ສາທາລະນະລັດ
ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ
ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
ŒŒŒ===&===ŒŒŒŒ
ແຂວງ ບໍລິຄຳໄຊ
ເມືອງ ປາກກະດິງ
ຫ້ອງການກຸ່ມບ້ານພັດທະນາວຽງຄຳ
ບົດລາຍງານ
ການລົງຝຶກຫັດຈົບຊັ້ນປະລິນຍາຕີຂອງນັກສຶກສາ
ວປສ ແຫ່ງຊາດ
-
ອີງໃສ່ຂ້ຕົກລົງຂອງທ່ານລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ
ສະບັບເລກ ທີ່ 070 ປກສ
ລົງວັນທີ18/01/2012 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳບັ້ນລົງຝຶກຫັດຈົບຊັ້ນຂອງນັກສຶກສາປະລີນ ຍາຕີ ຮຸ່ນທີ12/5 ຂອງ ວປສ ແຫ່ງຊາດ.
- ອິງໃສ່:ການແນະນຳຂອງ ທ່ານ ດຣ ພັນເອກ
ມາລາ ວິລະຈິດ ເລຂາອົງຄະນະພັກ ຜູ້ອຳນວຍການ ໂຮງຮຽນ ວປສ ແຫ່ງ ຊາດ. ໃນຄັ້ງວັນທີ 16/02/2012
. ກ່ຽວກັບການຂຽນບົດລາຍງານໃນ ບັ້ນລົງຝຶກຫັດ ຂອງນັກສຶກສາ
ປະລີນຍາຕີຮຸ່ນທີ 12/5 ສົກຮຽນ 2007– 2012.
-ອີງໃສ່:ການລົງຝຶກຫັດຕົວຈິງຂອງນັກສຶກສາຮຸ່ນທີ
12/5 ຢູ່ທີ່ກຸ່ມບ້ານພັດທະນາວຽງຄຳ.
ພາກເປີດຫົວເປີດເລື່ອງ
ການລົງຝຶກຫັດຈົບຊັ້ນແມ່ນການນຳເອົາທິດສະດີ, ວິຊາສະເພາະທີ່ຕົນເອງໄດ້ສຶກສາຮໍ່າຮຽນທີ່ໄດ້ຄົ້ນຄ້ວາຈົບຫຼັກສູດ ທາງດ້ານທິດສະດີລົງໄປປະຕິບັດໜ້າທີ່ວຽກງານວິຊາສະເພາະຕົວຈິງຢູ່ໃນສະຖານທີ່ໆຕົນລົງຝຶກຫັດ
ເພື່ອເຮັດໃຫ້ຕົນເອງມີປະສົບການມີຄວາມອາດສາມາດໃນການເຮັດວຽກງານຕ່າງໆເຊັ່ນ:ໃນການແກ້ໄຂປະກົດການຫໍ້ຍຕ່າງໆຢູ່ໃນສັງຄົມ.
ເພື່ອໃຫ້ສອດຄອ່ງກັບແນວທາງນະໂຍບາຍຂອງພັກ-ລັດ, ນອກນັ້ນຕົນເອງກໍ່ຍັງໄດ້ຄົ້ນຄວ້າຖອດຖອນບາງບົດຮຽນຮາກຖານພະນັກງານທ້ອງຖີ່ນທີ່ປະຈຳຢູ່ກຸ່ມບ້ານທີ່ຕົນເອງລົງຝຶກຫັດນັ້ນຕື່ມອີກແລະຍັງໄດ້ໃກ້ຊິດຕິດແທດກັບພໍ່ແມ່ປະຊາຊົນຢູ່ໃນແຕ່ລະບ້ານທີ່ຂື້ນກັບກຸ່ມບ້ານພັດທະນາກຸ່ມ03ວຽງຄຳ,ນອກນັ້ນກໍ່ຍັງໄດ້ຮັບຮູ້ເຖິງການເຄື່ອນໄຫວແລະຮີດຄອງປະເພນີອັນດີງາມຂອງພໍ່ແມ່ປະຊາຊົນບັນດາເຜົ່າ.
ພາກທີ1
ສະພາບຈຸດພິເສດທາງດ້ານພູມສາດ
1.1
ທີ່ຕັ້ງ
ກອງບັນຊາການກອງບັນຊາການ ປກສ ເມືອງປາກກະດີງ
ກໍ່ແມ່ນໜື່ງໃນ 07 ກອງບັນ ຊາການທີ່ຂື້ນກັບ ກອງບັນຊາການ ປກສ
ແຂວງ ບໍລິຄຳໄຊ , ແຂວງ ບໍລິຄຳໄຊ ປະກອບມີ 07 ຕົວເມືອງ ຄືື: ເມືອງປາກຊັນ, ເມືອງທ່າພະບາດ,
ເມືອງ ບໍລິຄັນ, ເມືອງ ປາກກະດີງ, ເມືອງວຽງທອງ ແລະ ເມືອງ ໄຊຈຳພອນ ເມືອງ ປາກກະດີງ ເປັນເມືອງໜຶ່ງທີ່ຕັງຢູ່ທິດໃຕ້ຂອງແຂວງບໍລິ
ຄໍາໄຊ, ຫ່າງຈາກເທດສະບານແຂວງ
61 ກິໂລແມັດ ເຊີ່ງມີຄວາມສຳຄັນທາງດ້ານເສດຖະກິດ,ວັດທະນະທຳ-ສັງຄົມ.ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ມີຊາຍແດນເຊື່ອມຕໍ່ກັບຫຼາຍເມືອງຄື:
-
ທິດເໜືອຕິດກັບເມືອງ ປາກຊັນ
ແລະ ເມືອງ ບໍລິຄັນ.
-
ທິດຕາເວັນອອກຕິດກັບເມືອງ ຄຳເກີດ
ແລະ ເມືອງ ວຽງທອງ.
-
ທິດຕາເວັນຕົກຕິດກັບ ແຂວງ ບຶງການ
( ລາຊາອານາຈັກໄທ )
-
ທິດໃຕ້ຕິດກັບເມືອງ ຫີນບູນ ແຂວງ ຄຳມ່ວນ.
1.2 ສະພາບຈຸດພິເສດທາງດ້ານພູມສາດຂອງການລົງຝຶກຫັດຢູ່ກຸ່ມບ້ານພັດທະນາວຽງຄໍາ.
ກຸ່ມບ້ານພັດທະນາວຽງຄຳມີ14ບ້ານຂື້ນກັບ,ມີ157
ໜ່ວຍ, ມີ 2,106 ຫຼັງຄາເຮືອນ, ມີ 2,254 ຄອບຄົວ, ມີພົນລະເມືອງ 12,528 ຄົນ,ໃນນັ້ນມີຍີງ 6,162 ຄົນ,
ໃນນັ້ນກຸ່ມບ້ານພັດທະ ນາວຽງຄຳມີພະນັກງານທັງໝົດ 14 ຄົນ,ຍິງ
00 ຄົນ.ມີພະນັກງານ ປກສ ກຸ່ມບ້ານ 08 ສະຫາຍຍີງ 00 ສະຫາຍ ແລະ ພວກຂ້າພະເຈົ້າ 02 ສະຫາຍ,ນັກສຶກສາລົງຝຶກຫັດ ( ໂດຍກຳນົດເວລາ05
ເດືອນ ) .
- ຈຸດສຸມພັດທະນາວຽງຄຳ ( ກຸ່ມ03 )ຕັ້ງຢູ່ທິດໃຕ້ຂອງເມືອງ
ປາກກະດີງ ຫາກຈາກສຳນັກ
ເມືອງ 36 ກິ3ລແມັດ,ຈຸດໃຈກາງຕັ້ງຢູ່ສີ່ແຍກລະຫວ່າງເສັ້ນທາງເລກທີ
13 ໃຕ້ ແລະ ທາງເລກ 08 B
( ທາງແບ່ງຫຼັກ 20 ).
+ ທິດເໜືອຕິດກັບເຂດ 02 ທົ່ງນາມີ.
+ ທິດໃຕ້ຕິດກັບເມືອງ ຫີນບູນ ແຂວງ ຄໍາມ່ວນ.
+ ທິດຕາເວັນອອກຕິດກັບເມືອງ ຄູນຄໍາ ແຂວງ ຄໍາມ່ວນ
+
ທິດຕາເວັນຕົກຕິດກັບເຂດ 04 ປາກທອນ.
1.3
ສະພາບການເມືອງ-ເສດຖະກິດວັດທະນະທຳສັງຄົມ.
ພວກສັດຕູ ແລະ ກຸ່ມຄົນບໍ່ດີໄດ້ເຄື່ອນໄຫວໂຄສະນາໃສ່ຮ້າຍປ້າຍສີແນວທາງນະໂຍບາຍຂອງພັກກົດໜາຍຂອງລັດ .ການຜະລິດທາງດ້ານເສດຖະກິດ ຢູ່ພື້ນຖານເຂດ
03 ວຽງຄໍາແມ່ນມີຄວາມຫຍຸ້ງຍາກ;ລາຄາສີນຄ້າ ຢູ່ຕາມທ້ອງຕະຫຼາດແມ່ນ ມີການຖີບຕົວຂື້ນສູງ ແຕ່ເງີນເດືອນຂອງພະນັກງານບໍ່ເພີມເຮັດໃຫ້ຊິວິດຂອງປະຊາຊົນ,ພະນັກງານລັດຖະກອນພົບຄວາມຫຍຸ້ງຍາກ.
ນອກນັ້ນ ໃນໄລຍະຜ່ານມາພວກສັດຕູແລະກຸ່ມຄົນບໍ່ດີຫວັງມ້າງເພທຳລາຍຄວາມສາມະຄີລະຫວ່າງປະຊາຊົນບັນດາເຜົ່າແບ່ງແຍກຂັ້ນເທີງ
ແລະ ຂັ້ນລຸ່ມ,ສົ່ງເສີມການຄ້າໂສເພນີ,ໄວລຸ່ນມົ້ວສູມ ແລະ ດຶງດູດເອົາຊາຍໜຸ່ມ,ຍິງໜຸ່ມໄປຂາຍແຮງງານຢູ່ປະເທດໄທທີ່ບໍ່ຖືກຕ້ອງເຮັດໃຫ້ພາບພົດ-ຊື່ສຽງຂອງແມ່ຍີງທີ່ໄປຂາຍແຮງຢູ່ໄທເຊື່ອມເສຍ
ນອກນັ້ນພວກເຂົາຍັງນຳເອົາຢາເສບຕິດເຂົ້າມາຂາຍໂດຍສະເພາະແມ່ນ ( ຢາບ້າ ). ເພື່ອເບືື່ອເມົາໄວລຸ່ນສຸດທ້າຍເຮັດໃຫ້ໄວລຸ່ນ(
ເດັກ ).ບາງຈໍານວນໃນເກນອາຍຸ 15 ປີ
ຕິດຢາເສບຕິດເຮັດໃຫ້ມີຜົນຕາມມາເຊີ່ງສະແດງອອກຂີ້ຄ້ານບໍ່ມັກອອກແຮງງານ,ທຽ່ວເດິກ,ເກີດມີການຂີ້ລັກ-ງັດແງະ
ເຊີ່ງມັນໄດ້ທ້າທາຍ ແລະ ສົ່ງສະທ້ອນຕໍ່ສັງຄົມໂດຍກົງຊັບສົມບັດຂອງລັດຂອງປະຊາຊົນກໍ່ຖືກເສຍຫາຍໃນໄລຍະຜ່ານມາ.
1.4 ຂົງເຂດວຽງງານເສດຖະກິດຢູ່ກຸ່ມບ້ານພັດທະນາວຽງຄໍາ.
ສ່ວນຫຼາຍປະຊົນທົ່ວກຸ່ມບ້ານພັດທະນາວຽງຄຳ
( ເຂດ 03 ) ໄດ້ຖືເອົາການເຮັດໄຮ່,ເຮັດນາ,ປູກສາສີ,ປູກມັນຕົ້ນ,ຢາງພາລາ ແລະ ໜາກນັດເປັນຈຸດໜັກ
ເພື່ອເປັນສີນຄ້າສົ່ງອອກ ໂດຍສະເພາະມັນຕົ້ນໄດ້ມີບໍລິສັດ ອີນໂດໄຊນາ ຮັບຊື້ຜົນຜະລິດ ນຳພໍ່ແມ່ປະຊາຊົນ
ຢູ່ ພາຍໃນກຸ່ມບ້ານແລະທົ່ວ ເມືອງ ປາກກະດິງ.
ໃນຊຸມປີຕໍ່ໜ້າທາງກຸ່ມບ້ານພັດທະນາວຽງຄຳ
( ເຂດ 03 ).ຈະໄດ້ສ້າງເປັນເຂດຈຸດສຸມເປັນເຂດຍຸດທະສາດມີເປົ້າໜາຍ
ແລະຈະສ້າງເປັນຕົວເມືອງນ້ອຍໃນອານາຄົດ.
-ດ້ານການລ້ຽງສັດ.
ກຸ່ມບ້ານພັດທະນາວຽງຄຳ
ແຕ່ລະບ້ານພໍ່ແມ່ປະຊາຊົນ ຍັງລ້ຽງສັດປະເພດ ງົວ,ຄວາຍແລະສັດປີກປະເພດອື່ນໆເພື່ອນຳໄປຂາຍຢູ່ທ້ອງຕະຫຼາດ.
1.5 ດ້ານວັດທະນະທໍາ-ສັງຄົມ.
-ວຽກງານກໍ່ສ້າງພັກກໍ່ສ້າງພະນັກງານ
ເອົາໃຈໃສ່ປະຕິບັດນະໂຍບາຍກໍ່ສ້າງ,
ຍົກລະດັບ ໃຫ້ພະນັກງານລັດຖະກອນພະນັກງານຫຼັກແຫຼ່ງ ນຳພາດ້ານທິດສະດີການເມືອງ, ວິຊາສະເພາະ,ວິຊາການ,
ນັບທັງໄລຍະສັ້ນ ແລະ ໄລຍະຍາວ, ສົ່ງພະນັກງານໄປຮໍ່າຮຽນຍົກລະດັບ
ຢູ່ ພາຍໃນ ແລະ ຕ່າງປະເທດ. ນອກນັ້ນກໍ່ຍັງໄດ້ເອົາໃຈໃສ່ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານໃນແຕ່ລະໄລຍະ
ເພື່ອໃຫ້ພະ ນັກງານ ມີຄວາມໜັກແໜ້ນ,ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ວຽກງານ ວິຊາສະເພາະຂອງພັກ-ລັດຂັັ້ນເທິງມອບໜາຍໃຫ້.
-ວຽກງານການສຶກສາ
ຄະນະພັກຮາກຖານ ອຳນາດການປົກຄອງ
ແຕ່ລະບ້ານທົ່ວກຸ່ມ 03ວຽງຄໍາ ໄດ້ຖືເອົາວຽກງານການສຶກສາ ເພື່ອແນໃສ່ສ້າງ ຊັບພະຍາກອນມະນຸດ
ເປັນບັນຫາສຳຄັນ,ຮັບປະກັນການສຶກສາ ໃນທົ່ວກຸ່ມບ້ານໃຫ້ຂະຫຍາຍຕົວ ທາງດ້ານປະລິມານ ແລະ
ຄຸນນະພາບຢ່າງຕໍ່ເນືື່ອງ ປຸກລະດົມໃຫ້ປະຊາຊົນ ປະກອບສ່ວນເຂົ້າໃນວຽກງານສຶກສາ ໃຫ້ຫຼາຍກວ່າເກົ່າເຊັ່ນ
: ການປະກອບສ່ວນໃນການປົກປັກຮັກສາອາຄານ ການສະໜອງວັດຖຸ ອຸປະກອນຕ່າງໆ ທີ່ຈຳເປັນ;ນອກຈາກນີ້ຍັງຕ້ອງຊຸກຍູ້
ພໍ່ແມ່ປະຊາຊົນ ປະກອບສ່ວນ ເຂົ້າໃນການເບິ່ງແຍງ ຊີວິດການເປັນຢູ່ຂອງຄູ ເອົາໃຈໃສ່ ສົ່ງເສີມໃຫ້ລູກຫຼານ
ໃນເກນອາຍຸໄດ້ເຂົ້າຮຽນໜັງສື ຢ່າງທົ່ວເຖິງຫຼີກ ເວັ້ນການອອກໂຮງຮຽນກາງປີ.
ຕັ້ງໜ້າສ້າງເງື່ອນໄຂອັນຈຳເປັນ
ເພື່ອລົບລ້າງຄວາມບໍ່ຮູ້ໜັງສື ໃຫ້ປະຊາຊົນບັນດາເຜົ່າຢູ່ພາຍໃນກຸ່ມເປົ້າໜາຍອາຍຸ 15 ປີ ຫາ
24 ປີໃຫ້ຈົບລະບົບບຳລຸງຊັ້ນມັດທະຍົມ.
ຊຸກຍູ້ຂະບວນການກິລາ-ກາຍຍະກຳ
ແລະ ສີນລະປະວັນນະຄະດີ ໃຫ້ເກີດມີບັນຍາກາດໃນສະຖານທີ່ການສຶກສາ ແລະ ເດີ່ນກິລາ ຂອງແຕ່ລະບ້ານ
ໃນທົ່ວກຸ່ມ ສ້າງຂະບວນການແຂ່ງຂັນ ລະຫວ່າງໂຮງຮຽນຂອງບ້ານຕ່າງໆ ພາຍໃນກຸ່ມ.
ໃນຊຸມປີຕໍ່ໜ້າ
ທາງກຸ່ມຍັງຈະໄດ້ສຳຫຼວດອອກແບບ ແລະ ກໍ່ສ້າງໂຮງຮຽນອະນຸບານບ້ານກອງຄຳ ຫ້ອງກຽມປະຖົມບ້ານຫ້ວຍເພັດ
ແລະ ໂຮງຮຽນປະຖົມບ້ານນາສັງ.
ນອກຈາກນີ້ ການສຶກສາສາມັນແລ້ວ
ຍັງປະຕິວັດ ວຽກງານການສຶກສາ ນອກລະບົບໄປ
ພ້ອມໆກັນ ເປັນຕົ້ນແມ່ນ ມີໂຮງຮຽນອານຸບານລ້ຽງເດັກເອກະຊົນ,ຄຸນນະພາບຂອງການສຶກສາໄດ້ຮັບການປັບປຸງດີຂື້ນກວ່າເກົ່າ
ຈຳນວນຄູອາຈານໄດ້ຮັບການປັບປຸງຍົກລະດັບດີຂື້ນ ການຮຽນການສອນ ແລະ ການສອບເສັງຂອງນັກຮຽນ ແຕ່ລະຊັ້ນຮຽນ
ກໍ່ໄດ້ຮັບເກີນຄາດໜາຍ.
2.2 ວຽກງານສາທາລະນະສຸກ.
ປະຕິບັດທິດນຳປ້ອງກັນພະຍາດ
ແລະ ສົ່ງເສີມສຸຂະພາບ ເປັນຕົ້ນຕໍສືບຕໍ່ນຳພາປະຊາຊົນຮັກສາອະນາໄມ ສ້າງເງື່ອນໄຂໃຫ້ລູກຫຼານ
ໄດ້ຮັບການສັກຢາກັນພະຍາດ ປະເພດຕ່າງໆນຳພາປະຊາຊົນບາງຄອບຄົວສ້າງສ້ວມຖ່າຍ ເພື່ອປ້ອງກັນການລະບາດຂອງພະຍາດ
ໃນຮູບແບບຕ່າງໆໂດຍສະເພາະແມ່ນ ພະຍາດທີ່ມັກລະບາດຕາມລະດູການ ແລະ ສ້າງສຸກສາລາບ້ານໃຈກາງ 01
ຫຼັງ.
ຫຼຸດຜ່ອນອັດຕາການຕາຍຂອງເດັກລຸ່ນ
01 ປີແຕ່ປີ 2011 ຫາ 2015 ໃຫ້ຍັງເຫຼືອ 14/ 1000ລຸ່ມ.
ລຸ່ນ 05 ປີ ແຕ່ປີ 2011 ຫາ 2015 ໃຫ້ຍັງເຫຼືອ
17/1000,ອັດຕາການຕາຍຂອງແມ່ຫຼັງເກີດ 0/100.000.
ການສັກຢາກັນພະຍາດເດັກນ້ອຍລຸ່ນ
01 ປີບັນລຸ 95ສ່ວນຮ້ອຍ ຂອງແຕ່ລະສະນິດ.ປະຊາຊົນແຕ່ລະບ້ານໃນກຸ່ມບ້ານໄດ້ນຳໃຊ້ນໍ້າສະອາດ
ໃນການບໍລິໂພກສະໜອງໃນການບໍລິການໄດ້ຢ່າງທົ່ວເຖີງ.
ທາງເຂດຍັງໄດ້ສືບຕໍ່ປົກປັກຮັກສາອະນາໄມສີ່ງແວດລ້ອມ
ແລະ ຕ້ອງຈັດສັນຄອກສັດໃຫ້ຫ່າງຈາກເຮືອນປະມານ 10 ຫາ 20 ແມັດ ແລະ ສີ່ງເສດເຫຼືອອື່ນໆເພື່ອໃຫ້ສະອາດງາມຕາ,ທຸກຄອບຄົວຕ້ອງສ້າງເປັນຄອບຄົວສາມສະອາດ
ສ້າງບ້ານໃຫ້ເປັນບ້ານສາມສະອາດ,ເມື່ອເຈັບເປັນຕ້ອງໄປປິ່ນປົວຢູ່ສຸກສາລາຫຼືໂຮງໜໍອື່ນໆ.
2.3
ສະພາບກົນອຸບາຍແລະເຄື່ອນໄຫວຂອງສັດຕູ ( ນັກສືບ,ປະຕິການພວກສວຍໃຊ້ໂອກາດທາງດ້ານການເມືອງ,ສວຍໃຊ້ຊົນເຜົ່າສາສະໜາໂຄສະນາປ່າວຂ່າວງດ້ານການເມືອງ,ຄວາມເປັນລະບຽບຮຽບຮ້ອຍແລະປອດໄພຂອງສັງຄົມ...)
ແລະຄົນທີ່ບໍ່ດີ (ປຸ້ນຈີ້,ຂີ້ລັກ,ດຶງກະເປົ໋າ,ຍັກຍອກສໍ້ໂກງ,ຄ້າຂາຍເຖື່ອນ,ຢາເສບຕິດນັກເລງອັນຕະພານກຸ່ມແກ້ງກວນເມືອງ,ສັງຄົມໂສເພນີແລະອື່ນໆ).ຢູ່ພື້ນທີ່;ຜົນສະທ້ອນຂອງມັນຕໍ່ຄວາມບໍ່ສະຫງົບທາງດ້ານການເມືອງຄວາມເປັນລະບຽບຮຽບຮ້ອຍແລະປອດໄພໃນສັງຄົມ.
+
ດ້ານອ່ອນຂໍ້ຄົງຄ້າງ
ການປັບປຸງໜູ່,ໝວດ,ກອງຮ້ອຍ
ຂອງອ້າຍນ້ອງ ປກສ ບ້ານ,ການສ້າງໜ່ວຍປ້ອງກັນສຳນັກງານ ແລະ ກໍ່ສ້າງເພື່ອນຮ່ວມງານຢູ່ທ້ອງຖີ່ນຍັງເຮັດບໍ່ທັນໄດ້ດີຈື່ງເຮັດໃຫ້ຂະບວນການນີ້ເປັນຂະບວນການຂອງປະຊາຊົນບັນດາເຜົ່າ.
+ ພວກສັດຕູ ແລະ ກຸ່ມຄົນບໍ່ດີຍາມໃດ ພວກເຂົາກໍ່ບໍ່ໄດ້ລົດລະຍຸດທະສາດ
ເຈດຈຳນົງທີ່ທວັງມ້າງເພທຳລາຍ ລະບອບໃໜ່ຂອງພັກ-ລັດເຮົາ ໂດຍສະເພາະແມ່ນ ພວກມັນໄດ້ເລັ່ງໃສ່ຢູ່ຈຸດສຸມພັດທະນາວຽງຄຳ
ບໍ່ມີຄວາມສະຫງົບ,ບໍ່ມີຄວາມເປັນລະບຽບຮຽບຮອ້ຍອື່ນໆ.
2.3 ວຽກງານແກ້ໄຂປະກົດການຫຍໍ້ທໍ້,ຂີ້ລັກງັດແງະ,ຄ້າຂາຍເຖື່ອນ
ແລະ ອື່ນໆ.
ໃນຊ່ວງການລົງຝຶກຫັດຂອງຂ້າພະເຈົ້າ
ແມ່ນໄດ້ເຂົ້າຮ່ວມ ແກ້ໄຂປະກົດການຫຍໍ້ທໍ້ສຶກສາອົບຮົມແກ້ໄຂຄະດີນັກຮຽນອາລະວາດຕີກັນລັກເລັກຂະໂມຍນ້ອຍຢູ່ກຸ່ມ.
-ບັນດາປະກົດການຫໍ້ຍທໍ້ຂອງສັງຄົມເຖີງແມ່ນວ່າຈະໄດ້ຮັບການແກ້ໄຂເປັນລະບົບຕໍ່ເນື່ອງ
ແລະ ບາງຄັ້ງກໍ່ ຍັງມີເຫດການເກີດຂື້ນ ເປັນຕົ້ນແມ່ນບັນຫາຢາເສບຕິດ ແລະ ຫຼິ້ນການພະນັນ ແລະ
ການຄ້າຂາຍເຖື່ອນກໍ່ຍັງມີ.
-ການຄ້າຂາຍສັດປ່າທີ່ຕ້ອງຫ້າມເປັນຕົ້ນ.
-ສະພາບການລວມ ຂອງກຸ່ມ 03 ວຽງຄໍາ
ໃນໜື່ງປີຜ່ານມາ ແມ່ນມີຄວາມຄວາມສະຫງົບໂດຍພື້ນຖານ,ແຕ່ຍັງມີກຸມຄົນບໍ່ດີ ຈຳນວນໜື່ງຖືກເລກົນ,ຖືກຕົວະຍົວະຫຼອກລວງ
ຂອງສັດຕູ,ໃຫ້ທີ່ພັກພາແກ່ພວກເຄື່ອນໄຫວກໍ່ຄວາມບໍ່ສະຫງົບຢູ່ພາຍໃນເຂດແບບບໍ່ຮູ້ສຶກຕົວ,ພ້ອມກັນນັ້ນຢູ່ພາຍໃນເຂດກໍ່ຄື
ຢູ່ແຕ່ລະບ້ານທີ່ຂື້ນກັບກຸ່ມບ້ານພັດທະນາວຽງຄຳ ຍັງມີໄວລຸ່ນຈຳນວນໜື່ງເສບຢາເສບຕິດ,ທັງເສບທັງຂາຍມີ
03 ບ້ານຄື : ບ້ານວຽງຄໍາ,ບ້ານ ນໍ້າທອນ,ບ້ານຂອນສົງ.
ນອກຈາກນັ້ນຢູ່ບາງບ້ານ ແລະ ບາງບຸກຄົນຈຳນວນໜຶ່ງ ພາຍໃນກຸ່ມບ້ານພັດທະນາວຽງຄຳ ມີການຊຸກເຊື່ອງອາວຸດລ່າເນື້ອ
ໄວ້ໃນຄອບຄອງຄື:ປະເພດປື່ນແກັບ,ເຊີ່ງເຮັດໃຫ້ມີອຸປະຕິເຫດເກີດຂື້ນໃນຄັ້ງວັນທີ.22 / 04
/ 2012 .ໄດ້ມີທ້າວຂາວ,,ອາຍຸ 13 ປີ,ຢູ່ບ້ານນໍ້າສາງ,ເມືອງ ປາກກະດີງ, ແຂວງ
ບໍລິຄຳໄຊ,ໄດ້ເຮັດປືນແກັບລັ່ນໃສ່ຕົນເອງໃນເວລາໄປຫາຍິງນົກ ເສຍຊິວິດຢູ່ປ່າ.
+ບັນດາປະກົດການຫຍໍ້ທໍ້໌
ຢູ່ເຂດກຸ່ມບ້ານພັດທະນາວຽງຄໍາ ໃນໄລຍະລົງຝຶກຫັດ ທາງກອງບັນຊາການ ປກສ
ເມືອງປາກກະດິງໄດ້ເອົາໃຈໃສ່ ຊີ້ນຳກຸ່ມບ້ານຢ່າງເນື່ອງນິດລຽນຕິດ ພ້ອມກັນນັ້ນທາງເຂດ 03ວຽງຄໍາ
ໄດ້ເອົາໃຈໃສ່ເຮັດວຽກງານສະກັດກັ້ນ ຢ່າງຕໍ່ເນື່ອງຈິ່ງເຮັດໃຫ້ສະພາບປະກົດການຫຍໍ້ທໍ້ ຢູ່ພາຍໃນກຸ່ມບ້ານພັດທະນາວຽງຄຳຫຼຸດລົງ.
=>ໃນຄັ້ງວັນທີ08/03/2012 ໄດ້ເອົາທ້າວສົກອາຍຸ20ປີຢູ່ບ້ານຂອນສົງນຳສົ່ງຝາກດັດສ້າງຢູ່ເມືືືືືອງ.
=>ໃນຄ10/03/2012
ເວລາປະມານ14ໂມງໄດ້ມີຊາຍ02ຄົນໄດ້ເອົາມີນຈີ້ຄົນຫວຽດນາມໄດ້ເງີນ450,000 ກີບ.
=>ໃນຄັ້ງວັນທີ11/03/2012
ໄດ້ຮັບແຈ້ງຄວາມຈາກນາງຈັນ ອາຍຸ 60 ປີ ອາຊີບເຮັດນາຢູ່ບ້ານວຽງຄຳ,ເມືອງປາກກະດິງ
ແຂວງບໍລິຄຳໄຊ ມີຄົນຮ້າຍງັດເຮືອນລັກເອົາລົດຈັກສະກຸບປີສີ
ແດງຂາວບໍ່ມີປ້າຍ.
=>ໃນຄັ້ງວັນທີ່16/03/2012
ໄດ້ມີປກສ ເມືອງບໍລິຄັນມາສົມທົບເພື່ອໄປນຳເອົາລົດຈັກທີ່ລັກມາຂາຍຢູ່ບ້ານຫ້ວຍນອງເວບຈີນສີແດງດຳ
=>ໃນຄັ້ງວັນທີ່22/03/2012 ໄດ້ມີນາງຜິວອາຍຸ
30 ປີອາຊີບປະຊາຊົນຢູ່ບ້ານໜອງປອງເມືອງຄຳເກີດ ແຂວງບໍລິຄຳໄຊ ຮ້ອງຟ້ອງທ້າວພອນ(ຜົວ)ຜົວມາລັກເອົາເມຍໃໝ່ຢູ່ບ້ານຫ້ວຍເພັດ
ເມືອງປາກກະດິງ ແຂວງບໍລິຄຳໄຊ.
=>ໃນຄັ້ງວັນທີ28/03/2012
ໄດ້ເອົາ ທ້າວໂນນ ອາຍຸ14ປີ ຢູ່ບ້ານວຽງຄຳ ນໍາສົ່ງຝາກດັດສ້າງຢູ່ເມືອງ.
=>ໃນຄັ້ງວັນທີ06/04/2012
ໄດ້ກັຕົວທ້າວຊອນ ອາຍຸ 38 ປີ ອາຊີບເຮັດນາ ບ້ານໜອງບົວ ໜ່ວຍ 05 ລັກຊັບພົນລະເມືອງນຳສົ່ງເມືອງ.
=>ໃນຄັ້ງວັນທີ10/04/2012
ໄດ້ກັກຕົວ ທ້າວຂາວ ອາຍຸ 17 ປີ ທ້າວຕາງ ອາຍຸ 27 ປີ ທ້າວບຸນວຽງ ອາຍຸ 19
ປີທັງ03ຢູ່ບ້ານນາພົງ ຂໍ້ຫາ(ລັກປືນ ckc ແລະລູກກະສຸນ
10ລູກ)ສົ່ງເມືອງ.
=> ໃນຄັ້ງວັນທີ10/04/2012
ເວລາ 01ໂມງ 45ນາທີ ໄດ້ກັກຕົວທ້າວກໍ່ ອາຍຸ30ປີ ບໍລິຄໍາໄຊ ແລະນາງໄມດີ ອາຍຸ 29 ປີ
ອາຊີບເຮັດນາ ບ້ານຢູ່ໜອງຊົງ ເມືອງຄຳເກີດ ແຂວງ ບໍລິຄຳໄຊ ຢູ່ບ້ານພັກຫຼວງວິເສດ(ທຳມິດສະຈານ).
=>ໃນຄັ້ງວັນທີ13/04/2012
ໄດ້ຮັບແຈ້ງຄວາມລົດຈັກເສຍຢູ່ເທັກທ້າວຄາມຜູ້ແຈ້ງຄວາມນາງໄໝເຈົ້າຂອງຊັບ.
=>ໃນຄັ້ງວັນທີ14/04/2012
ໄດ້ກັກຕົວທ້າວອ່ອນ ອາຍຸ 26 ປີ ບ້ານວຽງຄຳ ອາລະວາດຄອບຄົວສົ່ງຝາກດັດສ້າງຢູ່ ປກສ
ເມືອງ.
=>ໃນຄັ້ງວັນທີ15/04/2012
ມີເຫດການອາລະວາດຕີກັນ ຢູ່ຫ້ວຍນໍ້າອຸ່ນໃນຂອບເຂດສະຖານທີ່ຮ້ານກິນດຶ່ມທ້າວເຊິ່ງແມ່ນໄວລຸ້ນບ້ານນາເຄືອ
ກັບ ບ້ານວຽງຄຳ.
=>ໃນຄັ້ງວັນທີ19/04/2012
ໄດ້ກັກຕົວທ້າວປ່ຽງ ອາຍຸ 22 ປີ ບ້ານວຽງຄຳ ເສບຢາມ້າ(ສົ່ງຝາກດັດສ້າງສົມສະສະຫງ່າ).
=>ໃນວັນທີ19/04/2012ໄດ້ກັກຕົວທ້າວຈັນທາ ອາຍຸ
33 ປີ ເສບຢາມ້າ ອາຊີບເຮັດນາ ຢູ່ບ້ານໂພນທອງໜວ່ຍ15 ເມືອງ ປາກກະດິງ ແຂວງບໍລິຄຳໄຊ(ສົ່ງຝາກດັດສ້າງຢູ່ເມືອງ.
=>ໃນຄັ້ງວັນທີ22/04/2012
ໄດ້ມີ ທ້າວຂາວ ອາຍຸ 13 ປີຢູ່ບ້ານນໍ້າສາງເຮັດປືນແກບລັ່ນໃສ່ຕົນເອງ(ຕາຍຄາທີ່).
=>ໃນຄັ້ງວັນທີ27/04/2012
ໄດ້ກັກຕົວທ້າວລ້ຽງ ອາຍຸ 38 ປີ ບ້ານຂອນສົງ ສົ່ງເມືອງຝາກດັດສ້າງ.
=>ໃນຄັ້ງວັນທີ27/04/2012
ໄດ້ກັກຕົວທ້າວຫຼຽນ ອາຍຸ 33 ປີ ສັນຊາດຫວຽດນາມ ລັກລົດຈັກທ້າວບຸນທະວີງຢູ ອາຍຸ 29 ປີ ຢູ່ບ້ານວຽງຄຳ
ແກ້ໄຂຢູ່ເຂດ .
=>ໃນຄັ້ງວັນທີ03/05/2012
ໄດ້ກັກຕົວທ້າວດາວ ອາຍຸ 16 ປີ ຢູ່ບ້ານຂອນສົງຂໍ້ຫາລັກຊັບພົນລະເມືອງ ສົ່ງເມືອງ.
=>ໃນຄັ້ງວັນທີ09/05/2012
ໄດ້ກັກຕົວນາງນ້ອຍ ອາຍຸ37 ປີ ຢູ່ບ້ານວຽງຄຳ ເສບຢາມ້າສົ່ງຝາກດັດສ້າງຢູ່ເມືອງ.
=>ໃນຄັ້ງວັນທີ21/05/2012 ໄດ້ກັກຕົວ ທ້າວສີແຫຼ້ ອາຍຸ16 ປີ ບ້ານວຽງຄໍາແລະທ້າວນ້ອຍອາຍຸ27
ປີ ບ້ານນໍ້າສາງຂໍ້ຫາລັກຊັບພົນລະເມືອງ ນໍາສົ່ງເມືອງ.
=>ໃນຄັ້ງວັນທີ23/05/2012
ໄດ້ກັກຕົວນາງແປັບຊີ ອາຍຸ 23 ປີເສບຢາມ້ານໍາສົ່ງເມືອງຝາກດັດສ້າງແລະທ້າວທຽນໄຊ ສຸລິທຳ
ອາຍຸ 30 ປີ ຄົນໄທສົ່ງເມືອງ.
=>ໃນຄັ້ງວັນທີ25/05/2012
ໄດ້ກັກຕົວທ້າວຫຳ ອາຍຸ 23 ປີຢູ່ບ້ານວຽງຄຳ ຂໍ້ຫາລັກຊັບພົນລະເມືອງສົ່ງເມືອງ.
=>ໃນຄັ້ງວັນທີ31/05/2012 ໄດ້ກັກຕົວທ້າວກິນາ ອາຍຸ 20 ປີ ຢູ່ບ້ານວຽງຄຳ
ເສບຢາສົ່ງຝາກດດສ້າງຢູ່ ປກສ ເມືອງ.
=>ໃນຄັ້ງວັນທີ10/06/012
ເວລາ15ໂມງມີເຮືອນຈັກເຈັດສະກີປີ້ນຢູ່ນໍ້າທອນ.
-ຜູ້ຂັບຂີ່ແມ່ນທ້າວກົງຕາ ອາຍຸ 35 ປີ ອາຊີບຄ້າຂາຍ
ຢູ່ບ້ານວຽງຄຳຜູ້ຊ້ອນ ນາງກີ່ອາຍຸ17 ປີແລະນາງນົກອາຍຸ16 ປີ(ຜູ້ເສຍຊີວິດແມ່ນນາງນົກ)
=>ໃນຄັ້ງວັນທີ15/06/2012
ໄດ້ກັກຕົວທ້າວສຸດໃຈ ອາຍຸ 22 ປີບ້ານໂພນສີຂໍ້ຫາລັກຊັບພົນລະເມືອງ ແກ້ໄຂຢູ່ເຂດ.
2.2ສະພາບການດເນີນມາດຕາການວິຊາສະເພາະຂອງກໍາລັງ ປກສ .
-ໄລຍະຊ່ວງລົງຝຶກຫັດ 5 ເດືອນ
ແມ່ນໄດ້ເຮັດວຽກປະສານສົມທົບ ກັບ ປກສແລະກອງຫຼອນບ້ານ ເຄື່ອນໄຫວປ້ອງກັນເວນຍາມງານ ບຸນປະເພນີຕ່າງໆ
ໄດ້ດີພໍສົມຄວນດ້ານປະກົດການຫຍໍ້ທໍ້ຕ່າງໆ ກໍ່ໄດ້ຮັບການແກ້ໄຂ ແລະ ດ້ານຄວາມສາມັກຄີ ຄວາມເປັນເຈົ້າການ
ຂອງພໍ່ແມ່ປະຊາຊົນເຫັນວ່າມີສະຕິລະວັງຕົວສູງທົ່ວກຸ່ມບ້ານພັດທະນາວຽງຄຳມີຄວາມສະຫງົບໂດຍພື້ນຖານ.
-ໄດ້ປຸກລະດົມ ຂົນຂວາຍ
ປະຊາຊົນບັນດາເຜົ່າຢູ່ ພາຍໃນ 14 ບ້ານທີ່ຂຶ້ນກັບ ກຸ່ມບ້ານພັດທະນາວຽງຄຳ(ເຂດ3) ເຂົ້າຮ່ວມວຽກງານປ້ອງກັນຄວາມສະຫງົບ
ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ພາຍໃນເຂດ.
+ວຽກງານເສນາທິການປະສານສົມທົບໃນການປະຕິບັດໜ້າທີ່ວຽກວຽກງານ.
ແມ່ນໄດ້ຖືເອົາ ວຽກງານເສນາທິການເປັນສຳຄັນ
ເຂົ້າໃນການປະຕິບັດໜ້າທີ່ວຽກງານໂດຍສະເພາະແມ່ນ ທາງກຸ່ມບ້ານກໍ່ຖືເອົາ ວຽກເສນາທິການຄື:ເປັນເຮັດວຽກໃນແຕ່ລະອາທິດ
ປກສ ເຂດ03 ວຽງຄຳໄດ້ສະຫຼູບວຽກງານຂອງຕົນ ຕີລາຄາດ້ານດີ-ດ້ານອ່ອນ,ວາງແຜນປະຈຳອາທິດສ່ອງແສງ
ລາຍງານໃຫ້ແກ່ ກອງບັນຊາການປກສເມືອງພ້ອມນີ້ ປກສ
ກຸ່ມຍັງໄດ້ພົວພັນສາຍຕັ້ງສາຍຂວາງ,ຂັ້ນລຸ່ມ-ຂັ້ນເທິງ ເປັນປົກກະຕິ.
-ດ້ານອ່ອນ:
-ການແກ້ໄຂຄະດີທີ່ເກີດຂຶ້ນ
ບາງຄັ້ງຄາວຍັງ ບໍ່ທັນເປັນປົກກະຕິ ຊັກຊ້າແກ່ຍາວບໍ່ໄດ້ຕາມກຳນົດເວລາ.
-ການແກ້ໄຂປະກົດການຫຍໍ້ທໍ້
ແມ່ນຍັງລໍຖ້າແຕ່ຄຳສັ່ງ.
-ການແກ້ໄຂຄະດີບາງຄັ້ງຄາວ
ຍັງຊັກຊ້າ ບໍ່ແບ່ງຄວາມຮັບຜິດຊອບລະອຽດ.
+ວຽກງານປຸກລະດົມຂົນຂວາຍມະຫາຊົນ.
1./ເປັນເຈົ້າການໄປຮ່ວມການເຜີຍແຜ່,ການໂຄສະນາອະທິບາຍກຽ່ວກັບແນວທາງນະໂຍບາຍຂອງພັກເພື່ອມີຄວາມເຂົ້າໃຈເລິກເຊິ່ງແລະຖືກຕ້ອງ.
2./ເປັນເຈົ້າການ
ຕັ້ງໜ້າຈັດຕັ້ງປະຕິບັດ ແນວທາງຂອງພັກ,ທໍາມາຫາກິນຖືກຕ້ອງຕາມກົດຫມາຍຂອງລັດ.
-ເອົາໃຈໃສ່ ປຸກລະດົມຂົນຂວາຍມະຫາຊົນ
ເຂົ້າຮ່ວມໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ພາຍໃນບ້ານເຊິ່ງເປັນບ່ອນດຳລົງຊີວິດ,ບ່ອນທຳມາຫາກິນຂອງປະຊາຊົນນັ້ນເອງຖ້າບ້ານມີຄວາມສະຫງົບປະຊາຊົນກໍ່ດຳລົງຊີວິດຢ່າງສະດວກສະບາຍ.
ພາກທີ2
ສະພາບຄວາມເປັນຈິງກຽ່ວກັບວຽກງານປ້ອງກັນຄວາມສະຫງົບ
ຄວາມເປັນລະບຽບຮຽບຮ້ອຍປອດໄພທາງສັງຄົມ
-
ພາຍໃນກຸ່ມບ້ານພັດທະນາວຽງຄຳ ໄດ້ເອົາໃຈໃສ່ປັບປຸງການຈັດຕັ້ງ
ປກສ ກຸ່ມໃຫ້ມີຄວາມ ເຂັ້ມແຂງເຄື່ອນໄຫວເຮັດໜ້າທີ່ຂອງຕົນ ແລະ ປົກປັກຮັກສາບ້ານເມືອງໃຫ້ມີຄວາມສະ
ຫງົບມີຄວາມເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມ.
2.1ສະພາບກົງຈັກການຈັດຕັ້ງແລະກໍາລັງປ້ອງກັນຄວາມສະຫງົບຢູ່(ຂະແໜງການອື່ນໆປະຊາຊົນແລະກຳລັງ
ປກສ ).
+ສະພາບກົງຈັກການຈັດຕັ້ງຢູ່ກຸ່ມບ້ານພັດທະນາວຽງຄຳມີຄືື:
1.ຄະນະພັກເຂດມີ
04 ສະຫາຍ
2.ຕໍາຫຼວດປະຈໍາກຸ່ມມີ
08 ສະຫາຍ
3.ຂະແໜງ ປກຊ ມີ 03 ສະຫາຍ
-ການຊີ້ນຳ-ນຳພາຂອງຄະນະພັກເຂດ
ແມ່ນໄດ້ເອົາໃຈໃສ່ທຸກວຽກງານ,ລົງໃກ້ຊິດຕິດແທດຊີ້ນຳ ແລະ ອຳນວຍຄວາມສະດວກດ້ານຕ່າງໆ ເອົາໃຈໃສ່ແກ້ໄຂ
ບັນຫາທີ່ຫຍຸ້ງຍາກ ພ້ອມທັງຍາດແຍ່ງ ເອົາທຶນຮອນຕອບສະໜອງເຂົ້າໃສ່ ວຽກງານພັດທະນາພື້ນຖານ
ໂຄງລ່າງພັດທະນາເສດຖະກິດສັງຄົມ ໃຫ້ນັບມື້ນັບດີຂຶ້ນກວ່າເກົ່າ.
-ຄະນະພັກ
ແລະ ອຳນາດການປົກຄອງແຕ່ລະຂັ້ນ ຕະຫຼອດຮອດ ປະຊາຊົນບັນດາເຜົ່າພ້ອມກັນນັ້ນກໍ່ ຖືເອົາວຽກງານ
ກໍ່ສ້າງຮາກຖານພັດທະນາຊົນນະບົດ ຮອບດ້ານ,ເປັນເຈົ້າການໃນການພັດທະນາທ້ອງຖິ່ນ.
2.1.1ດ້ານນະໂຍບາຍແລະມາດຕາການຈັດຕັ້ງປະຕິບັດ
+ດ້ານນະໂຍບາຍ
1.ປກສກຸ່ມບ້ານພັດທະນາວຽງຄຳ(ເຂດ03) ໄດ້ສຸມກຳລັງແຮງສັງລວມ
ຂອງທຸກຂົງເຂດວຽກງານເພື່ອ ເຮັດໃຫ້ເສດຖະກິດຂະຫຍາຍຕົວ ຢ່າງຕໍ່ເນື່ອງ ສົ່ງເສີມຂະຫຍາຍທ່າແຮງຂອງທ້ອງຖິ່ນທີ່ມີຢູ່ແລ້ວເຊັ່ນ:ປູກມັນຕົ້ນ,ປູກໄມ້ດຳແລະປູກຕົ້ນຢາງພາລາເປັນຕົ້ນ.
2.ສົ່ງເສີມວຽກງານການຄ້າ,ການບໍລິການໂດຍຕິດພັນກັບການຜະລິດກະສິກໍາຂອງປະ
ຊາຊົນ.
3.ສົ່ງເສີມໃຫ້ມີການສຶກສາຫຼາຍພາກສ່ວນ ບົນພຶື້ນຖານຄວາມຖືກຕ້ອງ
ຕາມລະບຽບຫຼັກການ ທາງດ້ານກົດໝາຍ ເພື່ອເຮັດໃຫ້ກຳລັງແຮງ ໃນການພັດທະນາຊັບພະຍາກອນມະນຸດສ້າງໃຫ້ທຸກຄົນ
ມີລະດັບຄວາມຮູ້ ໃນການພັດທະນາ.
4.ເອົາໃຈໃສ່ສົ່ງເສີມໃຫ້ປະຊາຊົນ ລົງທຶນສ້າງຕາໜ່າງ
ສາທາລະນະສຸກຢູ່ທ້ອງຖີ່ນໃຫ້ນັບມື້ນັບຫຼາຍຂຶ້ນເຊັ່ນ:ຕັ້ງຮ້ານຂາຍຢາ,ຫ້ອງກວດພະຍາດ ແລະ ບໍລິການຢາພື້ນເມືອງຕ່າງໆ.
2.1.2ມາດຕາການເພື່ຈັດຕັ້ງປະຕິບັດ.
1.ເພີ່ມທະວີການຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບແລະໝັ້ນທ່ຽງຫຼີກລ້ຽງການຂາດດູນສິນຄ້າ.
2.ແຕ່ລະຂະແໜງການ ຂອງຊາດເຂດຮາກຖານຂອງກຸ່ມບ້ານ
ແລະ ອໍານາດການປົກຄອງຂອງ ແຕ່ລະບ້ານຕ້ອງນຳເອົາບັນດາຄາດໜາຍສູ້ຊົນ ມະຕິກອງປະຊຸມໃຫ່ຍຄັ້ງທີ
IX ຂອງພັກປະຊາທິປະໄຕ ປະຊາຊົນ.ວາງອອກ ໃນແຕ່ລະດ້ານໄປຜັນຂະຫຍາຍ
ເປັນແຜນການລະອຽດແລະນຳພາຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈີງ.
2.2 ສະພາບການດໍາເນີນມາດຕະການວິຊາສະເພາະກໍາລັງປກສ.
- ໄດ້ເອົາໃຈໃສ່ ສົມກັບ ປກສ ແລະ ກອງຫຼອນບ້ານອອກເຄື່ອນໄຫວກວດກາຕິດຕາມກຸ່ມຄົນບໍ່ດີ
ຢູ່ພາຍໃນເຂດໄດ້ດີພໍສົມຄວນ.ດ້ານປະກົດການຫໍ້ຍທໍ້ຕ່າງໆ ກໍ່ໄດ້ຮັບການແກ້ໄຂ ແລະ
ດ້ານຄວາມສາມັກຄີ,ຄວາມເປັນເຈົ້າການ ຂອງປະຊາຊົນເຫັນວ່າມີສະຕິລະວັງຕົວສູງ .ປະຊາຊົນທຸກຄົນໄດ້ມີສ່ວນ
ຮ່ວມເຮັດວຽກງານ ປ້ອງກັນຄວາມສະຫງົບ ເຮັດໃຫ້ສັງຄົມ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບໂດຍພື້ນຖານ.
-ໄດ້ປຸກລະດົມຂົນຂວາຍ ປະຊາຊົນບັນດາເຜົ່າ ຢູ່ໃນແຕ່ລະບ້ານເຂົ້າຮ່ວມໃນວຽກງານປ້ອງກັນຄວາມສະຫງົບ
ແລະ ແກ້ໄຂປະກົດການຫໍ້ຍທໍ້ ຂອງສັງຄົມ.
+ວຽກງານເສນາທິການປະສານສົມທົບ.
ແມ່ນຖືເອົາ ວຽກງານເສນາທິການ ເປັນວຽກງານທີ່ສໍາຄັນ
ໃນການເຮັດສໍາເລັດໜ້າທີ່ ໂດຍສະເພາະແມ່ນ ກຸ່ມບ້ານພັດທະນາວຽງຄຳ(ເຂດ03) ກໍ່ໄດ້ຖືເອົາວຽກງານເສນາທິການຄື:ເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະກອງບັນຊາການ ປກສ
ເມືອງ.ທັງມີແບບແຜນ ແລະ ວິທີເຮັດວຽກ.
ແຕ່ລະອາທິດ ນັກສຶກສາ ພວກເຮົາໄດ້ສະຫຼຸບວຽກງານ
ຂອງຕົນຕີລາຄາດ້ານດີ-ດ້ານອ່ອນຂໍ້ຄົງຂ້າງສ່ອງລາຍງານໃຫ້ກອງບັນຊາການ ປກສ ເມືອງ ພ້ອມກັນ
ນັ້ນກໍ່ໄດ້ເອົາໃຈໃສ່ໃນ ການສຶກສາອົບຮົມທາງດ້ານການເມືອງ-ແນວຄິດເພື່ອໃຫ້ພະນັກງານຢູ່ ເຂດຮາກຖານມີຄວາມໜັກແໜ້ນ
ເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບ ຂອງພວກເຮົາ ເປັນກຳລັງຫຼັກແຫຼ່ງ,ພ້ອມນັ້ນ ຍັງໄດ້ສ້າງທ່າສະໜາມປ້ອງກັນ
ຕາມຂອບເຂດຄວາມຮັບຜິດຊອບຂອງໃຜລາວພາຍໃນ 14 ບ້ານທີ່ຂື້ນກັບກຸ່ມບ້ານພັດທະນາວຽງຄຳ,ເອົາໃຈໃສ່ຊຸກຍູ້
ແນະນຳ ພະນັກງານເຄື່ອນໄຫວເຮັດໜ້າທີ່ຕາມພາລະບົດບາດ ຄວາມຮັບຜິດຊອບຂອງຕົນ ເພື່ອຮັບປະກັນ
ບໍ່ໃຫ້ມີ ເຫດການຕ່າງໆເກີດຂື້ນຢູ່ ພາຍໃນກຸ່ມ.
+
ວຽກງານປັບປຸງກໍາລັງ
ຄະນະພັກ-ຄະບັນຊາຕະຫຼອດຮອດ ພະນັກງານຢູ່ພາຍກຸ່ມບ້ານພັດທະນາວຽງຄຳເຂດ
03ແຕ່ລະສະຫາຍ ແມ່ນມີຄວາມຈູບຈ້າວຫ້າວຫັນ ໃນການປະຕິບັດໜ້າທີ່ວຽກງານ.ຍ້ອນໄດ້ຮັບການສຶກສາອົບຮົມທາງດ້ານການເມືອງ-ແນວຄິດ;ສະນັ້ນ
ຈື່ງເຮັດໃຫ້ພະນັກງານຢູ່ພາຍໃນກຸ່ມພວກເຮົາມີຄວາມຮູ້ ແລະ ເຊື່ອມເຂົ້າໃຈຕໍ່ ແນວທາງ ນະໂຍບາຍປ່ຽນແປງໃໜ່
ຢ່າງຮອບດ້ານ ຂອງພັກ-ກົດໜາຍ ຂອງລັດໂດຍສະເພາະແມ່ນ ກົດໜາຍຂອງກຳລັງປ້ອງກັນຄວາມສະຫງົບ ໂດຍການຫັນເອົາແບບແຜນວິທີເຮັດວຽກ,ແບບແຜນການດຳລົງຊິວິດ
ເຮັດໃຫ້ພະນັກງານນັກຮົບ ພວກເຮົາເຂັ້ມແຂງ,ເຂັ້ມງວດ,ມີຄວາມຫ້າວຫັນ ແລະ ຍົກສູງສະຕິລະວັງຕົວຢູ່ສະເໝີພ້ອມກັນນັ້ນກໍ່ຍັງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານຊີ້ນຳ-ນຳພາໃນອານາຄົດ.
2.3.ສະພາບການປະຕິບັດໜ້າທີ່ວຽກງານການຝຶກຫັດ(ການປະຕິບັດລະບຽບ,ການເຮັດໜ້າທີ່ວຽກງານຕ່າງໆຕາມການຊີ້ນຳຂອງທ້ອງຖີ່ນ).ດ້ານດີ,ດ້ານອ່ອນຂອງຕົນເອງຕະຫຼອດເວລາລົງຝຶກຫັດ.
+ ດ້ານດີ
ພວກເຮົາໄດ້ນໍາເອົາ
ບົດຮຽນທິດສະດີວິຊາສະເພາະ ແລະ ເຄື່ອນໄຫວຕາມພາລະບົດບາດໜ້າທີ່ ເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບ
ເປັນກຳລັງຫຼັກແຫຼ່ງໃນການນຳພາປະຊາຊົນປົກປັກຮັກສາ ຄວາມສະຫງົບ ທາງດ້ານການເມືອງ,ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໂດຍສະເພາະແມ່ນ
ກຸ່ມບ້ານພັດທະນາວຽງຄຳ ທີ່ຕົນລົງຝຶກຫັດແມ່ນ ມີຄວາມຮັບຜິດຊອບໄດ້ ຢ່າງໜັກແໜ້ນພື້ນທີ່,ກຳແໜ້ນສະພາບຄວາມສະຫງົບທາງດ້ານການເມືອງ
ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ,ແນໃສ່ຊອກຮູ້ເກັບກຳ,ຄຸ້ມຄອງແກ້ໄຂປະກົດການຫໍ້ຍທໍ້ຂອງສັງຄົມເຊັ່ນ:ພວກຂີ້ລັກ-ງັດແງະ,ນັກເລງອັນຕະພານ,ເສບຢາເສບຕິດແລະອື່ນໆ.
ໂດຍມີການປະສານສົມທົບແໜ້ນ ກັບ ຂະແໜງການວິຊາສະເພາະຂອງ ປກສ ເມືອງ ແລະ
ປະກອບສ່ວນສຶກສາອົບຮົມການເມືອງ-ແນວຄິດ
ໃຫ້ປະຊາຊົນບັນດາເຜົ່າ.ກຳແໜ້ນໄດ້ມິດ-ສັດໄດ້ຢ່າງຈະແຈ້ງ ແລະ ເປັນເຈົ້າການເຂົ້າ ຮ່ວມປະຕິບັດແນວທາງປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ,ເປັນເຈົ້າການເຮັດໜ້າທີ່ກຳແໜ້ນພົນລະເມືອງ
ຂຶ້ນສະຖິຕິຂອງພົນລະເມືອງຍົກຍ້າຍມາ,ພັກເຊົາຊົ່ວຄາວ ແລະ ການປະກອບອາຊີບຂອງປະຊາຊົນແຕ່ລະບ່ອນພາຍໃນເຂດນັບທັງຄົນລາວແລະຄົນຕ່າງປະເທດເພື່ອຊອກຮູ້ອັນໃດຖືກອັນໃດຜິດ
ແລະ
ນຳພາແກ້ໄຂຖືກຕ້ອງຕາມຫຼັກການວິຊາສະເພາະທີ່ໄດ້ກຳນົດໄວ້ໃນຂອບເຂດກຸ່ມບ້ານຂອງຕົນຮັບຜິດຊອບ
ນອກຈາກນີ້ພວກເຮົາຍັງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເຊັ່ນ:ກອງຫຼອນບ້ານ, ປກສ
ພະນັກງານກໍ່ສ້າງຮາກຖານການເມືອງ ແລະ ພາກສ່ວນອື່ນໆໃຫ້ຄົ້ນຄ້ວາສ້າງແຜນການ,ວາງມາດຕະການວິທີການດ້ານຕ່າງໆແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນ
ໃນການເຄື່ອນໄຫວຮັກສາຄວາມສະຫງົບຢູ່ພາຍໃນກຸ່ມບ້ານພັດທະນາວຽງຄຳ ເຂດ 03
ທີ່ຕົນລົງຝຶກຫັດ ແລະ ໄດ້ປະຕິບັດໜ້າທີ່ວຽກງານໃນແຕ່ລະໄລຍະຂອງກອງບັນຊາການ ປກສ ເມືອງ ທີ່ໄດ້ມອບໜາຍໃຫ້ປະຕິບັດເຮັດສຳເລັດໜ້າທີ່.
ຄຽງຄູ່ກັບດ້ານດີ
ແລະ ຜົນງານທີ່ກ່າວມາຂ້າງເທີ່ງນັ້ນຍັງມີຈຸດອ່ອນຂໍ້ຄົງຂ້າງຈໍານວນໜື່ງ ທີ່ຈະຕ້ອງໄດ້ແກ້ໄຂເຊັ່ນ:
-ການປຸກລະດົມຂົນຂວາຍມະຫາຊົນຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ.
-ການຕິດຕາມຄຸ້ມຄອງ ການປ່ຽນແປງ ເໜັງຕີງ ເຄື່ອນຍ້າຍ
ຂອງພົນລະເມືອງຢູ່ແຕ່ລະບ້ານຍັງບໍ່ທັນໄດ້ດີເທົ່າທີ່ຄວນ.
2.4
ຄວາມຮູ້ຜ່ານການລົງຝຶກຫັດ ( ທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈີງ ).
- ທາງດ້ານທິດສະດີ.
ກໍາແໜ້ນແນວທາງການເມືອງ,ເຊື່ອມຊືມແນວທາງ ນະໂຍບາຍຂອງພັກ-ລັດ
ພ້ອມທັງເອົາໃຈໃສ່ ຄົ້ນຄວ້າສຶກສາຮໍ່າຮຽນເພື່ອໃຫ້ກາຍເປັນພະນັກງານຜູ້ທີ່ດີເດັ່ນຂອງພະນັກງານປ້ອງກັນຄວາມສະຫງົບ.
ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມກ່າວໜ້າ,ສ້າງທຸກເງື່ອນໄຂເຮັດໃຫ້ປະຊາຊົນ,ອໍານາດການປົກຄອງ
ເຊື່ອໜັ້ນໄວ້ວາງໃຈ,ທັດສະນະ ແລະ ແບບແຜນການດຳລົງຊິວິດ ປອດໃສຂາວສະອາດ,ພົວພັນສະໜິດແໜ້ນກັບປະຊາຊົນບັນດາເຜົ່າ
ເຄົາລົບນັບຖືລະບຽບກົດໜາຍແລະຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າ.
- ດ້ານພຶດຕິກຳ
ບົດຮຽນຂອງຜູ້ນໍາພັກ-ລັດໃນພາລະກິດປະຕິວັດ ເພື່ອປົດປ່ອຍຊາດ
ໃນເມື່ອກ່ອນ ໄດ້ພິສູດໃຫ້ ພວກເຮົາເຫັນວ່າ:ຄວາມໜັກແໜ້ນເຂັ້ມແຂງທາງ ດ້ານຄຸນທາດການເມືອງ,ຄວາມເຊື່ອໜັ້ນຄວາມຈົ່ງຮັກພັກດີ
ແລະ
ຄວາມເສຍສະຫຼະອຸທິດຕົນເພື່ອພາລະກິດລວມຂອງຖັນແຖວພະນັກງານແມ່ນປັດໃຈສຳຄັນຕັດສີນທຸກໄຊຊະນະຂອງການປະຕິວັດ.
ໃນປະຈຸບັນ ການຍົກສູງຄຸນທາດ
ທາງດ້ານການເມືອ ຄຸນສົມບັດສີນທໍາປະຕິວັດ ແລະ ທັດ ສະນະຫຼັກໜັ້ນ ທາງດ້ານຊົນຊັ້ນ ຂອງພະນັກງານໃນໄລະຍະໃໜ່
ເຊີ່ງ ເປັນໄລຍະທີ່ພັກ-ລັດຂອງພວກເຮົາ ພວມສືບຕໍ່ປະຕິບັດແນວທາງປ່ຽນແປງໃໜ່ ຢ່າງຮອບດ້ານຂອງພັກເປີດກ້ວາງການຮ່ວມມືກັບສາກົນບັນມື້ນັບຫຼາຍຂື້ນ ທັງປັບປຸງບູລະນະລະບອບປະຊາທິປະໄຕ
ປະຊາຊົນ, ສ້າງລັດໃຫ້ເປັນ ລັດແຫ່ງກົດໜາຍເທື່ອລະກ້າວນັ້ນ ຈື່ງເລັ່ງທວງໃຫ້ມີຖັນແຖວພະນັກງານທີ່ມີຄຸນສົມບັດ,
ມີຄວາມຮູ້ຄວາມສາມາດ, ມີທາດແທ້ຫຼັກໜັ້ນການເມືອງອັນໜັກແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ພັກ,ຕໍ່ປະເທດຊາດ
ແລະ ປະຊາຊົນຢ່າງສຸດໃຈມີແບບແຜນການດຳລົງຊິວິດທີ່ສົດໃສ ແລະ ກ້າວໜ້າ,ມີຄວາມບຸກບື່ນສູ້ຊົນຝຶກຝົນຫຼໍ່ຫຼອມຕົນເອງ ແລະ
ອອກແຮງຄົ້ນຄ້ວາຮໍ່າຮຽນຍົກລະດັບທຸກດ້ານຢ່າງບໍ່ຢຸດຢັ້ງ, ມີສະຕິຕໍ່ການຈັດຕັ້ັ້ງລະບຽບວິໄນ,ເຄົາລົບກົດໝາຍຢ່າງເຂັ້ມງວດ.
ພາກທີ 03
ບາງຂໍ້ສະເໜີກ່ຽວກັບການຍົກສູງປະສິິດທິພາບວຽກໃນຕໍ່ໜ້າ
3.1 ປັບປຸງທາງດ້ານຄວາມຮູ້ວຽກງານປ້ອງກັນຄວາມສະຫງົບ,ປົກປັກຮັກສາຄວາມເປັນລະບຽບ
ຮຽບຮ້ອຍປອດໄພໃນສັງຄົມ.
ກໍາລັງປ້ອງກັນຄວາມສະຫງົບໄດ້ຮັບການຈັດຕັ້ງປະຕິບັດຜັນຂະຫຍາຍເປັນຢ່າງດີປະຊາຊົນ
ມີຄວາມຕື່ນຕົວເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບນັບມື້ນັບຫຼາຍຂື້ນ.
ກໍາລັງປ້ອງກັນຄວາມສະຫງົບໄດ້ຮັບການປັບປຸງທາງດ້ານການເມືອງ-ແນວຄິດ
ແລະ ການຈັດຕັ້ງມີຄວາມເຂັ້ມແຂງ ແລະ ໄດ້ຮັບການຝຶກອົບຮົມສິລະປະຍຸດຢ່າງເປັນ້ປົກກະຕິ,ຜ່ານຂະບວນວິວັດດັ່ງກ່າວເຮັດໃຫ້ທົ່ວເມືອງມີຄວາມສະຫງົບໂດຍພື້ນຖານ.
3.2ບັນຫາທີ່ຄວນເຊື່ອມຊືມກໍາແໜ້ນ(ມະຕິແນວທາງນະໂຍບາຍຂອງພັກ-ກົດໜາຍຂອງລັດ
ແລະ ພຶດຕິກຳອື່ນໆ ).
ຄົ້ນຄວ້າເຊື່ອມຊືມຜັນຂະຫຍາຍ
ແລະ ຈັດຕັ້ງປະຕິບັດແນວທາງນະໂຍບາຍ,ມະຕິຄໍາສັ່ງຂອງພັກ,ລະບຽບກົດໝາຍຂອງລັດ,ກົດລະບຽບຂໍ້ຕົກລົງ
ແລະ ມະຕິຄຳສັ່ງຂອງກະຊວງປ້ອງກັນຄວາມສະຫງົບ.
-ພັກໄດ້ຖືເອົາ ການກຳໜົດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ເປັນວຽກງານສຳຄັນປຸກລະດົມ ປວງຊົນລາວທັງຊາດ ເຮັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ແນໃສ່ປົກປັກຮັກສາເອກະລາດ ອະທິປະໄຕ ແລະ ຜືນແຜ່ນດີນອັນຄົບຖ້ວນຂອງປະເທດໄວ້ໃຫ້ໜັ້ນຄົງ.
-ລັດມີນະໂຍບາຍສົ່ງເສີມ ແລະ ກໍ່ສ້າງພັດທະນາກຳລັງປ້ອງກັນຄວາມສະຫງົບປະຊາຊົນໃຫ້ເຕີບໃຫ່ຍເຂັ້ມແຂງຮອບດ້ານ
ແລະ ມີຄວາມໜັກແໜ້ນ ທາງດ້ານການເມືອງ-ແນວຄິດ,ຄວາມຮູ້ຄວາມສາມາດປະກອບອາວຸດ ຍຸດໂທປະກອນ,ເຕັກນິກ
,ເຕັກໂນໂລຢີ່ທີ່ທັນສະໄໝ,ສະໜອງງົບປະມານ ແກ້ໄຂຊິວິດການເປັນຢູ່ທາງດ້ານວັດຖຸ ແລະ
ຈິດໃຈໃຫ້ກຳລັງປ້ອງກັນຄວາມສະຫົງບປະຊາຊົນ ເພື່ອຮັບປະກັນເຮັດສຳເລັດໜ້າທີ່ ປົກປັກຮັກສາສະຖຽນລະພາບ
ທາງດ້ານການເມືອງຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ,ຊິວິດຊັບສີນ ແລະ
ຜົນປະໂຫຍດອັນຊອບທຳຂອງປະຊາຊົນພົນລະເມືອງລາວ.
-ທາງດ້ານນິຕິກຳ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ
ກຳນົດຫຼັກການ ລະບຽບການ ແລະ ມາດຕະການຕ່າງໆກ່ຽວກັບການຈັດຕັ້ງ ແລະ
ການເຄື່ອນໄຫວຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ
ເພື່ອເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ມີຄວາມໜັກແໜ້ນທາງດ້ານການເມືຶງ-ແນວຄິດ,ເຂັ້ມແຂງທາງດ້ານການຈັດຕັ້ງ,
ມີຄວາມຊຳນິ-ຊຳນານທາງດ້ານວຽກງານວິຊາສະເພາະ,ມີລະບຽບວິໄນເຂັ້ມງວດ,ແບບແຜນວິທີເຮັດວຽກນັບມື້ນັບກ້າວໜ້າ
ແລະ ທັນສະໄໝ
ແນໃສ່ເຮັດສຳເລັດໜ້າທີ່ອັນມີກຽດສະຫງ່າຂອງຕົນໃນການຮັບໃຊ້ປະເທດຊາດ
ແລະ ປະຊາຊົນບັນດາເຜົ່າ,ປົກປັກຮັກສາສະຖຽນລະພາບ ທາງດ້ານການເມືອງຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.
3.3
ລະບົບມາດຕະການ ແລະ ອື່ນໆ.
-ວຽກງານເສນາທິການປະສານງານ
ເຫັນວ່າທາງກຸ່ມບ້ານພັດທະນາວຽງຄໍາ ໄດ້ສະຫຼູບ ວຽກງານຂອງຕົນ
ດ້ານດີ,ດ້ານອ່ອນວາງແຜນການປະຈຳອາທິດ,ສ່ອງແສງລາຍງານ ໃຫ້ແກ່ຄະນະກອງບັນຊາການ ປກສ
ເມືອງຮັບຊາບ ພ້ອມນີ້ ທາງກຸ່ມຍັງເອົາໃຈໃສ່ເຮັດໜ້າທີ່ວຽກງານຂອງຕົນຈົນສຳເລັດຕາມການມອບໜາຍ.
-ວຽກງານປຸກລະດົມຂົນຂວາຍມະຫາຊົນ
ໄດ້ນຳເອົາແນວທາງຂອງພັກ-ກົດໜາຍຂອງລັດໄປເຜີຍແຜ່
ພ້ອມກັບການແກ້ໄຂປະກົດການຫຍໍ້ທໍ້ ຢູ່ແຕ່ລະບ້ານເພື່ອໃຫ້ປະຊາຊົນເຂົ້າໃຈ, ພ້ອມນັ້ນຍັງໄດ້ສຶກສາອົບຮົມ
ໃຫ້ປະຊາຊົນມີ
ຄວາມຮັກຊາດ,ຮັກບ້ານເກີດ
ເມືອງນອນຂອງຕົນ ແລະ ຮັກລະບອບໃໝ່ທັງມີຄວາມສາມະຄີປອງດອງພ້ອມພຽງຮຽງໜ້າກັນປົກປັກຮັກສາ
ແລະ ສ້າງສາເຮືອນຊານ-ບ້ານຊ່ອງບໍ່ໃຫ້ຄົນບໍ່ດີ ເຂົ້າມາປັ່ນປ່ວນແນວຄິດ,ທຳລາຍຄວາມເຊື່ອໝັ້ນ
ຂອງປະຊາຊົນ ທີ່ມີຕໍ່ພັກ-ຕໍ່ອຳນາດການປົກຄອງ.
ບໍ່ວ່າໃນກໍລະນີໃດ ພວກເຮົາກໍ່ໄດ້ເອົາໃຈໃສ່ ກໍາແໜ້ນສະພາບແນວຄິດ
ຈິດໃຈ ຂອງປະຊາຊົນພ້ອມທັງ ເປັນເຈົ້າການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃຫ້ທັນການຮັບປະກັນບໍ່ໃຫ້ສັດຕູ
ແລະ ຄົນບໍ່ດີເຂົ້າມາເຄື່ອນໄຫວສ້າງຄວາມປັ່ນປ່ວນ ແລະ ສ້າງຄວາມບໍ່ສະຫງົບຂື້ນຢູ່ພາຍໃນກຸ່ມບ້ານທີ່ຕົນເອງລົງຝຶກຫັດ.
-ວຽກງານຄຸ້ມຄອງລັດໃນຂົງເຂດຄວາມສະຫງົບຂອງຊາດ.
+ລັດໄດ້ເອົາໃຈໃສ່ ປະກອບອຸປະກອນ ເຕັກນິກ,ເຕັກໂນໂລຢີ,ພາຫະນະເຄື່ຶອງມື
ແລະ ຍົກລະດັບຄວາມຮູ້,ຄວາມສາມາດ,ວິຊາສະເພາະຍຸດທະສີນ ແລະ
ຍຸດທະວິທີຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ນັບມື້ກ້າວໜ້າທັນສະໄໝຂື້ນເລື້ອຍໆ.
+ລັດ ແລະ ສັງຄົມໄດ້ເອົາໃຈໃສ່ປະຕິບັດນະໂຍບາຍເບິ່ງແຍງຊິວິດການເປັນຢູ່ທາງດ້ານວັດຖຸ
ແລະ ຈິດໃຈ ແລະ ປະຕິບັດນະໂຍບາຍຕໍ່ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບເພື່ອເພີ່ມທະວີຄວາມສາມາດ
ໃນການປະຕິບັດໜ້າທີ່ປົກປັກຮັກສາ ຄວາມສະຫົງບຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.
=>ດ້ານຜົນງານ ແລະ ບົດຮຽນທີ່ຖອດຖອນໄດ້
ຜ່ານການຄົ້ນຄ້ວາສະພາບຄວາມເປັນຈີງກຽ່ວກັບການຈັດຕັ້ງ
ແລະ ການເຄື່ອນໄຫວວຽກງານວິຊາສະເພາະຢູ່ເມືອງ ປາກກະດິງ,ແຂວງ
ບໍລິຄຳໄຊ,ເວົ້າລວມ,ເວົ້າສະເພາະກໍ່ຄືກຸ່ມບ້ານ
ພັດທະນາວຽງຄຳໃນໄລຍະ 05
ເດືອນສາມາດສັງເກດບັນດາດ້ານດີ ແລະ ຜົນງານດັ່ງນີ້ :
06-09/03/2012
ເຂົ້າຮ່ວມລົງແກ້ໄຂປະກົດການຫຍໍ້ທໍ້ຢູ່ບ້ານ ນາອິນ 04 ຄັ້ງ
08/03/2012
ເຂົ້າຮ່ວມປ້ອງກັນເວນຍາມງານບຸນ ບ້ານນໍ້າທອນ 01 ຄັ້ງ.
09/03/2012
ເຂົ້າຮ່ວມກັກຕົວນັກເລງອັນຕະພານຂັບລົດຈັກໄລ່ລົດເມມາແຕ່ທ່າແຂກ.
10/032012
ເຂົ້າຮ່ວມກວດກາໄມ້ເຖື່ອນຢູ່ ບ້ານຫ້ວຍເພັດ 01 ຄັ້ງ.
12/03/2012
ເຂົ້າຮ່ວມກວດກາເຮືອນປະຊາຊົນຖືກງັດ 01 ຄັ້ງ.
19,20,27,28/03/2012
ເຂົ້າຮ່ວມແກ້ໄຂປະກົດການຫຍໍ້ທໍ້ ບ້ານນໍ້າທອນ 04 ຄັ້ງ.
04/04/2012
ເຂົ້າຮ່ວມກວດກາຄົນຕ່າງປະເທດມາພັກເຊົາຢູ່ເຮືອນປະຊາຊົນ 01 ຄັ້ງ.
14/04/2012ເຂົ້າຮ່ວມກວດກາຄົນໄທມານອນຢູ່ເຮືອນປະຊາຊົນບ້ານຫ້ວຍເພັດ
01 ຄັ້ງ.
13-17/04/2012
ເຂົ້າຮ່ວມປ້ອງກັນງານບຸນສົງການປີໃໝ່ລາວ 05 ຄັ້ງ.
15/04/2012ເຂົ້າຮ່ວມກວກາສະຖານທີ່ເກີດເຫດລົດຈັກຕໍາລົດມິດຊູມິດຊິປຣາໂດຍ01 ຄັ້ງ.
20/04/2012
ເຂົ້າຮ່ວມຈັບກະທໍາຜິດສະຖານທໍາມິດສະຈານ 01 ຄັ້ງ.
22/04/2012ເຂົ້າຮ່ວມກວດກາສະຖານທີ່ເກີດເຫດລົດບັນທຸກ12ລໍ້ຕໍາລົດເມສາຍນໍ້າທອນ-ວຽງຈັນຢູ່ບ້ານນໍ້າສາງ.
22/04/2012 ເຂົ້າຮ່ວມຮັບຟັງປາທະຄາຖາສາມວັນບຸນປະຫວັດສາດຢູ່ຫ້ອງວ່າການປົກ
ຄອງເມືອງ 01 ຄັ້ງ.
25,26,27,30/04/2012
ເຂົ້າຮ່ວມແກ້ໄຂປະກົດການຫຍໍ້ທໍ້ຢູ່ບ້ານຂອນສົງ 04 ຄັ້ງ.
02/05/2012 ເຂົ້ວຮ່ວມກວດກາເຮືອນທ້າວສົມໃຈຖືກລັກເອົາເຄື່ອງ
01 ຄັ້ງ.
05/05/2012 ເຂົ້າຮ່ວມກວດກາເຮືອນພັກ 02
ເທື່ຄັ້ງ.
08/05/2012
ເຂົ້າຮ່ວມສອບສວນໄວລຸ້ນ(ນັກຮຽນ)ອາລະວາດຕີກັນ 01ຄັ້ງ.
23/05/2012
ເຂົ້າຮ່ວມຈັບເປົ້າໝາຍເສບຢາມ້າຢູ່ບ້ານວຽງຄໍາ 01 ຄັ້ງ.
25/05/2012
ເຂົ້າຮ່ວມຈັບຕ້ອງຫາຄະດີລັກຊັບພົນລະເມືອງ(ລັກລົດຈັກ) 02 ຄັ້ງ.
01/06/2012 ເຂົ້າຮ່ວມປ້ອງກັນງານບຸນບັ້ງໄຟ
ບ້ານວຽງຄໍາ 01 ຄັ້ງ.
12/06/2012ເຂົ້າຮ່ວມກວດກາໜ່ວຍພັກແຂງຮູ້ນໍາພາຮອບດ້ານຢູ່ບ້ານຫ້ວຍເພັດ01
ຄັ້ງ.
21/06/2012ເຂົ້າຮ່ວມກວດກາໜ່ວຍພັກແຂງຮູ້ນໍາພາຮອບດ້ານຢູ່ບ້ານວຽງຄໍາ
01 ຄັ້ງ.
26,27,28,29/06/2012 ເຂົ້າຮ່ວມ ປກສ ແຂວງ ລົງກວດກາຄົນຕ່າງປະເທດມາພັກເຊົາບັດຄຸ້ມຄອງ
04 ວັນ.
12,13,15,16/06/2012
ເຂົ້າຮ່ວມແກ້ໄຂປະກົດການຫຍໍ້ທໍ້ ບ້ານວຽງຄໍາ 04 ເທື່ອຄັ້ງ.
+ກວດກາເອກະສານເຮັດພຼາດສະປອດ
25 ເທື່ອຄັ້ງ.
+ລົງກວດກາຕ່າງປະເທດ
06 ເທື່ອຄັ້ງ.
+ບົດຮຽນທີ່ຖອດໄດ້.
-ເຊື່ອມຊືມ
ແລະ
ກຳແໜ້ນແນວທາງປ່ຽນແປງໃໝ່ຮອບດ້ານຂອງພັກຜັນຂະຫຍາຍເປັນອັນລະອຽດເຂົ້າໃນວຽກງານປ້ອງກັນຄວາມສະຫງົບສຸກ,ເພື່ອປົກປ້ອງກັນແນວທາງຂອງພັກ,ສະກັດກັ້ນຕໍ່ກົນອຸບາຍຂອງສັດຕູ
ແລະ ກຸ່ມຄົນບໍ່ດີທີ່ຫວັງທຳລາຍລະບອບໃໝ່ຂອງພວກເຮົາ.
-ຮັບປະກັນເຊື່ອມຊືມມະຕິຄຳສັ່ງ,ທັດສະນະຊີ້ນຳຂອງຂັ້ນເທີງໃຫ້ເລິກເຊີ່ງຈະແຈ້ງຕາຍ
ໃຈໃຫ້ກາຍເປັນພະນັກງານສືບທອດທີ່ມີຜົນສຳເລັດສູງ.
-ຖືສຳຄັນຕໍ່ໜ້າທີ່ວຽກງານຂອງພັກ-ລັດໄດ້ມອບໝາຍໃຫ້ກໍ່ຄື
ວຽກງານປ້ອງກັນຄວາມສະຫງົບສຸກທົ່ວປວງຊົນ,ເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພ ປະຊາຊົນຢູ່ທ່າງທຳມາຫາກີນ
ແລະ ຕ້ອງເຂົ້າໃຈວ່າເປັນວຽກງານທີ່ຕົນເຂົ້າໃຈພົວພັນເຖີງການຄົງຕົວ ແລະ ຂະຫຍາຍຕົວລະບອບໃໝ່ຂອງພວກເຮົາ.
-ຕ້ອງມີຄວາມເປັນເອກະພາບກັນ
ລະຫວ່າງການຊີ້ນຳຢູ່ຂັ້ນເທີງກັບການເຮັດວຽກງານຕົວຈີງຢູ່ຂັ້ນລຸ່ມ ( ຢູ່ພາກສະໜາມ ).
-ຕ້ອງປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຄັ່ງຄັດ,ສຽງສ່ວນໜ້ອຍ
ຂຶ້ນກັບສຽງສ່ວນຫຼາຍ,ບຸກຄົນຂື້ນກັບການຈັດຕັ້ງ,ບັນດາກຸ່ມບ້ານທີ່ຂື້ນກັບ ປກສ
ເມືອງຕ້ອງສູ້ຊົນເຮັດໃຫ້ໄດ້.
¯ ທິດທາງ ແລະ
ວິທີການປັບປຸງແກ້ໄຂໃນສະເພາະໜ້າ.
ໂດຍອີງຕາມ ສະພາບຄວາມເປັນຈີງຂອງເມືອງກໍ່ ຄື ກຸ່ມບ້ານພັດທະນາວຽງຄຳ ພວກສັດຕູ ແລະ
ພວກອິດທິກຳລັງປໍລະປັກ,ກຸ່ມຄົນບໍ່ດີຍັງສືບຕໍ່ເຄື່ອນໄຫວ ດ້ວຍຫຼາຍຮູບການ,ວິທີການທີ່ເລິກແລບແນບນຽນທັງປິດລັບ
ແລະ ເປີດເຜີຍ,ດັ່ງນັ້ນ ມັນຈື່ງຮຽກຮ້ອງໃຫ້ພວກເຮົາ ມີວິທີການແຜນການ,ທິດທາງທີ່ຖືກຕ້ອງ
ແລະ ເໝາະສົມ ໃນການຈັດຕັ້ງປະຕິບັດ ໜ້າທີ່ວຽກງານວິຊາສະເພາະໃຫ້ບັນລຸຕາມຄາດໝາຍ ໃນການຕ້ານສະກັດກັ້ນ
ແລະ ຕໍ່ສູ້ທຸກຮູບການເຄື່ອນໄຫວຂອງສັດຕູ ແລະ ກຸ່ມຄົນບໍ່ດີ ທີ່ມີການເຄື່ອນໄຫວໃນປະຈຸບັນຄວນເອົາໃຈໃສ່ບາງບັນຫາດັ່ງລຸ່ມນີ້:
1.ຫັນເອົາພະນັກງານຜູ້ທີ່ມີຄວາມຮູ້,ຄວາມສາມາດທາງດ້ານ
ວິຊາສະເພາະທີ່ແນ່ນອນ ຮັບ
ປະກັນຄວາມເປັນແບບຢ່າງໃຝນທຸກດ້ານ ເປັນຜູ້ທີ່ມີຄວາມຕື່ນຕົວສະດຸ້ງໄວ ລົງສູ່ພື້ນທີ່ຕິດພັນກັບການກໍ່ສ້າງຮາກຖານ.
2.ປັບປຸງ
ແລະ ກໍ່ສ້າງກໍາລັງ ປກສ ກຸ່ມບ້ານໃຫ້ມີຄວາມໜັກແໝ້ນທາງດ້ານການເມືອງ,ມີລະບຽບວິໄນເຂັ້ມງວດ,ເຮັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ
ແລະ ຖືກຕ້ອງຕາມລະບຽບຫຼັກການ.
3.ປັບປຸງ ແລະ ກໍ່ສ້າງ ປກສ
ກຸ່ມບ້ານໃຫ້ມີຄວາມຮູ້ ຄວາມສາມາດມີຄວາມສໍານິສໍານານທາງດ້ານວິຊາສະເພາະເພື່ອຮັບປະກັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໃນສະເພາະໜ້າ
ແລະ ຍາວນານ.
4.ສືບຕໍ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ແກ່ພະນັກງານ
ປກສ ກຸ່ມບ້ານ ເດັດດຽ່ວແກ້ໄຂ ປະກົດການຫຍໍ້ທໍ້ຢ່າງຕັ້ງໜ້າ,ຍົກສູງວຽກງານກວດກາ ແລະ ຄຸ້ມຄອງພົນລະ
ເມືອງໃຫ້ເປັນ ລະບົບກົງຈັກການຈັດຕັ້ງທີ່ທັນສະໄໝ ເພື່ອສ້າງວຽກງານນີ້ ໃຫ້ກາຍເປັນສູນຂໍ້ມູນທີ່ສຳຄັນ
ໃນການສະໜອງວຽກງານອື່ນຂອງກຳລັງ ປກສ ໃຫ້ໄດ້ຮັບຜົນສຳເລັດ.
5. ປັບປຸງຂະຫຍາຍ ບັນດາຕາໜ່າງຢູ່ຮາກຖານໃຫ້ມີຄຸນນະພາບ
ແລະ ກວດກາພ້ອມທັງປ້ອງກັນສະກັດກັ້ນ ແລະ ຕໍ່ສູ້ທຸກໆຮູບການທີ່ພວກສັດຕູ ແລະ ພວກອິດທິກຳລັງປໍລະປັກກຸ່ມຄົນບໍ່ດີທີ່ອາດຈະສ້າງໃຫ້ມີປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນຢູ່ກຸ່ມບ້ານໃຫ້ຫຼຸດໜ້ອຍຖອຍລົງ.
ບົດສະຫຼູບ
ໄປພ້ອມໆ ກັບການເຄື່ອນໄຫວປະຕິບັດ ໜ້າທີ່ວຽກງານດ້ານຕ່າງໆ
ທີ່ສາມາດເຮັດຫຼ້ອນໜ້າທີ່ຕາມການມອບໝາຍທີ່ກ້າວມາຂ້າງເທີ່ງນັ້ນ ມີຜົນສຳເລັດກໍ່ຍ້ອນ ການຊີ້ນຳ-ນຳພາ,ຊີ້ທິດເຍືອງທາງໃຫ້
ເວົ້າລວມເວົ້າ ສະເພາະ ຂໍສະແດງຄວາມຂອບໃຈຢ່າງລົ້ນເຫຼືອມາຍັງ ຄະນະພັກ-ຄະນະກອງບັນຊາການ
ປກສ ເມືອງ ປາກກະດິງ, ແຂວງ ບໍລິຄຳໄຊ ຕະຫຼອດຮອດຄູອາຈານທີ່ໃຫ້ຄວາມຊ່ວຍເຫຼືອ, ເອື້ອອຳນວຍຄວາມສະດວກໃນການລົງຝຶກຫັດຂອງຂ້າພະເຈົ້າ,ຂໍຂອບໃຈມາຍັງ
ປກສ ກຸ່ມບ້ານພັດທະນາວຽງຄຳ ເຂດ03 ທີ່ໃຫ້ຄວາມຮ່ວມມືຕະຫຼອດມາ.
ຂ້າພະເຈົ້າຂໍຖືໂອກາດນີ້ຂໍສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ
ແລະ ຂອບໃຈຢ່າງສູງມາຍັງຄະນະກອງບັນຊາການ ປກສ ເມືອງ ປາກກະດິງ, ແຂວງ ບໍລິຄຳໄຊ
ແລະຄູອາຈານທີ່ຊີ້ນຳໆພາໃນການລົງຝຶກຫັດຄັ້ງນີ້ ທີ່ໄດ້ອຸດທິດທາງດ້ານສະຕິປັນຍາ,ຄວາມຮູ້,ຄວາມສາມາດອັນໃຫ່ຍຫຼວງໃນດ້ານວິຊາສະເພາະຈົນເຖີງວຽກງານຕ່າງໆປະສົບຜົນສຳເລັດ
ຍ້ອນສາເຫດນອກຕົວ ແລະ ໃນຕົວບົດລາຍງານຂອງຂ້າພະເຈົ້າອາດບໍ່ທັນຄົບຖ້ວນ ແລະ
ບໍ່ທັນສົມບູນເທື່ອ ດັ່ງນັ້ນ ຂ້າພະເຈົ້າຫວັງຢ່າງຍິ່ງວ່າບັນດາທ່ານຜູ້ອ່ານ,ຜູ້ຄົ້ນຄວ້າຈະໃຫ້ຄຳຕຳນິສົ່ງຂ່າວແລະປະກອບສ່ວນໃສ່ບົດລາຍງານນີ້ໃຫ້ມີຄວາມສົມບູນຂື້ນຕື່ມເພື່ອຈະໄດ້ນຳໄປປັບປຸງແກ້ໄຂ.
ຂໍຂອບໃຈ
ທີ່
ກຸ່ມບ້ານພັດທະນາວຽງຄໍາ,ວັນທີ 20 ເດືອນ
ກໍລະກົດ ປີ 2012