Tuesday, August 28, 2012

ຕະຫລາດຮຸ້ນແມ່ນຫຍັງ


What is Stock Exchange? ຕະຫລາດຮຸ້ນແມ່ນຫຍັງ?

ຫລາຍຄົນອາດຮູ້ແລ້ວວ່າ ປະເທດລາວຈະມີ ຕະຫລາດຮຸ້ນ ໃນວັນທີ 10 ເດືອນ 10 ປີ 2010.
ຕະຫລາດຮຸ້ນນີ້ເກີດຈາກການຮ່ວມທຶນລະຫວ່າງ ລັດຖະບານລາວ ແລະ ຕະຫລາດຮຸ້ນຂອງປະເທດເກົາຫລີໃຕ້. ຜ່ານມາ ມີການຮ່າງລະບຽບ ແລະ ຂໍ້ກຳນົດ ປັດຈຸບັນຄິດວ່າສຳເລັດແລ້ວ, ມີການສົ່ງພະນັກງານໄປເຝິກອົບຮົມທີ່ປະເທດເກົາຫລີ ແລະ ສົ່ງໄປສຶກສາລະບຽບການທີ່ປະເທດໄທ.
ນອກຈາກນັ້ນ ຍັງມີການເຝິກອົບຮົມຜູ້ທີ່ສົນໃຈຢາກເປັນ ນາຍຫນ້າຄ້າຮຸ້ນ ຫລື Broker”.
ອະແຮ່ມ! ຂ້າພະເຈົ້າກໍມີໂອກາດໄດ້ເຂົ້າຮ່ວມເຊັ່ນກັນ.
CMIP – Certified Moder Investment Professional ແປເປັນລາວວ່າ ຫລັກສູດຜູ້ຊ່ຽວຊານດ້ານການລົງທຶນ. ເປັນຫລັກສູດທຳອິດກ່ຽວກັບຕະຫລາດຮຸ້ນ ທີ່ນຳເຂົ້າມາສິດສອນຢູ່ລາວ.
ຕະຫລາດຮຸ້ນແມ່ນບ່ອນລະດົມທຶນຈາກຜູ້ທີ່ມີເງິນເຫລືອ (ນັກລົງທຶນ) ແລ້ວສົ່ງຕໍ່ໃຫ້ຜູ້ທີ່ຢາກໄດ້ເງິນ (ບໍລິສັດຈົດທະບຽນ) ເພື່ອນຳເງິນໄປໃຊ້ຈ່າຍໃນທາງທຸລະກິດ.
ຟັງເບິ່ງຄືໆກັບທະນາຄານແມ່ນບໍ່? ຄຳຕອບຄື: ຄ້າຍຄື ແຕ່ບໍ່ແມ່ນ
ຍືມເງິນທະນາຄານຕ້ອງຈ່າຍດອກເບ້ຍ ແຕ່ເອົາເງິນຈາກຕະຫລາດຮຸ້ນບໍ່ໄດ້ຈ່າຍດອກເບ້ຍ!!!
ສົມມຸດ: ທ້າງ ທອງດີ  ແລະ ທ້າງ ທອງຄຳ ເປັນເຈົ້າຂອງ ບໍລິສັດຈຸບໆ ຢາກໄດ້ເງິນໄປຂະຫຍາຍທຸລະກິດ, ຕັດສິນໃຈ ນຳບໍລິສັດຂອງພວກເຂົາໄປຈົດທະບຽນທີ່ຕະຫລາດຮຸ້ນ, ຈາກນັ້ນ ບໍລິສັດຈຸບໆ ຈະຖືກເອີ້ນວ່າ ບໍລິສັດຈົດທະບຽນ (ບໍລິສັດທີ່ໄດ້ຮັບການຈົດທະບຽນ).
ບໍລິສັດຈຸບໆ ມີທຶນຈົດທະບຽນຢູ່ 100 ລ້ານກີບ ແບ່ງອອກເປັນສອງຫຸ້ນ, ທ້າວທອງດີຖື 70 % ສ່ວນທ້າວທອງຄຳຖືຮຸ້ນ 30 %. ຈະເຫັນໄດ້ວ່າ ບໍລິສັດມີສອງຮຸ້ນ ແລະ ມີສອງຄົນທີ່ຖືຮຸ້ນ.
ແຕ່ທ້າວທອງດີ ບໍ່ມີເງິນ ຈຶ່ງຕັດສິນໃຈນຳຮຸ້ນຂອງຕົນ ແບ່ງສ່ວນຫນຶ່ງໄປຂາຍທີ່ຕະຫລາດຮຸ້ນ, ຈາກທີ່ເຄີຍມີ 70 %, ທ້າວທອງດີນຳ 20 % ໄປຂາຍທີ່ຕະຫລາດຮຸ້ນ ແລະ ຕົນຍັງເຫລືອ 50 %.
ລະບຽນຂອງຕະຫລາດຮຸ້ນຢູ່ລາວລະບຸໄວ້ວ່າ ຮຸ້ນຫນຶ່ງໆຕ້ອງມີມູນຄ່າບໍ່ເກີນ 100,000 ກີບ, ຮຸ້ນ 20 % ທີ່ທ້າວທອງດີເອົາໄປຂາຍ ມີມູນຄ່າເທົ່າກັບ 20 ລ້ານກີບ. ສະນັ້ນ ຖ້າລາວກຳນົດຮຸ້ນລາຄາ 100, 000 ກີບຕໍ່ຮຸ້ນ ບໍລິສັດຈຸບໆຈະມີຮຸ້ນທີ່ຕະຫລາດຮຸ້ນຢູ່ຈຳນວນ 200 ຮຸ້ນ (ຄິດຈາກ 20,000,000 ລ້ານ ຫານໃຫ້ 100,000 )
ບັນນີ້ ຜູ້ທີ່ມີເງິນເຫລືອ ປົກກະຕິຄົນເຮົາຈະເອົາໄປຝາກທະນາຄານ ຫລື ຝັງຢູ່ກ້ອງຕະລ່າງເຮືອນ. ຖ້າຝາກທະນາຄານຈະໄດ້ດອກເບ້ຍຢູ່ປະມານ 14 %, ແຕ່ຖ້ານຳໄປຊື້ຮຸ້ນ ຈະໄດ້ຜົນຕອບແທນເປັນເງິນປັນຜົນຈາກກຳໄລຂອງຮຸ້ນທີ່ບໍລິສັດທີ່ຕົນຊື້ ເຊິ່ງອາດຫລາຍກວ່າດອກເບ້ຍທີ່ໄດ້ຈາກທະນາຄານ.
ສົມມຸດ ບໍລິສັດຮັ່ງມີ ມີຜົນກຳໄລຢູ່ 1,000 ລ້ານ, ມີຮຸ້ນທັງຫມົດຢູ່ 100 ຮຸ້ນ ແລະ ເຮົາມີຮຸ້ນຂອງບໍລິສັດດັ່ງກ່າວ 1 ຮຸ້ນ ເຮົາກໍຈະໄດ້ຮັບຜົນກຳໄລຢູ່ 1 % ຂອງ 1,000 ລ້ານ ຫລື ເທົ່າກັບ 10 ລ້ານນັ້ນເອງ.
ຈຸດດີຂອງນັກລົງທຶນ (ຜູ້ທີ່ມີເງິນເຫລືອ) ກໍຄື ອາດໄດ້ກຳໄລຫລາຍກວ່າການຝາກເງິນທີ່ທະນາຄານ ສ່ວນຈຸດອ່ອນກໍຄື ຄວາມສ່ຽງສູງກວ່າການຝາກເງິນທີ່ທະນາຄານ ເພາະຖ້າບໍລິສັດຫລຸບທຶນ ເຮົາຈະບໍ່ໄດ້ເງິນ
ຈຸດດີຂອງບໍລິສັດຈົດທະບຽນກໍຄື ບໍ່ຕ້ອງຈ່າຍດອກເບ້ຍ ຄືກັນກັບໄປກູ້ຈາກທະນາຄານ ສ່ວນຈຸດອ່ອນກໍຄື ການແບ່ງອຳນາດການບໍລິຫານໃຫ້ແກ່ບຸກຄົນພາຍນອກ ແລະ ຕ້ອງເປີດເຜີຍຂໍ້ມູນໃຫ້ແກ່ບັນດາຂາຮຸ້ນຮູ້ ເຊິ່ງອາດເຮັດໃຫ້ຂູ່ແຂ່ງຮູ້ຂໍ້ມູນພາຍໃນຂອງເຮົາໄດ້.
ມື້ຫນ້າຊິມາເລົ່າສູ່ຟັງຕໍ່ເດີ
ສະບາຍດີ
ປ.ລ ອ່ານຂໍ້ມູນເພີ່ມເຕີມໄດ້ທີ່ເວັບໄຊ້ ຕະຫລາດຫລັກຊັບແຫ່ງຊາດຂ້າງລຸ່ມນີ້:
http://www.lsx.com.la/

No comments:

Post a Comment