Friday, August 31, 2012

ກອງປະຊຸມ​ອຸດສາຫະກໍາ

ກອງປະຊຸມອຸດສາຫະກໍາ ​ແລະ ການ​ຄ້າ
ທົບທວນຜົນການຮ່ວມມືກັບກຸ່ມ ສປຊ
ທະນາຄານ ແຫ່ງ ສປປ ລາວ ຮ່ວມກັບທະນາຄານພັດທະນາອາຊີປະຈຳລາວ ADB ໄດ້ຈັດກອງປະຊຸມສະຫລຸບວຽກງານຂອງໂຄງການພັດທະນາ
ຂະແຫນງການເງິນຊົນນະບົດເງິນກູ້
ADB 2253 - ລາວ ໃນວັນທີ 30/8/2012 ທີ່ໂຮງແຮມເມີຄຽວນະຄອນຫລວງວຽງຈັນ. ທ່ານ ສອນໄຊ ສິດພະໄຊ
ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ກ່າວວ່າ: ລັດຖະບານ ແຫ່ງ ສປປ ລາວ ແລະ ທະນາຄານພັດທະນາອາຊີໄດ້ເຫັນຄວາມສຳຄັນຂອງການ
ພັດທະນາຂະແຫນງການເງິນເວົ້າລວມເວົ້າສະເພາະກໍ່ຄືຂະແຫນງການເງິນຊົນນະບົດ ແລະ ການເງິນຈຸລະພາກສະນັ້ນຈຶ່ງໄດ້ມີໂອກາດພັດທະນາຂະແຫນງ
ການເງິນຊົນນະບົດ ຊຶ່ງເລີ່ມປະຕິບັດມາແຕ່ທ້າຍປີ
2007 ແລະ ໄດ້ຮັບການສະຫນັບສະຫນູນການເງິນໂດຍ ADB, ກອງທຶນແກ້ໄຂຄວາມທຸກຍາກຂອງລັດ
ຖະບານຍີ່ປຸ່ນ
, ກອງທຶນ ICT ຂອງລັດຖະບານຍີ່ປຸ່ນ, ທຶນຊ່ວຍເຫລືອລ້າລັດຖະບານແດນມາກ ແລະ ທຶນສົມທົບຈາກລັດຖະບານ ແຫ່ງ ສປປ ລາວ ເປັນ
ເງິນຫລາຍກວ່າ
18 ລ້ານໂດລາສະຫະລັດ. ໂຄງການດັ່ງກ່າວປະກອບດ້ວຍ 5 ອົງປະກອບຄື: ໂຄງການເງິນກູ້ມະຫາພາກເພື່ອພັດທະນາຂະແຫນງການ
ເງິນຊົນນະບົດ
2252, ໂຄງການເງິນກູ້ມະຫາພາກເພື່ອພັດທະນາຂະແຫນງຊົນນະບົດ 2253 - ລາວ, ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນການ
ເງິນຊົນນະບົດ
TA 4827, ໂຄງການການເງິນຈຸລະພາກເພື່ອຫລຸດຜ່ອນຄວາມທຸກຍາກ JFPR 9095 ແລະ ໂຄງການຍົກລະດັບລະບົບ ICT ຂອງທະນາ
ຄານສົ່ງເສີມກະສິກຳ
. ບັນດາ 5 ອົງປະກອບດັ່ງກ່າວໄດ້ດຳເນີນສຳເລັດຕາມເປົ້າຫມາຍທີ່ໄດ້ກຳນົດໄວ້, ຍັງມີພຽງແຕ່ໂຄງການ 2253ທີ່ຈັດຕັ້ງປະຕິບັດໂດຍ
ທະນາຄານສົ່ງເສີມກະສິກຳ ຊຶ່ງຈະສິ້ນສຸດໃນວັນທີ
30 ກັນຍາ 2012.
ຜົນສຳເລັດດັ່ງກ່າວໄດ້ສະແດງໃຫ້ເຫັນວ່າຂະແຫນງການເງິນຈຸລະພາກຂອງ ສປ ປ ລາວ ແມ່ນມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ.

ທ່ານຮອງປະທານສະພາ​ແຫ່ງຊາດຕ້ອນຮັບ
ຄະນະ​ຜູ້​ແທນລັດຖະສະພາ​ແຫ່ງອົດສະຕຣາລີ
   ທ່ານ ດຣ. ໄຊສົມ ພອນ ພົມວິຫານ ຮອງປະທານສະພາແຫ່ງຊາດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນລັດຖະສະພາແຫ່ງ
ອົດສະຕຣາລີນຳໂດຍທ່ານ ນາງ ແຄຣ ມໍເຣ ສະມາຊິກສະພາສູງແຫ່ງລັດຄະວີນສະແລນ
, ເນື່ອງໃນໂອກາດທີ່ທ່ານພ້ອມດ້ວຍຄະນະເດີນ
ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ
, ເພື່ອເປັນການແລກປ່ຽນ ແລະ ຖອດຖອນບົດຮຽນລະຫວ່າງສອງລັດຖະສະພາລາວ -
ອົດສະຕຣາລີ, ເພື່ອແລກປ່ຽນທັດສະນະ ແລະ ປະສົບການວຽກງານລັດຖະສະພາ ແລະ ປຶກສາຫາລືກ່ຽວກັບການເພີ່ມທະວີສາຍພົວພັນ
ລະຫວ່າງສອງລັດຖະສະພາ
, ການຕ້ອນຮັບໄດ້ມີຂຶ້ນໃນວັນທີ 30 ສິງຫາ 2012 ທີ່ສະພາແຫ່ງຊາດ.ໃນໂອກາດດັ່ງກ່າວທ່ານຮອງປະທານ
ສະພາກໍ່ໄດ້ກ່າວ ສະແດງການຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ຂອງທ່ານສະ
ມາຊິກສະພາສູງແຫ່ງລັດຄະວີນສະແລນພ້ອມດ້ວຍຄະນະ ເຊິ່ງມັນໄດ້ສະແດງເຖິງຄວາມສາມັກຄີລະຫວ່າງສອງປະເທດລາວ​
-ອົດສະຕຣາລີ
ເວົ້າລວມ, ເວົ້າສະເພາະກໍ່ຄືສອງລັດຖະສະພາທີ່ມີມາແຕ່ດົນນານແລ້ວໃຫ້ແຫນ້ນແຟ້ນຍິ່ງຂຶ້ນ.

ກະຊວງອຸດສາຫະກໍາ ​ແລະ ການ​ຄ້າ
ທົບທວນຜົນການຮ່ວມມຶກັບກຸ່ມ ສປຊ
ກອງປະຊຸມທົບທວນດ້ານວິຊາການປະຈຳປີ 2012 ຂອງໂຄງການຮ່ວມມືລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ແລະກຸ່ມສະຫະ
ປະຊາຊາດ ຫລື
(ສປຊ) ໄດ້ຈັດຂຶ້ນໃນວັນທີ 29 ສິງຫາ 2012ທີ່ນະຄອນຫລວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພູວົງ ພົມມະບຸດ
ຮອງຫົວຫນ້າກົມສົ່ງເສີມ ແລະ ພັດທະນາສິນຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ຄຣິດສະຕຽນ ຊີເບີ ຜູ້ຈັດການໂຄງການຈາກ
SECO ແລະ ບັນດາວິຊາການຈາກກົມກອງກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້ໄດ້ສະເຫນີລາຍງານຄວາມຄືບຫນ້າຂອງການຈັດຕັ້ງປະຕິ
ບັດໂຄງການໄລຍະຜ່ານມາ
, ຮັບຟັງການນຳສະເຫນີແຜນການຈັດຕັ້ງປະຕິບັດຂອງປີ 2012-​2013 ຂອງບັນດາອົງການ ສປຊ ໂດຍສະເພາະ
5
ຫມາກຜົນທີ່ໄດ້ກຳນົດໄວ້ ແລະ ພ້ອມກັນສົນທະນາປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນໃສ່ທັງສອງບົດລາຍງານ ແລະແຜນຂອງໂຄງ
ການ
, ລັດຖະບານໄດ້ຮັບທຶນຊ່ວຍເຫລືອລ້າຈາກລັດຖະບານສະວິດເຊີແລນຈຳນວນ 4,040 ລ້ານໂດລາສະຫະລັດ ເພື່ອເຮັດໂຄງການສົ່ງເສີມ
ການທ່ອງທ່ຽວແບບຍືນຍົງ ເຊິ່ງແຂວງຫລວງພະບາງເປັນແຂວງທຳອິດຍ້ອນມີທ່າແຮງສຳຄັນຫລາຍ ໄດ້ຖືກຈັດໃຫ້ເປັນຈຸດສູນກາງການເຊື່ອມຕໍ່
ເສດຖະກິດ
-ສັງຄົມຈາກ 9 ແຂວງພາກເຫນືອ, ບໍ່ວ່າຈະເປັນດ້ານເສດຖະກິດ, ການສຶກສາ, ຍັງມີເສັ້ນທາງເຊື່ອມຕໍ່ກັບ 3 ປະເທດຄື: ຫວຽດ
ນາມ
, ໄທ, ສປ ຈີນ ດ້ວຍທ່າແຮງດັ່ງກ່າວລັດຖະບານຈຶ່ງເຫັນຄວາມສຳຄັນໃນການພັດທະນາການທ່ອງທ່ຽວແບບຍືນຍົງ ໂດຍເລືອກເອົາຫລວງ
ພະບາງເປັນແຂວງທົດລອງຮ່ວມກັບໂຄງການແລ້ວຈິ່ງຄ່ອຍຂະຫຍາຍໄປແຂວງອື່ນໆ
. ສຳລັບແຜນການຄາດຫມາຍປະຈຳປີ 2012 - 2013 ຮັບ
ຮອງເອົາມາດຕະຖານຄວາມປອດໄພຂອງອາຫານ
, ຄຸນນະພາບການບໍລິການ ແລະ ສິ່ງແວດລ້ອມມີການພັດທະນາພາຍໃນຂະແຫນງການທ່ອງ
ທ່ຽວ
, ການສ້າງຕັ້ງເຄື່ອງຫມາຍຢັ້ງຢືນຄຸນນະພາບແຫ່ງຊາດ , ວິທີການຄຸ້ມຄອງການພົວພັນປະສານສົມທົບໃນສະຖານທີ່ເຮັດວຽກພ້ອມທັງທັກສະ
ແລະ ຜົນຂອງພະນັກງານທີ່ເຮັດວຽກໃນຂະແຫນງການທ່ອງທ່ຽວໃຫ້ໄດ້ຮັບການປັບປຸງ, ສົ່ງເສີມເພື່ອເຊື່ອມໂຍງຂະແຫນງການທ່ອງທ່ຽວໃນບັນດາ
ແຂວງທີ່ຖືກຄັດເລືອກຫາຜູ້ຜະລິດກະສິກຳສະອາດ ແລະ ຫັດຖະກຳໄຫມຂອງທ້ອງຖິ່ນ
, ປັບປຸງຄວາມສາມາດໃນການສົ່ງອອກສຳລັບຜະລິດຕະ
ພັນໄຫມ ແລະ ຜ້າຝ້າຍຂອງລາວ
, ວິສາຫະກິດດ້ານກະສິກຳອິນຊີ ແລະ ສ້າງຄວາມອາດສາມາດໃຫ້ແກ່ລັດຖະບານຂອງ ສປປ ລາວ ໃນການ
ແກ້ໄຂຄວາມແຕກຕ່າງທາງດ້ານການເກັບພາສີ ເພື່ອການສົ່ງເສີມຜະລິດອິນຊີອອກສູ່ຕະຫລາດພາຍໃນ
, ປັບປຸງຜົນຜະລິດໃນຂະແຫນງການທ່ອງ
ທ່ຽວ
, ຂະແຫນງຜະລິດຕະພັນໄຫມ ແລະ ກະສິກຳອິນຊີ ໂດຍຜ່ານຂະບວນການຜະລິດສະອາດ. ໂຄງການດັ່ງກ່າວແມ່ນໄດ້ປະຕິບັດມາຕັ້ງແຕ່ປີ
2011
ເຊິ່ງໄດ້ປະຕິບັດຢູ່ແຂວງຫລວງພະບາງໃນສອງເມືອງຄື: ເມືອງຫລວງພະບາງ ແລະ ເມືອງຊຽງເງິນ.
 
ສາລະ​ວັນຫວນຄືນວັນຢຶດອໍານາດ 23 ສິງຫ
ເມື່ອບໍ່ດົນມານີ້ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີຫວນຄືນວັນຢຶດອຳນາດຂຶ້ນທີ່ຫ້ອງປະຊຸມສະໂມສອນໃຫຍ່ຂອງແຂວງ ໂດຍການເປັນ
ປະທານຂອງທ່ານ ຄຳຈັນ ແຈ່ມສະຫມອນ ຄະນະປະຈຳພັກແຂວງຫົວຫນ້າຄະນະໂຄສະນາອົບຮົມແຂວງສາລະວັນມີຫົວຫນ້າພະແນກການ
, ຫ້ອງ
ການ
, ພະນັກງານທະຫານຕຳຫລວດເຂົ້າຮ່ວມ 195 ກວ່າຄົນ. ໃນໂອກາດດັ່ງກ່າວທ່ານ ຄຳຈັນ ແຈ່ມສະຫມອນ ກໍ່ໄດ້ໃຫ້ກຽດຂຶ້ນເລົ່າຄືນມູນເຊື້ອ
ຂອງວັນຢຶດອຳນາດ
23 ສິງຫາ ປີ 1945 ແມ່ນເປັນເຫດການທີ່ສຳຄັນທາງປະຫວັດສາດແຫ່ງການຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າເພື່ອ
ຍາດເອົາໄຊຊະນະ ແລະ ຢຶດອຳນາດກັບຄືນມາສູ່ປະຊາຊົນລາວ
, ການຢຶດອຳນາດເທື່ອນີ້ແມ່ນເປັນສິ່ງສຳຄັນໃນການປົດປ່ອຍສະຕາກຳຂອງຕົນ
ເອງ ແລະ ແອກແຫ່ງການເປັນຂ້ອຍຂ້າພາຍຫລັງໃນ 100 ກວ່າປີຜ່ານມາ. ພາຍຫລັງຢຶດອຳນາດແລ້ວບໍ່ທັນພໍເທົ່າໃດນັ້ນພວກລ່າເມືອງຂຶ້ນຝຣັ່ງກໍ່
ໄດ້ເພີ່ມກຳລັງຕ່າວຄືນໂຈມຕີ ແລະ ເຂົ້າມາຢຶດຄອງເອົາປະເທດເຮົາເປັນຫົວເມືອງຂຶ້ນອີກເທື່ອໃຫມ່
, ຈົນມາຮອດວັນທີ 23 ສິງຫາປີ 1975 ໄດ້
ສ້າງເງື່ອນໄຂອຳນວຍແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດຄັ້ງປະຫວັດສາດປະກາດລົບລ້າງລະບອບສັກດີນາ
- ລ່າເມືອງ
ຂຶ້ນ
, ສະຖາປະນາ ສປປ ລາວ ຂຶ້ນຢ່າງເປັນທາງການໃນວັນທີ 2 ເດືອນທັນວາ ປີ 1975. ສະນັ້ນວັນຢຶດອຳນາດ 23 ສິງຫາ ປີ 1975ແມ່ນວັນ
ແຫ່ງການເສີມຂະຫຍາຍມູນເຊື້ອສາມັກຄີຕໍ່ສູ້ພິລະອາດຫານຂອງຊາດລາວ
- ຄົນລາວວິລະຊົນ ແລະ ເປັນວັນແຫ່ງການເຊີດຊູມານະຈິດປະຕິວັດ
ແລະ ນ້ຳໃຈອັນຮັກຊາດສູງສົ່ງຂອງຄົນລາວ ເພື່ອສ້າງຜົນງານຍາດເອົາໄຊຊະນະກັບມາເປັນຂອງຄົນລາວທັງປວງ.




No comments:

Post a Comment