ວັນທີ
5 – 14 ພຶດສະພາ 2010 ທີ່ຜ່ານມາ, ຂ້າພະເຈົ້າມີໂອກາດໄປແປພາສາໃຫ້ທາງອົງການອົດ’ສເອສ (AusAID)
ເພື່ອປະເມີນ
ແລະ ຖອດຖອນບົດຮຽນຈາກໂຄງການພັດທະນາການສຶກສາ
(Education Development Project
– EDP) ທີ່ແຂວງຫລວງນ້ຳທາ
ແລະ ແຂວງຫົວພັນ. ມີໂອກາດທຳຄວາມລຶ້ງເຄີຍກັບຄຳວ່າ CBC (ຊີບີຊີ), ຈຶ່ງນຳມາເລົ່າສູ່ຟັງ: Community- Based Contracting (CBC) ອ່ານເປັນລາວວ່າ ຊີບີຊີ, ແປເປັນລາວ (ຢ່າງບໍ່ເປັນທາງການວ່າ) ການສ້າງສັນຍາໂດຍປະຊາຊົນເປັນເຈົ້າການ, ສັນຍາໃນທີ່ນີ້ຫມາຍເຖິງ ສັນຍາການກໍ່ສ້າງໂຮງຮຽນ.
ຖ້າເຮົານຶກພາບໂຄງການຊ່ວຍເຫລືອໃດຫນຶ່ງ ສ້າງໂຮງຮຽນໃຫ້ປະຊາຊົນ, ເຮົາຈະຄິດເຫັນພາບຂອງໂຄງການຈ້າງບໍລິສັດຮັບເຫມົາກໍ່ສ້າງ
ມາເນລະມິດໂຮງຮຽນໃຫ້. ພາບຫລັງສ້າງສຳເລັດ
ທາງໂຄງການຈຶ່ງມອບໃຫ້ບ້ານ ຫລື
ຫ້ອງການສຶກສາເມືອງເປັນຜູ້ຄຸ້ມຄອງຕໍ່ໄປ.
ແຕ່ວິທີການຂອງ CBC ແຕກຕ່າງອອກໄປ
No comments:
Post a Comment