What is marketing?
ການຕະຫລາດແມ່ນຫຍັງ? ໂດຍສ່ວນຕົວແລ້ວ ເປັນຄົນລືມບົດຮຽນງ່າຍໆ
ອາຈານມັກຖາມນັກຮຽນໃນຫ້ອງວ່າ (ສະໄຫມທີ່ຮຽນປະລິນຍາຕີບໍລິຫານທຸລະກິດ)
ການຕະຫລາດແມ່ນຫຍັງ? ອືມ… ຈື່ບໍ່ໄດ້.
ຫນ້າແປກ… ທັງໆທີ່ອາຈານບອກແລ້ວ…
ຢູ່ໃນປື້ມກະຂຽນໄວ້ຄັກແນ່ວ່າ: “ການຕະຫລາດແມ່ນຂະບວນການທາງທຸລະກິດ ທີ່ເຮັດໃຫ້ຜະລິດຕະພັນ ຫລື ການບໍລິການເຄື່ອນຍ້າຍຈາກຜູ້ຜະລິດ
ໄປຫາຜູ້ຂາຍ ຈົນສຸດທ້າຍໄປຫາຜູ້ບໍລິໂພກ”
ພາຍຫລັງຈຶ່ງເຂົ້າໃຈວ່າ
ຕົນເອງບໍ່ເຂົ້າໃຈຕໍ່ກັບນິຍາມຂ້າງເທິງ ຈຶ່ງເຮັດໃຫ້ລືມ ໂດຍຕຳແຫນ່ງ ແລະ
ຫນ້າທີ່ວຽກປັດຈຸບັນບໍ່ແມ່ນນັກການຕະຫລາດ…
ແຕ່ສົນໃຈເປັນການສ່ວນຕົວ
ປະກອບກັບໄດ້ມີໂອກາດເປັນຄູເຝິກໃນຫົວຂໍ້ຕ່າງໆເຊັ່ນ ການສ້າງກຸ່ມຜະລິດຂັ້ນຊຸມຊົນ, ການຂຽນແຜນທຸລະກິດ
ເຮັດໃຫ້ຕົນເອງຕ້ອງຮູ້ ແລະ
ເຂົ້າໃຈຄຳວ່າ
ການຕະຫລາດ. ສ່ວນໃຫຍ່ເວລາໄປອະທິບາຍ
ມັກເອົາຂໍ້ສັງເກດຕົວຈິງໄປເວົ້າ
ເພາະບໍ່ມີປະສົບການໂດຍກົງ. Market
ແປວ່າຕະຫລາດ
ໃນທາງການຕະຫລາດມີສອງຄວາມຫມາຍ:
No comments:
Post a Comment