Friday, August 31, 2012

ສານອວຍພອນ​ຂອງ​ຜູ້​ນໍາ​ເຮົາ​ ເຖິງ​ຄູ່ຮ່ວມຕໍາແໜ່ງກີຣີກສະຖານ

ສານອວຍພອນຂອງ​ຜູ້​ນໍາ​ເຮົາ​
ຖິງຄູ່ຮ່ວມຕໍາໜ່ງກີຣີກສະຖານ
ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນພະນະທ່ານ ອານບາສະເບກ ອາຕາມບາເຢບ,
ປະທານາທິບໍດີແຫ່ງສາທາລະນະລັດກີຣກີສະຖານທີ່ບີສະເກັກ ໃນວັນທີ 31 ສິງຫານີ້, ສານມີເນື້ອໃນວ່າ: ເນື່ອງໃນໂອກາດວັນຊາດແຫ່ງສາທາລະ
ນະລັດກີຣກີສະຖານ
, ຕາງຫນ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ
ພະນະທ່ານ ແລະ ຜ່ານພະນະທ່ານໄປຍັງປະຊາຊົນກີຣກີສະຖານເພື່ອນມິດທຸກຖ້ວນຫນ້າ
. ຂ້າພະເຈົ້າຫວັງວ່າສາຍພົວພັນມິດຕະພາບ ແລະ ການ
ຮ່ວມມືລະຫວ່າງ ສປປ ລາວ ແລະ ສາທາລະນະລັດກີຣກີສະຖານຈະໄດ້ຮັບການເສີມຂະຫຍາຍຕົວຍິ່ງຂຶ້ນເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ
ພວກເຮົາກໍ່ຄືເພື່ອສັນຕິພາບ ແລະ ການຮ່ວມມືຢູ່ໃນພາກພື້ນ ແລະ ໃນໂລກ
.ຂ້າພະເຈົ້າຂໍຖືໂອກາດນີ້ອວຍພອນໃຫ້ພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ
ແລະ ປະສົບຜົນສຳເລັດອັນໃຫຍ່ຫລວງກວ່າເກົ່າໃນຫນ້າທີ່ອັນມີກຽດຂອງພະນະທ່ານ
. ໃນໂອກາດດັ່ງກ່າວພະນະທ່ານ ທອງສິງ ທຳມະວົງ ນາຍົກລັດ
ຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນພະນະທ່ານ ໂອມູຣເບກ ບາບານົບ
, ນາຍົກລັດຖະມົນຕີແຫ່ງສາທາລະນະລັດກີຣກີສະຖານ.
ພະນະທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສປປ ລາວກໍ່ໄດ້ສົ່ງສານອວຍພອນ
ພະນະທ່ານ ຣູສລາມ ກາຊາ ບາເຢບ
, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງສາທາລະນະລັດກີຣກີສະຖານເຊັ່ນດຽວກັນ.

No comments:

Post a Comment