What is
marketing? ການຕະຫລາດແມ່ນຫຍັງ?
ໂດຍສ່ວນຕົວແລ້ວ ເປັນຄົນລືມບົດຮຽນງ່າຍໆ
ອາຈານມັກຖາມນັກຮຽນໃນຫ້ອງວ່າ (ສະໄຫມທີ່ຮຽນປະລິນຍາຕີບໍລິຫານທຸລະກິດ)
ການຕະຫລາດແມ່ນຫຍັງ? ອືມ… ຈື່ບໍ່ໄດ້.
ຫນ້າແປກ…
ທັງໆທີ່ອາຈານບອກແລ້ວ… ຢູ່ໃນປື້ມກະຂຽນໄວ້ຄັກແນ່ວ່າ:
“ການຕະຫລາດແມ່ນຂະບວນການທາງທຸລະກິດ
ທີ່ເຮັດໃຫ້ຜະລິດຕະພັນ ຫລື ການບໍລິການເຄື່ອນຍ້າຍຈາກຜູ້ຜະລິດ ໄປຫາຜູ້ຂາຍ
ຈົນສຸດທ້າຍໄປຫາຜູ້ບໍລິໂພກ”
ພາຍຫລັງຈຶ່ງເຂົ້າໃຈວ່າ ຕົນເອງບໍ່ເຂົ້າໃຈຕໍ່ກັບນິຍາມຂ້າງເທິງ
ຈຶ່ງເຮັດໃຫ້ລືມ
ໂດຍຕຳແຫນ່ງ ແລະ ຫນ້າທີ່ວຽກປັດຈຸບັນບໍ່ແມ່ນນັກການຕະຫລາດ… ແຕ່ສົນໃຈເປັນການສ່ວນຕົວ
ປະກອບກັບໄດ້ມີໂອກາດເປັນຄູເຝິກໃນຫົວຂໍ້ຕ່າງໆເຊັ່ນ ການສ້າງກຸ່ມຜະລິດຂັ້ນຊຸມຊົນ, ການຂຽນແຜນທຸລະກິດ ເຮັດໃຫ້ຕົນເອງຕ້ອງຮູ້
ແລະ ເຂົ້າໃຈຄຳວ່າ
ການຕະຫລາດ. ສ່ວນໃຫຍ່ເວລາໄປອະທິບາຍ
ມັກເອົາຂໍ້ສັງເກດຕົວຈິງໄປເວົ້າ ເພາະບໍ່ມີປະສົບການໂດຍກົງ.
Market ແປວ່າຕະຫລາດ
ໃນທາງການຕະຫລາດມີສອງຄວາມຫມາຍ:
1. ເປັນສະຖານທີ່ແລກປ່ຽນຊື້ຂາຍສິນຄ້າ
ເຊັ່ນຕະຫລາດເຊົ້າ, ຕະຫລາດຂົວດິນ…
2. ເປັນລູກຄ້າເປົ້າຫມາຍ
(ເຮົາອາດເຄີຍໄດ້ຍິນວ່າ ຜະລິດສິນຄ້າອອກມາ ແຕ່ບໍ່ມີຕະຫລາດຮອງຮັບ ເຊິ່ງບໍ່ໄດ້ຫມາຍເຖິງຕະຫລາດເຊົ້າ ຫລື ຕະຫລາດຂົວດິນແນ່ນອນ, ແຕ່ຫາກຫມາຍເຖິງການທີ່ບໍ່ມີຄົນຊື້).
ຄິດພາບເວລາຜູ້ຊື້ຫນຶ່ງຄົນ ມາພົບກັບຜູ້ຂາຍຫນຶ່ງຄົນ
ຕ່າງຝ່າຍຕ່າງແລກປ່ຽນ (ສິນຄ້າ ແລະ
ເງິນ) ເຊິ່ງກັນ ແລະ ກັນ, ແຕ່ລະຄົນພໍໃຈ
ກໍຕ່າງຝ່າຍຕ່າງກັບເຮືອນ.
ແຕ່!!! ໃນຕະຫລາດ ບໍ່ໄດ້ມີຜູ້ຊື້ ແລະ ຜູ້ຂາຍພຽງຜູ້ດຽວ… ຈຶ່ງເຮັດໃຫ້
ຕ່າງຝ່າຍຕ່າງຢາກໄດ້ສິ່ງທີ່ຕົນຕ້ອງການ.
ຜູ້ຂາຍກໍຢາກໄດ້ເງິນຈາກຜູ້ຊື້, ຜູ້ຊື້ກໍຢາກໄດ້ສິນຄ້າລາຄາຖືກ ແລະ
ມີຄຸນນະພາບຈາກບັນດາຜູ້ຂາຍ.
ຜູ້ຂາຍ ຈຶ່ງຕ້ອງຮູ້ວິທີທີ່ເຮັດໃຫ້ຕົນໄດ້ຂາຍຫລາຍກວ່າຂູ່ແຂ່ງ
ເຊັ່ນ ທ. ແດງ ຂາຍຫມາກໄດ້ຢູ່ຕະຫລາດທົ່ງຂັນຄຳ, ຖ້າລາວຢາກໄດ້ຫມາກໄມ້ໄດ້ຫລາຍ ລາວອາດມີກົນລະຍຸດ
(ວິທີການ) ດັ່ງນີ້: ຮັກສາຫມາກໄມ້ໃຫ້ສົດ ແລະ ຂັດເອົາຫມາກເນົ່າອອກ, ຕັ້ງລາຄາໃຫ້ຕຳ່ກວ່າຂູ່ແຂ່ງ, ຕັ້ງຮ້ານຢູ່ບ່ອນທີ່ມີຄົນທຽນຫລາຍໆ, ໃຫ້ສ່ວນຫລຸດລູກຄ້າຜູ້ທີ່ຊື້ຈຳນວນຫລາຍ.
ສິ່ງທີ່ທ້າວແດງເຮັດນັ້ນ… ເພິ່ນເອີ້ນວ່າ????
ຖືກຕ້ອງ…
ການຕະຫລາດ ຫລື ຕ່າງປະເທດເພິ່ນເອີ້ນວ່າ Marketing
ເຮົາຕ້ອງເຮັດຫຍັງແນ່ເວລາເຮັດການຕະຫລາດ… ມີ 4
ຢ່າງ ເພິ່ນເອີ້ນວ່າ ສ່ວນປະສົມທາງການຕະຫລາດ (Marketing Mix) ຫລື 4
Ps (ໂຟພີ)
ພີທີ 1:
P : Product = ສິນຄ້າ = ການທີ່ທ້າວແດງຮັກສາຫມາກໄມ້ຂອງລາວໃຫ້ສົດ
ພີທີ 2:
P : Price = ລາຄາ =ການທີ່ທ້າວແດງຕັ້ງລາຄາຕຳ່ກວ່າຂູ້ແຂ່ງ
ພີທີ 3:
Place = ສະຖານທີ່ = ການທີ່ທ້າວແດງຕັ້ງຮ້ານບ່ອນທີ່ມີຄົນທຽວຫລາຍ
ພີທີ 4:
Promotion = ການສົ່ງເສີມການຕະຫລາດ =
ການທີ່ທ້າວແດງໃຫ້ສ່ວນຫລຸດລູກຄ້າຜູ້ທີ່ຊື້ຈຳນວນຫລາຍ.
ງ່າຍໆ ແບບນີ້ແຫລະ…
ຄິດວ່າອາດເຮັດໃຫ້ຫລາຍໆຄົນເຂົ້າໃຈງ່າຍຂຶ້ນເນາະ
ກ່ອນຈາກ…
ປັດຈຸບັນທຸລະກິດມີການແຂ່ງຂັນກັນສູງ…
ນັກການຕະຫລາດຈຶ່ງພັດທະນາວິທີການໃຫມ່ໆ ຈຶ່ງພາໃຫ້ການຕະຫລາດມີຄວາມສະຫລັບຊັບຊ້ອນຂຶ້ນຫລາຍ, ເຊັ່ນປັດຈຸບັນອາດມີຫລາຍກວ່າ ສີ່ພີ.
ສິ່ງທີ່ເຮົາເຮັດໃດ
(ຖ້າຢາກເຮັດ) ກໍຄືການຕິດຕາມຂ່າວສານ ແລະ ສັງເກດເວລາຜະລິດຕະພັນ ແລະ ການບໍລິການຕ່າງໆ
ອອກກົນລະຍຸດໃຫມ່ ແລ້ວຄິດຕໍ່ວ່າ
ເປັນຈິ່ງເຂົາຈຶ່ງເຮັດແນວນັ້ນ.
ພົບກັນໃຫມ່ເດີ
No comments:
Post a Comment