Thursday, April 25, 2013

ແຜນທຸລະກິດ



I.      ບົດ​ສະຫລຸບ​ຜູ້​ບໍລິ​ຫານ 
 ໃນປັດຈຸບັນມີຄົນຈຳນວນຫລາຍຕ້ອງການທີ່ຈະຊື້ນໍ້າມັນຈາກຮ້ານຕ່າງໆ ດັ່ງນັ້ນພວກເຮົາຈື່ງໄດ້ເຮັດແຜນທຸລະກິດຂື້ນການຂາຍນໍ້າມັນ ມີກຳໄລດີ ສະນັ້ນພວກເຮົາມີການບໍລິການທີ່ດີທີ່ສຸດສຳລັບລູກຄ້າມາຊື້ນໍ້າມັນ ຫລື ມາໃສ່ນໍ້າມັນຈະໃຫ້ສ່ວນຫລຸດເປັນພິເສດ, ການບໍລິຫານການເງີນ ແລະ ການບັນຊີ ມີຜູ້ທີ່ມີປະສົບປະການມາບໍລິຫານໃຫ້,ການຕະຫລາດທີ່ດີ ແລະ ທັງມີການສົ່ງເສີມການຂາຍເຊັ່ນ: 7p, ລາຄາຍຸດຕິທຳ 10,000ຕໍ່ໜື່ງລິດແອັດຊັງ, 9,000 ກີບ ຕໍ່ໜື່ງລິດກາຊ່ວນ , ດັ່ງນັ້ນ ຈື່ງໄດ້ວາງແຜນເຮັດທຸລະກິດກ່ຽວກັບການຂາຍນໍ້າມັນ ພາຍໃນປະເທດ ແລະ ຕາມແຂວງຕ່າງໆ ແລະ ຕາມໝູ່ບ້ານອີກດ້ວຍ.

II.    ລາຍລະອຽດຂອງທຸລະກິດ ຫລື ປະເພດທຸລະກິດ
  ທຸລະກິດຂອງພວກເຮົາແມ່ນທຸລະກິດ ວິສະຫາກິດສ່ວນບຸກຄົນເທົ່ານນັ້ນ ແລະ ເປັນທຸລະກິດໃຫ້ການບໍລິການທັງພາຍໃນແຂວງ ແລະ ຕ່າງແຂວງ, ທັງຕົວເມືອງ ແລະ ຊົນນະບົດ , ສະຖານທີ່ຕັ້ງແມ່ນຢູ່ນະຄອນຫລວງວຽງຈັນ ແລະ ພວກເຮົາຈະມີແຜນຂະຫຍາຍທຸລະກິດອອກສູ່ແຂວງຕ່າງໆອິກດ້ວຍ.   
                     
III.    ວັດ​ຖຸ​ປະສົງ​ໃນ​ການ​ຈັດ​ເຮັດ​ແຜນ​ທຸລະກິດ

     ກິດຈະການ​ມີ​ຄວາມ​ຕ້ອງ​ການ​ທີ່​ຈະ​ປັບ-ປຸງ​ລະບົບ​ບໍລິຫານ​ງານ​ແລະ​ລະບົບ​ບັນ​ຊີ ເພື່ອ​ໃຫ້​ການ​ດຳ​ເນີນ​ງານ ເປັນ​ໄປ​ຕາມ​ວັດ​ຖຸ​ປະສົງ ຄື: ການ​ມີ​ລະບົບ​ການ​ເງີນ ​ແລະ​ ການ​ບັນ​ຊີ , ລະບົບ​ສິນ​ຄ້າ​ຄົງ​ຄັງ ແລະ ​ລະບົບ​ບັນ​ຊີ​ລູກ​ໜີ້​ທີ່​ເປັນ​ລະບົບ​ມາດຕະຖານ ສາມາດ​ຄວບ​ຄຸມ​ໄດ້​ງ່າຍ ແລະ​ເພີ່ມ​ປະ​ສິດ​ທິ​ພາບ​ໃນ​ການ​ບໍລິຫານ​ເງີນ​ທຸນ​ໝຸນ​ວຽນ


1.  ແນວ​ຄິດ​ທາງ​ທຸນ​ກິດ

      ທຸ​ກິ​ດ​ຖາ​ນີ​ບໍລິການໃຫ້​ນ້ຳ​ມັນເປັນ​ທຸລະກິດ​ທີ່​ຈຳ​ໜ່າຍ​ນ້ຳ​ມັນ​ເຊື້ອ​ເພີງ​ຊຶ່ງ ມີ​ຜັນ​ຜົນ​ຢູ່​ຕະຫລອດ​ເວລາ​ເພາະ​ຕ້ອງ​ຂຶ້ນ​ຢູ່​ກັບ​ສະພາ​ວະ​ການໂລກ​ແຕ່​ບໍ່​ສົ່ງ​ຜົນ​ກະທົບ​ຕໍ່​ກິດຈະການ​ເທົ່າໃດ​ເພາະ ນ້ຳ​ມັນ​ເປັນ​ເຊື້ອ​ເພີງ​ມີ​ຄວາມ​ຈຳ​ເປັນ​ຕໍ່​ການ​ດຳ​ເນີນ​ຊີວິດ​ປະຈຳ-ວັນ ແລະ​ລັດຖະບານ​ມີ​ນະໂຍບາຍ​ໃນ​ການ​ສຳ​ຮອງ​ນ້ຳ​ມັນ​ໃຫ້​ພຽງ​ພໍ​ຕໍ່​ການ​ໃຊ້​ງານ  ດັ່ງ​ນັ້ນ​ປັດ​ໃຈ​ສຳຄັນ​ທີ່​ມີ​ຜົນ​ຕໍ່​ການ​ດຳ​ເນີນ​ງານ​ຈະ​ຂຶ້ນ​ຢູ່​ກັບ​ການ​ໃຫ້​ບໍລິການ​ລູກ​ຄ້າ ກິດຈະການ​ຈຶ່ງ​ເນັ້ນ​ການ​ໃຫ້​ບໍລິການ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ກັບ​ລູກ​ຄ້າ​ແລະ​ມີ​ບໍລິການ​ເສີມ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ ເຊັ່ນ ບໍລິການ​ລ້າງ​ອັດ​ສີດ  ບໍລິການ​ປ່ຽນ​ຖ່າຍ​ນ້ຳ​ມັນ ຈຳ​ໜ່າຍ​ນ້ຳ​ມັນ​ເຄື່ອງ​ທຸກ​ຊະນິດ ແລະ​ສູນ​ອາຫານ​ທີ່​ມີ​ມາດຕະຖານ.  


2.  ສະຫລຸບ​ການ​ວິ​ເຄາະ​ສະຖານ​ການ
   ກິດຈະການ​ມີ​ການ​ດຳ​ເນີນ​ທຸລະກິດ​ໃນ​ອະ​ດີດ ທີ່​ຜ່ານມາ​ດ້ວຍ​ດີ​ຕະຫລອດ ສາມາດ​ຈຳ​ໜ່າຍ​ນ້ຳ​ມັນ​ເຊື້ອ​ເພີງ​ທີ່​ສູງ​ກວ່າ​ເປົ້າ​ທີ່​ຄາດ​ກຳນົດ ລວມ​ທັງ​ການ​ໃຫ້​ບໍລິການ​ທີ່​ສ້າງ​ຄວາມ​ພຶງ​ພໍ​ໃຈ​ໃຫ້​ກັບ​ຜູ້​ໃຊ້​ບໍລິການ  ແລະ​ຍັງມີ​ບໍລິການ​ເສີມ​ຕ່າງ ໆ ເຊັ່ນ ບໍລິການ​ລ້າງ​ອັດ​ສີດ ການ​ປ່ຽນ​ຖ່າຍ​ນ້ຳ​ມັນ​ເຄື່ອງ   ລ້ວນ​ຢູ່ໃນ​ສະພາ​ວະ​ທີ່​ມີ​ການ​ພັດທະນາ​ຢູ່​ຕະຫລອດ​ເວລາ ບໍ່​ມີ​ບັນຫາ​ເລື່ອງ​ການ​ຂາດ​ສະພາບ​ຄ່ອງ​ທາງ​ການ​ເງີນ​ແລະ​ບັນຫາ​ດ້ານ​ກາ​ລົດ​ລາດ​ແຕ່​ຢ່າງ​ໃດ  ມີ​ພຽງ​ແຕ່​ການ​ຈັດ​ລະບົບ​ບັນ​ຊີ​ການ​ເງີນ ບັນ​ຊີ​ສິນ​ຄ້າ​ຄົງ​ຄັງ ແລະ​ບັນ​ຊີ​ລູກ​ໜີ້ ທີ່​ຍັງ​ບໍ່​ມີ​ລະບົບ​ທີ່​ເປັນມາດຕະຖານ.

3.  ກົນ​ລະຍຸດ​ສູ່​ຄວາມ​ສຳ​ເລັດ
      ການ​ບໍລິຫານ​ແລະ​ຈັດການ​ທີ່​ດີ ຈະ​ສົ່ງ​ຜົນ​ໃຫ້​ທຸລະກິດ ສາມາດ​ດຳ​ເນີນ​ທຸລະກິດ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ ດັ່ງນີ້:
1.     ຈັດ​ໂຄງ​ສ້າງ​ອົງຄ໌​ກອນ ເພື່ອ​ແບ່ງ​ແຍກ​ຫນ້າທີ່​ໃຫ້​ຊັດເຈນ  ແລະ​ກະ​ຈາຍ​ອຳນາດ ເພື່ອ​ໃຫ້   ທຸລະກິດ​ສາມາດ​ດຳ​ເນີນ​ງານ​ໄດ້​ຢ່າງ​ລາບ​ລື່ນ.
2.  ຈັດ​ສົ່ງ​ພະ​ນັກ​ງານ​ເຂົ້າ​ຝຶກ​ອົບຮົມ​ທັກ​ສະ​ການ​ປະຕິບັດ​ງານ ຈາກເທັກນິກຢ່າ​ງົດ​ມ່ຳ​ສະເໝີ ທັງ​ໃນ​ສ່ວນ​ການ​ໃຫ້​ບໍລິການ ແລະ​ໃນ​ດ້ານ​ການ​ຈັດການເພື່ອ​ພັດທະນາ​ສັກ​ຍະ​ພາບ​ການ​ໃຫ້​ບໍລິການແລະ​ການ​ຈັດການທີ່​ທັນ​ຕໍ່​ສະຖານນະການປະຈຸບັນ​ຢູ່​ສະເໝີ
3. ເພິ່ມເຕິມ​ຄວາມ​ຮູ້ ຜູ້​ບໍລິຫານ ໃນ​ການ​ອ່ານ​ແລະ​ວິ​ເຄາະ ງົບ​ການ​ເງີນ ເພື່ອ​ໃຊ້ ຂໍ້​ມູນ​ທາງ​ດ້ານ​ການ ເງີນ​ປະກອບ​ການ​ຕັດ​ສິນ​ໃຈ ແລະ​ວາງ​ແນວ​ນະໂຍບາຍ​ແລະ​ແຜນ​ງານ​ໃນ​ອະ​ນາຄົດເຊັ່ນ:

 3.1  ກາ​ນໃຫ້ບໍລິ​ການ
     ຈັດ​ເຮັດ​ຄູ່​ມື  (ເອກະສານ​ປະ​ກອບ) ໃນ​ການ​ໃຫ້​ບໍລິການ​ທີ່​ມີ​ມາດຕະຖານ ເພື່ອ​ໃຫ້​ລູກ​ຄ້າ​ທຸກ​ຄົົນທີ່​ເຂົ້າ​ມາ​ໃຊ້​ບໍລິການ ເກີດ​ຄວາມ​ປະ​ທັບ​ໃຈ ແລະ​ເປັນ​ແນວ​ທາງ​ໃນ​ການ​ຝຶກ​ສອນ​ແກ່​ພະ​ນັກ​ງານ​ທີ່​ປະຕິບັດ​ງານ ແລະ​ພະ​ນັກ​ງານ​ທີ່​ເຂົ້າ​ໃໝ່ ເພື່ອ​ສາມາດ​ໃຫ້​ບໍລິການ​ໄດ້​ຢ່າງ​ຖືກ​ຕ້ອງ​ເປັນ​ມາດຕະຖານ
                       
3.2      ກົນ​ຍຸການ​ຕະ​ຫລາດ                                                   3.2.1. ຝຶ​ກອົບຮົມພະ​ນັກ​ງານ​ບໍລິການ ໃຫ້​ແຕ່ງ​ກາຍ​ສະ​ອາດ​ມີ​ກິ​ຢາ​ມານ​ຍາດ​ສຸ​ພາບ​ຮຽບຮ້ອຍ ພ້ອມ​ຕ້ອນ​ຮັບ​ລູກ​ຄ້າ​ຢ່າງ​ມີ​ໄມ​ຕີ​ຈິຕ
3.2.2.ເນັ້ນ​ການ​ໃຫ້​ການ​ບໍລິການ​ທີ່​ດີ​ສະ​ດວກ​ວ່ອງໄວ ມີ​ຄວາມ​ຮັບ​ຜິດຊອບ ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ກັບ​ລູກ​ຄ້າ ແລະ​ຕົກ​ແຕ່ງ​ສະຖານ​ທີ່​ໃຫ້ ເປັນ​ລະບຽບ ສະ​ອາດ​ສວຍ-ງາມ​ເພື່ອ​ດຶງ​ດູດ​ລູກ​ຄ້າ
3.3.3. ມີ​ບໍລິການ​ເສີມ​ໃຫ້​ລູກ​ຄ້າ​ເລືອກ​ໃຊ້​ບໍລິການ​ໄດ້​ອີກ   ເຊັ່ນ ບໍລິການ​ລ້າງ​ອັດ​ສີດ ບໍລິການ​ປ່ຽນ​ຖ່າຍ​ນ້ຳ​ມັນ​ເຄື່ອງ ຈຳ​ໜ່າຍ​ນ້ຳ​ມັນ​ເຄື່ອງ​ທຸກ​ຊະນິດ  ອັດ​ຈາ​ລະ​ບີ ຂາຍ​ຂົນມ-ເຄື່ອງ​ດື່ມ ແລະ​ຮ້ານ​ອາ​ຫານ.
3.3.4. ພັດທະນາ​ລະບົບ​ບັນ​ຊີ​ໃຫ້​ໄດ້​ມາດຕະຖານ​ເພື່ອ​ທີ່​ຈະ​ສາມາດ​ຮູ້​ຜົນ​ການ​ດຳ​ເນີນ​ງານ​ແລະ​ຖານະ​ທາງ​ການ​ເງີນ​ທີ່​ຖືກ​ຕ້ອງ​ແລະ​ທັນ​ເວລາ ເປັນ​ປະໂຫຍດ​ໃນ​ການ​ວິ​ເຄາະ​ແລະ​ນຳ​ໄປ​ໃຊ້​ໃນ​ການ​ບໍລິຫານ​ງານ​ໄດ້.

4.  ລັກສະນະ​ທຸລະກິດ​ຂອງ​ໂຄງ​ການ
      ກິດຈະການ​ດຳ​ເນີນ​ທຸລະ​ກິ​ດຖາ​ນີ​ບໍລິການ​ນ້ຳ​ມັນ ຈຳ​ໜ່າຍ​ນ້ຳ​ມັນ​ເຊື້ອ​ເພີງ​ແລະ​ຜະລິດຕະພັນ​ນ້ຳ​ມັນ​ຄານ​ເທັກ​ລວມ​ທັງ​ໃຫ້​ບໍລິການ​ເສີມ​ດ້ານ​ຕ່າງ ໆ ເຊັ່ນ  ສູນ​ບໍລິການ​ປ່ຽນ​ຖ່າຍ​ນ້ຳ​ມັນ​ເຄື່ອງ  ລ້າງ​ອັດ​ສີດ  ເປັນ​ຕົ້ນລາຍ​ໄດ້ ຂອງ​ກິດຈະການ​ມາ​ຈາກ 2  ທາງ​ໄດ້​ແກ່ ການ​ຂາຍ​ນ້ຳ​ມັນ​ເຊື້ອ​ເພີງ ນ້ຳ​ມັນ​​ຫລໍ່​ລື້ນ,  ການ​ໃຫ້​ບໍລິການ​ປ່ຽນ​ຖ່າຍ​ນ້ຳ​ມັນ​ເຄື່ອງ   ລ້າງ​ອັດ​ສີດ  ຍອດ​ຂາຍ​ນ້ຳ​ມັນ​ເຊື້ອ​ເພີງ​ໃນ​ປະຈຸບັນ  ຈຳ​ໜ່າຍ​ໄດ້​ມື້​ລະ​ປະ​ມານ  20, 000 ລີດ  ຫລື ປະ​ມານ  600, 000 ລີດ​ຕໍ່​ເດືອນ  ຊຶ່ງ​ສູງ​ກວ່າ​ເປົ້າ​ຈຳ​ໜ່າຍ​ທີ່ ທາງ​ເຮົາຕັ້ງ​ໄວ້​ທີ່ 400, 000 ລີດ​ຕໍ່.  ປະຈຸບັນ​ການ​ໃຫ້​ບໍລິການ​ຂອງ​ກິດຈະການ ຈະ​ມີພະ​ນັກ​ງານ​ໜ້າ​ສະ​ຖາ​ນີ​ບໍລິການ​ຈຳນວນ 14 ຄົນ    ໂດຍ​ແບ່ງ​​ອອກ​ເປັນ 2 ພາກ 7 ຄົນ   ຄອຍ-ຖ້າ​ໃຫ້​ບໍລິການ ຕ້ອນ​ຮັບ  ເຕີມ​ນ້ຳ​ມັນ​ເຊື້ອ​ເພີງ​ແລະ​ໃຫ້​ບໍລິການ ເຕີມ​ລົມ ເຊັດ​ກະ​ຈົກ​ແລະ​ຖິ້ມ​ຂີ້ເຫຍື້ອ   ແລະ​ຊ່າງ​ປະຈຳ​ສູນ​ບໍລິການ​ປ່ຽນ​ຖ່າຍ​ແລະ​ລ້າງ​ອັດ​ສີດ ຈຳນວນ 4 ຄົນ ໃຫ້​ບໍລິການ ລ້າງ​ອັດ​ສີດ ເຮັດ​ຄວາມ​ສະ​ອາດ​ລົດ ແລະ​ປ່ຽນ​ຖ່າຍ​ນ້ຳ​ມັນ​ເຄື່ອງ.
     
5.  ການ​ວິ​ເຄາະ​ອຸດ​ສາ​ຫະ​ກັນມ
      ການ​ໃຊ້​ນ້ຳ​ມັນ​ສຳ​ເລັດ​ຮູບ​ໃນ​ປະເທດ ໂດຍ​ລວມ​ໃນ​ປີ 2556 ມີ​ປະລິມານ​ການ​ໃຊ້​ທັງ​ສິ້ນ​ເທົ່າ​ກັບ 34, 824.6 ລ້ານ​ລີດ ຫລື ລຸດລົງ​ຮ້ອຍ​ລະ 2.1 ຈາກ​ປີ​ກ່ອນ ເນື່ອງ​ຈາກ​ການ​ໃຊ້​ນ້ຳ​ມັນ​ເຕົາ​ເພື່ອ​ຜະລິດ​ໄຟ​ຟ້າ​ທີ່​ລຸດລົງ ໃນ​ຂະນະ​ທີ່​ການ​ໃຊ້​ຜະລິດຕະພັນ​ນ້ຳ​ມັນ​ອື່ນ ໆ ເພີ່ມ​ຂຶ້ນ​ຈາກ​ປີ​ກ່ອນ ຕາມ​ການ​ຟື້ນ​ຕົວ​ຂອງ​ເສດຖະກິດ​   ສໍາລັບ​ການ​ໃຊ້​ນ້ຳ​ມັນ​ເບນ​ຊິນ ມີ​ປະລິມານ​ການ​ໃຊ້​ເທົ່າ​ກັບ 6, 857.1 ລ້ານ​ລີດ ເພີ່ມ​ຂຶ້ນ​ຈາກ​ປີ​ກ່ອນ​ຮ້ອຍ​ລະ 1.4  ແລະ​ນ້ຳ​ມັນ​ດີ​ເຊນ ມີ​ປະລິມານ​ການ​ໃຊ້​ເທົ່າ​ກັບ 15, 227.3 ລ້ານ​ລີດ ເພີ່ມ​ຂຶ້ນ​ຈາກ​ປີ​ກ່ອນ​ຮ້ອຍ​ລະ 1.7    ສ່ວນ​ລະ​ດັບ​ລາ​ຄາ​ຂາຍ​ປີກ​ຜະລິດຕະພັນ​ນ້ຳ​ມັນ​ໃນ​ປະເທດ ຢູ່ໃນ​ລະ​ດັບ​ໃກ້​ຄຽງ​ກັບ​ປີ​ກ່ອນ  ໂດຍ​ລາ​ຄາ​ນ້ຳ​ມັນ​ເບນ​ຊິນ 95 ເສ​ລີ່ຍ​ທັງ​ປີ​ຢູ່​ທີ່​ລະ​ດັບ 9,000/ລີດ ລຸດລົງ​ຈາກ​ປີ​ທີ່​ຜ່ານມາ​ຊຶ່ງ​ຢູ່​ທີ່ 10,000/ລີດ  ຫລື​ລຸດລົງ​ພຽງ​ຮ້ອຍ​ລະ 0.7    ແລະ​ລາ​ຄາ​ນ້ຳ​ມັນ​ດີ​ເຊນ​ໝຸນ​ໄວ​ເສ​ລີ່ຍ​ທັງ​ປີ​ຢູ່​ທີ່​ລະ​ດັບ 8,000 ກີບ/ລີດ  ເພີ່ມ​ຂຶ້ນ​ຈາກ​ປີ​ທີ່​ຜ່ານມາ​ຊຶ່ງ​ຢູ່​ທີ່ 7,500/ລີດ ຫລື​ເພີ່ມ​ຂຶ້ນ​ເທົ່າ​ກັບ ຮ້ອຍ​ລະ 3.9
      ໃນ​ສ່ວນ​ຂໍ​ງົດ​ສະຖາ​ນີ​ບໍລິການ​ນ້ຳ​ມັນ ໃນ​ປີ 2544  ມີດ​ຖາ​ນີ​ບໍລິການ​ນ້ຳ​ມັນ​ທັງ​ປະເທດ ຈຳນວນ​ທັງ​ສິ້ນ 15, 677 ແຫ່ງ ໂດຍ ສະ​ຖາ​ນີ​ບໍລິການ​ນ້ຳ​ມັນ​ຂອງ ຄານ​ເທັກຊ໌ ມີ​ຈຳນວນ​ສູງ​ສຸດ​ຄື 1, 422 ແຫ່ງ  ຮອງ​ລົງ​ມາ ໄດ້​ແກ່ ສະ​ຖາ​ນີ​ບໍລິການ    ນ້ຳ​ມັນ​ເຊນລ໌ ແລະ ເອດ​ໂຊ່ ຊຶ່ງ​ມີ​ຈຳນວນ ໃກ້​ຄຽງ​ກັນ ຄື 692 ແຫ່ງ ແລະ 684 ແຫ່ງ​ຕາມ​ລຳ​ດັບ ສ່ວນ​ສະ​ຖາ​ນີ​ບໍລິການ​ຂອງ ຄານ​ເທັກຊ໌ ມີ​ຈຳນວນ 519 ແຫ່ງ ສ່ວນ​ທີ່​ເຫລືອ​ຄື​ສະ​ຖາ​ນີ​ບໍລິການ​ນ້ຳ​ມັນ​ອື່ນ ໆ ຊຶ່ງ​ລວມ​ກັນ​ມີ​ຈຳນວນ​ທັງ​ສິ້ນ 12, 360 ແຫ່ງ (ທີ່​ມາ: ຈາກ​ຫນ່ວຍ​ງານ​ລັດ​ທີ່​ກ່ຽວ​ຂ້ອງ)

5.1        ຂໍ້​ມູນ​ທົ່ວ​ໄປ​
            ນະຄອນຫລວງວຽງຈັນ ປະຈຸບັນ​ມີ​ປະຊາກອນ​ ຊຶ່ງ​ປະຊາກອນ​ສ່ວນ​ໃຫຍ່​ປະກອບ​ອາ​ຊີບ​ກະເສດຕະກຳ ໂດຍ​ມີ​ຜະລິດຕະພັນ​ມວນ​ລວມ ສຳເລັດ ປີ 2555 ເທົ່າ​ກັບ. 650,000,000 ກິບ ແລະ​ມີ​ລາຍ​ໄດ້​ຕໍ່​ຫົວ​ເທົ່າ​ກັບ...... 650,000,000  ກິບຕໍ່ປີ
            ຈຳນວນ​ລົດ​ຍົນຕ໌​ທີ່​ຈົດ​ທະ​ບຽນ ຕາ​ສະ​ຖິ​ຕິ​ຂອງ​ສຳ​ນັກ​ງານ​ຂົນ​ສົ່ງ ແຂວງ​ຈັນ​ທະ​ບຸ​ລີ ​ປີ 2556 ມີ​ຈຳນວນ​ທັງ​ສິ້ນ.2 ລ້ານ... ຄັນ ໂດຍ​ແບ່ງ​ອອກ​ເປັນ ລົດ​ນັ່ງ​ສ່ວນ​ບຸກ​ຄົນ ຈຳນວນ .1 ລ້ານ..  ຄັນ ແລະ​ລົດ​ກະ​ບະ .500 ລາ້ນ.. ຄັນ ລົດ​ບັນ​ທຸກ​ແລະ​ລົດ​ໂດຍ​ສານ​ຈຳນວນ .500 ລ້ານ.. ຄັນ.

IV.    ການ​ວິ​ເຄາະ​ສະຖານນະການ  (SWOT Analysis)
1.  ຈຸດແຂງ
1.1.   ຜູ້​ບໍລິຫານ ມີ​ຄວາມ​ມຸ້ງ​ມັ່ນ​ໃນ​ການ​ດຳ​ເນີນ​ງານ ການ​ພັດທະນາ​ອົງກອນ  ແລະ​ເປີດ​ຮັບ​ ຄວາມ​ຮູ້​ໃໝ່​ ໆ​ໃນ​ການ​ປັບ-ປຸງ​ປະ​ສິດ​ທິ​ພາບ​ການ​ດຳ​ເນີນ​ງານ​ຢູ່​ສະເໝີ
1.2.   ຜູ້​ບໍລິຫານ​ເປັນ​ຜູ້​ກວ້າງ​ຂວາງ​ຂອງ​ອົງການ ໂດຍ​​ເຂົ້າ​ຮ່ວມ​ກິດຈະກຳ​ຕ່າງ ໆ​ຂອງ​ອົງການ ເຮັດໃຫ້ ການ​ປະ​ສານ​ງານ​ພາຍ​ໃນ​ອົງການ​ເປັນ​ໄປ​ໂດຍ​ສະ​ດວກ
1.3. ​ທີ່​ຕັ້ງ​​ຖາ​ນີ​ບໍລິການ​ນ້ຳ​ມັນ​ຕັ້ງ​ຢູ່​ບໍລິເວນ​ຫົວ​ມຸມ​ສີ່​ແຍກ ສະ​ດວກ​ໃນ​ການ​ເຂົ້າ​ໃຊ້​ບໍລິການ​ຂອງ​ຄົນ​ໃນ​ພື້ນ​ທີ່ ແລະ​ຜູ້​ສັນ​ຈົນ​ໄປ​ມາ ເມື່ອ​ທຽບ​ກັບ​ສະ​ຖາ​ນີ​ບໍລິການ​ນ້ຳ​ມັນ​ຂອງ​ຄູ່​ແຂ່ງ​ໃນ​ບໍລິເວນ​ດຽວ​ກັນ  ຜະລິດຕະພັນ​ນ້ຳ​ມັນ​ເຊື້ອ​ເພີງ ມີ​ຄຸນນະພາບ​ດີ ແລະ​ລາ​ຄາ​ມາ​ດຕະ​ຖານ


2.  ຈຸດ​ອອ່ນ
2.1. ລະບົບ​ການ​ຄວບ​ຄຸມ​ສິນ​ຄ້າ​ຄົງ​ຄັ້ງ​ຍັງ​ບໍ່​ໄດ້​ມາດຕະຖານ ເຮັດໃຫ້​ຂາດ​ປະ​ສິດ​ທິ​ພາບ​ໃນການ​ບໍລິຫານ​ເງີນ​ທຸນ​ໝຸນ​ວຽນ ແລະ​ມີ​ສິນ​ຄ້າ​ຄົງ​ຄັ້ງ​ຮົ່ວ​ໄຫລ
2.2. ລະບົບ​ການ​ຈັດ​ເກັບ​ເງີນ​ຈາກ​ລູກ​ໜີ້​ຍັງ​ບໍ່​ເປັນ​ມາດຕະຖານ​ແລະ​ບໍ່​ມີ​ປະ​ສິດ​ທິ​ພາບ​ພຽງ​ພໍ ເຮັດໃຫ້ມີໂອ​ກາດ​ຈະ​ເກີດ​ໜີ້​ສູນຫາຍ.
3.  ໂອ​ກາດ
3.1. ນະໂຍບາຍ​ຂອງ​ລັດຖະບານ ໃຫ້​ການ​ສະໜັບ-ສະໜູນ​ການ​ປະກອບ​ການ​ຂອງ​ທຸລະກິດ​ຂະໜາດ​ກາງ​ແລະ​ຂະໜາດ​ຍ່ອຍ ໃນ​ດ້ານ​ຕ່າງ ໆ ເຊັ່ນ​ການ​ໃຫ້​ຄຳ​ປຶກ​ສາ​ໃນ​ການ​ດຳ​ເນີນ​ທຸລະກິດ ແລະ​ການ​ຈັດ​ຫາ​ແຫລ່ງ​ເງີນ​ທຸນ
3.2. ນ້ຳ​ມັນ​ເຊື້ອ​ເພີງ ເປັນ​ສິນ​ຄ້າ​ທີ່​ມີ​ຄວາມ​ຈຳ​ເປັນ​ທາງ​ເສດຖະກິດ ໂດຍ​ສະເພາະ​ເຊື້ອ​ເພີງ​ທີ່​ໃຊ້​ກັບ​ຍານ​ພາຫະນະ ບໍ່​ວ່າ​ເສດຖະກິດ​ຈະ​ຢູ່ໃນ​ຊ່ວງ​ຫົດ​ຕົວ​ຫລື​ຢູ່ໃນ​ຊ່ວງ​ເຟື່ອງ​ຟູ ຄວາມ​ຕ້ອງ​ການ​ໃຊ້​ນ້ຳ​ມັນ​ຍັງ​ຄົງ​ມີ​ຢູ່​ອີກ ທັງ​ເປັນ​ສິນ​ຄ້າ​ທີ່​ບໍ່​ຄ່ອຍ​ມີ​ຄວາມ​ຍືດ​ຫຍຸ່ນ​ຕໍ່​ລາ​ຄາ ແລະ​ນ້ຳ​ມັນ​ໄດ້ຮັບ​ການ​ສົ່ງ​ເສີມ​ແລະ​ຊ່ວຍ-ເຫລືອ​ໃນ​ດ້ານ​ຕ່າງ ໆ ຈາກ​ບໍລິສັດ​ຜູ້​ຈັດ​ຈຳ​ຫະ​ໜ່າຍ.
4.  ອຸປະສັກ
4.1. ປ໊ຳ​ນ້ຳ​ມັນ​ຄູ່​ແຂ່ງ​ຂັນ ໃນ​ບໍລິເວນ​ໃກ້​ຄຽງ​ມີ​ຄວາມ​ພ້ອມ​ໃນ​ການ​ໃຫ້​ບໍລິການ​ທີ່​ຄົບ​ວົງ​ຈົນ ແລະ​ ມີ​ການ​ສົ່ງ​ເສີມ​ການ​ຂາຍ​ແລະ​ການ​ຕະ​ຫລາດ
4.2.   ພຶດຕິກຳ​ຂອງ​ຜູ້​ໃຊ້​ບໍລິການ​ປ໊ຳ​ນ້ຳ​ມັນ ເລີ່ມ​ປ່ຽນ​ໄປ​ຈາກ​ເດີມ ຄື ແທນ​ທີ່​ຜູ້​ໃຊ້​ບໍລິການ​ຈະ​ເຂົ້າ​ມາ​ເຕີມ​ນ້ຳ​ມັນ​ຢ່າງ​ດຽວ ແຕ່​ຈະ​ເຂົ້າ​ມາ​ໃຊ້​ບໍລິການ​ອື່ນ ໆ ກ່ຽວກັບ​ການ​ບຳ​ລຸງ​ປິ່ນປົວ​ເຄື່ອງ​ຍົນຕ໌ ຕະຫລອດ​ຈົນ ເພື່ອ​ຮັບປະທານ​ອາຫານ ຫລື​ຊື້​ສິນ​ຄ້າ​ອຸບ​ໂພ​ຄົບ​ລິ​ໂພກ​ຈາກ​ລ້ານ​ສະ​ດວກ​ຊື້ ດັ່ງ​ນັ້ນ​ກິດຈະການ​ຈຶ່ງ​ມີ​ໂອ​ກາດ​ທີ່​ຈະ​ສູນ​ເສຍ​ສ່ວນ​ແບ່​ງ ໃຫ້​ແກ່ ປ໊ຳ​ນ້ຳ​ມັນ​ຄູ່​ແຂ່ງ​ທີ່​ມີ​ຄວາມ​ພ້ອມ​ໃນ​ການ​ໃຫ້​ບໍລິການ​ໄດ້​ຫລາຍ​ກວ່າ.
V.     ສຶກສາ ແລະ ກຳນົດຍຸດທະສາດທາງການຕະຫລາດ
1. ຈຸພິເສດຂອງລູກຄ້າເປົ້າໝາຍ
1.1.    ລູກຄ້າຂອງພວກເຮົາແມ່ນ
1.1.1.  ບຸກຄົນຜູ້ທີ່ໃຊ້ລົດ
1.1.2.  ພໍ່ຄ້າແມ່ຄ້າຂາຍຍ່ອຍ
1.1.3.  ລູກຄ້າຂາຍສົ່ງ ແລະ ຜູ້ຄົນທົ່ວໃນຕ້ອງການທີ່ຈະໃຊ້ນໍ້າມັນ
1.2.    ຂະໜາດຂອງຕະຫລາດໃນປັດຈຸບັນ
ລູກຄ້າຕົ້ນຕໍ
ຜູ້ທີ່ໃຊ້ລົດ,ພໍ່ຄ້າແມ່ຄ້າຍ່ອຍ
80%
ລູກຄ້າສຳຮອງ
ບຸກຄົນທົ່ວໄປທີ່ຕ້ອງການໃຊ້ນໍ້າມັນ
20%

1.3.    ການຄາດຄະເນຕະຫລາດໃນອະນາຄົດ
ໃນປັດຈຸບັນນັບມື້ນັບມີຄວາມຕ້ອງການໃການໃຊ້ນໍ້າມັນເຂົ້າໃນການໄປການມາ, ໃນການຄົມມະນາຄົມຂົນສົ່ງເຊັ່ນດຽວກັນໃນອະນາຄົດຍີ່ງມີຍານພາຫະນະນັບມື້ນັບສູງຍີ່ງກໍ່ຕ້ອງນໍ້າມັນສູງເຊັ່ນກັນສຳລັບການສັນຈອນໄປມາ

1.4.    ທີ່ຕັ້ງຂອງກຸ່ມລູກຄ້າເປົ້າໝາຍ
    ແມ່ນຜູ້ຄົນຕາມທ້ອງຖະໜົນສັນຈອນໄປມາ ແລະ ຕາມສະຖານທີ່ຕ່າງໆເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າທີ່ມາໃສ່ນໍ້າມັນ ແລະ ມາຊື້ ແລະ ບຸກຄົນທົ່ວໄປຕ້ອງການໃຊ້.

2. ການຕະຫລາດ
     ໃນປັດຈຸບັນສ່ວນໃຫຍ່ເແມ່ນລູກຄ້າຜູ້ທີ່ຊົມໃຊ້ນໍ້າມັນເຮັດ​ໃຫ້​ພວກ​ເຮົາ​ປະສົບ​ຜົນ​ຄວາມ​ສຳ​ເລັດ​ທາງ​ດ້ານ​ທຸລະ​ກິດ ປະ​ເພ​ດ​ໃຫ້ການ​ບໍລິການ​ຢ່າງ​ເຕັມທີ່ ​ແລະ ສາມາດ​ນຳ​ເອົາ​ຂໍ້​ໄດ້​ປຽບ​ມາ​ນຳ​ໃຊ້​ໃຫ້​ທຸລະ​ກິດ​ຍີ່​ງສຳ​ເລັດ​ຂື້ນ​ກ່ວາ​ເກົ່າ​ເຊັ່ນ:
2.1.    ການ​ໂຄສະນາ​ທາງ​ໂທລະພາບ
2.2.    ​ໄບປິວ
2.3.    ວິທະຍຸ
2.4.    ​ໂປດ​ສະ​ເຕີ້
2.5.    ນິຕິ​ຍະ​ສານ
2.6.    ໜັງສື​ພີ​ມ
2.7.    ອິນ​ເຕີ​ເນັດ
2.8.    ການ​ປະຊາສຳພັນ​ທີ່​ຊຸມ​ຊົນ

3. ຄູ່​ແຂ່ງ
ຕາຕະລາງທີ 1​:ສົບທຽບຄູ່ແຂ່ງ
ລ​.ດ
ຊື່​ຄູ່​ແຂ່ງ
ປະ​ເພດ​ສິນຄ້າ​. ​ໃຫ້​ບໍລິການ
ລາຄາຕໍ່ລິດ
ຈຸດ​ແຂງ
ຈຸດ​ອອ່ນ
1
 ທ. ກ
ນໍ້າມັນ​ແອັດ​ຊັງ
11,000 ກີບ
ບໍລິການໄວ
ປໍ້າບໍ່ໄດ້ມາດຖານ
2
 ນ. ຂ
ກາຊ່ວນ
10,000 ກີບ
ບໍລິການ 24ຊົ່ວ​ໂມງ
ບໍ່​ມີ​ໂປ​ໂມ​ຊັນ

3.1.    ຂໍ້​ໄດ້​ປຽບ​ສະຖາ​ນິນໍ້າມັນ​ຂອງ​ພວກ​ເຮົາ
ລ​.ດ
ຊື່​ທຸລະ​ກິດ
ປະ​ເພດ​ສິນຄ້າ​. ​ໃຫ້​ບໍລິການ
ລາຄາຕໍ່ລິດ
ຈຸດ​ແຂງ
ຈຸດ​ອອ່ນ

1
K V I C
ນໍ້າມັນ​ແອັດ​ຊັງ
10,000 ກີບ
ບໍລິການໄວ
ພະນັກງານມາວຽກຊ້າ

2

ກາຊ່ວນ
9,000 ກີບ
ບໍລິການ 24ຊົ່ວ​ໂມງ
​ພະນັກງານບໍ່ມີມາລະຍາດ





​ເອົາ​ໃຈ​ລູກ​ຄ້າ, ລາຄາຖຶກ





ມີ​ໂປ​ໂມ​ຊັນ









ແຫລ່ງຂໍ້ມູນ: ໂດຍນັກສຶກສາ ປະຣິນຍາຕີ ບໍລິຫານທຸລະກິດ , ປີ.2, ພາກຄໍ່າ, ຫ້ອງ:406

4. ແຜນການຕະຫລາດ ຍຸດທະສາດ(Marketing mix strategy 7 ps)
4.1.    ຜະລິດຕະພັນ  (Product )
           ທາງພວກເຮົາໄດ້ມີການຈັດຫາເຄື່ອງບໍລິການຕ່າງໃນການໃຫ້ລູກຄ້າມາບໍລິການ ແລະ ການບໍລິການຂອງພວກເຮົາມີຫລາກຫລາຍໃຫ້ບໍລິການເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ, ພ້ອມທັງມີອາຫານໃຫ້ບໍລິຫານ ແລະ ອື່ນໆຫລາຍຢ່າງໃນຜະລິດຕະພັນ ເຊັ່ນ.
1.   ແປງລົດທຸກຊະນິດ
2.   ຖ່າຍນໍ້າມັນເຄື່ອງ
3.   ລ້າງອັດຊິດ
4.   ຂາຍນໍ້າມັນທຸກຊະນິດ
5.   ມິຮ້ານອາຫານໃຫ້ບໍລິການ
6.   ທຳເຄື່ອງສຽງໃນລົດ
7.   ປ່ຽນຢາງລົດ
8.   ຂາຍຢາງລົດ ທຸກຊະນິດ
9.   ລໍ້ແມ້ກທຸປະເພດ
10. ຂາຍກະຈົກລົດ

4.2.    ລາຄາ ( Price ) 
ຕາຕະລາງທີ 2 : ລາຄານໍ້າມັນ

ລາຄາຮ້ານພວກເຮົາ
ລາຄາຂອງຄູ່ແຂ່ງ
ນໍ້າມັນແອັດຊັງ
10,000
11,000
ນໍ້າມັນກາຊ່ວນ
9,000
10,000
ແຫລ່ງຂໍ້ມູນ: ໂດຍນັກສຶກສາ ປະຣິນຍາຕີ ບໍລິຫານທຸລະກິດ , ປີ.2, ພາກຄໍ່າ, ຫ້ອງ:406

4.3.    ສະຖານທີ່ຈຳໜ່າຍ ( Place )
1.   ສະຖານທີ່ຈຳໜ່າຍຕາມທ້ອງຕະຫລາດ
2.   ພໍ່ຄ້າຂາຍຍ່ອຍ ແລະ ຂາຍຍົກ
3.   ຂາຍໃຫ້ໂດຍຜ່ານພໍ່ຄ້າຄົນກາງ
4.   ຂາຍຕາມຈຸດໃຈກາງເມືອງ ແລະ ຜູ້ຄົນສັນຈອນໄປມາ
 
4.4.    ການ​ສົ່ງ​ເສີມ​ການ​ຂາຍ ( Promotion )
1.   ລູກຄ້າຫລັກທາງຮ້ານພວກເຮົາຈະຫລຸດໃຫ້ເປັນພິເສດ
2.   ມີການໂຈກສະຫລາກເອົາລົດຈັກຜູ້ທີ່ຊື້ 100 ລິດຂື້ນໄປ ຈະໄດ້ຮັບປີ້ຫນື່ງໃບ
3.   ລູກຄ້າປະຈຳຈະຫລຸດໃຫ້ 1% ຂອງມູນຄ່າເງີນ
4.   ການປະຊາສຳພັນ
5.   ການຂາຍໂດຍພະນັກ ທີ່ມີຄວາມຮູ້ຄວາມສາມາດແລະ ມີມະນຸດສຳພັນດີ

4.5.    ບຸກຄະລະກອນ (People)
ພະນັກງານຂອງພວກເຮົາມີການບໍລິການຢ່າງວອງໃວ ໃສ່ໃຈລູກຄ້າສະເໝີ ຕອບ​ສະໜອງ​ຕາມ​ຄວາມ​ຕອງ​ການ​ການ​ຈັດການ ​ແລະ ການ​ບໍລິການ​ເປັນ​ລະບົບ ​ໃນ​ການ​ຄວບ​ຄຸມພະ​ນັກ​ງານ, ພະນັກງານ​ຂອງ​ພວກ​ເຮົາ​ມີ​ມະນຸດ​ສຳພັນ​ດີ, ​ເວົ້າ​ຈາ​ສຸພາ​ຍອອ່ນ​ໂຍນ ຈິດ​ໃຈດີ ທັງ​ເປັນ​ກັນ​ເອງ​ກັບ​ລູກ​ຄ້າ, ພະນັກງານ​ທຸ​ຄົນ​ມີ​ຄວາມ​ຮັບຜິດຊອບ​ຕາມ​ໜ້າ​ທີ່​ໃຜລາວ​ຢ່າງ​ເຕັມທີ່ ແລະ ມີ​ຄວາມ​ກະຕືລື​ລົ້ນ​ໃນ​ການ​ເຮັດ​ວຽກ​ເປັນ​ຢ່າງ​ດີ​ອີກ​ດ້ວຍ.

4.6.    ຂະ​ບວນການ​ບໍລິການ(Service Process )
    ພວກ​ເຮົາໃຫ້​ຄວາມ​ສຳຄັນ​ຕັ້ງ​ແຕ່​ກະ​ບວນ​ການ​ຄັດ​ເລືອ​​ເອົາ​ພະ​ງານ ຜູ້​ຈັດຈຳໜ່າຍ​ວັດ​ຖຸ​ດິບ ການ​ປະກອບ​ອາ​ຫາລ ການເຮັດ ຄວາມ​ສະ​ອາດ ແລະ​ການ​ໃຫ້​ບະ​ຫລິ​ກາລນໍ້າມັນ ​ແລະ ຖ່າຍ​ນໍ້າມັນ​ເຄື່ອງ ເພື່ອ​ໃຫ້​ລູກ​ຄ້າ​ໄດ້​ເຫັນ​ເຖິງ    ຄວາມ​ເປັນ​ເລີດ​ທາງ​ດ້ານ​ການ​ບໍລິການ​ຂອງ​ພວກ​ເຮົາ (Superior Quality) ແລະ​ຄວາມ​ເປັນ​ເ​ລິດ​ທາງ​ດ້ານ​ການ​ຕອບສະຫນອງ​ຕໍ່​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ​​ໄດ້​ເປັນ​ຢ່າງ​ດີ.(Superior   Customer Responsiveness).


4.7.    ສິ່ງ​ແວດ​ລ້ອມ​ທາງ​ກາ​ຍະ​ພາບ ( Physical Environment )
            ຮູບ​ແບບ​ການ​ຕົກ​ແຕ່ງ​ຂອງ​ລ້ານ​ເນັ້ນ​ຄວາມ​ທັນ​ສະ​​ໄໝ ໃຫ້​ຄວາມ​ຮູ້ສຶກ​ອົບ​ອຸ່ນ​ແລະ​ໂປ່ງ​ສະ​ບາຍ ເປີດ​ເພງບັນ​ເລງ​ຕະຫລອດ​ເວລາ​ທີ່​ທາງ​ຮ້ານ​ຂອງ​ເຮົາ​ພວມ​ໃຫ້​ບໍລິ​ການ ເພື່ອ​ໃຫ້​ລູກ​ຄ້າ​ຮູ້ສຶກ​ຜ່ອນ​ຄາຍ​ພາຍໃຕ້​ບັນ​ຢາ​ກາດ​ຂອງ​ການ​ຮັບ​ປະ​ທານເບົາໆ ອອ້ມຮອບສີ່ແວດລ້ອມມີ​ການ​​ເບີ່​ງ​ແຍງຮັກສາ​ຄວາມ​ສະ​ອາດ​ຮຽບຮ້ອຍ​ທັງ​ພາຍນອກ​ແລະ​ພາຍ​ໃນ, ປະຈຳ ເພື່ອ​ຕອກ​ຢ້ຳ​ໃຫ້​ລູກ​ຄ້າ​ຮັບ​ຮູ້​ເຖິງ​ຄວາມ​ສະ​ອາດ ປອດ​ສານ​ພິດ​ຢ່າງ​ແທ້​ຈີງ.

VI.    ຂະບວນການບໍລິການ
      ທຸລະກິດປໍ້າມໍ້າມັນຂອງພວກເຮົາ ໄດ້ມີການບໍລິການເປັນເລີດ ເອົາ ໃຈໃສ່ລູກຄ້າເປັນພິເສດ ການບໍລິການວ່ອງໄວມີຄວາມທັນສະໄໝ ແລະ ມີສ່ວນລຸດຫລາກຫລາຍ, ມີການບໍລິການຄືນກຳໄລໃຫ້ລູກຄ້າ ແລະ ອາດຈະໄດ້ກຳໄລເພາະວ່າປັດຈຸບັນມີການຕື່ມນໍ້າມັນເປັນຈຳນວນຫລວງຫລາຍ; ສະນັ້ນການທີ່ໄດ້ກຳໄລຈາກການຂາຍນໍ້າມັນອາດຈະມີຄວາມເປັນໄປໄດ້ສູງ.
      ຮ້ານຂອງພວກເຮົາໄດ້ແບ່ງວຽກຢ່າງຊັດເຈັນ ເຊັ່ນ: ເຈົ້າຂອງຮ້ານ, ຜູ້ບໍລິຫານ 1 ຄົນ, ບັນຊີ ແລະ ການເງີນ 2 ຄົນ, ຊ່າງ  7 ຄົນ, ພະນັກງານຕ້ອນຮັບ 2 ຄົນ, ພະນັກງານປໍ້ານໍ້າມັນ   6  ຄົນ ແລະ ພະນັກງານການຕະຫລາດ 2 ຄົນ

ຕາຕະລາງທີ 3 ​: ຂະບວນການບໍລິການ
ກ່າວ​ຄຳ​ທັກ​ທາຍ
ສອບ​ຖາມ ປະ​ເພດ​ນ້ຳ​ມັນ​ແລະ ​ປະລິມານ
ດຳ​ເນີນ​ການ​ເຕີມ​ນ້ຳ​ມັນ

ໃຫ້​ບໍລິການ​ເຊັດ​ກະ​ຈົກ, ເຕີມ​ລົມ​ຢາງ
ຮັບ​ຊຳ​ລະ/ທອນ​ເງີນ/ແຈກ​ຂອງ​ແຖມ
ກ່າວ​ຂອບໃຈ / ແລະ​ເຊື້ອ​ເຊີນ​ໃຫ້​ມາ​ໃຊ້​ບໍລິການ​ໃໝ່
ແຫລ່ງຂໍ້ມູນ: ໂດຍນັກສຶກສາ ປະຣິນຍາຕີ ບໍລິຫານທຸລະກິດ , ປີ.2, ພາກຄໍ່າ, ຫ້ອງ:406

1.  ຈຸດອອ່ນ ແລະ ຄວາມສ່ຽງໃນການເຮັດທຸລະກິດ
1.1.   ຈຸດອອ່ນ
1.1.1.  ບໍ່ມີໂປໂມຊັນຫລາຍ ອາດຈະທຽບໃສ່ຄູ່ແຂ່ງ
1.1.2.  ຜູ້ບໍລິການຂາດປະສົບການ
1.1.3.  ໃນບາງຄັ້ງພະນັກງານບໍມີຄວາມສາມະຄີກັນໃນການເຮັດວຽກ
1.2.    ຄວາມສ່ຽງ
1.2.1.  ການທີ່ຈະເສຍລູກຄ້າໃຫ້ກັບຄູ່ແຂ່ງ
1.2.2.  ດ້ານການເງີນໃນການໃຊ້, ຈ່າຍເງີນອອກ
1.2.3.  ສ່ຽງຕໍ່ຄວາມລົ້ມເຫລວເພາະວ່າມີຄູ່ແຂ່ງຫລາຍລາຍ
1.2.4.  ສ່ຽງຕໍ່ການຈັດຫາພະນັກງານໄໝ່ເຂົ້າມາແທນຜູ້ທີ່ອອກໄປ

2.  ວິທີໃນການຫລຸດ ຈຸດອອ່ນ ແລະ ຄວາມສ່ຽງໃນການເຮັດທຸລະກິດ
2.1.    ຈຸດອອ່ນ
2.1.1.  ຈັດໃຫ້ມີໂປໂມຊັນໃຫ້ໄດ້ຫລາຍທີ່ສູດເທົ່າທີ່ຈະຫລາຍໄດ້
2.1.2.  ຈັດຫາຜູ້ບໍລິຫານທີ່ມີປະສົບການ ແລະ ມີຄວາມສະແຫລວສະຫລາດ, ມີພິກໄຫວເຂົ້າມາບໍລິຫານ
2.1.3.  ມີການຈັດກິດຈະກຳ ເພື່ອໃຫ້ພະນັກງານເກິດຄວາມສາມາຄີກັນ ແລະ ມີຄວາມຮັກແພງຕໍ່ກັນເປັນຢ່າງດີ ແລະ ແໜ້ນແຟ້ນກວ່າເກົ່າ.
2.2.   ຄວາມສ່ຽງ
2.2.1.  ມີການຕອບສະໜອງໃຫ້ລູກຄ້າເພີ່ງພໍໃຈທີ່ມາໃຊ້ບໍລິການຂອງພວກເຮົາ
2.2.2.  ຄັດເລືອກຜູ້ທີ່ມີຄວາມສາມາດມາບໍລິຫານການເງີນ
2.2.3.  ມີການເຊັນສັນຍາທີ່ຈະຮັບພະນັກງານເຂົ້າມາເຮັດວຽກ.

6.   ປັດ​ໃຈ​ທີ່​ຈະ​ເຮັດໃຫ້​ໂຄງ​ການ​ປະ​ສົບ​ຄວາມ​ສຳ​ເລັດ
1.  ທຳທີ່​ຕັ້ງ​ຂອງ​ຖາ​ນີ​ບໍລິການ​ນ້ຳ​ມັນ ຕັ້ງ​ຢູ່​ບໍລິເວນ​ຫົວ​ມຸມ​ສີ່​ແຍກສະ​ດວກ​ໃນ​ການ​ເຂົ້າ​ໃຊ້​ບໍລິການ​ຂອງ​ຄົນ​ໃນ​ພື້ນ​ທີ່ ແລະ​ຜູ້​ສັນ​ຈົນ​ໄປ​ມາ ເມື່ອ​ທຽບ​ກັບ​ສະ​ຖາ​ນີ​ບໍລິການ​ນ້ຳ​ມັນ​ຂອງ​ຄູ່​ແຂ່ງ​ໃນ​ບໍລິເວນ​ດຽວ​ກັນ  ຜະລິດຕະພັນ​ນ້ຳ​ມັນ​ເຊື້ອ​ເພີງ​ຄານ​ເທັກຊ໌ ມີ​ຄຸນນະພາບ​ດີ ແລະ​ລາ​ຄາ​ມາ​ຕົນ​ຖານ
1.   ກິດຈະການ​ມີ​ຄວາມ​ພ້ອມ​ທາງ​ດ້ານ​ສູນ​ບໍລິການ ທີ່​ສາມາດ​ດຶງ​ດູດ​ລູກ​ຄ້າ​ໄດ້ ເຊັ່ນ ບໍລິການ​ລ້າງ​ອັດ​ສີດບໍລິການ​ປ່ຽນ​ຖ່າຍ​ນ້ຳ​ມັນ ແລະ​ສູນ​ອາຫານ.
2.   ນ້ຳ​ມັນ​ເຊື້ອ​ເພີງ ເປັນ​ສິນ​ຄ້າ​ທີ່​ມີ​ຄວາມ​ຈຳ​ເປັນ​ທາງ​ເສດຖະກິດ ໂດຍ​ສະເພາະ​ເຊື້ອ​ເພີງ​ທີ່​ໃຊ້​ກັບ​ຍານ​ພາຫະນະ ບໍ່​ວ່າ​ເສດຖະກິດ​ຈະ​ຢູ່ໃນ​ຊ່ວງ​ຫົດ​ຕົວ​ຫລື​ຢູ່ໃນ​ຊ່ວງ​ເຟື່ອງ​ຟູ ຄວາມ​ຕ້ອງ​ການ​ໃຊ້​ນ້ຳ​ມັນ​ຍັງ​ຄົງ​ມີ​ຢູ່ ອີກ​ທັງ​ເປັນ​ສິນ​ຄ້າ​ທີ່​ບໍ່​ຄ່ອຍ​ມີ​ຄວາມ​ຍືດ​ຫຍຸ່ນ​ຕໍ່​ລາ​ຄາ​ເທົ່າໃດ.
3.   ການ​ແຂ່ງ​ຂັນ​ລະຫວ່າງ ປ໊ຳ​ນ້ຳ​ມັນ​ຄູ່​ແຂ່ງ​ຂັນ ໃນ​ບໍລິເວນ​ໃກ້​ຄຽງ​ທີ່​ມີ​ຄວາມ​ພ້ອມ​ໃນ​ການ​ໃຫ້​ບໍລິການ​ທີ່​ຄົບ​ວົງ​ຈົນ ແລະ​ມີ​ການ​ສົ່ງ​ເສີມ​ການ​ຂາຍ​ແລະ​ການ​ຕະ​ຫລາດ.          

VII.    ວຽກງານການ​ບໍລິຫານ​ໂຄງ​ການແຜນທຸລະກິດ   
ຮູບພາບທີ 4 : ໂຄງ​ສ້າງ​ການບໍລິຫານ
ຜູ້ບໍລິຫານ
ພະ​ນັກ​ງານ​ປ໊ຳ/           ທຳຄວາມ​ສະ​ອາດ
ພະ​ນັກ​ງານ​ການ​ເງີນ-ບັນ​ຊີ
ພະ​ນັກ​ງານ​ຊ່າງ
ເຈົ້າຂອງຮ້ານ
ການຕະຫລາດ
 













ແຫລ່ງຂໍ້ມູນ: ໂດຍນັກສຶກສາ ປະຣິນຍາຕີ ບໍລິຫານທຸລະກິດ , ປີ.2, ພາກຄໍ່າ, ຫ້ອງ:406



6.1.   ແຜນທີ່ຈະຮັບພະນັກງານຕົ້ນຕໍ
         ທາງຮ້ານຂອງພວກເຮົາໄດ້ມີການຈັດຫາພະນັກງານຕົ້ນຕໍ ເຂົ້າໃນການຝຶກອົບຮົມໃນບາງສາຂາທີ່ພະນັກງານຂອງພວກເຮົາຍັງບໍ່ທັນຊຳນານສຳລັບການເຮັດວຽກໃນອົງການເຊັ່ນ:
6.1.1.  ເອົາພະນັກງານໄປຝຶກອົບຮົມຢູ່ຕ່າງປະເທດໃນສາຂາທີ່ກ່ຽວຂ້ອງ
6.1.2.  ຈັດຕັ້ງການຝຶກອົບຮົມພາຍໃນອົງການ ແລະ ເຊີນຜູ້ຊ່ຽວຊານມາບັນລະຍາຍ

6.2.   ຄຸນສົມບັດຂອງຄະນະບໍລິຫານ ແລະ ພະນັກງານກຳມະກອນ
6.2.1.  ຄຸນສົມບັດຂອງຄະນະບໍລິຫານ
1.   ມີຄວາມຮູ້ຄວາມສາມາດໃນການບໍລິຫານ
2.   ມີມະນຸດສຳພັນດີ
3.   ມີພາວະຄວາມເປັນຜູ້ນຳ
4.   ມີຈິດໃຈກ້ວາງຂວາງ
5.   ແກ້ໄຂບັນຫາສະເພາະຫນ້າໄດ້ດີ
6.3.   ຄຸນສົມບັດຂອງພະນັກງານກຳມະກອນ
1.   ມີຄວາມອົດທົນ
2.   ມີຄວາມກະຕື້ລ້ລົ້ນໃນການເຮັດວຽກ
3.   ມີມະນຸດສຳພັນດິ
4.   ມີຄວາມຮັບຜິດຊອບໃນຫນ້າທີ່ວຽກງານ 
6.4.   ແຜນທີ່ຈະຮັບພະນັກງານໃໝ່
1.   ການຊອກຫາພະນັກງານຈາກແຫລ່ງພາຍນອກ
2.   ການປະກາດຫາເອົາພະນັກງານ
3.   ການສອບຖາມສຳລັບການສຳພາດ
4.   ຄັດເລຶອກເອົາພະນັກງານທີ່ມີຄວາມຮູ້ຄວາມສາມາດເຂົ້າໃນສາຂາທີ່ຕ້ອງການ
5.   ຝຶກອົບຮົມໃຫ້ພະນັກງານທີ່ເຂົ້າມາໃໝ່
6.   ຈ້າງພະນັກງານເປັນພະນັກງານຖາວອນ

ຕາຕະລາງ 5 ​: ການແບ່ງຫນ້າທີ່ຮັບຜິດຊອບ
ລ/ດ
ຕຳແໜ່ງ
ໜ້າທີ່ຮັບຜິດຊອບ
ວຸດທີການສຶກສາ
ປະສົບການເຮັດວຽກ
ເງິນເດຶອນ
KIP
1
ຜູ້ບໍລິຫານ 1 ຄົນ
ຄວບຄຸມພະນັກງານ
ປຣິນຍາຕີ
3
2,000,000
2
ຊ່າງ 7 ຄົນ

ຈົບການຊ່າງ
2
1,500,000
3
ພ/ງປໍ້ານໍ້າມັນ 6 ຄົນ

ບໍ່ຈຳກັດ

900,000
4
ການຕະຫລາດ 2 ຄົນ

ປຣິນຍາຕີ
1
1,600,000
5
ການເງິນ/ບັນຊີ 2 ຄົນ

ປຣິນຍາຕີ
2
1,700,000

ລວມ

24,5000,000 Kip/ເດຶອນ
294,000,000 kip / ປີ
ແຫລ່ງຂໍ້ມູນ: ໂດຍນັກສຶກສາ ປະຣິນຍາຕີ ບໍລິຫານທຸລະກິດ , ປີ.2, ພາກຄໍ່າ, ຫ້ອງ:406

VIII.     ການວາງແຜນການເງີນ
1.  ການຄາດຄະເນຍອດຂາຍຕໍ່ເດຶອນ ແລະ ປີ
ຕາຕະລາງທີ 6: ການຄາດຄະເນຍອດຂາຍຕໍ່ເດຶອນ ແລະ ປີ
ລາຍການ
ເດຶອນ 1
ເດຶອອນ 2
ເດຶອນ 3
ເດຶອນ 4
ນໍ້າມັນແອັດຊັງ
  300,000 ລິດ
350,000 ລິດ
250,000 ລິດ
300,000 ລິດ
ລວມ
300,000,000 k
350,000,000 k
250,000,000 k
300,000,000 k
ນໍ້າກາຊ່ວນ
  300,000 ລິດ
350,000 ລິດ
250,000 ລິດ
300,000 ລິດ
ລວມ
270,000,000 k
315,000,000 k
225,000,000 k
270,000,000 k
ບໍລິການອື່ນໆ
100,000,000 k
95,000.000 k
120,000,000 k
100,000,000 k






ລາຍການ
ເດຶອນ 5
ເດຶອອນ 6
ເດຶອນ 7
ເດຶອນ 8
ນໍ້າມັນແອັດຊັງ
  300,000 ລິດ
350,000 ລິດ
250,000 ລິດ
300,000 ລິດ
ລວມ
 300,000,000 k
350,000,000 k
250,000,000 k
300,000,000 k
ນໍ້າກາຊ່ວນ
  300,000 ລິດ
350,000 ລິດ
250,000 ລິດ
300,000 ລິດ
ລວມ
270,000,000 k
315,000,000 k
225,000,000 k
270,000,000 k
ບໍລິການອື່ນໆ
180,000,000 k
160,000,000 k
150,000,000 k
199,000,000 k

ລາຍການ
ເດຶອນ 9
ເດຶອອນ 10
ເດຶອນ 11
ເດຶອນ 12
ນໍ້າມັນແອັດຊັງ
  300,000 ລິດ
350,000 ລິດ
250,000 ລິດ
250,000 ລິດ
ລວມ
 300,000,000 k
350,000,000 k
250,000,000 k
300,000,000 k
ນໍ້າກາຊ່ວນ
  300,000 ລິດ
250,000 ລິດ
250,000 ລິດ
300,000 ລິດ
ລວມ
270,000,000 k
315,000,000 k
225,000,000 k
270,000,000 k
ບໍລິການອື່ນໆ
120.000.000 k
190,000,000 k
170,000,000 k
130,000,000

ການຄາດຄະເນຍອດຂາຍຕໍ່ປີ

ປີ.2012
2013
2014
2015
2016
8,280,000,000
k
8,280,000,000
k
8,280,000,000
k
8,280,000,000
k
8,280,000,000
k
ແຫລ່ງຂໍ້ມູນ: ໂດຍນັກສຶກສາ ປະຣິນຍາຕີ ບໍລິຫານທຸລະກິດ , ປີ.2, ພາກຄໍ່າ, ຫ້ອງ:406

2.  ງົບປະມານໃນການສົ່ງເສີມການຂາຍ
ຕາຕະລາງທີ 7 :ງົບສົ່ງເສີມການຂາຍ
ລ.ດ
ລາຍການ
ລາຍຈ່າຍອື້ນໆ
ລາຍຈ່າຍຕໍ່ເດຶອນ
ລາຍຈ່າຍຕໍ່ປີ
1
ຄ່າໂຄສະນາ

400,000 ກີບ
4,800,000 ກີບ
2
ຄ່າປະຊາສຳພັນ


6,000,000 ກິບ
3
ໂປດສະເຕີ້ ຫລື ປ້າຍ
1,500,000 ກິບ


4
ຄ່າໄບປີວ
100,000 ກິບ


5
ຄ່າລົງຫນັງສືພີມ

200,000 ກິບ
2,400,000 ກິບ
ລວມ
1,600,000 ກິບ
600,000 ກິບ
13,200,000 ກິບ
ລວມທັງໝົດ
14,800,000 ກິບ

3.  ແຜນຍອດຂາຍ ແລະ ຕົ້ນທຶນ

ຕາຕະລາງທີ 8 : ແຜນຍອດຂາຍ ແລະ ຕົ້ນທຶນ
ເດຶອນ
1
2
3
4
ລາຍໄດ້ຈາການຂາຍ
700,000,000
k
670,000,000
k
690,000,000
k
700,000,000
k
ລາຍຈ່າຍ




ຄ່າວັດຖຸດິບ
396,400,000
k
350,000,000k
350,000,000k
350,000,000k
ຄ່າແຮງງານ
26,000,000k
26,000,000k
26,000,000k
26,000,000k
ຄ່າຫລຸ້ຍຫຽ້ນ
10,000,000k
10,000,000k
10,000,000k
10,000,000k
ຄ່າໄຟ້າ,ນໍ້າປະປາ
5,000,000k
5,000,000k
5,000,000k
5,000,000k
ຄ່າໂທລະສັບ
500,000k
500,000k
500,000k
500,000k
ຄ່າປະກັນໄພ
3,000,000k
3,000,000k
3,000,000k
3,000,000k
ຄ່າອິນເຕີເນັດ
1,500,000k
1,500,000k
1,500,000k
1,500,000k
ຄ່າໂຄສະນາ
400,000 k
400,000 k
400,000 k
400,000 k
ລວມລາຍຈ່າຍ
396,400,000
k
396,400,000
k
396,400,000
k
396,400,000
k
ກຳໄລກ່ອນເສຍພາສີ
303,600,000k
273,600,00k
293,600,000k
303,600,000k
ເດຶອນ
5
6
7
8
ລາຍໄດ້ຈາການຂາຍ
700,000,000
k
670,000,000
k
690,000,000
k
700,000,000
k
ລາຍຈ່າຍ




ຄ່າວັດຖຸດິບ
396,400,000
k
350,000,000k
350,000,000k
350,000,000k
ຄ່າແຮງງານ
26,000,000k
26,000,000k
26,000,000k
26,000,000k
ຄ່າຫລຸ້ຍຫຽ້ນ
10,000,000k
10,000,000k
10,000,000k
10,000,000k
ຄ່າໄຟ້າ,ນໍ້າປະປາ
5,000,000k
5,000,000k
5,000,000k
5,000,000k
ຄ່າໂທລະສັບ
500,000k
500,000k
500,000k
500,000k
ຄ່າປະກັນໄພ
3,000,000k
3,000,000k
3,000,000k
3,000,000k
ຄ່າອິນເຕີເນັດ
1,500,000k
1,500,000k
1,500,000k
1,500,000k
ຄ່າໂຄສະນາ
400,000 k
400,000 k
400,000 k
400,000 k
ລວມລາຍຈ່າຍ
396,400,000
k
396,400,000
k
396,400,000
k
396,400,000
k
ກຳໄລກ່ອນເສຍພາສີ
303,600,000k
273,600,00k
293,600,000k
303,600,000k
ເດຶອນ
9
10
11
12
ລາຍໄດ້ຈາການຂາຍ
700,000,000
k
670,000,000
k
690,000,000
k
700,000,000
k
ລາຍຈ່າຍ




ຄ່າວັດຖຸດິບ
396,400,000
k
350,000,000k
350,000,000k
350,000,000k
ຄ່າແຮງງານ
26,000,000k
26,000,000k
26,000,000k
26,000,000k
ຄ່າຫລຸ້ຍຫຽ້ນ
10,000,000k
10,000,000k
10,000,000k
10,000,000k
ຄ່າໄຟ້າ,ນໍ້າປະປາ
5,000,000k
5,000,000k
5,000,000k
5,000,000k
ຄ່າໂທລະສັບ
500,000k
500,000k
500,000k
500,000k
ຄ່າປະກັນໄພ
3,000,000k
3,000,000k
3,000,000k
3,000,000k
ຄ່າອິນເຕີເນັດ
1,500,000k
1,500,000k
1,500,000k
1,500,000k
ຄ່າໂຄສະນາ
400,000 k
400,000 k
400,000 k
400,000 k
ລວມລາຍຈ່າຍ
396,400,000
k
396,400,000
k
396,400,000
k
396,400,000
k
ກຳໄລກ່ອນເສຍພາສີ
303,600,000k
290,600,00k
293,600,000k
303,600,000k
ແຫລ່ງຂໍ້ມູນ: ໂດຍນັກສຶກສາ ປະຣິນຍາຕີ ບໍລິຫານທຸລະກິດ , ປີ.2, ພາກຄໍ່າ, ຫ້ອງ:406
4.  ທຶນເບື້ອງຕົ້ນ ແລະ ແຫລ່ງທຶນ

ຕາຕະລາງທີ 9​: ທຶນເບື້ອງຕົ້ນ ແລະ ແຫລ່ງທຶນ
ລາຍການ
ທຶນເຈົ້າຂອງທຸລະກິດ
ລວມເງິນລົດທຶນ
ທຶນເປັນເງິນສົດ
9,000,000,000 ກິບ
9,000,000,000 ກິບ
ເງີນກູ້ຢ້ມຈາກທະນາຄານ
5,000,000,000 ກິບ
5,000,000,000 ກິບ
ທີ່ດິນ ແລະ ອາຄານ
2,000,000,000ກິບ
2,000,000,000ກິບ
ຕົບແຕ່ງ
300,000,000ກິບ
300,000,000ກິບ
ພາຫະນະ ແລະ ຄອມພິວເຕີ້
900,000,000 ກິບ
900,000,000 ກິບ
ຄ່າ​ໃຊ້​ຈ່າຍ​ໃນ​ການ​ດຳ​ເນີນ​ງານ
150,000,000 ກິບ
150,000,000 ກິບ
ລວມ
17,350,000,000 ກິບ
17,350,000,000 ກິບ
ແຫລ່ງຂໍ້ມູນ: ໂດຍນັກສຶກສາ ປະຣິນຍາຕີ ບໍລິຫານທຸລະກິດ , ປີ.2, ພາກຄໍ່າ, ຫ້ອງ:406
5.  ສະຫລຸບຜົນໄດ້ຮັບ ກຳໄລ ຫລື ຂາດທຶນ
ຕາຕະລາງ 10​: ຜົນໄດ້ຮັບ ກຳໄລ ຫລື ຂາດທຶນ
ແຫລ່ງຂໍ້ມູນ: ໂດຍນັກສຶກສາ ປະຣິນຍາຕີ ບໍລິຫານທຸລະກິດ , ປີ.2, ພາກຄໍ່າ, ຫ້ອງ:406
6.  ໃບແຈ້ງຖານະການເງິນ( ໃບສະຫລຸບຊັບສົມບັດ )
ຕາຕະລາງທີ 11​: ໃບສະຫລຸບຊັບສົມບັດ
ຊັບສິນ
ຫົວຫນ່ວຍເປັນກິບ
ຫນີ້ສິນ
ຫົວຫນ່ວຍເປັນກິບ
1.   ຊັບສິນຄົງທີ່
§ ທີ່ດີນ ແລະ ອາຄານ
§ ພາຫານະ
§ ຄອມພິວເຕີ້
§ ລາຍຈ່າຍໃນການສ້າງຕັ້ງບໍລິສັດ
§ ຄ່າຕົບແຕ່ງສະຖານທີ່
2.   ຊັບສິນໝູນວຽນ
§  ເງິນສົດ
§  ເງິນກູ້ນຳທະນາຄານ


2,000,000,000
850,000,000
50,000,000
150,000,000

300,000,000

9,000,000,000
5,000,000,000


1.   ທຶນຕົນເອງ
§  ທຶນຈົດທະບຽນຖອກແລ້ວ

17,350,000,000
17,350,000,000
ລວມ

17,350,000,000
ລວມ
17,350,000,000





ແຫລ່ງຂໍ້ມູນ: ໂດຍນັກສຶກສາ ປະຣິນຍາຕີ ບໍລິຫານທຸລະກິດ , ປີ.2, ພາກຄໍ່າ, ຫ້ອງ:406

7.  ຈຸດ​ຄຸ້ມ​ທຸນ ( IRR )
ຕາຕະລາງທີ 12 : ຈຸດ​ຄຸ້ມ​ທຸນ                                  
ອັດຕາ​ຜົນ​ຕອບ​ແທນ (IRR)
58.77 %
ລະ​ຍະ​ເວລາ​ຄືນ​ທຸນ         
2  ປີ  1 ເດືອນ
ແຫລ່ງຂໍ້ມູນ: ໂດຍນັກສຶກສາ ປະຣິນຍາຕີ ບໍລິຫານທຸລະກິດ , ປີ.2, ພາກຄໍ່າ, ຫ້ອງ:406

8.  ແຜນສຳຮອງ
ຕາຕະລາງທີ 13​ :ແຜນສຳຮອງໃນການເຮັດທຸລະກິດ

IRR
PB
 1. ກໍລະນີ​ຍອດ​ຂາຍ​ປົກຕິ
58.77%
2 ປີ 1 ເດືອນ
 2. ກໍລະນີ​ຍອດ​ຂາຍ​ລຸດລົງ 10%
49.54%
3 ປີ 4 ເດືອນ
 3. ກໍລະນີ​ຄ່າ​ໃຊ້​ຈ່າຍ​ເພີ່ມ​ຂຶ້ນ 10%
53.76%
3 ປີ 1 ເດືອນ
IX.    ແຜນຈັດຕັ້ງປະຕິບັດ
     ທຸລະກິດປໍ້ານໍ້າມັນໄດ້ສ້າງຂື້ນບົນພື້ນຖານຄວາມຕ້ອງການຂອງປະຊາຊົນ ພວກເຮົາຄາດຄະເນເຫັນວ່າມັນຈະໃຫ້ກຳໄລແກ່ທຸລະກິດຂອງພວກເຮົາເປັນຢ່າງດີ ດັ່ງນັ້ນພວກເຮົາຈີ່ງໄດ້ເລຶອກທຸລະກິດນິ້ຂື້ນມາເພື່ອຕອບສະໜອງໃຫ້ລູກຄ້າມີການເລຶອກໃຊ້ບໍລິການເຊັ່ນ: 1. ດືງດູດເອົາລູກຄ້າໃຫ້ໄດ້ຫລາຍທີ່ສຸດ, 2. ເອົາໃຈໃສ່ລູກຄ້າເປັນຢ່າງດີ, 3. ໃຫ້ກຳໄລຄຶນແກ່ລູກຄ້າ, 4. ຫາວິທີໃນການໃຊ້ຈ່າຍໃຫ້ນ້ອຍທີ່ສຸດ, 5. ຝຶກອົບຮົມໃຫ້ພະນັກງານເວົ້າດີ ຫົວມ່ວນ
ເວົ້າມ່ວນ ວາຈາສຸພາບ,​ 6. ໃຫ້ມີບໍລິການທີ່ຫລາກຫລາຍທີ່ສຸດສຳລັບການໄດ້ປຽບຄູ່ແຂ່ງ
1.  ແຜນການຈັດຫາວັດສະດຸອຸປະກອນ
ທຸລະກິດຂອງພວກເຮົາໄດ້ມີການເຊັນສັນຍາຜູກຂາດກັບຜູ້ສະໜອງແຕ່ລະເດືອນທຸລະກິດພວກເຮົາຈະໄດ້ເອົານໍ້າມັນແອັດຊັງ ແລະ ກາຊ່ວນ ມາປະມານ 600,000 ລິດ.