫລືບັນຊີຄຳທີ່ເກັບມາຈາກເນື້ອເລື່ອງໃນຫນັງສື ຈັດລຽງລຳດັບອັກສອນຕັ້ງແຕ່ອັກສອນ ກ
ເປັນຕົ້ນໄປ
ພາສາຕ່າງປະເທດລຽງລຳດັບອັກສອນ A ເປັນຕົ້ນໄປ
ແລະບອກເລກໜ້າໃນເລ່ມຕາມທີ່ນັ້ນ ໆ
ປາກົດຢູ່ດັດນີຈະຊ່ວຍຜູ້ຊ່ວຍຜູ້ອ່ານໃຫ້ຄົ້ນຫົວຂໍ້ຍ່ອຍ ໆ
ຫລືຄຳທີ່ຕ້ອງການໄດ້ຢ່າງວ່ອງໄວ
ບົດສະຫລຸບ
ລາຍງານທີ່ດີຄວນມີຄວາມຖືກຕ້ອງແມ່ນຍຳ ທັນສະໄໝ
ມີຄວາມເປັນກາງ ຮູບແບບ ພາສາທີ່ໃຊ້ໃນການຂຽນລາຍງານເປັນພາສາທີ່ເຂົ້າໃຈງ່າຍ
ກົງຕາມຄວາມມຸ້ງໝາຍຂອງຜູ້ຂຽນລາຍງານ ແລະຍັງມີສ່ວນປະກອບທີ່ສຳຄັນ ຄື
ຈົດຫມາຍນຳ ຫລືບົດນຳ ໜ້າປົກ
ປົກເລື່ອງ ສານບັນ ລາຍການ
ພາບປະກອບ ລາຍການສັນຍະລັກ ຫລືຄຳອະທິບາຍສັບ
ແລະທີ່ສຳຄັນທີ່ສຸດໃນການຂຽນລາຍງານຄື ບົດສະຫລຸບ
ຖ້າຂາດສ່ວນນີ້ໄປແລ້ວຈະເຮັດໃຫ້ລາຍງານບໍ່ສົມບູນເລີຍກໍເປັນ [ໄ]ດະ [້]
No comments:
Post a Comment