ການເຮັດທຸລະກິດຄ້າຍໆກັນກັບການບັນຊາເຮືອບໍ່ໃຫ້ໄຫລຫລືໃຫ້ຕະຫລອດຮອດຝັ່ງເຊິ່ງນັກທຸລະກິດມັກຈະວາດຫວັງໄວ້ເປັນຈຸດໆ. ດ້ວຍເຫດນັ້ນຫລາຍຄົນ
ມີຫລາຍວິທີໃນການສະແຫວງຫາໂອກາດແລະຫມູນໃຊ້ໂອກາດ; ອາດຈະສ້າງແຜນຫລືຄິດໄວ້ໃນໃຈເຖິງແນວໃດລ້ວນແຕ່ເປັນບົດຮຽນລາຄາສູງທັງນັ້ນ.
ທ່ານສຸພົດມະນີຄົງເຈົ້າຂອງກິດຈະການSMP ຜະລິດຕະພັນໄມ້ຢູ່ບ້ານສີມຸງຄຸນເມືອງນາຊາຍທອງນະຄອນຫລວງວຽງຈັນ, ເລີ່ມເຮັດທຸລະກິດເປັນຂອງຕົນເອງມາແຕ່ປີ 1998, ສ້າງຕັ້ງໂຮງງານຜະລິດຕະພັນໄມ້ລົງທຶນໄລຍະເລີ່ມຕົ້ນ(ປີ2000) ມູນຄ່າ50.000 ໂດລາສະຫະລັດ.
ຜົນງານໃນເມື່ອກ່ອນເປັນທີ່ສົນໃຈແລະຕ້ອງການຂອງຄົນພາຍໃນແລະຕ່າງປະເທດ, ຜະລິດຕະພັນຫລາຍອັນຫລາຍແບບຖືກຮັບເລືອກແລະສົ່ງຜົນໃຫ້ໄດ້ຮັບຫລາຍໆ ລາງວັນຈາກສິ່ງປະດິດງານສີມືອັນປານີດແລະມີການປະຍຸກສະຫລັກແຕ່ງ. ໂດຍການນຳເອົາໄມ້ເສດເຫລືອແລ້ວເຮັດໃຫ້ເກີດຄຸນຄ່ານັບຈາກໄມ້ຖູ່, ສ້ອມ, ບ່ວງ... ກ້າວໄປສູ່ຜະ ລິດຕະພັນຂະຫນາດໃຫຍ່ຫນັກເປັນຮ້ອຍກິໂລ. ແຕ່ຫລັງໆມານີ້ທຸລະກິດຂອງທ່ານເບິ່ງຄືວ່າຢຸດນິ້ງ, ຄົນງານກໍ່ຫລຸດລົງຢ່າງເຫັນຈະແຈ້ງ.
ເມື່ອເດືອນພຶດສະພາ2012 ນີ້ທີມຂ່າວພວກເຮົາໄດ້ໄປສຳພາດທີ່ໂຮງງານຂອງເພິ່ນ, ຮູ້ໄດ້ວ່າ: ທ່ານມີແຜນສ້າງຫໍວາງສະແດງ-ອະນຸຮັກສິລະປະ-ຫັດຖະກຳລາວເຊິ່ງໂຄງ ການນີ້ຄ່ອຍໆປູພື້ນມາເທື່ອລະຫນ້ອຍໂດຍໄດ້ສ້າງອາຄານໂຮງງານ, ຫ້ອງການ, ອາຄານວາງສະແດງ-ຂາຍ, ສະໂມສອນ, ຫ້ອງປະຊຸມ... ຈຸດປະສົງເພື່ອເປັນສະຖານທີ່ຜະ ລິດແລະວາງສະແດງສິນຄ້າຫັດຖະກຳຫລາກຫລາຍປະເພດເປັນຕົ້ນແມ່ນເຕົ້າໂຮມເອົາຜະລິດຕະພັນສິນຄ້າຫັດຖະກຳຈາກທ້ອງຖິ່ນນຳມາວາງສະແດງ; ສ້າງເປັນສະຖານທີ່ ອະນຸຮັກແລະສົ່ງເສີມສິລະປະຫັດຖະກຳລາວ, ເປັນບ່ອນຝຶກອົບຮົມ-ສຳມະນາ, ທັດສະນະສຶກສາ, ບ່ອນຈັດງານເທດສະການ-ປະເພນີ, ງານລ້ຽງແລະອື່ນໆ. ຄາດຄະເນການ ລົງທຶນລວມມູນຄ່າ1.000.000 ໂດລາສະຫະລັດ.
ເຫັນການຜະລິດຖົດຖອຍ, ແຕ່ເມື່ອຮູ້ເປົ້າຫມາຍສະເພາະຫນ້າຊ້ຳຜັດຍິ່ງໃຫຍ່ແລະສຳຄັນ, ເຫມືອນດັ່ງຄົນທີ່ຢຸດແລ້ວເດີນຫນ້າໃຫມ່ພ້ອມວາງຈຸດຫມາຍຢູ່ໄກກວ່າເກົ່າ. ຈາກ ບົດຮຽນແລະປະສົບການທີ່ສ້າງສົມມາ, ທ່ານກໍ່ໄດ້ເປີດໃຈໃຫ້ຄວາມຮູ້ຫລືແລກປ່ຽນບົດຮຽນຕໍ່ຜູ້ທີ່ຕ້ອງການຈະເຮັດທຸລະກິດວ່າ: ຈະເຮັດທຸລະກິດໃດຫນຶ່ງມີຫລາຍກໍລະນີທີ່ ກ່ຽວພັນກັນ, ສຳລັບທ່ານແມ່ນອີງໃສ່5 ປັດໄຈເປັນສຳຄັນ:
1. ຕ້ອງມີຄວາມສະຫງວນມັກ(ພອນສະຫວັນ).
2. ຕ້ອງມີຄວາມຮູ້ກ່ຽວກັບສິ່ງທີ່ຈະເຮັດ(ຊັບພະຍາກອນມະນຸດ).
3. ຕ້ອງມີທຶນທີ່ຈະເຮັດ(ປັດໄຈທາງດ້ານວັດຖຸ).
4. ຕ້ອງມີຄວາມກະຕືລືລົ້ນ- ອົດທົນຫລືມີວິໄສທັດ(ຄິດອ່ານການໄກ).
5. ຕ້ອງມີມະນຸດສຳພັນ(ການຕະຫລາດ).
ນັກທຸລະກິດຫລາຍທ່ານເຄີຍເວົ້າວ່າ: ເດັກນ້ອຍຕອນຮຽນຍ່າງເຖິງຈະພະຍາຍາມກໍ່ຍັງລົ້ມຕັ້ງຫລາຍເທື່ອ, ທັງເຄີຍຮ້ອງໄຫ້ຍ້ອນຄວາມເຈັບປວດແຕ່ທຳມະຊາດຂອງເດັກ ນ້ອຍຈະບໍ່ຍອມງ່າຍໆ... ການເຮັດທຸລະກິດກໍ່ຄ້າຍຄືກັນຫາຍາກທີ່ຈະຄ່ອງຕົວຕັ້ງແຕ່ຕອນເລີ່ມຕົ້ນ. ທີ່ສຳຄັນເມື່ອມີເປົ້າຫມາຍແລ້ວກໍ່ຈົ່ງຮີບລົງມືຕັ້ງແຕ່ດຽວນີ້. ດັ່ງທ່ານ ສຸ ພົດທີ່ດຳເນີນທຸລະກິດມາໄດ້10 ກວ່າປີທ່ານມີເປົ້າຫມາຍຢ່າງຄັກແນ່ແຕ່ກໍ່ດຳເນີນໄປຊ້າເພາະມີບັນຫາດ້ານການເງິນ(ປັດໄຈດ້ານວັດຖຸ) ເຖິງແນວໃດທ່ານກໍ່ມີບົດຮຽນສ້າງຝັນ ຂອງຕົນໃຫ້ຄ່ອຍໆເປັນລຳດັບມາດ້ວຍ5 ປັດໄຈດັ່ງທີ່ວ່າມານັ້ນລະທ່ານຜູ້ອ່ານ.

No comments:
Post a Comment