GDP ຫຍໍ້ມາກຈາກ Gross
Domestic Product ແປວ່າ ຜະລິດຕະພັນລວມພາຍໃນ
GDP ແມ່ນມູນຄ່າຜະລິດຕະພັນ ແລະ
ການບໍລິການຂັ້ນສຸດທ້າຍທີ່ຜະລິດພາຍໃນປະເທດໃນຊ່ວງເວລາຫນຶ່ງໆ
ການຄິດໄລ່ GDP ແມ່ນເພື່ອເຮັດໃຫ້ເຮົາຮູ້ເຖິງ
ມູນຄ່າການຊື້ຂາຍໃນເສດຖະກິດທີ່ເກີດຂຶ້ນພາຍໃນປະເທດໃນຊ່ວງເວລາຫນຶ່ງໆ
ຖ້າເຮົາຢາກຮູ້ວ່າ ເສດຖະກິດຂອງປະເທດເຮົາ
ດີຫລືບໍ່ດີ ແມ່ນເບິ່ງ GDP ນີ້ແຫລະ
ການຄິດໄລ່ຫາ GDP ມີ 3 ວິທີ
1) ການຄິດໄລ່ຈາກ ຜະລິດຕະພັນ – Product / output
approach
2) ການຄິດໄລ່ຈາກ ລາຍຮັບ – Income approach
3) ການຄິດໄລ່ຈາກ ລາຍຈ່າຍ – Expenditure
approach
ໃນທາງທິດສະດີແລ້ວ ທັງ 3 ວິທີແມ່ນໃຫ້ຜົນໄດ້ຮັບຄືກັນ
ການຄິດໄລ່ຈາກ ຜະລິດຕະພັນ ແມ່ນ
ການລວມເອົາຜະລິດຕະພັນທັງຫມົດທີ່ຜະລິດຈາກບັນດາຫົວຫນ່ວຍທຸລະກິດ
ການຄິດໄລ່ຈາກ ລາຍຈ່າຍ ແມ່ນການຄິດໄລ່ GDP ທາງອ້ອມ ເຊິ່ງຕັ້ງຢູ່ໃນຫລັກການທີ່ວ່າ
ຜະລິດຕະພັນທີ່ຜະລິດອອກມານັ້ນ ຕ້ອງມີຄົນຊື້
ສະນັ້ນ ມູນຄ່າລວມຂອງຜະລິດຕະພັນທັງຫມົດ
ຈະຕ້ອງເທົ່າກັນກັບ ລາຍຈ່າຍລວມຂອງຄົນທີ່ຊື້
ການຄິດໄລ່ຈາກ ລາຍຮັບ
ແມ່ນຕັ້ງຢູ່ໃນຫລັກການທີ່ວ່າ ລາຍຮັບຂອງຜູ້ຜະລິດ ຈະຕ້ອງເທົ່າກັນກັບມູນຄ່າຂອງຜະລິດຕະພັນຂອງເຂົາເຈົ້າ, ເຊິ່ງເຮົາສາມາດຄິດໄລ່ GDP ຈາກການ
ລວມເອົາລາຍຮັບຂອງຜູ້ຜະລິດທັງຫມົດເຂົ້າກັນ
ຕົວຢ່າງ ສູດຄິດໄລ່ GDP ດ້ວຍວິທີການຄິດໄລ່ຈາກ
ລາຍຈ່າຍ
GDP = private consumption + gross investment + government spending
+ (export – import)
GDP = ລາຍຈ່າຍຂອງພາກເອກະຊົນ + ການລົງທຶນ + ລາຍຈ່າຍຂອງພາກລັດ +
(ມູນຄ່າການສົ່ງອອກ – ມູນຄ່າການນຳເຂົ້າ)
ໂຕຫຍໍ້ GDP
= C + I + G + (X – M)
ສະຖິຕິ GDP ຂອງປະເທດລາວ

ສະຖິຕິ GDP
ຂອງປະເທດລາວ
ເສັ້ນສະແດງຂ້າງເທິງຊີ້ໃຫ້ເຫັນວ່າ GDP ຂອງປະເທດລາວແມ່ນມີມູນຄ່າເກືອບ 6 ພັນລ້ານໂດລາ (5.9 Billion USD) ໃນປີ 2009
ໃນປີ 1985
ຫາ 1988 ມູນຄ່າ GDP ທີ່ທ່າອ່ຽງຫລຸດລົງຢ່າງຕໍ່ເນື່ອງ, ສາຍເຫດເກີດຈາກລະບົບເສດຖະກິດທີ່ວາງແຜນຈາກສູນກາງ (Centrally Planned Economy) ພາໃຫ້ຜົນຜະລິດຕົກຕຳ່
1988 – 1996 ມູນຄ່າ GDP ມີທ່າອ່ຽງຂະຫຍາຍໂຕ
ເນື່ອງຈາກການຫັນສູ່ລະບົບເສດຖະກິດຕະຫລາດ
1997 – 1998 ຜົນກະທົບຈາກວິກິດເສດຖະກິດ ຫລື ວິກິດທາງການເງິນໃນ Asia
ພາຍຫລັງປີ 1998 ມີການຂະຫຍາຍໂຕຢ່າງຕໍ່ເນື່ອງ
ແຫລ່ງທີ່ມາ:
No comments:
Post a Comment