ອຸດົມໄຊ ແນະນໍາໂຄງການ
ກອງທຶນຫລຸດຜ່ອນຄວາມທຸກຍາກ
ກອງທຶນຫລຸດຜ່ອນຄວາມທຸກຍາກ
ກອງປະຊຸມແນະນຳໂຄງການກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ 2) ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ແຂວງ
ອຸດົມໄຊ, ໂດຍການເປັນ
ປະທານຮ່ວມຂອງທ່ານ ຄຳພຽງ ຍາຈົງ, ກຳມະການປະຈຳພັກແຂວງ, ຕາງຫນ້າການນຳແຂວງອຸດົມໄຊ ແລະ ທ່ານ ບຸນກວ້າງ ສຸວັນນະພັນ ຜູ້ອຳນວຍການໂຄງການກອງທຶນຫລຸດຜ່ອນຄວາມທຸກຍາກໄລຍະ 2, ມີຜູ້ ຕາງຫນ້າພະແນກການ, ອົງການຈັດຕັ້ງມະຫາຊົນ, ທີມງານຂອງ
ໂຄງການ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ໂຄງການກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ 2) ຂຶ້ນກັບຫ້ອງການພັດທະນາຊົນນະ
ບົດ ແລະ ລຶບລ້າງຄວາມທຸກຍາກຂັ້ນແຂວງໄດ້ຈັດຕັ້ງປະຕິບັດຢູ່ແຂວງອຸດົມໄຊ ມີ 5 ເມືອງ 40 ກຸ່ມບ້ານໃນ 233 ບ້ານ, ໂດຍມີຈຸດປະສົງ
ເຮັດໃຫ້ອັດຕາສ່ວນຄວາມທຸກຍາກຫລຸດລົງໂດຍມອບທຶນໃຫ້ປະຊາຊົນປະຕິບັດກິດຈະກຳ, ໃຫ້ເຂົາເຈົ້າສາມາດເຂົ້າເຖິງການບໍລິການດ້ານໂຄງ
ລ່າງ, ສ້າງຄວາມເຂັ້ມແຂງຄວາມສາມາດ ແລະ ເພີ່ມຄວາມຮັບຜິດຊອບໃຫ້ແກ່ອຳນາດການປົກຄອງ ແລະ ປະຊາຊົນເພື່ອຄຸ້ມຄອງໂຄງການ
ຢ່າງຍາວນານແນໃສ່ເຮັດໃຫ້ເສດຖະກິດ - ສັງຄົມມີການປ່ຽນແປງຢ່າງຈະແຈ້ງ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອນຳສະເຫນີປະຫວັດຄວາມ
ເປັນມາຂອງກອງທຶນຫລຸດຜ່ອນຄວາມທຸກຍາກ. ໂຄງຮ່າງການຈັດຕັ້ງກອງທຶນຫລຸດຜ່ອນຄວາມທຸກຍາກໃນແຕ່ລະຂັ້ນ. ຂອບເຂດ ແລະ ພື້ນທີ່
ຂອງໂຄງການການຄຸ້ມຄອງບໍລິຫານໂຄງການ ແລະ ງົບປະມານກອງທຶນຫລຸດຜ່ອນຄວາມທຸກຍາກການວາງແຜນວຽກ, ຮອບວຽນໂຄງການຍ່ອຍ
ໂຄງການກິດຈະກຳທີ່ໃຫ້ການສະຫນັບສະຫນູນ ແລະ ບໍ່ສະຫນັບສະຫນູນ, ການປະສານງານກັບຂະແຫນງການຕ່າງໆຢູ່ຂັ້ນແຂວງ ແລະ ເມືອງ,
ວຽກງານຫລຸດຜ່ອນຜົນກະທົບທາງດ້ານສິ່ງແວດລ້ອມ ແລະ ສັງຄົມ. ເພື່ອໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງຮັບຮູ້ ແລະ ພ້ອມກັນປະຕິບັດໂຄງການ
ກອງທຶນຫລຸດຜ່ອນຄວາມທຸກຍາກ (ທບຍ) 2 ໃຫ້ໄດ້ຮັບຜົນດີ.

No comments:
Post a Comment