I. ຄວາມຫມາຍຂອງວິຊາເລຂານຸການ ເລຂານຸການ ໃນຄວາມເຫັນຫລືຄວາມເຂົ້າໃຈຂອງຄົນທົ່ວໄປ ບໍ່ວ່າຈະເປັນພາກລັດຫລືເອກຊົນ ຈະໝາຍເຖິງ
ບຸກຄົນໃດໜຶ່ງທີ່ເປັນຄົນສະນິດຫລືໃກ້ຊິດ ທີ່ເຮັດຫນ້າທີ່ດຳເນີນການສາລະພັດປະໂຫຍດໃຫ້ແກ່ຜູ້ບັງຄັບບັນຊາຫລືນາຍຈ້າງແຕ່ໃນຄວາມຫມາຍໄວ້ວ່າ
ເລຂານຸການ ຄືຜູ້ມີຫນ້າທີ່ກ່ຽວຂ້ອງກັບຫນັງສື ຫລື ອື່ນໆ
ຕາມທີ່ຜູ້ບັງຄັບບັນຊາສັ່ງ ສ່ວນໃນມາດຕະຖານອາຊີບ
ຂອງກົມການຈັດຫາງານ ກະຊວງແຮງງານ
ໄດ້ໃຫ້ຄຳນິຍາມຂອງອາຊີບເລຂານຸການວ່າ
ເປັນຜູ້ເຮັດຫນ້າທີ່ອຳນວຍຄວາມສະດວກໃຫ້ແກ່ຜູ້ບໍລິຫານຂອງອົງກອນໃນການບໍລິຫານຈັດການ
ງານຂອງອົງກອນໃຫ້ບັນລຸຜົນສຳເລັດຕາມນະໂຍບາຍແລະເປົ້າໝາຍຂອງອົງກອນຕະຫລອດຈົນຊ່ວຍແກ້ໄຂບັນຫາອຸປະສັກໃນການບໍລິຫານຈັດການໃຫ້ເປັນໄປດ້ວຍຄວາມລາບລື່ນແລະວ່ອງໄວ
ເລຂານຸການ ໃນພາສາອັງກິດ ຄື Secretary
ເປັນຄຳສັບທີ່ມາຈາກພາສາລາຕິນວ່າ “Secretum”
ແປວ່າ “Secret”
ຄື “ຄວາມລັບ” ຜູ້ທີ່ເຮັດວຽກໃນຕຳແໜ່ງເລຂານຸການ
ກໍຄືຜູ້ທີ່ຮູ້ຄວາມລັບ
ແລະເປັນຜູ້ທີ່ໄດ້ຮັບຄວາມໄວ້ວາງໃຈໃຫ້ເກັບຄວາມລັບຂອງຜູ້ບັງຄັບບັນຊາຫລືນາຍຈ້າງ
ງານເລຂານຸການເປັນງານສຳຄັນຜູ້ເປັນເລຂານຸການຕ້ອງຮອບຄອບ
ເປັນຜູ້ທີ່ໄວ້ເນື້ອເຊື່ອໃຈໄດ້ ແລະ ເໝາະສົມແກ່ຕຳແໜ່ງ
ມີຕຳລາທາງວິຊາການໄດ້ໃຫ້ຄວາມຫມາຍຂອງເລຂານຸການຕາມພະຍັນຊະນະໃນພາສາອັງກິດຂອງຄຳວ່າ
“Secretary” ໄວ້ດັ່ງນີ້
S
ໝາຍເຖິງ SENSE ຄື
ຄວາມມີສາມັນສຳນຶກຮູ້ຈັກຮັບຜິດຊອບໃນການ-ເຮັດ-ວຽກງານວ່າ
ສິ່ງໃດຈຶ່ງຄວນແລະບໍ່ຄວນ ເປັນຜູ້ບໍ່ເຮັດວຽກໂດຍປາສະຈາກຄວາມຢັ້ງຄິດ
ລວມເຖິງການແຕ່ງກາຍໃຫ້ຖືກຕ້ອງຕາມກາລະເທສະ
ແລະມີການຕັດສິນໃຈຢ່າງເດັດຂາດດ້ວຍ
E
ໝາຍເຖິງ Efficiency
ຄື ຄວາມມີສະມັດຖະພາບໃນການ-ເຮັດ-ວຽກງານ
ສະມັດຖະພາບເປັນເລື່ອງທີ່ມີຢູ່ໃນຕົວບຸກຄົນ
ບຸກຄົນຍ່ອມມີສະມັດຖະພາບຫລາຍນ້ອຍແຕກຕ່າງກັນ ການປະຕິບັດງານແລະຜົນງານຈະສະແດງເຖິງສະມັດຖະພາບຂອງການ-ເຮັດ-ວຽກງານທີ່ເພີ່ມຂຶ້ນຫລືລຸດລົງໄດ້
C
ໝາຍເຖິງ Courage ຄວາມມຸມານະຂອງບຸກຄົນ
ຊຶ່ງຂຶ້ນຢູ່ກັບຈິດໃຈທີ່ຈະເຮັດວຽກໃຫ້ສຳເລັດຕາມຄວາມມຸ້ງໝາຍ
R
ໝາຍເຖິງ Responsibility
ຄວາມຮັບຜິດຊອບ ກ່າວຄື
ຕ້ອງເປັນຜູ້ລົງມືເຮັດວຽກດ້ວຍຕົນເອງ ແລະຕ້ອງຮັບຜິດຊອບດ້ວຍ
ບໍ່-ແມ່ນຄອຍ-ຖ້າຮັບງານຈາກຜູ້ອື່ນຢ່າງດຽວເທົ່ານັ້ນ
E
ໝາຍເຖິງ Energy ພະລັງໃນການ-ເຮັດ-ວຽກງານ
ເລຂານຸການຕ້ອງຮູ້ຈັກແບ່ງເວລາການ-ເຮັດ-ວຽກງານໃຫ້ຖືກຕ້ອງ
ເພື່ອຮ່າງກາຍໄດ້ຮັບການພັກຜ່ອນຕາມສົມຄວນດ້ວຍ
ອັນຈະສົ່ງຜົນຕໍ່ການ-ເຮັດ-ວຽກງານໃນລະຍະຍາວ
T ໝາຍເຖິງ Technique
ການຮູ້ຈັກດັດແປງໃຫ້ເໝາະສົມ
ເທກນິກນີ້ເປັນເລື່ອງຂອງແຕ່ລະບຸກຄົນ
ແຕ່ອາດລຽນແບບຈາກຜູ້ອື່ນເພື່ອໃຫ້ເທກນິກນັ້ນດີຂຶ້ນໄດ້
A ໝາຍເຖິງ Active ເລຂານຸການຕ້ອງຕື່ນຕົວຢູ່ສະເໝີ
ແມ່ນຈະມີງານຫລາຍກໍຕ້ອງມີຄວາມ ກະຕືລືລົ້ນຢູ່ສະເໝີ
R ໝາຍເຖິງ Rich ຄວາມສົມບູນໃນດ້ານຈິດໃຈແລະສິນລະທຳ
ຫາກເລຂານຸການເປັນຜູ້ທີ່ດ້ວຍສິນລະທຳແລະວັດທະນະທຳ ອາດເຮັດໃຫ້ການງານເສຍຜົນໄດ້
ແຕ່ໃນທາງກັບກັນຫາກເລຂານຸການເປັນຜູ້ມີເຈົ້າທຳດີ ກໍຈະນຳຄວາມຈະເລີນມາສູ່ຕົນເອງແລະອົງກອນທີ່ຕົນເຮັດວຽກຢູ່ໄດ້
Y ໝາຍເຖິງ Youth ຕຳແໜ່ງເລຂານຸການເໝາະສຳລັບຄົນອາຍຸນ້ອຍໆ
ເພາະງານນີ້ເປັນງານທີ່ຈະຕ້ອງຕິດຕໍ່ກັບຄົນທົ່ວໄປ
Æ ບໍ່ວ່ານິຍາມຂອງເລຂານຸການຈະເປັນຢ່າງໃດ ສ່ວນໃຫຍ່ໃນພາກລັດຖະການເຮົາຈະເຫັນພາບພົດຂອງເລຂານຸການເປັນບຸກຄົນທີ່ຈະຕ້ອງປະຕິບັດງານ
ຕາມຄຳສັ່ງຂອງຜູ້ບັງຄັບບັນຊາ ທັງງານປະຈຳແລະງານພິເສດເປັນເທື່ອຄາວໆ ໃນພາກເອກະຊົນນັ້ນເລຂານຸການຈະໄດ້ຊື່ວ່າເປັນຜູ້ຊ່ວຍມືຂວາຂອງນັກບໍລິຫານເລີຍທີດຽວເພາະຈະເຮັດຫນ້າທີ່ເຫມືອນເປັນຜູ້ຊ່ວຍຈັດການລະບົບການ-ເຮັດ-ວຽກງານຂອງນັກບໍລິຫານໃຫ້ມີປະສິດທິພາບ
II. ຄວາມສຳຄັນຂອງວິຊາເລຂານຸການ
Æ ເລຂານຸການບໍລິຫານ ( Executive Secretary ) ຄືບຸກຄົນສຳຄັນໃນການປະສານງານລະຫວ່າງຜູ້ບໍລິຫານແລະຄົນອື່ນ ໆ
ທັງພາຍໃນແລະພາຍນອກອົງຄ໌ກອນ
ເປັນຜູ້ຊ່ວຍໃຫ້ງານຂອງຜູ້ບໍລິຫານດຳເນີນໄປໂດຍໄວປະສົບຜົນສຳເລັດຕາມທີ່ມຸ້ງຫວັງ
ເປັນຜູ້ສ້າງສຳພັນພາບອັນດີໃນອົງຄ໌ກອນ
ເປັນສື່ກາງລະຫວ່າງຜູ້ບໍລິຫານກັບຜູ້ມາຕິດຕໍ່ ເປັນພາບພົດຂອງອົງຄ໌ການແລະຜູ້ບໍລິຫານຈະຕ້ອງເປັນຜູ້ທີ່ມີຄວາມຮູ້ຄວາມສາມາດໃນການປະຕິບັດງານດ້ານເລຂານຸການເປັນຢ່າງດີ
ທັງງານໃນຫນ້າທີ່ແລະງານທີ່ໄດ້ຮັບມອບໝາຍ ແລະຮູ້ຈັກພິນິດພິຈາລະນາວ່າງານໃດຄວນເຮັດວຽກໃດບໍ່ຄວນເຮັດ
ລຳດັບຄາມສຳຄັນຂອງງານພາຍໃນຂອບເຂດອຳນາດຫນ້າທີ່ຂອງຕົນໂດຍບໍ່ໄປກ້າວກ່າຍງານໃນຫນ້າທີ່ຂອງຜູ້ອື່ນ
Æ ການດຳເນີນງານໃນປະຈຸບັນນີ້ ບໍ່ວ່າຈະເປັນວົງການທຸລະກິດ ຫລືຫນ່ວຍງານການຕະຫລາດ ຊຶ່ງເຮົາຮຽກວ່າຍຸກໂລກາພິວັດ ຫລືຍຸກໄຮເທກ ຫລືຍຸກຂໍ້ມູນຂ່າວສານ ຫລືຍຸກໄອທີ ແລະເທກໂນໂລຍີມີການປ່ຽນແປງຢ່າງວ່ອງໄວ ແລະຕະຫລອດເວລາ ຈຶ່ງເຮັດໃຫ້ຜູ້ບໍລິຫານຕ້ອງປັບປ່ຽນກົນລະຍຸດທ໌ຮູບແບບໃໝ່ໃນການປະຕິບັດງານເໜືອຄູ່ແຂ່ງຂັນ Æ ດັ່ງນັ້ນ ເລຂານຸການບໍລິຫານ ຫລືຜູ້ຊ່ວຍຜູ້ບໍລິຫານຈຶ່ງມີຄວາມສຳຄັນຕໍ່ຜູ້ບໍລິຫານເປັນຢ່າງຫລາຍ ແລະເປັນບຸກຄົນທີ່ໃກ້ຊິດຜູ້ບໍລິຫານແລະໄດ້ຮັບຄວາມໄວ້ວາງໃຈຈາກຜູ້ບໍລິຫານເປັນຢ່າງຫລາຍ ສະນັ້ນ ເລຂານຸການບໍລິຫານ ຈຶ່ງເປັນຜູ້ພ້ອມທີ່ຈະຮັບບົດບາດ ຄວາມຮັບຜິດຊອບທີ່ເພີ່ມຂຶ້ນຢ່າງເຕັມກຳລັງປະຕິບັດງານໄດ້ເຕັມສັກຍະພາບຕາມທີ່ຜູ້ບໍລິຫານແລະອົງການຄາດຫວັງຈຶ່ງມອບໝາຍໃຫ້ປະຕິບັດງານໃນເລື່ອງສຳຄັນ ເຊັ່ນ ວາງແຜນງານການນະໂຍບາຍເພື່ອໃຫ້ເກີດຈາກການປະສົບຄວາມກ້າວໜ້າຊະນະຄູ່ແຂ່ງໄດ້ກ່າວຄື: ຜູ້ບໍລິຫານທຸກຄົນຕ້ອງການຜູ້ຊ່ວຍທີ່ມີຄວາມສາມາດຊ່ວຍແບ່ງເບົາພາລະໃນການງານໃຫ້ງານຕ່າງໆດຳເນີນໄປຢ່າງວ່ອງໄວ ລາບລື່ນ ປະສົບຄວາມສຳເລັດຕາມທີ່ຜູ້ບໍລິຫານຕ້ອງການ ແລະ ຊ່ວຍປະຕິບັດງານສຳຄັນແທນຜູ້ບໍລິຫານໄດ້ຕາມຄວາມເໝາະສົມແລະຖືກຕ້ອງໂດຍບໍ່ຕ້ອງໃຫ້ຜູ້ບໍລິຫານບອບກສັ່ງການຢູ່ຕະຫລອດ
Æ ໃນປະຈຸບັນ ຜູ້ບໍລິຫານທຸກຄົນເຫັນຄວາມສຳຄັນແລະຄວາມຈຳເປັນທີ່ຈະຕ້ອງມີເລຂານຸການທີ່ມີຄວາມສາມາດເພື່ອຊ່ວຍງານ ແຕ່ຜູ້ທີ່ຈະເຮັດຫນ້າທີ່ນີ້ຈະຕ້ອງເປັນຜູ້ທີ່ມີຄວາມຮູ້ຄວາມສາມາດໃນການປະຕິບັດງານເປັນຢ່າງດີ ແລະຕ້ອງປະກອບດ້ວຍຄຸນສົມບັດອື່ນ ໆ ອີກຫລາຍປະການ ເຊັ່ນ ເປັນຜູ້ທີ່ເກັບປິ່ນປົວຄວາມລັບມີຄວາມຮູ້ ຄວາມສາມາດ ມີປະຕິພານ ສະຕິປັນຍາ ສະຫລຽວສະຫລາດ ມີຄວາມຄິດລິເລີ່ມສ້າງສັນ ມີມະນຸດສຳພັນດີ ສາມາດປັບຕົວໃຫ້ເຂົ້າກັບສິ່ງແວດລ້ອມແລະສະຖານນະການຕ່າງໆໄດ້ດີ ມີບຸກຄະລິກລັກສະນະດີ ເລຂານຸການຈຶ່ງເປັນເຫມືອນຄູ່ຄິດແລະຮ່ວມເຮັດວຽກຮ່ວມຮັບຜິດຊອບໃນງານທີ່ສຳຄັນຈົນຜູ້ບໍລິຫານບາງຄົນກ່າວວ່າ“ການເສຍເລຂານຸການໄປເທົ່າກັບການເສຍແຂນຂວາໄປທີດຽວ”
Æ ເລຂານຸການບໍລິຫານ ເປັນບຸກຄົນສຳຄັນໃນການປະສານງານລະຫວ່າງຜູ້ບໍລິຫານແລະບຸກຄົນອື່ນທັງພາຍໃນແລະພາຍນອກອົງຄ໌ການ ເປັນຜູ້ຊ່ວຍໃຫ້ງານຂອງຜູ້ບໍລິຫານດຳເນີນໄປໂດຍໄວ ປະສົບຜົນສຳເລັດຕາມທີ່ມຸ້ງຫວັງ ເປັນຜູ້ສ້າງສຳພັນທະພາບອັນດີໃນອົງຄ໌ການເປັນສື່ກາງລະຫວ່າງຜູ້ບໍລິຫານກັບຜູ້ມາຕິດຕໍ່ ເປັນພາບພົດຂອງອົງຄ໌ການແລະຜູ້ບໍລິຫານຈະຕ້ອງເປັນຜູ້ທີ່ມີຄວາມຮູ້ຄວາມສາມາດໃນການປະຕິບັດງານດ້ານເລຂານຸການເປັນຢ່າງດີ ທັງງານໃນຫນ້າທີ່ແລະງານທີ່ໄດ້ຮັບມອບໝາຍ ແລະຮູ້ຈັກພິນິດພິຈາລະນາວ່າງານໃດຄວນເຮັດວຽກໃດບໍ່ຄວນເຮັດ ລຳດັບຄວາມສຳຄັນຂອງງານພາຍໃນຂອບເຂດເຮັດຫນ້າທີ່ຂອງຕົນ ໂດຍບໍ່ໄປກ້າວກ່າຍງານໃນຫນ້າທີ່ຂອງຜູ້ອື່ນ
ໃນວົງການອາຊີບທຸກວົງການ ເຊັ່ນ ນັກທຸລະກິດ ນັກການເມືອງ ແພດ ສິລະປະ ການສຶກສາ ຕະຫລອດວົງການຂອງຫນ່ວຍການຕະຫລາດ ການປະຕິບັດງານຈະປະສົບຄວາມສຳເລັດໄດ້ດີ ຈະຕ້ອງອາໄສເລຂານຸການນຳກັນທັງນັ້ນ ຈຶ່ງນັບໄດ້ວ່າເລຂານຸການເປັນບຸກຄົນທີ່ມີຄວາມສຳຄັນແລະຈຳເປັນຕໍ່ວົງການທຸກສາຂາອາຊີບ ຈຶ່ງມີຜູ້ກ່າວວ່າ ຖ້າເລຂານຸການນັດຢຸດງານພ້ອມກັນ ທຸລະກິດທຸກຢ່າງກໍຕ້ອງຢຸດຊະງັກຕາມໄປດ້ວຍ ແຕ່ຈະຕ້ອງບໍ່ລືມວ່າ “ ເລຂານຸການທີ່ມີຄວາມຮູ້ຄວາມສາມາດດີເທົ່ານັ້ນ ທີ່ຈະເປັນຜູ້ຊ່ວຍໃນການບໍລິຫານງານຕ່າງໆ ໃຫ້ສຳເລັດລຸລ່ວງໄປດ້ວຍດີ ການປະຕິບັດງານໃນຕຳແໜ່ງເລຂານຸການ ຈະກ້າວໄປເຖິງຕຳແໜ່ງເລຂານຸການບໍລິຫານນັ້ນບໍ່-ແມ່ນເປັນເລື່ອງທີ່ງ່າຍນັກ ສະນັນ ຜູ້ທີ່ເຮັດງານເລຂານຸການທຸກຄົນຈົ່ງພູູມໃຈ ວ່າເປັນຕຳແໜ່ງທີ່ມີກຽດ ມີສັກສີ ຈຶ່ງມີຜູ້ກ່າວວ່າ “ ເລຂານຸການບໍລິຫານທີ່ດີໃນມື້ນີ້ ຄື ຜູ້ບໍລິຫານຄົນສຳຄັນໃນມື້ໜ້ານັ້ນເອງ

III. ປະເພດເລຂານຸການຢູ່ໃນສຳນັກງານມີ
4 ປະເພດ

1.ເລຂານຸການປະຈຳຕຳແໜ່ງ (Position
Secretary) ຄື: ຕໍາແໜ່ງປະຈຳທີ່ໄດ້ກຳນົດໄວ້ຢ່າງແນ່ນອນໃນຫນ່ວຍງານຫລືອົງຄ໌ການໂດຍກຳນົດອັດຕາເງີນເດືອນແລະຫນ້າທີ່ໄວ້ແນ່ນອນໄດ້ແກ່ເລຂານຸການອົງຄ໌ການແລະເລຂານຸການບໍລິຫານ
2. ເລຂານຸການປະຈຳຕົວບຸກຄົນ ຫລືເລຂານຸການສ່ວນຕົວ(Private or
Personal Secretary) ໝາຍຖຶງ
ເລຂານຸການສ່ວນຕົວທີ່ປະຕິບັດຫນ້າທີ່ຕາມຄຳສັ່ງໂດຍກົງຂອງຜູ້ບັງຄັບບັນຊ ເລຂານຸການຈະເຮັດຫນ້າທີ່ເປັນຜູ້ຊ່ວຍທັງໃນງານແລະກິດຈະການສ່ວນຕົວ
ໄດ້ແກ່ເລຂານຸການນາຍົກ-ລັດຖະມົນຕີ ເລຂານຸການນັກທຸລະກິດ ນັກສະແດງ ເປັນຕົ້ນ
3. ເລຂານຸການກິຕິມະສັກ (Honorable Secretary) ຄື: ບຸກຄົນທີ່ໄດ້ຮັບເຊີນໃຫ້ມາເຮັດຫນ້າທີ່ເລຂານຸການໃນກໍລະນີພິເສດ ເປັນຕຳແໜ່ງທີ່ມີກຽດ ສ່ວນຫລາຍຈະກ່ຽວກັບງານການກຸສົນ,ສະມາຄົມຈະບໍ່ມີເງີນຕອບແທນຫລືເງີນເດືອນປະຈຳເຊັ່ນເລຂານຸການການກຸສົນ
4. ເລຂານຸການພິເສດ (Special Secretary) ຄື: ຜູ້ທີ່ມີຕຳແໜ່ງຫນ້າທີ່ແລະໄດ້ຮັບເງີນເດືອນປະຈຳຢູ່ແລ້ວ ແຕ່ໄດ້ຮັບເຊີນຫລືແຕ່ງຕັ້ງໃຫ້ເຮັດຫນ້າທີ່ເລຂານຸການເປັນການຊົ່ວຄາວຫລືເປັນການສະເພາະໃນງານໃດງານໜຶ່ງ ເມື່ອສີ້ນສຸດລົງຕຳແໜ່ງເລຂານຸການກໍຈະພົ້ນຫນ້າທີ່ຕາມໄປດ້ວຍ ໄດ້ແກ່ເລຂານຸການໃນການປະຊຸມ ,ການອົບຮົມ ການສຳມະນາ

IV.
ຄຸນສົມບັດເລຂານຸການທີ່ດີ
ເພາະເລຂານຸການປຽບເຫມືອນມືຂວາຂອງເຈົ້ານາຍ
ການເປັນເລຂາ ທີ່ດີທີ່ເຈົ້ານາຍຮັກຈຶ່ງຕ້ອງມີຄຸນສົມບັດສະເພາະ
ທັງຄວາມຮອບຮູ້ໃນເລື່ອງຫນ້າທີ່ຄວາມຮັບຜິດຊອບຂອງງານເລຂາ ແລະຍັງຕ້ອງຮູ້ຈັກສະໄຕລ໌ການ-ເຮັດ-ວຽກງານຂອງເຈົ້ານາຍເປັນຢ່າງດີ
ຊະນິດທີ່ເອີ້ນວ່າ "ມອງຕາກໍຮູ້ໃຈ"ກັນເລີຍທີດຽວຄຸນສົມບັດທີ່ເລຂາ ທີ່ດີຕ້ອງມີໄດ້ແກ່:
1.ບໍລິຫານຈັດການຕົວເອງໄດ້ດີ ສາມາດເຮັດວຽກຫລາຍຢ່າງໃນເວລາດຽວກັນໄດ້ຢ່າງວ່ອງໄວແລະມີປະສິດທິພາບ
2. ຮອບຮູ້ໃນທຸລະກິດຂອງບໍລິສັດ ເພາະຫລາຍ-ເທື່ອທີ່ເຈົ້າຕ້ອງເປັນຕົວແທນຂອງເຈົ້ານາຍ ໄປປະຊຸມະຫາລືກັບຫນ່ວຍງານຕ່າງໆຫລືເປັນຕົວແທນໃນການຕິດຕໍ່ກັບລູກຄ້າ
3. ມີທັກສະໃນການສື່ສານປະຕິສຳພັນ ແລະປະສານງານ ລະຫວ່າງພະແນກ ຫລື ຫນ່ວຍງານຕ່າງໆ ໄດ້ຢ່າງຄ່ອງແຄ່ວ ສ້າງຄວາມປະທັບໃຈດ້ວຍໃບໜ້າຍິ້ມແຍ້ມ ແລະນ້ຳສຽງທີ່ໜ້າຟັງສະເໝີ
4. ຕຽມການລ່ວງໜ້າໄດ້ດີ ເລຂາ ທີ່ດີຕ້ອງມີການວາງແຜນລ່ວງໜ້າໃນການຕຽມຂໍ້ມູນຕ່າງໆ ໃຫ້ກັບເຈົ້ານາຍໃຫ້ພ້ອມສຳລັບການປະຊຸມການຕອບຄຳຖາມແລະຄຳຂໍຕ່າງໆ
5. ມີຄວາມເປັນມືອາຊີບທັງບຸກຄະລິກພາຍນອກແລະຄວາມຄິດຄວາມອ່ານເລຂາ ທີ່ດີຄວນແຕ່ງກາຍໃຫ້ເບິ່ງດີ ເປັນໜ້າເປັນຕາໃຫ້ກັບເຈົ້ານາຍແລະບໍລິສັດ ຮູ້ຈັກຄວາມເໝາະສົມວ່າເມື່ອໃດຄວນເວົ້າ ແລະເມື່ອໃດບໍ່ຄວນເວົ້າ
6. ມີທັກສະໃນການຟັງ ຈັບປະເດັນ ແລະຈົດຈຳລາຍລະອຽດຕ່າງໆໄດ້ດີ ລວມທັງການສະກົດຄຳແລະການນໍາຄວາມເຂົ້າໃຈກັບລາຍມືທີ່ຫຍຸ້ງຂອງເຈົ້ານາຍດ້ວຍ
7. ທັນສະໄໝ ໃຝ່ຮຽນຮູ້ ຕິດຕາມຂໍ້ມູນຂ່າວສານ ຮຽນຮູ້ທັກນສະໃໝ່ໆ ແລະ ພັດທະນາຄວາມສາມາດຢູ່ສະເໝີ
8. ນຳສະເໜີວິທີການແກ້ບັນຫາ ຫລາຍກວ່ານຳບັນຫາມາໃຫ້ເຈົ້ານາຍແກ້ໄຂ ແລະລະເລິກຢູ່ສະເໝີວ່າເຈົ້ານາຍມີເລື່ອງໜ້າປວດຫົວຫລວງ-ຫລາຍຢູ່ແລ້ວ ດັ່ງນັ້ນບໍ່ຄວນນຳບັນຫານ້ອຍໆ ໄປລົບກວນເຈົ້ານາຍອີກ Æ ໃຜທີ່ສຳລວດຕົວເອງແລ້ວພົບວ່າ ມີຄຸນສົມບັດດັ່ງກ່າວມານີ້ອັດແໜ້ນຢູ່ເຕັມສັກຍະພາບ ເຈົ້າຈະເປັນດາວລຸ່ງໃນງານເລຂານຸການໄດ້ບໍ່ຍາກ ແຕ່ຫາກໃຜທີ່ຍັງມອງຕາແລະບໍ່ຮູ້ໃຈເຈົ້ານາຍ ຂໍໃຫ້ໝັ່ນຝຶກຝົນ ແລະຝຶກຝົນໃນ 8 ຂໍ້ນີ້ດ້ວຍຄວາມອົດທົນ ເພື່ອຈັກມື້ເຈົ້າຈະເປັນເລຂາທີ່ເຈົ້ານາຍຂາດບໍ່ໄດ້

ຮູບພາບ:1 : ການນຳໃຊ້ເຕັກໂນໂລຊີເຂົ້າໃນການເຮັດວຽກ
V. ຄຸນປະໂຫຍດຂອງການປະຊາສຳພັນ
1. ການບອກກ່າວຫລືຊີ້ແຈ້ງເຜີຍແຜ່ໃຫ້ຮູ້
ການບອກກ່າວຫລືຊີ້ແຈງເຜີຍແຜ່ໃຫ້ຮູ້ນີ້
ຄືການຊີ້ແຈງໃຫ້ປະຊາຊົນຮູ້ເຖິງນະໂຍບາຍ ວັດຖຸປະສົງ ການດຳເນີນງານ
ແລະຜົນງານຕະຫລອດຈົນກິດຈະກຳຕ່າງໆ ຕະຫລອດຈົນຂ່າວຄາວຄວາມເຄື່ອນໄຫວຂອງອົງການ
ໃຫ້ປະຊາຊົນທີ່ກ່ຽວຂ້ອງໄດ້ຮັບຮູ້ ຊຶ່ງເປັນການປູພື້ນຖານແຫ່ງຄວາມເຂົ້າໃຈໃນຕົວອົງການ
ເຮັດໃຫ້ເປັນທີ່ຮູ້ຈັກ ເຂົ້າໃຈ ແລະເລື່ອມໃສ
ຕະຫລອດຈົນເຮັດໃຫ້ປະຊາຊົນເກີດຄວາມຮູ້ສຶກທີ່ເປັນໄປໃນທາງທີ່ດີຕໍ່ອົງການ
2. ການປ້ອງກັນແລະແກ້ໄຂຄວາມເຂົ້າໃຈຜິດ

ການແກ້ໄຂຄວາມເຂົ້າໃຈຜິດ
ຫລາຍ-ເທື່ອທີ່ນັກປະຊາສຳພັນພະຍາຍາມແລະລະມັດລະວັງປ້ອງກັນຄວາມເຂົ້າໃຈຜິດ
ແຕ່ຄວາມເຂົ້າໃຈຜິດອາດເກີດຂຶ້ນໄດ້ສະເໝີໃນຄົນໝູ່ຫລາຍ ສະນັ້ນເມື່ອອົງການປະສົບບັນຫາດັ່ງກ່າວ
ຄື ເມື່ອມີຄວາມເຂົ້າໃຈຜິດກ່ຽວກັບອົງການເກີດຂຶ້ນໃນກຸ່ມປະຊາຊົນແລ້ວ
ຈະຕ້ອງຮີບດຳເນີນການແກ້ໄຂໂດຍດ່ວນ ຢ່າງເໝາະສົມແລະທັນຕໍ່ເຫດການ
ບໍ່ດັ່ງນັ້ນ ອາດເກີດຜົນເສຍຫາຍກະທົບກະເທືອນຕໍ່ອົງການໄດ້
ຄວາມເຂົ້າໃຈທີ່ມັກເກີດຂຶ້ນຢູ່ສະເໝີໃນໝູ່ປະຊາຊົນກໍຄື
ຄວາມເຂົ້າໃຈຜິດທີ່ໄດ້ຮັບມາຈາກກຸ່ມບຸກຄົນ ເພື່ອນຝູງທີ່ສົນທະນາກັນ
ຫລືຍັງອາດເກີດຈາກຄຳວິພາກວິຈານຂອງສື່ມວນຊົນທີ່ລົງຂ່າວຕຳໜິຕິຕຽນຫລືເວົ້າຄວາມເສຍຫາຍມາເຖິງອົງການ
ເປັນຕົ້ນ.

3. ການສຳຫລວດປະຊາມັດຕິ
ເປັນຫລັກການທີ່ສຳຄັນຂອງການປະຊາສຳພັນອີກປະການໜຶ່ງຄື
ຈະຕ້ອງມີການສຳຫລວດວິໄຈປະຊາມັດຕິ ເພາະອົງການຈະປະຊາສຳພັນໄດ້ຢ່າງມີປະສິດທິພາບຈະຕ້ອງຮູ້ລຶກເຖິງຄວາມຮູ້ສຶກນຶກຄິດຂອງປະຊາຊົນ
ຫລືທີ່ເຮົາເອີ້ນວ່າ ປະຊາມັດຕິ (Public Opinion) ຈະຕ້ອງຮູ້ວ່າປະຊາຊົນຕ້ອງການຫຍັງ ແລະ ບໍ່ຕ້ອງການຫຍັງ
ຕະຫລອດຈົນທ່າທີຕ່າງໆ ທີ່ປະຊາຊົນມີຕໍ່ອົງການຊຶ່ງຈະຮູ້ໄດ້ຈາກການສຳຫລວດວິໄຈປະຊາມັດຕິເພື່ອອົງການຈະສາມາດຕອບສະຫນອງສິ່ງຕ່າງໆ
ໃຫ້ສອດຄ່ອງກັບຄວາມຮູ້ສຶກນຶກຄິດແລະຄວາມຕ້ອງການທີ່ແທ້ຈິງຂອງປະຊາຊົນການສຳຫລວດປະຊາມມັດຕິຈຶ່ງເປັນສິ່ງຈຳເປັນຄູ່ກັບການປະຊາສຳພັນ
ຫາກຫນ່ວຍງານໃດກະທຳການປະຊາສຳພັນໂດຍປາດສະຈາກການພິຈາລະນາເຖິງປະຊາມັດຕິແລ້ວ
ຫນ່ວຍງານນັ້ນອາດຈະຕ້ອງປະສົບຄວາມລົ້ມ-ເຫລວ ແລະສິ້ນເປືອງເວລາແລະງົບປະມານໂດຍເປົ່າປະໂຫຍດ
No comments:
Post a Comment