Friday, August 31, 2012

ອຸດົມ​ໄຊ ​ແນະ​ນໍາ​ໂຄງການ​ ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ

ອຸດົມ​ໄຊ ​ແນະ​ນໍາ​ໂຄງການ
ກອງທຶນຫລຸດຜ່ອນຄວາມທຸກຍາກ
ກອງປະຊຸມແນະນຳໂຄງການກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ 2) ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ແຂວງ ອຸດົມໄຊ, ໂດຍການເປັນ
ປະທານຮ່ວມຂອງທ່ານ ຄຳພຽງ ຍາຈົງ
, ກຳມະການປະຈຳພັກແຂວງ, ຕາງຫນ້າການນຳແຂວງອຸດົມໄຊ ແລະ ທ່ານ ບຸນກວ້າງ ສຸວັນນະພັນ ຜູ້ອຳນວຍການໂຄງການກອງທຶນຫລຸດຜ່ອນຄວາມທຸກຍາກໄລຍະ 2, ມີຜູ້ ຕາງຫນ້າພະແນກການ, ອົງການຈັດຕັ້ງມະຫາຊົນ, ທີມງານຂອງ
ໂຄງການ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ
. ໂຄງການກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ 2) ຂຶ້ນກັບຫ້ອງການພັດທະນາຊົນນະ
ບົດ ແລະ ລຶບລ້າງຄວາມທຸກຍາກຂັ້ນແຂວງໄດ້ຈັດຕັ້ງປະຕິບັດຢູ່ແຂວງອຸດົມໄຊ ມີ
5 ເມືອງ 40 ກຸ່ມບ້ານໃນ 233 ບ້ານ, ໂດຍມີຈຸດປະສົງ
ເຮັດໃຫ້ອັດຕາສ່ວນຄວາມທຸກຍາກຫລຸດລົງໂດຍມອບທຶນໃຫ້ປະຊາຊົນປະຕິບັດກິດຈະກຳ
, ໃຫ້ເຂົາເຈົ້າສາມາດເຂົ້າເຖິງການບໍລິການດ້ານໂຄງ
ລ່າງ
, ສ້າງຄວາມເຂັ້ມແຂງຄວາມສາມາດ ແລະ ເພີ່ມຄວາມຮັບຜິດຊອບໃຫ້ແກ່ອຳນາດການປົກຄອງ ແລະ ປະຊາຊົນເພື່ອຄຸ້ມຄອງໂຄງການ
ຢ່າງຍາວນານແນໃສ່ເຮັດໃຫ້ເສດຖະກິດ - ສັງຄົມມີການປ່ຽນແປງຢ່າງຈະແຈ້ງ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອນຳສະເຫນີປະຫວັດຄວາມ
ເປັນມາຂອງກອງທຶນຫລຸດຜ່ອນຄວາມທຸກຍາກ
. ໂຄງຮ່າງການຈັດຕັ້ງກອງທຶນຫລຸດຜ່ອນຄວາມທຸກຍາກໃນແຕ່ລະຂັ້ນ. ຂອບເຂດ ແລະ ພື້ນທີ່
ຂອງໂຄງການການຄຸ້ມຄອງບໍລິຫານໂຄງການ ແລະ ງົບປະມານກອງທຶນຫລຸດຜ່ອນຄວາມທຸກຍາກການວາງແຜນວຽກ
, ຮອບວຽນໂຄງການຍ່ອຍ
ໂຄງການກິດຈະກຳທີ່ໃຫ້ການສະຫນັບສະຫນູນ ແລະ ບໍ່ສະຫນັບສະຫນູນ, ການປະສານງານກັບຂະແຫນງການຕ່າງໆຢູ່ຂັ້ນແຂວງ ແລະ ເມືອງ,
ວຽກງານຫລຸດຜ່ອນຜົນກະທົບທາງດ້ານສິ່ງແວດລ້ອມ ແລະ ສັງຄົມ. ເພື່ອໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງຮັບຮູ້ ແລະ ພ້ອມກັນປະຕິບັດໂຄງການ
ກອງທຶນຫລຸດຜ່ອນຄວາມທຸກຍາກ
(ທບຍ) 2 ໃຫ້ໄດ້ຮັບຜົນດີ.

ພະນະ​ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ ຕ້ອນຮັບ ປະທານ ແລະ ຜູ້​ບໍລິຫານ​ອົງການ​ ການ​ຄ້າ​ ພາຍ​ນອກ​ຍີ່ປຸ່ນ (JETRO) ເຂົ້າຢ້ຽມຂໍ່ານັບ

ພະນະ​ທ່ານ ດຣ. ທອງລຸນ ສີ​ສຸ​ລິດ ຕ້ອນຮັບ
ປະທານ ແລະ ຜູ້​ບໍລິຫານອົງການການ​ຄ້າ​
ພາຍນອກຍີ່ປຸ່ນ (JETRO) ຂົ້າຢ້ຽມຂໍ່ານັບ
   ວັນທີ 29 ສິງຫາ 2012 ທ່ານ Hiroyuki ISHIGE, ປະທານ ແລະ ຜູ້ບໍລິຫານອົງການການຄ້າພາຍນອກຍີ່ປຸ່ນພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂ່ຳນັບ
ພະນະທ່ານ ດຣ
. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດທີ່ກະຊວງການຕ່າງປະເທດ ເພື່ອລາຍງານ
ການເຄື່ອນໄຫວທີ່ຜ່ານມາ ແລະ ໂຄງການຕ່າງໆທີ່ອົງການດັ່ງກ່າວພວມດຳເນີນການໃນ ສປປ ລາວ
, ຈຸດ ປະສົງຂອງການຢ້ຽມຢາມຄັ້ງນີ້ແມ່ນເພື່ອສຳ
ຫລວດສະພາບຕົວຈິງດ້ານເສດຖະກິດຂອງ ສປປ ລາວ ເພື່ອວາງແຜນນະໂຍບາຍຕໍ່ການຊ່ວຍເຫລືອລາວໃນຕໍ່ຫນ້າ ແລະ ຊຸກຍູ້ການລົງທຶນຂອງຍີ່ປຸ່ນຢູ່
ສປປ ລາວ
, ລາຍງານການພົບປະ ແລະ ປຶກສາຫາລືກັບບໍລິສັດຂອງລາວ ແລະຂໍ້ສົນໃຈຂອງນັກລົງທຶນຍີ່ປຸ່ນຕໍ່ພະນະທ່ານຮອງນາຍົກລັດຖະມົນຕີ. ອົງ
ການການຄ້າພາຍນອກຍີ່ປຸ່ນສ້າງຕັ້ງຂຶ້ນໃນປີ
1958, ຊຶ່ງແມ່ນອົງການຫນຶ່ງຂອງລັດຖະບານຍີ່ປຸ່ນທີ່ເຮັດຫນ້າທີ່ສົ່ງເສີມການສົ່ງອອກຂອງຍີ່ປຸ່ນ. ປະຈຸບັນ,
ອົງການ JETRO ໄດ້ຫັນປ່ຽນນະໂຍບາຍມາເປັນສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດໃນຍີ່ປຸ່ນ ແລະ ສົ່ງເສີມບໍລິສັດຂະຫນາດກາງ ແລະ ຂະ
ຫນາດນ້ອຍຂອງຍີ່ປຸ່ນ ເພື່ອຊຸກຍູ້ການສົ່ງເສີມອອກສູ່ສາກົນ
. ຜ່ານມາອົງການ JETRO ຮ່ວມກັບສະຖານທູດຍີ່ປຸ່ນໄດ້ຈັດກອງປະຊຸມພາກລັດ-ເອກະຊົນ
ລາວ
- ຍີ່ປຸ່ນ ຄັ້ງທີ 5 ທີ່ນະຄອນຫລວງວຽງຈັນໃນວັນທີ 16 ພະຈິກ 2011, ຈັດສຳມະນາກ່ຽວກັບການດຶງດູດເພື່ອໄປລົງທຶນຢູ່ ສປປ ລາວ ໃນໂອກາດ
ທີ່ພະນະທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ຢ້ຽມຢາມຍີ່ປຸ່ນເປັນທາງການໃນຕົ້ນປີນີ້
, ໄດ້ປະກອບສ່ວນຊຸກຍູ້ໂຄສະນາເຜີຍແຜ່ຫັດຖະກຳຜ້າໄຫມ
ລາວໃຫ້ປະຊາຊົນຍີ່ປຸ່ນໄດ້ຮູ້ຈັກຫລາຍຂຶ້ນ ໂດັຍຜ່ານການວາງສະແດງຜະລິດຕະພັນຈາກໂຄງການ
Chai Lao ແລະ Lao Kimono . ພະນະທ່ານຮອງ
ນາຍົກໄດ້ສະແດງຄວາມຍິນດີຕ້ອນຮັບທ່ານ
Hiroyuki ISHIGE ພ້ອມດ້ວຍຄະນະທີ່ໄດ້ມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ຖືວ່າເປັນການຢ້ຽມຢາມທີ່ສຳ
ຄັນທີ່ເປັນຜົນດີຕໍ່ການຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ ແລະ ການຄ້າລະຫວ່າງສອງປະເທດ
, ໂດຍສະເພາະແມ່ນຊຸກຍູ້ໃຫ້ນັກທຸລະກິດຍີ່ປຸ່ນມາລົງ
ທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ ເຊິ່ງຝ່າຍລາວຈະພະຍາຍາມອຳນວຍຄວາມສະດວກໃຫ້ແກ່ການມາລົງທຶນຢູ່ລາວຂອງນັກລົງທຶນຍີ່ປຸ່ນບົນພື້ນຖານສະເຫມີ
ພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເພື່ອພ້ອມກັນພັດທະນາ
, ໂດຍສະເພາະແມ່ນເປັນຜົນດີຕໍ່ການຊຸກຍູ້ເສດຖະກິດຂອງລາວໃຫ້ຫລຸດພົ້ນອອກ
ຈາກຄວາມດ້ອຍພັດທະນາ
.