Friday, August 31, 2012

ແຂວງ​ຫລວງນໍ້ທາ ຝຶກ​ອົບຮົມການ​ ນໍາ​ໃຊ້​ຫລັກສູດ​ການຮຽນ ​ແລະ ຄູ່​ມື​ຄູ​ຂັ້ນມໍ3


ແຂວງ​ຫລວງນໍ້ທຝຶກອົບຮົມການ
ນໍາ​ໃຊ້​ຫລັກສູດການຮຽນ ​ແລະ ຄູ່​ມື​ຄູ​ຂັ້ນມໍ3
   ວັນທີ 27 ສິງຫາ 2012 ຜ່ານມານີ້ຢູ່ທີ່ໂຮງຮຽນມັດທະຍົມສົມບູນເທສະບານແຂວງ ໄດ້ເປີດຊຸດຝຶກອົບຮົມການນຳໃຊ້ຫລັກສູດການຮຽນ
ແລະ ຄູ່ມືຄູຊັ້ນ ມໍ3 ສົກຮຽນ 2012-2013 ໃຫ້ບັນດາຄູ - ອາຈານ ທີ່ສອນຊັ້ນ ມໍ3 ໃນທົ່ວແຂວງຫລວງນ້ຳທາໂດຍການເປັນປະທານຂອງ
ທ່ານ ພູວັນ ຫນໍ່ລຳຄຳ ຫົວຫນ້າຂະແຫນງມັດທະຍົມພະແນກສຶກສາ ແລະ ກິລາແຂວງ
, ທ່ານ ກົວຊົງ ວິຊາການກົມມັດທະຍົມກະຊວງສຶກ
ສາທິການ ແລະ ກິລາ ມີອຳນວຍການໂຮງຮຽນມັດທະຍົມສົມບູນ ເທສະບານແຂວງ ພ້ອມດ້ວຍວິທະຍາກອນ ແລະ ຄູ
- ອາຈານເຂົ້າຮ່ວມ.
ຊຸດຝຶກອົບຮົມການນຳໃຊ້ປຶ້ມແບບຮຽນ ແລະ ຄູ່ມືຄູຊັ້ນ ມໍ3 ຄັ້ງນີ້ມີຄູ - ອາຈານ 200 ກວ່າຄົນ ໄດ້ຄົ້ນຄວ້າສຶກສາແບບການຮຽນ - ການ
ສອນໃນຫລັກສູດໂຄງການການນຳໃຊ້ປຶ້ມແບບຮຽນ ແລະ ຄູ່ມືຊັ້ນມັດທະຍົມສຶກສາຕອນຕົ້ນປີທີ
3 ແບບໃຫມ່ ເຊິ່ງມີ 15 ວິຊາຮຽນຄື: ວິຊາ
ຄະນິດສາດ
, ພາສາລາວ, ວັນນະຄະດີ, ຟີຊິກສາດ, ເຄມີສາດ, ຊີວະສາດ, ພູມສາດ, ສຶກສາພົນລະເມືອງ, ປະຫວັດສາດ, ພື້ນຖານວິຊາຊີບ,
ພາສາອັງກິດ, ICT, ສິລະປະກຳ, ສິລະປະດົນຕີ ແລະ ວິຊາພະລະສຶກສາຊຸດຝຶກອົບຮົມດັ່ງກ່າວບັນດາຄູ - ອາຈານຈະນຳເອົາຄວາມຮູ້ຄວາມ
ສາມາດຂອງຕົນໄປຫມູນໃຊ້ເຂົ້າໃນການຮຽນ
- ການສອນຢູ່ທ້ອງຖິ່ນຂອງຕົນໃຫ້ວຽກງານການສຶກສາພັດທະນາດີຂຶ້ນ.

No comments:

Post a Comment