Tuesday, August 28, 2012

GDP ແມ່ນຫຍັງ


GDP ຫຍໍ້ມາກຈາກ Gross Domestic Product ແປວ່າ ຜະລິດຕະພັນລວມພາຍໃນ
GDP ແມ່ນມູນຄ່າຜະລິດຕະພັນ ແລະ ການບໍລິການຂັ້ນສຸດທ້າຍທີ່ຜະລິດພາຍໃນປະເທດໃນຊ່ວງເວລາຫນຶ່ງໆ
ການຄິດໄລ່ GDP ແມ່ນເພື່ອເຮັດໃຫ້ເຮົາຮູ້ເຖິງ ມູນຄ່າການຊື້ຂາຍໃນເສດຖະກິດທີ່ເກີດຂຶ້ນພາຍໃນປະເທດໃນຊ່ວງເວລາຫນຶ່ງໆ
ຖ້າເຮົາຢາກຮູ້ວ່າ ເສດຖະກິດຂອງປະເທດເຮົາ ດີຫລືບໍ່ດີ ແມ່ນເບິ່ງ GDP ນີ້ແຫລະ
ການຄິດໄລ່ຫາ GDP ມີ 3 ວິທີ
1) ການຄິດໄລ່ຈາກ ຜະລິດຕະພັນ – Product / output approach
2) ການຄິດໄລ່ຈາກ ລາຍຮັບ – Income approach
3) ການຄິດໄລ່ຈາກ ລາຍຈ່າຍ – Expenditure approach
ໃນທາງທິດສະດີແລ້ວ ທັງ 3 ວິທີແມ່ນໃຫ້ຜົນໄດ້ຮັບຄືກັນ
ການຄິດໄລ່ຈາກ ຜະລິດຕະພັນ ແມ່ນ ການລວມເອົາຜະລິດຕະພັນທັງຫມົດທີ່ຜະລິດຈາກບັນດາຫົວຫນ່ວຍທຸລະກິດ
ການຄິດໄລ່ຈາກ ລາຍຈ່າຍ ແມ່ນການຄິດໄລ່ GDP ທາງອ້ອມ ເຊິ່ງຕັ້ງຢູ່ໃນຫລັກການທີ່ວ່າ ຜະລິດຕະພັນທີ່ຜະລິດອອກມານັ້ນ ຕ້ອງມີຄົນຊື້
ສະນັ້ນ ມູນຄ່າລວມຂອງຜະລິດຕະພັນທັງຫມົດ ຈະຕ້ອງເທົ່າກັນກັບ ລາຍຈ່າຍລວມຂອງຄົນທີ່ຊື້
ການຄິດໄລ່ຈາກ ລາຍຮັບ ແມ່ນຕັ້ງຢູ່ໃນຫລັກການທີ່ວ່າ ລາຍຮັບຂອງຜູ້ຜະລິດ ຈະຕ້ອງເທົ່າກັນກັບມູນຄ່າຂອງຜະລິດຕະພັນຂອງເຂົາເຈົ້າ, ເຊິ່ງເຮົາສາມາດຄິດໄລ່ GDP ຈາກການ ລວມເອົາລາຍຮັບຂອງຜູ້ຜະລິດທັງຫມົດເຂົ້າກັນ
ຕົວຢ່າງ ສູດຄິດໄລ່ GDP ດ້ວຍວິທີການຄິດໄລ່ຈາກ ລາຍຈ່າຍ
GDP = private consumption + gross investment + government spending + (export – import)
GDP = ລາຍຈ່າຍຂອງພາກເອກະຊົນ + ການລົງທຶນ + ລາຍຈ່າຍຂອງພາກລັດ + (ມູນຄ່າການສົ່ງອອກ ມູນຄ່າການນຳເຂົ້າ)
ໂຕຫຍໍ້ GDP = C + I + G + (X – M)
ສະຖິຕິ GDP ຂອງປະເທດລາວ
ສະຖິຕິ GDP ຂອງປະເທດລາວ
ສະຖິຕິ GDP ຂອງປະເທດລາວ
ເສັ້ນສະແດງຂ້າງເທິງຊີ້ໃຫ້ເຫັນວ່າ GDP ຂອງປະເທດລາວແມ່ນມີມູນຄ່າເກືອບ 6 ພັນລ້ານໂດລາ (5.9 Billion USD) ໃນປີ 2009
ໃນປີ 1985 ຫາ 1988 ມູນຄ່າ GDP ທີ່ທ່າອ່ຽງຫລຸດລົງຢ່າງຕໍ່ເນື່ອງ, ສາຍເຫດເກີດຈາກລະບົບເສດຖະກິດທີ່ວາງແຜນຈາກສູນກາງ (Centrally Planned Economy) ພາໃຫ້ຜົນຜະລິດຕົກຕຳ່
1988 – 1996 ມູນຄ່າ GDP ມີທ່າອ່ຽງຂະຫຍາຍໂຕ ເນື່ອງຈາກການຫັນສູ່ລະບົບເສດຖະກິດຕະຫລາດ
1997 – 1998 ຜົນກະທົບຈາກວິກິດເສດຖະກິດ ຫລື ວິກິດທາງການເງິນໃນ Asia
ພາຍຫລັງປີ 1998 ມີການຂະຫຍາຍໂຕຢ່າງຕໍ່ເນື່ອງ
ແຫລ່ງທີ່ມາ:

ການຕະຫລາດແມ່ນຫຍັງ

What is marketing? ການຕະຫລາດແມ່ນຫຍັງ?

ໂດຍສ່ວນຕົວແລ້ວ ເປັນຄົນລືມບົດຮຽນງ່າຍໆ ອາຈານມັກຖາມນັກຮຽນໃນຫ້ອງວ່າ (ສະໄຫມທີ່ຮຽນປະລິນຍາຕີບໍລິຫານທຸລະກິດ) ການຕະຫລາດແມ່ນຫຍັງ? ອືມຈື່ບໍ່ໄດ້.
ຫນ້າແປກທັງໆທີ່ອາຈານບອກແລ້ວຢູ່ໃນປື້ມກະຂຽນໄວ້ຄັກແນ່ວ່າ:
ການຕະຫລາດແມ່ນຂະບວນການທາງທຸລະກິດ ທີ່ເຮັດໃຫ້ຜະລິດຕະພັນ ຫລື ການບໍລິການເຄື່ອນຍ້າຍຈາກຜູ້ຜະລິດ ໄປຫາຜູ້ຂາຍ ຈົນສຸດທ້າຍໄປຫາຜູ້ບໍລິໂພກ
ພາຍຫລັງຈຶ່ງເຂົ້າໃຈວ່າ ຕົນເອງບໍ່ເຂົ້າໃຈຕໍ່ກັບນິຍາມຂ້າງເທິງ ຈຶ່ງເຮັດໃຫ້ລືມ

ໂດຍຕຳແຫນ່ງ ແລະ ຫນ້າທີ່ວຽກປັດຈຸບັນບໍ່ແມ່ນນັກການຕະຫລາດແຕ່ສົນໃຈເປັນການສ່ວນຕົວ ປະກອບກັບໄດ້ມີໂອກາດເປັນຄູເຝິກໃນຫົວຂໍ້ຕ່າງໆເຊັ່ນ ການສ້າງກຸ່ມຜະລິດຂັ້ນຊຸມຊົນ, ການຂຽນແຜນທຸລະກິດ ເຮັດໃຫ້ຕົນເອງຕ້ອງຮູ້ ແລະ ເຂົ້າໃຈຄຳວ່າ ການຕະຫລາດ. ສ່ວນໃຫຍ່ເວລາໄປອະທິບາຍ ມັກເອົາຂໍ້ສັງເກດຕົວຈິງໄປເວົ້າ ເພາະບໍ່ມີປະສົບການໂດຍກົງ.
Market ແປວ່າຕະຫລາດ ໃນທາງການຕະຫລາດມີສອງຄວາມຫມາຍ:
1. ເປັນສະຖານທີ່ແລກປ່ຽນຊື້ຂາຍສິນຄ້າ ເຊັ່ນຕະຫລາດເຊົ້າ, ຕະຫລາດຂົວດິນ
2. ເປັນລູກຄ້າເປົ້າຫມາຍ (ເຮົາອາດເຄີຍໄດ້ຍິນວ່າ ຜະລິດສິນຄ້າອອກມາ ແຕ່ບໍ່ມີຕະຫລາດຮອງຮັບ ເຊິ່ງບໍ່ໄດ້ຫມາຍເຖິງຕະຫລາດເຊົ້າ ຫລື ຕະຫລາດຂົວດິນແນ່ນອນ, ແຕ່ຫາກຫມາຍເຖິງການທີ່ບໍ່ມີຄົນຊື້).
ຄິດພາບເວລາຜູ້ຊື້ຫນຶ່ງຄົນ ມາພົບກັບຜູ້ຂາຍຫນຶ່ງຄົນ ຕ່າງຝ່າຍຕ່າງແລກປ່ຽນ (ສິນຄ້າ ແລະ ເງິນ) ເຊິ່ງກັນ ແລະ ກັນ, ແຕ່ລະຄົນພໍໃຈ ກໍຕ່າງຝ່າຍຕ່າງກັບເຮືອນ.
ແຕ່!!! ໃນຕະຫລາດ ບໍ່ໄດ້ມີຜູ້ຊື້ ແລະ ຜູ້ຂາຍພຽງຜູ້ດຽວຈຶ່ງເຮັດໃຫ້ ຕ່າງຝ່າຍຕ່າງຢາກໄດ້ສິ່ງທີ່ຕົນຕ້ອງການ.
ຜູ້ຂາຍກໍຢາກໄດ້ເງິນຈາກຜູ້ຊື້, ຜູ້ຊື້ກໍຢາກໄດ້ສິນຄ້າລາຄາຖືກ ແລະ ມີຄຸນນະພາບຈາກບັນດາຜູ້ຂາຍ.
ຜູ້ຂາຍ ຈຶ່ງຕ້ອງຮູ້ວິທີທີ່ເຮັດໃຫ້ຕົນໄດ້ຂາຍຫລາຍກວ່າຂູ່ແຂ່ງ ເຊັ່ນ ທ. ແດງ ຂາຍຫມາກໄດ້ຢູ່ຕະຫລາດທົ່ງຂັນຄຳ, ຖ້າລາວຢາກໄດ້ຫມາກໄມ້ໄດ້ຫລາຍ ລາວອາດມີກົນລະຍຸດ (ວິທີການ) ດັ່ງນີ້: ຮັກສາຫມາກໄມ້ໃຫ້ສົດ ແລະ ຂັດເອົາຫມາກເນົ່າອອກ, ຕັ້ງລາຄາໃຫ້ຕຳ່ກວ່າຂູ່ແຂ່ງ, ຕັ້ງຮ້ານຢູ່ບ່ອນທີ່ມີຄົນທຽນຫລາຍໆ, ໃຫ້ສ່ວນຫລຸດລູກຄ້າຜູ້ທີ່ຊື້ຈຳນວນຫລາຍ.
ສິ່ງທີ່ທ້າວແດງເຮັດນັ້ນເພິ່ນເອີ້ນວ່າ????
ຖືກຕ້ອງການຕະຫລາດ ຫລື ຕ່າງປະເທດເພິ່ນເອີ້ນວ່າ Marketing
ເຮົາຕ້ອງເຮັດຫຍັງແນ່ເວລາເຮັດການຕະຫລາດມີ 4 ຢ່າງ ເພິ່ນເອີ້ນວ່າ ສ່ວນປະສົມທາງການຕະຫລາດ (Marketing Mix) ຫລື 4 Ps (ໂຟພີ)
ພີທີ 1: P : Product = ສິນຄ້າ = ການທີ່ທ້າວແດງຮັກສາຫມາກໄມ້ຂອງລາວໃຫ້ສົດ
ພີທີ 2: P : Price = ລາຄາ =ການທີ່ທ້າວແດງຕັ້ງລາຄາຕຳ່ກວ່າຂູ້ແຂ່ງ
ພີທີ 3: Place = ສະຖານທີ່ = ການທີ່ທ້າວແດງຕັ້ງຮ້ານບ່ອນທີ່ມີຄົນທຽວຫລາຍ
ພີທີ 4: Promotion = ການສົ່ງເສີມການຕະຫລາດ = ການທີ່ທ້າວແດງໃຫ້ສ່ວນຫລຸດລູກຄ້າຜູ້ທີ່ຊື້ຈຳນວນຫລາຍ.
ງ່າຍໆ ແບບນີ້ແຫລະຄິດວ່າອາດເຮັດໃຫ້ຫລາຍໆຄົນເຂົ້າໃຈງ່າຍຂຶ້ນເນາະ
ກ່ອນຈາກປັດຈຸບັນທຸລະກິດມີການແຂ່ງຂັນກັນສູງນັກການຕະຫລາດຈຶ່ງພັດທະນາວິທີການໃຫມ່ໆ ຈຶ່ງພາໃຫ້ການຕະຫລາດມີຄວາມສະຫລັບຊັບຊ້ອນຂຶ້ນຫລາຍ, ເຊັ່ນປັດຈຸບັນອາດມີຫລາຍກວ່າ ສີ່ພີ.
ສິ່ງທີ່ເຮົາເຮັດໃດ  (ຖ້າຢາກເຮັດ) ກໍຄືການຕິດຕາມຂ່າວສານ ແລະ ສັງເກດເວລາຜະລິດຕະພັນ ແລະ ການບໍລິການຕ່າງໆ ອອກກົນລະຍຸດໃຫມ່ ແລ້ວຄິດຕໍ່ວ່າ ເປັນຈິ່ງເຂົາຈຶ່ງເຮັດແນວນັ້ນ.
ພົບກັນໃຫມ່ເດີ

ບັນຫານັກຮຽນ ຈົບ ມ. 7 ບໍ່ຮູ້ຊິຮຽນຫຍັງ


ຍ້ອນກັບໄປປີ 2001, ອາວຂ້າພະເຈົ້າມາບອກວ່າ ວູ້ (ຊື່ຂ້າພະເຈົ້າ) ໄປຮຽນເສດຖະສາດກັບ ນາມ (ຊື່ພີ່ນ້ອງຂ້າພະເຈົ້າ) ບໍ່?”
ຂ້າພະເຈົ້າຖາມລາວວ່າ ເສດຖະສາດແມ່ນຫຍັງ?​”
ມັນກ່ຽວກັບເສດຖະກິດລາວອະທິບາຍຕື່ມ
ຮຽນກະຮຽນຂ້າພະເຈົ້າຕອບ (ຄຳອະທິບາຍຂ້າງເທິງບໍ່ໄດ້ຊ່ວຍຫຍັງຫລາຍ, ແຕ່ຂ້າພະເຈົ້າກໍຄິດບ່ໍອອກວ່າຊິຮຽນຫຍັງ)
ແຕ່ເມື່ອມາວຽງຈັນກໍເສັງເຂົ້າບໍ່ໄດ້, ຈຶ່ງໄປຮຽນບໍລິຫານທຸລະກິດນຳຫມູ່.
-
11  ປີຕໍ່ມາ, ນ້ອງສາວຂ້າພະເຈົ້າຈົບ ມ. 7 ກໍມີຄຳຖາມເຊັ່ນດຽວ
ບໍ່ຮູ້ຊິຮຽນຫຍັງ?”
-
ຂ້າພະເຈົ້າ ຫລື ນ້ອງສາວຈະຮຽນຫຍັງບໍ່ແມ່ນປະເດັນສຳຄັນ
ແຕ່ສິ່ງທີ່ຫນ້າສົນໃຈແມ່ນ: ຍ້ອນຫຍັງນັກຮຽນຈົບ ມ 7 ຈຶ່ງບໍ່ຮູ້ຊິຮຽນຫຍັງ?
-
ຂ້າເຈົ້າເບິ່ງວ່າມີຫລາຍປັດໃຈ
ຫນຶ່ງ
ການຂາດຂໍ້ມູນຂ່າວສານ
ມັນອາດເກີດຈາກຫລາຍສາຍເຫດ ເຊັ່ນ
ຂາດການແນະນຳຈາກຄູອາຈານ -
ຂ້າພະເຈົ້າເຄີຍໄດ້ຍິນວ່າຢູ່ປະເທດໄທມີ ຄູແນະແນວ
ຫມາຍເຖິງອາຈານທີ່ໃຫ້ຄຳແນະນຳນັກຮຽນ ມ.ປາຍ ກ່ຽວກັບການເລືອກສາຂາຮຽນຕໍ່ໃນຂັ້ນມະຫາວິທະຍາໄລ
ແນະນຳໃຫ້ເລືອກຢ່າງສອດຄ່ອງກັບຄວາມສາມາດຂອງນັກຮຽນ
ໄດ້ຍິນມາດົນແລ້ວຄິດວ່າ ຢູ່ລາວເຮົາຄວນຈະນຳໃຊ້ວິທີການແບບນີ້ຫນ້າຈະດີ
- ນັກຮຽນຂາດການເບິ່ງກວ້າງມອງໄກ -
ການເລັ່ງຮຽນຮູ້ແຕ່ຢູ່ຕຳລາກໍເປັນສາຍເຫດຫນຶ່ງຂອງການຂາດຂໍ້ມູນຂ່າວສານ, ເນື່ອງຈາກຕຳລາຮຽນບໍ່ໄດ້ບອກກ່ຽວກັບວ່າ
ຢູ່ລະດັບມະຫາວິທະຍາໄລຂະເຈົ້າຮຽນຫຍັງແນ່
ຫລື ມີອາຊີບຫຍັງແດ່ຢູ່ລາວເຮົາ ແລະ ຢູ່ຕ່າງປະເທດ
ລວມເຖິງ ຖ້າຢາກເຮັດວຽກນັ້ນວຽກນີ້ ຄວນຮຽນສາຍໃດ
ແລະ ຖ້າເລືອກຮຽນສາຍນີ້ ເຮົາຄວນມີຄວາມສາມາດ ຫລື ຄວາມມັກວິຊາໃດທີ່ກຳລັງຮຽນຢູ່ຫ້ອງ ມ 7
ການຮຽນເພີ່ມຕອນຄຳ່ ແລະ ວັນເສົາອາທິດກໍເປັນສາຍເຫດອີກອັນຫນຶ່ງ
ສິ່ງທີ່ຂ້າພະເຈົ້າພໍຊິເຮັດໃດໃນຕອນນີ້ ແລະ ວິນາທີນີ້ກໍຄື
ການພະຍາຍາມບັນທຶກຂໍ້ມູນຂ່າວສານຕ່າງໆເຂົ້າໃນເວັບໄຊ້ນີ້
ມີໂອກາດກະຊິຊອກເອົາບັນດາອາຊີບຕ່າງໆມາເລົ່າຊູ່ຟັງ
ຮັກແພງ

ຕະຫລາດຮຸ້ນແມ່ນຫຍັງ


What is Stock Exchange? ຕະຫລາດຮຸ້ນແມ່ນຫຍັງ?

ຫລາຍຄົນອາດຮູ້ແລ້ວວ່າ ປະເທດລາວຈະມີ ຕະຫລາດຮຸ້ນ ໃນວັນທີ 10 ເດືອນ 10 ປີ 2010.
ຕະຫລາດຮຸ້ນນີ້ເກີດຈາກການຮ່ວມທຶນລະຫວ່າງ ລັດຖະບານລາວ ແລະ ຕະຫລາດຮຸ້ນຂອງປະເທດເກົາຫລີໃຕ້. ຜ່ານມາ ມີການຮ່າງລະບຽບ ແລະ ຂໍ້ກຳນົດ ປັດຈຸບັນຄິດວ່າສຳເລັດແລ້ວ, ມີການສົ່ງພະນັກງານໄປເຝິກອົບຮົມທີ່ປະເທດເກົາຫລີ ແລະ ສົ່ງໄປສຶກສາລະບຽບການທີ່ປະເທດໄທ.
ນອກຈາກນັ້ນ ຍັງມີການເຝິກອົບຮົມຜູ້ທີ່ສົນໃຈຢາກເປັນ ນາຍຫນ້າຄ້າຮຸ້ນ ຫລື Broker”.
ອະແຮ່ມ! ຂ້າພະເຈົ້າກໍມີໂອກາດໄດ້ເຂົ້າຮ່ວມເຊັ່ນກັນ.
CMIP – Certified Moder Investment Professional ແປເປັນລາວວ່າ ຫລັກສູດຜູ້ຊ່ຽວຊານດ້ານການລົງທຶນ. ເປັນຫລັກສູດທຳອິດກ່ຽວກັບຕະຫລາດຮຸ້ນ ທີ່ນຳເຂົ້າມາສິດສອນຢູ່ລາວ.
ຕະຫລາດຮຸ້ນແມ່ນບ່ອນລະດົມທຶນຈາກຜູ້ທີ່ມີເງິນເຫລືອ (ນັກລົງທຶນ) ແລ້ວສົ່ງຕໍ່ໃຫ້ຜູ້ທີ່ຢາກໄດ້ເງິນ (ບໍລິສັດຈົດທະບຽນ) ເພື່ອນຳເງິນໄປໃຊ້ຈ່າຍໃນທາງທຸລະກິດ.
ຟັງເບິ່ງຄືໆກັບທະນາຄານແມ່ນບໍ່? ຄຳຕອບຄື: ຄ້າຍຄື ແຕ່ບໍ່ແມ່ນ
ຍືມເງິນທະນາຄານຕ້ອງຈ່າຍດອກເບ້ຍ ແຕ່ເອົາເງິນຈາກຕະຫລາດຮຸ້ນບໍ່ໄດ້ຈ່າຍດອກເບ້ຍ!!!
ສົມມຸດ: ທ້າງ ທອງດີ  ແລະ ທ້າງ ທອງຄຳ ເປັນເຈົ້າຂອງ ບໍລິສັດຈຸບໆ ຢາກໄດ້ເງິນໄປຂະຫຍາຍທຸລະກິດ, ຕັດສິນໃຈ ນຳບໍລິສັດຂອງພວກເຂົາໄປຈົດທະບຽນທີ່ຕະຫລາດຮຸ້ນ, ຈາກນັ້ນ ບໍລິສັດຈຸບໆ ຈະຖືກເອີ້ນວ່າ ບໍລິສັດຈົດທະບຽນ (ບໍລິສັດທີ່ໄດ້ຮັບການຈົດທະບຽນ).
ບໍລິສັດຈຸບໆ ມີທຶນຈົດທະບຽນຢູ່ 100 ລ້ານກີບ ແບ່ງອອກເປັນສອງຫຸ້ນ, ທ້າວທອງດີຖື 70 % ສ່ວນທ້າວທອງຄຳຖືຮຸ້ນ 30 %. ຈະເຫັນໄດ້ວ່າ ບໍລິສັດມີສອງຮຸ້ນ ແລະ ມີສອງຄົນທີ່ຖືຮຸ້ນ.
ແຕ່ທ້າວທອງດີ ບໍ່ມີເງິນ ຈຶ່ງຕັດສິນໃຈນຳຮຸ້ນຂອງຕົນ ແບ່ງສ່ວນຫນຶ່ງໄປຂາຍທີ່ຕະຫລາດຮຸ້ນ, ຈາກທີ່ເຄີຍມີ 70 %, ທ້າວທອງດີນຳ 20 % ໄປຂາຍທີ່ຕະຫລາດຮຸ້ນ ແລະ ຕົນຍັງເຫລືອ 50 %.
ລະບຽນຂອງຕະຫລາດຮຸ້ນຢູ່ລາວລະບຸໄວ້ວ່າ ຮຸ້ນຫນຶ່ງໆຕ້ອງມີມູນຄ່າບໍ່ເກີນ 100,000 ກີບ, ຮຸ້ນ 20 % ທີ່ທ້າວທອງດີເອົາໄປຂາຍ ມີມູນຄ່າເທົ່າກັບ 20 ລ້ານກີບ. ສະນັ້ນ ຖ້າລາວກຳນົດຮຸ້ນລາຄາ 100, 000 ກີບຕໍ່ຮຸ້ນ ບໍລິສັດຈຸບໆຈະມີຮຸ້ນທີ່ຕະຫລາດຮຸ້ນຢູ່ຈຳນວນ 200 ຮຸ້ນ (ຄິດຈາກ 20,000,000 ລ້ານ ຫານໃຫ້ 100,000 )
ບັນນີ້ ຜູ້ທີ່ມີເງິນເຫລືອ ປົກກະຕິຄົນເຮົາຈະເອົາໄປຝາກທະນາຄານ ຫລື ຝັງຢູ່ກ້ອງຕະລ່າງເຮືອນ. ຖ້າຝາກທະນາຄານຈະໄດ້ດອກເບ້ຍຢູ່ປະມານ 14 %, ແຕ່ຖ້ານຳໄປຊື້ຮຸ້ນ ຈະໄດ້ຜົນຕອບແທນເປັນເງິນປັນຜົນຈາກກຳໄລຂອງຮຸ້ນທີ່ບໍລິສັດທີ່ຕົນຊື້ ເຊິ່ງອາດຫລາຍກວ່າດອກເບ້ຍທີ່ໄດ້ຈາກທະນາຄານ.
ສົມມຸດ ບໍລິສັດຮັ່ງມີ ມີຜົນກຳໄລຢູ່ 1,000 ລ້ານ, ມີຮຸ້ນທັງຫມົດຢູ່ 100 ຮຸ້ນ ແລະ ເຮົາມີຮຸ້ນຂອງບໍລິສັດດັ່ງກ່າວ 1 ຮຸ້ນ ເຮົາກໍຈະໄດ້ຮັບຜົນກຳໄລຢູ່ 1 % ຂອງ 1,000 ລ້ານ ຫລື ເທົ່າກັບ 10 ລ້ານນັ້ນເອງ.
ຈຸດດີຂອງນັກລົງທຶນ (ຜູ້ທີ່ມີເງິນເຫລືອ) ກໍຄື ອາດໄດ້ກຳໄລຫລາຍກວ່າການຝາກເງິນທີ່ທະນາຄານ ສ່ວນຈຸດອ່ອນກໍຄື ຄວາມສ່ຽງສູງກວ່າການຝາກເງິນທີ່ທະນາຄານ ເພາະຖ້າບໍລິສັດຫລຸບທຶນ ເຮົາຈະບໍ່ໄດ້ເງິນ
ຈຸດດີຂອງບໍລິສັດຈົດທະບຽນກໍຄື ບໍ່ຕ້ອງຈ່າຍດອກເບ້ຍ ຄືກັນກັບໄປກູ້ຈາກທະນາຄານ ສ່ວນຈຸດອ່ອນກໍຄື ການແບ່ງອຳນາດການບໍລິຫານໃຫ້ແກ່ບຸກຄົນພາຍນອກ ແລະ ຕ້ອງເປີດເຜີຍຂໍ້ມູນໃຫ້ແກ່ບັນດາຂາຮຸ້ນຮູ້ ເຊິ່ງອາດເຮັດໃຫ້ຂູ່ແຂ່ງຮູ້ຂໍ້ມູນພາຍໃນຂອງເຮົາໄດ້.
ມື້ຫນ້າຊິມາເລົ່າສູ່ຟັງຕໍ່ເດີ
ສະບາຍດີ
ປ.ລ ອ່ານຂໍ້ມູນເພີ່ມເຕີມໄດ້ທີ່ເວັບໄຊ້ ຕະຫລາດຫລັກຊັບແຫ່ງຊາດຂ້າງລຸ່ມນີ້:
http://www.lsx.com.la/