ພະນະທ່ານ ດຣ. ທອງລຸນ ສີສຸລິດ ຕ້ອນຮັບ
ປະທານ ແລະ ຜູ້ບໍລິຫານອົງການ ການຄ້າ
ພາຍນອກຍີ່ປຸ່ນ (JETRO) ເຂົ້າຢ້ຽມຂໍ່ານັບ
ປະທານ ແລະ ຜູ້ບໍລິຫານອົງການ ການຄ້າ
ພາຍນອກຍີ່ປຸ່ນ (JETRO) ເຂົ້າຢ້ຽມຂໍ່ານັບ
ວັນທີ 29 ສິງຫາ 2012 ທ່ານ Hiroyuki
ISHIGE, ປະທານ
ແລະ ຜູ້ບໍລິຫານອົງການການຄ້າພາຍນອກຍີ່ປຸ່ນພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂ່ຳນັບ
ພະນະທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດທີ່ກະຊວງການຕ່າງປະເທດ ເພື່ອລາຍງານ
ການເຄື່ອນໄຫວທີ່ຜ່ານມາ ແລະ ໂຄງການຕ່າງໆທີ່ອົງການດັ່ງກ່າວພວມດຳເນີນການໃນ ສປປ ລາວ, ຈຸດ ປະສົງຂອງການຢ້ຽມຢາມຄັ້ງນີ້ແມ່ນເພື່ອສຳ
ຫລວດສະພາບຕົວຈິງດ້ານເສດຖະກິດຂອງ ສປປ ລາວ ເພື່ອວາງແຜນນະໂຍບາຍຕໍ່ການຊ່ວຍເຫລືອລາວໃນຕໍ່ຫນ້າ ແລະ ຊຸກຍູ້ການລົງທຶນຂອງຍີ່ປຸ່ນຢູ່
ສປປ ລາວ, ລາຍງານການພົບປະ ແລະ ປຶກສາຫາລືກັບບໍລິສັດຂອງລາວ ແລະຂໍ້ສົນໃຈຂອງນັກລົງທຶນຍີ່ປຸ່ນຕໍ່ພະນະທ່ານຮອງນາຍົກລັດຖະມົນຕີ. ອົງ
ການການຄ້າພາຍນອກຍີ່ປຸ່ນສ້າງຕັ້ງຂຶ້ນໃນປີ 1958, ຊຶ່ງແມ່ນອົງການຫນຶ່ງຂອງລັດຖະບານຍີ່ປຸ່ນທີ່ເຮັດຫນ້າທີ່ສົ່ງເສີມການສົ່ງອອກຂອງຍີ່ປຸ່ນ. ປະຈຸບັນ,
ອົງການ JETRO ໄດ້ຫັນປ່ຽນນະໂຍບາຍມາເປັນສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດໃນຍີ່ປຸ່ນ ແລະ ສົ່ງເສີມບໍລິສັດຂະຫນາດກາງ ແລະ ຂະ
ຫນາດນ້ອຍຂອງຍີ່ປຸ່ນ ເພື່ອຊຸກຍູ້ການສົ່ງເສີມອອກສູ່ສາກົນ. ຜ່ານມາອົງການ JETRO ຮ່ວມກັບສະຖານທູດຍີ່ປຸ່ນໄດ້ຈັດກອງປະຊຸມພາກລັດ-ເອກະຊົນ
ລາວ - ຍີ່ປຸ່ນ ຄັ້ງທີ 5 ທີ່ນະຄອນຫລວງວຽງຈັນໃນວັນທີ 16 ພະຈິກ 2011, ຈັດສຳມະນາກ່ຽວກັບການດຶງດູດເພື່ອໄປລົງທຶນຢູ່ ສປປ ລາວ ໃນໂອກາດ
ທີ່ພະນະທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ຢ້ຽມຢາມຍີ່ປຸ່ນເປັນທາງການໃນຕົ້ນປີນີ້, ໄດ້ປະກອບສ່ວນຊຸກຍູ້ໂຄສະນາເຜີຍແຜ່ຫັດຖະກຳຜ້າໄຫມ
ລາວໃຫ້ປະຊາຊົນຍີ່ປຸ່ນໄດ້ຮູ້ຈັກຫລາຍຂຶ້ນ ໂດັຍຜ່ານການວາງສະແດງຜະລິດຕະພັນຈາກໂຄງການ Chai Lao ແລະ Lao Kimono . ພະນະທ່ານຮອງ
ນາຍົກໄດ້ສະແດງຄວາມຍິນດີຕ້ອນຮັບທ່ານ Hiroyuki ISHIGE ພ້ອມດ້ວຍຄະນະທີ່ໄດ້ມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ຖືວ່າເປັນການຢ້ຽມຢາມທີ່ສຳ
ຄັນທີ່ເປັນຜົນດີຕໍ່ການຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ ແລະ ການຄ້າລະຫວ່າງສອງປະເທດ, ໂດຍສະເພາະແມ່ນຊຸກຍູ້ໃຫ້ນັກທຸລະກິດຍີ່ປຸ່ນມາລົງ
ທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ ເຊິ່ງຝ່າຍລາວຈະພະຍາຍາມອຳນວຍຄວາມສະດວກໃຫ້ແກ່ການມາລົງທຶນຢູ່ລາວຂອງນັກລົງທຶນຍີ່ປຸ່ນບົນພື້ນຖານສະເຫມີ
ພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເພື່ອພ້ອມກັນພັດທະນາ, ໂດຍສະເພາະແມ່ນເປັນຜົນດີຕໍ່ການຊຸກຍູ້ເສດຖະກິດຂອງລາວໃຫ້ຫລຸດພົ້ນອອກ
ຈາກຄວາມດ້ອຍພັດທະນາ.

No comments:
Post a Comment