ຜູ້ນໍາລາວເຮົາສົ່ງສານອວຍພອນຜູ້ນໍາມາເລເຊຍ
ວັນທີ 31 ສິງຫານີ້ພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ
ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງສົມເດັດ
ຕວນກຸ ອານຮາຈິ ອັບດຸນ ຮາລິມ ມຸອາຊາມຊາ, ຣາຊາທິບໍດີ ອົງທີ XIV ແຫ່ງມາເລເຊຍທີ່ກົວລາລຳເປີສານມີເນື້ອໃນລະອຽດດັ່ງ
ນີ້: ເນື່ອງໃນໂອກາດອັນສະຫງ່າລາສີແຫ່ງວັນປະກາດເອກະລາດ ຄົບຮອບ 55 ປີ ຂອງມາເລເຊຍ, ໃນນາມປະຊາຊົນແຫ່ງ ສປປ
ລາວ ທຸກຖ້ວນຫນ້າກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດຢ່າງສູງສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ
ສົມເດັດ ພ້ອມດ້ວຍພະບໍລົມວົງສານຸວົງ ແລະ ຜ່ານສົມເດັດໄປຍັງປະຊາຊົນມາເລເຊຍທຸກຖ້ວນຫນ້າ. ຂ້າພະເຈົ້າມີຄວາມຊົມຊື່ນຍິນ
ດີເປັນຢ່າງຍິ່ງທີ່ເຫັນວ່າສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ມາເລເຊຍ
ໄດ້ຮັບການຂະຫຍາຍຕົວ ແລະ ຮັດແຫນ້ນຍິ່ງໆຂຶ້ນໃນຊຸມປີຜ່ານມາ. ຂ້າພະເຈົ້າເຊື່ອຫມັ້ນວ່າສາຍພົວພັນອັນດີງາມ ແລະ ການຮ່ວມ
ມືອັນດີງາມດັ່ງກ່າວຈະສືບຕໍ່ຮັດແຫນ້ນ ແລະ ເພີ່ມທະວີຍິ່ງຂຶ້ນເລື້ອຍໆເພື່ອນຳເອົາຜົນປະໂຫຍດມາສູ່ສອງປະເທດກໍ່ຄືປະຊາຊົນສອງ
ຊາດຂອງພວກເຮົາ, ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື
ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າຂໍອວຍພອນໃຫ້ສົມເດັດຈົ່ງມີພະກະເສມສຳລານ ແລະ ຂໍອວຍພອນໃຫ້
ປະເທດມາເລເຊຍ ຈົ່ງວັດທະນາຖາວອນຕະຫລອດໄປ. ໃນວັນດຽວກັນພະນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ
ສປປ ລາວ ກໍ່ສົ່ງສານອວຍພອນພະນະທ່ານ ດາໂຕະສຣິ ໂມຮາມັດ ນາຈິບບິນ ຕຸນຮາຈິ ອັບດຸນ ຮາຊັກ, ນາຍົກລັດຖະມົນຕີແຫ່ງ
ມາເລເຊຍທີ່ກົວລາລຳເປີ. ພະນະທ່ານ ດຣ . ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະ
ເທດ ແຫ່ງ ສປປ ລາວ ກໍ່ໄດ້ສົ່ງສານອວຍພອນພະນະທ່ານ ດາໂຕະສຣິ ອານິຟາ ຮາຈິອາມານ, ລັດຖະມົນຕີວ່າການກະຊວງການ
ຕ່າງປະເທດແຫ່ງມາເລເຊຍທີ່ກົວລາລຳເປີໃນໂອກາດວັນດັ່ງກ່າວເຊັ່ນດຽວກັນ.

No comments:
Post a Comment