ຍ້ອນກັບໄປປີ 2001, ອາວຂ້າພະເຈົ້າມາບອກວ່າ “ວູ້ (ຊື່ຂ້າພະເຈົ້າ) ໄປຮຽນເສດຖະສາດກັບ ນາມ (ຊື່ພີ່ນ້ອງຂ້າພະເຈົ້າ) ບໍ່?”
ຂ້າພະເຈົ້າຖາມລາວວ່າ “ເສດຖະສາດແມ່ນຫຍັງ?”
“ມັນກ່ຽວກັບເສດຖະກິດ” ລາວອະທິບາຍຕື່ມ
“ຮຽນກະຮຽນ” ຂ້າພະເຈົ້າຕອບ (ຄຳອະທິບາຍຂ້າງເທິງບໍ່ໄດ້ຊ່ວຍຫຍັງຫລາຍ, ແຕ່ຂ້າພະເຈົ້າກໍຄິດບ່ໍອອກວ່າຊິຮຽນຫຍັງ)
ແຕ່ເມື່ອມາວຽງຈັນກໍເສັງເຂົ້າບໍ່ໄດ້, ຈຶ່ງໄປຮຽນບໍລິຫານທຸລະກິດນຳຫມູ່.
-
11 ປີຕໍ່ມາ, ນ້ອງສາວຂ້າພະເຈົ້າຈົບ ມ. 7 ກໍມີຄຳຖາມເຊັ່ນດຽວ
“ບໍ່ຮູ້ຊິຮຽນຫຍັງ?”
-
ຂ້າພະເຈົ້າ ຫລື ນ້ອງສາວຈະຮຽນຫຍັງບໍ່ແມ່ນປະເດັນສຳຄັນ
ແຕ່ສິ່ງທີ່ຫນ້າສົນໃຈແມ່ນ: ຍ້ອນຫຍັງນັກຮຽນຈົບ ມ 7 ຈຶ່ງບໍ່ຮູ້ຊິຮຽນຫຍັງ?
-
ຂ້າເຈົ້າເບິ່ງວ່າມີຫລາຍປັດໃຈ
ຫນຶ່ງ
ການຂາດຂໍ້ມູນຂ່າວສານ
ມັນອາດເກີດຈາກຫລາຍສາຍເຫດ ເຊັ່ນ
- ຂາດການແນະນຳຈາກຄູອາຈານ -
ຂ້າພະເຈົ້າເຄີຍໄດ້ຍິນວ່າຢູ່ປະເທດໄທມີ “ຄູແນະແນວ”
ຫມາຍເຖິງອາຈານທີ່ໃຫ້ຄຳແນະນຳນັກຮຽນ ມ.ປາຍ ກ່ຽວກັບການເລືອກສາຂາຮຽນຕໍ່ໃນຂັ້ນມະຫາວິທະຍາໄລ
ແນະນຳໃຫ້ເລືອກຢ່າງສອດຄ່ອງກັບຄວາມສາມາດຂອງນັກຮຽນ
ໄດ້ຍິນມາດົນແລ້ວ… ຄິດວ່າ ຢູ່ລາວເຮົາຄວນຈະນຳໃຊ້ວິທີການແບບນີ້ຫນ້າຈະດີ
- ນັກຮຽນຂາດການເບິ່ງກວ້າງມອງໄກ -
ການເລັ່ງຮຽນຮູ້ແຕ່ຢູ່ຕຳລາກໍເປັນສາຍເຫດຫນຶ່ງຂອງການຂາດຂໍ້ມູນຂ່າວສານ, ເນື່ອງຈາກຕຳລາຮຽນບໍ່ໄດ້ບອກກ່ຽວກັບວ່າ
ຢູ່ລະດັບມະຫາວິທະຍາໄລຂະເຈົ້າຮຽນຫຍັງແນ່
ຫລື ມີອາຊີບຫຍັງແດ່ຢູ່ລາວເຮົາ ແລະ ຢູ່ຕ່າງປະເທດ
ລວມເຖິງ ຖ້າຢາກເຮັດວຽກນັ້ນວຽກນີ້ ຄວນຮຽນສາຍໃດ
ແລະ ຖ້າເລືອກຮຽນສາຍນີ້ ເຮົາຄວນມີຄວາມສາມາດ ຫລື ຄວາມມັກວິຊາໃດທີ່ກຳລັງຮຽນຢູ່ຫ້ອງ ມ 7
ການຮຽນເພີ່ມຕອນຄຳ່ ແລະ ວັນເສົາອາທິດກໍເປັນສາຍເຫດອີກອັນຫນຶ່ງ
ສິ່ງທີ່ຂ້າພະເຈົ້າພໍຊິເຮັດໃດໃນຕອນນີ້ ແລະ ວິນາທີນີ້ກໍຄື
ການພະຍາຍາມບັນທຶກຂໍ້ມູນຂ່າວສານຕ່າງໆເຂົ້າໃນເວັບໄຊ້ນີ້
ມີໂອກາດກະຊິຊອກເອົາບັນດາອາຊີບຕ່າງໆມາເລົ່າຊູ່ຟັງ
ຮັກແພງ
No comments:
Post a Comment