Tuesday, August 28, 2012

3 ເສົາຄໍ້າການພັດທະນາຂະແຫນງການຄ້າ ແລະ ພາກເອກະຊົນ


 ການພັດທະນາຂະແຫນງການຄ້າແລະພາກເອກະຊົນແມ່ນອີງໃສ່ສາມເສົາຄໍ້າຄື: ສະພາບແວດລ້ອມດ້ານການລົງທຶນແລະການຄ້າທີ່ເອື້ອອຳນວຍໄດ້ຮັບການສ້າງຂຶ້ນ; ຄວາມສາມາດການແຂ່ງຂັນ  , ຄຸນນະພາບ ແລະ ມູນຄ່າຂອງບັນດາຂະແຫນງການທີ່ບໍ່ແມ່ນຊັບພະຍາກອນທຳມະຊາດໄດ້ຮັບການປັບປຸງໃຫ້ດີຂຶ້ນ; ຂອບວຽກກ່ຽວກັບ ການໃຫ້ຄວາມຊ່ວຍເຫລືອດ້ານການຄ້າເພື່ອການຍົກບົດບາດການຄ້າ ແລະ ການພັດທະນາພາກເອກະຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນ.
  ທ່ານ ສິຣິສຳພັນ ວໍຣະຈິດ ຫົວຫນ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າອະທິບາຍວ່າ: ເສົາຄໍ້າທີI ສະພາບແວດລ້ອມດ້ານການລົງທຶນ ແລະ ການຄ້າເອື້ອອຳນວຍໄດ້ຮັບການສ້າງຂຶ້ນ, ປະຈຸບັນສປປລາວພວມຈັດຕັ້ງປະຕິບັດການເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນແລະການເຂົ້າເປັນສະມາຊິກອົງການການຄ້າໂລກ, ຈຸດນີ້ພວກເຮົາຕ້ອງໄດ້ຫມູນໃຊ້ ແລະ ຍາດແຍ່ງ ຈາກການເຊື່ອມໂຍງເພື່ອສະຫນັບສະຫນູນການປະຕິຮູບພາຍໃນ(ທຶນ, ສິດທິພິສດ,...) ແລະພາຍໃນກໍ່ສືບຕໍ່ທົບທວນຫລືພັດທະ ນາບັນດາກົດຫມາຍແລະລະບຽບການທີ່ຈຳເປັນໂດຍເນັ້ນຫນັກໃສ່ການຈັດຕັ້ງປະຕິບັດ ແລະ ອື່ນໆ.
  ສ່ວນສະພາບແວດລ້ອມທາງດ້ານທຸລະກິດແມ່ນສືບຕໍ່ປັບປຸງລະບຽບການຕ່າງໆທີ່ກ່ຽວຂ້ອງກັບທຸລະກິດໃຫ້ກະທັດຮັດງ່າຍດາຍ, ປັບປຸງການເຂົ້າຫາແຫລ່ງທຶນ, ການເຂົ້າ ເຖິງແຮງງານທີ່ມີທັກສະສີມືແລະການບໍລິການດ້ານການພັດທະນາທຸລະກິດອື່ນໆ; ຕໍ່ການອຳນວຍຄວາມສະດວກທາງດ້ານການຄ້າແມ່ນເຮັດໃຫ້ຂັ້ນຕອນການນຳເຂົ້າ ແລະ ສົ່ງ ອອກກະທັດຮັດ ຫລື ງ່າຍດາຍເປັນເອກະພາບກັນ ແລະ ນຳໃຊ້ລະບົບອັດຕະໂນມັດ, ປ່ອງບໍລິການປະຕູດຽວແຫ່ງຊາດ...; ດ້ານໂຄງລ່າງພື້ນຖານດ້ານຄຸນນະພາບແຫ່ງຊາດ ແມ່ນເບິ່ງໃນຂອບນິຕິກຳ ແລະ ລະບຽບການ, ແຜນຍຸດທະສາດ ແລະ ການສ້າງຄວາມເຂັ້ມແຂງໃນການສະຫນັບສະຫນູນເພື່ອສົ່ງເສີມການສົ່ງອອກ.
  ເສົາຄໍ້າທີ II ຄວາມສາມາດການແຂ່ງຂັນ, ຄຸນນະພາບແລະມູນຄ່າຂອງບັນດາຂະແຫນງການທີ່ບໍ່ແມ່ນຊັບພະຍາກອນທຳມະຊາດໄດ້ຮັບການປັບປຸງໃຫ້ດີຂຶ້ນຄືການສະຫນັບ ສະຫນູນບັນດາວິສາຫະກິດຂະຫນາດ ນ້ອຍແລະ ກາງທາງດ້ານ ຄຸນນະພາບ ແລະ ຜະລິດຕະພາບໃນການຜະລິດແຕ່ຕ້ອງເບິ່ງຜົນປະໂຫຍດຮ່ວມກັນ, ຜົນປະໂຫຍດຂອງສັງ ຄົມ, ຜົນປະໂຫຍດພາກເອກະຊົນ; ຕາມກົນໄກການຮ່ວມມືລະຫວ່າງພາກລັດແລະພາກທຸລະກິດ ແລະ ບັນດາມາດຕະການສະຫນັບສະຫນູນສະເພາະແກ່ຂະແຫນງການຄື: ທຸລະກິດກະສິກຳ (ຍຸດທະສາດສະເພາະສິນຄ້າ, ດັດສົມຕະຫລາດເພື່ອສົ່ງຜົນປະໂຫຍດຕໍ່ຜູ້ ທຸກຍາກ, ປັບປຸງຕ່ອງໂສ້ມູນຄ່າ...); ຂະແຫນງການທ່ອງທ່ຽວ (ການຕະຫລາດ ກ່ຽວກັບຈຸດຫມາຍປາຍທາງການທ່ອງທ່ຽວ...); ຂະແຫນງຫັດຖະກຳແຜ່ນແພ (ຂີດຄວາມສາມາດດ້ານການອອກແບບ,  ຜະລິດຕະພາບໃນການຜະລິດ..); ເຄື່ອງນຸ່ງຫົ່ມ (ຜະລິດຕະພາບຂອງແຮງງານແລະການຢັ້ງຢືນ...); ການປຸງແຕ່ງໄມ້(ການສະຫນອງວັດຖຸດິບ,   ຜະລິດຕະພາບໃນການຜະລິດ...);ສົ່ງເສີມອຸດສາຫະ  ກຳສຳຮອງທີ່ພັດທະ ນາຂຶ້ນຈາກບັນດາອຸດສາຫະກຳໄຟຟ້າແລະບໍ່ແຮ່.
  ເສົາຄໍ້າທີ III ຂອບວຽກກ່ຽວກັບການໃຫ້ຄວາມຊ່ວຍເຫລືອດ້ານການຄ້າເພື່ອການຍົກສູງບົດບາດການຄ້າ ແລະ ການພັດທະນາພາກເອກະຊົນໃຫ້ໄດ້ຮັບການປັບປຸງດີຂຶ້ນຄື: ຍົກສູງບັນຫາຄວາມທຸກຍາກ,  ບົດບາດຍິງ-ຊາຍ ແລະ ສິ່ງແວດລ້ອມ; ການພັດທະນາຂີດຄວາມສາມາດໃຫ້ກັບສະຖາບັນ, ອົງກອນ; ການພັດທະນາຫນ່ວຍປະຕິບັດງານຂະ ແຫນງການ ແລະ ຍົກສູງບົດບາດເຂົ້າໃນການວາງແຜນພັດທະນາແຫ່ງຊາດ; ຂອບວຽກໃນການຄຸ້ມຄອງການຄ້າ ແລະ ການຊ່ວຍເຫລືອດ້ານການຄ້າ ແລະ ການຈັດຕັ້ງປະຕິ ບັດ; ຕິດຕາມກວດກາ ແລະ ການປະເມີນຜົນຕ້ອງອີງໃສ່ຫມາກຜົນ.

ເສັ້ນທາງສ້າງຝັນ 5 ປັດໄຈ

  ການເຮັດທຸລະກິດຄ້າຍໆກັນກັບການບັນຊາເຮືອບໍ່ໃຫ້ໄຫລຫລືໃຫ້ຕະຫລອດຮອດຝັ່ງເຊິ່ງນັກທຸລະກິດມັກຈະວາດຫວັງໄວ້ເປັນຈຸດໆ. ດ້ວຍເຫດນັ້ນຫລາຍຄົນ ມີຫລາຍວິທີໃນການສະແຫວງຫາໂອກາດແລະຫມູນໃຊ້ໂອກາດ; ອາດຈະສ້າງແຜນຫລືຄິດໄວ້ໃນໃຈເຖິງແນວໃດລ້ວນແຕ່ເປັນບົດຮຽນລາຄາສູງທັງນັ້ນ.
   ທ່ານສຸພົດມະນີຄົງເຈົ້າຂອງກິດຈະການSMP ຜະລິດຕະພັນໄມ້ຢູ່ບ້ານສີມຸງຄຸນເມືອງນາຊາຍທອງນະຄອນຫລວງວຽງຈັນ, ເລີ່ມເຮັດທຸລະກິດເປັນຂອງຕົນເອງມາແຕ່ປີ 1998, ສ້າງຕັ້ງໂຮງງານຜະລິດຕະພັນໄມ້ລົງທຶນໄລຍະເລີ່ມຕົ້ນ(ປີ2000) ມູນຄ່າ50.000 ໂດລາສະຫະລັດ.
   ຜົນງານໃນເມື່ອກ່ອນເປັນທີ່ສົນໃຈແລະຕ້ອງການຂອງຄົນພາຍໃນແລະຕ່າງປະເທດ, ຜະລິດຕະພັນຫລາຍອັນຫລາຍແບບຖືກຮັບເລືອກແລະສົ່ງຜົນໃຫ້ໄດ້ຮັບຫລາຍໆ ລາງວັນຈາກສິ່ງປະດິດງານສີມືອັນປານີດແລະມີການປະຍຸກສະຫລັກແຕ່ງ. ໂດຍການນຳເອົາໄມ້ເສດເຫລືອແລ້ວເຮັດໃຫ້ເກີດຄຸນຄ່ານັບຈາກໄມ້ຖູ່, ສ້ອມ, ບ່ວງ... ກ້າວໄປສູ່ຜະ ລິດຕະພັນຂະຫນາດໃຫຍ່ຫນັກເປັນຮ້ອຍກິໂລ. ແຕ່ຫລັງໆມານີ້ທຸລະກິດຂອງທ່ານເບິ່ງຄືວ່າຢຸດນິ້ງ, ຄົນງານກໍ່ຫລຸດລົງຢ່າງເຫັນຈະແຈ້ງ.
  ເມື່ອເດືອນພຶດສະພາ2012 ນີ້ທີມຂ່າວພວກເຮົາໄດ້ໄປສຳພາດທີ່ໂຮງງານຂອງເພິ່ນ, ຮູ້ໄດ້ວ່າ: ທ່ານມີແຜນສ້າງຫໍວາງສະແດງ-ອະນຸຮັກສິລະປະ-ຫັດຖະກຳລາວເຊິ່ງໂຄງ ການນີ້ຄ່ອຍໆປູພື້ນມາເທື່ອລະຫນ້ອຍໂດຍໄດ້ສ້າງອາຄານໂຮງງານ, ຫ້ອງການ, ອາຄານວາງສະແດງ-ຂາຍ, ສະໂມສອນ, ຫ້ອງປະຊຸມ... ຈຸດປະສົງເພື່ອເປັນສະຖານທີ່ຜະ ລິດແລະວາງສະແດງສິນຄ້າຫັດຖະກຳຫລາກຫລາຍປະເພດເປັນຕົ້ນແມ່ນເຕົ້າໂຮມເອົາຜະລິດຕະພັນສິນຄ້າຫັດຖະກຳຈາກທ້ອງຖິ່ນນຳມາວາງສະແດງ; ສ້າງເປັນສະຖານທີ່ ອະນຸຮັກແລະສົ່ງເສີມສິລະປະຫັດຖະກຳລາວ, ເປັນບ່ອນຝຶກອົບຮົມ-ສຳມະນາ, ທັດສະນະສຶກສາ, ບ່ອນຈັດງານເທດສະການ-ປະເພນີ, ງານລ້ຽງແລະອື່ນໆ. ຄາດຄະເນການ ລົງທຶນລວມມູນຄ່າ1.000.000 ໂດລາສະຫະລັດ.
   ເຫັນການຜະລິດຖົດຖອຍ, ແຕ່ເມື່ອຮູ້ເປົ້າຫມາຍສະເພາະຫນ້າຊ້ຳຜັດຍິ່ງໃຫຍ່ແລະສຳຄັນ, ເຫມືອນດັ່ງຄົນທີ່ຢຸດແລ້ວເດີນຫນ້າໃຫມ່ພ້ອມວາງຈຸດຫມາຍຢູ່ໄກກວ່າເກົ່າ. ຈາກ ບົດຮຽນແລະປະສົບການທີ່ສ້າງສົມມາ, ທ່ານກໍ່ໄດ້ເປີດໃຈໃຫ້ຄວາມຮູ້ຫລືແລກປ່ຽນບົດຮຽນຕໍ່ຜູ້ທີ່ຕ້ອງການຈະເຮັດທຸລະກິດວ່າ: ຈະເຮັດທຸລະກິດໃດຫນຶ່ງມີຫລາຍກໍລະນີທີ່ ກ່ຽວພັນກັນ, ສຳລັບທ່ານແມ່ນອີງໃສ່5 ປັດໄຈເປັນສຳຄັນ:
1. ຕ້ອງມີຄວາມສະຫງວນມັກ(ພອນສະຫວັນ).
2. ຕ້ອງມີຄວາມຮູ້ກ່ຽວກັບສິ່ງທີ່ຈະເຮັດ(ຊັບພະຍາກອນມະນຸດ).
3. ຕ້ອງມີທຶນທີ່ຈະເຮັດ(ປັດໄຈທາງດ້ານວັດຖຸ).
4. ຕ້ອງມີຄວາມກະຕືລືລົ້ນ- ອົດທົນຫລືມີວິໄສທັດ(ຄິດອ່ານການໄກ).
5. ຕ້ອງມີມະນຸດສຳພັນ(ການຕະຫລາດ).
   ນັກທຸລະກິດຫລາຍທ່ານເຄີຍເວົ້າວ່າ: ເດັກນ້ອຍຕອນຮຽນຍ່າງເຖິງຈະພະຍາຍາມກໍ່ຍັງລົ້ມຕັ້ງຫລາຍເທື່ອ, ທັງເຄີຍຮ້ອງໄຫ້ຍ້ອນຄວາມເຈັບປວດແຕ່ທຳມະຊາດຂອງເດັກ ນ້ອຍຈະບໍ່ຍອມງ່າຍໆ... ການເຮັດທຸລະກິດກໍ່ຄ້າຍຄືກັນຫາຍາກທີ່ຈະຄ່ອງຕົວຕັ້ງແຕ່ຕອນເລີ່ມຕົ້ນ. ທີ່ສຳຄັນເມື່ອມີເປົ້າຫມາຍແລ້ວກໍ່ຈົ່ງຮີບລົງມືຕັ້ງແຕ່ດຽວນີ້.​ ດັ່ງທ່ານ ສຸ ພົດທີ່ດຳເນີນທຸລະກິດມາໄດ້10 ກວ່າປີທ່ານມີເປົ້າຫມາຍຢ່າງຄັກແນ່ແຕ່ກໍ່ດຳເນີນໄປຊ້າເພາະມີບັນຫາດ້ານການເງິນ(ປັດໄຈດ້ານວັດຖຸ) ເຖິງແນວໃດທ່ານກໍ່ມີບົດຮຽນສ້າງຝັນ ຂອງຕົນໃຫ້ຄ່ອຍໆເປັນລຳດັບມາດ້ວຍ5 ປັດໄຈດັ່ງທີ່ວ່າມານັ້ນລະທ່ານຜູ້ອ່ານ.

ຫລັກການບໍລິຫານ


  ພາ​ວະ​ຜູ້​ນຳ  (Leadership)   ໝາຍ​ຖຶງ  ກະ​ບວນ​ການ​ໃຊ້​ອິດທິພົນ ເພື່ອ​ໃຫ້​ເກີດ​ການ​ປ່ຽນ​ແປງ​ພຶດຕິກຳ​ຂອງ​ຄົນ ອັນ​ຈະ​ນຳ​ໄປ​ສູ່​ການ​ບັນ​ລຸ​ເປົ້າ​ໝາຍ
               ຜູ້​ນຳ  (Leader) ໝາຍ​ຖຶງ ບຸກ​ຄົນ​ທີ່​ໄດ້ຮັບ​ການ​ແຕ່ງ​ຕັ້ງ​ຫລື​ໄດ້ຮັບ​ການ​ຍົກ​ຍ້ອງ​ໃຫ້ເປັນ​ຫົວ​ໜ້າ​ງານ ໃຫ້ເປັນ​ຜູ້​ຕັດ​ສິນ​ໃຈ ໃຊ້​ອຳນາດ ຈູງ​ໃຈ​ໃຫ້​ບຸກ​ຄົນ​ປະຕິບັດ​ຕາມ
                 ຜູ້​ບໍລິຫານ​ຫລື​ຜູ້​ຈັດການ  (Manager) ໝາຍ​ຖຶງ ຜູ້​ທີ່​ສະແດງ​ບົດ​ບາດ​ໃນ​ການ​ບໍລິຫານ​ທີ່​ເດັ່ນ​ແຈ້ງ 5 ປະ​ການ ຄື ການ​ວາງ​ແຜນ  (Planning) ການ​ຈັດ​ອົງຄ໌​ການ  (Organizing) ການ​ຈັດ​ຄົນ (Staffing) ການ​ນຳ  (Leading) ແລະ​ການ​ຄວບ​ຄຸມ  (Controlling)
ຜູ້​ນຳ​ບາງ​ຄົນ​ບໍ່​ໄດ້​ເປັນ​ຜູ້​ບໍລິຫານ​ແຕ່​ສາມາດ​ສ້າງ​ອິດທິພົນ​ຕໍ່​ກຸ່ມ​ ໄດ້້ແລະ​ຜູ້​ບໍລິຫານ​ບາງ​ຄົນ​ກໍ​ບໍ່​ໄດ້​ເປັນ​ຜູ້​ນຳ​ເພາະ​ພວກເຂົາ​ບໍ່​ສາມາດ​ສ້າງ​ອິດທິພົນ​ຕໍ່​ກຸ່ມ ໃຫ້​ສະແດງ​ພຶດຕິກຳ​ໄປ​ສູ່​ເປົ້າ​ໝາຍ​ ໄດ້
ຄຸນສົມບັດ​ຂອງ​ການ​ເປັນ​ຜູ້​ບໍລິຫານ ແລະ​ຜູ້​ນຳ​ທີ່ດີ
1.
ການ​ເປັນ​ຜູ້​ຮູ້​ຈັກ​ຕົນເອງ (Self realization)
- ຮູ້​ເຖິງ​ຄວາມ​ຕ້ອງ​ການ​ແຫ່ງ​ຕນ
- ຮູ້​ເຖິງ​ວິທີ​ການສ້າງ​ເປົ້າ​ໝາຍ​ແຫ່ງ​ຕົນ ບໍ່​ວ່າ​ໃນ​ຊີວິດ​ສ່ວນ​ຕົວ ຫລື​ງານ
- ຮູ້​ເຖິງ​ຂີດ​ຄວາມ​ສາມາດ​ແຫ່ງ​ຕົນ ທີ່​ຈະ​ກະທຳ​ການ​ໃດ ໆ ໄດ້​ພຽງ​ [ໃ]ດ
- ຮູ້​ເຖິງ​ວິທີ​ການ​ຄວບ​ຄຸມ​ຕົນເອງ ການ​ມີ​ວິ​ໄນ​ໃນ​ການ​ໃຊ້​ຊີວິດ ແລະ​ການເຮັດ​ງານ
- ຮູ້​ເຖິງ​ການ​ປ່ຽນ​ແປງ​ທີ່​ມີ​ຜົນ​ຕໍ່​ຕົນ ແລະ​ການ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ການ​ປ່ຽນ​ແປງ​ນັ້ນ
- ຮູ້​ວ່າ​ຕົນ​ຈະ​ຕ້ອງ​ລົງ​ທຸນ​ຫຍັງ ເພື່ອ​ໃຫ້​ໄດ້​ມາ​ຊຶ່ງ​ສິ່ງ​ຕ້ອງ​ກາລ
- ຮູ້ສຶກ​ໄດ້​ເຖິງ​ຄວາມ​ສຸກ ຄວາມ​ທຸກ ທີ່​ສຳ​ຜັດ​ໄດ້​ດ້ວຍ​ຕົນເອງ​ໂດຍ​ບໍ່​ຕ້ອງ​ມີ​ຜູ້​ໄດ​ມາ​ຊີ້ນຳ
- ຍອມ​ຮັບ​ຄວາມ​ຈິງ​ໄດ້​ທຸກ​ຢ່າງ ບໍ່​ຫລອກ​ຕົວ​ເອງ
2
. ການ​ເປັນ​ຜູ້​ຮູ້​ຈັກ​ການ​ວິ​ເຄາະ​ຫາ​ເຫດ​ແລະ​ຜົນ  (Analytical Mind)
3.
ການ​ເປັນ​ຜູ້​ຮຽນ​ຮູ້​ຕະຫລອດ​ການ  (Life Long Learning)
4.
ຄວາມ​ເຂົ້າໃຈ​ໃນ​ຈິດ​ວິທະຍາ​ກາ​ຮົບ​ລິ​ຫາລ
5.
ການ​ເປັນ​ຄົນ​ດີ "Good Person”
Jack Welch ເຄີຍ​ເວົ້າ​ເຖິງ​ຜູ້​ນຳ​ທີ່​ດີ​ວ່າ​ຄວນ​ປະກອບ​ໄປ​ດ້ວຍ 4E ໄດ້​ ແກ່
- Energy ມີ​ພະລັງ ທຸ້ມເທ ພ້ອມ​ສຳລັບ​ຄວາມ​ປ່ຽນ​ແປງ ແລະ​ພ້ອມ​ທີ່​ຈະ​ກ້າວ​ໄປ​ໄກ​ກວ່າ​ທີ່​ຄົນ​ທົ່ວ​ໄປ​ຈະເຮັດ
- Energize ເສີມ​ແຮງ ຈູງ​ໃຈ ສ້າງ​ພະລັງ​ໃຫ້​ຜູ້​ອື່ນ ຮູ້​ຈັກ​ໃຊ້​ເທກ​ນິກ​ທາງ​ອາລົມ​ໃນ​ການ​ຊ່ວຍ​ກໍ່​ໃຫ້​ເກີດ​ຄວາມ​ໃກ້​ຊິດ
- Edge ຜູ້​ນຳ​ຄວນ​ພ້ອມ​ທີ່​ຈະ​ເຮັດ​ໃນ​ສິ່ງ​ນອກ​ເໜືອ​ໄປ​ຈາກ​ສິ່ງ​ທີ່​ຕົວ​ເອງ​ຖະຫນັດ ກ້າ​ທີ່​ຈະ​ສ່ຽງ ບໍ່-ແມ່ນ​ເຮັດ​ຢູ່​ແຕ່​ເລື່ອງ​ເດີມ 
- Execution ນໍາດ້ວຍ​ການ​ປະຕິບັດ​ເປັນ​ຕົວ​ຢ່າງ  (Lead by Example)
LEADERSHIP ມີ​ຄວາມຫມາຍ​ບົ່ງ​ຊີ້​ເຖິງ​ລັກສະນະ​ຕ່າງ ໆ ຂອງ​ຜູ້​ນຳ​ທີ່​ດີ ເລີ່ມທີ່
L ໝາຍ​ເຖິງ Listen ເປັນ​ຜູ້​ຟັງ​ທີ່​ດີ..
E ຄື Explain ສາມາດ​ອະທິບາຍ​ສິ່ງ​ຕ່າງ ໆ ໃຫ້​ເຂົ້າໃຈ​ໄດ້..
A ຄື Assist ຊ່ວຍ-ເຫລືອ​ເມື່ອ​ຄວນ​ຊ່ວຍ
D ຄື Discuss ຮູ້​ຈັກ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ..
E ຕົວ​ຖັດ​ມາ​ຄື Evaluation ປະ​ເມີນ​ຜົນ​ການ​ປະຕິບັດ​ງານ..
R ຄື Response ແຈ້ງ​ຂໍ້​ມູນ​ຕອບ​ກັບ
S ຄື Salute ທັກ​ທາຍ​ປາ​ໄສ...
H ຄື Health ມີ​ສຸກຂະພາບ​ດີ​ທັງ​ກາຍ​ແລະ​ໃຈ..
I ຄື Inspire ຮູ້​ຈັກ​ກະຕຸ້ນ​ແລະ​ໃຫ້​ກຳ​ລັງ​ໃຈ​ລູກ​ນ້ອງ.. ແລະ​ຕົວ​ສຸດ​ທ້າຍ​ຄື
P ໝາຍ​ເຖິງ Patient ມີ​ຄວາມ​ອົດ​ທົນ​ເປັນ​ເລີດ​ນັ້ນ​ເອງ..
ເພາະ​ສະ​ນັ້ນ ນອກ​ຈາກ​ຈະ​ເຮັດວຽກ​ເກັ່ງ​ແລ້ວ ຫົວ​ໜ້າ​ງານ​ຍັງ​ຕ້ອງ​ມີ​ຄຸນສົມບັດ​ຜູ້​ນຳ​ເຫລົ່າ​ນີ້​ດ້ວຍ ເພື່ອ​ໃຫ້​ບໍລິຫານ​ທັງ​ຄົນ​ແລະ​ງານ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ຜລ ຊ່ວຍ​ໃຫ້​ຜົນ​ຜະລິດ​ຂອງ​ຫນ່ວຍ​ງານ​ສູງ​ຂຶ້ນ​ຕາມ​ໄປ​ດ້ວຍ