What is Stock
Exchange? ຕະຫລາດຮຸ້ນແມ່ນຫຍັງ? ຫລາຍຄົນອາດຮູ້ແລ້ວວ່າ ປະເທດລາວຈະມີ ຕະຫລາດຮຸ້ນ ໃນວັນທີ 10 ເດືອນ 10
ປີ 2010. ຕະຫລາດຮຸ້ນນີ້ເກີດຈາກການຮ່ວມທຶນລະຫວ່າງ
ລັດຖະບານລາວ ແລະ ຕະຫລາດຮຸ້ນຂອງປະເທດເກົາຫລີໃຕ້.
ຜ່ານມາ ມີການຮ່າງລະບຽບ ແລະ ຂໍ້ກຳນົດ ປັດຈຸບັນຄິດວ່າສຳເລັດແລ້ວ, ມີການສົ່ງພະນັກງານໄປເຝິກອົບຮົມທີ່ປະເທດເກົາຫລີ ແລະ ສົ່ງໄປສຶກສາລະບຽບການທີ່ປະເທດໄທ.
ນອກຈາກນັ້ນ ຍັງມີການເຝິກອົບຮົມຜູ້ທີ່ສົນໃຈຢາກເປັນ
“ນາຍຫນ້າຄ້າຮຸ້ນ ຫລື Broker”. ອະແຮ່ມ!
ຂ້າພະເຈົ້າກໍມີໂອກາດໄດ້ເຂົ້າຮ່ວມເຊັ່ນກັນ. CMIP
– Certified Moder Investment Professional ແປເປັນລາວວ່າ
ຫລັກສູດຜູ້ຊ່ຽວຊານດ້ານການລົງທຶນ.
ເປັນຫລັກສູດທຳອິດກ່ຽວກັບຕະຫລາດຮຸ້ນ
ທີ່ນຳເຂົ້າມາສິດສອນຢູ່ລາວ.
ຕະຫລາດຮຸ້ນແມ່ນບ່ອນລະດົມທຶນຈາກຜູ້ທີ່ມີເງິນເຫລືອ
(ນັກລົງທຶນ) ແລ້ວສົ່ງຕໍ່ໃຫ້ຜູ້ທີ່ຢາກໄດ້ເງິນ
(ບໍລິສັດຈົດທະບຽນ) ເພື່ອນຳເງິນໄປໃຊ້ຈ່າຍໃນທາງທຸລະກິດ.
ຟັງເບິ່ງຄືໆກັບທະນາຄານແມ່ນບໍ່? ຄຳຕອບຄື: ຄ້າຍຄື ແຕ່ບໍ່ແມ່ນ
ຍືມເງິນທະນາຄານຕ້ອງຈ່າຍດອກເບ້ຍ
ແຕ່ເອົາເງິນຈາກຕະຫລາດຮຸ້ນບໍ່ໄດ້ຈ່າຍດອກເບ້ຍ!!!
No comments:
Post a Comment