ເຈົ້າແຂວງໆບໍ່ແກ້ວ ເຂົ້າຮ່ວມສະເຫລີມ
ສະຫລອງປີສາມັກ7uລາວ - ຫວຽດນາມ
ສະຫລອງປີສາມັກ7uລາວ - ຫວຽດນາມ
ກາງເດືອນສິງຫາ 2012 ທ່ານ ຄຳຫມັ້ນ ສູນວິເລີດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆບໍ່ແກ້ວພ້ອມຄະນະໄດ້ເດີນທາງ
ເຂົ້າຮ່ວມພິທີສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 50 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ - ການຮ່ວມມືລາວ -
ຫວຽດນາມ ຄົບຮອບ 35 ປີ, ທີ່ຈັດຂຶ້ນຢູ່ແຂວງເຊິນລາ ສສ ຫວຽດນາມ. ໂດຍມີທ່ານ ເຈືອງ ກວາງເງ້ຍ ກຳມະການສູນກາງພັກກອມມູນິດ ສສ
ຫວຽດນາມເລຂາພັກແຂວງ, ເຈົ້າແຂວງ, ປະທານສະພາປະຊາຊົນແຂວງເຊິນລາ, ມີບັນດາເຈົ້າແຂວງພ້ອມຄະນະຈາກ 8 ແຂວງພາກເຫນືອຂອງ
ລາວ ແລະ ອົງການຈັດຕັ້ງມະຫາຊົນພະນັກງານປະຕິວັດອາວຸໂສ , ພະນັກງານນັກຮົບບຳນານຕະຫລອດຮອດພະນັກງານລັດຖະກອນອ້ອມຂ້າງ
ແຂວງເຊິນລາ ສສ ຫວຽດນາມເຂົ້າຮ່ວມ. ໂອກາດນີ້ທ່ານ ຄຳຮຸ່ງ ເຮືອງວົງສີ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຫົວພັນໄດ້
ຕາງຫນ້າຜູ້ແທນຈາກ 8 ແຂວງພາກເຫນືອຂອງລາວຂຶ້ນມີຄຳເຫັນຕໍ່ພິທີໂຮມຊຸມນຸມດັ່ງກ່າວ, ໂດຍສັງລວມໄດ້ວ່າ : ການຈັດພິທີໂຮມຊຸມນຸມນີ້ຂຶ້ນ
ເພື່ອເປັນການແລກປ່ຽນທາງດ້ານວັດທະນະທຳ,ສິລະປະວັນນະຄະດີພ້ອມທັງຈັດວາງສະແດງຂາຍສິນຄ້າເພື່ອຫວນຄືນວັນສ້າງຕັ້ງສາຍພົວພັນທາງ
ການທູດລາວ - ຫວຽດນາມ ຄົບຮອບ 50 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ຄົບຮອບ 35 ປີ,
ນີ້ແມ່ນພຶດຕິກຳຕົວຈິງ, ເຊິ່ງເປັນສັນຍາລັກອັນສວຍສົດງົດງາມ ແລະ ສູງສົ່ງຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ນ້ຳໃຈສາມັກຄີພິ
ເສດລະຫວ່າງລາວ-ຫວຽດນາມ. ທັງເປັນໂອກາດທີ່ດີ, ທີ່ໄດ້ພ້ອມກັນຫວນຄືນມູນເຊື້ອສຳພັນສູ້ຮົບພິເສດ ແລະ ການສະຫນັບສະຫນູນຊ່ວຍເຫລືອ
ເຊິ່ງກັນ ແລະ ກັນທີ່ເຕັມໄປດ້ວຍນ້ຳໃຈ ແລະ ຄວາມເສຍສະຫລະອັນສູງສົ່ງຂອງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ, ເວົ້າລວມ, ເວົ້າ
ສະເພາະລະຫວ່າງແຂວງບໍ່ແກ້ວກັບແຂວງເຊິນລາ ແລະ ບັນດາ 8 ແຂວງພາກເຫນືອຂອງລາວທີ່ເປັນມິດສະຫາຍອ້າຍນ້ອງເຊິ່ງໄດ້ປະກອບສ່ວນ
ເຂົ້າໃນການປັບປຸງເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງຊາດລາວ-ຫວຽດນາມ. ປະຊາຊົນສອງຊາດລາວ - ຫວຽດ
ນາມເຄີຍມີມູນເຊື້ອສາມັກຄີຮັກແພງຊ່ວຍເຫລືອເຊິ່ງກັນ ແລະ ກັນມາແຕ່ດຶກດຳບັນໃນການກໍ່ສ້າງ ແລະ ປົກປັກຮັກສາພັດທະນາຂອງແຕ່ລະປະ
ເທດ, ການພົວພັນທີ່ເປັນມູນເຊື້ອນ້ຳໃຈສາມັກຄີມິດຕະພາບລະຫວ່າງສອງຊາດລາວ - ຫວຽດນາມ ໂດຍແມ່ນປະທານ ໂຮ່ຈິມິນ ແລະ ປະທານ
ໄກສອນ ພົມວິຫານ, ປະທານ ສຸພານຸວົງ ເປັນຜູ້ລິເລີ່ມກໍ່ສ້າງສາຍພົວພັນ ແລະ ຄວາມສາມັກຄີຖານອ້າຍນ້ອງໄດ້ກາຍເປັນອາລົມຈິດ - ກາຍເປັນ
ທັດສະນະຫລັກຫມັ້ນການເມືອງຂອງພະນັກງານສະມາຊິກພັກ, ນັກຮົບ ແລະ ປະຊາຊົນສອງຊາດຈົນເຖິງປະຈຸບັນນີ້ . ພາຍຫລັງສຳເລັດພິທີແລ້ວ
ບັນດາຄະນະນຳຍັງໄດ້ທ່ຽວຊົມກິດຈະກຳຕ່າງໆເປັນຕົ້ນ: ຊົມການສະແດງສິລະປະວັນນະຄະດີ, ຊົມການສະແດງຮູບພາບ, ຊົມການຂາຍຜະລິດຕະ
ພັນສິນຄ້າ ແລະ ຊົມການແຂ່ງຂັນກິລາມິດຕະພາບຕື່ມອີກ. (ໂດຍ: ບຸນປີງ ແສນຄຳມຸງຄຸນ)

No comments:
Post a Comment