ຫລາກຫລາຍມານຍາດດີ ໆ
ໃນທີ່ເຮັດງານ
Posted in: ການງານ
/ການຮູ້ຈັກການເທສະ ມີມານຍາດ
ແລະວາງຕົວດີໃນທີ່ເຮັດງານ
ຈະຊ່ວຍໃຫ້ການງານລາບລື່ນ ຊ່ວຍຜ່ອນຄວາມຄຽດ ທີ່ອາດເກີດຈາກ
ຄົນຮອບຂ້າງໄດ້ ມັນບໍ່ງ່າຍເລີຍໃຊ່ໄມ້ຄະ ກັບການ-ເຮັດ-ວຽກງານກັບຄົນຫລວງ-ຫລາຍທຸກ ໆ ມື້ໂດຍທີ່ຄົນເຫລົ່ານັ້ນ ບໍ່-ແມ່ນເພື່ອນ
ຫລືຄົົນທີ່ຮູ້ຈັກ ຄົບຫາກັນມາກ່ອນ ດັ່ງນັ້ນການຮຽນຮູ້ມານຍາດ
ແລະການວາງຕົວໃນທີ່ເຮັດວຽກ ກໍຈະຊ່ວຍໃຫ້ການງານລາບລື່ນຂຶ້ນ
ລອງນຳເຄັດລັບຈາກ Lisa ໄປໃຊ້ເບິ່ງຊີຄະ
ຄວນເຮັດຕົວຢ່າງໃດໃນການແນະນຳ
ເຈົ້າຄວນລໍໃຫ້ອະນຸຍາດ
ໃຫ້ນັ່ງເສຍກ່ອນແລ້ວຈຶ່ງນັ່ງລົງ ຫາກໄດ້ຮັບຄຳຖາມວ່າ ດື່ມຊາ ກາເຟະໄມ້ ກໍຄວນຕອບຮັບ ເພື່ອຊ່ວຍໃຫ້
ບັນຢາກາດດີຂຶ້ນ ທີ່ສຳຄັນຄື ຢ່າໄປສາຍຄວນກົງຕໍ່ເວລາແລະໃຫ້ເວລາກັບການແນະນຳຕົວເອງຢ່າງບໍ່ຈຳກັດເວລາ
ເຖິງວ່າເຈົ້າອາດພາດກັບ ລຖະທ່ຽວຕໍ່ໄປກໍຕາມ
ເພາະຫາກເຈົ້າບອກ-ວ່າ “ດິຂ້ອຍຕ້ອງໄປແລ້ວຄ່ະ” ນັ້ນອາດໝາຍເຖິງວ່າ ເຈົ້າຕ້ອງລາຈາກຊົ່ວນິລັນດົລ໌
ພະນັກງານໃໝ່ ຄວນວາງຕົວຢ່າງ [ໄ]ລ
ຫາກເຈົ້າບໍ່ຮູ້ວ່າຈະເລີ່ມຕົ້ນຢ່າງໃດດີກັບຜູ້ຮ່ວມງານ
ໃນທີ່ເຮັດວຽກໃໝ່ກໍຢ່າຫາກໍ່ກັງວົນ ເຈົ້າບໍ່ຈຳເປັນຕ້ອງປ່ຽນແປງ
ຕົວເອງທັນທີແຮກ ໆ ເຈົ້າຄວນສຶກສາກົດລະບຽບເສຍກ່ອນ
ແລະສັງເກຕຸກນົບທຳນຽມແລະມານຍາດໃນທີ່ເຮັດວຽກໃໝ່ ເພາະເຈົ້າອາດເຮັດວຽກໄດ້ດີຫລາຍ
ແຕ່ອາດເຮັດຜິດສັງຄົມໃນທີ່ເຮັດວຽກໄດ້
ດັ່ງນັ້ນເຈົ້າຈຶ່ງບໍ່ຄວນລ້ຽງສະຫລອງຫຍັງໃນມື້ແຮກ
ແຕ່ໃຫ້ຜ່ານຊ່ວງທົດລອງງານໄປກ່ອນ
ເຮັດຢ່າງໃດດີກັບເພື່ອນຮ່ວມງານ
ເຈົ້າຈັດການກັບໂຕ໊ະເຮັດງານະຂອງຕົວເອງໄດ້ ແຕ່ບໍ່ຄວນຍຸ່ງກັບໂຕະເຮັດວຽກຂອງຄົນອື່ນ
ແລະບໍ່ຄວນເອົາຂອງໃຊ້ ເຊັ່ນ ກະເປົ໋າຫລືສິ່ງຂອງໄປວາງໃນພື້ນທີ່ເຮັດວຽກ
ເຖິງວ່າເຈົ້າຢາກຈະໂຊວ໌ໃຫ້ເພື່ອນຮ່ວມງານເຫັນກໍຕາມ
ນອກຈາກນີ້ຄວາມຄຽດຈະເກີດຂຶ້ນ ຖ້າເຈົ້າເອົາຕົວໄປບຽດໃກ້ຊິດກັບເພື່ອນຮ່ວມງານ
ເພາະມະນຸດສ່ວນຫລາຍມັກມີຄວາມຮູ້ສຶກປອດໄພ ເມື່ອຢູ່ຫ່າງກັນໜຶ່ງຊ່ວງແຂນ
ກົດໃນອໍຟະຟິດອີກຢ່າງກໍຄື ເມື່ອເຈົ້າຈະໄອຫລືຈາມກໍຄວນອອກນອກຫ້ອງ
ຫລີກໜີເພື່ອນຮ່ວມງານຈອມເມົາທ໌ຢ່າງໃດດີ
ຂະນະທີ່ເຈົ້າກຳລັງຄຸຍະໂຊສັບຢູ່ ແລ້ວ
ເພື່ອນຮ່ວມງານຄົນໜຶ່ງເຂົ້າມາປ້ວນປ້ຽນໃນຫ້ອງເຈົ້າ ແລະຄອຍ-ຖ້າຈັບຜິດ
ໃຫ້ເຈົ້າຖາມວ່າມີຫຍັງໃຫ້ຊ່ວຍໄມ້ຄະຫລືບອກ-ວ່າ
ດ໋ຽວເຈົ້າຈະຕາມໄປຫລືບອກໄປວ່າເຈົ້າກຳລັງສະສາງງານຢ່າງເລັ່ງດ່ວນຢູ່
ຫາກເຈົ້າເຫັນວ່າ ບໍ່ເໝາະທີ່ຈະເຮັດຕົວສະໜິດ-ສະໜົມດ້ວຍ
ກໍໃຫ້ປິ່ນປົວລະຍະຫ່າງໄວ້
ຈຳເປັນຕ້ອງໄປສວນເສເຮຮາຫລັງເລີກງານດ້ວຍ
ຫາກເພື່ອນຮ່ວມງານຊວນເຈົ້າໄປດື່ມ
ຫລືເຂົ້າລ້ານອາຫານຫລັງເລີກງານ ແຕ່ເຈົ້າໄປບໍ່ໄດ້ກໍຄວນກ່າວຄຳຂໍໂທດ
ເຊັ່ນ “ຂອບໃຈທີ່ຊວນນະຄະ ແຕ່ບັງເອີນຕິດທຸລະ” ແລະຫາກເຈົ້າໄປດ້ວຍກໍຄວນຢູ່ດ້ວຍຢ່າງນ້ອຍທີ່ສຸດ 15 ນາທີ
ເຮັດຢ່າງໃດດີເມື່ອຖືກຈັບໄດ້ວ່ານິນທາກນະອື່ນ
ເຈົ້າກຳລັງນິນທາເລື່ອງບໍ່ດີຂອງຜູ້ຮ່ວມງານຄົນໜຶ່ງຢູ່
ໂດຍທີ່ນາງຍືນຢູ່ຂ້າງຫລັງເຈົ້າ ດັ່ງນັ້ນເຈົ້າຈຶ່ງຄວນກ່າວຄຳຂໍໂທດແລະບອກ-ວ່າ
ເຈົ້າບໍ່ໄດ້ໝາຍເຖິງຢ່າງທີ່ເວົ້າໄປ
ເມື່ອສັກຄູ່ນີ້ແລະສະແດງໃຫ້ເຫັນເຖິງຄວາມຈິງໃຈຂອງເຈົ້າ
ດ້ວຍການຊ່ວຍ-ເຫລືອນາງເປີດເຜີຍແລະຊື່ສັດ
/ເຈີເພື່ອນຮ່ວມງານກາງທາງ
ໃຫ້ເຈົ້າຍ່າງໄປຫາແລະທັກທາຍ
ຫາກເຈົ້າບໍ່ແນ່ໃຈວ່າເພື່ອນຮ່ວມງານ ຢາກຈະທັກເຈົ້າຫລືບໍ່
ກໍໃຫ້ເຈົ້າພະຍາຍາມສົບຕາດ້ວຍ ຫາກນາງມອງໄປທາງອື່ນ
ກໍສະແດງວ່ານາງບໍ່ຢາກທັກທາຍເຈົ້າ ແຕ່ຖ້າເຈົ້າຢູ່ໃກ້ປະຕູນຖະໄຟຟ້າ
ຫລືລົດເມລ໌ກໍໃຫ້ຢຸດລໍຕອນຂາລົງແລະທັກທາຍນາງ
ເຈົ້າກໍຈະໄດ້ເພື່ອນຮ່ວມທາງ ຫລືຫາກເຈົ້າບໍ່ຢາກຍຸ່ງກ່ຽວດ້ວຍ
ກໍຕ້ອງຂຶ້ນລົດເຊົ້າກວ່ານີ້ເພື່ອບໍ່ຕ້ອງເຈີກັນໃນລິຟົຕ໌
ບາງຄົນຢ້ານການຢູ່ໃນທີ່ແຄບເຊັ່ນ ໃນລິຟົຕ໌
ຫາກເຈົ້າເປັນຄົນໜຶ່ງທີ່ຢ້ານການຢູ່ໃນທີ່ແຄບແລະເຈີຜູ້ຮ່ວມງານໃນລິຟົຕ໌ກໍຄວນ
ທັກທາຍ ແລ້ວຈະຫັນໜ້າໄປທາງປະຕູລິຟົຕ໌ກໍບໍ່ມີໃຜວ່າ
ແລະຄວນຖາມຄົນອື່ນດ້ວຍວ່າຢູ່ຊັ້ນໃດແລ້ວກົດລິຟົຕ໌ໃຫ້ດ້ວຍ
ບໍ່ຄວນນຳໂຊສັບມືຖືເຂົ້າທີ່ປະຊຸມ
ເພາະມັນມັກລົບກວນຫ້ອງປະຊຸມ
ຫາກເຈົ້າຈຳເປັນຕ້ອງລໍໂຊສັບສຳຄັນກໍໃຫ້ບອກກັບທາງນັ້ນວ່າໃນຊ່ວງເວລານີ້
ເຈົ້າຕິດປະຊຸມ ບໍ່ອາດຮັບໂຊສັບໄດ້ ຫລືລະຫວ່າງພັກການປະຊຸມ
ກໍໂຊສັບໄປຫາໄດ້ ຫາກເຈົ້າຕັ້ງສັນຍານສັ່ນສະເທືອນໄວ້ ກໍໃຫ້ອອກໄປ
ເວົ້ານອກຫ້ອງປະຊຸມ
ການໂຕ້ຕອບອີເມລ
ຄວນກວດເຊັກແລະຕອບອີເມນມື້ລະຢ່າງນ້ອຍທີ່ສຸດ
2 ຮອບ ຕອນເຊົ້າ ກາງ-ເວັນ
ແລະທີ່ດີທີ່ສຸດຄື ຕອນເຢັນ ຫາກເຈົ້າບໍ່ສາມາດຕອບໄດ້ທັນທີ
ກໍໃຫ້ສົ່ງຂໍ້ຄວາມສັ້ນ ໆ ວ່າເຈົ້າບໍ່ຢູ່ 2-3 ມື້ ແລະບອກດ້ວຍວ່າ ເຈົ້າຈະຢູ່ໃນອໍຟະຟິດອີກເທື່ອເມື່ອໄຫລ່
ນອກຈາກນີ້ ກໍຄວນຂຽນອີເມນຢ່າງລະມັດລະວົ້ງ
ຖືກຕ້ອງແລະບໍ່ມີຂໍ້ຜິດພາດແລະບັນທຶກໄວ້ຢ່າງມີລະບຽບ
ເພື່ອທີ່ເຈົ້າຈະໄດ້ຫາໄດ້ງ່າຍ ເມື່ອຕ້ອງການຄົ້ນຫາ ບໍ່ຄວນໃຊ້ຄຳຫຍໍ້
ມີຄຳຂຶ້ນຕົ້ນ ແລະລົງທ້າຍຢ່າງມີມານຍາດ
No comments:
Post a Comment