ຫົວຂໍ້ເລື່ອງ: ສັງລວມກ່ຽວກັບພິທີບຸນກະຖິນ
ປະລິນຍາ: ປະລິນຍາຕີສຶກສາສາດ,
ສາຂາຄູວິທະຍາສາດການເມືອງ ຄະນະສຶກສາສາດ ມະ
ຫາວິທະຍາໄລແຫ່ງຊາດ, 2012
ອາຈານທີ່ປຶກສາ: ອາຈານ ດອນມະນີ
ໄຊຍະລາດ
ກຸ່ມຜູ້ສັງລວມ: 1. ພຣະ ທອງໄມ ແກ້ວບຸດສີ ເລກທະບຽນ FEDC0034/10
2. ພຣະ ທອງດຳ ແກ້ວມະໄລວັນ ເລກທະບຽນ FEDC0018/10
3. ພຣະ ສຸກສະຫວັນ ພຸດທະວົງ ເລກທະບຽນ FEDC0031/10
ບົດຄັດຫຍໍ້
ໃນການສັງລວມຂອງຄະນະຂຽນບົດໃນຄັ້ງນີ້ມີຈຸດປະສົງ
ສັງລວມກ່ຽວກັບຮີດຄອງປະ ເພນີຂອງລາວໃນຮີດ 12 ໂດຍສະເພາະແມ່ນບຸນກະຖິນ,
ໃນການສັງລວມຄັ້ງນີ້ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ່ງຍາກດັ່ງນີ້:
ຂໍ້ສະດວກ:
ອາຈານຜູ້ຮັບຜິດຊອບໃຫ້ຄຳປຶກສາໃນການຂຽນບົດຄັ້ງນີ້ແນະນຳແນວທາງ, ສະຖານທີ່ແຫຼ່ງຂໍ້ມູນ,
ທິດທາງໃນການສັງລວມເປັນຢ່າງດີ ໄດ້ຮັບຄວາມຊ່ວຍຈາກອາຈານທີ່ສິດສອນ
ແລະ ພຣະອາຈານບາງອົງໄດ້ຊີ້ທິດເຍືອງທາງ, ໃຫ້ເອກະສານ ແລະ
ປື້ມຕຳລາທີ່ກ່ຽວຂ້ອງກັບບຸນກະຖິນ.
ຂໍ້ຫຍຸ້ງຍາກ:
ການຊອກເອກະສານ, ປື້ມຕຳລາທີ່ກ່ຽວຂ້ອງກັບບຸນກະຖິນ ຂ້ອນຂ້າງຫາຍາກ ໄດ້ປື້ມຕຳລາ, ເອກະສານມາຮຽບຮ້ອຍແລ້ວ
ເຫັນວ່າເນື້ອໃນທີ່ມີຢູ່ອ່ານແລ້ວກໍ່ເກີດຄວາມເຂົ້າໃຈຍາກ
ເຊິ່ງສ້າງຄວາມລຳບາກໃຫ້ແກ່ຄະນະຜູ້ສັງລວມ.
ຜ່ານການສັງລວມມານີ້ເຫັນວ່າບຸນກະຖິນເຖິງຈະຜ່ານມາຫລາຍກວ່າ
2500 ປີ ແລ້ວກໍ່ຕາມ ແຕ່ພິທີກຳການເຮັດບຸນກະຖິນຍັງຄືເກົ່າບໍ່ມີການປ່ຽນແປງ ຜູ້ທີ່ມີຄວາມປະສົງຈະທອດຖວາຍຜ້າກະຖິນນັ້ນຍັງຄົງຈຳເປັນຈະຕ້ອງສຶກສາໃຫ້ຮູ້ຢ່າງເລິກເຊິ່ງເຖິງຖອງໃນ
8 ຂັ້ນຕອນຂອງການທອດຖວາຍຜ້າກະຖິນຄື: ຄຸນສົມບັດຂອງຜູ້ຖວາຍຜ້າກະຖິນ,
ຜ້າທີ່ຄວນເຮັດຜ້າກະ ຖິນ, ຜ້າທີ່ບໍ່ຄວນເຮັດຜ້າກະຖິນ,
ຄຳວິນິດໃສພຣະວິໃນກ່ຽວກັບຜ້າກະຖິນ, ອົງປະກອບຂອງພິກຂຸຜູ້ຄວນກຣານກະຖິນ,
ຈຳນວນພິກຂຸຜູ້ຈະກຣານກະຖິນ,
ພຸດທະວິນິດໃສໃນກໍລະນີພິກຂຸຈຳພັນສາອົງດຽວກ່ຽວກັບການຮັບຜ້າກະຖິນ ແລະ ທີ່ສຳຄັນຕ້ອງເຂົ້າໃຈຂັ້ນຕອນໃນການທອດຖວາຍຜ້າກະຖິນຄື:
ຕ້ອງຈ່ອງ ຫລື ປັກກະຖິນທີ່ວັດນັ້ນສະເພາະໄວ້ຫລ່ວງໜ້າກ່ອນ ຈາກນັ້ນຈິ່ງມີພິທີກຳຕ່າງໆ
ກ່ຽວກັບການທອດຖວາຍຜ້າກະຖິນ ທີ່ພຣະພຸດທະເຈົ້າໄດ້ອານຸຍາດໄວ້.
ສະນັ້ນ ຄະນະສັງລວມບົດຈິ່ງໄດ້ສະຫລຸບໄດ້ວ່າວັດທະນະທຳໃນຮີດສິບສອງ
ໂດຍສະເພາະແມ່ນບຸນກະຖິນເປັນບຸນທີ່ພຣະພຸດທະເຈົ້າອະນຸຍາດ ເປັນສັງຄະກຳທີ່ສຳຄັນໃນທາງ ພຣະພຸດທະສາສະໜາ
ແລະ ທັງເປັນມູນເຊື້ອວັດທະນະທຳອັນດີງາມທີ່ຊາວພຸດທັງຫລາຍ
ໄດ້ປະພຶດປະຕິບັດສຶບຕໍ່ກັນມາແຕ່ອາດີດຈົນເຖິງປະຈຸບັນ.
ໃບກຽດຕິຄຸນ
ໃນໄລຍະ 2 ປີທີ່່ມາສຶກສາຮ່ຳຮຽນຢູ່ມະຫາວິທະຍາໄລແຫ່ງຊາດນີ້
ພວກຂ້າພະເຈົ້າມີຄວາມປື້ມປິຕິຍີນດີ ແລະ ສຳນຶກຮູ້ບຸນຄຸນຢ່າງສຸດຊຶ້ງຕໍ່
ຄະນະສຶກສາສາດກໍຄືມະຫາວິທະຍາໄລແຫ່ງຊາດທີ່ໄດ້ເປີດຫຼັກສູດຕໍ່ເນື່ອງ ເພື່ອສຶກສາຮ່ຳຮຽນ
ຍົກລະດັບຄວາມຮູ້ຄວາມສາມາດ
ຖືວ່າເປັນໂອກາດທີ່ຫາໄດ້ຍາກເຖີງແມ່ນວ່າຈະເປັນຊ່ວງເວລາໄລຍະສັ້ນໆກໍ່ຕາມ
ແຕ່ມັນກໍ່ເປັນຊ່ວງເວລາທີ່ມີຄວາມໝາຍເຊິ່ງບໍ່ອາດຈະລືມລົງໄດ້. ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນພວກຂ້າພະເຈົ້ຂໍສະແດງຄວາມຂອບໃຈມາຍັງຄະນະສຶກສາສາດ
ມະຫາວິທະຍາໄລແຫ່ງຊາດ ທີ່ໄດ້ສ້າງຫຼັກສູດຕໍ່ເນື່ອງ
ເຊິ່ງຖືວ່າເປັນເງື່ອນໄຂສຳຄັນທີ່ເຮັດໃຫ້ພວກຂ້າພະເຈົ້າໄດ້ມາສຶກສາຮ່ຳຮຽນ.
ພວກຂ້າພະເຈົ້າຄະນະຜູ້ສັງລວມ
ຂໍສະແດງຄວາມຂອບໃຈມາຍັງທ່ານອາຈານ ດອນມະນີ ໄຊຍະລາດ
ທີ່ເປັນອາຈານທີ່ປຶກສາໄດ້ຊີ້ທິດເຍືອງທາງ ແລະ ໃຫ້ຄວາມຊ່ວຍເຫຼືອ
ໃຫ້ຄວາມສະດວກໃນການຂຽນບົດຄັ້ງນີ້ ແລະ ທ່ານຍັງໄດ້ສະຫຼະເວລາດັດແກ້,
ປັບປຸງບົດໃຫ້ສົມບູນຂຶ້ນ.
ຂໍໍຂອບໃຈມາຍັງທ່ານ
ດຣ ສີຖານ ສຸຂະວົງ,ທ່ານ ອາຈານ ກຸ ຄຳມຸນທາ ພ້ອມດ້ວຍຄະນະປ້ອງກັນບົດທຸກໆທ່ານ
ທີ່ໃຫ້ພວກຂ້າພະເຈົ້າດຳເນີນການປ້ອງກັນບົດ.
ຂໍສະແດງຄວາມຂອບໃຈຢ່າງສຸດຊຶ້ງຕໍ່ບັນດາຄູອາຈານ
ທີ່ໄດ້ຖ່າຍທອດວິຊາຄວາມຮູ້ ແລະ ປະສົບການອັນລ້ຳຄ່າ ໃຫ້ແກ່ພວກຂ້າພະເຈົ້າໃນໄລຍະເວລາ 2
ປີ.
ຂໍສະແດງຄວາມຂອບໃຈ
ແລະ ຮູ້ບຸນຄຸນມາຍັງພໍ່ແມ່ຄູບາອາຈານ
ອອກຕົນຍາດໂຍມທັງຫຼາຍທີ່ໄດ້ຊ່ວຍເຫຼືອອຸປະຖຳທາງດ້ານວັດຖຸ ແລະ ຈິດໃຈ ດ້ວຍດີຕະຫຼອດມາ.
ຄຳນຳ
ເມື່ອເວົ້າເຖິງຮີດຄອງປະເພນີ ຜູ້ເຖົ້າຜູ້ແກ່ມັກເວົ້າສະເໝີວ່າ
ຄົນສູ່ມື້ນີ້ປະຮີດປະຄອງ ຫຼື ເວົ້າວ່າຄົນສະໄໝນີ້ບໍ່ຖືຮີດບໍ່ຖືຄອງ ຫຼື ເວົ້າວ່າລະຮີດໃຫ້ໝອງລະຄອງໃຫ້ເສົ້າ
ເຫຼົ່ານີ້ເປັນຕົ້ນ ແຕ່ກໍ່ບໍ່ໄດ້ຊີ້ແຈງວ່າປະຮີດຄອງຫຍັງແດ່ ເພາະມີຫຼາຍຮີດຫຼາຍຄອງ ດັ່ງທີ່ເຄີຍໄດ້ຍີນເພິ່ນເວົ້າສະເໝີີວ່າ
ຮີດ12 ຄອງ14 ຮີດຍີ່ຄອງຈຽງ ຮີດໄພ້ຄອງເຂີຍ ຮີດຜົວຄອງເມຍ ເປັນຕົ້ນ.
ຄວາມຈິງຄຳທີ່ເຖົ້າແກ່ບູຮານເວົ້າວ່າ
ຄົນສະໄໝນີ້ເຮັດບໍ່ຖືກຮີດຖືກຄອງກໍ່ມີສ່ວນຖືກ ເນືື່ອງຈາກປະຈຸບັນເວລາມັນຮີບຮ້ອນ
ເຮັດໃຫ້ພິທິກຳບາງຮີດ ໂດຍສະເພາະບຸນກະຖິນຜິດໄປຈາກເດີມ
ບາງບ່ອນມີເວລາຫຼາຍຊ້ຳພັດຕື່ມພິທີກຳເຂົ້າ ບາງບ່ອນມີເວລາໜ້ອຍຊ້ຳພັດຕັດຮອນລົງ ຄຳຊີ້ແຈງເພິ່ນກໍ່ເວົ້າວ່າໃຫ້ມັນທັນກັບຍຸກສະໄໝ
ຈະເຫັນໄດ້ວ່າໃນພິທີກຳຂອງບຸນກະຖິນແຕ່ລະທ້ອງຖິ່ນມີທັງຄືກັນ ແລະ ແຕກຕ່າງກັນ.
ເພື່ອເປັນການເຜີຍແຜ່ໃຫ້ຄົນຮຸ່ນໃໝ່
ໂດຍສະເພາະນັກສຶກສາ ແລະ ຜູ້ສົນໃຈໃຝ່ຫາຄວາມຮູ້ທັງຫຼາຍ ໄດ້ຮູ້ຈັກພິທີບຸນກະຖິນ
ຄະນະຂຽນບົດ ຈິ່ງໄດ້ສຶກສາຄົ້ນຄວ້າເອກະສານ ປຶ້ມຕຳລາຕ່າງໆທີ່ກ່ຽວກັບບຸນກະຖິນ
ມາສັງລວມເຂົ້າເພື່ອອຳນວຍຄວາມສະດວກແກ່ຜູ້ສົນໃຈ.
ຫວັງຢ່າງຍິ່ງວ່າຖ້າຜູ້ໃດໄດ້ອ່ານຈະເກີດປະໂຫຍດບໍ່ຫຼາຍກໍ່ໜ້ອຍ
ເນື່ອງຈາກຄວາມຮູ້ບໍ່ຫຼາຍປະສົບການໃນການຂຽນບົດກໍ່ຄືການສັງລວມຍັງບໍ່ມີ
ຄວາມຂາດຕົກບົກຜ່ອງຂອງການສັງລວມຍ່ອມມີ ຂໍທ່ານຜູ້ຮູ້ທັງຫຼາຍຈົ່ງໃຫ້ຄຳຕຳນິຕິຊົມ
ເພື່ອຈະນຳມາປັບປຸງແກ້ໄຂ ໃຫ້ບົດນີ້ມີຄວາມຄົບຖ້ວນ.
ຄະນະຜູ້ສັງລວມ:
1). ພຣະທອງໄມ ແກ້ວບຸດສີ
2).
ພຣະທອງດຳ ແກ້ວມະໄລວັນ
3).
ພຣະສຸກສະຫວັນ ພຸດທະວົງ
ສາລະບານ
ໜ້າ
ໃບກຽດຕິຄຸນ.......................................................................................................ກ
ບົດຄັດຫຍໍ້...........................................................................................................ຂ
ສາລະບານ..........................................................................................................ຄ
ບົດທີ 1 : ພາກສະເໜີ........................................................................................1
1. ຄວາມເປັນມາ ແລະ ຄວາມສຳຄັນຂອງບັນຫາ...............................................1
2. ຈຸດປະສົງຂອງການສັງລວມ.......................................................................3
3. ຂອບເຂດຂອງການສັງລວມ.......................................................................3
4. ອະທິບາຍສັບ..........................................................................................3
5. ຜົນປະໂຫຍດຄາດວ່າຈະໄດ້ຮັບຈາກການສັງລວມ...........................................3
ບົດທີ 2 : ເອກະສານ ແລະ ທິດສະດີ ທີ່ກ່ຽວຂ້ອງ...........................................5
1. ຄວາມໝາຍ ແລະ ຄວາມສຳຄັນຂອງບຸນກະຖິນ............................................5
1.1 ຄວາມໝາຍຂອງບຸນກະຖິນ................................................................5
1.2 ຄວາມສຳຄັນຂອງບຸນກະຖິນ...............................................................6
2. ສາເຫດທີ່ພາໃຫ້ມີບຸນກະຖິນ......................................................................7
3. ປະເພດຂອງບຸນກະຖິນ.............................................................................7
ບົດທີ 3 :
ວິທີດຳເນີນການສັງລວມ.................................................................12
1. ຂັ້ນຕອນດຳເນີນການສັງລວມ...................................................................12
2. ການເກັບກຳຂໍ້ມູນ..................................................................................12
ບົດທີ 4 : ຜົນຂອງການຄົ້ນຄ້ວາ......................................................................13
1. ຄຸນສົມບັດຂອງຜູ້ຖວາຍຜ້າກະຖິນ.............................................................13
2.
ຜ້າທີ່ຄວນເຮັດຜ້າກະຖິນ.........................................................................13
3. ຜ້າທີ່ບໍ່ຄວນເຮັດຜ້າກະຖິນ.......................................................................14
4. ວິນິດໃສພຣະວິໄນກ່ຽວກັບຜ້າກະຖິນ..........................................................14
5. ອົງປະກອບຂອງພິກຂຸຜູ້ຄວນກຣານກະຖິນ..................................................18
5.1
ບຸບພະກອນ7................................................................................19
5.2
ອານິສົງ5.....................................................................................19
5.3
ມາຕິກາ8......................................................................................20
5.4 ໄຕຣຈີວອນ...................................................................................20
5.5
ປະລິໂພດ2...................................................................................21
5.6
ການເດາະກະຖິນ...........................................................................21
6 ຈຳນວນພິກຂຸຜູ້ຈະກຣານກະຖິນ................................................................21
7. ພຸດທະວິນິດໃສກໍລະນີພິກຂຸຈຳພັນສາຮູບດຽວໄດ້ຮັບຜ້າໃນລະດູກະຖິນ.............22
8. ຂັ້ນຕອນໃນການຖວາຍຜ້າກະຖິນ..............................................................22
8.1 ຄຳຖວາຍກອງກະຖິນ......................................................................27
8.2
ຄຳຖວາຍຜ້າກະຖິນ........................................................................28
8.3
ຄຳອຸປະໂລກອົງທີໜຶ່ງ.....................................................................28
8.4
ຄຳອຸປະໂລກອົງທີສອງ....................................................................29
8.5
ຄຳອາຣາທະນາເທດ........................................................................29
8.6
ບົດຕົວຢ່າງ ເທດສະຫຼອງອານິສົງກະຖິນ.............................................29
8.7
ຄຳສູດກຳມະວາຈາໃຫ້ຜ້າກະຖິນ........................................................32
8.8
ຄຳກັບປະພິນທຸ..............................................................................33
8.9 ຄຳປັດຈຸ......................................................................................33
8.10
ຄຳອະທິຖານ.............................................................................33
8.11
ຄຳອະທິຖານ ແລະ ເຄື່ອງບໍລິຂານອື່ນ...........................................33
8.12
ຄຳກຣານກະຖິນ.........................................................................33
8.13
ຄຳອະນຸໂມທະນາຜ້າກະຖິນ..........................................................33
ບົດທີ 5 : ສະຫຼຸບ ແລະ ຂໍ້ສະເໜີແນະ............................................................34
1. ສະຫຼຸບ.................................................................................................34
2. ຂໍ້ສະເໜີແນະ........................................................................................35
ເອກະສານອ້າງອີງ
ພາກພະໜວກ
ຊີວະປະຫວັດອາຈານທີ່ປຶກສາ
ອາຈານ ດອນມມະນີ ໄຊຍະລາດ
ພາກວິຊາ: ສ້າງຄູວິທະຍາສາດສັງຄົມ
ຕຳແໜ່ງ:
ໜ້າທີ່ຮັບຜິດຊອບ:
Tel: 020 99803432
ຊີວະປະຫວັດຜູ້ສັງລວມ
ຊື່ ແລະ ນາມສະກຸນ ພຣະທອງໄມ ແກ້ວບຸດສີ
ວັນເດືອນປີເກີດ ວັນທີ 11 / 01 / 1983
ທີ່ບ້ານໜອງພັນວົງ ເມືອງສຸຂຸມາ ແຂວງຈຳປາສັກ
ປະຈຸບັນຢູ່ ວັດຂົວຫຼວງ ເມືອງຈັນທະບູລີ
ນະຄອນຫຼວງວຽງຈັນ
Tel: 020 98194644
ຊື່ ແລະ
ນາມສະກຸນ ພຣະທອງດຳ ແກ້ວມະໄລວັນ
ວັນເດືອນປີເກີດ ວັນທີ 05 / 04 / 1977
ທີ່ບ້ານນາແຜກ ເມືອງອາດສະພັງທອງ
ແຂວງສະຫວັນນະເຂດ
ປະຈຸບັນຢູ່ ວັດທົ່ງຂັນຄຳ ເມືອງຈັນທະບູລີ
ນະຄອນຫຼວງວຽງຈັນ
Tel: 020 99465296
ຊື່ ແລະ
ນາມສະກຸນ ພຣະສຸກສະຫວັນ ພຸດທະວົງ
ວັນເດືອນປີເກີດ ວັນທີ 05 / 12 / 1983
ທີ່ບ້ານດົງນາຂາມ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ
ປະຈຸບັນຢູ່
ວັດດົງປ່າແຫຼບ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ Tel: 020 95573244
ຊີວະປະຫວັດອາຈານທີ່ປຶກສາ
ອາຈານ
ດອນມມະນີ ໄຊຍະລາດ
ພາກວິຊາ:
ສ້າງຄູວິທະຍາສາດສັງຄົມ
ຕຳແໜ່ງ:...................................................
ໜ້າທີ່ຮັບຜິດຊອບ........................................
Tel: 020 99803432
ໂຄງຮ່າງການຂຽນບົດຈົບຊັ້ນ
ສາຂາຄູວິທະຍາສາດການເມືອງ
( ລະບົບຕໍ່ເນື່ອງ )
ຫົວບົດ:
ສັງລວມກ່ຽວກັບພິທີບຸນກະຖິນ
ບົດທີ 1 : ພາກສະເໜີ
1. ຄວາມເປັນມາ ແລະ ຄວາມສຳຄັນຂອງບັນຫາ
2. ຈຸດປະສົງຂອງການສັງລວມ
3. ຂອບເຂດຂອງການສັງລວມ
4. ຜົນປະໂຫຍດຄາດວ່າຈະໄດ້ຮັບຈາກການສັງລວມ
5. ອະທິບາຍສັບ
ບົດທີ 2 :
ເອກະສານ
ແລະ ທິດສະດີ ທີ່ກ່ຽວຂ້ອງ
1. ຄວາມໝາຍ ແລະ ຄວາມສຳຄັນຂອງບຸນກະຖິນ
1.1 ຄວາມໝາຍຂອງບຸນກະຖິນ
1.2 ຄວາມສຳຄັນຂອງບຸນກະຖິນ
2. ສາເຫດທີ່ພາໃຫ້ມີບຸນກຖິນ
3. ປະເພດຂອງບຸນກະຖິນ
ບົດທີ 3 :
ວິທີດຳເນີນການສັງລວມ
1. ຂັ້ນຕອນດຳເນີນການສັງລວມ
2. ການເກັບກຳຂໍ້ມູນ
ບົດທີ 4 :
ຜົນຂອງການຄົ້ນຄວ້າ
1. ຄຸນສົມບັດຂອງຜູ້ຖວາຍຜ້າກະຖິນ
2.
ຜ້າທີ່ຄວນເຮັດຜ້າກະຖິນ
3. ຜ້າທີ່ບໍ່ຄວນເຮັດຜ້າກະຖິນ
4. ວິນິດໃສພຣະວິໄນກ່ຽວກັບຜ້າກະຖິນ
5. ອົງປະກອບຂອງພິກຂຸຜູ້ຄວນກຣານກະຖິນ
5.1
ບຸບພະກອນ7
5.2
ອານິສົງ5
5.3
ມາຕິກາ8
5.4 ໄຕຣຈີວອນ
5.5
ປະລິໂພດ2
5.6
ການເດາະກະຖິນ
6. ຈຳນວນພິກຂຸຜູ້ຈະກຣານກະຖິນ
7. ພຸດທະວິນິດໃສກໍລະນີພິກຂຸຈຳພັນສາຮູບດຽວໄດ້ຮັບຜ້າໃນລະດູກະຖິນ
8. ຂັ້ນຕອນໃນການຖວາຍຜ້າກະຖິນ
8.1 ຄຳຖວາຍກອງກະຖິນ
8.2
ຄຳຖວາຍຜ້າກະຖິນ
8.3
ຄຳອຸປະໂລກອົງທີໜຶ່ງ
8.4
ຄຳອຸປະໂລກອົງທີສອງ
8.5
ຄຳອາຣາທະນາເທດ
8.6
ບົດຕົວຢ່າງ ເທດສະຫຼອງອານິສົງກະຖິນ
8.7
ຄຳສູດກຳມະວາຈາໃຫ້ຜ້າກະຖິນ
8.8
ຄຳກັບປະພິນທຸ
8.9
ຄຳປັດຈຸ
8.10
ຄຳອະທິຖານ
8.11
ຄຳອະທິຖານ ແລະ ເຄື່ອງບໍລິຂານອື່ນ
8.12
ຄຳກຣານກະຖິນ
8.13
ຄຳອະນຸໂມທະນາຜ້າກະຖິນ
ບົດທີ 5 :
ສະຫຼຸບ
ແລະ ຂໍ້ສະເໜີແນະ
1. ສະຫຼຸບ
2. ຂໍ້ສະເໜີແນະ
ເອກະສານອ້າງອິງ
ພາກພະໜວກ
ບົດທີ 1
ພາກສະເໜີ
1. ຄວາມເປັນມາ ແລະ ຄວາມສຳຄັນຂອງບັນຫາ
1.1 ຄວາມເປັນມາ
ດຳລັດວ່າດ້ວຍການຄຸ້ມຄອງ
ແລະ ປົກປ້ອງການເຄື່ອນໄຫວສາສະໜາຢູ່ ສປປລາວ ໝວດທີ III ການເຄື່ອນໄຫວ ມາດຕາ11: ອົງການສາສະໜາ ຫລື ສາສະນິກະຊົນ
ຂອງແຕ່ລະສາສະໜາຢູ່ສປປລາວ ມີສິດເຕົ້າໂຮມສາສະນິກະຊົນຂອງຕົນເພື່ອຮັບຟັງການເທດສະໜາທຳ,
ການເຜີຍແຜ່ຄຳສອນຂອງສາສະໜາ, ປະກອບພິທີທາງສາສະໜາ, ຈັດງານບຸນສິນກິນທານ ຫລື
ປະຕິບັດທຳໃນວັນສຳຄັນປົກກະຕິ ຂອງແຕ່ລະສາສະໜາໄດ້ ໃນສະຖານທີ່ວັດ ຫລື
ໂບດຂອງຕົນຕັ້ງຢູ່. ປະເທດລາວເຮົາກໍ່ເປັນປະເທດໜຶ່ງ ທີ່ມີປະຫວັດສາດຕິດພັນກັບພຸດທະສາສະໜາຢ່າງຍາວນານ ເຊິ່ງມີພາສາປາກເວົ້າ ຂີດຂຽນ ມູນເຊື້ອວັດທະນະທຳ ຮີດຄອງປະເພນີອັນດີງາມຕ່າງໆ ທີ່ປູ່ຍ່າຕາຍາຍໄດ້ສະສົມໄວ້ສືບທອດກັນມາແຕ່ດົນນານແລ້ວ ສ່ວນຫຼາຍກໍ່ແມ່ນອອກມາຈາກຄຳສັ່ງສອນຂອງພຣະພຸດທະສາສະໜາ ໄດ້ກາຍມາເປັນຄຳສອນຄະຕິເຕືອນໃຈ ອັນໄດ້ສ່ອງແສງໃຫ້ເຫັນ ເຖິງບົດບາດຂອງພຣະພຸດທະສາສະໜາທີ່ມີຕໍ່ວັດທະນະທຳ, ຮີດຄອງປະເພນີ
ທີ່ປະພຶດປະຕິບັດສືບຕໍ່ກັນມາ ແຕ່ອາດີດຈົນເຖີງປະຈຸບັນ ບຸນທີ່ເປັນຈາຮີດປະເພນີ
ເປັນແບບແຜນຊີວິດທີ່ປະຊາຊົນລາວຊາວພຸດເຮົາໄດ້ບັນຍັດຂຶ້ນ ໂດຍສະເພາະການບັນຍັດຮີດ 12 ນີ້ ຫາກບໍ່ແມ່ນບຸກຄົນໃດບຸກຄົນໜຶ່ງ ແຕ່ຫາກແມ່ນທ່ານຜູ້ຮູ້ນັກປາດອາຈານໃນສະໃໝອານາຈັກລາວລ້ານຊ້າງ ທ່ານບັນຍັດຄ້າຍໆກັບລັດທະທຳມະນູນ ຫຼື ກົດໝາຍສະບັບໃດໜຶ່ງໃນລະບອບປະຈຸບັນ ເມື່ອເວົ້າເຖີງຮີດ 12 ສ່ວນຫຼາຍກໍ່ລ້ວນແຕ່ມີກິດຈະກຳຕິດພັນກັບພຸດທະສາສະໜາ ເຊິ່ງມີທັງພຸດທະບັນຍັດ
ແລະ ນັກປາດອາຈານທ່ານ ຜູ້ຮູ້ໃນອາດີດໄດ້ບັນຍັດຂຶ້ນ ບຸນກະຖິນກໍ່ເປັນບຸນໜຶ່ງທີ່ເປັນພຸດທານຸຍາດ
ເຊິ່ງເປັນພຸດທະປະສົງ ເປັນສັງຄະກຳທີ່ສຳຄັນອັນໜຶ່ງຂອງພຸດທະສາສະໜາ ແຕ່ພິທີກຳທີ່ຜ່ານມາຫຼາຍຄົນກໍ່ຍັງຂາດຄວາມຮູ້ຄວາມເຂົ້າໃຈ ໂດຍສະເພາະພຸດທະສາສະນິກະຊົນຄົນຮຸ່ນໃໝ່ ແຫຼ່ງຂໍ້ມູນທີ່ຈະສຶກສາກໍ່ຍາກທີ່ຈະເຂົ້າເຖິງຈະມີກໍ່ຢູ່ໃນວັດ ຫຼື ສະຖານທີ່ມີຄວາມຕິດພັນກັບພຸດທະສາສະໜາ ສະຫຼຸບແລ້ວປື້ມ, ຕຳລາທີ່ກ່ຽວຂ້ອງກັບບຸນກະຖິນແມ່ນມີໜ້ອຍຫາອ່ານໄດ້ຍາກ ເຊິ່ງປື້ມບາງຫົວເອກະສານບາງສະບັບອ່ານແລ້ວມີຄວາມເຂົ້າໃຈຍາກ
ເນື້ອຫາບໍ່ລະອຽດ ບໍ່ອະທິບາຍຂະຫຍາຍຄວາມ ພິທີກຳຕ່າງໆຍັງສະ ຫຼັບສັບຊ້ອນຍາກແກ່ຜູ້ສຶກສາ ຕະຫຼອດຮອດຜູ້ປະຕິບັດ.
ຄຳວ່າ “ ບຸນກະຖິນ ”
ເປັນຄໍາທີ່ເຄີຍໄດ້ຍິນຢູ່ໃນສັງຄົມລາວຂອງພວກເຮົາ
ເຊິ່ງເປັນຊື່ຂອງປະເພນີບຸນທີ່ນິຍົມໃນໄລຍະເວລາ 1 ເດືອນ.
ໂດຍເລີ້ມຕົ້ນຫຼັງຈາກວັນອອກພັນສາ ຖືເປັນປະເພນີບຸນທີ່ສຳຄັນໃນຮີດ 12 ຂອງລາວ
ທີ່ສຳຄັນມາແຕ່ບູຮານ ແຕ່ຢ່າງໃດກໍ່ຕາມຊີວິດ ແລະ ສັງຄົມທີ່ມີການແຂ່ງຂັນໃນປະຈຸບັນ
ໄດ້ສົ່ງຜົນກະທົບມາເຖີງປະເພນີການທອດຖວາຍກະຖິນ ໃຫ້ກາຍມາເປັນປະ ເພນີທີ່ຮີບຮ້ອນ ແລະ
ເຮັດໃຫ້ເກີດຄວາມເຂົ້າໃຈທີ່ຄາດເຄື່ອນໄປຈາກຈຸດປະສົງທີ່ແທ້ຈິງຂອງປະເພ ນີດັ່ງກ່າວ ຫຼື
ອາດຈະເຮັດໃຫ້ບໍ່ໄດ້ບຸນຈາກການທອດກະຖິນເລີຍກໍ່ໄດ້
ແລ້ວພວກເຮົາຄວນເຮັດແນວໃດເພື່ອໃຫ້ໄດ້ບຸນຈາກການທອດກະຖິນ.
ໃນຄະນະຂຽນບົດຂອງພວກຂ້າພະເຈົ້າ ເຊິ່ງສະມາຊິກພາຍໃນກຸ່ມເປັນພຣະເປັນທັງນັກສຶກສາ ເມື່ອມີໂອກາດໄດ້ຂຽນບົດຈົບຊັ້ນຈິ່ງໄດ້ຍາດເອົາໂອກາດນີ້ເລືອກເອົາຮີດ 12 ໂດຍສະເພາະຮີດທີ 12 ຄືບຸນກະຖິນມາສັງລວມ ເພື່ອເປັນຄວາມຮູ້ເພີ້ມເຕີມແກ່ຜູ້ສຶກສາເປັນຕົ້ນແມ່ນ
ນັກສຶກສາ ແລະ ຜູ້ສົນໃຈໃຝ່ບຸນກຸສົນທັງຫຼາຍ.
1.1.2 ຄວາມສຳຄັນຂອງຫົວບົດ
ບຸນກະຖິນນີ້ເປັນບຸນປະເພນີໜຶ່ງທີ່ສະແດງເຖີງການສືບທອດ ແລະ ປົກປັກຮັກສາຮີດຄອງປະເພນີຂອງລາວ ໃຫ້ຢູ່ຄູ່ກັບຊາດ ແລະ ພຸດທະສາສະໜາສືບໄປ ທັງສະແດງເຖີງການປູກຄວາມສາໝານສາມັກຄີ, ຄວາມເອື້ອເຟື້ອເພື່ອແຜ່ແກ່ກັນ ສ້າງວົງສາຄະນາຍາດແຫ່ງຊາດ ໃຫ້ມີຄວາມຮັກແພງແຈກແບ່ງເຊິ່ງກັນແລະກັນແຕ່ເໜືອຮອດໃຕ້.
ດັ່ງນັ້ນ ຫົວບົດນີ້ເຫັນວ່າມີຄວາມສຳຄັນຕໍ່ການດຳລົງຊີວິດຂອງຄົນລາວ ເພາະຄົນລາວສ່ວນໃຫ່ຍແມ່ນນັບຖືພຸດທະສາສະໜາ ເມື່ອເຖີງເວລາກໍ່ເກີດສັດທາຢາກສ້າງກອງກະຖິນທອດຖວາຍແກ່ສັງຄະເຈົ້າ
ເພື່ອເສີມຂະຫຍາຍຄວາມຮູ້ຄວາມເຂົ້າໃຈ ເພື່ອບໍ່ໃຫ້ບຸກຄົນບໍ່ດີສວຍໂອກາດຊອກຫາຜົນປະໂຫຍດ
ແລະ ເພື່ອໃຫ້ບຸນກະຖິນເປັນໄປຕາມພຸດທະປະສົງ ຈິ່ງຢັ້ງຢືນໄດ້ເຖີງຄວາມສຳຄັນ
ແລະຈຳເປັນຢ່າງຍິ່ງ ທີ່ຈະຕ້ອງສັງລວມກ່ຽວກັບບຸນກະຖິນເພື່ອໃຫ້ແຜ່ຂະຫຍາຍໃນສັງຄົມລາວຊາວພຸດຂອງພວກເຮົາ.
2. ຈຸດປະສົງຂອງການສັງລວມ
-
ເພື່ອສັງລວມກ່ຽວກັບພິທີບຸນກະຖິນ
3. ຂອບເຂດຂອງການສັງລວມ
-
ໄດ້ສັງລວມກ່ຽວກັບພິທີບຸນກະຖິນ
4. ອະທິບາຍຄໍາສັບ
ສັງລວມ:
ແມ່ນການຮິບໂຮມເອົາຂໍ້ມູນກ່ຽວກັບບຸນກະຖິນທີ່ໄດ້ມາ ແລ້ວເອົາຈັດແຈງໃຫ້ເປັນລະບຽບ.
ປະເພນີ: ສິ່ງທີ່ດີງາມ,
ຄວາມງາມ, ຄວາມປານີດ, ຄວາມອ່ອນຊ້ອຍ, ສິ່ງທີ່ຄົນມັກ ແລະ ຮັກ, ການສືບທອດ, ການຫວງແຫນ.
ຮີດ: ແມ່ນຄຳທີ່ໄດ້ມາຈາກພາສາບາລີໃນຄຳວ່າ
ຈະຣິຕະ ເຊິ່ງມີຄວາມໝາຍວ່າ ຂະນົບທຳນຽມປະເພນີທີ່ເຄີຍປະພຶດປະຕິບັດກັນມາໃນຮອບ 1 ປີ.
ບຸນ: ວ່າດ້ວຍເຫດແມ່ນຄວາມດີ
ວ່າດ້ວຍຜົນແມ່ນຄວາມສຸກ ລວມຄວາມແລ້ວກໍ່ຄືຄວາມສຸກກາຍສະບາຍໃຈ.
ກະຖິນ: ແມ່ນຄຳມາຈາກພາສາບາລີແປວ່າໄມ້ສະດຶງ
ຫຼື ໄມ້ຂຶງ ຄືໄມ້ແບບໃຊ້ສຳລັບຂຶງຜ້າໃຫ້ຕຶງ ເພື່ອປະໂຫຍດໃນການຕັດຫຍິບ
ຮີດສິບສອງ:
ໝາຍເຖິງຂະນົບທຳນຽມປະເພນີທີ່ເຄີຍປະພຶດປະຕິບັດກັນມາແຕ່ລະໄລຍະຂອງບຸນໃນສິບສອງເດືອນ.
ສັງລວມກ່ຽວກັບບຸນກະຖິນ:
ໝາຍເຖິງການຮິບໂຮມເອົາຂໍ້ມູນຕ່າງໆ ທີ່ກ່ຽວກັບບຸນກະຖິນ ມາເຂົ້າກັນໃຫ້ຄົບຖ້ວນ ແລະ
ສົມບູນ.
ບຸນກະຖິນ: ໝາຍເຖິງການເຮັດຄວາມດີ
ດ້ວຍການຖວາຍຜ້າກະຖິນ ໃຫ້ແກ່ພຣະພິກຂຸສົງ.
ທອດກະຖິນ: ໝາຍເຖິງ ທອດ ຫຼື ວາງຜ້າລົງໄປແລ້ວກ່າວຄຳຖວາຍໃນຖ່າມກາງສົງ
ເມື່ຶອກ່າວຄຳຖວາຍຈົບແລ້ວ ພຣະສົງກໍ່ຮັບວ່າ ສາທຸ ພ້ອມກັນ
ເຈົ້າພາບຈະຕ້ອງນຳຜ້າກະຖິນໄປປົງໄວ້ຕໍ່ໜ້າພຣະສົງຊື່ໆ ບໍ່ຕ້ອງເຄນດ້ວຍມືອີກ
ດັ່ງນັ້ນກິຣິຍາທີ່ນຳຜ້າໄປວາງໄວ້ນັ້ນ ຈິ່ງນິຍົມເອີ້ນກັນສືບໆມາວ່າ ທອດກະຖິນ.
ຮັບກະຖິນ:
ຄືພິກຂຸຮ່ວມກັນຮັບຜ້າຈາກຜູ້ສະແດງເຈດຈຳນົງຖວາຍຜ້າແກ່ສົງ ເພື່ອໃຫ້ການກະຖິນ
ຮັບກະຖິນແລ້ວ:
ຄືພິກຂຸອະນຸໂມທະນາກຣານກະຖິນແລ້ວ
ກຣານກະຖິນ:
ໝາຍເຖິງສົງມອບຜ້າທີ່ໄດ້ມາໃຫ້ພິກຂຸຮູບໃດຮູບໜຶ່ງ
ທີ່ເຫັນສົມຄວນພິກຂຸຮູບນັ້ນຕ້ອງທຳກິດໃຫ້ສຳເລັດໃນມື້ນັ້ນ
ດ້ວຍການເອົາຜ້າທີ່ຈະຫຍິບເປັນຈີວອນຂຶງໃສ່ໄມ້ສະດຶງຫຍິບສຳເລັດແລ້ວພິກຂຸຮູບນັ້ນກໍ່ຮຽກວ່າ:
ຜູ້ກຣານ.
ຈາກນັ້ນທຳພິນທຸ ກັບປະ ອະທິດຖານ
ເປັນຈີວອນຄອງຜືນໃດຜືນໜຶ່ງໃນໄຕຣຈີວອນ ແລ້ວບອກແກ່ພິກຂຸສົງຜູ້ຍົກຜ້າໃຫ້
ເພື່ອອະນຸໂມທະນາ ແລະ ພິກຂຸນັ້ນອະນຸໂມທະນາແລ້ວ ຈິ່ງຮຽກວ່າ: ກຣານກະຖິນ.
5. ຜົນປະໂຫຍດຄາດວ່າຈະໄດ້ຮັບຈາກການສັງລວມ
-
ເພື່ອໃຫ້ຄະນະຜູ້ສັງລວມມີຄວາມຮູ້ເພີ່ມເຕີມ ແລະ
ສາມາດເຂົ້າໃຈໄດ້ຢ່າງຈະແຈ້ງຕໍ່ກັບບຸນກະຖິນ
-
ເພື່ອເປັນເອກະສານປະກອບຂໍ້ມູນ ເປັນບົດຮຽນ ໃຫ້ແກ່ຜູ້ຕ້ອງການສຶກສາຄົ້ນຄວ້າ
ຜູ້ປະຕິບັດກໍ່ຄືພຸດທະສາສະນິກະຊົນຄົນລາວທົ່ວໄປ ສາມາດນຳໄປໃຊ້ໄດ້ໃນການເຮັດ ບຸນກະຖິນ
ໃຫ້ຖືກຕາມຕັນຕິປະເພນີລາວທີ່ສືບທອດກັນມາ ຂອງປູ່ຍ່າຕາຍາຍແຕ່ຄັ້ງບູຮານນະການ ແລະ
ຕາມພຸດທະປະສົງ
-
ເພື່ອໃຫ້ໝູ່ເພື່ອນນັກສຶກສາ ແລະ ໃຫ້ຄົນລຸ້ນຕໍ່ໄປ
ສາມາດເຂົ້າເຖີງເນື້ອໃນໃຈຄວາມຂອງບຸນກະຖິນໄດ້ຢ່າງສະດວກງ່າຍດາຍ.
ບົດທີ 2
ເອກະສານ ແລະ ທິດສະດີທີ່ກ່ຽວຂ້ອງ
1. ຄວາມໝາຍ ແລະ ຄວາມສຳຄັນຂອງບຸນກະຖິນ
2. ສາເຫດທີ່ພາໃຫ້ມີບຸນກະຖິນ
3. ປະເພດຂອງບຸນກະຖິນ
1.1 ຄວາມໝາຍຂອງບຸນກະຖິນ
ຄໍາວ່າ “ ບຸນ ” ບຸນນັ້ນເປັນພຽງນາມມະທໍາບໍ່ມີຕົນບໍ່ມີຕົວ
ຖ້າວ່າໂດຍເຫດແມ່ນເປັນຊື່ຂອງຄວາມດີຖ້າວ່າໂດຍຜົນແມ່ນເປັນຊື່ຂອງຄວາມສຸກ ລວມຄວາມວ່າແມ່ນຄວາມດີກັບຄວາມສຸກນັ້ນເອງເປັນຕົວບຸນ
ບຸນນັ້ນເປັນທີ່ພໍໃຈຂອງຄົນທົ່ວໄປ ພໍແຕ່ໄດ້ຍິນສຽງວ່າບຸນກໍ່ຮູ້ສຶກມີຄວາມກະຕືລືລົົ້ນຖ້າວ່າຄົນເຮົາເຂົ້າໃຈໃນລັກສະນະຂອງບຸນ ແລະ ປະພຶດຕົນໃຫ້ຢູ່ໃນລັກສະນະຂອງບຸນນັ້ນ ແລ້ວກໍ່ໄດ້ຮັບຄວາມສຸກຄວາມຈະເລີນຢ່າງໃຫ່ຍຫລວງ. ບຸນນັ້ນຄືທໍາມະຊາດເປັນເຄື່ອງຟອກໃຈໃຫ້ສະອາດ ຈິດໃຈທີ່ຂຸ້ນມົວ
ຍ່ອມເສົ້າໝອງບໍ່ຜ່ອງໃສຄືກັນກັບແຜ່ນຜ້າທີ່ບໍ່ບໍລິສຸດ ຖືກຂີ້ຝຸ່ນຈັບຍ່ອມມົວໝອງບໍ່ຜ່ອງໃສ ເມື່ອເຮົາຊັກລ້າງ ແລ້ວຍ່ອມເປັນຜ້າບໍລິສຸດດັ່ງເດີມແນວໃດໃຈກໍ່ແນວນັ້ນ ທີ່ມາຂອງບຸນນັ້ນ ແມ່ນມີຫຼາຍທາງຫຼາຍຮູບຫຼາຍສີ ແຕ່ພຣະພຸດທະເຈົ້າຂອງພວກເຮົາເພີ່ນກ່າວໄວ້ມີ 3 ທາງຄື: ທານະໄມ (ບຸນສຳເລັດດ້ວຍການໃຫ້ທານ) ສີລະໄມ (ບຸນສຳເລັດດ້ວຍການຮັກສາສີນ) ແລະ ພາວະນາໄມ (ບຸນສຳເລັດດ້ວຍການຈະເລີນພາວະນາ).
ຄຳວ່າ “ ກະຖິນ ”
ຄໍານີ້ມາຈາກພາສາບາລີແປວ່າໄມ້ສະດຶງ ຫຼືກອບໄມ້ທີ່ໃຊ້ສໍາລັບຂຶງເຊິ່ງຜ້າໃຫ້ຕຶງ
ເພື່ອປະໂຫຍດໃນການຕັດຫິຍບ ໃນທາງພຣະພຸດທະສາສນາ ຄຳວ່າກະຖິນໃຊ້ໄດ້ 2 ຄວາມໝາຍຄື:
1. ເປັນຊື່ຜ້າ ແລະ ສັງຄະກຳ ຫຼື
ພິທີກຳຂອງສົງ
2. ເປັນຊື່ການເຮັດບຸນຂອງຊາວພຸດ
ໂດຍມີຜ້າເປັນສື່ກາງ
ມີຄຳອະທິບາຍເພື່ອຄວາມເຂົ້າໃຈເພີ່ມເຕີມດັ່ງນີ້:
ກໍລະນີທີໜຶ່ງ:
ກະຖິນເປັນຊື່ຜ້າທີ່ຖວາຍພຣະສົງໃຫ້ເປັນກະຖິນ ພາຍໃນກໍານົດການ 1 ເດືອນ ນັບແຕ່ແຮມ 1 ຄ່ຳ
ເດືອນ 11 ຈົນເຖີງມື້ຂຶ້ນ 15 ຄ່ຳ ເດືອນ 12 ຜ້າທີ່ຈະຖວາຍນັ້ນຈະເປັນຜ້າໃໝ່ ຜ້າທຽມໃໝ່
ຜ້າບັງສະກຸນ ຜ້າຂາຍຕາມຮ້ານຕະຫຼາດກໍ່ໄດ້ ຜູ້ຖວາຍຈະເປັນຄະລືຫັດ (ພໍ່ອອກ - ແມ່ອອກ)
ຫຼື ພຣະພິກຂຸສາມະເນນກໍ່ໄດ້ ຖວາຍໃຫ້ແກ່ພຣະສົງກໍ່ເປັນອັນໃຊ້ໄດ້
ຈາກນັ້ນພຣະສົງຈະທຳສັງຄະກຳ ຫຼື ພິທີທາງສົງມີການສູດປະກາດ ຂໍຮັບຄວາມເຫັນດີຈາກທີ່ປະຊຸມສົງ
ໃນການມອບຜ້າກະຖິນໃຫ້ແກ່ພິກຂຸຮູບໃດຮູບໜຶ່ງ
ແລະອະນຸໂມທະນາກະຖິນເປັນຂັ້ນຕອນສຸດພທ້າຍ.
ກໍລະນີທີສອງ:
ກະຖິນເປັນຊື່ຂອງບຸນກິຣິຍາ ຫຼື ການເຮັດບຸນດ້ວຍການຖວາຍຜ້າກະຖິນເປັນທານແກ່ພຣະສົງ
ຜູ້ຈຳພັນສາຢູ່ໃນວັດໃດວັດໜຶ່ງຄົບ 3 ເດືອນ ເພື່ອສົງເຄາະຜູ້ປະພຶດດີປະຕິບັດຊອບໃຫ້ມີຜ້ານຸ່ງ
ຫຼື ຜ້າຫົ່ມໃໝ່ ຈະໄດ້ຜັດຖ່າຍປ່ຽນຂອງເກົ່າທີ່ຂາດ ຫຼືຈະຂາດ.
ລວມຄວາມແລ້ວຄຳວ່າ “ ບຸນກະຖິນ ”
ກໍ່ໝາຍເຖີງການເຮັດຄວາມດີດ້ວຍການຖວາຍຜ້າກະຖິນແກ່ພຣະພິກຂຸສົງ.
1.2 ຄວາມສຳຄັນຂອງບຸນກະຖິນ
1. ຈໍາກັດປະເພດທານຄືຕ້ອງຖວາຍເປັນສັງຄະທານເທົ່ານັ້ນ
ຈະຖວາຍຈໍາເພາະເຈາະຈົງຄືກັບທານຢ່າງອື່ນບໍ່ໄດ້.
2.ຈໍາກັດເວລາຄືກະຖິນເປັນກາລະທານຢ່າງໜຶ່ງ
(ຕາມການອະນຸຍາດຂອງພຣະພຸດທະເຈົ້າ) ດັ່ງນັ້ນຈິ່ງຈຳກັດເວລາວ່າຕ້ອງຖວາຍພາຍໃນໄລຍະເວລາ 1
ເດືອນ ນັບແຕ່ວັນອອກພັນສາເປັນຕົ້ນໄປ.
3. ຈຳກັດວຽກຄືພິກຂຸຜູ້ທີ່ກຣານກະຖິນຕ້ອງຕັດ
ຫຍິບ ຍ້້ອມ ແລະ ຄອງໃຫ້ສຳເລັດພາຍໃນວັນທີ່ກຣານກະຖິນ
4.
ຈຳກັດຂອງທານຄືຜ້າທີ່ຖວາຍຕ້ອງຖືກຕ້ອງຕາມລັກສະນະທີ່ພຣະວິໄນກຳນົດໄວ້
5.
ຈຳກັດຜູ້ຮັບຄືພຣະພິກຂຸຜູ້ຮັບກະຖິນຕ້ອງເປັນຜູ້ທີ່ຈຳພັນສາໃນວັດນັ້ັນ ໂດຍບໍ່ຂາດພັນສາ
ແລະ ພຣະສົງຈຳນວນບໍ່ໜ້ອຍກ່ວາ 5 ຮູບ
6.
ຈຳກັດຄັ້ງຄືວັດໜຶ່ງໆຮັບກະຖິນໄດ້ພຽງ 1 ຄັ້ງໃນໜຶ່ງປີ
7.
ເປັນການອະນຸຍາດຂອງພຣະພຸດທະເຈົ້າ
ທານຢ່າງອື່ນທາຍົກຮ້ອງຂໍໃຫ້ພຣະສຳມາສຳພຸດທະເຈົ້າຊົງອະນຸຍາດ ເຊັ່ນມະຫາອຸບາສີກາວິສາຂາ
ຮ້ອງຂໍອະນຸຍາດຖວາຍຜ້າອາບນ້ຳຝົນ ແຕ່ຜ້າກະຖິນນີ້ພຣະພຸດທະອົງຊົງອະນຸຍາດເອງ
ເປັນພຣະປະສົງໂດຍກົງ.
2. ສາເຫດທີ່ພາໃຫ້ມີບຸນກະຖິນ
ໃນເວລານັ້ນພຣະພຸດທະເຈົ້າປະທັບຢູ່ວັດເຊຕະວັນມະຫາວິຫານ ກຸງສາວັດຖີ ພິກຂຸພັດທະວັກຄີ 30 ອົງຊາວເມືອງປາຖາ ຫລື ປາເຖຍຍະ ພຣະສົງເຫລົ່ານັ້ນລ້ວນແຕ່ຖືທຸດົງຄຸນຄື:
ຢູ່ປ່າທ່ຽວບິນທະບາດ ແລະ ຖືຜ້າບັງສະກຸນເປັນວັດ ພຣະສົງເຫລົ່ານັ້ນພາກັນເດີນທາງມາເພື່ອຈະຂໍເຂົ້າເຝົ້າພຣະພຸດທະເຈົ້າ ພໍເດີນທາງມາເຖິງເມືອງສາເກດກໍ່ຄໍ່າມືດພໍດີ ແລະ ວັນນັ້ນກໍ່ເປັນວັນເຂົ້າພັນສາຈະເດີນທາງອີກຕໍ່ໄປກໍ່ເຫັນວ່າຈະບໍ່ທັນເຂົ້າພັນສາ ໄລຍະທາງຈາກເມືອງສະເກດໄປຍັງກຸງສາວັດຖີປະມານ 6 ໂຍດ (ໜຶ່ງໂຍດເທົ່າກັບ 16 ກິໂລແມັດ) ພຣະສົງເຫລົ່ານັ້ນກໍ່ພາກັນ ຈໍາພັນສາຢູ່ເມືອງສາເກດດ້ວຍຄວາມຈໍາເປັນ
ເມື່ອອອກພັນສາແລ້ວກໍ່ຟ້າວເດີນທາງຕໍ່ໄປ ເພື່ອເຂົ້າເຝົ້າພຣະພຸດທະເຈົ້າ ໃນຂະນະນັ້ນຝົນກໍ່ຍັງຕົກຢູ່ບໍ່ຂາດເທື່ອ ເຮັດໃຫ້ການເດີນທາງລໍາບາກເພາະຫົນທາງເປິເປື້ອນເຕັມໄປດ້ວຍນໍ້າ ແລະ ຂີ້ຕົມຜ້າສະບົງຈີວອນ ແລະ ເຄື່ອງບໍລິຂານຂອງພຣະສົງເຫລົ່ານັ້ນກໍ່ເປີເປື້ອນ ແລະ ປຽກຊຸ່ມໄປດ້ວຍນໍ້າ ແລະ ຂີ້ຕົມ
ເມື່ອໄປເຖິງທີ່ປະທັບແລ້ວກໍ່ພາກັນເຂົ້າເຝົ້ານະມັດສະການພຣະພຸດທະເຈົ້າ
ພຣະອົງຊົງເຫັນຄວາມລໍາບາກການເດີນທາງຂອງພຣະສົງເຫລົ່ານັ້ນຈິ່ງຊົງບັນຍັດພຣະວິໄນຂຶ້ນວ່າ ເມື່ອພຣະສົງອອກພັນສາປະວາລະນາແລ້ວໃຫ້ລໍຢູ່ອີກເດືອນໜຶ່ງຢ່າຟ້າວໄປໃສ ເພື່ອໃຫ້ຟ້າຝົນຊົນລະທາຂາດກ່ອນ ພ້ອມດຽວກັນນັ້ນ ກໍ່ໄດ້ປະທານພຸດທານຸຍາດໃຫ້ພຣະສົງໄດ້ກຣານກະຖິນ ( ຮັບກະຖິນ
) ເມື່ອນາງວິສາຂາມະຫາອຸປາສິກາໄດ້ຊາບວ່າ ພຣະພຸດທະເຈົ້າຊົງອະນຸຍາດໃຫ້ພຣະສົງສາວົກຄອງກະຖິນໄດ້ແລ້ວ ຈິ່ງໄດ້ນໍາຜ້າກະຖິນໄປທອດຖວາຍໃຫ້ແກ່ພຣະສົງເຊິ່ງມີພຣະພຸດທະເຈົ້າເປັນປະທານ ນີ້ຄືປະຖົມມະເລິກຂອງການຖວາຍຜ້າກະຖິນຈາກນັ້ນມາພຸດທະບໍລິສັດທັງຫລາຍຈິ່ງໄດ້ພາກັນປະຕິບັດສືບທອດກັນມາຈົນກະທັ້ງມາເຖີງປະຈຸບັນນີ້.
3. ປະເພດຂອງບຸນກະຖິນ
ເດືອນ 12 ເປັນໄລຍະເວລາເຮັດບຸນກະຖິນ
ຄົນລາວທີ່ເຊື່ອຖືພຸດທະສາສະໜາ
ໄດ້ມີສັດທາຮ່ວມກັນເຮັດບຸນກະຖິນຕັ້ງແຕ່ມີພຣະພຸດສາສະໜາຢູ່ໃນແຜ່ນດິນລາວ
ບຸນກະຖິນໃນທາງພຣະພຸດທະສາສະໜາມີ 2 ປະເພດຄື:
1.
ຈຸລະກະຖິນ
2.
ມະຫາກະຖິນ
F ຈຸລະກະຖິນ:
ຄືຄໍາທີ່ເວົ້າວ່າການທອດກະຖິນທີ່ຕ້ອງເຮັດດ້ວຍຄວາມຮີບດ່ວນ ຫຼື ເອີ້ນວ່າກະຖິນແລ່ນ
ໂດຍຕ້ອງອາໃສຄວາມສາມັກຄີຂອງຜູ້ມີສັດທາຈຳນວນຫຼາຍ
ເພື່ອຜະລິດຜ້າໄຕຣຈີວອນໃຫ້ສຳເລັດດ້ວຍມືພາຍໃນມື້ດຽວ ກ່າວຄືເລີ່ມຕັ້ງແຕ່ເກັບຝ້າຍ
ຕັດຫຍິບ ຍ້ອມ ແລະຖວາຍໃຫ້ແກ່ພຣະສົງກຣານກະຖິນໃຫ້ສຳເລັດພາຍໃນເວລາເຊົ້າມື້ໜຶ່ງ
ໄປເຖິງຕອນເຊົ້າຂອງອີກມື້ໜຶ່ງດັ່ງ ນັ້ນບູຮານຈິ່ງນັບຖືກັນວ່າ
ການເຮັດຈຸລະກະຖິນໄດ້ອະນິສົງຫຼາຍ ເພາະຕ້ອງໃຊ້ຄວາມອົດທົນພະຍາຍາມຫຼາຍກວ່າມະຫາກະຖິນ
ພາຍໃນໄລຍະເວລາອັນຈຳກັດ ໂດຍຈຸລະກະຖິນນີ້ປັດຈຸບັນມັກຈັດເປັນງານໃຫ່ຍ
ມີຜູ້ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
ປະເພນີການທອດຈຸລະກະຖິນນີ້
ມີປະກົດແຕ່ຢູ່ໃນປະເທດລາວ ແລະປະເທດໄທເທົ່ານັ້ນ ບໍ່ປະກົດປະເພນີການທອດກະຖິນຊະນິດນີ້
ໃນປະເທດທີ່ນັບຖືພຸດທະສາສະໜານິກາຍເຖຣະວາດຊາດ ອື່ນໆ
ປະຈຸບັນພຸດທະສາສະນິກາຊົນຄົນລາວເຮົາບໍ່ຄ່ອຍນິຍົມເຮັດກັນແລ້ວ
(ຈຸລະກະຖິນບໍ່ແມ່ນສັບທີ່ປະກົດໃນພຣະວິໃນປີດົກ).
F ມະຫາກະຖິນ:
ໝາຍຄວາມເຖິງການທອດກະຖິນທີ່ມີບໍຣິວານກະຖິນຫຼາຍ ບໍ່ຕ້ອງເຮັດດ່ວນຄືກັບຈຸລະກະຖິນ
ມະຫາກະຖິນຄືກະຖິນໃຫ່ຍທີ່ມີການລວບລວມຈະຕຸປັດໃຈ ໄຊຍະທຳ ແລະ ສິ່ງຂອງຕ່າງໆ
ເພື່ອນຳໄປປະກອບໃນງານກະຖິນທອດຖວາຍແກ່ສົງ ໂດຍໄລຍະເວລາກະກຽມຍາວນານ ເຊິ່ງມີທັງເຈົ້າພາບພຽງຄົນດຽວ
ຫຼືເຈົ້າຫຼາຍຄົນກໍ່ໄດ້ ເພື່ອນຳໄປບຳລຸງພຣະພຸດທະສາສະໜາສືບຕໍ່ໄປ (
ມະຫາກະຖິນບໍ່ມີສັບທີ່ປະກົດໃນພຣະວິໃນປີດົກ ).
ກະຖິນທັງ 2 ຢ່າງນີ້ ຢ່າງທີໜຶ່ງເວລານີ້ບໍ່ຄອຍຈະມີຄົນເຮັດກັນເພາະເຮັດຍາກ
ແລະ ມີເວລານ້ອຍເກີນໄປ ການເຮັດບຸນກະຖິນນີ້
ໃນປະຊາຊົນຄົນລາວເຮົາໂດຍສ່ວນຫລາຍມັກຈະເຮັດແຕ່ມະຫາກະຖິນເພາະເປັນກະຖິນໃຫຍ່
ເປັນງານໃຫຍ່ແລະ ໄດ້ມີເວລາກະກຽມວັດຖຸສິ່ງຂອງຫລາຍມື້ ກັບທັງສະດວກສະບາຍທັງທາຍົກຜູ້ໃຫ້ ແລະ
ປະຕິຄາຫົກຜູ້ຮັບ.
ຍັງມີກະຖິນອີກ
4 ປະເພດທີ່ປະກົດຢູ່ໃນສັງຄົມລາວຂອງພວກເຮົາກ່າວຄື:
1. ກະຖິນບູດ ໝາຍເຖິງເອົາສິ່ງທີ່ມືນເມົາ ມີເຫຼົ້າ, ເບຍເປັນຕົ້ນ
ມາກິນໃນງານບຸນກະຖິນ
2. ກະຖິນເນົ່າ ໝາຍເຖິງມີການຂ້າສັດຕັດຊີວິດມາກິນໃນງານບຸນກະຖິນ
3. ກະຖິນເສົ້າໝອງ ໝາຍຄວາມວ່າເວລາເຮັດບຸນກະຖິນມີການຜິດຖຽງ
ປ້ອຍດ່າກັນ
4. ກະຖິນບໍລິສຸດໝາຍຄວາມວ່າໃນເວລາເຮັດບຸນກະຖິນນັ້ນ
ບໍ່ກິນສິ່ງມືນເມົາ, ບໍ່ຂ້າສັດແລະ ບໍ່ຜິດຖຽງກັນ.
ຄຳອະທິບາຍປະກອບດ້ວຍເລື່ອງອາດີດຕະການນິທານຂອງບຸນກະຖິນເພິ່ນກ່າວໄວ້ວ່າດັ່ງນີ້:
ໃນກາລະເມື່ອກ່ອນ, ມີເສດຖີຜູ້ໜຶ່ງມີຊັບເຖິງ 80 ໂກດ
ເຖິງການທອດກະຖິນເສດຖີຈັດແຈງແຕ່ງເຄື່ອງກອງກະຖິນເປັນການໃຫຍ່,
ເຊີນບັນດາມິດທັງຫລາຍມາຮ່ວມງານ ທ່ານເສດຖີລ້ຽງເຫລົ້າລ້ຽງສຸລາຢາເມົາຈົນຍົກຫົວບໍ່ຂື້ນ
ຄັນເຖິງມື້ທອດກະຖິນກໍ່ແຫ່ກອງກະຖິນເຂົ້າໄປວັດ
ທຳພິທີຈະຖວາຍ, ຈິ່ງໄດ້ປ່າວສັກເຄເທວະດາມາຮ່ວມໂມທະນານຳ ດັ່ງນັ້ນ ເທວະດາອົງໜຶ່ງຈິ່ງມາໂມທະ
ນາກະຖິນນຳທ່ານມະຫາເສດຖີ ພໍໃກ້ຈະເຖິງວັດບ້ານທີ່ມີມະຫາເສດຖີຖວາຍກອງກະຖິນ ເທວະດາອົງນັ້ນກໍ່ແວ່ເຂົ້າໄປຕົ້ນໄຮໃຫຍ່ແຫ່ງໜຶ່ງເຊິ່ງມີເທບພະບຸດສະຖິດຢູ່ທີ່ນັ້ນ,
ເທບພະບຸດອົງນັ້ນຈິ່ງມາຊວນວ່າໄປອະນຸໂມທະນາມະຫາກະຖິນນຳກັນດ້ວຍເຖີດ,
ເທວະດາອົງທີ່ສະຖິດຢູ່ຕົ້ນໄຮນັ້ນບອກວ່າ ເຊີນທ່ານໄປເຖີດຄັນກັບມາເຊີນມາແວ່ດ້ວຍ
ເພື່ອພຶດຕິກຳຂອງທ່ານມະຫານເສດຖີໃຫ້ຟັງແດ່ ໃນຂະ ນະນັ້ນມີບູລຸດຜູ້ໜຶ່ງນັ່ງຢູ່ໃຕ້ຮົ່ມໄຮ ໄດ້ຍິນສຽງເທບພະບຸດເວົ້າກັນນຶກປະລາດໃຈວ່າ:
ກະຖິນຂອງມະຫາເສດຖີຈະເປັນຢ່າງໃດ ຈະເປັນເຮົາຕ້ອງລໍຟັງເທວະດາເວົ້າກ່ອນ
ວ່າແລ້ວເທວະດາອົງນັ້ນກໍ່ໄປອະນຸໂມທະນາກະຖີ ສຳເລັດແລ້ວກໍ່ມາສູ່ຕົ້ນໄຮ
ເທວະດາທີ່ຢູ່ຕົ້ນໄຮກໍ່ຖາມວ່າເປັນແນວໃດທີ່ທ່ານໄປອະນຸໂມທະນາກະຖິນມະຫາເສດຖີ
ເທວະດາອົງທີ່ໄປກໍ່ເລົ່າໃຫ້ຟັງວ່າ ວັດຖຸທານທີ່ຖວາຍນັ້ນ
ລ້ວນແລ້ວແຕ່ເປັນຂອງດີໆງາມໆທັງນັ້ນ ແຕ່ເສຍຢູ່ວ່າເປັນກະຖິນບູດ
ເທວະດາທີ່ຢູ່ຕົ້ນໄຮນັ້ນຖາມວ່າ
ເປັນຫຍັງຈິ່ງເປັນກະຖິນບູດ ເທວະດາອົງນັ້ນຈິ່ງຕອບວ່າ
ທ່ານມະຫາເສດຖີສ້າງກອງກະຖິນເອົາແຕ່ເຫລົ້າເປັນປະທານບັນດາຍາດມິດໄປໃນງານທ່ານເສດຖີລ້ຽງເຫລົ້າລ້ຽງສຸຣາເປັນການໃຫຍ່ຈິ່ງຈັດເປັນກະຖິນບູດ
ສ່ວນບູລຸດຜູ້ລໍຖ້າຟັງ ເທວະດາອົງເວົ້າກັນເມື່ອໄດ້ຟັງຄຳເວົ້າຂອງເທວະດາທັງສອງ
ຈິ່ງນຳເອົາເນື້ອຄວາມນັ້ນມາເລົ່າໃຫ້ທ່ານເສດຖີຟັງ
ເມື່ອທ່ານເສດຖີໄດ້ຟັງເລື່ອງ ເທວະດາເວົ້າວ່າ
ກະຖິນຂອງຕົນເປັນກະຖິນບູດກໍ່ເສຍໃຈ, ຈິ່ງສ້າງກະຖິນຂື້ນອິກກອງໜຶ່ງ ຈິ່ງສັ່ງບູລຸດຜູ້
ນັ້ນວ່າໃຫ້ເຈົ້າໄປຄອຍຟັງເທວະດາເວົ້າກັນຢູ່ຕົ້ນໄຮ
ເທວະດາເວົ້າກັນຢ່າງໃດຈົ່ງກັບມາເລົ່າໃຫ້ເຮົາຟັງແດ່ຈະໃຫ້ລາງວັນຢ່າງງາມ
ທ່ານເສດຖີກໍ່ຈັດແຈງສະມະນະບໍລິຂານພ້ອມໄປດ້ວຍບໍລິວານຈໍານວນຫລວງຫລາຍ
ໃນຂະນະທີ່ເລີ່ມເຮັດກອງກະຖິນກອງທີສອງນີ້ ທ່ານມະຫາເສດຖີທຳປານາຕິ ບາດ ຂ້າງົວ, ຄວາຍ,
ໝູ, ເປັດ, ໄກ່ ແລະ ປາ, ລ້ຽງຄົນໃນງານເປັນການໃຫຍ່
ບັນດາຄົນທີ່ມາໃນງານກະຖິນອີ່ມໜຳສຳລານໄປດ້ວຍເນື້ອສັດ ແລະ ປາທັງນັ້ນ
ຄັນແຕ່ງເຄື່ອງສະມະນະບໍລິຂານ ແລະ ເຄື່ອງບໍລິວານສຳເລັດແລ້ວ
ກໍ່ແຫ່ກະຖິນອອກໄປສູ່ວັດເລີ່ມຈະທອດໄຫວ້ພຣະຮັບສິນ ຊຸມ
ນຸມເທວະດາດັ່ງທີ່ເຄີຍທຳມາ ຂະນະນັ້ນເທວະດາອົງທີ່ເຄີຍມາອະນຸໂມທະນາກໍ່ເລື່ອນລອຍມາສູ່ຕົ້ນໄຮ
ຊັກຊວນເທວະດາທີ່ຢູ່ຕົ້ນໄຮໃຫ້ມາເປັນເພື່ອນ ແຕ່ເທວະດາອົງນັ້ນບໍ່ມາກ່າວວ່າ
ເຊີນທ່ານໄປເຖີດ ແລ້ວກັບມາເລົ່າໃຫ້ຟັງແດ່ ເພື່ອໄດ້ອະນຸໂມທະນາ
ເທວະດານັ້ນກໍ່ໄປສູ່ທີ່ທອດກະຖິນ ເພື່ອອະນຸໂມທະນາ ເຫັນອາກັບປະຕິກິຮິຍາຂອງທ່ານເສດຖີ
ໜັກໄປໃນທາງປານາຕິບາດຫລາຍ ຄັນອະນຸໂມທະນາສຳເລັດແລ້ວ ກໍ່ກັບມາສູ່ຕົ້ນໄຮ
ເລົ່າໃຫ້ເທວະດາຕົ້ນໄຮຟັງ ທ່ານເສດຖີສ້າງກະຖິນເທື່ອນີ້ ເຄື່ອງໄທຍະທານບໍລິຂານຫລາກຫລາຍ
ແຕ່ເປັນກະຖິນເນົ່າ, ເນື່ອງຈາກວ່າທ່ານເສດຖີ ຂ້າສັດຕັດຊີວິດມີງົວຄວາຍເປັນຕົ້ນ
ມາລ້ຽງຍາດພີ່ນ້ອງ ແລະ ຍາດມິດ ຈິ່ງຈັດວ່າເປັນກະຖິນເນົ່າ
ເມື່ອບູລຸດນັ້ນໄດ້ຍິນເທວະດານັ່ງສົນທະນາກັນກໍ່ຈຳເລື່ອງລາວໄດ້ແລ້ວນຳມາເລົ່າໃຫ້ເສດຖີຟັງ
ເມື່ອເສດຖີໄດ້ຟັງເລື່ອງລາວທີ່ເທວະດາຕິຕຽນເຊັ່ນນັ້ນ
ເກີດຄວາມເສຍໃຈຫລາຍ.ສ້າງກະຖິນຂື້ນອິກກອງທີ່ສາມ
ບັດນີ້ເຫລົ້າບໍ່ໃຫ້ມີ,
ການຂ້າສັດຕັດຊີວິດບໍ່ມີເປັນອັນຂາດຈິ່ງບອກຂ່າວປ່າວຮ້ອງໃຫ້ຍາດມິດມາຊ່ວຍກັນການໃຫຍ່
ເພາະເວລາທອດກະຖິນຈະໝົດເຂດແລ້ວ ຕ່າງຄົນກໍ່ທຳໜ້າທີ່ຂອງຕົນຢ່າງເຕັມທີ່
ທ່ານເສດຖີຢ້ານວ່າຈະບໍ່ທັນເວລາຈິ່ງຮີບເລັ່ງບອກຄົນໃຊ້ໃຫ້ເຮັດໄວໆ
ບາງເທື່ອເຮັດບໍ່ຖືກບໍ່ທັນໃຈກໍ່ດ່າ ຂູ່ເຂັນກຳມະກອນ ຕໍ່ມາຄົນໃຊ້ເຮັດມີດພ້າເສຍ
ເສດຖີກໍ່ຮ້າຍດ່າຄົນໃຊ້ກຳມະ ກອນ ຄັນສຳເລັດແລ້ວກໍ່ນຳກະຖິນອອກໄປສູ່ອາຣາມ
ມາເຖິງແລ້ວນະມັດສະການພຣະຣັດຕະນະໄຕຣສະມາທານສິນແລ້ວຊຸມນຸມເທວະດາ ເລີ່ມຖວາຍກະຖິນຕໍ່ໄປ
ເທວະດາທີ່ເຄີຍມາອະນຸໂມທະນາກໍ່ມາສູ່ຕົ້ນໄຮຕາມເດີມ
ຊວນເທວະດາຜູ້ຮັກສາຕົ້ນໄຮໃຫ້ໄປດ້ວຍກັນແຕ່ຂັດຂ້ອງ
ບອກວ່າເຊີນທ່ານໄປເຖີງແລ້ວກັບມາເລົ່າໃຫ້ຟັງດ້ວຍ
ເທວະດາອົງນັ້ນກໍ່ໄປສູ່ສະຖານທີ່ຖວາຍກະຖິນ ອະນຸໂມທະນາສຳແລ້ວ
ກັບມາເລົ່າໃຫ້ເທວະດາຕົ້ນໄຮຟັງວ່າ ກະຖິນຂອງທ່ານເສດຖີຄັ້ງທີສາມນີ້
ເຮັດກັນເປັນການໃຫຍ່ ຍາກທີ່ຜູ້ອື່ນຈະເຮັດໄດ້ ແຕ່ເປັນກະຖິນເສົ້າໝອງ
ເພາະເຫດວ່າທ່ານເສດຖີເລີ່ມເຮັດກະ ຖິນກອງທີ່ສາມນີ້ ຈິດໃຈປະກອບໄປດ້ວຍຄວາມໂກດດ່າທາດໃຊ້ກຳມະກອນ
ຕະຫລອດເຖິງລູກເມຍ ຈິ່ງຈະເປັນກະຖິນເສົ້າໝອງ
ເມື່ອບູລຸດໄປຄອຍຟັງເທວະດາສົນທະນາກັນໄດ້ຟັງເຊັ່ນນັ້ນແລ້ວ
ກໍ່ນຳມາເລົ່າໃຫ້ທ່ານເສດຖີຟັງຕາມເຄີຍເສດຖີໄດ້ຟັງເທວະດາຕິຕຽນກໍ່ເສຍໃຈຫລາຍ.ເລີ່ມສ້າງກະຖິນກອງທີສີ່
ແລະ ສັ່ງໃຫ້ບູລຸດນັ້ນໄປຄອຍຟັງເທວະດາສົນທະນາກັນທີ່ຕົ້ນໄຮອີກ
ກະຖິນກອງນີ້ເຫລົ້າບໍ່ໃຫ້ມີ, ບໍ່ຂ້າສັດຕັດຊີວິດ, ບໍ່ໂກດ, ບໍ່ຄຽດ, ບໍ່ຮ້າຍ, ບໍ່ດ່າ
ທຳຈິດໃຈໃຫ້ບໍລິສຸດສະອາດ
ເລີ່ມຈັດແຈງແຕ່ງເຄື່ອງອັດຖະບໍລິຂານບໍລິວານສຳເລັດແລ້ວນຳອອກໄປວັດ
ນະມັດສະການພຣະຣັດຕະນະໄຕຣຊຸມນຸມເທວະດາ
ເທວະດາອົງນັ້ນກໍ່ມາອະນຸໂມທະນາຕາມເຄີຍກ່ອນເຖິງສະຖານທີ່ທອດກະຖິນກໍ່ແວ່ເຂົ້າໄປຍັງຕົ້ນໄຮໃຫຍ່ຊວນໃຫ້ເທວະດາຕົ້ນໄຮມາເປັນເພື່ອອະນຸໂມທະນາດ້ວຍ
ແຕ່ເທວະດາຕົ້ນໄຮບໍ່ໄປຕາມຄຳຊວນ
ແຕ່ສັ່ງວ່າເຊີນໄປເຖີດຄັນກັບມາແລ້ວຈົ່ງມາເລົ່າພຶດຕິກຳແຫ່ງກະ ຖິນຂອງເສດຖີໃຫ້ຟັງດ້ວຍ
ເທວະດາອົງນັ້ນໄປສູ່ສະຖານທີ່ ຖວາຍກະຖິນຂອງທ່ານເສດຖີ ແລະ ອະນຸໂມທະນາແລ້ວຈິ່ງກັບມາສູ່ຕົ້ນໄຮເລົ່າພຶດຕິກຳໃຫ້ເທວະດາຕົ້ນໄຮຟັງວ່າ
ກະຖິນຂອງທ່ານເສດຖີກອງທີສີ່ນີ້ ບໍລິສຸດ, ບໍລິບູນດີເຫລົ້າກໍ່ບໍ່ກິນ,ສັດກໍ່ບໍ່ຂ້າ,
ໃຈຂອງທ່ານເສດຖີກໍ່ດີຫລາຍບໍ່ຮ້າຍ, ບໍ່ດ່າຈິ່ງຈັດເປັນກະຖິນບໍລິສຸດ ເມື່ອບູລຸດຜູ້ນັ້ນໄດ້ຟັງເທວະດາສັນລະເສີນກະຖິນຂອງທ່ານເສດຖີຢ່າງນັ້ນ ກໍ່ຮີບມາລາຍງານໃຫ້ທ່ານເສດຖີຟັງແຕ່ຕົ້ນຈົນອາວະສານ
ເສດຖີໄດ້ຟັງແລ້ວກໍ່ປື້ມປິຕິຍິນ
ດີເປັນຢ່າງຍິ່ງ.
ນິທານເລື່ອງ: ນີ້ສອນໃຫ້ຮູ້ວ່າ
ຜູ້ທີ່ມີຈິດສັດທາຈະສ້າງກອງກະຖິນ ຄວນລະວັງ ຕ້ອງພິຈາລະນາຕຶກຕອງໃຫ້ຮອບຄອບ
ໃຫ້ຫລີກເວັ້ນກະຖິນ ສາມຢ່າງນີ້ຄື: ກະຖິນບູດ, ກະຖິນເນົ່າ, ກະຖິນເສົ້າໝອງ ເພາະເປັນກະຖິນເຈືອປົນໄປດ້ວຍກິເລດ.
ຄວນຖືເອົາກະຖິນປະເພດທີສີ່ ເພາະເປັນກະຖິນບໍລິສຸດບໍ່ຮ້າຍບໍ່ດ່າ, ບໍ່ຂ້າສັດຕັດຊີວິດ,
ປອດສຸຣາປອດຢາເສບຕິດ ແລະປະຢັດ, ຖ້າສ້າງກະຖິນເອົາເຫລົ້າເປັນປະທານເປັນກະຖິນບາບແລ.
ບົດທີ 3
ວິທີດຳເນີນການສັງລວມ
1. ຂັ້ນຕອນດຳເນີນການສັງລວມ
ຄະນະຜູ້ສັງລວມໄດ້ພາກັນຊອກຂໍ້ມູນໂດຍການຄົ້ນຄ້ວາປື້ມຢູ່ຫໍສະໝຸດຄະນະສຶກສາສາດ,
ຫໍສະໝຸດວິທະຍາໄລສົງອົງຕື້, ຕຳລາ, ເອກະສານ ຈາກຄູບາອາຈາາຣຍ໌
ແລ້ວນຳເອົາເນື້ອໃນທີ່ກ່ຽວຂ້ອງກັບບຸນກະຖິນມາສັງລວມ
ໂດຍໄດ້ຮັບຄຳແນະນຳຈາກອາຈານທີ່ປຶກສາ ແລະ ອາຈານ ທີ່ສິດສອນບາງທ່ານ.
2. ການເກັບກຳຂໍ້ມູນ
- ເບື້ອງຕົ້ນແມ່ນທາງຄະນະຜູ້ສັງລວມໄດ້ປຶກສາຫາລືພາຍໃນກຸ່ມເພື່ອກຳນົດຫົວຂໍ້
- ນໍາເອົາຫົວຂໍ້ໄປຜ່ານອາຈານທີ່ປຶກສາ ແລະ
ອາຈານກໍ່ໄດ້ຕົກລົງໃຫ້ສັງລວມຫົວຂໍ້ທີ່ວ່າ: ສັງລວມກ່ຽວກັບພິທີບຸນກະຖິນ
- ເກັບກຳຂໍ້ມູນ
ໂດຍການສັງລວມເອົາບັນດາຂໍ້ມູນຈາກແຫຼ່ງຕ່າງໆເຊັ່ນ: ພຣະວິໃນປີດົກ,
ວິນັຍພາກ3, ຮີດ12, ສາສະນະພິທີ ແລະ ສັງຄະກຳ, ພຸດທະວິນິດໃສ
ພິກຂຸຈຳພັນສາຮູບດຽວຮັບກະຖິນໄດ້?, ຖືພຣະພຸດທະສາສະໜາງົມງວາຍແທ້ບໍ?,
ບົດເທສະນາວ່າດ້ວຍອະນິສົງ 108 ກັນ ແລະ ເອກະສານທີ່ກ່ຽວຂ້ອງຕ່າງໆ.
- ຈັດລຽງເນື້ອໃນໃຫ້ຖືກຕ້ອງ ແລະ
ສອດຄ່ອງກັບພິທີກໍາຂອງບຸນກະຖິນແທ້ຈິງ
-
ສະຫຼຸບຂໍ້ມູນດ້ວຍການນໍາໃຊ້ວິທີສໍາຫຼວດເອກະສານ
ທີ່ຮິບໂຮມມາໄດ້ເພື່ອເຮັດໃຫ້ຜູ້ອ່ານເຂົ້າໃຈງ່າຍ ແລະ ເຂົ້າເຖີງຈຸດສຳຄັນຂອງບົດ.
ບົດທີ 4
ຜົນຂອງການຄົ້ນຄວ້າ
1.
ຄຸນສົມບັດຂອງຜູ້ຖວາຍຜ້າກະຖິນ
ບຸກຄົນໃດບຸກຄົນໜຶ່ງບໍ່ວ່າຈະເປັນມະນຸດ ຫຼື
ເທວະດາ ບໍ່ວ່າຈະເປັນເພື່ອນສະຫະທຳມິກທັງ 5 ຄື:ພິກຂຸ, ພິກຂຸນີ, ນາງສິກຂະມານະ,
ສາມະເນນ ຫຼືສາມະເນນຣີ ຄົນໃດຄົນໜຶ່ງສະແດງຄວາມຈຳນົງຈະເປັນຜູ້ຖວາຍກໍ່ໄດ້ທັງນັ້ນ
ຖ້າຜູ້ຖວາຍບໍ່ຮູ້ທຳນຽມຈິ່ງຮຽນຖາມ
ພິກຂຸເພິ່ງບອກເຂົາວ່າຄວນຖວາຍຜ້າຂະໜາດພໍເຮັດເປັນໄຕຣຈີວອນຜືນໃດຜືນໜຶ່ງ
ຖ້າເຂົາກຳນົດເວລາຈະຖວາຍໃນເວລາກາງ ເວັນເພິ່ງບອກເຂົາວ່າຄວນຖວາຍເຂັມເທົ່ານີ້ເຫຼັ້ມ
ດ້າຍເທົ່ານີ້ ນໍ້າຍ້ອມຜ້າເທົ່ານີ້ (
ທ່ານອະທິບາຍກໍລະນີບໍ່ໄດ້ຖວາຍຈີວອນສຳເລັດຮູບຢ່າງປະຈຸບັນ )
ເພື່ອຈະເຮັດຜ້ານັ້ນໃຫ້ເປັນຈີວອນຜືນໃດຜືນໜຶ່ງໃນບັນດາສາມຜືນ
ເຊິ່ງບອກຂັ້ນຕອນເຮັດຈີວອນເຊິ່ງພິກຂຸທັງຫຼາຍຕ້ອງຊ່ວຍກັນເຮັດ ເຊິ່ງຄວນຈະຈັດຖວາຍຍາຄຸ
ແລະ
ພັດຕະຫານແກ່ພິກຂຸດ້ວຍຝ່າຍພິກຂຸຜູ້ການກະຖິນຜ້າທີ່ໄດ້ມາຢ່າງຖືກຕ້ອງຕົກລົງຕາມພຣະພຸດທະນຸຍາດ
ເຊັ່ນບໍ່ໄດ້ອອກປາກຂໍ ເປັນຕົ້ນເຊິ່ງການກະຖິນໃຫ້ສຳເລັດພາຍໃນມື້ດຽວ
ກໍລະນີຜູ້ຈະນຳຜ້າກະຖິນມາຖວາຍອີກ ແລະ ມີຜ້າບໍລິວານກະຖິນຫຼາຍກ່ວາຄົນທຳອິດ ເຊິ່ງຊີ້ແຈ້ງໃຫ້ຄົນທຳອິດເຂົ້າໃຈຍິນຍອມ
ຖ້າເຂົາຍິນຍອມແລ້ວກໍ່ເຊິ່ງການກະຖິນດ້ວຍຜ້າຂອງຄົນສຸດທ້າຍ ຄື
ໃຫ້ທັງສອງຝ່າຍເຂົ້າໃຈເຖິງລາບ ຄື ຈີວອນທີ່ພິກຂຸທັງຫຼາຍຈຳເປັນຕ້ອງໃຊ້ ຕ້ອງປ່ຽນ
ຖ້າຝ່າຍໃດຝ່າຍໜຶ່ງບໍ່ເຂົ້າໃຈ ບໍ່ຍອມແລ້ວຈະບໍ່ຖວາຍ
ເຊິ່ງເຮັດໃຫ້ພິກຂຸສ່ວນລວມເສຍລາບທີ່ເຊິ່ງໄດ້ໄປ ທັງຜູ້ຈັດຖວາຍກໍ່ເຊື່ອມສັດທາ
ເຫຼົ່ານີ້ຄືສີ່ງທີ່ພິກຂຸຈະຕ້ອງອະທິບາຍໃຫ້ຜູ້ສະແດງຄວາມຈຳນົງຖວາຍຜ້າກະຖິນເຂົ້າໃຈກ່ອນ
ແລ້ວຈຶ່ງກຳນົດນັດໝາຍວັນເວລາໃນການຖວາຍ.
2. ຜ້າທີ່ຄວນເຮັດຜ້າກະຖິນມີ 5 ຢ່າງຄື:
1. ເປັນຜ້າໃໝ່
2. ເປັນຜ້າທຽມໃໝ່
3. ເປັນຜ້າເກົ່າ
4. ເປັນຜ້າບັງສະກຸນ
5. ເປັນຜ້າຕົກຕາມຮ້ານຕະຫຼາດ
ຈໍານວນ 5 ຢ່າງນີ້ ຕ້ອງຕັດໃຫ້ໄດ້ຂະໜາດ ແລະ
ສັດສ່ວນຕາມພຸດທານຸຍາດດັ່ງນີ້ຄື:
ກ.
ຜ້າສັງຄາ ແລະ ຜ້າຄຸມ ຂະໜາດກວ້າງ 4 ສອກ ຍາວ 6 ສອກ
ຂ.
ຜ້າສະບົງ ກວ້າງ 2 ສອກ ຍາວ 6 ສອກ ທຳມະດາ
ຖ້າພຣະສົງສູງຂະໜາດກາງ ຫຼື ມີຮູບຮ່າງນ້ອຍ
ກໍ່ໃຫ້ຫຼຸດລົງຕາມສ່ວນ ເລື່ອງຜ້ານີ້ຂໍໃຫ້ເຂັ້ມງວດກວດຄັກແນ່ ຄືໃຫ້ຖືເປັນພິເສດ
ຄວນສະແຫວງຫາຜ້າໃຫ້ໄດ້ຂະໜາດດັ່ງກ່າວແລ້ວຈະເປັນຜ້າພື້ນເມືອງເຊັ່ນ: ຜ້າຝ້າຍ ຫຼື
ຜ້າໄໝເປັນຕົ້ນ ທີ່ເຮົາເຮັດເອງທຳເອງແລ້ວ ເອົາມາຕັດຫຍິບເອງ ຍ້ອມເອງໄດ້ຍິ່ງດີ
ຍ່ອມມີອານິສົງ ແລະ ໄດ້ບຸນຫຼາຍ
ຜ້າກະຖິນນີ້ ຖ້າທາຍົກເຮັດສຳເລັດແລ້ວຄື: ຕັດ,
ຫຍິບ ແລະ ຍ້ອມ ຍົກມາຖວາຍກໍ່ເໝາະສົມ ຫຼື ຖ້າເຂົາຖວາຍເປັນຜ້າຂາວລ້ວນໆກໍ່ສົມຄວນ
ພິກຂຸເພິ່ງຊ່ວຍກັນ ຕັດ, ຫຍິບ, ຊັກ ແລະ
ຍ້ອມເອງໃຫ້ແລ້ວໃນວັນນັ້ນຈຶ່ງໃຫ້ເຮັດພິທີການກະຖິນຕໍ່ໄປ ຜູ້ຖວາຍຜ້າກະຖິນນັ້ນຈະເປັນ
ເທວະດາ ມະນຸດ ຫຼື ສະຫະທຳມິກ 5 ຄື ພິກຂຸ, ພິກຂຸນີ, ນາງສິກຂະມານະ, ສາມະເນນ ແລະ
ສາມະເນຣີ ຜູ້ໃດຜູ້ໜຶ່ງ ນຳມາຖວາຍກໍສົມຄວນໃຊ້ໄດ້ທັງນັ້ນ.
3. ຜ້າທີ່ບໍ່ຄວນເຮັດຜ້າກະຖິນມີ 5 ຢ່າງຄື:
1.
ຜ້າທີ່ໄປຂໍຢືມເຂົາມາ
2.
ຜ້າທີ່ໄດ້ມາໂດຍບໍ່ຊອບ ຄື ຜ້າທີ່ໄດ້ມາດ້ວຍການເວົ້າທຽບຄຽງໄດ້ມາ
3.
ຜ້າທີ່ໄປເວົ້າແນະນຳເຂົາໄດ້ມາ
4.
ຜ້າທີ່ເປັນນິດສັກຄີ ໝາຍເຖິງຜ້າທີ່ບໍ່ໄດ້ທຳເຄື່ອງໝາຍທີ່ພິກຂຸເກັບໄວ້ຫຼາຍກວ່າ10ມື້
5.
ຜ້າທີ່ໄດ້ມາໂດຍທາງບໍ່ບໍລິສຸດ “ ລັກເຂົາມາ ” ເປັນຕົ້ນ.
4. ວິນິດໃສພຣະວິໄນກ່ຽວກັບຜ້າກະຖິນ
ກ່ອນຈະວິນິດໃສບັນຫາເລື່ອງນີ້
ຈຳເປັນຕ້ອງເອົາຄວາມເຂົ້າໃຈຂອງບຸກຄົນແຕ່ລະຝ່າຍມາກ່າວ ກ່ອນຄື:
ກ. ຝ່າຍໜຶ່ງມີຄວາມເຫັນວ່າ ຜ້າທີ່ຈະເປັນວັດຖຸແຫ່ງກະຖິນ
ຫຼື ອົງແຫ່ງກະຖິນໄດ້
1.
ຈະຕ້ອງເປັນຜ້າເຫຼືອງ
2.
ຈະຕ້ອງເຮັດສຳເລັດເປັນຈີວອນແລ້ວ
3.
ຈະຕ້ອງຄົບໄຕຣ ຄືຜ້າສັງຄາຜືນໜຶ່ງ, ອຸຕະລະສົງຜືນໜຶ່ງ ( ຄືຜ້າຄຸມ ) ແລະ
ມີອັນຕະລາວາສົກ ( ຜ້າສະບົງ ) ຜືນໜຶ່ງ.
ຂ. ອີກຝ່າຍໜຶ່ງມີຄວາມເຫັນກົງກັນຂ້າມ ຄືເຫັນວ່າຜ້າທີ່ຈະໃຊ້ເປັນວັດຖຸແຫ່ງກະຖິນ
ຫຼື ອົງແຫ່ງກະຖິນນັ້ນ.
1.
ອາດຈະເປັນຜ້າຂາວຍັງບໍ່ທັນໄດ້ຍ້ອມ
2.
ຜ້າບໍ່ທັນໄດ້ເຮັດສຳເລັດເປັນຈີວອນ
3.
ຜ້າທີ່ບໍ່ຄົບໄຕຣ ຄືມີແຕ່ສັງຄາ ຫຼື ມີແຕ່ອຸຕະລາສົງ ຫຼື ມີແຕ່ອັນຕະລະວາສົກ
ຜືນໃດຜືນໜຶ່ງກໍ່ໄດ້ດັ່ງນີ້. ເພາະສະນັ້ນ ຂໍ້ທີ່ຈະວິນິດໃສ ກໍຄົງຈະມີປະເດັນຢູ່ 3
ຂໍ້ຄື:
1.
ຜ້າອື່ນນອກຈາກຜ້າເຫຼືອງ ຫຼື ຜ້າທີ່ຍັງບໍ່ທັນໄດ້ຍ້ອມເປັນຜ້າສີເຫຼືອງຈະໃຊ້ໄດ້
ຫຼື ບໍ່?
2.
ຜ້າທີ່ຍັງບໍ່ທັນໄດ້ສຳເລັດຮູບ ຄືຍັງບໍ່ທັນໄດ້ຕັດເປັນຈີວອນ ຈະໃຊ້ໄດ້ ຫຼື ບໍ່?
3.
ຜ້າທີ່ບໍ່ຄົບໄຕຣ ຄືມີແຕ່ຜ້າສັງຄາ ຫຼື ມີແຕ່ຜ້າອຸຕະລະສົງ (ຜ້າຄຸມ) ຫຼື ມີແຕ່ຜ້າອັນຕະລາວາສົກ
( ຜ້າສະບົງ ) ຜືນໃດຜືນໜຶ່ງໃຊ້ໄດ້ ຫຼື ບໍ່?
ດັ່ງຈະວິນິດໃສເທື່ອລະຂໍ້ຕໍ່ລົງໄປນີ້:
v
ຜ້າຜືນອື່ນນອກຈາກຜ້າເຫຼືອງຈະໃຊ້ໄດ້ເປັນວັດຖຸແຫ່ງກະຖິນໄດ້ຫຼື ບໍ່?
ກ. ຂໍ້ນີ້ຈະຕ້ອງກ່າວເຖີງກະຖິນນະພູມ ຄື ຊັ້ນກຳເນີດ ຫຼື
ຊະນິດຂອງຜ້າທີ່ຈະຕ້ອງນຳມາປະກອບເປັນວັດຖຸແຫ່ງກະຖິນສາກ່ອນ ກະຖິນນະພູມໃນຄຳພີບໍລິວານ (
ຂໍ້1141,ໜ້າ 455 ) ກຳນົດໄວ້ 6 ຢ່າງຄື:
ໂຂມັງ : ຜ້າເຮັດດ້ວຍເປືອກໄມ້
ກັບປາສິກັງ : ຜ້າເຮັດດ້ວຍຝ້າຍ
ໂກສັຍຍັງ : ຜ້າເຮັດດ້ວຍໃໝ
ຫຼື ຜ້າໃໝ
ກັມພະລັງ : ຜ້າເຮັດດ້ວຍຂົນສັດ
ເວັ້ນຜົມມະນຸດ
ສານັງ : ຜ້າເຮັດດ້ວຍປ່ານ
ພັງຄັງ : ຜ້າເຮັດດ້ວຍຂອງ
5 ຢ່າງນັ້ນ ແຕ່ຢ່າງໃດຢ່າງໜຶ່ງປົນກັນ.
ຜ້າ 6
ຊະນິດທີ່ກຳນົດໄວ້ໃຊ້ເປັນວັດຖຸແຫ່ງກະຖິນໄດ້ ຄື
ນຳເຮັດກະຖິນໄດ້ແຕ່ສີເດີມຂອງຜ້າເຫຼົ່ານີ້ ທ່ານບໍ່ໄດ້ກຳນົດໄວ້ວ່າເປັນສີຢ່າງໃດ
ແຕ່ຈະເປັນສີໃດກໍ່ຕາມ ຂໍ້ສຳຄັນໃຫ້ຍ້ອມເປັນສີເຫຼືອງ ຫຼື
ສີທີ່ເປັນສະມະນະຮູບໄດ້ແລ້ວເປັນໃຊ້ໄດ້, ເຊັ່ນ ສີຂາວ ,ສີນວນ ຫຼື ສີເຫຼືອງອ່ອນ
ເຖີງວ່າຈະເປັນສີອື່ນໆ ແຕ່ອາດຊັກຟອກສີເດີມອອກໄດ້
ແລ້ວຍ້ອມເປັນສີເຫຼືອງໄດ້ກໍ່ເປັນອັນໃຊ້ໄດ້ ແລະ ຜ້າເຫຼົ່ານີ້ເປັນຜ້າໃໝ່ກໍໄດ້
ເປັນຜ້າທຽມໃໝ່ຄືຜືນໃໝ່ຜືນເກົ່າກໍໄດ້ ເປັນຜ້າເກົ່າກໍ່ໄດ້ ເປັນຜ້າບັງສະກຸນກໍ່ໄດ້
ເປັນຜ້າຕົກຕາມຮ້ານຄ້າຕະຫຼາດກໍໄດ້ ອັນຜູ້ໃດຜູ້ໜຶ່ງຈະເປັນຄະລືຫັດກໍຕາມ ເປັນສະຫະທຳມິກ
ຄືພຣະສົງສຳມະເນນດ້ວຍກັນກໍຕາມ ຖວາຍແລ້ວແກ່ສົງເປັນອັນໃຊ້ໄດ້.
ຂ. ປາລີກະຖິນັກຂັນທະກະ ( ຂໍ້ 97 )
ວ່າດ້ວຍກະຖິນບໍ່ເປັນອັນກຣານດ້ວຍອາການ 24 ຢ່າງມີເປັນຕົ້ນວ່າ
ພຽງແຕ່ໃຊ້ເລັບມືຂີດເປັນຮອຍກະປະມານຜ້າ, ພຽງແຕ່ຊັກຜ້າ, ກະຜ້າ, ກໍດີ...
( ຂໍ້ 98
) ວ່າດ້ວຍກະຖິນເປັນອັນກຣານດ້ວຍອາການ 27 ຢ່າງມີດ້ວຍຜ້າເກົ່າກໍ່ດີ...ກໍ່ສະແດງວ່າ
ລ້ວນແຕ່ໃຊ້ຜ້າທີ່ເປັນສີອື່ນຈາກສີເຫຼືອງ ຄື ຜ້າທີ່ຍັງບໍ່ທັນໄດ້ຍ້ອມເປັນສີເຫຼືອງ
ກໍ່ສາມາດເປັນວັດຖຸແຫ່ງກະຖິນໄດ້.
ເພະາສະນັ້ນເປັນອັນວິນິດໃສໄດ້ວ່າ ໃຊ້ຜ້າອື່ນຈາກຜ້າເຫຼືອງເປັນວັດຖຸແຫ່ງກະຖິນໄດ້.
v
ຜ້າທີ່ຍັງບໍ່ທັນເຮັດສຳເລັດຮູບຄືຍັງບໍ່ທັນໄດ້ຕັດເປັນຈີວອນຈະໄດ້ເປັນວັດຖຸແຫ່ງກະຖິນໄດ້
ຫຼື ບໍ່ ? ຂໍ້ນີ້ມີຫຼັກທີ່ຈະຄວນອ້າງດັ່ງນີ້ ມີປາລີກະຖິນະເພທະບໍລິວານ ( ຂໍ້ 1145 ) ກ່າວວ່າບຸກຄົນ
ຄືພິກຂຸປະກອບດ້ວຍອົງແປດ ເປັນຜູ້ສົມຄວນກຣານກະຖິນອົງ 8 ນັ້ນຄື:
1). ຮູ້ຈັກບຸບພະກອນ ( ການກະທຳໃນເບື້ອງຕົ້ນ )
2). ຮູ້ຈັກປັດຈຸທອນ ( ຄືການຖອນຈີວອນ )
3). ຮູ້ຈັກອະທິດຖານ ( ຈີວອນ )
4). ຮູ້ຈັກການກຣານກະຖິນ
5). ຮູ້ຈັກມາຕິກາ
6). ຮູ້ຈັກປະລິໂພດ ( ຄືຄວາມກັງວົນ )
7). ຮູ້ຈັກອຸດທານ ( ຄືການເດາະກະຖິນ )
8). ຮູ້ຈັກອານິສົງກະຖິນ ແລະ
ປາລີກະຖິນະເພທະຄຳພີບໍລິວານ.
( ຂໍ້
1140 ) ວ່າດ້ວຍບຸບພະກອນສົງເຄາະດ້ວຍທໍາ 7 ຢ່າງຄື:
ໂທວະນະ : ການຊັກຜ້າ
ວິຈາຣະນະ :
ການກະຜ້າ
ເສທະນະ :
ການຕັດຜ້າ
ສິບພະນະ :
ການເນົາ ( ດົ້ນໄວ້ ) ຜ້າ
ຊະຣະນະ :
ການຍ້ອມຜ້າ
ກັບປະກະຣະນະ: ການທຳກັບປະຄືພິນທຸ
ບຸບພະກອນເຫຼົ່ານີ້ ຜູ້ກຣານກະຖິນ ຈະຕ້ອງຂົນຂວາຍເຮັດເອງ,
ເພາະສະນັ້ນຈຶ່ງບົ່ງວ່າ “ ກະຖິນະ ທຸສສະ = ຜ້າເພື່ອກະຖິນ ”
ເປັນຜ້າທີ່ຍັງບໍ່ທັນໄດ້ເຮັດສຳເລັດຮູບເປັນຈີວອນ ຄືຍັງບໍ່ທັນໄດ້ຕັດ ບໍ່ທັນໄດ້ຫຍິບ
ບໍທັນໄດ້ຍ້ອມ, ດ້ວຍເຫດນີ້ຈຶ່ງວິນິດໃສວ່າ ຜ້າທີ່ຍັງບໍ່ທັນໄດ້ເຮັດສຳເລັດຮູບຄື
ຍັງບໍ່ທັນໄດ້ເຮັດເປັນຈີວອນ ກໍເປັນວັດຖຸແຫ່ງກະຖິນໄດ້ ແຕ່ເມື່ອສົງໄດ້ຮັບແລ້ວ
ຕ້ອງນຳຕັດເປັນຈີວອນຜືນໃດຜືນໜຶ່ງ ຈິ່ງຈະກຣານເປັນກະຖິນໄດ້, ແຕ່ອີກທາງໜຶ່ງ
ຄວນເຂົ້າໃຈວ່າ ຜ້າທີ່ສຳເລັດເປັນຈີວອນແລ້ວນັ້ນ ກໍເປັນອັນໃຊ້ໄດ້ເຊັ່ນກັນ.
ໂດຍອັດຖະກະຖານະໂຍ ດັ່ງຂໍ້ຄວາມໃນ ສາມັນຕະປະສາທິກາກະຖານິນັກຂັນທະກະວັນ
ນະນາ ໜ້າ 203 ວ່າ ” ເອວັງທິນເນປະນະ ກະຖິເນສະເຈຕັງ ກະຖິນະທຸສສັງ
ນິຕຖິຕະປະຣິກັມເມວະ ໂຫຕິ ອິຈເຈຕັງ ກຸສະລັງ ນິຕຖະເປຕັບພານິ “ ແປຄວາມໝາຍວ່າ ເມື່ອສົງມອບຜ້າກະຖິນໃຫ້ດ້ວຍຍັດຕິທຸຕິຍະກຳມະວາຈາແລ້ວຢ່າງນີ້
ຊື່ວ່າຜ້ານັ້ນ ມີບໍລິກຳອັນສຳເລັດແລ້ວນັ້ນເປັນການດີ
ຫາກວ່າມີບໍລິກຳຍັງບໍ່ທັນສຳເລັດແລ້ວ ເຖິງວ່າພິກຂຸອົງໜຶ່ງຈະບໍ່ເຮັດ
ດ້ວຍອ້າງວ່າຕົນເປັນເຖຣະ ຫຼື ເປັນພຣະຫູສູຕບໍ່ໄດ້ ຕ້ອງປະຊຸມກັນທັງໝົດ ທຳການຊັກ ຫຍິບ
ການຍ້ອມໃຫ້ສຳເລັດ.
ບົດວ່າ” ນິຕຖິຕະປະຣິກັມມັງ “ ນີ້ທ່ານເຂົ້າໃຈວ່າ ຄືວ່າຫຍິບເປັນຈີວອນ ແລະ ຍ້ອມເປັນສີເຫຼືອງມາສຳເລັດແລ້ວ
ເພາະສະນັ້ນເຖິງວ່າຜ້າທີ່ສຳເລັດຮູບແລ້ວ ທ່ານຈຶ່ງໃຊ້ເປັນວັດຖຸແຫ່ງການກະຖິນສືບມາ.
ໝາຍເຫດ:
ບົດປາລີວ່າ “ນິຕຖິຕະປະຣິກັມມັງ “
ນີ້ເປັນອັດຖະກະຖາຈານ ບໍ່ແມ່ນບົດປາລີດັ່ງກ່າວເບື້ອງຕົ້ນ.
v ຜ້າບໍ່ຄົບໄຕຣ ຄືມີແຕ່ຜ້າສັງຄາ ຫຼື ອຸດຕະລະສົງ ຫຼື
ອັນຕະລະວາສົກ ຜືນໃດຜືນໜຶ່ງຈະໃຊ້ໄດ້ ຫຼື ບໍ່ ?
ຂໍ້ນີ້ມີປາລີຊວນໃຫ້ເຂົ້າໃຈວ່າ
ຜ້າທີ່ຈະເປັນວັດຖຸແຫ່ງການກະຖິນຈະຕ້ອງຄົບໄຕຣ ດັ່ງປາ ກົດໃນປາລີ ກະຖີນັກຂັນທະກະ ( ຂໍ້
97 ) ວ່າ “ ນະອັນຍັຕຕະຣະສັງຄາຕິຍາ ອັຕຖະຕັງ ໂຫຕິ ກະຖິນັງ“ ເວັ້ນຈາກຜ້າສັງຄາຕິ ບໍ່ເປັນອັນກຣານ “ ນະອັນຍັຕຕະຣະ
ອຸຕຕະຣາສັງເຄນະ ອັຕຖະຕັງໂຫຕິ ກະຖິນັງ“
ເວັ້ນຈາກຜ້າອຸດຕະລາສົງ ( ຜ້າຄຸມ ) ກະຖິນບໍ່ເປັນອັນກຣານ,
“ ນະອັນຍັຕຕະຣະ ອັນຕະຣະວາເກນະ ອັຕຖະຕັງ ໂຫຕິ ກະຖິນັງ“ ເວັ້ນຈາກຜ້າອັນຕະຣະວາສົກ ( ຜ້າສະບົງ
) ກະຖິນບໍ່ເປັນອັນກຣານ ດັ່ງນີ້.
ຂໍ້ຄວາມໃນຕອນນີ້ ຖ້າບໍ່ພິຈາລະນາໃຫ້ຄັກແນ່
ອາດເຂົ້າໃຈຜິດໄປວ່າ ຜ້າທີ່ຈະໃຊ້ເປັນວັດຖຸແຫ່ງກະຖິນນັ້ນ ຈະຕ້ອງເຮັດເປັນສັງຄາຕິ ຫຼື
ເປັນຜ້າຄຸມ ຫຼື ເປັນຜ້າສະບົງຄົບໄຕຣຈີວອນ ( ເວັ້ນບໍ່ໄດ້ ) ຈຶ່ງຈະກຣານກະຖິນໄດ້,
ແຕ່ໝາຍຄວາມວ່າເມື່ອໄດ້ຜ້າມາແລ້ວ ຫຼື ມີຜູ້ຖວາຍຜ້າແກ່ສົງແລ້ວ
ຈະເຮັດເປັນຜ້າອາບນໍ້າຝົນເປັນຜ້າຕໍ່ຕຸງ ເປັນຜ້າປູທີ່ນອນ ແລະ ອື່ນໆ ຈຶ່ງກຣານກະຖິນບໍ່ໄດ້ຕ່າງຫາກ,
ປາລີຂ້າງຕົ້ນນັ້ນ ມີປາລີໃນກະຖິນະເພທະຄຳພີບໍລິວານ ( ຂໍ້ 1148 ) ເປັນເຄື່ອງຫັກລ້າງ (
ຄືລົບລ້າງຄຳກ່າວຂ້າງເທິງນັ້ນ ) ໃນຂໍ້ຄວາມທີ່ເຂົ້າໃຈວ່າຕ້ອງຄົບໄຕຣຈີວອນ
ຈື່ງເປັນກະຖິນໄດ້ ແລະ ບົ່ງໃຫ້ເຫັນຊັດວ່າຜ້າທີ່ຈະເປັນກຣານກະຖິນນັ້ນ
ຕ້ອງເປັນຜ້ານັບເນື່ອງໃນໄຕຣຈີວອນຜືນໜຶ່ງ ບໍ່ຕ້ອງຄົບໄກກໍໄດ້.
ຖ້າຫາກວ່າທາຍົກຖວາຍຄົບທັງໄຕຣ
ເມື່ອກຣານກະຖິນກໍ່ຕ້ອງການແຕ່ຜືນດຽວ ( ຖ້າກຣານທັງສອງສາມຜືນ ແມ່ນບໍ່ເປັນອັນກຣານກະຖິນ
).
ຄຳປາລີນັ້ນດັ່ງນີ້ “ ເຕນະ ກະຖິນັຕຖາອະເກນະ ພິກຂຸນາ ກະຖິນັງ ອັຕຖະຣິຕັບພັງ ສະເຈ ສັງຄາຕິຍາ ກະຖິນັງ
ອັຕຖະຣິຕຸກາ ໂມ ອິມິນາ ອັນຕະຣະວາສະເກນະ ກະຖິນັງ ອັຕຖະຣາມິຕິ ວາຈາ ພິນທິຕັບພາ“ ແປໃຈຄວາມວ່າ
ພິກຂຸຜູ້ກຣານກະຖິນນັ້ນຄວນຊັກ, ຕັດຫຍິບ, ຍ້ອມແລ້ວ ຄວນກຣານກະຖິນໃຫ້ຈົ່ງໄດ້
ຖ້າວ່າຈະກຣານກະຖິນດ້ວຍຜ້າສັງຄາຕິ ຄວນຖອນຜ້າສັງຄາຕິຜືນເກົ່າເສຍກ່ອນ
ຄວນອະທິຖານຜືນສັງຄາຕິຜືນໃໝ່ ຄວນເປັ່ງວາຈາວ່າ “ອິຍາມະ ສັງຄາຕິຍາ
ກະຖິນັງ ອັຕຖະຣາມິ” ແປວ່າ
ຂ້າພະເຈົ້າກຣານກະຖິນ ດ້ວຍຜ້າສັງຄາຕິຜືນນີ້.
ຖ້າວ່າປະສົງຈະກຣານກະຖິນ ດ້ວຍຜ້າອຸດຕະລະສົງ (
ຜ້າຄຸມ ) ຄວນຖອນອຸດຕະລະສົງຜືນເກົ່າ
ຄວນອະທິຖານຜ້າອັນຕະຣະວາສົກຜືນໃໝ່ຄວນເປັ່ງວາຈາວ່າ “ອິມິນາ ອຸຕຕະຣາສັງເຄນະ ກະຖິນັງ ອັຕຖະຣາມິ” ແປວ່າ ຂ້າພະເຈົ້າກຣານກະຖິນດ້ວຍຜ້າອັນຕະຣະວາສົກຜືນນີ້ ດັ່ງນີ້.
ປາລີຕອນນີ້ສະແດງໃຫ້ວ່າຜ້າທີ່ຈະໃຊ້ວັດຖຸແຫ່ງກຣານກະຖິນນັ້ນ ບໍ່ຕ້ອງຄົບໄຕຣ
ມີແຕ່ຜ້າຜືນໃດຜືນໜຶ່ງກໍໄດ້ ເພາະເມື່ອກຣານເຖິງຈະມີຄົບທັງສາມຜືນ
ກໍ່ກຣານແຕ່ຜືນດຽວຜືນໃດຜືນໜຶ່ງເທົ່ານັ້ນ.
ເພາະສະນັ້ນຈິ່ງວິນິດໃສວ່າຜ້າທີ່ຈະໃຊ້ເປັນວັດຖຸແຫ່ງກະຖິນນັ້ນ
ບໍ່ຕ້ອງຄົບໄຕຣ ຄືມີແຕ່ຜືນໃດຜືນໜຶ່ງໃນສາມຜືນນັ້ນກໍໃຊ້ໄດ້
ແຕ່ຖ້າວ່າຈະທອດຜ້າທີ່ມີບໍລິກຳບໍ່ທັນສຳເລັດ ຄືຍັງບໍ່ທັນຕັດຫຍິບ ຍ້ອມເປັນຈີວອນ
ຄວນໃຫ້ເວລາເຮັດຜ້າແກ່ສົງຜູ້ຮັບ ຄື ຄວນນຳຜ້າໄປທອດແຕ່ເຊົ້າໆ
ເປັນການດີເພາະໃນສະມັນຕະປາສາທິກາ ອັຕຖະກະຖາກະຖິນັກຂັນທະກະວ່າ“ກະຖິນະທາຍະກັສສະ ວັຕຕັງ ອັຕຖິທາຕຸງ ວັຕຕະຕິຕິ” ແປຄວາມວ່າ ວັດຄືທໍານຽມຂອງທາຍົກຜູ້ຖວາຍຜ້າກະຖິນມີຢູ່ ຖ້າບໍ່ຮູ້ຈັກທໍານຽມນັ້ນ
ຖາມພິກຂຸວ່າ ທ່ານຜູ້ຈະເລີນກະຖິນຄວນຖວາຍຢ່າງໃດ ຄວນບອກເຂົາວ່າໃນເວລາພຣະອາທິດຂຶ້ນ
ຄວນນໍາຜ້າມາທອດດ້ວຍຄຳຖວາຍວ່າ“ຂ້າພະເຈົ້າຖວາຍຜ້າເພື່ອກະຖິນ” ດັ່ງນັ້ນ ແລະ ຖວາຍເຂັມມີປະມານເທົ່ານີ້ ໃໝຫຍິບມີປະມານເທົ່ານີ້
ນໍ້າຍ້ອມມີປະມານເທົ່ານີ້, ເພື່ອບໍລິກຳຜ້າກະຖິນ ( ຄືເພື່ອການກະທຳໃຫ້ສຳເລັດເປັນຈີວອນ
) ແລະ ຖວາຍເຂົ້າຕົ້ມ ( ເຂົ້າປຽກ ) ເຂົ້າເພນ ແກ່ພິກຂຸມີປະມານເທົ່ານີ້
ຜູ້ຈະທຳບໍລິກັມຈີວອນນັ້ນ ດັ່ງນີ້, ການວິນິດໃສພຣະວິໄນ ກ່ຽວກັບເລື່ອງຜ້າກະຖິນ
ພໍເປັນທີ່ເຂົ້າໃຈ ກໍ່ສຸດເທົ່ານີ້.
5. ອົງປະກອບຂອງພິກຂຸຜູ້ຄວນກຣານກະຖິນ
ປະກອບດ້ວຍອົງ 8 ປະການຄື:
1.
ຮູ້ຈັກບຸບພະກອນ 7 ( ກິດເບື້ອງຕົ້ນຂອງກະຖິນ7 )
2.
ຮູ້ຈັກອານິສົງ 5
3.
ຮູ້ຈັກມາຕິກາ 8
4.
ຮູ້ຈັກໄຕຣຈີວອນ
5.
ຮູ້ຈັກເຮັດ ກັບປະ ພິນທຸ ແລະ ອະທິດຖານໄຕຣຈີວອນ
6.
ຮູ້ຈັກຣານກະຖິນ
7.
ຮູ້ຈັກປະລິໂພດ 2
8.
ຮູ້ຈັກການເດາະກະຖິນ
5.1 ບຸບພະກອນ 7 ຄື:
1.
ຊັກຜ້າ
2.
ກະຜ້າ
3.
ຕັດຜ້າ
4.
ເນົາ ຫຼື ດົ້ນຜ້າທີ່ຕັດແລ້ວ
5.
ຫຍິບເປັນຈີວອນ
6.
ຍ້ອມຈີວອນທີ່ຫຍິບແລ້ວ
7.
ທຳກັບປະ ພິນທຸ
5.2 ອານິສົງ 5 ສຳລັບຜູ້ຮັບມີຄື:
1.
ອະນາມັນຕະຈາໂຣ ທ່ຽວໄປໃສບໍ່ຕ້ອງບອກລາກໍໄດ້ຄື ເຖິງແມ່ນບໍ່ບອກພິກຂຸດ້ວຍກັນ
ກ່ອນເຂົ້າໄປໃນບ້ານ ຫຼື ທີ່ຕ່າງໆບໍ່ເປັນອາບັດ.
2.
ອະສະມາທານະຈາໂຣ ໄປໃສບໍ່ຕ້ອງຖືຈີວອນໄປໃຫ້ຄົບໄຕຣກໍໄດ້ຄືສາມາດຢູ່ປາສາຈາກຈີວອນຜືນໃດຜືນໜຶ່ງໄດ້.
3.
ຄະນະໂພຊະນັງ ສັນອາຫານຮ່ວມກັນເປັນກຸ່ມເປັນວົງຄະນະໄດ້ ເປັນອາຫານທີ່ມີຜູ້ນິມົນ ພິກຂຸຕັ້ງແຕ່ 4 ຮູບຂຶ້ນໄປ ໂດຍອອກຊື່ຂອງໂພຊະນະ5 ຢ່າງໃດຢ່າງໜຶ່ງ ພິກຂຸຜູູ້ໄດ້ອະນິສົງຕາມການນິມົນແລ້ວຮັບປະເຄນໃນທີ່ດຽວກັນແລ້ວ
ຈະສັນດ້ວຍກັນກໍ່ໄດ້.
4.
ຍາວທັດຖະຈີວະຣັງ ເກັບຈີວອນໄວ້ຫຼາຍຄືນໄດ້ ຕາມໃຈປາຖະໜາ
ຄືຕ້ອງການເກັບຈີວອນເທົ່າໃດ ຈີວອນເຫຼົ່ານັ້ນບໍ່ຕ້ອງອະທິດຖານ ບໍ່ຕ້ອງວິກັບກໍ່ຄວນ.
5.
ໂຍຈະຕັດຖະຈຈີວະຣຸບປາໂທ ຈີວອນເກີດຂື້ນໃນວັດນັ້ນ
ຈັກເປັນຂອງພິກຈຸຜູ້ຢູ່ໃນວັດນັ້ນ ສ່ວນພິກຂຸຢູ່ເຂດອື່ນມາ ບໍ່ມີສິດໄດ້ຮັບສ່ວນແບ່ງ
ອານິສົງ 5 ເຫຼົ່ານີ້
ເລີ່ມຕັ້ງແຕ່ວັນກຣານກະຖິນແລ້ວ ຈົນເຖີງວັນເພັງເດືອນ 4 ຫຼື ຈົນ
ກ່ວາກະຖິນຈະເດາະດ້ວຍມະຕິກາ ຢ່າງໃດຢ່າງໜຶ່ງໃນມະຕິກາ8.
ອານິສົງສໍາລັບຜູ້ໃຫ້ ຫຼື ຜູ້ຖວາຍຜ້າກະຖິນ
ກ່ຽວກັບອະນິສົງຜູ້ຖວາຍຜ້າກະຖິນນັ້ນ
ໃນປະຈຸບັນມີປະກົດໃນຄຳພີ ແລະ ຕຳລາຫຼາຍເຫັ້ມແຕກຕ່າງກັນ ຂໍຍົກມາ 7 ປະການດັ່ງນີ້:
1. ຊື່ວ່າໄດ້ສືບຕໍ່ອາຍຸພຣະພຸດທະສາສະໜາ ໃຫ້ດຳລົງຄົງຢູ່ຕະຫຼອດໄປ
2. ຊື່ວ່າໄດ້ໃຫ້ກຳລັງກາຍກຳລັງໃຈໃຫ້ແກ່ພຣະພິກຂຸສົງ ຜູ້ເປັນທາຍາດສາສະໜາ
3. ເຮັດໃຫ້ໄປເກີດໃນຕະກູນທີ່ດີ ມີສຳມາທິດຖີ
4. ເຮັດໃຫ້ມີລັກສະນະທີ່ງົດງາມສົມສ່ວນ
5. ເຮັດໃຫ້ມີຜິວພັນງາມ
6. ເຮັດໃຫ້ມີຊັບສົມບັດຫຼາຍ
ບໍ່ລຳບາກກາຍລຳບາກໃຈໃນການສະແຫວງຫາຊັບ
7. ເມື່ອລະໂລກນີ້ແລ້ວຍ່ອມໄປເກີດໃນສະຫວັນ.
5.3 ມາຕິກາ 8 ຄື:
1.
ກຳນົດດ້ວຍຫຼີກໄປ ຄິດຈະບໍ່ກັບມາ
2.
ກຳນົດດ້ວຍເຮັດຈີວອນສຳເລັດແລ້ວ
3.
ກຳນົດດ້ວຍຕົກລົງໃຈ
4.
ກຳນົດດ້ວຍໄດ້ຍິນຂ່າວ
5.
ກຳນົດດ້ວຍສິ້ນຫວັງ
6.
ກຳນົດດ້ວຍລ່ວງເຂດ
7.
ກຳນົດດ້ວຍຜ້າເສຍຫາຍ
8.
ກຳນົດດ້ວຍເຄາະກະຖິນພ້ອມກັນ
5.4 ໄຕຣຈີວອນປະກອບມີຄື:
1)
ສັງຄາຕິ ( ຜ້າຊ້ອນນອກ ຫຼື ຜ້າພາດບ່າ )
2)
ອຸດຕະຣາສົງ ( ຜ້າຄຸມ )
3)
ອັນຕະຣະວາສະກະ ( ຜ້າສະບົງ )
5.5 ປະລິໂພດ 2
ຄຳວ່າປະຣິໂພດແປວ່າ:
ຄວາມກັງວົນ ຄືກັງວົນເປັນເຫດຍັງບໍ່ເດາະກະຖິນ ປະຣິໂພດມີຢູ່ 2 ຢ່າງ:
1). ອາວາສະປະຣິໂພດ: ກັງວົນໃນອາວາດ ໝາຍຄວາມວ່າ ພິກຂຸຢູ່ໃນອາວາດນັ້ນ
ຫຼື ຫຼີກໄປແລ້ວ ແຕ່ຜູກໃຈຢູ່ຈະກັບມາ ຢາງນີ້ຊື່ວ່າຍັງມີອາວາດປະຣິໂພດ ແຕ່ຖ້າຫຼີກໄປຈາກອາວາດນັ້ນແລ້ວບໍ່ຄິດຈະກັບມາ
ຢ່າງນີ້ຊື່ວ່າອາວາດປະຣິໂພດຂາດ.
2). ຈີວະຣະປະຣິໂພດ: ໝາຍຄວາມວ່າພິກຂຸຍັງບໍ່ໄດ້ເຮັດຈີວອນ ຫຼື
ເຮັດຄ້າງໄວ້ ຫຼື ເສຍຫາຍໄປໃນເວລາທີ່ເຮັດ ແຕ່ທ່ານຍັງບໍ່ສິ້ນຄວາມຫວັງວ່າຈະໄດ້ຈີວອນ
ຢ່າງນີ້ຊື່ວ່າຈີວອນປະຣິໂພດ ແຕ່ຖ້າເຮັດຈີວອນສຳເລັດແລ້ວ ຫຼື ກຳລັງເຮັດຄ້າງຢູ່ເຮັດເສຍຫາຍຢ່າງນີ້ຊື່ວ່າຈີວອນປະຣິໂພດຂາດ.
5.6 ການເດາະກະຖິນ
ຄຳວ່າ ເດາະກະຖິນແປວ່າ: ເສຍຫາຍ ໝາຍເຖີງກະຖິນເສຍຫາຍ
ໃຊ້ບໍ່ໄດ້ໝົດປະໂຫຍດ ໝົດອະນິສົງ ໝົດເຂດຈີວອນ.
ສາເຫດທີ່ພາໃຫ້ກະຖິນເດາະມີຢູ່ 3 ຢ່າງຄື:
1) ປະລິໂພດຂາດ 2 ຢ່າງ
2) ສົງພ້ອມໃຈກັນເດາະກະຖິນເສຍໃນລະຫວ່າງເຂດກຳນົດ
3) ໝົດເຂດອະນິສົງກະຖິນ.
6. ຈໍານວນພິກຂຸຜູ້ຈະກຣານກະຖິນ
ຈຳນວນພິກຂຸຜູ້ຈະກຣານກະຖິນໄດ້ນັ້ນ
ພຣະອັດຖະກະຖາກ່າວໄວ້ວ່າພິກຂຸມີຈຳນວນຢ່າງຕໍ່າ 5 ອົງຂື້ນໄປ
ເພາະຕ້ອງຈັດເປັນຜູ້ຮັບກະຖິນອົງໜຶ່ງ ເຫຼືອອີກ 4 ອົງຈະໄດ້ເຂົ້າເປັນຄະນະສົງ ຫຼາຍກ່ວາ
5 ອົງຂຶ້ນໄປແມ່ນໃຊ້ໄດ້ ໜ້ອຍກ່ວາ 5 ອົງໃຊ້ບໍ່ໄດ້.
ພຣະອັດຖະກະຖາຈານກ່າວວ່າ
ໃຫ້ເອົາພິກຂຸຜູ້ຈຳປັດສີມະວັດສາ ( ເດືອນ 6 ຫຼັງ ) ເຂົ້າເປັນຄະນະປູຣະກະກໍໄດ້
ເອົາພິກຂຸຈຳວັດສາຢູ່ຕ່າງຖີ່ນມາສູດກຳມະວາຈາກໍໄດ້ ພິກຂຸຜູ້ຈຳປຸຣິມາວັດສາ ( ເດືອນ 8
ຕົ້ນ ) ຍ່ອມໄດ້ອານິສົງ ພິກຂຸນອກນີ້ຍ່ອມບໍ່ໄດ້.
ພິກຂຸທີ່ຈຳວັດສາຕົ້ນ
ແລ້ວປະວາຣະນາໃນວັນປະວາຣະນາຕົ້ນເທົ່ານັ້ນຈິ່ງໃຊ້ໄດ້ ພິກຂຸໜ້ອຍກ່ວາ 5 ອົງກໍດີ
ພິກຂຸທີ່ວັດສາຂາດ ຫຼື ເຂົ້າວັດສາຫຼັງກໍດີ ແລະ ພິກຂຸທີ່ຈໍາວັດສາຢູ່ໃນວັດອື່ນກໍດີ
ຈະກຣານກະຖິນບໍ່ໄດ້.
ມີຂໍ້ແກ້ຢູ່ວ່າ ພິກຂຸທີ່ວັດສາຂາດ ຫຼື
ເຂົ້າວັດສາຫຼັງກໍດີ ແລະ ພິກຂຸທີ່ຈຳວັດສາຢູ່ໃນວັດອື່ນກໍດີ
ໄປຮ່ວມເຂົ້ານັ່ງໃຫ້ຄົບຄະນະ ຄືໃຫ້ເຕັມຈຳນວນກັບພວກພິກຂຸທີ່ເຂົ້າວັດສາຕົ້ນໄດ້
ແຕ່ບໍ່ໄດ້ອານິສົງກະຖິນ ໄດ້ແຕ່ພວກພິກຂຸເຂົ້າວັດສາຕົ້ນເທົ່ານັ້ນ.
ຖ້າມີພິກຂຸເຂົ້າວັດສາຕົ້ນພຽງ 4 ອົງ 3 ອົງ 2
ອົງ ຫຼື ອົງດຽວເວລາຈະຮັບກະຖິນແລ້ວ ໃຫ້ນິມົນເອົາພວກພິກຂຸເຂົ້າວັດສາຫຼັງ ຫຼື
ພິກຂຸໃນວັດອື່ນໆ ມາໃຫ້ເຕັມຈຳນວນແລ້ວກຣານກະຖິນໄດ້ ຫຼື ມີພິກຂຸເຂົ້າວັດສາຕົ້ນພຽງ 4
ອົງ ລວມເປັນ 5 ກັບສາມະເນນທີ່ມີອາຍຸ 20 ປີ ພໍອຸປະສົມບົດໄດ້ອົງໜຶ່ງ
ຖ້າສາມະເນນນັ້ນອຸປະສົມບົດແລ້ວຈິ່ງເຂົ້າວັດສາຫຼັງ ກໍເປັນຄະນະປູຣະກະໄດ້
ຄືກຣານກະຖິນໄດ້ ທັງໄດ້ຮັບອານິສົງນຳດ້ວຍ ເຖິງໃນວັດນັ້ນມີພິກຂຸຈຳວັດສາ 3 ອົງ ສາມະເນນ
2 ອົງ ຫຼື ມີພິກຂຸ 2 ອົງ ສາມະເນນ 3 ອົງ ຫຼື ມີພິກຂຸຢູ່ອົງດຽວ ສາມະເນນ 4 ອົງ
ກໍ່ຄືກັນກັບທີ່ໄດ້ກ່າວໄວ້ຂ້າງເທິງນັ້ນ ຫຼື ຖ້າພິກຂຸເຂົ້າວັດສາຕົ້ນບໍ່ມີຄວາມສະຫຼາດ
ແລະ ບໍ່ສາມາດຈະເຮັດພິທີກຣານກະຖິນໄດ້ ກໍຕ້ອງສະແຫວງຫານິມົນພຣະເຖຣະທັງຫຼາຍຜູ້ສະຫຼາດ
ສາມາດກຣານກະຖິນມາແລ້ວ ໃຫ້ສູດກຳມະວາຈາ ນຳພາກຣານກະຖິນ ແລະ ອະນຸໂມທະນາ ເປັນອັນໃຊ້ໄດ້
ສ່ວນຜູ້ທີ່ຈະໄດ້ຮັບອານິສົງກະຖິນນັ້ນ ໄດ້ແກ່ພິກຂຸຜູ້ຈຳວັດສາຕົ້ນໃນວັດນັ້ນ
ດັ່ງກ່າວແລ້ວເທົ່ານັ້ນ.
7. ພຸດທະວິນິດໃສກໍລະນີພິກຂຸຈໍາວັດສາອົງດຽວໄດ້ຮັບຜ້າໃນລະດູກະຖິນ
ໃນກໍລະນີທີ່ວັດໃດຈຳວັດສາຖ້ວນໄຕຣມາດ ແລະ
ຢູ່ອົງດຽວ ເມື່ອມີຜູ້ຖວາຍຜ້າແກ່ພິກຂຸເປັນຂອງສົງກໍໄດ້
ຈິ່ງວິນິດໃສຕາມເລື່ອງທີ່ມາໃນຈີວອນຂັນທະກະແຫ່ງພຣະວິໄນປີດົກ ( ວິໄນ.5/124/333 ) ວ່າ:
ໃນສະໃໝນັ້ນ ພິກຂຸອົງໜຶ່ງຈຳວັດສາຢູ່ຜູ້ດຽວ
ຄົນທັງຫຼາຍໃນຖີ່ນນັ້ນໄດ້ຖວາຍຈີວອນດ້ວຍເປັ່ງວາຈາ “ ຂ້າພະເຈົ້າທັງຫຼາຍຖວາຍແກ່ສົງ ’’
ພິກຂຸອົງນັ້ນໄດ້ມີປະຣິວິຕົກວ່າ:
ພຣະຜູ້ມີພຣະພາກຈິ່ງບັນຍັດໄວ້ວ່າພິກຂຸ 4
ອົງເປັນຢ່າງນ້ອຍຈິ່່ງຊື່ວ່າສົງ ແຕ່ພິກຂຸອົງດຽວແລະ
ຄົນເຫຼົ່ານີ້ໄດ້ຖວາຍຈີວອນດ້ວຍເປັ່ງວາຈາວ່າ ’’ຂ້າພະເຈົ້າທັງຫຼາຍຖວາຍແກ່ສົງ’’
ຖ້າພິກຂຸເພີ່ງນໍາຈີວອນສົງເຫຼົ່ານີ້ໄປພະນະຄອນສາວັດຖີ
ຄັ້ນແລ້ວພິກຂຸນັ້ນໄດ້ນຳຈີວອນເຫຼົ່ານັ້ນໄປ ພຣະນະຄອນສາວັດຖີ
ກາບທູນເລື່ອງນັ້ນແກ່ພຣະພຸດທະເຈົ້າ ພຣະພຸດທະເຈົ້າເວົ້າວ່າ “ ເບິ່ງກ່ອນພິກຂຸ ຈີວອນເຫຼົ່ານັ້ນເປັນຂອງພິກຂຸນັ້ນເອງຈົນກ່ວາກະຖິນເດາະ ’’
ພິກຂຸທັງຫຼາຍໃນຂໍ້ນີ້
ພິກຂຸຈຳວັດສາອົງດຽວປະຊາຊົນໃນຖິ່ນນັ້ນຖວາຍຈີວອນດ້ວຍເປັ່ງ ວາຈາວ່າ “
ພວກຂ້າພະເຈົ້າຖວາຍແກ່ສົງ’’ ເບິ່ງກ່ອນພິກຂຸທັງຫຼາຍ
ເຮົາອະນຸຍາດຈີວອນເຫົ່ານັ້ນແກ່ພິກຂຸເທົ່ານັ້ນ ຈົນກ່ວາກະຖິນເດາະ
ເຖິງຕອນນີ້ອະລັກກະຖາແຫ່ງຈີວອນຂັນທະກະນັ້ນກໍບອກວິທີປະຕິບັດໃຫ້.
“ ຖ້າໄດ້ພິກຂຸຄະນະປູຣະກະ ກະຖິນກໍ່ເປັນອັນໄດ້ກຣານ
ຈີວອນເຫຼົ່ານັ້ນເປັນຂອງພິກຂຸຕະ ຫຼອດ 5
ເດືອນ,ຖ້າບໍ່ໄດ້ກຣານກະຖິນຈີວອນເຫຼົ່ານັ້ນເປັນຂອງພິກຂຸຕະຫຼອດຈີວອນມາດເດືອນດຽວເທົ່ານັ້ນ
’’
ຕາມນີ້ກໍ່ເປັນອັນວ່າ ເຖິງພິກຂຸຈຳວັດສາແລ້ວຢູ່ອົງດຽວ ກໍ່ມີທາງທີ່ຈະກຣານກະຖິນໂດຍມີພິກຂຸອື່ນມາຮ່ວມປະຊຸມເປັນຄະນະປູຣະກະ
( ໃຫ້ຄົບອົງສົງ ) ກໍຈະທຳສັງຄະກຳໃຫ້ພິກຂຸກຣານກະຖິນໄດ້ ໃນຕອນນີ້
ໃນຄຳພີທີ່ເປັນຫຼັກຖານອ້າງອີງ ມີຂໍ້ຂັດແຍ້ງກັນທີ່ສຳຄັນ 3 ປະການ ແຕ່ຂໍຂ້າມໄປກ່ອນ
ຈັບທີ່ຫຼັກກ່ອນເຫັນໄດ້ຢ່າງຈະແຈ້ງວ່າ ຕາມພຸດທະບັນຍັດເລື່ອງກະຖິນນີ້ ສັງຄະກຳໃນການ “
ກຣານກະຖິນ ” ມີສາລະສໍາຄັນຢູ່ທີ່ວ່າສົງ ( ພິກຂຸ 4 ອົງເປັນຢ່າງນ້ອຍ )
ຕົກລົງກັນມອບຜ້າກະຖິນ ( ທຸກອົງເປັນເຈົ້າຂອງຮ່ວມກັນ ) ໃຫ້ແກ່ພິກຂຸອົງໜຶ່ງເອົາໄປກຣານ
( ວິທີປະຕິບັດໃນກາຣະກຣານ ທ່ານສະແດງໄວ້ໃນພຣະໄຕຣປີດົກ ເຫຼັ້ມທີ 8 ຄືຄໍາພີ
ບໍລິວານ,ວິໄນ 8/1147/435 ເຊິ່ງບອກໄປຈົນຕະຫຼອດວ່າ
ເມືຶ່ອການແລ້ວພິກຂຸນັ້ນມາແຈ້ງໃຫ້ພິກຂຸທັງຫຼາຍອະນຸໂມທະນາ )
ໃນກໍລະນີພິກຂຸຢູ່ຈຳວັດສາອົງດຽວ ເມື່ອມີຜ້າທີ່ເຂົາຖວາຍແກ່ສົງ
ມີພຸດທະວິນິດໃສຂ້າງຕົ້ນຊັດເຈນແລ້ວວ່າ ຜ້າເປັນຂອງພິກຂຸອົງນັ້ນຜູ້ດຽວ
ພິກຂຸອື່ນບໍ່ວ່າຈັກອົງ ເຖີງຈະເປັນສົງກໍບໍ່ມີສິດໃນຜ້ານັ້ນ ເມື່ອເປັນເຊັ່ນນີ້ ຄື
ເມື່ອພິກຂຸອົງນັ້ນເປັນເຈົ້າຂອງຜ້ານັ້ນແລ້ວ ແລະ ບໍ່ມີສິດໃນຜ້ານັ້ນ
ສັງຄະກຳໃນສົງຈະມອບໃຫ້ຜ້າກະຖິນແກ່ພິກຂຸນັ້ນກໍ່ເຮັດບໍ່ໄດ້.
ໝາຍຄວາມວ່າ:
ສັງຄະກໍາໃນຂັ້ນຕອນຂອງການມອບໃຫ້ຜ້າກະຖິນ ກໍ່ເປັນອັນຂ້າມໄປເລີຍ
ພິກຂຸນັ້ນເຊິ່ງເປັນເຈົ້າຂອງຜ້ານັ້ນຢູ່ແລ້ວ ກໍ່ພຽງເອົາຜ້ານັ້ນໄປກຣານ
ສຳເລັດແລ້ວກໍ່ມາບອກແຈ້ງແກ່ເຫຼົ່າພິກຂຸທີ່ມາປະຊຸມນັ້ນ ພິກຂຸທີ່ມາປະຊຸມສົງນັ້ນ
ເມື່ອບໍ່ມີສິດມອບຜ້າໃຫ້ແກ່ພິກຂຸຜູ້ກຣານກະຖິນກໍ່ບໍ່ມີສິດທີ່ຈະອະນຸໂມທະນາດ້ວຍ
ຈິ່ງໄດ້ແຕ່ພຽງຮັບຮູ້ກາຣະກຣານກະຖິນຂອງພິກຂຸເທົ່ານັ້ນ.
ເວົ້າສັ້ນໆວ່າເປັນກະຖິນທີ່ບໍ່ມີສັງຄະກຳໃນການມອບໃຫ້ຜ້າກະຖິນ
( ເຊິ່ງເປັນສາຣະສຳຄັນຂອງພຸດທະບັນຍັດເລື່ອງກະຖິນ ) ສົງບໍ່ໄດ້ເປັນເຈົ້າການໃນສັງຄະກຳ
ເປັນກະຖິນທີ່ພຽງໃຫ້ສົງຮັບຮູ້ກາຣະກຣານຂອງພິກຂຸ ( ຜູ້ເປັນເຈົ້າຂອງຜ້າຢູ່ແລ້ວ )
ສົງພຽງມາປະຊຸມກັນຮັບຮູ້ ຈະເວົ້າໃຫ້ກຽດວ່າມາປະຊຸມກັນອະນຸມັດ ຫຼື ເປັນກະຖິນໂດຍການອະນຸມັດຂອງສົງ
( ແທນທີ່ສົງຈະເຮັດສັງຄະກຳມອບໃຫ້ຜ້າກະຖິນ ແລະ ອະນຸໂມທະນາການກະຖິນ
ແລ້ວໄດ້ຮັບອານິສົງດ້ວຍກັນທັງໝົດ
ກໍ່ໄດ້ພຽງນິມົນສົງມາຮັບຮູ້ອະນຸມັດກາຣກຣານກະຖິນຈົບເທົ່ານັ້ນ )
ຄົງຈະເປັນດ້ວຍເຫດຜົນນີ້ສະເພາະຢ່າງຍິ່ງເມື່ອສົງບໍ່ເປັນເຈົ້າການຜູ້ທຳການມອບໃຫ້ຜ້າກະຖິນຂອງສົງແກ່ພິກຂຸ
ເປັນພຽງການອະນຸ ເຄາະພິກຂຸທີ່ຈັດເລື່ອງສ່ວນຕົວໃຫ້ສຳເລັດ
ທ່ານຈິ່ງບໍ່ຈັດເລື່ອງນີ້ໄວ້ໃນກະຖິນຂັນທະກະ ແຕ່ລວມໄວ້ໃນຈີວອນຂັນທະກະ.
8. ຂັ້ນຕອນໃນການຖວາຍຜ້າກະຖິນ
ກ່ອນຈະເຮັດບຸນກະຖິນກໍ່ຕ້ອງມີການຈອງ
ຫລື ປັກ ຄຳວ່າຈອງ ຫລື ປັກນີ້ໄດ້ແກ່ການກຳນົດໄວ້ໝາຍຄວາມວ່າ: ເມື່ອສາທຸຊົນຜູ້ມີກຸສົນຈິດຈະນຳກະຖິນໄປທອດຖວາຍວັດໃດວັດໜຶ່ງ
ທີ່ຕົນມີສັດທາເປັນການສະເພາະ ຕ້ອງຈອງກະຖິນທີ່ວັດນັ້ນສະເພາະໄວ້ລ່ວງໜ້າເສຍກ່ອນ
ການຈອງມີ 2 ວິທີຄື:
1. ຈອງດ້ວຍປາກ ໄດ້ແກ່ແຈ້ງດ້ວຍວາຈາແກ່ເຈົ້າອະທິການວັດ ຫຼື ປະກາດໃນທີ່ປະຊຸມສົງຂອງວັດ
ໃຫ້ຮັບຮູ້ວ່າຕົນຈະນຳກະຖິນມາທອດຖວາຍທີ່ວັດນັ້ນ.
2. ຈອງດ້ວຍໜັງສື ໄດ້ແກ່ຂຽນເປັນລາຍລັກອັກສອນ ຊື່ທີ່ຢູ່
ຈຸດປະສົງຂອງຕົນ ວ່າຈະນຳກະຖິນມາທອດຖວາຍໃນວັນທີ, ເດືອນ, ປີນັ້ນ.
ແລ້ວນຳໄປຕິດປະກາດສະຖານທີ່ເຫັນໄດ້ງ່າຍພາຍໃນວັດ.
ເມື່ອເຖິງເວລາກຳນົດກໍ່ນຳຜ້າກະຖິນ ບາງເທື່ອເອີ້ນ:
ຜ້າທີ່ເປັນອົງກະຖິນ ເຊິ່ງຈະເປັນຜືນດຽວກໍ່ໄດ້ ຫຼື ຫຼາຍຜືນກໍ່ໄດ້
ຖ້າເປັນຜ້າຂາວເຊິ່ງຍັງບໍ່ໄດ້ຕັດ ກໍ່ຕ້ອງຕັດອອກເປັນສ່ວນໆ
ພໍທີ່ຈະຫຍິບເຂົ້າເປັນຈີວອນຜືນໃດຜືນໜຶ່ງກໍ່ໄດ້ ເຮັດສຳເລັດແລ້ວຍັງບໍ່ທັນຍ້ອມ ຫຼື
ຍ້ອມແລ້ວກໍ່ໄດ້ ຢ່າງ ໃດຢ່າງໜຶ່ງຈັດເປັນອົງກະຖິນ
ແລ້ວນຳໄປທອດຖວາຍທີ່ວັດໄດ້ຈອງໄວ້ນັ້ນ ແຕ່ປະຈຸບັນເຈົ້າພາບນິຍົມກັນຊື້ຜ້າຈີວອນທີ່ສຳເລັດຮູບມາຈາກຮ້ານຄ້າຕາມຕະຫຼາດ
ເນື່ອງຈາກສະດວກ ແລະ ປະຢັດເວລາ ຂອງເຈົ້າພາບເຈົ້າສັດທາ.
ນອກຈາກອົງກະຖິນແລ້ວ
ເຈົ້າພາບມີສັດທາຖວາຍສິ່ງຂອງອື່ນໆ ໄປພ້ອມກັບອົງກະຖິນເອີ້ນວ່າ: ບໍລິວານກະຖິນ
ຕາມທີ່ນິຍົມກັນປະກອບດ້ວຍປັດໃຈ 4 ຄືເຄື່ອງອາໃສຂອງພຣະພິກຂຸສາມະເນນ ມີຜ້າໄຕຣຈີວອນ
ບໍລິຂານອື່ນໆທີ່ຈຳເປັນ ເຄື່ອງໃຊ້ປະຈຳປີ ມີມຸ້ງ, ໝອນ, ກຣົດ, ຕຽງ, ໂຕະ, ຕັ່ງ,
ຖັງນໍ້າ, ພາຊະນະສຳລັບໃສ່ອາຫານ, ມີດ, ຂວານ, ສຽມ, ສີ່ວ, ເສື່ອ, ສາດ , ອາສະນາ,
ຢາຮັກສາໂລກ, ຢາສີແຂ້ວ, ແປງສີແຂ້ວ ອຸປະກອນຊັກລ້າງເປັນຕົ້ນ ຫຼື ຈະມີສິ່ງອື່ນນອກຈາກກ່າວມານີ້ກໍ່ໄດ້
ຂໍໃຫ້ເປັນຂອງທີ່ສົມຄວນແກ່ພຣະພິກຂຸສາມະເນນ ຈະເປັນເຄື່ອງອຸປະໂພກບໍລິໂພກກໍ່ໄດ້.
ຫາກຈະມີທີ່ລະນຶກສຳລັບແຈກຈ່າຍແກ່ຄົນມາງານ ຫຼື ຢູ່ໃນວັດດ້ວຍ ກໍ່ສຸດແລ້ວແຕ່ກຳລັງສັດທາ
ແລະ ອັດທະຍາໃສໄມຕຣີຂອງທ່ານເຈົ້າພາບ.
ເມື່ອຄະນະເຈົ້າພາບມາເຖິງວັດແລ້ວຕ້ອງແຫ່ກອງກະຖິນພ້ອມດ້ວຍບໍລິວານ
ວຽນຊ້າຍອ້ອມສີມ ຫຼື ສາລາໂຮງທຳ 3 ຮອບຈາກນັ້ນຈິ່ງນຳກອງກະຖິນເຂົ້າທີ່ສາລາໂຮງທຳ ຫຼື ທີ່ຈະທຳພິທີທອດຖວາຍກະຖິນ.
ເບື້ອງຕົ້ນວ່າດ້ວຍຄວາມບູຊາດອກໄມ້
ໄຫ້ວພຣະຣັດຕະນະໄຕຣ ແລ້ວປ່າວຄຳສັກເຄເທວະດາ ອາຣາດທະນາສີນມີດັ່ງນີ້:
Y ອິມິນາ ສັກກາເຣນະ ຕັງ ພຸດທັງ ອະພິປູຊະຍາມະ
ອະຣະຫັງ ສຳມາສຳພຸດໂທ ພະຄະວາ, ພຸດທັງ ພະຄະວັນຕັງ ອະພິວາເທມິ
Y ອິມິນາ ສັກກາເຣນະ ຕັງ ທຳມັງ ອະພິປູຊະຍາມະ
ສະວາກຂາໂຕ ພະຄະວະຕາ ທຳໂມ ທຳມັງ ນະມັດສາມິ
Y ອິມິນາ ສັກກາເຣນະ ຕັງ ສັງຄັງ ອະພິປູຊະຍາມະ
ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ສັງຄັງ ນະມາມິ
ວ່ານະໂມ 3 ເທື່ອ
T ນະໂມ ຕັດສະ
ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ
ນະໂມ
ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ
ນະໂມ
ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ
ຄຳໄຫ້ວພຣະໄຕຣສະຣະນາຄົມ
T ພຸດທັງ ສະຣະນັງ ຄັດສາມິ.
ທຳມັງ
ສະຣະນັງ ຄັດສາມິ.
ສັງຄັງ
ສະຣະນັງ ຄັດສະມິ.
T ທຸຕິຍຳປິ ພຸດທັງ ສະຣະນັງ ຄັດສະມິ.
ທຸຕິຍຳປິ ທຳມັງ ສະຣະນັງ ຄັດສະມິ.
ທຸຕິຍຳປິ ສັງຄັງ ສະຣະນັງ ຄັດສະມິ.
T ຕະຕິຍຳປິ ພຸດທັງ ສະຣະນັງ ຄັດສະມິ.
ຕະຕິຍຳປິ ທຳມັງ ສະຣະນັງ ຄັດສະມິ.
ຕະຕິຍຳປິ ສັງຄັງ ສະຣະນັງ ຄັດສະມິ.
ວັນທາໃຫຍ່ ( ວັນທາເຈຕິຍັງ )
T ອຸກາສະ ວັນທາມິ ພັນເຕ ເຈຕິຍັງ ສັບພັງ ສັບພັດຖະ ຖາເນ
ສຸປະຕິດຖິຕັງ ສາຣິຣິກະທາຕຸມະຫາໂພທິງ ພຸດທະຣູປັງ ສະກະລັງ ສະທາວະຈະສາ ມະນະສາເຈວະ
ວັນທາເມເຕ, ຕະຖາຄະເຕ ສະຍະເນ ອາສະເນ ຖາເນ ຄະມະເນ ຈາປິ ສັບພະທາ.
ວັນທານ້ອຍ
T ອຸກາສະ ວັນທາມິ ພັນເຕ ສັບພັງ ອະປະຣາທັງ ຂະມະຖະ ເມ ພັນເຕ
ມະຍາ ກະຕັງ ປຸນຍັງ ສາມິນາ ອະນຸໂມທິຕັບພັງ ສາມິນາ ກະຕັງ ປຸນຍັງ ໄມຫັງ ທາຕັບພັງ ສາທຸ
ສາທຸ ສາທຸ ອະນຸໂມທາມິ.
ສີລະວັດ ກ່າວຄຳສັກເຄເທວະດາ
ວ່ານະໂມ 3 ເທື່ອ
T ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສໍາພຸດທັດສະ.
ນະໂມ
ຕັດສະ ພະຄະວະໂຕ ອະຣະຫະໂຕ ສໍາມາສໍາພຸດທັດສະ.
ນະໂມ
ຕັດສະ ພະຄະວະໂຕ ອະຣະຫະໂຕ ສໍາມາສໍາພຸດທັດສະ.
ຄຳປ່າວເທວະດາ
T ສັກເຄ ກາເມ ຈະ ຣູເປ ຄິຣິສິຂະຣະຕະເຕ ຈັນຕະລິກເຂ ວິມາເນ, ທິເປ ຣັດເຖ ຈະ ຄາເມ ຕະຣຸວະນະຄະຫະເນ ເຄຫະວັດຖູມຫິ ເຂດຕາ,
ພຸມມາ ຈາຍັນຕຸ ເທວາ ຊະລະຖາລະວິສະເມ ຍັກຂະຄັນທັບພະນາຄາ, ຕິດຖັນຕາ ສັນຕິເກ ຍັງ
ມຸນິວະຣະວະຈະນັງ ສາທະໂວ ເມ ສຸນັນຕຸ,
ທໍາມັດສະວະນະກາໂລ
ອະຍໍາພະທັນຕາ
ທໍາມັດສະວະນະກາໂລ
ອະຍໍາພະທັນຕາ
ທໍາມັດສະວະນະກາໂລ
ອະຍໍາພະທັນຕາ
ສາທຸ ອຸກາສະ !
F ຂ້ານ້ອຍຂໍໂອກາດອັງເຊີນ
ເທວະດາເຈົ້າທັງຫລາຍ ເຊິ່ງສະຖິດຢູ່ໃນສະຫວັນຊັ້ນຟ້າກັບທັງພູມເທວະດາທັງຫລາຍ
ອັນສະຖິດຢູ່ໃນວິມານເທິງຍອດເຂົາຂາດ ໃນອາກາດແລະເກາະດອນກໍ່ດີ ໃນເຮືອນຊານ ແລະ ໄຮ່ນາທີ່ນີ້ກໍ່ດີ ແລະ
ຂໍອັນເຊີນຍັກຂະຄັນທັບພະ ແລະ ນາກທັງຫລາຍ ເຊີ່ງສະທິດຢູ່ໃນນ້ຳ ແລະ ເທິງບົກ
ທີ່ຮົກບໍ່ຮາບພຽງອ້ອມແອ້ມທີ່ນີ້ກໍດີ ຂໍຈົ່ງມາອະນຸໂມທະນາຮ່ວມບຸນກະຖິນ ຮັກສາສິນກິນທານ
ແລະ ຟັງທຳມະເທດສະໜາດອມຝູງຂ້າທັງຫລາຍໃນເຮືອນ .............. ( ອອກຊື່ເຈົ້າພາບ )
ນີ້ໝົດທຸກຕົນທຸກອົງແດ່ກໍຂ້າເຖີ້ນ.
ອຸບາສົກ ອຸບາສິກາກ່າວ ຄຳອາຣາດທະນາສິນ 5 ວ່າດັ່ງນີ້:
¹
ສາທຸ ອຸກາສະ !
F ມະຍັງ ພັນເຕ ວິສຸງ ວິສຸງ ຣັກຂະນັດຖາຍະ ຕິສະຣະເນນະ ສະຫະ ປັນຈະ ສີລານິ ຍາຈາມະ
ທຸຕິຍຳປິ ມະຍັງ ພັນເຕ ວິສຸງ ວິສຸງ ຣັກຂະນັດຖາຍະ ຕິສາຣະເນນະ ສະຫະ ປັນຈະ ສີລານິ ຍາຈາມະ
ຕະຕິຍຳປິ ມະຍັງ ພັນເຕ ວິສຸງ ວິສຸງ ຣັກຂະນັດຖາຍະ ຕິສາຣະເນນະ ສະຫະ ປັນຈະ ສີລານິ
ຍາຈາມະ
( ຖ້າຜູ້ດຽວໃຫ້ປ່ຽນ “ ມະຍັງ ເປັນ ອະຫັງ ” ປ່ຽນຍາຈາມະເປັນ ຍາຈາມິ )
ພຣະພິກຂຸໃຫ້ສີນ 5 ອຸບາສົກ ອຸບາສິກາ ເວົ້າຕາມຫຼັງພຣະພິກຂຸ
T ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ
ນະໂມ
ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ
ນະໂມ
ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ
T ພຸດທັງ ສະຣະນັງ ຄັດສາມິ.
ທຳມັງ
ສະຣະນັງ ຄັດສາມິ.
ສັງຄັງ
ສະຣະນັງ ຄັດສາມິ.
T ທຸຕິຍຳປິ ພຸດທັງ ສະຣະນັງ ຄັດສາມິ.
ທຸຕິຍຳປິ ທຳມັງ ສະຣະນັງ ຄັດສາມິ.
ທຸຕິຍຳປິ ສັງຄັງ ສະຣະນັງ ຄັດສາມິ.
T ຕະຕິຍຳປິ ພຸດທັງ ສະຣະນັງ ຄັດສາມິ.
ຕະຕິຍຳປິ ທຳມັງ ສະຣະນັງ ຄັດສາມິ.
ຕະຕິຍຳປິ ສັງຄັງ ສະຣະນັງ ຄັດສາມິ.
ພຣະພິກຂຸກ່າວວ່າ:
ຕິສະຣະນະຄະມະນັງ ນິດຖິຕັງ
ອຸບາສົກ ອຸບາສິກາຮັບວ່າ:
ອາມະພັນເຕ ຕໍ່ໄປເວົ້າຕາມຫຼັງພຣະພິກຂຸ
1.
ປານາຕິປາຕາ
ເວຣະມະນີ ສິກຂາປະທັງ ສະມາທິຍາມິ
2.
ອະທິນນາທານາ
ເວຣະລະມະນີ ສິກຂາປະທັງ ສະມາທິຍາມິ
3.
ກາເມສຸ ມິດສາຈາຣາ
ເວຣະລະມະນີ ສິກຂາປະທັງ ສະມາທິຍາມິ
4.
ມຸສາວາທາ
ເວຣະລະມະນີ ສິກຂາປະທັງ ສະມາທິຍາມິ
5.
ສຸຣາເມຣະຍະມັດຊະປະມາທັດຖານາ
ເວຣະລະມະນີ ສິກຂາປະທັງ ສະມາທິຍາມິ
ພຣະພິກຂຸມ້ວນສີນວ່າ: ອິມານິ
ປັນຈະ ສິກຂາປະທານິ ສີເລນະສຸຄະຕິຍັນຕິ ສີເລນະໂພຄະສຳປະທາ ສີເລນະນິບພຸຕິງຍັນຕິ
ຕັດສະມາ ສີລັງ ວິໂສທະເຍ.
ຕໍ່ນີ້ໄປແມ່ນພິທີຖວາຍກອງກະຖິນ, ຜ້າກະຖິນ, ອຸປະໂລກ ແລະ ເທດສະຫຼອງບຸນກະຖິນ
8.1 ຄໍາຖວາຍກອງກະຖິນ
ອິມານິ ມະຍັງ ພັນເຕ ຈິວະຣະກະຖິນນະທຸດສັດສະ ສະປະຣິວາຣານິ ພິິກຂຸສັງຄັດສະ
ໂອໂນຊະຍາມະ ສາທຸໂນ ພັນເຕ ພິກຂຸສັງໂຄ ອິມານິ ສະປະຣິວະຣານິ ປະຕິຄັນຫາຕຸ ອຳຫາກັງ ທິຄະຣັດຕັງ
ຫິຕາຍະ ສຸຂາຍະ.
ຄຳແປ
F ຂ້າແຕ່ພຣະສົງຜູ້ຈະເລີນ
ພວກຂ້ານ້ອຍທັງຫລາຍ ຂໍນ້ອມຖວາຍເຊິ່ງຜ້າກະຖິນຈີວອນ ກັບທັງເຄື່ອງບໍລິວານນີ້ແກ່ພຣະສົງ
ຂໍພຣະສົງຈົ່ງຮັບເຊິ່ງຜ້າກະຖິນຈີວອນກັບທັງເຄື່ອງບໍລິວານນີ້ ຂອງພວກຂ້ານ້ອຍທັງຫລາຍ
ຄັນຮັບແລ້ວຈົ່ງກຣານກະຖິນດ້ວຍຜ້ານີ້ ເພື່ອປະໂຫຍດ ແລະ ຄວາມສຸກແກ່ພວກຂ້ານ້ອຍທັງຫລາຍ
ສິ້ນກາລະນານເຖີ້ນ
8.2 ຄໍາຖວາຍຜ້າກະຖິນ
Y ອິມັງ ມະຍັງ ພັນເຕ ສະປະຣິວາຣັງ ກະຖິນນະຈີວະຣະທຸດສັງ
ສັງຄັດສະ ໂອໂນຊະຍາມະ ສາທຸໂນ ພັນເຕ ສັງໂຄ ອິມັງ ສະປະຣິວາຣັງ ກະຖິນນະຈີວະຣະທຸດສັງ
ປະຕິກຄັນຫາຕຸ ປະຕິກຄະເຫຕະວາ ຈະ ອິມິນາ ຈີວະຣະທຸດເສນະກະຖິນນັງ ອັດຖະຣະຕຸ ອຳຫາກັງ
ທິຄະຣັດຕັງ ຫິຕາຍະ ສຸຂາຍະ.
ຄວາມແປ
F ຂ້າແຕ່ພຣະສົງຜູ້ຈະເຣີນ ພວກຂ້ານ້ອຍທັງຫລາຍ ຂໍນ້ອມຖວາຍເຊິ່ງຜ້າກະຖິນຈີວອນ ກັບທັງເຄື່ອງບໍລິວານນີ້ແກ່ພຣະສົງ
ຂໍພຣະສົງຈົ່ງຮັບເຊິ່ງຜ້າກະຖິນຈີວອນກັບທັງເຄື່ອງບໍລິວານນີ້ ຂອງພວກຂ້ານ້ອຍທັງຫລາຍ ຄັນຮັບແລ້ວຈົ່ງກຣານກະຖິນດ້ວຍຜ້ານີ້
ເພື່ອປະໂຫຍດ ແລະ ຄວາມສຸກແກ່ພວກຂ້ານ້ອຍທັງຫລາຍ ສິ້ນກາລະນານເຖີ້ນ.
8.3 ຄໍາອຸປະໂລກອົງທີໜຶ່ງ
ຜ້າກະຖິນທານ ກັບທັງຜ້າອານິສົງບໍຣິວານທັງປວງ
ເປັນຂອງ......... ( ອອກຊື່ເຈົ້າມູນລະສັດທາ ) ພ້ອມດ້ວຍພະຣິຍາ ບຸດຕີ ແລະ ບຸດຕາ
ວົງສາຄະນະຍາດ ມິດສະຫາຍ ມິີປະສາທະສັດທາເຫຼື້ອມໃສອັນແຮງກ້າ
ຈິ່ງໄດ້ພ້ອມກັນນຳມາຖວາຍແກ່ພຣະພິກຂຸສົງ ເຊິ່ງຢູ່ຈຳວັດສາຖ້ວນໄຕຣມາດໃນອາວາດນີ້.
ຜ້າກະຖິນທານນີ້ ເປັນຂອງບໍລິສຸດປຽບປະດຸດດັ່ງກ່າວ ຜ້າທິບອັນເລື່ອນລອຍມາແຕ່ນະພາກາດ
ແລ້ວຢາດຕົກລົງມາໃນທ່າມກາງສົງ ຈະໄດ້ຈຳເພາະເຈາະຈົງແກ່ພິກຂຸອົງໃດອົງໜຶ່ງກໍຫາບໍ່ໄດ້
ກໍ່ຜ້າກະຖິນທານນີ້ ມີພຣະບຣົມພຸດທາຍຸຍາດ ( ພຣະພຸດທະເຈົ້າຊົງອະນຸຍາດ ) ໄວ້ວ່າ
ໃຫ້ພຣະພິກຂຸທັງປວງ ເຊິ່ງຢູ່ຈຳພັນສາການຖ້ວນໄຕຣມາດແລ້ວ ແລະ ເປັນຜູ້ສະຫຼາດ
ສາມາດຮູ້ເຊິ່ງອັດຖະທຳ ຄືອານິສົງ 5 ມາຕິກາ 8 ປະລະໂພດ 2 ຄອງອັນຈັກກະທຳພິນທຸ ປັດຈຸ
ອະທິດຖານ ກຣານ ແລະ ຄອງທັງມວນຄວນຈະປູຜ້າກະຖິນທານນີ້ໄດ້ແລ້ວ
ຂໍພຣະສົງທັງປວງຈົ່ງຍິນຍອມພ້ອມພຽງກັນອະນຸຍາດ ແລະ ສົມມຸດໃຫ້ແກ່ພຣະພິກຂຸອົງນັ້ນເຖີ້ນ.
8.4 ຄໍາອຸປະໂລກອົງທີສອງ
ຜ້າກະຖິນທານ ກັບທັງຜ້າອານິສົງບໍລິວານທັງປວງນີ້
ຂ້ານ້ອຍພິຈາລະນາເບິ່ງແລ້ວ ເຫັນສົມຄວນແກແກ່ພຣະ........(ອອກຊື່ຜູ້ຈະຮັບກະຖິນ)
ຜູ້ຢູ່ໃນອາວາດນີ້ ເພາະທ່ານເປັນຜູ້ມີພັນສາແກ່ ແລະ ຮູ້ເຊິ່ງອັດຖະທຳ ຄື ອານິສົງ 5 ມາຕິກາ
8 ປະລິໂພດ 2 ຄອງອັນຈັກກະທຳພິນທຸນ ປັດຈຸ ອະທິດຖານ ກຣານ ແລະ ຄອງທັງມວນ
ຄວນຈະປູຜ້າກະຖິນນີ້ໄດ້, ຖ້າວ່າພິກຂຸອົງໃດບໍ່ເຫັນສົມຄວນແລ້ວ
ຈົ່ງກ່າວທັກທ້ວງຂຶ້ນໃນທ່າມກາງສົງ ຢ່າໄດ້ເກັງໃຈເລີຍ (ຢຸດຢູ່ໜ້ອຍໜຶ່ງ
ເມື່ອບໍ່ມີຜູ້ຂັດຄ້ານແລ້ວຈິ່ງວ່າຕໍ່ໄປ) ......ຖ້າເຫັນສົມຄວນແລ້ວ
ຈົ່ງໃຫ້ສຽງສາທຸການຂຶ້ນພ້ອມໆກັນ ໃນກາລະບັດນີ້ເຖີ້ນ.
ແລ້ວພຣະສົງທັງປວງຈິ່ງພ້ອມກັນວ່າ ສາທຸ ສາທຸ
ສາທຸ ອະນຸໂມທາມິ ດັ່ງນີ້.
ຄັນສຳເລັດຈາກການອຸປະໂລກແລ້ວ ຈິ່ງໃຫ້ພິກຂຸ 2
ອົງ ຫຼື ອົງດຽວກໍ່ໄດ້ ເຊິ່ງເປັນຜູ້ສະຫຼາດ ແລະ
ສາມາດເພິ່ງສູດກຳມະວາຈາໃຫ້ຜ້າກະຖິນຕໍ່ໄປ.
8.5 ຄໍາອາຣາທະນາເທດ
ພົມມາ ຈະໂລກາທິປະຕິ ສະຫັມປະຕິ ກັດຕັນຊະລີ ອັນທິວະຣັງ
ອະຍາຈະຖະ ສັນຕິຖາ ສັດຕາບປະຣະຊັກຂະຊາຕິກາ ເທເສຕຸ ທຳມັງອະນຸກຳປິມັງ ປະຊັງ.
Ø ຄຳອະຣາດທະນາເທດອີກແບບໜຶ່ງ
ອາທິກັນລະຍານັງ ມັດເຊກັນລະຍານັງ ປະລິໂຍສານະກັນລະຍານັງ
ສັດຖັງ ສະພະຍັນຊະນັງ ເກວະລະປະຣິປຸນນັງ ປະຣິສຸດທັງ ພົມມະຈະລິຍັງ ປະກາເສຖະ ໂນໂອກາສະ
ອາຣາທະນັງ ກະໂຣມະ.
8.6 ບົດຕົວຢ່າງ ເທດສະຫຼອງອານິສົງກະຖິນ
ນະໂມ
ຕັດສະ ພະຄະວະໂຕ ອະລະຫະໂຕ ສຳມາສຳພຸດທັດສະ ( 3 ເທື່ອ )
ອາພິກກັນເຕນະ ວັນເນນະຕິ ອາທິນະຕິນນະປາ
ລະເທວະປຸຕຕະກັມມານິ ທັດສະນັງຕັດສະ ກາ ອຸບປັດຕິ ອະຕິເຕ ກິຣະ ອິມັດສະມິງ ເຍວະ
ພັດທະກັບເປ ກັດສະໂປ ນາມະ ສຳມາສຳພຸດໂທຕິ ອິໂຕ ປະຣັງ ສັກກັດຈັງ ທຳໂມ ໂສຕັບໂພຕິ.
ໃນວາລະໂອກາດນີ້
ອາຕະມາຈັກໄດ້ສະແດງພຣະສັດທຳມະເທສະໜາພັນລະນາເຖິງອານິ ສົງຜົນແຫ່ງການຖວາຍກະຖິນທານ
ພໍເປັນເຄື່ອງເຕືອນຈິດສະກິດໃຈຂອງເຈົ້າມູນລະສັດທາທັງຫຼາຍໝາຍມີ..........(ຊື່ເຈົ້າສັດທາ)
ໄດ້ເກີດສັດທາຈິດ ພ້ອມດ້ວຍຍາດມິດທີ່ມີຈິດໃຈໃສສັດທາ
ເຫຼື້ອມໃສໄດ້ເສຍສະຣະຊັບອອກມາສ້າງກອງບຸນເພື່ອບູຊາ ຄຸນພຣະຣັດຕະນະໄຕຣ ອັນເປັນເຫດ
ເປັນປັດໃຈໃຫ້ປະສົບສຸກສົມບັດອັນມະໂຫຣານ ທັງໃນພົບນີ້ ແລະ ພົບໜ້າດັ່ງທີ່ເລື່ອງທີ່ມີມາແລ້ວໃນອາດີດ
ຕະການ ຄັ້ງສາສະໜາພຣະມະຫາກັດສະປະສຳມາສຳພຸດທະເຈົ້າ ອຸບັດຂຶ້ນໃນໂລກ
ມີບຸຣຸດເຂັນໃຈບໍ່ມີຍາດພໍ່ແມ່ພີ່ນ້ອງ ທັງຊັບສິນເງິນຄຳກໍ່ຂາດແຄນ
ອາໃສລ້ຽງຊີວິດຢູ່ໃນເມືອງພາຣານະສີ ໄດ້ໄປສູ່ສຳນັກສິຣິທຳມະຫາເສດຖີ ຜູ້ມີເງິນ 80 ໂກດ
ແລ້ວອອ້ນວອນຂໍເປັນລູກຈ້າງທ່ານເສດຖີຖາມເຂົາດ້ວຍຄວາມປານີກະລຸນາວ່າ
ເຈົ້າມີລະດັບສີລະປະສາດອັນໃດ ບຸຣຸດເຂັນໃຈຕອບວ່າ ຂ້ານ້ອຍບໍ່ມີສີລະປະວິຊາຫຍັງ
ມີແຕ່ກຳລັງແຮງຂອງກາຍເທົ່ານັ້ນ ທ່ານເສດຖີກ່າວວ່າ
ຖ້າແນວນັ້ນເຈົ້າຈົ່ງໄປຮັກສາໄຮ່ຫຍ້າໃຫ້ເຮົາເຖີດເຮົາຈະໃຫ້ເຂົ້າວັນລະໝໍ້ໆ
ແຕ່ຂະນະນັ້ນຈົນມີນາມປະກົດສືບໆກັນມາວ່າຕິນນະປາລະຕະຫຼອດກາລະບັດນີ້
ຢູ່ມາວັນໜຶ່ງຕິນນະປາລະບຸຣຸດມາຄິດວ່າ
ຕົວເຮົານີ້ໃນຊາດປາງກ່ອນບໍ່ເຄີຍໄດ້ເຮັດບຸນອັນໃດແນວໜຶ່ງໄວ້ເລີຍ
ມາເຖິງຊາດນີ້ຈິ່ງເປັນຄົນຍາກຈົນເຂັນໃຈ ແຕ່ອາຫານຈະຮັບປະທານໃນວັນໜຶ່ງໆກໍ່ຍັງຍາກ ”
ອິໂຕ ປັຕຖາຍະ ” ຈຳເດີມແຕ່ນີ້ເປັນຕົ້ນໄປເຮົາຈະຂົນຂວາຍໃຫ້ທານທຸກໆວັນ
ແລ້ວຈິ່ງຈະບໍລິໂພກຕອນພາຍຫຼັງ ເມື່ອໄດ້ຕັ້ງສັດຈະຍາທິດຖານເຊັ່ນນີ້ແລ້ວ
ກໍ່ໄດ້ແບ່ງອາຫານທີ່ເສດຖີໃຫ້ນັ້ນເປັນ 2 ສ່ວນ ໜຶ່ງຖວາຍແກ່ພຣະພິກຂຸສົງ
ອີກສ່ວນໜຶ່ງມ້ຽນໄວ້ບໍລິໂພກຕົນເອງ
ບຸຣຸດນັ້ນໄດ້ເຮັດແນວນັ້ນຕະຫຼອດມາດ້ວຍອຳນາດບຸນກຸສົນ ທີ່ຕິນນະປາຣະບຸຣຸດ ໄດ້ເຮັດຢູ່ຢ່າງນັ້ນກໍ່ໄດ້ຊາບເຖິງທ່ານເສດຖີ
ຈື່ງໄດ້ເພີ່ມອາຫານອອກເປັນ 3 ສ່ວນ ສ່ວນໜຶ່ງຖວາຍແກ່ພຣະພິກຂຸສົງ ແລະ ສ່ວນທີ່ 2
ໃຫ້ແກ່ທານຍາຈົກ ແລະ ສ່ວນທີ 3 ຕົນເອງບໍລິໂພກ ໄດ້ເຮັດມາດັ່ງນີ້ເປັນລຳດັບມາ
ຢູ່ມາວັນໜຶ່ງ ເປັນລະດູການອອກວັດສາປາຊາຊົນພຸດທະບໍລິສັດທັງຫຼາຍ
ກໍ່ພາກັນເຮັດບຸນກະຖິນທານເພື່ອຖວາຍແກ່ພຣະພິກຂຸສົງ ຜູ້ຢູ່ໃນອາວາດສິ້ນໄຕຣມາດ 3 ເດືອນ
ແລ້ວໄດ້ອານິສົງ 5 ມາຕິກາ 8 ທ່ານສິຣິທຳມະເສດຖີ ກໍ່ກະກຽມເຮັດບຸນກະຖິນໃນຄາວນີ້
ຕິນບຸຣຸດກໍ່ມາຮໍ່າເພີງຄິດໃນໃຈວ່າທານຊະນິດນີ້ເຫັນຈະເປັນທານທີ່ປະເສີດແນ່ນອນ
ເບິ່ງແລ້ວເຫັນວ່າປະຊາຊົນ ມີຂະບວນການຟົດຟຶ້ນຮ່ວມກາຍໃຈ ຊ່ວຍກັນຈັດຕັ້ງເຄື່ອງກອງບຸນ
ມີຄວາມເຫັນຄັກເຊັ່ນນີ້ແລ້ວ
ກໍ່ເຂົ້າໄປສູ່ສຳນັກທ່ານເສດຖີແລ້ວຖາມເຖິງອານິສົງຜົນຂອງການໃຫ້ອານິສົງເປັນທານທ່ານໄດ້ກ່າວເຖິງຄຸນານຸພາບຂອງກະຖິນທານໂດຍລະອຽດ
ຈົນຕິນນະປະຣະບຸຣຸດເຂັນໃຈ ໄດ້ເກີດສັດທາແຮງກ້າ ໄດ້ຖາມເຖິງວັນເວລາຈະຖວາຍກະຖິນ
ທ່ານເສດຖີກໍບອກວ່າຍັງອີກພຽງຢູ່ 7 ວັນເທົ່ານັ້ນ
ຕິນນະປະຣະບຸຣຸດກໍກັບມາສູ່ທີ່ຢູ່ຂອງຕົນ
ແລ້ວຄິດເຖິງສິ່ງຂອງທີ່ຈະນຳໄປເປັນວັດຖຸທານກໍ່ບໍ່ມີ
ເຫັນຢູ່ແຕ່ຜ້ານຸ່ງຜືນດຽວເທົ່ານັ້ນ ທີ່ຈະນຳໄປເຂົ້າເປັນສ່ວນກະຖິນທານໄດ້ ເມື່ອນຶກວ່າ
ຈະເປື້ອງຜ້າອອກເປັນທານເຊັ່ນນັ້ນ ຕົວມັດສະລິຍະໜຽວແໜ້ນແລ່ນເຂົ້າມາກັ້ນກາງໄວ້
ຖ້າເຮົາຈະສະຣະຜ້ານີ້ໃຫ້ເປັນທານແລ້ວຈະມີຜ້າໃດມານຸ່ງ ເຮົາກໍມີຜ້າຜືນດຽວເທົ່ານັ້ນ
ໃນທີ່ສຸດກໍເກີດສັດທາຂຶ້ນມາໃໝ່ ດ້ວຍນໍ້າໃຈແຮງກ້າ ຈິ່ງໄດ້ເປື້ອງຜ້າອອກມາໄດ້
ສ່ວນຕົວເອງກໍ່ນຳເອົາໃບໄມ້ມາຕັດຫຍິບເປັນຜ້ານຸ່ງປ້ອງກັນຄວາມລະອາຍ
ແລ້ວໄດ້ນຳຜ້ານັ້ນໄປຊັກໃຫ້ສະອາດ ແລ້ວຍ້ອມດ້ວຍນໍ້າຝາດໃຫ້ດີ ແລ້ວຈິ່ງກັບໄປຫາທ່ານເສດຖີ
ມອບອະນຸໂມທະນາຜ້ານັ້ນເຂົ້າເປັນສ່ວນຜ້າບໍລິວານມະຫາກະຖິນນັ້ນສ່ວນທ່ານເສດຖີກໍ່ໄດ້ຮັບອະນຸໂມທະນາເຊິ່ງທານ
ຂອງຕິນນະປາຣະບຸຣຸດນັ້ນ ເສດຖີກໍນຳຜ້າຜືນັ້ນເຂົ້າເປັນຜ້າບໍລິວານ
ເພາະວ່າຜ້າບໍລິວານຂາດຢູ່ຜືນໜຶ່ງ ແລ້ວນຳໄປທອດຖວາຍແກ່ພຣະພິກຂຸສົງ “ ໂກລາຫະລັງ ຊາຕັງ
” ສຽງໂກລະຫົນ ກໍບັງເກີດຂຶ້ນໃນຂະນະນັ້ນດ້ວຍສັບສຳນຽມສາທຸການ
ຂອງເທວາດາທັງຫຼາຍໃນພະນະຄອນນັ້ນ
ທົ່ວໂລກຈັກກະວານມີອາກາສັດຖາເທວະດາກໍສ້າງສາທຸການຕະຫຼອດໄປ ທົ່ວປະຖະພີມົນທົນ “
ຣາຊາຕັງ ສັດຕະວາ ” ຝ່ານພຣະມະຫາກະສັດ ຕົກສະທ້ານຢ້ານກົວ ແຕ່ມໍຣະນະໄພຈະມາເຖິງພຣະອົງ
ໄດ້ຮັບສັ່ງໃຫ້ຫາປຸໂຣຫິດ ແລ້ວຕັດເຖິງເຫດການໂກຣະຫົນອື້ອຶງນັ້ນ ເຊິ່ງມີເທວະດາ
ທີ່ເຝົ້າຮັກສາຢູ່ໃນເສວະຕະສັດມີເທວະບັນຊາວ່າ”ມະຫາຣາຊາ”ວ່າດູກ່ອນມະຫາບໍພິດ
ສຽງໂກລະຫົນນີ້ບໍ່ແມ່ນໄພຈະມີມາເຖິງພຣະອົງ ແຕ່ປະການໃດມັນເປັນສຽງແຫ່ງເທວະດາ
ໃນໝື່ນໂລກກະທາດ ໃຫ້ສຽງສາທຸການ ໂມທະນາສ່ວນບຸນ ເຊິ່ງຕິນນະປາຣະບຸຣຸດ
ອະນາຖາຮັກສາໄຮ່ຫຍ້າແຫ່ງເສດຖີ ໄດ້ເບື້ອງຜ້ານຸ່ງຂອງຕົນອອກມາເຂົ້າສ່ວນກະຖິນຮ່ວມພຣະອົງ
ຂໍພຣະອົງຢ່າໄດ້ສະດຸ້ງຫວາດຫວັ່ນຕົກໃຈເລີຍ ແຕ່ນັ້ນພະຣາຊາ
ກໍ່ປິຕິຍິນດີຮັບສັ່ງໃຫ້ຫາຕິນນະປາລະບຸຣຸດ
ພ້ອມທັງສົ່ງຜ້າສະດົກຄູ່ໜຶ່ງລາຄາຜືນລະແສນຣູປີໄປພະຣາຊາຄັນແລ້ວມະຫາກະສັດກໍ່ຊົງຂໍຊື້ສ່ວນບຸນດ້ວຍຊັບ
ມີປະມານພັນກະຫະປະນະໜຶ່ງທະວີຂຶ້ນໄປໂດຍລຳດັບ
ຈົນເຖິງແສນກະຫະປະນະຕິນນະປາລະກໍ່ບໍ່ສາມາດຂາຍໃຫ້ຕາມພະຣາຊະປະສົງ
ແລ້ວຕິນນະປາລະຈຶ່ງຂາບທູນວ່າ ພະອົງຈະຊົງຊື້ດ້ວຍຊັບບໍ່ໄດ້ດອກຂ້ານ້ອຍ!
ຖ້າພະອົງຈະອະນຸໂມທະນາສ່ວນບຸນນັ້ນໄດ້ຢູ່ ຂ້ານ້ອຍຈະຂໍຖວາຍອະນຸໂມທະນາເຄິ່ງໜຶ່ງ
ພະຣາຊາມີໄທໂສມະນັດຍິນດີໃຫ້ຕີຄ້ອງຮ້ອງປ່າວ ຕະຫຼອດທົ່ວນະຄອນ ແລ້ວພະຣາຊະທານ
ຊ້າງ, ມ້າ, ງົວ ຄວາຍ, ຣາຊະຣົດ
ຂ້າທາດຍິງຊາຍ ນາງສະໜົມກົມມະວັງ ຢ່າງລະຮ້ອຍທັງເຄື່ອງປະດັບອາພອນ ປາງຜາສາດ ສະເວຕສັຕ
ບູຊາແກ່ຕິນນະປາລະບຸຣຸດເປັນຈຳນວນມະຫາສານ ແລ້ວຕັ້ງໄວ້ໃນຕຳ ແໜ່ງເສດຖີ ພໍ່ຄ້າຄະຣືຫາບໍດີເສດຖີ
ພາກັນສະລະຊັບເປັນຈຳນວນໂກດໆ ບູຊາຄຸນຕິນນະປາລະບຸຣຸດ
ເປັນສົມບັດຢ່າງຫຼວງຫຼາຍທີ່ຕິນນະປາລະບຸຣຸດໄດ້ແລ້ວນີ້ ກໍ່ດ້ວຍກຸສົນເຈຕະນາອັນຍິ່ງ
ຄັນທຳການກິຣິຍາຕາຍລົງໄປກໍ່ໄດ້ໄປເບັງເກີດເທິງຊັ້ນດາວະດຶງສະຫວັນ
ມີນາງເທບອັກສອນຫົກໜື່ນເປັນບໍລິວານ ສ່ວນສິຣິທຳມະມະຫາເສດຖິເມື່ອມໍລະນະພາບລົງໄປກໍ່ໄດ້ໄປອຸບັດຂຶ້ນເທິງດາວະດຶງສະຫວັນເຊັ່ນດຽວກັນ
ຄັນເຖິງພຸດທະສາສະໜາພຣະສີເມດໄຕສຳມະສຳພຸດທະເຈົ້າລົງມາຕັດສະຮູ້
ແລ້ວຕິນນະປະຣະບຸຣຸດກໍ່ໄດ້ລົງມາອຸບັດເປັນຣາຊະໂອຣົດແຫ່ງພະເຈົ້າມັນທາຣະວະດີ
ຄັນຕໍ່ມາໄດ້ສະເຫວີຍຣາຊະສົມບັດແທນພະຣາຊະບິດາຢູ່ໝື່ນປີ ອອກບວດເປັນເອຫິພິກຂຸສຳເລັດເປັນພຣະອໍຣະຫັນ
ຂີນາສາວົກຂອງພຣະສີອະຣິຍະເມດໄຕຣພຸດທະເຈົ້າມີນາມປະກົດວ່າ ຕິນນະປາລະເຖຣະ
ຕັດສະມາສາທຸໂວ ເມື່ອສາທຸຊົນພຸດທະບໍລິສັດທັງຫຼາຍເຊິ່ງໄດ້ຊາບເລື່ອງລາວ
ຂອງພຣະຕິນນະປາລະເຖຣະ ໂດຍແຈ່ມແຈ້ງແລ້ວຈົ່ງເບີກບານມ່ວນຊື່ນໃນກຸສົນ ເຈຕະນາ
ສຳມາປະຕິບັດ ທີ່ທ່ານໄດ້ພໍ່າເພັງແລ້ວ ຄື ການໃຫ້ກະຖິນເປັນທານແກ່ພຣະພິກຂຸສົງ
ຄົງຈະໄດ້ຮັບຜົນ ດົນບັນດານເກີດມີແກ່ທຸກໆທ່ານ ດັ່ງຮັບປະທານໃນກະຖິນຄາຖາ ນິດຖິຕາ
ກໍ່ສະເດັດ ບໍຣິບວນ ກໍ່ເຫັນຄວນພຽງເທົ່ານີ້.
ແຕ່ນີ້ຕໍ່ໄປແມ່ນເປັນພິທີສັງຄະກຳຂອງພຣະພິກຂຸສົງທີ່ຕ້ອງເຮັດໃນສີມ.
8.7 ຄໍາສູດກໍາມະວາຈາໃຫ້້ຜ້າກະຖິນ
ພິກຂຸຜູ້ສະຫຼາດ
ແລະ ສາມາດເພິ່ງສູດປະກາດໃຫ້ສົງຮູ້ດ້ວຍຍັດຕິທຸຕິຍະກໍາມະວາຈາດັ່ງນີ້:
ສຸນາຕຸ ເມ ພັນເຕ ສັງໂຄ. ອິທັງ ສັດຄັດສະ
ກະຖິນະທຸດສັງ ອຸບປັນນັງ, ຍະທິ ສັງຄັດສະ ປັດຕະກັນລັງ, ສັງໂຄ ອິມັງ ກະຖິນະທຸດສັງ (
ອິດຖັນນາມັດສະ ) ພິກຂຸໂນ ທະເທຍຍະ ກະຖິນັງ ອັດຖະຣິຕຸງ. ເອສາ ຍັດຕິ. ສຸນາຕຸ ເມ ພັນເຕ
ສັງໂຄ. ອິທັງ ສັງຄັດສະ ກະຖິນະທຸດສັງ ອຸບປັນນັງ, ສັງໂຄ ອິມັງກະຖິນະທຸດສັງ (
ອິດຖັນນາມັດສະ ) ພິກຂຸໂນ ເທຕິ ກະຖິນະອັດຖະຣິຕຸງ. ຍັດສາຍສມະໂຕ ຂະມະຕິ ອິມັດສະ
ກະຖິນະທຸດສັດສະ ( ອິດຖັນນາມັັດສະ ) ພິກຂຸໂນ ທານັງ ກະຖິນັງອັດຖະຣິຕຸງ. ໂສ ຕຸນຫັດສະ.
ຍັດສະນັກຂະມະຕິ ໂສ ພາເສຍຍະ, ທິນນັງ ອິທັງ ສັງເຄນະ ກະຖິນະທຸດສັງ ( ອິດຖັນນາມັດສະ )
ພິກຂຸໂນ ກະຖິນັງ ອັດຖະຣິຕຸ. ຂະມະຕິ ສັງຄັດສະ, ຕັສມາ ຕຸນຫິເອວະເມຕັງ ທາຣະຍາມິ.
ຂ້າແຕ່ທ່ານຜູ້ຈະເລີນ ຂໍສົງຈົ່ງຟັງຂ້າພະເຈົ້າ
ຜ້າກະຖິນຜືນນີ້ເກີດຂຶ້ນແລ້ວແກ່ສົງ ຖ້າສົງມີຄວາມພ້ອມພຽງກັນ ສົງເພິ່ງໃຫ້ຜ້າກະຖິນຜືນນີ້ແກ່ພິກຂຸຊື່ນີ້
ເພື່ອກຣານກະຖິນ ອັນນີ້ເປັນຍັດຕິ. ຂ້າແຕ່ທ່ານຜູ້ຈະເລີນ ຂໍສົງຈົ່ງຟັງຂ້າພະເຈົ້າ
ຜ້າກະຖິນຜືນນີ້ເກີດຂຶ້ນແລ້ວແກ່ສົງ ສົງໃຫ້ຜ້າກະຖິນຜືນນີ້ແກ່ພິກຂຸຊື່ນີ້
ເພື່ອກຣານກະຖິນ ການໃຫ້ຜ້າກະຖິນຜືນນີ້ແກ່ພິກຂຸຊື່ນີ້
ເພື່ອກຣານກະຖິນຍ່ອມສົມຄວນແກ່ທ່ານຜູ້ໃດ ຂໍໃຫ້ທ່ານຜູ້ນັ້ນມິດຢູ່
ຖ້າບໍ່ສົມຄວນແກ່ທ່ານຜູ້ໃດ ຂໍໃຫ້ທ່ານຜູ້ນັ້ນເວົ້າຂຶ້ນ ເປັນອັນວ່າຜ້າກະຖິນຜືນນີ້
ສົງໄດ້ໃຫ້ແລ້ວແກ່ພິກຂຸຊື່ນີ້ ເພື່ອກຣານກະຖິນແລ້ວ ເລື່ອງນີ້ຍ່ອມສົມຄວນແກ່ສົງ,
ເພາະສະນັ້ນ ສົງຈິ່ງມິດຢູ່ ຂ້າພະເຈົ້າຂໍຈື່ຈຳເນື້ອຄວາມນີ້ໄວ້ດ້ວຍອາການຢ່າງນີ້.
8.8 ຄໍາກັບປະພິນທຸ
ອິມັງ ພິນທຸກັບປັງ ກະໂຣມິ
ທຸຕິຍຳປິ ອິມັງ ພິນທຸກັບປັງ ກະໂຣມິ
ຕະຕິຍຳປິ ອິມັງ ພິນທຸກັບປັງ ກະໂຣມິ.
8.9 ຄໍາປັດຈຸ
ສັງຄາຕິ ວ່າ: ອິມັງ ສັງຄາຕິງ ປັດຈຸທະຣາມິ
ຜ້າຄຸມ ວ່າ: ອິມັງ ອຸດຕະຣາສັງຄັງ ປັດຈຸທະຣາມິ
ຜ້າສະບົງ ວ່າ: ອິງມັງ ອັນຕະຣາວາສະກັງ ປັດຈຸທະຣາມິ
(ວ່າຢ່າງລະ 3 ເທື່ອ)
8.10 ຄໍາອະທິດຖານ
ຜ້າສັງຄາຕິ ວ່າ: ອິມັງ ສັງຄາຕິງ ອະທິດຖາມິ
ຜ້າຄຸ້ມ ວ່າ: ອິມັງ ອຸດຕະຣາສັງຄັງ ອະທິດຖາມິ
ຜ້າສະບົງ ວ່າ: ອິມັງ ອັນຕະຣະວາສະກັງ ອະທິດຖາມິ ( ວ່າຢ່າງລະ
3 ເທຶ່ອ )
8.11 ຄຳອະທິດຖານຜ້າ ຫຼື ເຄື່ອງບໍຣິິຂານອື່ນໆວ່າ
ອິມານິ ປະຣິກຂາຣະໂຈຣານິ ອະທິດຖາມິ ( ວ່າ 3 ເທຶ່ອ )
8.12 ຄຳກຣານກະຖິນ
ຜ້າສັງຄາຕິ ວ່າ: ອິມາຍະ ສັງຄາຕິຍາ ກະຖິນັງ ອັດຖະຣາມິ
ຜ້າຄຸ້ມ ວ່າ: ອິມິນາ ອຸດຕະຣາສັງເຄນາ ກະຖິນັງ ອັດຖະຣາມິ
ຜ້າສະບົງ ວ່າ: ອິມິນາ ອັນຕະຣະວາສະເກນະ ກະຖິນັງ ອັດຖະຣະມິ
ການກຣານກະຖິນນີ້ ຕ້ອງກຣານພຽງຜ້າຜືນດຽວ ຈະກຣານຄົບທັງ 3 ຜືນ ຫຼື 2 ຜືນກໍ່ໄດ້
ຄັນກຣານແລ້ວ ຈຶ່ງວ່ານະໂມ 3 ເທື່ອ ກ່າວຄຳອະນຸໂມທະນາຕໍ່ໄປ.
8.13 ຄຳອະນຸໂມທະນາຜ້າກະຖິນວ່າດັ່ງນີ້:
ອັດຖະຕັງ ອາວຸໂສ ສັງຄັດສະ ກະຖິນັງ, ທຳມິໂກ ກະຖິນັດຖາໂຣ
ອະນຸໂມທະຖະ
( ວ່າ 3
ເທື່ອ ) ນີ້ສຳລັບພຣະພິກຂຸຜູ້ມີວັດສາແກ່ກ່ວາພຣະພິກຂຸສົງ ນອກນີ້ເພິ່ງວ່າພ້ອມກັນວ່າ:
ອັດຖະຕັງ ພັນເຕ ສັງຄັດສະ ກະຖິນັງ,ທຳມິໂກ
ກະຖິນັດຖາໂຣ ອະນຸໂມທາມິ ( ວ່າ 3 ເທື່ອ ) ຖ້າພິກຂຸພ້ອມກັນກຣານກະຖິນສຳເລັດແລ້ວ
ຍ່ອມໄດ້ຮັບອະນິສົງ 5 ຢ່າງ ດັ່ງກ່າວແລ້ວເບື້ອງຕົ້ນນັ້ນ ຢືດອອກໄປເຖິງເດືອນ 4 ເພັງ
ເປັນອັນໝົດພິທີຂອງກະຖິນແຕ່ພຽງເທົ່ານີ້.
ບົດທີ 5
ສະຫຼຸບ ແລະ ຂໍ້ສະເໜີແນະ
1. ສະຫຼຸບ
ຜ່ານການຂຽນບົດລາຍງານຈົບຊັ້ນຫົວຂໍ້
“ສັງລວມກ່ຽວກັບພິທີບຸນກະຖິນ’’ ສາມາດສະຫຼຸບໄດ້ດັ່ງນີ້:
ບຸກຄົນທີ່ຈະຖວາຍຜ້າກະຖິນໄດ້ນັ້ນແມ່ນບຸກຄົນທົ່ວໄປ ຫລື
ເພື່ອນສະຫະທຳມິກະທັງ 5 ຄື: ພິກຂຸ, ພິກຂຸນີ, ນາງສິກຂາມານະ, ສາມະເນນ ຫລື ສາມະເນນລີ
ກໍ່ໄດ້ທັງນັ້ນ.
ຜ້າທີ່ຄວນເຮັດຜ້າກະຖິນມີ 5 ຢ່າງຄື: ຜ້າໃໝ່, ຜ້າທຽມໃໝ່,
ຜ້າເກົ່າ, ຜ້າບັງສະກຸນ ແລະ ຜ້າຕົກຕາມຮ້ານຕະຫລາດ.
ຜ້າທີ່ບໍ່ຄວນເຮັດຜ້າກະຖິນມີ 5 ຢ່າງຄື: ຜ້າທີ່ໄປຢືມເຂົາມາ,
ຜ້າທີ່ໄດ້ມາໂດຍບໍ່ຊອບທຳ, ຜ້າທີ່ໄປເວົ້າແນະນຳເຂົາໄດ້ມາ, ຜ້າທີ່ເປັນນິດສັກຄີ
ໝາຍເຖິງຜ້າທີ່ບໍ່ທຳເຄື່ອງໝາຍທີ່ພິກຂຸເກັບໄວ້ຫລາຍກວ່າ 10 ມື້ ແລະ ຜ້າທີ່ໄດ້ມາໂດຍທາງບໍ່ບໍລິສຸດ.
ຜ້າອື່ນນອກຈາກຜ້າເຫລືອງເປັນວັດຖຸແຫ່ງກະຖິນໄດ້,
ຜ້າທີ່ບໍ່ທັນໄດ້ເຮັດສຳເລັດຮູບຄືຍັງບໍ່ທັນເຮັດເປັນຈີວອນ ກໍ່ເປັນວັດຖຸກະຖິນໄດ້ ແຕ່ເມື່ອຮັບແລ້ວຕ້ອງນຳມາເຮັດເປັນຈີວອນ
ຜືນໃດຜືນໜຶ່ງຈິ່ງຈະເປັນຜ້າກະຖິນໄດ້,
ຜ້າທີ່ໃຊ້ເຮັດເປັນວັດຖຸກະຖິນນັ້ນບໍ່ຕ້ອງຄົບໄຕຣກໍ່ໄດ້ຄືມີແຕ່ ຜ້າຄຸມ, ຜ້າສັງຄາ ແລະ ຜ້າສະບົງ ຜືນໃດຜືນໜຶ່ງໃນ
ສາມຜືນດັ່ງກ່າວກໍ່ໃຊ້ໄດ້.
ພິກຂຸຜູ້ຄວນກຣານກະຖິນຕ້ອງປະກອບດ້ວຍອົງ
8 ດັ່ງນີ້:
1. ຮູ້ຈັກບຸບພະກອນ 7 ( ກິດເບື້ອງຕົ້ນຂອງກະຖິນ7 )
2. ຮູ້ຈັກອານິສົງ 5
3. ຮູ້ຈັກມາຕິກາ 8
4. ຮູ້ຈັກໄຕຣຈີວອນ
5. ຮູ້ຈັກເຮັດ ກັບປະ ພິນທຸ ແລະ ອະທິດຖານໄຕຣຈີວອນ
6. ຮູ້ຈັກຣານກະຖິນ
7. ຮູ້ຈັກປະລິໂພດ 2
8. ຮູ້ຈັກການເດາະກະຖິນ
ຈຳນວນພິກຂຸຜູ້ກຣານກະຖິນ
ມີຈຳນວນຢ່າງຕ່ຳ 5 ອົງຂຶ້ນໄປ ໜຶ່ງອົງເປັນຜູ້ຮັບ ເຫລືອສີ່ ອົງເຂົ້າເປັນຄະນະສົງ,
ຫລາຍກວ່າ 5 ອົງກຣານກະຖິນໄດ້, ໜ້ອຍກວ່າ 5 ອົງກຣານກະຖິນບໍ່ໄດ້.
ກໍລະນີພິກຂຸຈຳວັດສາອົງດຽວ
ຮັບຜ້າກະຖິນໄດ້ ແຕ່ໄປນິມົນເອົາພຣະພິກຂຸຈາກວັດອື່ນເຂົ້າຮ່ວມເປັນຄະນະສົງໄດ້
ແຕ່ພິກຂຸອື່ນບໍ່ມີສິດຈະໄດ້ຮັບຜ້າກະຖິນໄດ້.
ການທອດຖວາຍຜ້າກະຖິນເບື້ອງຕົ້ນຕ້ອງຈອງ
ຫລື ປັກ ກະຖິນກ່ອນ ຈາກນັ້ນກໍ່ຕ້ອງຫ້າງຫາກະກຽມຜ້າກະຖິນ, ເຄື່ອງບໍລິຂານ ແລະ
ເຄື່ອງບໍລິວານອື່ນໆ ພໍຮອດກຳນົດທີ່ຈະທອດຖວາຍຜ້າກະຖິນ ຈິ່ງນຳໄປຖວາຍແກ່ພຣະພິກຂຸສົງ
ອົງຈຳວັດສາຄົບຖ້ວນໄຕຣມາດ ( ສາມເດືອນ ) ໃນວັດນັ້ນ ຫລັງຈາກຮອດວັດທີ່ຈະທອດຖວາຍນັ້ນ
ຕ້ອງແຫ່ອ້ອມສາລາໂຮງທຳ ຫລື ສີມ ສາມຮອບຄົບແລ້ວ ຈິ່ງນຳຜ້າກະຖິນ, ເຄື່ອງບໍລິຂານ ແລະ
ເຄື່ອງບໍລິວານ ແລ້ວນຳພາເຈົ້າພາບເຈົ້າສັດທາທັງຫລາຍ ເລີ່ມພິທີໄຫ້ວພຣະ, ຮັບສິນ,
ຖວາຍກອງກະຖິນ, ຖວາຍຜ້າກະຖິນ, ພຣະສົງກ່າວຄຳອຸປະໂລກ, ຍາດໂຍມກ່າວຄຳອາລາດທະນາເທດ,
ພຣະສົງສະແດງພຣະທຳມະເທດສະໜາວ່າດ້ວຍອານິສົງແຫ່ງການຖວາຍຜ້າກະຖິນ
ຫລັງຈາກນັ້ນແມ່ນພິທີສັງຄະກຳຂອງສົງພາຍໃນສີມມາຄື: ສູດກຳມະວາຈາໃຫ້ຜ້າກະຖິນ
ຜູ້ຮັບຜ້າກະຖິນກ່າວຄຳພິນທຸ, ຄຳປັດຈຸ, ຄຳອະທິຖານ, ກ່າວຄຳກຣານກະຖິນ ແລະ
ກ່າວອະນຸໂມທະນາກະຖິນ
ຫລັງຈາກນັ້ນຄະນະສົງກ່າວຄຳອະນຸໂມທະນາຜ້າກະຖິນກໍ່ເປັນອັນວ່າພິທີທອດຖວາຍຜ້າກະຖິນກໍ່ສຳເລັດ.
2. ຂໍ້ສະເໜີແນະ
- ບຸກຄົນມີຄວາມປະສົງຈະເຮັດບຸນກະຖິນຕ້ອງສຶກສາພິທີກຳກ່ຽວກັບການເຮັດບຸນກະຖິນໃຫ້ເຂົ້າໃຈຢ່າງຈະແຈ້ງ.
- ການເຮັດບຸນກະຖິນຕ້ອງຫລີກເວັ້ນຈາກກະຖິນບູດ, ກະຖິນເນົ່າ
ແລະ ກະຖິນເສົ້າໝອງ.
-
ການເຮັດບຸນກະຖິນຈະໄດ້ບຸນຫລາຍຕ້ອງມີເຈດຕະນາດີທັງສາມເວລາຄື: ກ່ອນທອດຖວາຍ,
ກຳລັງທອດຖວາຍ ແລະ ຫລັງຈາກທອດຖວາຍກະຖິນແລ້ວ.
ເອກະສານອ້າງອີງ
1.
ພຣະວິໄນປີດົກ ສະບັບມະຫາຈຸລາລົງກອນຣາດຊະວິທະຍາໄລ ພ.ສ 2539
2. ວິໄນພາກ 3
ຄະນະພຸດທະປະຣັດຊະຍາສູນກາງ ພ.ສ.ລ ພ.ສ 2535
3. ຮີດ 12
ມະຫາສີລາ ວິລະວົງ ຄ.ສ 1996
4. ສາສະນະພິທີ
ແລະ ສັງຄະກຳ ພຣະດຣ. ມະຫາເຫວດ ມະເສໄນ ພ.ສ 2554
5.
ພຸດທະວິນິດໃສ ພິກຂຸຈຳພັນສາຮູບດຽວຮັບກະຖິນໄດ້ ?
ທ່ານປັນຍາ ໃຊ້ບາງຢາງ ພ.ສ 2552
6.
ຖືພຣະພຸດທະສາສະໜາງົມງວາຍແທ້ບໍ ? ພຣະຄຣູເນືອງພິລັກ ໂຊຕິທອນ ຄ.ສ 2010
7.
ບົດເທສະນາວ່າດ້ວຍອະນິສົງ 108 ກັນ ພຣະດຣ. ມະຫາບົວຄໍາ ສາຣິບຸດ ພ.ສ 2554
8. ດຳລັດວ່າດ້ວຍການຄຸ້ມຄອງ
ແລະ ປົກປ້ອງການເຄື່ອນໄຫວສາສະໜາຢູ່ສປປລາວ ຄ.ສ 2008
ພາກພະໜວກ
ເອກະສານອ້າງອີງ