Sunday, September 2, 2012

I. ປະຫວັດຄວາມເປັນມາຂອງກິລາຟຸດຊໍ.


ສາລະບານ

*      ສາລະບານ.........................................................................................................1
*      ປະຫວັດຂອງນັກຮຽນພາຍໃນກຸ່ມ............................................................................2-3
*      ຄຳນຳ...............................................................................................................4    
       I.     ປະຫວັດຄວາມເປັນມາຂອງກິລາຟຸດຊໍ……………………………………………….5
      II.     ຂະໜາດສະໜາມສັກສະນະທົ່ວໆໄປແລະມາດຕະຖາມສະໜາມ………………...........5
      III.     ການເຮັດເຄື່ອງໝາຍຢູ່ເທີງໜ້່າສະໜາມປະກອບມີດັ່ງນິີ້………………………………6-7
     IV.     ກະຕິກາໃນການຫຼີ້ນກີລາຟຸດຊໍມີດັ່ງນີ້………………………………………………..7-8
      V.     ອຳນາດໜ້າທີ່ຂອງຜູ້ຕັດສິນ (The Authority Of Referee)………………………8
     VI.     ຜູ້ຮັກສາເວລາ(The Timekeeper)………………………………………………..8-9
    VII.     ໄລຍະເວລາຂອງການແຂ່ງຂັນ(The Duration of The Match)………………….9-10
   VIII.     ການເລີ້ມຫຼີ້ນ ຫຼື ການເລີ້ມຫຼີ້ນໃໝ່(The Start And Restart Of Play)………….10
     IX.     ຂັ້ນຕອນໃນການດຳເນີນການ(Procedure)…………………………………………10-11
      X.     ລູກບານຢູ່ໃນການຫຼີ້ນ ແລະ ຢູ່ນອກການຫຼີ້ນ……………………………………….11
     XI.     ການຫຼີ້ນທີ່ຜິດກະຕິກາ ແລະປະພຶດຜິດ( Fouls And Misconduct )……………..11-12
    XII.     ການເຕະໂທດຂະນະຈຸດໂທດ( Penalty Kick )…………………………………..12-13
   XIII.     ການລົງໂທດເລື້ອງລະບຽບວິໃນ (Disciplinary Sanctions )……………………..13
   XIV.     ຕໍາແໜ່ງຂອງການເຕະຈຸດໂທດ( Position of Free Kick )……………………...13-14
    XV.     ການເຕະຈາກມູມ ( The Corner Kick )………………………………………..14
   XVI.     ອົງປະກອບພື້ນຖານຂອງການຫຼີ້ນກິລາຟຸດຊໍ…………………………………………14-15
  XVII.     ປະໂຫຍດທີ່ໄດ້ຮັບຈາກການຫຼີ້ນກິລາຟຸດຊໍມີດັ່ງນີ້……………………………………15-16
 XVIII.     ເປົ້າໝາຍຂອງການຫຼີ້ນກິລາຟດຊໍຢູ່ທີ່ ວິທະຍາໄລຄອມເຊັນເຕີເພື່ອ………………….16
   XIX.     ສະພາບ ແລະ ບັນຫາ…………………………………………………………….16-21
    XX.     ວິເຄາະຈຸດດີ ແລະ ຈຸດອ່ອນ……………………………………………..............22-23
   XXI.     ຂໍ້ສະເໜີ……………………………………………………………………….....23




*   ປະຫວັດຫຍໍ້ຂອງນັກສຶກສາ
                       


ສ.ນ ຄໍາຫວອນ ອິນທະຈັກອາຍຸ 20 ປີ ເກີດເມື່ອວັນ               ທີ 6 . 7 . 1992. ເກີດທີ່ບ້ານ ຍາງສາວ, ເມືອງ              ສຸຂຸມາ, ແຂວງ ຈໍາປາສັກປັດຈຸບັນຢູ່ບ້ານ ຂົວຫຼວງ                        ເມືອງຈັນທະບູລີນະຄອນຫຼວງວຽງຈັນ, ປັດຮຽນ                    ຢູ່ທີ່ວິທະຍາຄອມເຊັນ,ປີ.1 / ຫ້ອງ.308                   ລະຫັດນັກສຶກສາ:6534-11,ເບີໂທ:97779537
                        ຄະຕິ: ອົດທົນ ອົດກັ້ນ ດຸໝັ່ນໃນການສຶກສາ ຕັ້ງໃຈທຸກວິຊາ
                             ເພື່ອພັດທະນາ  ປັນຍາຫາຄວາມຮູ້   ຄູ່ສີລະທໍາ


















ເອກະສານອ້າງອີງ
4.    










                       

































*      ຮູບພາບລວມຂອງສະມາຊິກພາຍໃນກຸ່ມ













*      ຮູບພາບພາຍໃນກຸ່ມກັບອາຈານ
















ຄຳນຳ
ປື້ຫົວນີ້ເຮັດຂື້ນເພື່ອຕອບສະໜອງອັນຮິບດ່ວນຂອງໂຮງຮຽນ ຫຼື ຂອງວິຊາພະລະສຶກສາ ເພື່ອເປັນແນວທາງໃນການເຄື່ອນໃຫວ ຕາມມາດຕະຖານຂອງຫຼັກສູດ ເພື່ອໃຫ້ນັກສຶກສາ ຮູ້ໃນການຂຽນບົດລາຍງານຫຼາຍຂື້ນ ເມື່ອຮຽນຈົບຫຼັກສູດກໍ່ຕ້ອງມີການເຄື່ອນໃຫວ ແລະ ເພື່ອຕອບສະໜອງໜ້າທີ່ຂອງການຮຽນຂອງວິຊາພາລະສຶກສາໃຫ້ເປັນໄປຕາມຄາດໝາຍ ແລະ ເຮັດໃຫ້ນັກສຶກສາເກີດຄວາມພໍໃຈໃນຄວາມສາມາດຂອງຕົນເອງກ່ຽວກັບການເຮັດບົດລາຍງານ ການເຮັດບົດລາຍງານໃຫ້ເຮົາໃນການຫາຂໍ້ມູນເພື່ອມາຂຽນເປັນບົດລາຍງານແລະ ໃຫ້ຄວາມສະດວກສະບາຍເມື່ອມີການຂຽນບົດລາຍງານອີກ.
      ດັ່ງນັ້ນ; ກຸ່ມຂອງພວກເຮົາຈື່ງໄດ້ຂຽນບົດລາຍງານນີ້ນຂື້ນມາເພື່ອໃຫ້ສອດຄ່ອງກັບຫຼັກສູດໃນການຮຽນ ແລະ ອາດຈະເປັນເອກະສານທີ່ສຳຄົນອັນໜື່ງ ເພື່ອເປັນຂໍ້ມູນໃຫ້ແກ່ນັກສຶກສາລຸ້ນຫຼັງ ສະນັ້ນເອກະສານຂອງພວກເຮົາອາດມີການຕົກບົກຜ່ອງໃນການຊອກຫາຂໍ້ມູນຕ່າງໆ, ຖ້ານັກສຶກສາຄົນໄດມີຄວາມຄິດຄຳເຫັນເພີ້ມເຕີມລົງໃສ່ເອກະສານນີ້ໃຫ້ສົມບູນທາງກຸ່ມຂອງພວກເຮົາຈະຂອບໃນເປັນຢ່າງສູງ.

















   I.    ປະຫວັດຄວາມເປັນມາຂອງກິລາຟຸດຊໍ.
      ເມື່ອເຂົ້າສູ່ຊ້ວງລະດູໜາວ ປະເທດໃນບາງທະວິບຂອງໂລກທີ່ປະສົບກັບບັນຫາຫິມະຕົກ ແລະ ສະພາບອາກາດໜາວຈົນບໍ່ສາມາດຈັດການແຂ່ງຂັນກິລາກາງແຈ້ງຕ່າງໆໄດ້ລວມທັງກິລາຟຸດຊໍດ້ວຍ ຈື່ງຖືເປັນຊ້ວງລະດູການແຂ່ງຂັນແຕ່ເນື່ອງຈາກລະດູໜາວມີໄລຍະເວລາທີ່ຍາວນານ ແລະ ສະພາບອາກາດກາງແຈ້ງບໍ່ເອື້ອອຳນວຍຕໍ່ການຫຼີ້ກິລາຟຸດບອນ ຈື່ງເປັນປັດໃຈໜື່ງທີ່ເຮັດໃຫ້ຄົນຫັນມາຫຼີ້ນກິລາໃນຮົ່ມແທນ ແລະນີ້ຄືທີ່ມາຂອງກິລາຟຸດບອນໃນຮົ່ມ 5 ຄົນ ຫຼືເອີ້ນວ່າ (ຟຸດຊໍ) ”Futsal”.
      ຟຸດຊໍມາກຈາກພາສາສະເປນ ຫຼື ໂປຕຸເກດທີ່ເອີ້ນວ່າຟຸດບອນວ່າ”Futbol”ຫຼື”Futtebol” ຕາມມາດ້ວຍພາສາຝຣັ່ງເສດ ແລະ ສະເປນ ຄື:”Sala” ຫຼື “ Salon “ ທີ່ແປວ່າ ອິນດໍ ຫຼືໃນຮົ່ມ ເມື່ອລວມກັນຈື່ງເປັນຄຳວ່າ ” Futsal “ໝາຍເຖີງການເຕາະບອນໃນສະໜາມຂະໜາດ້ນອຍໃນຮົ່ມ ກາຍເປັນຄຳທີ່ເອີ້ນຂານກັນແທນຄຳນີ້ວ່າ “ Five – A – Side “ຫຼື ຟຸດຊໍ 5 ຄົນໃນປັດຈຸບັນນີ້
*      ຂະໜາດສະໜາມສັກສະນະທົ່ວໆໄປຂອງເດີ່ນກິລາຟຸດຊໍ.
ຄວາມຍາວຕໍ່າສຸດ     25    ແມັດ
ສູງສຸດ             42    ແມັດ
ຄວາມກ້ວາງຕໍ່າສຸດ    15    ແມັດ
ສູງສຸດ             25    ແມັດ
1)  ຂະໜາດມາດຕະຖານຂອງເດີ່ນກິລາຟຸດຊໍມີດັ່ງນີ້:
ຄວາມຍາວຕໍ່າສຸດ     38    ແມັດ
ສູງສຸດ             42    ແມັດ
ຄວາມກ້ວາງຕໍ່າສຸດ    18    ແມັດ
ສູງສຸດ             22    ແມັດ









I.    ການເຮັດເຄື່ອງໝາຍຢູ່ເທີງໜ້່າສະໜາມປະກອບມີດັ່ງນິີ້:
1)  ເຂດໂທດ( The penalty area )ເຂດໂທດຖຶກເຮັດໄວ້ຕົງສ່ວນຫົວທ້າຍຂອງສະໜາມແຕ່ລະດ້ານດັ່ງນີ້: ໃຫ້ວັດຈາກດ້ານນອກຂອງເສົາປະຕູສອງຂ້າງໄປຕາມປະຕູຂ້າງລະ 6 ແມັດ ຂຽນສ່ວນໂຄ້ງເຊີ່ງມີລັດສະໝີ 6 ແມັດ ເຂົ້າໄປຫາພື້ນທີ່ສະໜາມ ຈົນປາຍຂອງສ່ວນໂຄ້ງສຳຜັດກັບເສັ້ນຂະໜານຕັ້ງສາກກັບເສັ້ນປະຕູຢູ່ລະຫວ່າງເສົາທັງສອງຂ້າງມີຄວາມຍາວ 3,16 ແມັດພື້ນທີ່ພາຍໃນເຂດເສັ້ນເຫຼົ່ານີ້ເອີ້ນວ່າ ‘’ເຂດໂທດ.
2)  ຈຸດໂທດ (Penalty mark) ຈາກຈຸດເຄີ່ງກາງຂອງປະຕູແຕ່ລະຂ້າງ ໃຫ້ວັດເປັນແນວຕັ້ງສາກເຂົ້າໄປໃນສະໜາມແຂ່ງຂັນລະຫວ່າງ 6 ແມັດ ແລະໃຫ້ເຮັດຈຸດສະແດງໄວ້ ຈຸດນີ້ເອີ້ນວ່າ ຈຸດໂທດ.
3)  ຈຸດໂທດທີສອງ(Second Penalty Mark)ຈາກຈຸດເຄີ່ງກາງຂອງປະຕູທັງສອງຂ້າງໃຫ້ວັດເປັນແນວຕັ້ງສາກເຂັ້າໄປໃນສະໜາມແຂ່ງຂັນເປັນໄລຍະທາງ 10 ແມັດ ແລະໃຫ້ເຮັດຈຸສະແດງໄວ້ເອີ້ນວ່າຈຸດໂທດທີສອງ.
4)  ເຂດມູມ(the Corner Area)ຈາກມູມສະໜາມແຕ່ລະຂ້າງໃຫ້ຂຽນ 1 ໃນ 4​ ຂອງສ່ວນໂຄ້ງໄວ້ດ້ານໃນສະໜາມແຂ່ງຂັນໂດຍມີສັດສະໝີ 25ຊັງຕີແມັດ.
5)  ເຂດປ່ຽນຕົວ(Substitution Zone)ຕັ້ງຢູ່ໃນເສັ້ນຂ້າງສະໜາມແຂ່ງຂັນ ດ້ານທີ່ຈັດທີ່ນັ່ງຜູ້ຫຼີ້ນສຳຮອງໄວ້ ຜູ້ຫຼີ້ນຈະປ່ຽນເຂົ້າ ແລະ ອອກຕ້ອງຢູ່ພາຍໃນເຂດປ່ຽນມີຄວາມຍາວ 5 ແມັດ.
6)  ປະຕູ(Goals)ປະຕູຕັ້ງຢູ່ເຄີ່ງກາງຂອງເສັ້ນປະຕູແຕ່ລະດ້ານ ປະກອບດ້ວຍເສົາປະຕູສອງເສົາມີຕາໜ່າງຕິດໄວ້ທີ່ປະຕູຢູ່ ແລະຄານປະຕູດ້ານຫຼັງປະຕູຕາໜ່າງຕ້ອງເຮັດດ້ວຍເຊືອກປ່ານປໍ ຫຼືໄນລອນຈື່ງອະນຸຍາດໃຫ້ໃຊ້ໄດ້ ເສັ້ນປະຕູຕ້ອງມີຄວາມກ້ວາງເທົ່າກັບຄວາມກ້ວາງຂອງເສົາປະຕູ ແລະຄານປະຕູ ທີ່ເສົາ ແລະ ຄານປະຕູມີລັກສະນະເປັນຮູບໂຄ້ງ ວັດຈາກດ້ານເທີງຂອງເສົາປະຕູໄປສູ່ດ້ານນອກຂອງສະໜາມມີຄວາມຍາວບໍ່ນ້ອຍກ່ວາ 80 ຊັງຕີແມັດ ແລະວັດຈາກຮີມດ້ານລຸ່ມຂອງເສົາປະຕູໄປສູ່ດ້ານນອກຂອງສະໜາມມີຄວາມຍາວບໍ່ນ້ອຍກ່ວາ 100 ຊັງຕີແມັດ ເພື່ອຊ່ວຍພະຍຸງຕາໜ່າງໄວ້ ລະຫວ່າງເຂດປ່ຽນຕົວທັງສອງຂ້າງຕົງເສັ້ນແບ່ງແດນ ແລະ ເສັ້ນຂ້າງຈະມີຊ່ອງວ່າງໄລຍະ 5 ແມັດ ຕົງດ້ານໜ້າໂຕະຜູ້ທີ່ຮັກສາເວລາ.
7)  ພື້ນຂອງສະໜາມແຂ່ງຂັນ(Surface Of The Pitch)ພື້ນຕ້ອງຮາບພຽງດີພື້ນສະໜາມອາດເຮັດດ້ວຍໄມ້ຫຼືວັດຖຸສັງເຄາະ ແລະຕ້ອງຫຼີກເວັ້ນພື້ນສະໜາມທີ່ເຮັດດ້ວຍຄອນກີດ,ຢາງໝາກຕອຍ.
8)  ລູກບອນ(The Ball)ເປັນບອນກົມມົນ ຂະໜາດເສັ້ນລອບວົງຍາວບໍ່ນ້ອຍກ່ວາ 62 ຊັງຕີແມັດ ແລະບໍ່ເກີນກ່ວາ 64 ຊັງຕີແມັດ.
9)  ຈຳນວນຜູ້ຫຼີ້ນ(Players)ໃນການແຂ່ງຂັນຈະຕ້ອງຫຼີ້ນສອງທິມ ແຕ່ລະທິມຕ້ອງມີຜູ້ຫຼີ້ນໃນສະໜາມບໍ່ເກີນ 5​ຄົນ ແລະ ຕ້ອງມີຜູ້ຫຼີ້ນຄົນໜື່ງເປັນຜູ້ຮັກສາປະຕູ ອະນຸຍາດໃຫ້ມີຜູ້ຫຼີ້ນສຳຮອງບໍ່ເກີນ7 ຄົນໃນການປ່ຽນຕົວຜູ້ຫຼີ້ນໃນຂະນະມີການແຂ່ງຂັນສະມາດປ່ຽຍໄດ້ຕະຫຼອດເວລາ ໂດຍບໍ່ຕ້ອງແຈ້ງໃຫ້ຜູ້ຕັດສິນຮູ້ກະໄດ້ ແຕ່ຜູ່ຫຼີ້ນຕ້ອງປ່ຽນຕົວໃນເຂດປ່ຽນຕົວເທົ່ານັ້ນ ແລະຕ້ອງໃຫ້ຜູ້ຫຼີ້ນໃນສະ  ໜາມອອກຈາກສະໜາມຢ່າງສົມບູນກ່ອນ ຈື່ງຈະເຂົ້າສະໜາມເພື່ອທຳການແຂ່ງຂັນໄດ້ ຖ້າປ່ຽນບໍ່ສົມບູນຜູ້ຫຼີ້ນທີ່ເຂົ້າສະໜາມໄປກ່ອນຈະຖູກຄາດໂທດດ້ວຍໃບເຫຼືອງ ໃນການແຂ່ງຂັນເລີ້ມຫຼີ້ນຕ້ອງມີຜູ້ຢູ່ໃນສະໜາມຂ້າງລະ5ຄົນໃນຂະນະມີການແຂ່ງຂັນ ຖ້າຜູ້ຫຼີ້ນເຫຼືອນ້ອຍກ່ວາ 3 ຄົນ ການແຂ່ງຂັນຕ້ອງຖູກຍົກເລີກ ແລະຕັດສິນໃຫ້ທິມທີ່ບໍ່ເກີນ 4 ຄົນເປັນຝ່າຍແພ້ໃນການແຂ່ງຂັນຄັ້ງນີ້.
10) ການເຮັດເຄື່ອງໝາຍຂອງສະໜາມ(Pitch Marking)ສະໜາມແຂ່ງຂັນເຮັດດ້ວຍເສັ້ນຕ່າງໆ ເຊີ່ງເສັນຕ່າງໆເຫຼົ່ານີ້ຈະເປັນພື້ນທີ່ຂອງເຂດນັ້ນໆ ດ້ວຍເສັ້ນທີ່ມີຄວາມຍາວກ່ວາ 2 ເສັ້ນເອີ້ນວ່າ ເສັ້ນຂ້າງ(Touch Line),ເສັ້ນທີ່ສັ້ນກ່ວາເອີ້ນວ່າເສັ້ນປະຕູ(Goals Line),ເສັ້ນທຸກເສັ້ນຕ້ອງມີຄວາມກ້ວາງ 8 ຊັງຕີແມັດ ສະໜາມແຂ່ງຂັນຖຶກແບ່ງອອກເປັນສອງສ່ວນເທົ່າໆກັນໂດຍມີເສັ້ນແບ່ງແດນ(A Halfway Line)ທີ່ເຄີ່ງກາງຂອງເສັ້ນແບ່ງແດນ ຈະເຮັດຈຸດເຄີ່ງກາງສະໜາມ(Center Mark)ແລະເຮັດວົງມົນມີລັດສະໝີ 3 ແມັດ ລ້ອມລອບຈຸດນີ້ໄວ້.
II.    ກະຕິກາໃນການຫຼີ້ນກີລາຟຸດຊໍມີດັ່ງນີ້:
1)  ອຸປະກອນຂອງຜູ້ຫຼີ້ນ.
ຜູ້ຫຼີ້ນຕ້ອງບໍ່ໄຊ້ອຸປະກອນ ຫຼື ສວມສີ່ງຂອງທີ່ເປັນອັນຕະລາຍຕໍ່ຕົນເອງ ແລະ ຜູ້ຫຼີ້ນອື່ນໆ
ລວມເຖີງເຄື່ອງປະດັບຕ່າງໆທຸກຊະນິດ ຂໍ້ບັງຄັບເບື້ອງກ່ຽວກັບອຸປະກອນຜູ້ຫຼີ້ນປະກອບດ້ວຍ.
*      ເສື້ອຍຶດ ຫຼື ເສື້ອເສິດ
*      ໂສ້ງຂາສັ້ນ
*      ລອງເທົ້າຍາວ
*      ສະໜັບແຄ່ງ ແລະ ສີ່ງຂອງອຶ່ນໆ
*      ລອງເທົ້າທີ່ອະນຸຍາດໃຫ້ໃຊ້ໄດ້ ຕ້ອງເປັນລອງເທົ້າຜ້າໃບ,ລອງເທົ້າແບບໜັງນີ້ມ,ລອງເທົ້າອອກກຳລັງກາຍພື້ນລອງເທົ້າທີ່ເຮັດດ້ວຍຢາງ ຫຼື ລອງເທົ້າຄ້າຍຄຽງກັນ.
2)  ຜູ້ຮັກສາປະຕູ (Goalkeepers)
*      ອະນຸຍາດໃຫ້ຜູ້ຮັກສາປະຕູນຸ່ງໂສ້ງຂາຍາວໄດ້
*      ຜູ້ຮັກສາປະຕູແຕ່ລະທິມຕ້ອງນຸ່ງມີສີໃຫ້ແຕກຕ່າງຈາກຜູ້ຫຼີ້ນຄົນອື່ນໆ ແລະ ກຳມະການຕັດສິນ ຖ້າຜູ້ຫຼີ້ນປ່ຽນຕົວເປັນຜູ້ຮັກສາປະຕູ ຜູ້ຫຼີ້ນທີ່ເປັນຜູ້ຮັກສາປະຕູ ຕ້ອງນຸ່ງເສື້ອຜູ້ຮັກສາປະຕູທີ່ມີໝາຍເລກທັງຫຼັງຂອງຕົນເອງອະນຸຍາດໃຫ້ນຸ່ງໄດ້.
III.    ອຳນາດໜ້າທີ່ຂອງຜູ້ຕັດສິນ (The Authority Of Referee)
1)  ການແຂ່ງຂັນແຕ່ລະຄັ້ງຈະຖຶກຄວບຄຸມໂດຍຜູ້ຕັດສິນ ເຊີ່ງໄດ້ຮັບການແຕ່ງຕັ້ງໃຫ້ອຳນາດແລະປະຕິບັດໜ້າທີ່ຕາມການແຂ່ງຂັນ ກຳນົດໄວ້ນັບຕັ້ງແຕ່ກ້າວເຂົ້າສູ່ສະຖານທີ່ຕັ້ງຂອງການແຂ່ງຂັນ ແລະຈະສີ້ນສຸດເມື່ອໄດ້ອອກຈາກສະໜາມີ່ຕັ້ງນັ້ນໄປ.
2)  ປະຕິບັດຕາມກະຕິກາການແຂ່ງຂັນ
3)  ອະນຸຍາດໃຫ້ການຫຼີ້ນດຳເນີນຕໍ່ໄປເມື່ອທີມທີ່ຖຶກທຳຜິດຈະເກີດການໄດ້ປຽບຈາກການໃຫ້ປະໂຫຍດຖ້າການຄາດຄະເນໃນການໄດ້ປຽບນັ້ນບໍ່ເປັນໄປຕາທີ່ຄາດໄວ້ໃນຂະນະນັ້ນ ກໍ່ຈະລົງໂທດຕາມຄວາມຜິດທີ່ເກີດຂື້ນຕັ້ງແຕ່ຄັ້ງທຳອິດນັ້ນໄດ້.
4)  ທຳການບັນທຶກລາຍງານການແຂ່ງຂັນເຊີ່ງລວບລວມຂໍ້ມູນກ່ຽວກັບການຄວບຄຸມລະບຽບວິໃນ ຢ່າງທີ່ເຮັດກັບຜູ້ຫຼີ້ນ ຫຼື ຫົວໜ້າທີມ ແລະ ເຫການອື່ນໆ ທຸກກໍລະນີທີ່ເກີດຂື້ນກ່ອນການແຂ່ງຂັນ ຫຼືພາຍຫຼັງການແຂ່ງຂັນ.
5)  ເຮັດໜ້າທີ່ເປັນຜູ້ຮັກສາເວລາ ໃກໍລະນີທີ່ບໍ່ມີຜູ້ຮັກສາເວລາ.
6)  ສາມາດຄາດໂທດ ແລະໃຫ້ຜູ້ຫຼີ້ນອອກຈາກສະໜາມ ຖ້າໃນກໍລະນີທີ່ເຮັດຜິດກະຕິກາ.
7)  ຢຸດການແຂ່ງຂັນເມື່ອເຫັນວ່າຜູ້ຫຼີ້ນໄດ້ຮັບການບາດເຈັບຢ່າງຮຸນແຮງ ແລະ ເຄື່ອນຍ້າຍຜູ້ຫຼີ້ນອອກຈາກສະໜາມແຂ່ງຂັນ.
8)  ອະນຸຍາດໃຫ້ການຫຼີ້ນດຳເນີນຕໍ່ໄປຈົນກ່ວາລູກບອນຈະຢູ່ນອກການຫຼີ້ນ ຖ້າເຫັນວ່າຜູ້ຫຼີ້ນໄດ້ຮັບການບາດເຈັບພຽງເລັກນ້ອຍ.
IV.    ຜູ້ຮັກສາເວລາ(The Timekeeper)
ຕ້ອງແນ່ໃຈວ່າເວລາຂອງການແຂ່ງຂັນເປັນໄປຕາມຂໍ້ກຳນົດຂອງກະຕິກາ 8 ຂໍ້ດັ່ງຕໍ່ໄປນີ້
1)  ເລີ້ມການຈັບເວລາຂອງຕົນເອງຫຼັງຈາກການເຕະເລີ້ມຫຼີ້ນ
2)  ຢຸດເວລາເມື່ອບານຢູ່ນອກການຫຼີ້ນ
3)  ເລີ້ມຈັບເວລາພາຍຫຼັງການເຂົ້າເຕະ ການຫຼີ້ນຈາກປະຕູ ການາຫຼີ້ນຈາກມູມ ແລະການເຕະໂທດຂະນະຈຸດໂທດ ການຂໍເວລານອກ ຫຼື ການປ່ອຍລູກບານອອກ
4)  ຄວບຄຸມການຂໍເວລານອກ 1 ນາທີ
5)  ຄວບຄຸມຂອງໄລຍະເວລາຂອງການລົງໂທດ 2 ນາທີ ເມື່ອຜູ້ຫຼີນຖຶກໄລ່ອອກ
6)  ເປັນຜູ້ແຈ້້ງເມື່ອໝົດເວລາການແຂ່ງຂັນ ໃນເຄີ່ງເວລາທຳອິດ ຫຼື ເຄີ່ງເວລາຫຼັງ ເມື່ອໝົດເວລາໃນຊ້ວງການຕໍ່ເວລາພິເສດ ການໝົດເວລາຂອງການຂໍເວລານອກໂດຍການໃຊ້ສັນຍານເປົ່າໝາກວີດ ຫຼື ສຽງສັນຍານອື່ນໆທີ່ຊັດເຈັນ ແລະຈະແຕກຕ່າງສຽງສັນຍານຂອງຜູ້ຕັດສິນ
7)  ເປັນຜູ້ບັນທຶກການຂໍເວລານອກ ແລະ ການຮັກສາາວລານອກຂອງແຈ່ລະທີມ ຕ້ອງແຈ້ງໃຫ້ຜູ້ຕັດສິນ ແລະ ທີມທີ່ແຂ່ງຂັນຮູ້ ອະນຸຍາດການຂໍເວລານອກເມື່ອຜູ້ຝຶກສອນທີມໄດທີມໜື່ງຕ້ອງການຂໍເວລາໄດ້.
8)  ເປັນຜູ້ບັນທຶກກະຕິດາລວມ 5 ທຳອິດຂອງແຕ່ລະທີມໃນແຕ່ລະເຄີ່ງເວລາຂອງການແຂ່ງຂັນ ເຊີ່ງຖຶກບັນທຶກໂດຍຜູ້ຕັດສິນ ແລະໃຫ້ສັນຍານເມື່ອມີການກະທຳຜິດຄັ້ງທີ 5 ໃຫ້ແຕ່ລະທີມຮູ້.
V.    ໄລຍະເວລາຂອງການແຂ່ງຂັນ(The Duration of The Match)
1)  ຊ້ວງເວລາການຫຼີ້ນ(Periods Of Play)
ການແຂ່ງຂັນແບ່ງໄລຍະເວລາອອກເປັນ 2​ ເຄີ່ງ, ເຄີ່ງລະ20ນາທີເທົ່າກັນ ການຮັກສາເວ
      ລາເປັນໜ້າທີ່ຂອງຜູ້ຮັກສາເວລາ ເຊີ່ງມີໜ້າທີ່ກຳນົດຂອງການແຂ່ງຂັນຕ່າງໆ ແລະ ໄລຍະເວລາ
      ຂອງດການແຂ່ງຂັນແຕ່ລະຄັ້ງອາດມີກນເພີ້ມເວລາເພື່ອການເຕະໂທດຂະນະຈຸໂທດ.
2)  ເວລານອກ(Time-Out).
ທັງສອທີມມີສິດຂໍເວລານອກ ເປັນເວລາ 1 ນາທີ ໄດ້ໃນແຕ່ລະເຄີ່ງເວລາພາຍໃຕ້ດັ່ງຕໍ່ໄປນີ້:
*      ຜູ້ຝຶກສອນເທົ່ານັ້ນທີ່ມີສິດຂໍເວລານອກເປັນໄລຍະເວລາ 1 ນາທີ ຈາກຜູ້ຮັກສາເວລາ
*      ການຂໍເວລານອກສາມາດເຮັດໄດ້ຕະຫຼອດເວລາ ແຕ່ຈະໃຫ້ເວລານອກເມື່ອທີມໄດຄອບຄອງບານ
*      ຜູ້ຮັກສາເວລາຈະຕ້ອງສາແດງອະນຸຍາດສຳລັບການຂໍເວລານອກຂອງທີມເມື່ອລູກບານຢູ່ນອກການຫຼີ້ນໂດຍການໃຊ້ສັນຍານເປົ່າໝາກວີ ແລະ ອື້ນໆ
*      ເມື່ອອະນຸຍາດໃຫ້ເວລານອກຜູ້ຫຼີ້ນທຸກຄົນຕ້ອງລວມກັນຢູ່ໃນສະໜາມແຂ່ງຂັນ ຖ້ຕ້ອງການໄດ້ຮັບຄຳແນະນຳຈາກເຈົ້າໜ້າທີ່ທີມຈະເຮັດຳດ້ສະເພາະເສັ້ນຂ້າງບໍລິເວນໜ້າທີ່ນັ່ງສຳຮອງ
ຂອງຕົນເອງ ຜູ້ຫຼີນທຸກຄົນຕ້ອງບໍ່ອອກຈາກສະໜາມແຂ່ງຂັນ ເຊັນດຽວກັນເຈົ້າໜ້າທີ່ທີ່ໃຫ້ຄຳແນະນຳ ຈະຕ້ອງບໍ່ເຂົ້າໄປໃນສະໜາມ
*      ຖ້າທີມບໍ່ໄຊ້ສິດການຂໍເວລານອກໃນເຄີ່ງທຳອິດຈະບໍ່ສາມາດນຳໄປທົດແທນກັນໄດ້ໃນເຄີ່ງເວລາລັງ.
3)  ການພັກຜ່ອນເຄີ່ງເວລາ(Half-Time Interval) ຕ້ອງບໍ່ເກີນ 15 ນາທີ.
*      ຖ້າບໍ່ມີຜູ້ຮັກສາເວລາ ຜູ້ຝຶກຈະຕ້ອງຂໍເວລານອກກັບຜູ້ຕັດສິນ
*      ຖ້າລະບຽບການແຂ່ງຂັນລະບຸໃຫ້ມີການຕໍ່ເວລາພິເສດ ໃນກໍລະນີການແຂ່ງຂັນ ໃນເວລາປົກກະຕິ ຖ້າຜົນການແຂ່ງຂັນຈົບລົງດ້ວຍການສະເໝີກັນ ການແຂ່ງຂັນໃນລະຫວ່າງການຕໍ່ເວລາພິເສດຂອງການແຂ່ງຂັນຈະບໍ່ມີການຂໍເວລານອກ.
VI.    ການເລີ້ມຫຼີ້ນ ຫຼື ການເລີ້ມຫຼີ້ນໃໝ່(The Start And Restart Of Play)
1)  ການຕຽມການເບື້ອງຕົ້ນ(Preliminaries)
ການເລືອກແດນເຮັດໂດຍການສ່ຽງດ້ວຍຫຼຽນ ທີມທີ່ຊະນະສ່ຽງຈະເປັນຜູ້ເລືອກປະຕູ ໃນການບຸກໃນເຄີ່ງເວລາທຳອິດຂອງການແຂ່ງຂັນ ອີກທີມຈະເປັນຝ່າຍເລີ້ມເຕະເມື່ອເລີ້ມຕົ້ນການແຂ່ງຂັນ ແລະທີມທີ່ຊະນະການສ່ຽງຈະຫຼີ້ນໃນເຄີ່ງເວລາຫຼັງຂອງການແຂ່ງຂັນ ແລະຈະມີການບຸກປະຕູຝ່າຍຕົງຂ້າມ.
2)  ການເຕະທີ່ເລີມຫຼີ້ນ(Kick Off)
*      ເມື່ອເລີ້ມຕົ້ນການແຂ່ງຂັນ
*      ຫຼັງຈາກມີການຍີງປະຕູໄດ້
*      ເມື່ອເລີ້ມການແຂ່ງຂັນແຕ່ລະເຄີ່ງຂອງການຕໍ່ເວລາພິເສດໂດຍບໍ່ມີການພັກ ສາມາດຍີງປະຕູໄດ້ໂດຍຕົງຈາກການຕໍ່ເວລາພິເສດ.
VII.    ຂັ້ນຕອນໃນການດຳເນີນການ(Procedure)
1)  ຜູ້ຫຼີ້ນທຸກຄົນຕ້ອງຢູ່ໃນແດນຂອງຕົນເອງ
2)  ຜູ້ຫຼີ້ນຝ່າຍຕົງຂ້າມກັບທີມທີ່ກຳລັງເລີ້ມຫຼີ້ນຕ້ອງຢູ່ຫ່າງຈາກລູກບານ ບໍ່ເກີນ 3 ແມັດຈົນກະທັງລູກບານຢູ່ໃນການຫຼີ້ນ
3)  ລູກບານຕ້ອງວາງບໍ່ໃຫ້ຕີງຢູ່ຈຸດວົງມົນຈຸດໃຈກາງຂອງສະໜາມ
4)  ຜູ້ຕັດສິນໃຫ້ສັນຍານ
5)  ລູກບານຢູ່ໃນການຫຼີ້ນເມື່ອຖຶກເຕະ ແລະ ເຄື່ອນທີ່ໄປຂ້າງໜ້າ
6)  ຜູ້ເຕະບໍ່ສາມາດຫຼີ້ນລູກບານເປັນຄັ້ງທີສອງຈົນກ່າວລູກບານຈະຖຶກສຳຜັດ ໂດຍຜູ້ຫຼີ້ນຄົນອື່ນກ່ອນພາຍຫຼັງທີ່ທີມໜື່ງຍີງປິຕູໄດ້ອີກທີມໜື່ງຈະເປັນຝ່າຍເລີ້ມເຕະກ່ອນ.
7)  ຜູ້ຕັດສິນເປັນຜູ້ປ່ອຍລູກບານຂະນະຈຸດເຊີ່ງລູກບານຢູ່ໃນຂະນະທີ່ການຫຼີ້ນໄດ້ຢຸດລົງຍົກເວັ້ນເຫດກນນີ້ເກີດຂື້ນບໍລິເວນເຂດໂທດ ໃນກໍລະນີນີ້ຜູ້ຕັດສິນຈະປ່ອຍລູກບານຈາກເຂດໂທດຂະນະຈຸດໃກ້ກັນກັບລູກບານຫຼາຍໃນຂະນະທີ່ການຫຼີ້ນໄດ້ຢຸດລົງ ແລະ ການເລີ້ມຫຼີ້ນໃໝ່ຈະສົມບູນກໍ່ຕໍ່ເມື່ອລູກບານໄດ້ສຳຜັດກັບພື້ນສະໜາມ.
VIII.    ລູກບານຢູ່ໃນການຫຼີ້ນ ແລະ ຢູ່ນອກການຫຼີ້ນ( The Ball In And Out Of Play )
1)  ລູກບານຢູ່ໃນການຫຼີ້ນ( Ball in Play )
ລູກບານຢູ່ໃນການຫຼີ້ນຕະຫຼອດເວລາ ນັບຈາກການຫຼີ້ນຈົນກະທັ້ງການແຂ່ງຂັນສີ້ນສຸດລົງລວມທັງເມື່ອ.
*      ລູກບານດອນຈາກເສົາ ຫຼື ຄາປະຕູເຂົ້າມາໃນສະໜານແຂ່ງຂັນ
*      ການເຂົ້າຫຼີ້ນຈະນຳລູກບານມາວາງ ຂະນະຈຸດທີ່ໃກ້ເສັ້ນຂ້າງ ແລະເສັ້ນຂະຂານກັບປະຕູ
2)  ລູກບານຢູ່ນອກການຫຼີ້ນ( Ball out of Play )
ລູກບານຢູ່ນອກການຫຼີ້ນເມື່ອ.
*      ລູກບານທັງລູກໄດ້ຜ່ານເສັ້ນປິຕູ ຫຼື ເສັ້ນຂ້າງບໍ່ວ່າຢູ່ເທີງໜ້າສະໜາມແລະ ໃນອາກາດ
*      ຜູ້ຕັດສິນສັ່ງຢຸດການຫຼີ້ນ
*      ລູກບານກະທົບໃສ່ຫຼັງຄາ
*      ການແຂ່ງຂັນທີ່ຫຼີ້ນພາຍໃນສະໜາມໃນຮົ່ມລູກບານໄດ້ກະທົບໃສ່ແພດານຫຼັງຄາ ການຫຼີນຈະເລີ້ມຫຼີ້ນໃໝ່ ໂດຍຜູ້ຫຼີ້ນຝ່າຍຕົງຂ້າມກັບຜູ້ຫຼີ້ນທີ່ສຳຜັດລູກບານເປັນຄັ້ງສຸດທ້າຍຈະໄດ້ເຕະເຂົ້າຫຼີ້ນ( Kick in ) ຫຼື ຫຼີ້ນລູກຈາກປະຕູ( Goal Clearance )
IX.    ການຫຼີ້ນທີ່ຜິດກະຕິກາ ແລະປະພຶດຜິດ( Fouls And Misconduct )
*      ການເຮັດຜິດກະຕິກາ ຫຼື ເສຍມາລະຍາດຈະຖຶກລົງໂທດດັ່ງນີ້:
      ຖ້າຜູ້ຫຼີ້ນເຮັດຜິດຕາມຄວາມຜິດຂໍ້ໄດຂໍ້ໜື່ງໃນ 6 ຂໍ້ຕໍ່ໄປນີ້ໂດຍຜູ້ຕັສິນພິຈາລະນາເຫັນວ່າຂາດຄວາມລະມັດລະວັງບໍ່ໄຕ່ຕອງໃຫ້ດີ ຫຼື ໃຊ້ກຳລັງແຮງເກີນກ່ວາເຫດຈະໃຫ້ຝ່າຍຕົງຂ້າມໄດ້ຍີງຈຸດໂທດໂດຍຕົງໄດ້ແກ່.
1)  ເຕະ( Kick )ຫຼືພະຍາຍາມເຕະຄູ່ຕໍ່ສູ້
2)  ຂັດຂວາ( Trips )ຫຼືພະຍາຍາມຂັດຂວາຄູ່ຕໍ່ສູ້
3)  ກະໂດດ( Jump )ເຂົ້າໃສ່ຄູ່ຕໍ່ສູ້
4)  ຊົນ( Charges )ຄູ່ຕໍ່ສູ້ລວມເຖີງການຊົນດ້ວຍໄລ່
5)  ການທຳຮ້າຍ ຫຼື ພະຍາຍາມທຳຮ້າຍຄູ່ຕໍ່ສູ້
6)  ຊຸກ ຫຼື ຜຣັກ( Pushes )ຄູ່ຕໍ່ສູ້
*      ຖ້າຜູ້ຫຼີ້ນເຮັດຜິດຕາມຄວາມຜິດຂໍ້ໄດຂໍ້ໜື່ງໃນ 4 ຂໍ້ຕໍ່ໄປນີ້ຈະໃຫ້ຝ່າຍຕົງຂ້າມໄດ້ຍີງຈຸດໂທດໂດຍຕົງເຊັ່ນກັນໄດແກ່:
1)  ດືງ( Holds )ຄູ່ຕໍ່ສູ້
2)  ຖົ່ມນໍ້າລາຍ( Spits )ໃສ່ຄູ່ຕໍ່ສູ້
3)  ການເຂົ້າຕົວ( Slides )ໃນສະພາວະທີ່ພະຍາຍາມຈະຫຼີ້ລູກບານ ໃນຂະນະຜູ້ຫຼີ້ນຝ່າຍຕົງຂ້າມກຳລັງຫຼີ້ນລູກບານ ຫຼື ພະຍານາມຫຼີ້ນລູກບານໂດຍຄູ່ຕໍ່ສູ້( Sliding Tackle ) ຍົກເວັ້ນຜູ້ຮັກສາປະຕູສາມາດສະໄລ່ໃນເຂດໂທດຂອງຕົນເອງເພື່ອປ້ອງກັນປະຕູ
X.    ການເຕະໂທດຂະນະຈຸດໂທດ( Penalty Kick )
ການເຕະໂທດຂະນະຈຸດໂທດ ຖ້າຜູ້ຫຼີ້ນເຮັດຄວາມຜິດດັ່ງກ່າວ ຂາງຕົ້ນພາຍໃນເຂດໂທດຂອງຕົນເອງ ໂດຍບໍ່ຕ້ອງຄຳນືງເຖີງຕໍາແໜ່ງຂອງລູກບານ ແລະ ມີເງື່ອນໄຂວ່າລູກບານຕ້ອງຢູ່ໃນການຫຼີ້ນ.
*      ໂທດໂດຍອອ້ມ( Indirect Free Kick )
ໃຫ້ຝ່າຍຕົງຂ້າມເຕະໂທດໂດຍອອ້ ຖ້າຜູ້ຮັກສາປະຕູເຮັດຜິດຕາມຄວາມຜິດຂໍ້ໄດຂໍ້ໜື່ງດັ່ງຕໍ່ໄປນີ້:
1)  ພາຍຫຼັງຈະປ່ອຍລູກບານຈາກການຄອບຄອງ ເຂົາໄດ້ຮັບລູກບານຄືນ ຈາກຜູ້ຫຼີ້ນຝ່າຍດຽວກັນກ່ອນທີ່ລູກບານຈະຖຶກສົ່ງຜ່ານເສັ້ນແບ່ງແດນ ຫຼື ໄດ້ຖຶກຫຼີ້ນໂດຍສຳຜັດຜູ້ຫຼີ້ນ ຫຼື ສຳຜັດຜຜູ້ຫຼີ້ນຝ່າຍຕົງຂ້າມ.
2)  ສຳຜັດລູກບານດ້ວຍມື ພາຍຫຼັງຜູ້ຫຼີ້ນຝ່າຍດຽວກັນເຈດຕະນາເຕະສົ່ງມາໃຫ້
3)  ສຳຜັດລູກບານດ້ວຍມື ພາຍຫຼັງຜູ້ຫຼີ້ນຝ່າຍດຽວກັນສົ່ງມາໃຫ້ໂດຍຕົງຈາກການເຕະເຂົ້າຫຼີ້ນ
4)  ສຳຜັດ ຫຼື ຄອບຄອງບານດ້ວຍມື ຍົກເວັ້ນລູກຢູ່ໃນຝ່າຍແດນຝັ່ງຕົງຂ້າມໃນສະໜາມແຂ່ງຂັນ ແລະ ຈະໃຫ້ຝ່າຍຕົງຂ້າມໄດ້ເຕະໂທດໂດຍອອ້ມເຊີ່ງມີການເຮັດຜິດກະຕະກາເກີດຂື້ນ ຖ້າຜູ້ຕັດສິນພິຈາລະນາວ່າຜູ້ຫຼີ້ນເຊັ່ນ:
*      ຫຼີ້ນໃນລັກສະນະທີ່ເປັນອັນຕະລາຍ
*      ເຈດຕະນາກີດຂວາງການຫຼີ້ນຂອງຝ່າຍຕົງຂ້າມ ເມື່ອຕົນເອງບໍ່ໄດ້ຢູ່ໃນໄລຍະທີ່ຫຼີ້ນລູກບານ.
XI.    ການລົງໂທດເລື້ອງລະບຽບວິໃນ (Disciplinary Sanctions ).
*      ການກະທຳຜິດທີ່ຖຶກຄາດໂທດ( Actionable offences )
ຜູ້ຫຼີ້ນຕ້ອງຖຶກຄາດໂທດ ແລະ ສະແດງໃບເຫຼືອງ ຖ້າເຮັດຜິດຕາມຄວາມຜິດຂໍ້ໄດຂໍ້ໜື່ງດັ່ງຕໍ່ໄປນີ້:
1)  ການເຮັດຜິດກ່ຽວກັບການປະພຶດຢ່າງບໍ່ມີນໍ້າໃຈເປັນນັກກິລາ( Unsporting Behavior )
2)  ສະແດງການຄັດຄ້ານຄ້ວຍຄຳເວົ້າ ຫຼື ກິລິຍາທ່າທາງ( Dissent by Word or Action )
3)  ການເຮັດຜິດກະຕິການແຂ່ງຂັນເລື້ອຍໆ( Persistently Infringes the law of theGame )
4)  ບໍ່ຖອຍຫ່າງໄປຢູ່ໃນໄລຍະກຳນົດໄວ້ເເມື່ອມີການເຕະຈາກມູມ ການເຕະເຂົ້າຫຼີ້ນ ການເຕະໂທດ ຫຼື ການຫຼີ້ນຈາກປະຕູ ເພື່ອການເລີ້ມຫຼີ້ນໃໝ່
5)  ເຂົ້າໄປສົມທົບ ຫຼືເຂົ້າໄປສົມທົບຢູ່ໃນສະໜາມ ໂດຍບໍ່ໄດ້ຮັບອະນຸຍາດຈາກຜູ້ຕັດສິນ ຫຼື ເຮັດຜິດກະຕິກາໃນການປ່ຽນຕົວ
6)  ເຈດຕະນາອອກຈາກສະໜາມໂດຍບໍ່ໄດ້ຮັບອະນຸຍາດຈາກຜູ້ຕັດສິນ ການເຮັດຜິດດັ່ງກ່າວໃຫ້ຜູ້ຫຼີ້ນຝ່າຍຕົງຂ້າມເຕະຈຸດໂທດໂດຍອອ້ມ ຂະນະຈຸດທີ່ມີການເຮັດຜິດກະຕິກາເກີດຂື້ນ ຖ້າການເຮັດຜິດກະຕິກາພາຍໃນເຂດໂທດການເຕະໂທດໂດຍອອ້ມ ຈາກເຮັດຈາກເສັ້ນເຂດໂທດ ຂະນະຈຸດທີ່ໃກ້ທີ່ສຸດທີ່ມີການເຮັດຜິດກະຕິກາເກີດຂື້ນ ການຄາດໂທດເປັນການເພີ້ມເຕີມໂດຍມີເງື່ອນໄຂວ່າບໍ່ໃຫ້ມີການເຮັດຜິດກະຕິກາຮຸນແຮງເກີດຂື້ນຫຼາຍເທື່ອ.
XII.    ຕໍາແໜ່ງຂອງການເຕະຈຸດໂທດ( Position of Free Kick )
ສຳລັບການເຮັດຜິດກະຕິກາລວມ 5 ຄັ້ງທຳອິດຂອງແຕ່ລະທີມໃນແຕ່ລະເຄີ່ງເວລາຂອງການແຂ່ງຂັນ ຈະຖຶກຈົດບັນທຶກໄວ້
1)  ຜູ້ຫຼີ້ນຝ່າຍຕົງຂ້າມສາມາດຕັ້ງກຳແພງຳດ້
2)  ຜູ້ຫຼີ້ນທີ່ເຕະຈຸດໂທດຈະຕ້ອງສະແດງຕົວຢ່າງຊັດເຈັນ
3)  ສາມາດຍີງປະຕູໂດຍກົງຈາກການເຕະຈຸດໂທດ
4)  ຜຫຼີ້ນຝ່າຍຕົງຂ້າມທັງໝົດຕ້ອງຢູ່ຫ່າງຈາກລູກບານຢ່າງນ້ອຍ 5 ແມັດຈົນກ່ວາລູກບານຢູ່ໃນການຫຼີ້ນ.
5)  ຜູ້ຮັກສາປະຕູຕ້ອງຢູ່ໃນເຂດໂທດ ແລະ ຢູ່ຫ່າງບານບໍ່ເກີນກ່ວາ 5 ແມັດ
XIII.    ການເຕະຈາກມູມ ( The Corner Kick )
ການເຕະຈາກມູມເປັນວິທີໜື່ງຂອງການຫຼີ້ນໃໝ່ ສາມາດຍີງປະຕູໄດ້ໂດຍຕົງ ຈາກການເຕະຈາກມູມ ແຕ່ຕ້ອງຍີງປະຕູຝ່າຍຕົງຂ້າມເທົ່ານັ້ນ.
1)  ລູກບານຕ້ອງວາງໄວ້ພາຍໃເຂດມູມໃກ້ກັບມູມສະໜາມຫຼາຍທີ່ສຸດຢ່າງຊັດເຈັນ
2)  ລູກບານຈະຖຶກເຕະດ້ວຍຜຜູ້ຫຼີ້ນຝ່າຍບຸກ
3)  ລູກບານເມື່ອຢູ່ໃນການຫຼີ້ນ ຫຼື ຖຶກການສຳຜັດ
4)  ຜູ້ເຕະຕ້ອງບໍ່ຫຼີ້ນລູກບານເປັນຄັ້ງທີສອງຈົນກ່ວາຈະຖຶກຫຼີ້ ຫຼື ສຳຜັດຜູ້ຫຼີ້ນຄົນອື່ນກ່ອນ
XIV.    ອົງປະກອບພື້ນຖານຂອງການຫຼີ້ນກິລາຟຸດຊໍ
ຜູ້ຫຼີນຈະຕ້ອງມີສ່ວນສຳຄັນທີ່ສຸດຕໍ່ກິລາຟຸດຊໍຄືຜູ້ຝຶກສອນນັ້ນເອງ ແລະ ຂາດການຝຶກທີ່ຖຶກຕ້ອງ ແລະ ຍັງຂາດຄວາມຮູ້ຄວາມເຂົ້າໃຈ ໃນກິລາຊະນິດນີ້ ດັ່ງນັ້ນການຝຶກຈື່ງບໍ່ມີແບບແຜນ ບໍ່ມີຫຼັກວິທີການສອນ,ການຝຶກຊ້ອມທີ່ຖຶກຕ້ອງແລະ ຍັງເປັນການຊ່ວງຄວາມສາມາດຂອງນັກກິລາ ຫຼື ເຮັດໃຫ້ຄວາມສາມາດຫຼຸດລົງ ຜູ້ຝຶກສອນຈະຕ້ອງມີຄວາມສຳນຶກຄິດວ່າກຳລັງເຮັດຫຍັງຢູ່ ຖ້າຜິດກໍ່ບໍ່ຄວນເຮັກດີກ່ວາ ບາງຄົນຕ້ອງການພັດທະນາຜູ້ຫຼີ້ນໃຫ້ສູງຂືນແຕ່ຂາດບາງສີ່ງບາງຢ່າງ ຈື່ງບໍ່ໄດ້ພັດທະນາເທົ່າທີ່ຄວນຄື ບໍ່ບັນລຸເປົ້າໝາຍທີ່ວາງໄວ້ ຖືໄດ້ວ່າເປັນບັນຫາທີ່ສຳຄັນ.
ເນື່ອງຈາກກິລາຟຸດຊໍເປັນກິລາທີ່ໃຊ້ຄວາມສາມາດຂ້ອນຂ້າງສູງ ໜ້າທີ່ສຳຄັນຂອງຜູ້ຝຶກສອນຄື:ການຊ່ວຍເຫຼືອນັກກິລາທີ່ໄດ້ມາເຊີ່ງຄວາມຮູ້ທັກສະຄວາມສາມາດເພື່ອພັດທະນາສະມັດຕະພາບ ແລະ ສຸດຂີດຄວາມສາມາດຂອງນັກກິລາເຊີ່ງສາມາດສັງເກດໄດ້ຈາກການສະແດງອອກທາງທັກສະຄວາມສາມາດຂອງນັກກິລາດັ່ງນີ້:
1)  ການເຄື່ອນໃຫວໄດ້ຢ່າງຖຶກຕ້ອງເໝາະສົມກັບຊ້ວງເວລາ
2)  ໃຊ້ແຮງນ້ອຍແຕ່ມີປະສິດທິພາບໃນກນເຄື່ອນໃຫວ
3)  ບໍ່ຟ້າວບໍ່ຟັ່ງ ມີຄວາມສຳພັນໃນທຸກຈັງຫວະຂອງການເຄື່ອນໄຫວ
4)  ມີຄວາມໄວ ແລະ ແນ່ນອນໃນການເຄື່ອນໄຫວ
5)  ມີຄວາມສະໝໍ່າສະເໝີ ແລະ ຮັກສາຟອມໄວ້ຄົງທີ່ໃນແຕ່ລະຄັ້ງຂອງການເຄື່ອນໄຫວ
6)  ບັນລຸຕາມເປົ້າໝາຍທີ່ຕ້ອງການ
XV.    ປະໂຫຍດທີ່ໄດ້ຮັບຈາກການຫຼີ້ນກິລາຟຸດຊໍມີດັ່ງນີ້.
1)  ການຫຼີ້ນກິລາຟຸຊໍຈະຕ້ອງເຄື່ອນໄຫວຕະຫຼອດເວລາ ມີຄວາມເຊື່ອໝັ້ນຕົນເອງ ມີໄຫວພິກດີ ສາມາດແກ້ໄຂບັນຫາຕ່າງໆໄດ້ ມີຄວາມຕັດສິນໃຈໄວແນ່ນອນ ແມ້ນຍຳ ດັ່ງນັ້ນກິລາຟຸດຊໍຈື່ງເປັນກິລາປະເພດໜື່ງ ທີ່ຊ່ວຍໃຫ້ຝຶກຝົນຜູ້ຫຼີ້ນມີໄຫວພິກ ແລະແກ້ໄຂບັນຫາສະເພາະໜ້າໄດ້.
2)  ຟຸດຊໍເປັນກິລາອິີກປະເພດໜື່ງທີ່ຊວຍເສີມສ້າງສະມັດຕະພາບ ທາງຮ່າງກາຍໃຫ້ແຂງແຮງ ຊ່ວຍໃຫ້ລະບົບຕ່າງໆໃນຮ່າງກາຍ ທຳງານຢ່າງມີປະສິດທິພາບເຊັ່ນ: ລະບົບກ້າມເນື້ອ, ລະບົບການຫາຍໃຈ, ລະບົບຂັບຖ່າຍ , ລະບົບການໄຫຼວຽນຂອງເດືອດໄດ້ດີ ແລະ ອື່ນໆ.
3)  ຟຸດຊໍເປັນກິລາທີ່ຊ່ວຍສົ່ງເສີມກິິດຈະກຳທີ່ລວມການເຄື່ອນໄຫວເຊັ່ນ:ຄວາມສາມາດສະເພາະຕົວ,ການຍາດເອົາບານຈາກຄູ່ຕໍ່ສູ້, ການຮັບບານ, ການສົ່ງບານ, ການໂດດຮັບເອົາບານ ການຫຼີ້ນກິລາທຸກຊະນິດ ຍ່ອມກໍ່ໃຫ້ເກີດປະໂຫຍດ ແກ່ຜູ້ຫຼີ້ນທາງຕົງ ແລະອອ້ມ
*      ປະໂຫຍດທາງຮ່າງກາຍ
1)  ເຮັດໃຫ້ກ້າມເນື້ອແຂງແຮງ ແລະ ມີຄວາມສາມາທີ່ຈະເຮັດວຽກໄດ້ດີ
2)  ເຮັດໃຫ້ການໝູນວຽນຂອງເດືອດໄດ້ດີ
3)  ເຮັດໃຫ້ເຊວຕ່າງໆຂອງຮ່າງກາຍແຂງແຮງ
4)  ເຮັດໃຫ້ປອດ ແລະ ຫົວໃຈເຮັດວຽກຢ່າງມິປະສິດທິພາບ
5)  ຮັກສາອຸນຫະພູມຄວາມຮ້ອນຂອງຮ່າງກາຍ
*      ປະໂຫຍດທາງຈິດໃຈ
1)  ຊ່ວຍໃຫ້ຈິດໃຈສະບາຍ,ອາລົມແຈ່ມໃສ
2)  ເຮັດໃຫ້ເກີດຄວາມພໍໃຈໃນຄວາມສາມາດຂອງຕົນ
3)  ເປັນກິດຈະກຳພັກຜ່ອນທີ່ໃຊ້ເວລາຢ່າງຖຶກຕ້ອງ
4)  ເປັນທາງໜື່ງເພື່ອລະບາຍອາລົມອອກ
5)  ເປັນການຜ່ອນຄາຍຄວາມຄຽດຕືງຂອງອາລົມ
6)  ກໍ່ໃຫ້ເກີດມີນໍ້າໃຈເປັນນັກກິລາ
7)  ຊ່ວຍໃຫ້ຮູ້ຈັກແກ້ໄຂບັນຫາສະເພາະໜ້າ  ແລະຊ່ວຍສົ່ງເສີມໃຫ້ມີພິກໄຫວດີ
*      ປະໂຫດຍທາງທັດສະຄະຕິ
1)  ຮູ້ຈັກກົດລະບຽບ, ກະຕິກາການຫຼີ້ນຕ່າງໆ ຊ່ວຍສອນໃຫ້ຜູ້ຫຼີ້ນຮູ້ຈັກຄວາມຍຸດຕິທຳ ແລະ ປະຕິບັດຕົນໃນຂອບອຂດທີ່ຖຶກຕ້ອງ
2)  ຮູ້ຈັກເຄົາລົບສິດຂອງຜູ້ອື່ນ
3)  ສ້າງບັນຫາຕ່າງໆ ຫຼື ຈະເປັນໄພຕໍ່ສັງຄົມໃຫ້ໜ້ອຍລົງ
XVI.    ເປົ້າໝາຍຂອງການຫຼີ້ນກິລາຟດຊໍຢູ່ທີ່ ວິທະຍາໄລຄອມເຊັນເຕີເພື່ອ
ເຮັດຂື້ນເພື່ອຈິດຈະກຳໜື່ງຂອງການເຄື່ອນໄຫວນອກຫຼັກສູດເພື່ອຊ່ວຍຄວາມຕືງຄຽດຂອງອາລົມ ແລະຄວາມມ່ວນຊື່ນໃຫ້ກັບນັກຮຽນທີ່ມີຄວາມຕືງຄຽດໃນການຮໍ່າຮຽນ ແລະ ຊ່ວຍໃຫ້ເກີດຄວາມສາມັກຄີພາຍໃນ ວິທາຍາໄລຄອມເຊັນເຕີຂອງພວກເຮົາເພາະເປັນທາງໜື່ງທີ່ຈະຊ່ວຍໃຫ້ເຂົາຫຼຸດພົ້ນຈາກຄວາມຫຼົງຜິດຂອງສີ່ງເສບຕິດມຶນເມົາຕ່າງໆເພື່ອຊ່ວຍເຍົາວະຊົນ,ຊາວໜຸ່ມຂອງຊາດໃນອະນາຄົດ.
1)  ຊະນະໃຈຄົນຊົມ
2)  ຮູ້ກົດລະບຽບຂອງໂຮງຮຽນທີ່ວາງອອກ
3)  ເກີດມີນໍ້າໃນເປັນນັກກິລາ
4)  ກໍ່ໃຫ້ເກີດຄວາມສາມັກຄີ
5)  ຮູ້ຈັກຄວາມຍຸດຕິທຳ ແລະ ເຄົາລົບສິດຂອງຜູ້ອື່ນ
6)  ຮູ້ຈັກມີມາລະຍາດໃນການປະພຶດຕົວ
7)  ຊ່ວຍໃຫ້ຮ່າງໃກຈາກສີ່ງເສບຕິດທີ່ເປັນອັນຕະລາຍຕໍ່ສຸຂະພາບ
8)  ຊ່ວຍໃຫ້ເປັນຄົນມີຄວາມອົດທົນໃນສະຖະນະການຕ່າງໆ
XVII.    ສະພາບ ແລະ ບັນຫາ
1.   ການເປີດພິທີຂອງການແຂ່ງຂັນ.
ແມ່ນໄດ້ມີການເປີດພິທີໂດຍຜູ້ອຳນວຍການຂອງໂຮງຮຽນວິທະຍາໄລຄອມເຊັນເຕີ ເພື່ອເປັນກຽດກ່າວຄຳປາໃສໃຫ້ກັບນັກກິລາ ພ້ອມນັ້ນນັກິລາຢືນລຽນກັນເປັນແຖວຢູ່ໃນສະໜາມການແຂ່ງຂັນຕໍ່ໜ້າເວທີເພື່ອຮັບເອົາຄຳປາໃສຈາກຜູ້ອຳນວຍການ ສຳລັບຜູ້ທີ່ລົງຫຼີ້ນກາແຂ່ງຂັນ ຫຼັງຈາກນັ້ນ ກໍ່ໄດ້ມອບໃຫ້ຜູ້ທີ່ຮັບຜິດຊອບຂອງການແຂ່ງຂັນຂື້ນມາກ່າວຄຳປາໃສກ່ຽວກັບກົດລະບຽບ ແລະ ຂໍ້ກຳນົດຂອງການແຂ່ງຂັນກິລາຟຸດຊໍໃນຄັ້ງນີ້










2.   ການປິດພິທິໃນການແຂ່ງຂັນ.
ການປິດພິທິຂອງການແຂ່ງຂັນກິງາຟຸດຊໍຊຸດນີ້ໂດຍຜູ້ອຳນວຍການໂຮງຮຽນເປັນປະທານ
      ຂື້ນມອບລາງວັນໃຫ້ແກ່ທີມທີ່ຊະນະໃນການແຂ່ງຂັນ ແລະ ມອບລາງວັນໃຫ້ແກ່ທີສອງ ແລະທີ
      ສາມແລ້ວຕໍ່ຈາກນັ້ນໄດ້ກ່າວຄຳປາໃສໃຫ້ແກ່ນັກກິລາທຸກຄົນ ແລະ ກ່າວຄຳຂອບໃຈມາຍັງນັກກິ
      ລາທຸກຄົນ ,ຜູ້ຊົມ ແລະອາຈານທຸກຄົນທີ່ໄດ້ເອົາໃຈໃສ່ໃຫ້ການແຂ່ງຂັນກິລາຄັ້ງນີ້ເປັນໄປຢ່າງຈົບ
      ງາມ,ຢ່າງຟົດຟື້ນແລະມ່ວນຊື່ນຫຼັງຈາກນັ້ນກໍ່ໄດ້ກ່າວປິດພິທີຂອງການແຂ່ງຂັນຢ່າງເປັນທາງການ.








3.      ສະພາບການໃນການແຂ່ງຂັນໃນຄັ້ງນີ້ເປັນໄປຄື:
ການແຂ່ງຂັນເປັນໄປຢ່າງສວຍງາມເພາະທຸກຄົນຕ້ອງການທີ່ຈະຫຼີ້ນເປັນທີມ ເພື່ອຄວາມ
ມ່ວນຊື່ນ,ຄວາມສະໜຸກໜານໃນການແຂ່ງຂັນ ທຸກໆຄົນຫຼີ້ນຢ່າງມີສະຕິລະວັງຕົວ ໃນການຫຼີ້ນທຸກໆຄັ້ງທຸກຄົນກໍ່ໄດ້ຫຼີ້ນຕາມກະຕິາກາ ແລະ ຂໍ້ກຳນົດກົດລະບຽບທີ່ໄດ້ວາງອອກ ແລະ ຜູ້ທີ່ມາເບີ່ງການແຂ່ງຂັນໄດ້ເກີດຄວາມປິຕິຍິນດີ,ເບີ່ງດ້ວຍຄວາມຕື່ນເຕັ້ນ ແລະໜ້າຈັບໃຈເພາະການຫຼີ້ຂອງນັກກິລາຫຼີ້ນດ້ວຍຄວາມເຄົາລົບເຊີ່ງກັນ ແລະກັນ,ຫຼີ້ຖຶກກະຕິກາ,ຮູ້ຈັກແພ້,ຮູ້ຈັກຊະນະ,ຮູ້ຈັກການຂໍໂທດເມື່ອຜູ້ອື່ນເຮັດຜິດ ໃນການຫຼີ້ນແຕ່ລະຄັ້ງດິນຟ້າອາກາດໃຫ້ອຳນວຍຄວາມສະດວກສະບາຍຈົນເຖີງມື້ສູດທ້າຍຂອງການແຂ່ງຂັນ.
                             


















*       ທີມປະເພດຊາຍຂອງການແຂ່ງກິລາຂັນຟຸດຊໍ





























*      ທີມປະເພດຍີງຂອງການແຂ່ງຂັນກິລາຟຸດຊໍ

































XVIII.    ວິເຄາະ ຈຸດດີ ແລະ ຈຸດອ່ອນ.
1.  ຈຸດດີ.
ນັກກິລາແຕ່ລະຄົນຫຼີ້ນດ້ວຍຄວາມມັກ ແລະ ໃນການຫຼີ້ນເປັນທີມ,ທຸກຄົນມີຄວາມສາມັກຄີ
      ດີ,ຊ່ວຍເຫຼືອເຊີ່ງການ ແລະ ກັນ,ມີຄວາມເຊື່ອໝັ້ນຕົນເອງ ແລະ ຜູ້ຫຼີ້ນໃນທີມດຽວກັນ, ໃນການ
      ຫຼີ້ນແຕ່ລະທີມໄດ້ປະຕິບັດຕາມກົດລະບຽບ ແລະ ກະຕິກາທີ່ວາງອອກ ຮູ້ຈັກຂໍໂທດໃນເມື່ອຕົນເອງ
      ເຮັດຜິດ ຫຼື ຫຼີ້ນແຮງຈາກການເຂົ້າໄປຍາດເອົາບານຈາກຄູ່ຕໍ່ສູ້,ຮູ້ຈັກຊະນະ,ຮູ້ຈັກມີມາລະຍາດແລະ
      ປະພຶດປະຕິບັດຕົນໃນຂອບເຂດຂອງກຳມະການຕັດສິນທຸກຢ່າງ.
*       ຫຼີ້ນດ້ວຍຈິດໃຈໃນການເປັນນັກກິລາ
*       ເຊື່ອຟັງກຳມະການຕັດສິນ
*       ຮູ້ຈັກຂໍໂທດເມື່ອຕົນເອງເຮັດຜິດ
*       ມີຄວາມຢາກຊະນະ
*       ມີຄວາມສາມັກຄີຕໍ່ັນ
*       ທຸກໆຄົນມີຄວາມເຊື່ອໝັ້ນເຊີ່ງກັນ ແລະ ກັນ
*       ຫຼີ້ນດີມີຄຸນນະພາບ
2.  ຈຸດອ່ອນ.
ບາງຄົນຍັງຫຼີ້ນບໍ່ໄດ້ດີເທົ່່າທີ່ຄວນເຊັ່ນ: ຂາດການຝຶກຊ້ອມ,ເກີດມີຄວາມຜິດຖຽງສຳລັບບາງຄົນ, ຫຼີ້ນຕາມໃຈຕົນເອງ ແລະບາງຄົນຂາດຄວາມເຊື່ອໝັ້ນຕໍ່,ຂາດຄວາມສາມັກຄີ, ບາງຄົນຫຼີ້ນກິນແຮງໝູ່ໃນຂະນະການແຂ່ງຂັນເຊັ່ນ:
*       ບາງຄົນຕັດສິນໃຈບໍ່ເດັດຂາດໃນການແຂ່ງຂັນ
*       ຫຼີ້ນບໍ່ເປັນທີມ ແລະ ຫຼີ້ນນອກເກມ
*       ຂາດຄວາມເຊື່ອຖືຈາກໝູ່ຄູ່
*       ຂາດປະສົບປະການໃນການແຂ່ງຂັນ
*       ຂາດເປົ້າໝາຍໃນການແຂ່ງຂັນ
*       ບາງຄົນເຮັດຜິດຕະຫຼອດເວລາ
*       ຂາດການຝຶກຊ້ອມທີ່ດີ
*       ບາງທີມເມື່ອຮູ້ວ່າຈະບໍ່ຊະນະແລ້ວຫຼີ້ນແບບບໍ່ຫ້າວບໍ່ຫັນ ຫຼື  ບໍ່ມີຈັງຫວະໃນການຫຼີ້ນ ,ຫຼີ້ນ
ແບບທ່ວງເວລາ
*       ບໍ່ມີເຕັກນິກໃນການຫຼີ້ນ ຫຼື ຂາດການເຕັກນິກທີ່ດີ
XIX.    ຂໍ້ສະເນີ
ພວກເຮົາເຫັນວ່າການຫຼີ້ນກິລາຟຸດຊໍນີ້ຕ້ອງໃຫ້ນັກກິລາມີລະບຽບວິໃນ ຈະຕ້ອງໃຫ້ມີຄວາມ
      ສາມັກຄີກັນ ແລະ ນັກກິລາທຸກໆຄົນຈະຕ້ອງມີຄວາມເຊື່ອໝັ້ນຕໍ່ກັນ, ຈະຕ້ອງມີມີການຫຼີ້ເປັນທີມ
      ໃນການຫຼີ້ນກິລາ ຕ້ອງມີລະບຽບວິໃນໃນການຫຼີ້ນກິລາຂອງໂຮງຮຽນທີ່ໄດ້ວາງອອກທຸກປະການ
ນັກກິລາຈະຕ້ອງປະຕິບັດຕົນໃນຂອບເຂດທີ່ຖຶກຕ້ອງ ແລະເໝາະສົມຂອງການຫຼີ້ນກິລາຟຸດຊໍ ດັ່ງນັ້ນ:ນັກກິລາທຸກໆຄົນຈະຕ້ອງຫຼີ້ນແບບບໍ່ຜິດກະຕິກາ ແລະ ເຊື່ອຟັງຄຳຕັດສິນຂອງກຳມະການຢ່າງເຄັ່ງຄັດ ແລະ ຕ້ອງມີຄວາມຕັ້ງໃຈໃນການຫຼີ້ນກິລາ,ນັກກິລາທຸກໆຄົນທີ່ລົງສະໜາມຕ້ອງມີຄວາມຢາກຊະນະໃນການແຂ່ງຂັນ,ນັກກິລາຕ້ອງມີຄວາມໃຫ້ກຽດ ແລະ ມີຄວາມເຄົາລົບຕໍ່ຄູ່ຕໍ່ສູ້ດ້ວຍກັນຕະຫຼອດເວລາໃນການແຂ່ງຂັນ,ນັກກິາທຸກໆຄົນຕ້ອງມີຄວາມຮັບຜິດຊອບໃນໜ້າທີ່ຂອງ
ຕົນເອງທີ່ໄດ້ມອບໝາຍໃຫ້, ນັກກິລສທຸກໆຄົນໃນກໍລະນີເຮັດຜິດຈະຕ້ອງຮັບເອົາຄວາມຜິດຂອງຕົນເອງເພື່ອມາແກ້ໄຂ ແລະ ປັບປຸງຕົນເອງໃຫ້ດີຂື້ນ,ນັກກິລາທຸກໆຈະຕ້ອງມີລະບຽບວິໃນຢ່າງນ້ອຍ 80%ຂອງກະຕິກາທີ່ຕົນເອງຫຼີ້ນຢູ່ນັ້ນ ແລະ ສຳລັບການແຂ່ງຂັນກິລາຟຸດຊໍຢູ່ທີ່ວິທະຍາໄລຄອມເຊັນເຕີຂອງພວກເຮົາ ແລະ ກິລາອື່ນໆອີກຫຼາຍປະເພດ.

No comments:

Post a Comment