ການພັດທະນາຂະແຫນງການຄ້າແລະພາກເອກະຊົນແມ່ນອີງໃສ່ສາມເສົາຄໍ້າຄື: ສະພາບແວດລ້ອມດ້ານການລົງທຶນແລະການຄ້າທີ່ເອື້ອອຳນວຍໄດ້ຮັບການສ້າງຂຶ້ນ; ຄວາມສາມາດການແຂ່ງຂັນ , ຄຸນນະພາບ ແລະ ມູນຄ່າຂອງບັນດາຂະແຫນງການທີ່ບໍ່ແມ່ນຊັບພະຍາກອນທຳມະຊາດໄດ້ຮັບການປັບປຸງໃຫ້ດີຂຶ້ນ; ຂອບວຽກກ່ຽວກັບ ການໃຫ້ຄວາມຊ່ວຍເຫລືອດ້ານການຄ້າເພື່ອການຍົກບົດບາດການຄ້າ ແລະ ການພັດທະນາພາກເອກະຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນ.
ທ່ານ ສິຣິສຳພັນ ວໍຣະຈິດ ຫົວຫນ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າອະທິບາຍວ່າ: ເສົາຄໍ້າທີI ສະພາບແວດລ້ອມດ້ານການລົງທຶນ ແລະ ການຄ້າເອື້ອອຳນວຍໄດ້ຮັບການສ້າງຂຶ້ນ, ປະຈຸບັນສປປລາວພວມຈັດຕັ້ງປະຕິບັດການເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນແລະການເຂົ້າເປັນສະມາຊິກອົງການການຄ້າໂລກ, ຈຸດນີ້ພວກເຮົາຕ້ອງໄດ້ຫມູນໃຊ້ ແລະ ຍາດແຍ່ງ ຈາກການເຊື່ອມໂຍງເພື່ອສະຫນັບສະຫນູນການປະຕິຮູບພາຍໃນ(ທຶນ, ສິດທິພິສດ,...) ແລະພາຍໃນກໍ່ສືບຕໍ່ທົບທວນຫລືພັດທະ ນາບັນດາກົດຫມາຍແລະລະບຽບການທີ່ຈຳເປັນໂດຍເນັ້ນຫນັກໃສ່ການຈັດຕັ້ງປະຕິບັດ ແລະ ອື່ນໆ.
ສ່ວນສະພາບແວດລ້ອມທາງດ້ານທຸລະກິດແມ່ນສືບຕໍ່ປັບປຸງລະບຽບການຕ່າງໆທີ່ກ່ຽວຂ້ອງກັບທຸລະກິດໃຫ້ກະທັດຮັດງ່າຍດາຍ, ປັບປຸງການເຂົ້າຫາແຫລ່ງທຶນ, ການເຂົ້າ ເຖິງແຮງງານທີ່ມີທັກສະສີມືແລະການບໍລິການດ້ານການພັດທະນາທຸລະກິດອື່ນໆ; ຕໍ່ການອຳນວຍຄວາມສະດວກທາງດ້ານການຄ້າແມ່ນເຮັດໃຫ້ຂັ້ນຕອນການນຳເຂົ້າ ແລະ ສົ່ງ ອອກກະທັດຮັດ ຫລື ງ່າຍດາຍເປັນເອກະພາບກັນ ແລະ ນຳໃຊ້ລະບົບອັດຕະໂນມັດ, ປ່ອງບໍລິການປະຕູດຽວແຫ່ງຊາດ...; ດ້ານໂຄງລ່າງພື້ນຖານດ້ານຄຸນນະພາບແຫ່ງຊາດ ແມ່ນເບິ່ງໃນຂອບນິຕິກຳ ແລະ ລະບຽບການ, ແຜນຍຸດທະສາດ ແລະ ການສ້າງຄວາມເຂັ້ມແຂງໃນການສະຫນັບສະຫນູນເພື່ອສົ່ງເສີມການສົ່ງອອກ.
ເສົາຄໍ້າທີ II ຄວາມສາມາດການແຂ່ງຂັນ, ຄຸນນະພາບແລະມູນຄ່າຂອງບັນດາຂະແຫນງການທີ່ບໍ່ແມ່ນຊັບພະຍາກອນທຳມະຊາດໄດ້ຮັບການປັບປຸງໃຫ້ດີຂຶ້ນຄືການສະຫນັບ ສະຫນູນບັນດາວິສາຫະກິດຂະຫນາດ ນ້ອຍແລະ ກາງທາງດ້ານ ຄຸນນະພາບ ແລະ ຜະລິດຕະພາບໃນການຜະລິດແຕ່ຕ້ອງເບິ່ງຜົນປະໂຫຍດຮ່ວມກັນ, ຜົນປະໂຫຍດຂອງສັງ ຄົມ, ຜົນປະໂຫຍດພາກເອກະຊົນ; ຕາມກົນໄກການຮ່ວມມືລະຫວ່າງພາກລັດແລະພາກທຸລະກິດ ແລະ ບັນດາມາດຕະການສະຫນັບສະຫນູນສະເພາະແກ່ຂະແຫນງການຄື: ທຸລະກິດກະສິກຳ (ຍຸດທະສາດສະເພາະສິນຄ້າ, ດັດສົມຕະຫລາດເພື່ອສົ່ງຜົນປະໂຫຍດຕໍ່ຜູ້ ທຸກຍາກ, ປັບປຸງຕ່ອງໂສ້ມູນຄ່າ...); ຂະແຫນງການທ່ອງທ່ຽວ (ການຕະຫລາດ ກ່ຽວກັບຈຸດຫມາຍປາຍທາງການທ່ອງທ່ຽວ...); ຂະແຫນງຫັດຖະກຳແຜ່ນແພ (ຂີດຄວາມສາມາດດ້ານການອອກແບບ, ຜະລິດຕະພາບໃນການຜະລິດ..); ເຄື່ອງນຸ່ງຫົ່ມ (ຜະລິດຕະພາບຂອງແຮງງານແລະການຢັ້ງຢືນ...); ການປຸງແຕ່ງໄມ້(ການສະຫນອງວັດຖຸດິບ, ຜະລິດຕະພາບໃນການຜະລິດ...);ສົ່ງເສີມອຸດສາຫະ ກຳສຳຮອງທີ່ພັດທະ ນາຂຶ້ນຈາກບັນດາອຸດສາຫະກຳໄຟຟ້າແລະບໍ່ແຮ່.
ເສົາຄໍ້າທີ III ຂອບວຽກກ່ຽວກັບການໃຫ້ຄວາມຊ່ວຍເຫລືອດ້ານການຄ້າເພື່ອການຍົກສູງບົດບາດການຄ້າ ແລະ ການພັດທະນາພາກເອກະຊົນໃຫ້ໄດ້ຮັບການປັບປຸງດີຂຶ້ນຄື: ຍົກສູງບັນຫາຄວາມທຸກຍາກ, ບົດບາດຍິງ-ຊາຍ ແລະ ສິ່ງແວດລ້ອມ; ການພັດທະນາຂີດຄວາມສາມາດໃຫ້ກັບສະຖາບັນ, ອົງກອນ; ການພັດທະນາຫນ່ວຍປະຕິບັດງານຂະ ແຫນງການ ແລະ ຍົກສູງບົດບາດເຂົ້າໃນການວາງແຜນພັດທະນາແຫ່ງຊາດ; ຂອບວຽກໃນການຄຸ້ມຄອງການຄ້າ ແລະ ການຊ່ວຍເຫລືອດ້ານການຄ້າ ແລະ ການຈັດຕັ້ງປະຕິ ບັດ; ຕິດຕາມກວດກາ ແລະ ການປະເມີນຜົນຕ້ອງອີງໃສ່ຫມາກຜົນ.
No comments:
Post a Comment