I.
ຄຸນສົມບັດຂອງຜູ້ນຳທີ່ດີ
1. ຄວາມຮູ້ (Knowledge)
ການ ເປັນຜູ້ນຳນັ້ນ ຄວາມຮູ້ເປັນສິ່ງຈຳເປັນທີ່ສຸດ ຄວາມຮູ້ໃນທີ່ນີ້ບໍ່ໄດ້ໝາຍເຖິງສະເພາະຄວາມຮູ້ກ່ຽວກັບງານໃນຫນ້າທີ່ເທົ່ານັ້ນ ຫາກແຕ່ລວມເຖິງການໃຝ່ຫາຄວາມຮູ້ເພິ່ມເຕິມໃນດ້ານອື່ນ ໆ ດ້ວຍ ການຈະເປັນຜູ້ນຳທີ່ດີ ຫົວໜ້າງານຈຶ່ງຕ້ອງເປັນຜູ້ຮອບຮູ້ ຍິ່ງຮອບຮູ້ຫລາຍພຽງໃດ ຖານະແຫ່ງຄວາມເປັນຜຸ້ນຳກໍຈະຍິ່ງຫມັ້ນຄົງຫລາຍຂຶ້ນພຽງນັ້ນ
2. ຄວາມລິເລີ່ມ (Initiative)
ຄວາມ ລິເລີ່ມ ຄື ຄວາມສາມາດທີ່ຈະປະຕິບັດສິ່ງໜຶ່ງສິ່ງໃດໃນຂອບເຂດອຳນາດຫນ້າທີ່ໄດ້ດ້ວຍຕົນເອງ ໂດຍບໍ່ຕ້ອງຄອຍ-ຖ້າຄຳສັ່ງ ຫລືຄວາມສາມາດສະແດງຄວາມຄິດເຫັນທີ່ຈະແກ້ໄຂສິ່ງໜຶ່ງສິ່ງໃດໃຫ້ດີຂຶ້ນ ຫລືຈະເລີນຂຶ້ນໄດ້ດ້ວຍຕົນເອງ
ຄວາມລິເລີ່ມຈະ ຈະເລີນງອກງາມໄດ້ ຫົວໜ້າງານຈະຕ້ອງມີຄວາມກະຕືລືລົ້ນ ຄືມີໃຈຈະຈໍ່ງານດີ ມີຄວາມເອົາໃຈໃສ່ຕໍ່ຫນ້າທີ່ ມີພະລັງໃຈທີ່ຕ້ອງການຄວາມສຳເລັດຢູ່ເບື້ອງໜ້າ
3. ມີຄວາມກ້າຫານແລະຄວາມເດັດຂາດ (Courage and firmness)
ຜູ້ ນຳທີ່ດີຈະຕ້ອງບໍ່ຢ້ານຕໍ່ອັນຕະລາຍ ຄວາມຍາກລຳບາກ ຫລືຄວາມເຈັບປວດໃດ ໆ ທັງທາງກາຍ ວາຈາ ແລະໃຈຜູ້ນຳທີ່ມີຄວາມກ້າຫານ ຈະຊ່ວຍໃຫ້ສາມາດຜະຈົນຕໍ່ງານຕ່າງ ໆ ໃຫ້ສຳເລັດລຸລ່ວງໄປໄດ້ນອກຈາກຄວາມກ້າຫານແລ້ວ ຄວາມເດັດຂາດກໍເປັນລັກສະນະອັນໜຶ່ງທີ່ຈະຕ້ອງເຮັດໃຫ້ເກີດມີຂຶ້ນ
ໃນຕົວຂອງຜູ້ນຳເອງຕ້ອງຢູ່ໃນລັກສະນະຂອງການ “ກ້າໄດ້ກ້າ ເສີຍ” ດ້ວຍ
4. ການມີມນຸສົຍສຳພັນ (Human relations)
ຜູ້ ນຳທີ່ດີຈະຕ້ອງຮູ້ຈັກປະສານຄວາມຄິດ ປະສານປະໂຫຍດສາມາດເຮັດວຽກຮ່ວມກັບຄົນທຸກເພດ ທຸກໄວ ທຸກລະດັບການສຶກສາໄດ້ ຜູ້ນຳທີ່ມີມນຸສົຍສຳພັນດີຈະຊ່ວຍໃຫ້ບັນຫາໃຫຍ່ເປັນບັນຫານ້ອຍໄດ້
5. ມີຄວາມຍຸດຕິທຳແລະຊື່ສັດສຸຈະລິດ (Fairness and Honesty)
ຜູ້ນຳທີ່ດີຈະຕ້ອງອາໄສຫລັກຂອງຄວາມຖືກຕ້ອງ ຫລັກແຫ່ງເຫດຜົນແລະຄວາມຊື່ສັດສຸຈະລິດຕໍ່ຕົນເອງແລະຜູ້ອື່ນ ເປັນ ເຄື່ອງມືໃນການພິຈາລະນາສັ່ງການ ຫລືປະຕິບັດງານດ້ວຍຈິດທີ່ປາດສະຈາກອະຄະຕິ ປາດສະຈາກຄວາມລຳອຽງ ບໍ່ຫລິ້ນພັກຫລິ້ນພວກ
6. ມີຄວາມອົດທົນ (Patience)
ຄວາມອົດທົນ ຈະເປັນພະລັງອັນໜຶ່ງທີ່ຈະຜັກດັນງານໃຫ້ໄປສູ່ຈຸດໝາຍປາຍທາງໄດ້ ຢ່າງແທ້ຈິງ
7. ມີຄວາມຕື່ນຕົວແຕ່ບໍ່ຕື່ນຕູມ (Alertness)
ຄວາມ ຕື່ນຕົວ ໝາຍເຖິງ ຄວາມລະມັດລະວັງ ຄວາມສຸຂຸມຮອບຄອບ ຄວາມບໍ່ປະມາດ ບໍ່ຍືດຢາຂາດຄວາມກະສັບກະເສງ ມີຄວາມສັບໄວໃນການປະຕິບັດງານທັນຕໍ່ເຫດການ
ຄວາມ ຕື່ນຕົວເປັນລັກສະນະທີ່ສະແດງອອກທາງກາຍ ແຕ່ການບໍ່ຕື່ນຕູມ ເປັນພະລັງທາງຈິດທີ່ຈະຢຸດຄິດໄຕ່ຕະຫລອງຕໍ່ເຫດການຕ່າງ ໆ ທີ່ເກິດຂື້ນ ຮູ້ຈັກໃຊ້ດຸລົຍພິນິດທີ່ຈະພິຈາລະນາສິ່ງຕ່າງ ໆ ຫລືເຫດຕ່າງ ໆໄດ້ຢ່າງຖືກຕ້ອງ
ເວົ້າງ່າຍ ໆ ຜູ້ນຳທີ່ດີຈະຕ້ອງຮູ້ຈັກຄວບຄຸມຕົວເອງນັ້ນເອງ (Self control)
8. ມີຄວາມພັກດີ (Loyalty)
ການ ເປັນຜູ້ນຳຫລືຫົວຫນ້າທີ່ດີນັ້ນ ຈຳເປັນຕ້ອງມີຄວາມຈົ່ງຮັກພັກດີຕໍ່ໝູ່ຄະນະ ຕໍ່ສ່ວນລວມແລະຕໍ່ອົງຄ໌ການ ຄວາມພັກດີນີ້ ຈະຊ່ວຍໃຫ້ຫົວໜ້າໄດ້ຮັບຄວາມໄວ້ວາງໃຈ ແລະປົກປ້ອງໄພອັນຕະລາຍໃນທຸກທິດໄດ້ເປັນຢ່າງດີ
9. ມີຄວາມສະຫງົບເສງີ່ຍົມບໍ່ຖືຕົວ (Modesty)
ຜູ້ ນຳທີ່ດີຈະຕ້ອງ ໆບໍ່ຍິ່ງຍະໂສ ບໍ່ຈອງຫອງ ບໍ່ວາງອຳນາດ ແລະບໍ່ພູູມໃຈໃນສິ່ງທີ່ຂາດເຫດຜົນຄວາມສະຫງົບເສງີ່ຍົມນີ້ ຖ້າມີຢູ່ໃນຫົວໜ້າງານຄົນໃດແລ້ວ ກໍຈະເຮັດໃຫ້ລູກນ້ອງມີຄວາມນັບຖື ແລະໃຫ້ຄວາມຮ່ວມມືສະເໝີ
ໂດຍ ສິລິພົງສ໌ ສີໄຊລົມຍ໌ລັດນ໌ “ກຸນແຈສູ່ຄວາມເປັນເລີດທາງການບໍລິຫານຄົນ” ໜ້າ 25, 28

|
No comments:
Post a Comment