Thursday, April 25, 2013

ຄວາມໝາຍຂອງການບໍລິຫານບຸກຄົນ



I.     ຄວາມໝາຍຂອງການບໍລິຫານບຸກຄົນ
      ການບໍລິຫານບຸກຄົນ ແມ່ນ ຂະບວນການທີ່ຜູ້ບໍລິຫານໃຊ້ສິລະປະ ແລະ ກົນລະຍຸດຕ່າງໆ ເພື່ອຈັດຫາ, ຄັດເລືອກ ແລະ ບັນຈຸບຸກຄົນຜູ້ທີ່ມີຄຸນສົມເໝາະສົມເຂົ້າມາເຮັດວຽກໃນອົງການ ແລະ ໃນຂະນະທີ່ບຸກຄົນໄດ້ເຂົ້າມາເຮັດວຽກຢູ່ໃນອົງການກໍ່ມີການຈັດກິດຈະກິດ, ພັດທະນາ, ບຳລຸງຮັກສາ ໃຫ້ບຸກຄົນເຫຼົ່ານັ້ນໄດ້ຮັບຄວາມຮູ້, ຄວາມສາມາດເພີ່ມຂື້ນ ແລະ ມີສຸຂະພາບຈິດ ແລະ ສຸຂະພາບກາຍທີ່ດີໃນການເຮັດວຽກ ພ້ອມນັ້ນຍັງຫາວິທິການ ເພື່ອເຮັດໃຫ້ສາມາຊິກໃນອົງການ ທີ່ພົ້ນຈາກການເຮັດວຽກ ສາມາດດຳລົງຊີວິດຢູ່ໃນສັງຄົມຢ່າງມີຄວາມສຸກ ເຊັ່ນ: ການໃຫ້ບຳເນັດ, ບຳນານ ແລະ ນະໂຍບາຍອື່ນໆ.
1.   ວຽກສຳລັບນ້າທີ່ຂອງຜູ້ບໍລິຫານ
1.1.     ການວາງແຜນ
1.2.     ການຈັດອົງການ ຫຼື ການຈັດຕັ້ງພະນັກງານເພື່ອປະຕິບັດແຜນການ
1.3.     ການອຳນວຍການ ຫຼື ການສັ່ງການ, ການຊີ້ນຳ ແລະ ການນຳພາ
1.4.     ການກວດກາ ຫຼື ການປະເມີນ
2.   ວຽກສຳລັບໜ້າທີ່ຂອງຜູ້ປະຕິບັດງານ
1.1.     ຈັດຫາບຸກຄົນເຂົ້າມາເຮັດວຽກ
1.2.     ການພັດທະນາ ຫຼື ການຝຶກອົບຮົມພະນັກງານ
1.3.     ການຈ່າຍຄ່າຕອບແທນ
1.4.     ການຮ່ວມແຮງຮ່ວມໃຈໃນການເຮັດວຽກ
1.5.     ການບຳລຸງຮັກສາ
1.6.     ການອອກຈາກການເຮັດວຽກ
II.   ຄວາມສຳຄັນຂອງການບໍລິຫານບຸກຄົນ
1.  ຊ່ວຍໃຫ້ອົງການມີຄວາມຈະເຣິນເຕີບໂຕ ເພາະພະແນກ ບໍລິຫານບຸກຄົນເປັນຊື່ກາງ ໃນການປະສານງານ ກັບພະແນກຕ່າງໆ ເພື່ອຊອກຫາວິທີການຈັດຫາ, ຄັດເລືອກ ແລະ ບັນຈຸຄົນທີ່ມີຄວາມຮູ້ ຄວາມສາມາດ ເຂົ້າມາເຮັດວຽກໃນອົງການ ກໍຈະພາໃຫ້ອົງການຈະເຣິນເຕິບໂຕຢ່າງໄວ ແລະ ຈະມີການພັດທະນາຂືີນເລືີອຍໆ.
2.  ຊ່ວຍໃຫ້ພະນັກງານທີ່ເຮັດວຽກໃນອົງການມີຂວັນກຳລັງໃຈໃນການເຮັດວຽກໄດ້ເປັນຢ່າງດີ ແລະ ກໍ່ຈະເກີດຄວາມຈົງຮັກພັກດີຕໍ່ອົງການທີ່ຕົນເຮັດວຽກຢູ່ໄດ້ຢ່າງຊີ້ເຊີງ.
3.  ຊ່ວຍສ້າງຄວາມໝັ້ຄົງໃຫ້ແກ່ສັງຄົມ ແລະ ໃຫ້ແກ່ປະເທດຊາດ, ບ້ານ , ເມືອງເຮົາ.
III.    ຈຸດປະສົງໃນການບໍລິຫານບຸກຄົນ
1.   ເພື່ອຕອບສະໜອງຄວາມຕ້ອງການທາງດ້ານສັງຄົມ
2.   ເພື່ອຕອບສະໜອງຄວາມມຸ້ງຫວັງທາງດ້ານການບໍລຫານຂອງອົງການ
3.   ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ເຮັດວຽກ
4.   ເພື່ອເຮັດໃຫ້ການຫຼຸດຜ່ອງໄພຫວ່າງງານລົງ
5.   ເພື່ອເຮັດໃຫ້ພະນັກງານມີຊີວິດທີ່ດີຂື້ນ
6.   ເພື່ອເພີ້ມກຳໄລເສຍພາສີໃຫ້ລັດຖະບານ, ເພື່ອໃຫ້ລັດຖະບານນຳໄປພັດທະນາປະເທດຊາດ
7.   ເພື່ອໃຫ້ພະນັກງານເກີດຄວາມສາມັກຄີກັນ ແລະ ຮັກແພງກັນ
images.jpgimages.jpg       


vv.jpgindex.jpg












IV.     ລະບົບ​ການ​ບໍລິຫານ​​ບຸກ​ຄົນ                        ການບໍລິຫານບຸກຄົນໄດ້ແບ່ງອອກເປັນ 2 ລະບົບຄື: ລະບົບເກື້ອກູນ ແລະ ຄຸນນະທຳ
1.  ລະບົບອຸປະຖຳ ໝາຍເຖີງທີ່ໃຊ້ໃນການບໍລິຫານບຸກຄົນນັບຕັ້ງແຕ່ການໃຫ້ໄດ້ມາເຊີ່ງ     ບຸກຄົນເຊີ່ງເຂົ້າມາເຮັດວຽກ ໃນການບຳລຸງຮັກສາ, ການພັດທະນາ ແລະ ການໃຫ້ທຶນການງານໂດຍໃຊ້ຄວາມສຳພັນສ່ວນຕົວໂດຍບໍ່ຄຳນີງເຖີງຄວາມສາມາດຂອງຄົນອື່ນທີ່ຢາກຈະເຂົ້າມາເຮັດວຽກໃນອົງການນັ້ນ ແລະ ບໍ່ຄຳເນີງເຖີງອົງການ

1.1.   ຂໍ້ດີ                                                       1). ວ່ອງໄວ ແກ້​ໄຂ​ສະ​ດວກ
2). ມີ​ຄວາມ​ຂັດ​ແຍ້ງ​ໃນ​ການ​ຕັດ​ສິນ​ໃຈ​ນ້ອຍ
3).ເໝາະ​ສົມ​ກັບ​ບາງ​ຕຳແໜ່ງ
4).ສອດ​ຄ້ອງ​ກັບ​ການ​ປົກຄອງ​ທີ່​ມີ​ລະບົບ​ພັກ​ການ​ເມືອງ
1.2. ຂໍ້ເສຍ
            1). ບໍ່​ມີ​ຫລັກ​ປະ​ກັນ​ວ່າ​ຈະ​ໄດ້​ຄົົນທີ່​ມີ​ຄວາມ​ຮູ້ ຄວາມ​ສາມາດ
            2). ຫນ່ວຍ​ງານ​ພັດທະນາ​ໄດ້​ຢາ
            3). ຂວັນ​ກຳ​ລັງ​ໃຈ​ຂອງ​ຜູ້​ປະຕິບັດ​ງານ​ບໍ່ດີ
            4). ມຸ້ງ​ຮັບ​ໃຊ້​ຄົນ​ຫລາຍ​ກວ່າ​ຫນ່ວຍ​ງາ

  2. ລະບົບ​ຄຸນນະ​ທຳ (Merit  System);  ເກີດ​ຈາກ​ຄວາມ​ພະຍາຍາມ​ທີ່​ຈະ​ແກ້​ໄຂ​ຂໍ້​        ບົກ​ພ່ອງ ຂອງ​ລະບົບ​ອຸບປະຖຳ ໂດຍ​ເປັນ​ລະບົບ​ການ​ບໍລິຫານ​ບຸກ​ຄົນ​ທີ່​ອາໄສ​ຄວາມ​ຮູ້ ຄວາມ​ສາມາດ​ຂອງ​ບຸກ​ຄົນ​ເປັນ​ຫລັກ ບໍ່​ຄຳ​ນຶງ​ເຖິງ     ຄວາມ​ສຳພັນ​ສ່ວນ​ຕົວ ມີ​ລັກສະນະ​ສຳຄັນ​ດັ່ງນີ້:
1)  ຫລັກ​ຄວາມ​ສາມາດ (Competence)  ເປັນ​ການ​ຖື​ຄວາມ​ສາມາດ​ຂອງ​ບຸກ​ຄົນ​ເປັນ​ສຳຄັນ ເພື່ອ​ໃຫ້​ເໝາະ​ສົມ​ກັບ​ຕຳແໜ່ງ​ຫນ້າທີ່ ແລະ​ຕ້ອງ​ສາມາດ​ໃຊ້​ຄວາມ​ຮູ້​ມາ​ປະຕິບັດ​ງານ​ໃຫ້​ເກີດ​ປະໂຫຍດ​ຕໍ່​ສ່ວນ​ລວມ           ໄດ້​ຢ່າງ​ເຕັມ​ທີ່.
2)  ຫລັກ​ຄວາມ​ສະເໝີ​ພາກ (Equality  Opportunity)  ເປັນ​ການ​ໃຫ້​ໂອ​ກາດ​ທີ່​ເທົ່າ​ທຽມ​ກັນ ແກ່​ບຸກ​ຄົນ​ທັງ​ໃນ​ການ​ເຂົ້າ​ສູ່​ການ​ເປັນ​ລາດ​ການ​ແລະ​ຢູ່ໃນ​ລະຫວ່າງ​ການ​ເປັນ​ຂ້າ​ລາດ​ການ  ຊຶ່ງ​ເປັນ​ແນວ​ຄິດ​ຕາມ​ຫລັກ ປະ​ຊາ​ທິບ​ຫມາກໄຂ່ຫລັງ​ຍະ​ທີ່​ໃຫ້​ສິດ​ທິ​ສະເໝີ​ພາກ​ແກ່​ບຸກ​ຄົນ​ພາຍ​ໃນ​ຂອບ​ເຂດ​ຂອງ​ກົດ​ໝາຍ  ໂດຍ​ຖື​ວ່າ​ທຸກ​ຄົນ ຈະ​ຕ້ອງ​ໄດ້ຮັບ​ການ​ປະຕິບັດ​ຢ່າງ​ສະເໝີ​ພາກ​ດ້ວຍ​ຄຸນສົມບັດ​ແລະ​ຫລັກ​ເກນ​ທີ່​ຢູ່ໃນ​ມາດຕະຖານ​ດຽວ​ກັນ.
  3)  ຫລັກ​ຄວາມຫມັ້ນຄົງ​ໃນ​ຕຳແໜ່ງ​ຫນ້າທີ່ (Security  of  Tenure)  ຊຶ່ງ​ຕ້ອງ​ໄດ້ຮັບ​ການ​ຍອມ​ຮັບ       ແລະ​ຄຸ້ມ​ຄອງ​ຕາມ​ກົດຫມາຍ ຄື​ຈະ​ບໍ່​ຖືກ​ປົດ​ອອກ​ຫລື​ໄລ່​ອອກຈາກ​ງານ​ໂດຍ​ບໍ່​ມີ​ເຫດ​ທີ່​ພິສູດ​ໄດ້  ຫລັກ​ການ​ນີ້    ມຸ້ງ​ໃຫ້​ຂ້າ​ລາດ​ການ​ເກີດ​ຄວາມຫມັ້ນຄົງ​ຖາວອນ​ໃນ​ອາ​ຊີບ  ແລະ​ເກີດ​ຄວາມ​ຮູ້ສຶກ​ຫມັ້ນຄົງ​ທີ່​ຈະ​ແສ​ວົງ​ຫາ​ຄວາມ​ຈະເລີນ​ກ້າວ​ໜ້າ   ໃນ​ຫນ້າທີ່​ຂອງ​ຕົນ ໂດຍ​ບໍ່​ຕ້ອງ​ຄຳ​ນຶງ​ເຖິງ​ເຫດຜົນ​ສ່ວນ​ຕົວ​ຫລື​ທາງ​ການ​ເມືອງ.
4)  ຫລັກ​ຄວາມ​ເປັນ​ກາງ​ທາງ​ການ​ເມືອງ  (Political  Neutrality)  ຄື ການ​ທີ່​ຂ້າ​ລາດ​ການ​ປະຈຳ      ຕ້ອງ​ເປັນ​ກາງ​ທາງ​ການ​ເມືອງ​ແລະ​ສາມາດ​ປະຕິບັດ​ຫນ້າທີ່​ໄດ້​ຕາມ​ນະໂຍບາຍ​ຂອງ​ລັດຖະບານ​ຢ່າງ​ເຕັມ​ຄວາມ​ສາມາດ     ໂດຍ​ບໍ່​ຂຶ້ນ​ຢູ່​ກັບ​ອິດທິພົນ​ຂອງ​ພັກ​ການ​ເມືອງ​ໜຶ່ງ​ພັກ​ການ​ເມືອງ​ໃດ  ແຕ່​ຍັງ​ຄົງ​ສິດ​ທິ​ທາງ​ການ​ເມືອງ ເຊັ່ນ​ດຽວ​ກັບ​ປະຊາຊົນ​ທົ່ວ​ໄປ.
         2.1. ຂໍ້ດີ
      1). ສອດ​ຄ້ອງ​ກັບ​ລະບົບ​ປະ​ຊາ​ທິປະໄຕ​ທີ່​ເນັ້ນ​ຄວາມ​ສະເໝີ​ພາກເປັນຫລັກ
    2).ໄດ້​ຄົນ​ດີ​ມີ​ຄວາມ​ຮູ້ ຄວາມ​ສາມາດ​ເຂົ້າ​ມາ​ເຮັດວຽກ
                   3).  ສ້າງ​ຂວັນ​ກຳ​ລັງ​ໃຈ​ໃນ​ການ-ເຮັດ-ວຽກງານ
              4). ຊ່ວຍ​ຫນ່ວຍ​ງານ​ມີ​ປະ​ສິດ​ທິ​ພາບ
         2.2. ຂໍ້ເສຍ
 1). ຊັກ​ຊ້າ
 2). ຄ່າ​ໃຊ້​ຈ່າຍ​ໃນ​ການ​ສອບ​ແຂ່ງ​ຂັນ​ສູງ
 3). ສ້າງ​ຄວາມ​ສຳພັນ​ແບບ​ເປັນ​ທາງ​ການ​ຫລາຍ​ເກີນ​ໄປ
 4). ເຮັດ​ໄດ້​ຍາກ ເພາະ​ຕ້ອງ​ອາໄສ​ຄວາມ​ຮ່ວມ​ມື​ຈາກ​ທຸກ​ຝ່າຍ​ຢ່າງ​ຈິງ​ຈັງ
v.  ບົດບາດຂອງຜູ້ຈັດການຝ່າຍບຸກຄົນ
    ບົດບາດຂອງຜູ້ຈັດການຝ່າຍບຸກຄົນ ໃນອົງການມີໜ້າທີ່ດັ່ງນີ້:
1.  ການວາງແຜນ (Plaining)
;kk.jpgການວາງແຜນເປັນວຽກສຳຄັນຂອງຂອງຝ່າຍຜູ້ບໍລິຫານ ທີ່ຈະກຳນົດແຜນບຸກຄົນທີ່ຕ້ອງການ ເຊັ່ນ: ການວາງແຜນກຳລັງຄົນ ທີ່ຈະເອົາເຂົ້າມາເຮັດວຽກໃນອົງການໂດຍການຮ່ວມມື ກັບຜູ້ບໍລິຫານພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເພື່ອກຳນົດວ່າຈະມີຄົນຈຳນວນເທົ່າໄດ, ພ້ອມທັງເບີ່ງຄຸນສົມບັດ ແລະ ປະສົບການ ທີ່ຕ້ອງການ ທັງນີ້ເພື່ອຫລີກເວັ້ນບໍ່ໃຫ້ອົງການພົບກັບບັນຫາ ເລື່ອງການຂາດແຄ້ນຄົນ.
kk.jpg




2.  ການຈັດອົງການ ຫຼື ການຈັດຕັ້ງພະນັກງານປະຕິບັດແຜນການ
      ການຈັດຕັ້ງວຽກພາຍໃນອົງການ ເປັນວິທີທາງສຳຄັນອັນໜື່ງ ເພື່ອເຮັດໃຫ້ອົງການ ບັນລຸຈຸດໝາຍປາຍທາງ ເຊັ່ນ: ການກຳນົດຮູບແບບ ການພົວພັນລະຫວ່າງວຽກ ກັບບຸກຄົນທີ່ເຮັດວຽກ ແລະ ວັດສະດຸອຸປະກອນເຄື່ອງມືເຄື່ອງໃຊ້ຕ່າງໆ ເຊີ່ງຜູ້ຮັບຜິດຊອບວຽກຝ່າຍບຸກຄົນ ຈະຕ້ອງມີຄວາມຮູ້ ກ່ຽວກັບວຽກຂອງຂະແໜງຕ່າງໆ ພາຍໃນອົງການຂອງຕົນເປັນຢ່າງດີ, ເປັນຕົ້ນ ຮູ້ຈຳແນກນ້າທີ່ຫລັກຂອງແຕ່ລະວຽກໃຫ້ແຈ່ມແຈ້ງ, ຮູ້ຈັກແບ່ງວຽກໃຫ້ລະອຽດ, ຊັບຊ້ອນຄົນໃຫ້ຖຶກຕ້ອງ ແລະ ເໝາະສົມເພື່ອບໍ່ໃຫ້ເກີດບັນຫາພາຍຫລັງ.
yy.jpghgfjg.jpghb.jpg                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                         3.  ການອຳນວຍການ, ການສັ່ງການ ແລະ ການຊີ້ນຳນຳພາ                        ເປັນວຽກໜື່ງທີ່ຜູ້ຈັດການຝ່າຍບຸກຄົນ ຕ້ອງເຮັດພາຍຫລັງ ທີ່ໄດ້ວາງແຜນ ແລະ ຈັດຕັ້ງອົງການແລ້ວ ເພື່ອກະຕຸ້ນໃຫ້ສາມາຊິກໃນອົງການ ຕັ້ງໃຈເຮັດວຽກຢ່າງມີປະສິດທິພາບ ແລະ ໃຊ້ຄວາມສາມາດເຕັມທີ່ໃນການເຮັດວຽກ ເພື່ອເປັນແນວທາງໃໝ່ໃຫ້ພະນັກງານມີຂວັນກຳລັງໃຈໃນການເຮັດວຽກຂື້ນຕື່ມ ແລະ ໃຊ້ຄວາມສະຫຼິວສະຫລາດເພື່ອນຳພາອົງການໄປສູຈຸດໝາຍປາຍທາງທີ່ຄາດຄະເນໄວ້ໃຫ້ບັນລຸຜົນສຳເລັດຢ່າງແທ້ຈີງ.

hfjgt.jpgjhi.jpg                                                                                                                                                                                                                                                                                                                                                                                                                                                                                                                                                   4.   ການກວດກາ ຫລື ການປະເມີນຜົນ   ( Controlling\ Evaluating )         ເປັນມາດຕະຖານອັນໜື່ງ ທີ່ຜູ້ຈັດການຝ່າຍບຸກຄົນນຳໃຊ້ ເພື່ອຕິດຕາມເບີ່ງວ່າຝ່າຍຕ່າງໆ ໄດ້ປະຕິບັດໜ້າທີ່ ເປັນໄປຕາມແຜນນະໂຍບາຍທີ່ໄດ້ວາງອອກ ຫລື ບໍ່ ຫລີກລ້ຽງເພື່ອບໍ່ໃຫ້ພະນັກງານອູ້ງານ ແລະ ບໍ່ໃຫ້ພະນັກງານຂີ້ກຽດໃນການເຮັດວຽກຕາມໜ້າທີ່ຂອງຕົນການປະເມິນຜົນຊ່ວຍໃຫ້ວຽກງານມີຄຸນນະພາບ                                           4.1. ການປະມານຜົນຊ່ວຍໃຫ້ອົງການກ້າວໜ້າໄວຍີ່ງຂື້ນກໍເພາະວ່າ:              1. ພະນັກງານຄາດຄວາມຫວັງວ່າຈະໄດ້ເລື່ອນຕຳແໜ່ງຖ້າເຮັດວຽກດີ                2. ພະນັກງານຄາດວ່າຈະໄດ້ຮັບໂບນັດໃນແຕ່ລະເດືອນ                       3. ເພາະພະນັກງານຢາກໄດ້ວຽກທີ່ໝັ້ນຄົງ ແລະ ເງີນເດືອນດີ ເພື່ອທີ່ຈະດຳລົງຊີວີດໃນສັງຄົມໄດ້ຢ່າງມີຄວາມສຸກກາຍ, ສຸກໃຈ ດັ່ງນັ້ນພວກເຂົາຈີ່ງເປັນຫົວໃຈຫລັກໃຫ້ກັບອົງການ ແລະ ໃຫ້ຄວາມສຳຄັນຢ່າງສຸດໃຈໃນໜ້າທີ່ວຽກງານທີ່ຕົນໄດ້ເຮັດ.        fdru.jpg                                                                       kk.jpg                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                   
VI.  ຜູ້ຈັດການຝ່າຍບໍລິຫານບຸກຄົນຍັງມີວຽກປະຕິບັດຕົວຈີງ                      1. ການຈັດຫາຄົນເຂົ້າເຮັດວຽກ  (Procurement)
         ການຈັດຫາຄົນເຂົ້າເຮັດວຽກໝາຍເຖີງ ການກຳນົດຊັບພະຍາກອນມະນຸດ ໃນດ້ານຄຸນສົມບັດ ແລະ ຈຳນວນພະນັກງານ ດ້ວຍວິທີການປະກາດ ຮັບສະໝັກເອົາຄົນເຂົ້າເຮັດວຽກ, ການຄັດເລືອກເອົາບຸກຄົນໃຫ້ຖຶກກັບໜ້າວຽກ ແລະ ການບັນຈຸ ຫຼື ການຊັບຊ້ອນພະນັກງານເຮັດວຽກ.ໜ້າທີ່ນີ້ເປັນການເນັ້ນເຖີງວຽກກ່ຽວກັບການຈ້າງງານ ເພື່ອດຳເນີນງານ ໃຫ້ໄດ້ຄົນດີ ມີຄວາມຮູ້ ຄວາມສາມາດ ເຂົ້າມາເຮັດວຽກໃນອົງການ.
27639.jpg12.jpg2.jpg                                                                                                                                                                                                                                                                                                                                                                                                                                                                                                          
     2.. ການພັດທະນາ ຫຼື ການຝຶກອົບຮົມພະນັກງານ (Development \ Training )
         ໝາຍເຖີງການວາງແຜນ ຝຶກອົບຮົມພະນັກງານ ເພື່ອຍົກລະດັບທັກສະ ຄວາມຮູ້ ຄວາມສາມາດຂອງພະນັກງານ ໂດຍຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງ ເຊັ່ນ: ກົມກອງ ພະແນກຕ່າງໆ ທີ່ຕ້ອງການຢາກໃຫ້ມີການຝຶກອົບຮົມ.
         ການຈະຈັດຫລັກສູດ ພາກສ່ວນຮັບຜິດຊອບພະນັກງານ ຈະເປັນຜູ້ສຳຫລວດ ຄວາມຕ້ອງການໃນການຝຶກອົບຮົມ, ຫລັງຈາກນັ້ນ ຈີ່ງກຳນົດຫລັກສູດ ແລະ ວິທີການຝຶກອົບຮົມຂື້ນຢ່າງເປັນທາງການ.
          ວຽກງານຝຶກອົບຮົມບໍ່ໄດ້ໝາຍເຖີງ ການຝຶກອົບຮົມ ພຽງພະນັກງານໃໝ່ເທົ່ານັ້ນ ແຕ່ຍັງກວມລວບເຖີງ ການຝຶກອົບຮົມພະນັກງານທີ່ມີການຍົກຍ້າຍ, ເລື່ອນຕຳແໜ່ງ ຫຼື ການສັບປ່ຽນໜ້າວຽກ.
iihyui.jpgimages.jpgindex.jpg                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                           


      3. ການຈ່າຍຄ່າຕອບແທນ ( Compensation )
         ເປັນວຽກຂອງການບໍລິຫານຄ່າຈ້າງ ແລະ ເງິນເດຶອນ ໂດຍຝ່າຍຮັບຜິດຊອບພະນັກງານ ຈະຕ້ອງສົມທົບກັບພາກສ່ວນທີ່ກ່ຽວຂ້ອງຕ່າງໆ ເພື່ອວິເຄາະ ແລະ ປະເມິນ ພະນັກງານວ່າຈະເຫັນສົມຄວນ ຈ້າງ ຫຼື ຂື້ນເງິນເດຶອນ ເທົ່າໄດຈື່ງຈະເໝາະສົມໂດຍອີງຕາມ:
3.1.      ໜ້າທີ່ ແລະ ຕຳແໜ່ງ
3.2.      ຂອບເຂດຄວາມຮັບຜິດຊອບໜ້ອຍ ຫລື ຫລາຍ
3.3.      ຄວາມຮູ້ ຄວາມສາມາດ ແລະ ປະສົບການ
3.4.      ຕາມວຸດທິການສຶກສາ
3.5.      ຕາມຕະຫລາດແຮງງານ ເຂົາຈ້າງກັນນ້ອຍ ຫລື ຫລາຍ
3.6.      ຕາມກົດໝາຍແຮງງານ ທີ່ກຳນົດກ່ຽວກັບອັດຕາຄ່າຈ້າງ ແລະ ອັດຕາຄ່າແຮງງານຕໍ່າສຸດເທົ່າໄດ
3.7.      ສະພາບເສດຖະກິດພານໃນປະເທດໃນແຕ່ລະໄລຍະ
3.8.      fkyt.jpghgjg.jpgຕາມການຜົນໄດ້ຮັບແຕ່ລະປີຂອງອົງການວ່າໄດ້ກຳໄລ ນ້ອຍ ຫລື ຫລາຍ
aecmoney-อินโดนีเซีย.jpgaecmoney-อินโดนีเซีย.jpgaecmoney-อินโดนีเซีย.jpgaecmoney-อินโดนีเซีย.jpgaecmoney-อินโดนีเซีย.jpgaecmoney-อินโดนีเซีย.jpgaecmoney-อินโดนีเซีย.jpgaecmoney-อินโดนีเซีย.jpg                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                            

4.  ການຮ່ວມແຮງຮ່ວມໃຈໃນການເຮັດວຽກ (​ Integration )
ເຖີງແມ່ນໄດ້ມີການຈັດຫາຄົນດີ, ມີຄວາມຮູ້ ຄວາມສາມາດ ມີການພັດທະນາຍົກລະດັບ ແລະ ຈ່ຍຄ່າແຮງງານສູງປານໄດກໍຕາມ ແຕ່ຖ້າບໍ່ເອົາໃຈໃສ່ເລື່ອງການພົວພັນ, ການຮ່ວມວຽກຮ່ວມງານກັນ ກໍອາດຈະເກີດບັນຫາການພົວພັນງານຂື້ນໄດ້, ໂດຍສ່ວນໃຫຍ່ແລ້ວບັນຫາທີ່ມັກເກີດຂື້ນ ແມ່ນບັນຫາຄວາມສຳພັນ ລະຫວ່າງຝ່າຍຜູ້ບໍລິຫານ ກັບພະນັກງານເປັນຕົ້ນ ແມ່ນເລື່ອງການຂັດແຍ່ງກັນເອງ.
ewrtyui.jpg












5.  ການບຳລຸງຮັກສາ ( Maintenance )
ແມ່ນການເບີ່ງແຍງເລື່ອງສຸຂະພາບ ແລະ ຄວາມປອດໄພ ຂອງພະນັກງານ ເຊັ່ນ: ສະພາຍ ແລະ ບັນຍາກາດ ຂອງການເຮັດວຽກວ່າມີສີ່ງໄດ ທີ່ທຳລາຍສຸຂະພາບ ແລະ ຄວາມປອດໄພ ຂອງພະນັກງານ, ເຄື່ອງຈັກ, ແສງໄຟ, ອາກາດ, ສຽງ ເຄື່ອງປ້ອງກັນຄວາມປອດໄພ ຈາກອັນຕະລາຍຕ່າງໆ ມີການຕຽມພ້ອມ ຫລືບໍ, ລວມທັງ ການໃຫ້ຄຳປຶກສາ ແກ່ພະນັກງານ ໂດຍສະເພາະ ຜູ້ເຮັດວຽກກ່ຽວກັບເຄມີ ແລະ ອື່ນໆ.                        
sdfghj.jpgsdfgjk.jpg                                                                                                                                                                                                                                                                                                                                                                                          
6. ການພິຈາລະນາສະພາບ ການພົ້ນຈາກການເຮັດວຽກ ( Separation )            ເປັນໜ້າທີ່ຂອງຜູ້ບໍລິຫານຝ່າຍບຸກຄົນ ທີ່ຈະຕ້ອງພິຈາລະນາຈັດເງິນບຳເນັດ ແລະ ບຳນານ ໃຫ້ຜູ້ທີ່ພົ້ນຈາກການເຮັດວຽກ ເພື່ອດຳລົງຊີວິດຢູ່ໃນສັງຄົມຢ່າງມີຄວາມສຸກ.
   ການພົ້ນຈາກການເຮັດວຽກບໍ່ໄດ້ໝາຍເຖີງ ການກະສຽນເທົ່ານັ້ນ ແຕ່ຍັງລວມເຖີງການລາອອກ ເຊັ່ນ: ສະໝັກໃຈລາອອກເອງ , ຖຶກໄລ່ອອກ ຍ້ອນກະທຳຄວາມຜິດທີ່ຮ້າຍແຮງ ແລະ ການໃຫ້ອອກ ເຊັ່ນ: ຍ້ອນສຸຂະພາບບໍ່ແຂງແຮງເຮັດວຽກບໍ່ໄດ້ ແລະ ເງື່ອນໄຂອື່ນໆທີ່ບໍ່ພ້ອມ.

7.. ການບັນທຶກ,ການລາຍງານ ແລະ ສະຕິຖິກ່ຽວກັບພະນັກງານ
   ແມ່ນໜ້າທີ່ຂອງຜູ້ຝ່າຍບໍລິຫານບຸກຄົນຈະຕ້ອງເຮັດບັນທຶກ, ການລາຍງານ ແລະ ສະຕິຖິຕ່າງໆ ກ່ຽວກັບພະນັກງານ ເພື່ອລາຍງານໃຫ້ແກ່ຝ່າຍຜູ້ບໍລິຫານລະດັບສູງຊາບ ທຸກເວລາ ເຊັ່ນ: ການເຮັດແຟ້ມສ່ວນຕົວພະນັກງານ, ການບັນທຶກການເຮັດວຽກຂອງພະນັກງານ,ການລາຍງານຜົນການເຮັດວຽກ, ການເຮັດສະຕິຖີພະນັກງານ ແລະ ອື່ນໆ.
   ການເຮັດບັນທຶກ ລາຍງານແລະ ສະຕິຖີ ຂອງພະນັກງານ ແມ່ນວຽກສຳຄັນເພື່ອເກັບມ້ຽນ ໄວ້ເປັນເອກະສານອ້າງອີງ ຫລື ເອກະສານຄົ້ນຄົ້ວໃນການປະເມິນຜົນ ແລະ ໃນການປັບປຸງແກ້ໄຂໃນຂັ້ນຕໍ່ໄປ, ຖ້າບໍ່ມີການບັນທຶກກໍຈະບໍ່ມີເອກະສານອ້າງອີງໃນການຄົ້ນຄົ້ວ.

8.  ການວິໃຈດ້ານການບໍລິຫານບຸກຄົນ (Personel Management Research)
      ເປັນວຽກສຳຄັນ ເພື່ອຊ່ວຍໃຫ້ໄດ້ຂໍ້ມູນ ມາແກ້ໄຂປັບປຸງພັດທະນາໜ້າວຽກໃຫ້ມີຄຸນະພາບ ຫລາຍຂື້ນ ແລະ ເໝາະກັບສະພາບປັດຈຸບັນ.

VII. ສະຫລຸບ
ຜ່ານການຂຽນບົດມາຂ້າງເທີງເຫັນວ່າການບໍລິຫານມີຄວາມສຳຄັນໃນການເຮັດທຸລະກິດກໍດີ,ໃນພະແນກ ແລະ ກົມຂອງລັດຖະບານກໍດີ, ການບໍລິຫານບຸກຄົນຈະເຂົ້າມາຊ່ວຍພັດທະນາອົງການ, ການເຮັດໃຫ້ຈະເຣິນເຕິບໂຕ ເພາະວ່າມີບຸກຄົນທີ່ມີຄວາມຮູ້ ຄວາມສາມາດ, ມີປະສົບການ ແລະ ເປັນຜູ້ທີ່ມີພີກໄຫວດີເຂົ້າມາໃນອົງການຂອງເຮົາ ເຮັດໃຫ້ອົງການ ແລະ ປະເທດ , ບ້ານເມືອງ ປະສົບຄວາມສຳເລັດໃນການເຮັດທຸລະກິດ ແລະ ຍັງຊ່ວຍສ້າງສາປະເທດຊາດຈະເຮັດໃຫ້ຈະຣິນຮຸ່ງເຮືອງ ແລະ ຊ່ວຍໃຫ້ປະເທດຊາດຫລຸດພົ້ນອອກຈາກປະເທດທີ່ດ້ວຍການພັດທະນາໄດ້ຢ່າງຊີ້ນ້ຊີງ.