Friday, August 31, 2012

ວິທີການສອນ


ວິທີການສອນ
      ໃນປັດຈຸບັນ ມີວິທີສອນຕ່າງໆ ຫລາຍວິທີ, ແຕ່ລະວິທີ ຈະມີລັກສະນະສະເພາະ, ມີຈຸດເດັ່ນ ແລະ ຂໍ້ຈຳກັດ ຫລື ຈຸດດ້ອຍ
ແຕກຕ່າງກັນໄປ. ໃນທີ່ນີ້ ຈະເວົ້າເຖິງວິທີສອນທີ່ສຳຄັນບາງວິທີ ໄດ້ແກ່ :
                   - 
ການ​ສອນ​ແບບ​ບັນຍາຍ ( Lecture )
                   - 
ການ​ສອນ​ແບບ​ອະພິປາຍ ( Discussion )
                   - 
ການ​ສອນ​ແບບ​ສຳ​ມະ​ນາ ( Seminar )
                   - 
ການ​ສອນ​ແບບ​ຕິວ ( Tutorial )
                   - 
ການ​ສອນ​​ໂດຍ​ການສະ​ແດງ​ບົດບາດ​ສົມມຸດ ( Role Playing )
                   - 
ການ​ສອນ​ໂດຍ​ໃຊ້​ເກ​ມຈຳລອງ​ສະຖານະ​ການ ( Simulation Gaming )
                   - 
ການ​ສອນ​ໂດຍ​ການ​ລະດົມ​ຄວາມ​ຄິດ ( Brainstorming )
                   - 
ການ​ສອນ​ແບບ​ຄົ້ນ​ພົບ​ຄວາມ​ຮູ້ ( Discovery )
                   - 
ການສ​ອນແບບ​ແກ້​ບັນຫາ ( Problem Solving )
                   - 
ການ​ສອນ​ແບບ​ປະຕິບັດ​ການ ( Laboratory )
                   - 
ການ​ສອນ​ໂດຍ​ໃຊ້​ເຄື່ອງ​ປະຈັກ​ຕາ ( Audio-Visual )
                   - 
ການ​ສອນ​ໂດຍ​ໃຊ້​ຄຳ​ຖາມ

    1. 
ການສອນແບບບັນຍາຍ ( Lecture )
           
ການສອນແບບບັນຍາຍ ເປັນວິທີສອນ ທີ່ເກົ່າແກ່ທີ່ສຸດ ມີລັກສະນະດັ່ງນີ້ :
            1/. 
ຜູ້ສອນເປັນຜູ້ຖ່າຍທອດຄວາມຮູ້ແກ່ຜູ້ຮຽນ ໃນຮູບຂອງການບອກ ເລົ່າ ຫລື ອະທິບາຍ
            2/. 
ຜູ້ຮຽນເປັນຝ່າຍຟັງ ອາດຈົດບັນທຶກເນື້ອໃນສຳຄັນ. ຖ້າເປັນການສອນແບບບັນຍາຍລ້ວນ ໃນລະຫວ່າງ
                 
ການບັນຍາຍ ຜູ້ຮຽນຈະບໍ່ມີໂອກາດຖາມຄຳຖາມ ຫລື ວິພາກວິຈານ
            3/. 
ມຸ່ງຖ່າຍທອດຄວາມຮູ້ ( Didactic or Instructional ) ແລະ / ຫລື ມຸ່ງໃຫ້ເກີດຄວາມຢາກຮູ້ ( Inspirational )

                 
ຂໍ້ດີ :
                  (1) 
ປະຫຍັດ ເພາະສາມາດໃຊ້ສອນກັບຜູ້ຮຽນຈຳນວນຫລາຍໆ ໄດ້
                  (2) 
ຜູ້ສອນສາມາດນຳເອົາຈຸດເດັ່ນ ຈາກປຶ້ມຫລາຍໆ ຫົວ ມາສະຫລຸບ, ປະສົມປະສານກັນ
                  (3) 
ໃນເນື້ອໃນທີ່ຫຍຸ້ງຍາກ ການອະທິບາຍ ຈະເຮັດໃຫ້ເຂົ້າໃນໄດ້ໄວຂຶ້ນ ຂະນະທີ່ການຄົ້ນຄວ້າດ້ວຍຕົນເອງ
                        
ອາດຫຍຸ້ງຍາກ ໃຊ້ເວລາດົນ ຫລື ອາດບໍ່ເຂົ້າໃຈກໍໄດ້
                  (4)  
ຜູ້ຮຽນໄດ້ມີໂອກາດຟັງຄວາມຄິດເຫັນ ແລະ ເກີດແຮງຈູງໃຈຈາກການຟັງຜູ້ຮູ້ ໃນສາຂາວິຊານັ້ນໆ

                 
ຂໍ້ຈຳກັດ ຫລື ຈຸດດ້ອຍ :
                        
ການສອນແບບບັນຍາຍ ຈະຂາດປະສິດທິພາບໄດ້ງ່າຍ ເນື່ອງຈາກສາເຫດຕໍ່ໄປນີ້ :
                  (1)  
ໃຊ້ການບັນຍາຍເລື້ອຍໆ ໂດຍບໍ່ໄດ້ພິຈາລະນາຄວາມເໝາະສົມ ຂອງເນື້ອໃນ, ລັກສະນະຜູ້ຮຽນ
                  (2)  
ຜູ້ສອນບໍ່ໄດ້ວາງແຜນ ແລະ ຕຽມການບັນຍາຍຢ່າງດີ
                  (3)  
ບັນຍາຍດົນເກີນໄປ ໃນແຕ່ລະຄັ້ງ ເຮັດໃຫ້ຜູ້ຟັງຂາດສະມາທິ ແລະ ເບື່ອ
                  (4)  
ບໍ່ໄດ້ໃຊ້ສື່ການສອນ ເຊັ່ນ ເຄື່ອງປະຈັກຕາ, ເຄື່ອງສາຍ LCD ​ແລະ ບໍ່​ໄດ້​ໃຊ້​ເຕັກນິກ ຫລື ກິດຈະກຳ
                        
ອື່ນໆ ສະຫລັບ​ກັບ​ການ​ບັນຍາຍ
                  (5)  
ບໍ່​ສະດວກ​ຕໍ່​ການ​ຮຽນ​ຮູ້ ​ໃນ​ລະດັບ​ການ​ວິ​ເຄາະ ວິ​ໄຈ ຊຶ່ງ​ເປັນຄວາມ​ສາມາດ​ຂັ້ນ​ສູງ
                  (6)  
ຈະ​ບໍ່​ຄ່ອຍ​ເກີດ​ການ​ພັດທະນາ ດ້ານ​ທັດສະນະ​ຄະຕິ ​ແລະ ທັກ​ສະ

   
2.  ການ​ສອນ​ແບບ​ອະພິປາຍ ( Discussion )
               
ການ​ສອນ​ແບບ​ອະພິປາຍ​ ຄື​ການ​ສອນ​ທີ່​ມີ​ລັກສະນະ​ດັ່ງ​ນີ້ :
         1/. 
ຜູ້​ຮຽນ​ແລກປ່ຽນ​ຄວາມ​ຄິດ​ເຫັນ ກ່ຽວ​ກັບ​ສິ່ງ​ທີ່​ຮຽນ. ຄວາມ​ຄິດ​ເຫັນ​ທີ່​ສະ​ເໜີ ອາດ​ໄດ້​ມາ​ຈາກ​ປະສົບ​ການ,
              
ການ​ສຶກສາ​ຄົ້ນຄວ້າ, ການ​ພິຈາ​ລະນາ​ໄຕ່ຕອງ, ການ​ວິ​ເຄາະ
         2/. 
ການສະ​ເໜີ​ຄວາມ​ຄິດ​ເຫັນ ຈະ​ບໍ່​ຢູ່​ໃນ​ຮູບ​ສະຫລຸບ​ຜົນ​ປະ​ເມີນ​ສັ້ນໆ ວ່າ ຖືກ-ຜິດ, ສຳຄັນ-ບໍ່​ສຳຄັນ... ​ແຕ່​ຈະ​ເປັນ
              
ຄວາມ​ຄິດ​ເຫັນ ທີ່​ເປັນ​ຄຳ​ຊີ້​ແຈງ ​ໂດຍ​ຫລັກ​ເຫດຜົນ ​ແລະ ມີ​ຫລັກ​ຖານ​ສະໜັບສະໜູນ ຫລື ຢ່າງ​ໃດ​ຢ່າງ​ໜຶ່ງ.

              
ການ​ສອນ​ແບບ​ອະພິປາຍ ມີ​ຫລາຍ​ຮູບ​ແບບ, ​ແຕ່ລະ​ຮູບ​ແບບ ຈະ​ມີ​ລັກສະນະ​ສະ​ເພາະ ຂອງ​ຕົນ​ເອງ. ຮູບ​ແບບ
        
ຕ່າງໆ ຂອງ​ການ​ສອນ​ແບບ​ອະພິປາຍ ​ໄດ້​ແກ່ :  ການ​ອະພິປາຍ ທັງ​ຫ້ອງ​ຮຽນ, ການ​ອະພິປາຍ​ແບບ​ໂຕ້​ວາທີ, ການ
        
ອະພິ​ປາບ​ເປັນ​ຄະນະ, ການ​ອະພິປາຍ​ຍ່ອຍ, ການ​ອະພິປາຍ​ກຸ່ມ​ໃຫຍ່ ​ເປັນ​ຕົ້ນ.

  
3.  ການ​ສອນ​ແບບ​ສຳ​ມະ​ນາ ( Seminar )
              
ການ​ສອນ​ແບບ​ສຳ​ມະ​ນາ ຄື​ການ​ສອນ​ທີ່​ມີ​ລັກສະນະ​ດັ່ງ​ນີ້ :
         1/. 
ຜູ້​ຮຽນ​ສຶກສາ​ຄົ້ນຄວ້າ​ໃຫ້​ເລີກ​ຊຶ້ງ ​ແລ້ວ​ມາສະ​ເໜີ​ເພື່ອ​ອະພິປາຍ
         2/. 
​ເລື່ອງທີ່​ຈະ​ສຳ​ມະ​ນາ ອາດ​ເປັນ​ເລື່ອງ​ດຽວ ຫລື ຫລາຍ​ເລື່ອງ ​ໂດຍ​ເລືອກ​ຕາມ​ຄວາມ​ສົນ​ໃຈ​ກໍ​ໄດ້
         3/. 
​ໃນ​ການ​ສຶກສາ​ຄົ້ນຄວ້າ ອາດ​ໃຊ້​ວິທີ​ໃດ​ວິທີ​ໜຶ່ງ ຫລື​ຫລາຍ​ວິທີ​ຮ່ວມ​ກັນ ​ເຊັ່ນ ສຶກສາ​ຈາກ​ປຶ້ມ​ຕຳລາ, ​ເອກະສານ,
               
ວາລະສານ​ຕ່າງໆ, ສຶກສາ​ຈາກ​ຜູ້​ຊ່ຽວຊານ, ທຳ​ການ​ທົດ​ລອງ ຫລື ວິ​ໄຈ, ສຶກສາ​ຈາກ​ຂອງ​ແທ້ ​ແລະ ອື່ນໆ.

    4. 
ການ​ສອນ​ແບບ​ຕິວ ( Tutorial )
                
ການ​ສອນ​ແບບ​ຕິວ ຄື​ການ​ສອນ​ກຸ່ມ​ຍ່ອຍ ຫລື ການ​ສອນ​ລາຍ​ບຸກຄົນ ​ໂດຍ​ມີ​ຄູ​ເປັນ​ຜູ້​ສອນ ຫລື ຜູ້​ຮຽຮທີ່​ຮຽນ​ເກັ່ງ
        
​ໃນ​ເລື່ອງ​ນັ້ນ ​ເປັນ​ຜູ້​ສອນ, ອາດ​ສອນ​ໃນ​ເລື່ອງ​ໃໝ່ ຫລື ສອນ​ບົດ​ທົບ​ທວນ ຈາກ​ທີ່​ໄດ້​ຟັງ​ບັນຍາຍ​ໃນ​ເລື່ອງ​ນັ້ນ​ມາ​ແລ້ວ.
        
    5. 
ການ​ສອນ ​ໂດຍ​ການສະ​ແດງ​ບົດບາດ​ສົມມຸດ ( Role Playing )
                 
ການ​ສອນ​ໂດຍ​ສະ​ແດງ​ບົດບາດ​ສົມມຸດ ຄື​ເຕັກນິກ​ການ​ສອນ ທີ່​ໃຫ້​ຜູ້​ຮຽນ​ສະ​ແດງ​ບົດບາດ ​ໃນ​ສະຖານະ​ການ
        
ທີ່​ສົມມຸດ​ຂຶ້ນ ນັ້ນ​ຄື​ສະ​ແດງ​ບົດບາດ​ທີ່​ນຳ​ໜົດ​ໃຫ້.  

    6. 
ການ​ສອນ ​ໂດຍ​ໃຊ້​ເກ​ມຈຳລອງ​ສະຖານະ​ການ ( Simulation Gaming )
                 
ການ​ສອນ​ແບບ​ເກ​ມຈຳລອງ​ສະຖານະ​ການ ​ເປັນ​ວິທີ​ສອນ​ທີ່​ພັດທະນາ​ມາ​ຈາກ ການສະ​ແດງ​ບົດບາດ​ສົມມຸດ,
        
ການ​ຫລິ້ນ​ເກ​ມ ​ແລະ ການ​ຈຳລອງ​ສະຖານະ​ການ. ການ​ຈຳລອງ​ສະຖານະ​ການ ຄື​ວິທີ​ສອນ​ທີ່​ຜູ້​ສອນ ນຳ​ເອົາ​ສະຖານະ​ 
        
ການຈິງ ມາ​ຈຳລອງ​ໄວ້​ໃນ​ຫ້ອງ​ຮຽນ ພະຍາຍາມ​ໃຫ້​ມີ​ສະພາບ​ເໝືອນ​ຈິງ​ທີ່​ສຸດ ​ແລະ ກຳນົດ​ກະຕິ​ກາ, ກົດ ຫລື ​ເງື່ອນ​ໄຂ 
        
ສຳລັບ​ເກ​ມນັ້ນ ​ແລ້ວ​ແບ່ງ​ຜູ້​ຮຽນ​ອອກ​ເປັນ​ກຸ່ມໆ ​ເຂົ້າ​ໄປ​ແຂ່ງຂັນ ຫລື ຫລິ້ນ​ໃນ​ສະຖານະ​ການ​ຈຳລອງ​ນັ້ນ. ຜູ້​ຮຽນ
        
ຈະ​ຕ້ອງ​​ພົບ​ກັບ​ບັນຫາ ​ແລະ ຕ້ອງ​ແຂ່ງຂັນ​ກັບ​ຝ່າຍ​ກົງກັນຂ້າມ ຈຶ່ງ​ຕ້ອງ​ມີ​ການ​ຕັດສິນ​ໃຈ ຂອງ​ກຸ່ມ​ເພື່ອ​ມຸ່ງ

No comments:

Post a Comment