- 5 ປັດໄຈດຶງນັກລົງທຶນ ເຂົ້າຕະຫລາດຫລັກຊັບລາວ
ຕະຫລາດຫລັກຊັບ
ຫລື ຕະຫລາດຮຸ້ນລາວເປີດເຮັດການຊື້-ຂາຍບໍ່ຮອດ 3
ເດືອນມີບັນດານັກລົງທຶນທັງໃນ
ແລະ ຕ່າງປະເທດເຂົ້າມາລົງທຶນໃນຕະຫລາດດັ່ງກ່າວຢ່າງຫນາແຫນ້ນສົມຄວນ ໃນນັ້ນ ນັກລົງທຶນຈາກຕ່າງປະເທດເກືອບ 20 ປະເທດເຂົ້າມາລົງທຶນ ໂດຍຍອດທຶນສູງລະດັບຫນຶ່ງແມ່ນຈາກລາຊະອານາຈັກໄທສັບປ່ຽນກັບ ສປ ຈີນ ແລະ ຮອງລົງມາແມ່ນຈາກຍີ່ປຸ່ນ (ອີງຕາມຂໍ້ມູນຈາກຫລາດຫລັກຊັບລາວ).
ຈາກຕົວເລກການລົງທຶນຂອງນັກລົງທຶນຕ່າງປະເທດທີ່ເຂົ້າມາລົງທຶນ ໃນຕະຫລາດຫລັກຊັບລາວນັ້ນ ນັກວິຊາການບາງບຸກຄົນເຫັນວ່າ ສປປ ລາວ ແມ່ນປະເທດທີ່ມີນະໂຍບາຍເປີດປະຕູສູ່ພາຍນອກມີຊ່ອງຫວ່າງ ຫລື ໂອກາດທີ່ເປັນປັດໄຈດຶງດູດບັນດານັກລົງທຶນໃຫ້ເຂົ້າມາລົງທຶນ ໃນຂະແຫນງການຕ່າງໆນັບມື້ນັບສູງຂຶ້ນໃນແຕ່ລະປີ ໃນນັ້ນ ນັກວິຊາການຍົກໃຫ້ເຫັນ 5 ປັດໄຈຫລັກທີ່ເປັນແຮງດຶງທີ່ສຳຄັນປະກອບມີ: ສະຖຽນລະພາບທາງດ້ານການເມືອງລາວ; ນະໂຍບາຍຂອງພັກ ແລະ ລັດຖືກຕ້ອງ, ໂຄງສ້າງຂອງສັງຄົມ; ໂຄງສ້າງຂອງລະບົບນິຕິກຳ ແລະ
ລັດຖະທຳມະນູນ, ບົດບາດຂອງວັດທະນະທຳ ແລະ ຊັບພະຍາກອນທາງທຳມະຊາດ.
ປັດໄຈດ້ານສະຖຽນລະພາບທາງດ້ານການເມືອງ:
ສະແດງອອກບ່ອນວ່າ ສປປ ລາວ ໄດ້ກາຍເປັນທີ່ຍອມຮັບຈາກປະເທດສະມາຊິກອາຊຽນວ່າການເມືອງລາວມີ ຄວາມສະຫງົບດີໃນການສ້າງຖະນະບົດບາດໃຫ້ປະເທດເຂົ້າສູ່ວົງຄະນະ ຍາດປະຊາຄົມອາຊຽນ; ການສະແດງບົດບາດ ແລະ ສະຖານະທາງດ້ານການເມືອງລາວໃນເວທີສາກົນຕໍ່ກັບບັນດາປະເທດສາ ມາຊິກຂອງອົງການສະຫະປະຊາຊາດ ແລະ ບົດບາດຂອງລາວໃນເວທີການຄ້າເສລີອາຊຽນ
ແລະ ການຄ້າສາກົນ.
ນະໂຍບາຍຂອງພັກ
ແລະ ລັດຖະບານຖືກຕ້ອງ: ການນຳເອົານະໂຍບາຍພັດທະນາເສດຖະກິດຕາມກົນໄກການຕະຫລາດເຂົ້າມາ ນຳໃຊ້ຖືກກັບໄລຍະທີ່ໂລກກຳລັງປ່ຽນແປງໄປໃນທາງທີ່ດີແກ່ລາວ; ການເປີດກວ້າງສູ່ໂລກພາຍນອກຂອງລັດຖະບານໃນການຮັບເອົາການລົງທຶນ ຂອງຕ່າງຊາດເຂົ້າມາເຮັດໃຫ້ເກີດແຮງກະຕຸ້ນທຸລະກິດພາຍໃນ, ການຍອມຮັບ ແລະ ເຂົ້າ ໃຈຄຳວ່າທຸລະກິດສັງຄົມ ເປັນຄູ່ຮ່ວມພັດທະນາເສດຖະກິດສັງຄົມຂອງພາກທຸລະກິດນັບທັງວິສາ ຫະກິດ ແລະ ລັດວິສະຫະກິດ.
ດ້ານໂຄງສ້າງສັງຄົມ:
ສປປ ລາວໄດ້ມີໂຄງສ້າງທາງສັງຄົມທີ່ບໍ່ສັບສົນ, ມີລະບົບພັກການເມືອງດຽວທີ່ມີຄວາມເປັນເອກະພາບສູງ ການຈັດລະດັບການປົກຄອງການແບ່ງຂັ້ນປົກຄອງ ແລະ ການກະຈາຍອຳນາດຂອງພັກ ແລະ ລັດຖະບານຈະແຈ້ງ ເຊິ່ງການປົກຄອງໄດ້ລິເລີ່ມນຳໃຊ້ລະບົບຕຸລາການທີ່ມີສະພາແຫ່ງ ຊາດເປັນບ່ອນກວດກາການບໍລິຫານປະເທດ.
ໂຄງສ້າງຂອງລະບົບນິຕຳກຳ
ແລະ ລັດຖະທຳມະນູນ: ພັກ ແລະລັດຖະບານຂອງ ສປປ ລາວ ໄດ້ປັບປຸງນິຕິກຳຕ່າງໆທີ່ກ່ຽວຂ້ອງກັບການພັດທະນາເສດຖະກິດ-ສັງ ຄົມ ແລະທຸລະ ກິດຕາມຄວາມຕ້ອງການ ແລະ ເງື່ອນໄຂສຸກງ່ອມຂອງພາຍໃນປະເທດ. ນອກຈາກນີ້ ບັນດາກົດຫມາຍ ວ່າດ້ວຍສົ່ງເສີມການລົງທຶນ, ສຳປະທານຖືສິດທິການສຳປະທານທີ່ດິນ, ປ່າໄມ້, ການຄ້າ,
ແຮງງານ, ພາສີ-ອາກອນ, ສິ່ງແວດລ້ອມ ແລະ ກົດຫມາຍອື່ນໆທີ່ກ່ຽວຂ້ອງແມ່ນໄດ້ຮັບການປັບປຸງໄປຕາມເງື່ອນໄຂໃນ ທາງກ້າວຫນ້າຂອງຍຸກສະໄຫມ.
ສ່ວນໃນດ້ານປັດໄຈບົດບາດຂອງວັດທະນະທຳ
ແລະ ຊັບພະຍາກອນທາງທຳມະຊາດ ຄົນລາວສ່ວນໃຫຍ່ແມ່ນເປັນຄົນມັກສະຫງົບຖືຮີດຄອງປະເພນີເຄັ່ງຄັດ, ມີວັດທະນະທຳອັນເກົ່າແກ່, ວັດຖຸບູຮານ, ສະຖານທີ່ບູຮານ ແລະ ນ້ຳໃຈຄົນລາວຍັງເປັນຈຸດຂາຍຂອງລາວ.
ນອກນັ້ນ ຊັບພະຍາກອນທາງທຳມະຊາດແມ່ນອຸດົມສົມບູນ
ແລະ ຍັງບໍ່ໄດ້ຮັບການຂຸດຄົ້ນ.
ຈາກປັດໄຈທີ່ຍົກມານັ້ນຖືວ່າເປັນພື້ນຖານຂອງ
ສປປ ລາວ ໃນການດຶງທຶນຂອງບັນດານັກລົງທຶນໃຫ້ເຂົ້າມາລົງທຶນຢູ່
ສປປ ລາວ ກໍ່ຄືຕະຫລາດຫລັກຊັບລາວທີ່ປະຈຸບັນກຳລັງເຕີບໂຕຢ່າງໄວວາດ້ວຍ ກ້ອນທຶນຫນູນວຽນຢ່າງມະຫາສານຈາກພາຍໃນ ແລະ ຕ່າງປະເທດ ທີ່ຈະເປັນແຮງຈູງໃຈໃຫ້ນັກລົງທຶນເຂົ້າມາລົງທຶນຢູ່ ສປປ ລາວ ນັບມື້ສູງຂຶ້ນໃນອະນາຄົດ.
No comments:
Post a Comment