ຄຳນຳ
ການຂຽນບົດລາຍງານຄັ້ງນີ້ເພື່ອປະເມີນຜົນຄວາມຮູ້ຂອງນັກສຶກສາທຸກຄົນ
ສຳລັບວິຊາລາສຶກສາ ໂດຍອາຈານປະຈຳວິຊາໃຫ້ຂຽນບົດໃນຈຳນວນ 10 ຂໍ້
ແລະໃຫ້ນຶກສຶກສາເລືອກເອົາ 1 ໃນ 10 ຂໍ້ເພື່ອນໍາມາຂຽນບົດດລາຍງານໃນຄັ້ງນີ້
ການຂຽນບົດລາຍງານຄັ້ງນີ້ຂ້າພະເຈົ້າເອງໄດ້ຊອກຫາຂໍ້ມູນຈາກແຫລ່ງຕ່າງໆມາຂຽນຂື້ນເປັນບົດລາຍງານ
ເຊັ່ນ ດັ່ງຄຳວ່າຂອງທ່ານໄກສອນ ພົມວິຫານ ແລະຄຳກອນຕ່າງໆ
ຂື້ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງອາຈານປະຈຳວິຊາ ແລະວິທະຍາໄລ ຄອມເຊັນເຕີ
ແລະໃຫ້ໄດ້ຕາມມາດຕະຖານຂອງຫຼັກສຸດນີ້
ໄດ້ຂຽນບົດລາຍງານນີ້ນຂື້ນມາເພື່ອໃຫ້ສອດຄ່ອງກັບຫຼັກສູດໃນການຮຽນ
ແລະການສອນ ອາດຈະເປັນເອກະສານທີ່ສຳຄົນອັນໜື່ງ ເພື່ອເປັນຂໍ້ມູນໃຫ້ແກ່ນັກສຶກສາລຸ້ນຫຼັງ
ສະນັ້ນເອກະສານຂອງພວກເຮົາອາດມີການຂຽນຜິດຕົກບົກຜ່ອງໃນການຊອກຫາຂໍ້ມູນຕ່າງໆ
ກໍຂໍໂທດຂໍອະໄພນຳ ແລະຖ້າວ່ານັກສຶກສາຄົນໃດມີຄວາມຄິດຄຳເຫັນເພີ້ມເຕີມລົງໃສ່ເອກະສານນີ້ໃຫ້ສົມບູນທາງຂ້າພະ
ເຈົ້າຈະຂອບໃຈເປັນຢ່າງສູງ.
ການຂຽນບົດລາຍງານຄັ້ງນີ້ໄດ້ສຳເລັດລົງດ້ວຍດີຂໍຂອບໃຈມາຍັງ ອາຈານຄຳຫລ້າ
ພວງສະຫວັດ ເຊີ່ງເປັນອາຈານປະຈຳວິຊາລາວສຶກສາ
ທີ່ໃຫ້ຄຳແນະນຳໃນການຂຽນບົດລາຍງານຄັ້ງນີ້ອີກດ້ວຍ
ສາລະບານ
·
ຄຳນຳ…………………………………………………………………………..1
·
ສາລະບານ……………………………………………………………………..2
I.
ຄວາມສຳຄັນຂອງກົດແຫ່ງກັມທີ່ວ່່າ ທຳດີໄດ້ດີ ທຳຊົ່ວໄດ້ຊົ່ວ……………………….3
II.ກົດແຫ່ງກັມທີ່ເກີດແກ່ສັດໂລກມີ 5ຢ່າງຄື…………………………………………3
III.
ຄວາມເຊື່ອໃນເລື່ອງກົດແຫ່ງກັມ………………………………………………….3-5
IV.
ທຳດີໄດ້ດີ ທຳຊົ່ວໄດ້ຊົ່ວ…………………………………………………………5
1) ການທໍາດີໄດ້ດີ…………………………………………………………….5-6
2) ການທໍາຊົ່ວໄດ້ຊົ່ວ…………………………………………………………6-7
3)
ກັມໃຫ້ຜົນຕາມໜ້າທີ່………………………………………………………7
4)
ກັມໃຫ້ຜົນຕາມຄວາມໜັກເບົາ………………………………………………8
5)
ເຫດທີ່ຄົນຄິດວ່າທໍາດີບໍ່ໄດ້ດີ……………………………………………….8
6)
ການໃຫ້ຜົນຂອງກັມ……………………………………………………….8
7) ຄົນທໍາດີຈະໃຫ້ໄດ້ດີທາງວັດຖຸຕ້ອງປະກອບດ້ວຍຫຼັກ
4 ປະການຄື:…………8-9
8)
ຄວາມໝາຍຂອງຄໍາວ່າໄດ້ດີ ແລະໄດ້້ຊົ່ວໃນທາງໂລກແລະ
ທາງທັມມີຄວາມແຕກຕ່າງກັນຄື:………………………………………….9
9) ຂ້າພະເຈົ້າເຊື່ອໃນກົດແຫ່ງກັມ…………………………………………….9-10
10)
ໂຊກວາສນາມີຈີງແທ້……………………………………………………10
V.
ອຕຕາຫິ ອຕຕໂນ ນາໂຖ ຕົນເປັນທີ່ເພີ່ງຂອງຕົນ………………………………10-12
1)
ຕົນເປັນທີ່ເພີ່ງແຫ່ງຕົນ ຄືທໍາໃຫ້ຕົນເປັນຄົນດີ………………………………12
2)
ຕົນດີເປັນຜູ້ທີ່ຕົກນໍ້າບໍ່ໄຫລ ຕົກໄຟບໍ່ໄໝ້……………………………………12
3) ຕົນທໍາຕົນໃຫ້ເປັນທີ່ເພີ່ງແຫ່ງຕົນກ່ອນຈະຫວັງເພີ່ງຜູ້ອື່ນ…………………….13
VI.
ວິເຄາະວິຈານ ຈຸດດີ ແລະ ຈຸດອ່ອນ…………………………………………….13
1) ຈຸດດີ………………………………………………………………………13
2)
ຈຸດອ່ອນ……………………………………………………………….13-14
3) ວິຈານ…………………………………………………………………….14
VII.
ຂໍ້ສະເໝີ……………………………………………………………………….15
I. ຄວາມສຳຄັນຂອງກົດແຫ່ງກັມທີ່ວ່່າ ທຳດີໄດ້ດີ ທຳຊົ່ວໄດ້ຊົ່ວ
ກົດແຫ່ງກັມແມ່ນມີຄວາມສຳຄັນ ແລະ ນຳມາໃຊ້ໃນຊີວິດປະຈຳວັນ
ຖ້າວ່າທຸກຄົນເຮັດໄດ້ຕາມຄຳສອນຂອງພຣະພຸດທະເຈົ້າ ທຸກຄົນຈະມີແຕ່ຄວາມສຸກ ທັງກາຍ ແລະ
ຈິດໃຈ ຈະບໍ່ມີຄວາມທຸກເດືອດຮ້ອນໃຈໃດໆມີດັ່ງນີ້
1. ເຮັດໃຫ້ຄົນຮູ້ຈັກຜິດຮູ້ຈັກຖຶກ
2. ເຮັດໃຫ້ບຸກຄົນໄດ້ຮັບຄວາມເຄົາລົບຈາກຄົນອື່ນ
3. ເຮັດໃຫ້ຄົນທີ່ຈະເປັນຄົນດີໄດ້
4. ເຮັດໃຫ້ເຂົ້າກັບກຸ່ມຄົນໄດ້ດີ ແລະສັງຄົມ
5. ຮູ້ຈັກຂໍໂທດຜູ້ອື່ນໃນເມື່ອຕົນເອງເຮັດຜິດ
II. ກົດແຫ່ງກັມທີ່ເກີດແກ່ສັດໂລກມີ 5ຢ່າງຄື:
1. ກິເສສັນຕຣາຍ: ອັນຕາຍເກີດຈາກກິເລດ
2. ກັມມັນຕຣາຍ: ອັນຕາຍເກີດຈາກຄວາມຊົ່ວທີ່ທຳໃນປັດຈຸບັນ
3. ວິປາກັນຕຣາຍ:
ອັນຕາຍເກີດຈາກວິບາກກັມຄືຜັນຂອງກັມທີ່ທຳໄວ້ໃນອະດີດ
4. ທິສຖີຕຣາຍ: ອັນຕາຍເກີດຈາກທິດຖີທີ່ຜິດ
5. ອຣິຍູປວັນຕຣາຍ: ອັນຕາຍທີ່ເກີດຈາກການຈ່ອງບາບພຣະອະຣິຍະເຈົ້າ
ພຸດທະສາສນາສອນວ່າ
ບຸກຄົນຈະໄດ້ດີຫຼືຊົ່ວ ໄດ້ຮັບສຸກຫຼືທຸກ ກໍ່ເພາະກັມ ຫຼືການກະທຳຂອງຕົນເອງທັງສີ້ນ
ຫາກເຮົາບໍ່ດຳເນີນຕາມທາງທີ່ພຣະພຸດທະອົງຊົງສອນໄວ້ ບໍ່ວ່າຈະສວດມົນ ຫຼື
ວີງວອນຂໍຮ້ອງກໍບໍ່ອາດຈະຊ່ວຍໃຫ້ເຮົາພົບຄວາມດີ ແລະ ຄວາມສຸກໄດ້
ຖ້າມະນຸດຈະມີຄວາມສຸກໄດ້ດ້ວຍຄວາມພັກດີ ແລະ ວີງວອນມະນຸດເຮົາກໍຄົງບໍ່ຕ້ອງເຮັດຫຍັງ.
III. ຄວາມເຊື່ອໃນເລື່ອງກົດແຫ່ງກັມ
ຕາມຄຳສອນໃນພຣະພຸດທະສາສນາຊາວພຸດຄວນມີສັດທາ
4 ຢ່າງຄື:
1. ຕະຖາຄົດໂພທິສັດທາ ເຊື່ອໃນການຕຣັສຣູ້ຂອງພຣະພຸດທະເຈົ້າ
ຄືເຊື່ອວ່າພຣະພຸດທະເຈົ້າໄດ້ຕຣັສຣູ້ຈີງເປັນຜູ້ປະກອບດ້ວຍພຣະປັນຍາທິຄຸນ,
ພຣະວິສຸດທິຄຸນ ແລະ ພຣະມະກາກະລຸນາທິຄຸນ
2. ກັມມສັທທາ ເຊື່ອເລື່ອງກັມຄື ເຊື່ອວ່າກັມມີຈີງ
3. ວິປາກສັທທາ ເຊື່ອເລື່ອງຜັນຂອງກັມ ຄື
ເຊື່ອວ່າກັມທີ່ບຸກຄົນທຳບໍ່ວ່າດີ ຫຼື ຊົ່ວຍ່ອມໄດ້ຮັບຜົນສະເໝີ
4. ກັມມັສສກຕາສັທທາ ເຊື່ອວ່າສັດມີກັມເປັນຂອງຕົນເອງ ຄື
ເຊື່ອວ່າຜົນທີ່ເຮົາໄດ້ຮັບ ເປັນຜົນແຫ່ງການກະທຳຂອງເຮົາເອງ ເຊີ່ງອາດຈະເປັນກັມທີ່ທຳໃນປັດຈຸບັນຫຼື
ອະດີດຕະຊາດ.
ຈະເຫັນໄດ້ວ່າຄວາມເຊື່ອ
ຫຼ ສັທທາ 4 ຢ່າງເປັນຄວາມເຊື່ອໃນເລື່ອງກ່ຽວກັບກັມ
ກົດແຫ່ງກັມຈື່ງເປັນຄຳສອນທີ່ສຳຄັນໃນພຸດທະສາສນາ
ຜູ້ເປັນຊາວພຸດທຸກຄົນຈີ່ງຄວນເຊື່ອໃນເລື່ອງກົດແຫ່ງກັມ ຄວນພະຍາຍາມສຶກສາ ແລະ
ທຳຄວາມເຂົ້າໃຈເລື່ອງກົດແຫ່ງກັມ ຄົນທີ່ເຊື່ອໃນເລື່ອງກົດແຫ່ງກັມ
ຍ່ອມໄດ້ປຽບກວ່າຄົນທີ່ບໍ່ເຊື່ອ
ຄົນທີ່ເຊື່ອເລື່ອງກັມຍ່ອມສາມາດອົດທານຮັບຄວາມທຸກຍາກລຳບາກ ຄວາມຜິດຫວັງ ຄວາມຊົມຊື່ນ
ແລະ ເຄາະຮ້າຍທີ່ເກີດຂື້ນແກ່ຕົນໄດ້ ເພາະຖືວ່າເປັນກັມທີ່ທຳມາແຕ່ອະດີດ
ບໍ່ຕຳນິຕິຕຽນວ່າໂລກນີ້ບໍ່ມີຄວາມຍຸດຕິທຳ ຕົນບໍ່ໄດ້ຮັບຄວາມເປັນທຳ ທຳດີແລ້ວບໍ່ໄດ້ດີ
ຄົນທີ່ເຊື່ອໃນເລື່ອງກັມຈະຢຶດໝັ້ນຢູ່ໃນການທຳຄວາມດີຕໍ່ໄປ
ຈະເປັນຜູ້ສາມາໃຫ້ອໃພແກ່ຄົນອື່ນ ແລະ ຈະເປັນຜູ້ທີ່ມີຫິຣິໂອດຕັບປະຄືເກງກົວຕໍ່ບາບ.
ຄົນປະກອບກັມຊົ່ວທັງ
ກາຍ ວາຈາ ແລະ ໃຈ ສ່ວນໃຫຍ່ເປັນຄົນບໍ່ເຊື່ອເລື່ອງກັມ ບໍ່ເຊື່ອເລື່ອງບາບ ແລະ ບຸນ
ບໍ່ເຊື່ອເລື່ອງຕາຍແລ້ວເກິດ ຄົນພວກນີເກີດມາຈີ່ງມຸ້ງສະແຫວງຫາຊັບສົມບັດ ແລະ
ຄວາມສຸກສະບາຍໃຫ້ແກ່ຕົນເອງ ໂດຍບໍ່ຄຳນຶງວ່າຊັບສົມບັດຫຼືຄວາມສະໜຸກສະໜານທີ່ຕົນໄດ້ມາຖຶກ
ຫຼື ຜິດ ແລະ ທຳໃຫ້ຄົນອື່ນຮັບຄວາມເດືອດຮ້ອນຫຼືບໍ່ ສັດໂລກທັງຫຼາຍມີກັມເປັນຂອງຕົນເອງ
ກັມນັ້ນຍ່ອມເປັນຂອງເຮົາໂດຍສະເພາະ ລະ ເຮົາຈະເປັນຜູ້ຮັບຜົນຂອງກັມນັ້ນ
ຈະໂອນໃຫ້ຜູ້ອື່ນບໍ່ໄດ້
ເຊັ່ນ ເຮົາທຳກັມຊົ່ວຢ່າງໜື່ງ
ເຮົາຈະຕ້ອງຮັບົນຂອງກັມຊົ່ວ ຈະລົບລ້າງຈະໂອນໃຫ້ຜູ້ອື່ນບໍ່ໄດ້
ບໍ່ວ່າຜູ້ນັ້ນຈະຍິນດີຮັບເອົາກັມຊົ່ວຂອງເຮົາກໍຕາມ ກັມດີກໍເຊັນດຽວກັນ
ຜູ້ທີ່ທຳກັມດີກັມດີຍ່ອມເປັນຂອງຜູ້ທຳໂດຍສະເພາະ ຈະຈ້າງຫຼືວານໃຫ້ທຳແທນຫາກັນ
ເຊັ່ນເຮົາຈະເອົາເງິນຈ້າງຜູ້ອື່ນໃຫ້ປະກອບກັມດີແລ້ວຂໍໃຫ້ໂອນກັມດີທີ່ຜູ້ທຳນັ້ນນຳມາໃຫ້ແກ່ເຮົາຍ່ອມບໍ່ໄດ້
ຫາກເຮົາຕ້ອງການກັມດີເປັນຂອງເຮົາ ເຮົາກໍຕ້ອງປະກອບກັມດີເອງ ເໝືອນກັບການຮັບປະທານອາຫານ
ຜູ້ໃດຮັບປະທານຜູ້ນັ້ນກໍຕ້ອງອີ່ມ.
ມະນຸດເຮົາມີສະພາວະຄວາມເປັນໄປຕ່າງໆກັນ ເຊັ່ນ ດີ ຫຼ ຊົ່ວ, ລວຍ ຫຼ
ຈົນ, ຈະເລີນ ຫຼື ເສື່ອມ ແລະ ທຸກ ຫຼື ສຸກ ກໍເນື່ອງຈາກກັມຂອງຕົນເອງທັງສີ້ນ ແລະ
ກັມໃດທີ່ທຳລົງໄປຈະເປັນກັມດີຫຼກັມຊົ່ວກໍ່ຕາມ ຍ່ອມໃຫ້ຜົນຕອບແທນສະເໝີ ແລະ
ຍ່ອມຕິດຕາມຜູ້ທຳເໝືອນເງົາຕິດຕາມຕົນ ຫຼື
ເໝືອນກັບລໍ້ກວຽນທີ່ໝູນຕາມຮອຍຕີນໂຄໄປເຊັ່ນນັ້ນ
ດ້ວຍເຫດນີ້ມະນຸດຈີ່ງມີກັມເປັນທີ່ເພີ່ງອາໄສ ຫາກເຮົາທຳກັມດີເຮົາກໍໄດ້ຮັບຄວາມສຸກຄວາມຈະເລີນ
ກັມດີຈີ່ງເໝືອນກັລຍານິມິດທີ່ຄອຍໃຫ້ຄວາມອຸປະກາຣະ ແລະ
ສົ່ງເສີມໃຫ້ເຮົາປະສົບແຕ່ຄວາມສຸກ ແລະ ຄວາມຈະເລີນ ແຕ່ຖ້າເຮົາທຳກັມຊົ່ວ
ກັມຊົ່ວກໍຄອຍລ້າງຜານເຮົາໃຫ້ປະສົບແຕ່ຄວາມທຸກ ແລະ ຄວາມເສື່ອມເສຍ
ຄົນສ່ວນຫຼາຍເຂົ້າໃຈວ່າກັມຄື ການກະທຳ ຄວາມເຂົ້າໃຈນີ້ບໍ່ຜິດ
ແຕ່ເປັນຄວາມເຂົ້າໃຈທີ່ຍັງບໍ່ຮັດກຸ່ມ ແລະຖຶກຕ້ອງທັງໝົດ
ເພາະມີການກະທຳບາງຢ່າງທີ່ບໍ່ນັບວ່າເປັນກັມ ກັມແທ້ຈະຕ້ອງປະກອບດ້ວຍຫຼັກເກນ 2 ປະການ ຄື
ຜູ້ທຳມີເຈຕະນາ ແລະ ການກະທຳນັ້ນຈະຕ້ອງໃຫ້ຜົນເປັນບຸນ ຫຼື ເປັນບາບ
ທີ່ວ່າຜູ້ທຳມີເຈຕະນາ ມີຫຼັການທີ່ພຣະພຸດທະເຈົ້າໄດ້ຕຣັສຮູ້ໄວ້ໃນ ນິພເພທິກປຣິຍາຍສູຕຣ
ສັກກນິມາຕ ອັງຄຸຕຕຣນິກາຍ ວ່າ ເຈຕນາຫັງ ພິກຂເວ ກັມມັງ ວທາມິ ແປວ່າ ພິກຂຸທັງຫຼາຍເຮົາກ່າວວ່າເຈຕະນາ
ສ່ວນຫຼັກເກນຂໍ້ທີ
2 ທີ່ວ່າ ການກະທຳນັ້ນຈະຕ້ອງໃຫ້ຜົນເປັນບຸນ ຫຼື ເປັນບາບ
ກໍເພື່ອແຍກການກະທຳຂອງພຣະອະຣະຫັນອອກຈາກການກະທຳຂອງປຸຖູຊົນ ເນື່ອງຈາກພຣະອະຣະຫັນເປັນຜູ້ຫຼຸດພົ້ນຈາກກິເລດສະພາວະ
ບໍ່ມີຄວາມຢຶດຖືໃນຕົວຕົນ ການກະທຳເອີ້ນວ່າ ອັພພະຍາກະຕາ ບໍ່ນັບວ່າເປັນກັມດີ ຫຼື
ກັມຊົ່ວ ບຸນຫຼືບາບກໍ່ບໍ່ມີ ການກະທຳຂອງພຣະອະຣະຫັນຈືື່ງບໍ່ເອີ້ນວ່າກັມ
ແຕ່ເອີ້ນວ່າກິຣິຍາ ສ່ວນປຸຖູຊົນຍັງມີຄວາມຢຶດໝັ້ນໃນຕົນຕົວຢູ່ ຈະທຳຫຍັງກໍ່ຍັງຢຶດຖືວ່າຕົນເປັນຜູ້ກະທຳ
ການກະທຳຂອງປຸຖູຊົນຈື່ງເປັນກັມ ຍ່ອມຈະກໍ່ໃຫ້ເກີດວິບາກ ຫຼື ຜົນສະເໝີ
ກັມດີກໍ່ໃຫ້ເກີດບຸນ ສ່ວນກັມຊົ່ວກໍ່ໃຫ້ເກີດບາບ ຄົນບາງຄົນເຂົ້າໃຈວ່າກັມໝາຍເຖີງ
ສີ່ງບໍ່ດີຄູ່ກັບເວນ ຫຼື ບາບເຊັ່ນນີ້ເອີ້ນວ່າເວນກັມ ຫຼື
ບາບກັມຕົງກັນຂ້າມກັບຝ່າຍຂ້າງດີເຊີ່ງເອີ້ນວ່າບຸນ ທັງນີ້ເພາະເຮົາໄດ້ໃຊ້ຄຳວ່າກັມໃນຄວາມ
ໝາຍທີ່ບໍ່ດີ ເຊັ່ນເມື່ອເຫັນໃຜຕ້ອງປະສົບເຄາະຮ້າຍ ແລະ ຖຶກລົງໂທດ
ເຮົາກໍ່ເວົ້າວ່າມັນເປັນເວນກັມຂອງເຂົາ ຫຼືເຂົາຕ້ອງຮັບບາບກັມທີ່ເຂົາທຳໄວ້ແຕ່ຄວາມຈີງຄຳວ່າກັມເປັນກັມກາງໆ
ໝາຍເຖີງການກະທຳຕາມທີ່ກ່າວມາແລ້ວ ຈະມຸ້ງໄປຫາດີກໍໄດ້ ທາງຊົ່ວກໍໄດ້ ຖ້າເປັນກັມດີເຮົາເອີ້ນວ່າກຸສົນກັມ
ຖ້າເປັນກັມຊົ່ວ ເຮົາກໍເອີ້ນວ່າອະກຸສົນກັມ
IV.
ທຳດີໄດ້ດີ
ທຳຊົ່ວໄດ້ຊົ່ວ
1) ການທຳດີໄດ້ດີ
ແມ່່ນກຸສົນກຳໄດ້ແແກ່ການກະທຳດີ
ທາງກາຍ, ທາງວາຈາ ແລະ ທາງຈິດໃຈ
1. ການທຳດີທາງກາຍມີ 3 ຢ່າງຄື:
·
ບໍ່ຂ້າສັດຕັດຊີວິດ
·
ບໍ່ລັກຊັບສົມບັດຂອງຄົນອື່ນ
·
ບໍ່ປະພຶດຜິດໃນກາມຄືບໍ່ຫຼີ້ນຊູ້ສູ່ເມຍທ່ານ
ແລະ ສູກຫຼານຂອງຄົນອື່ນ
2. ການທຳດີທາງວາຈາມີ 4 ຢ່າງຄື:
·
ບໍ່ຕົວະຍົວະຫຼອກລວງຄົນອື່ນ
·
ບໍ່ເວົ້າຄຳຫຍາບຊ້າກ້າແຂງ
·
ບໍ່ເວົ້າສຽດສີຍຸຍົງສົ່ງເສີມຜູ້ອື່ນໃຫ້ຜິດຖຽງກັນ
·
ບໍ່ເວົ້າສີ່ງທີ່ເປັນສະລະປະໂຫຍດເຊີ່ງເປັນເຫດໃຫ້ເຊື່ອມເສຍ
3. ການທຳດີທາງໃຈມີ 3 ຢ່າງຄື:
·
ບໍ່ຄິດໂລບເອົາຊັບສົມບັດຂອງຄົນອື່ນມາເປັນຂອງຕົນ
·
ບໍ່ພະຍາຍາມປອງຮ້າຍຄົນອື່ນ
·
ເປັນຜູ້ເຫັນຊອບຕາມຄອງທັມ
ທີ່ກ່າວມານີ້ເອີ້ນວ່າກຸສົນກັມ
ເປັນກັມຝ່າຍດີມີປະໂຫຍດໃຫ້ໄດ້ມາເຊີ່ງຄວາມສຸກຄວາມຈະເລີນແກ່ຕົນເອງ ແລະ ຄົນອື່ນ
ເພາະວ່າການກະທຳດີ, ການເວົ້າຈາຜປາໄສກໍ່ດີ, ຈິດນຶກຄິດໃນທາງໃດກໍ່ດີລ້ວນແຕ່ເປັນປະໂຫຍດ
ເຮັດໃຫ້ເຢັນຫູເຢັນຕາຊື່ນໃຈແກ່ຜູ້ທີ່ໄດ້ເຫັນ ໄດ້ຍິນ ໄດ້ຟັງ.
ກັມດີຈະຕົບແຕ່ງໃຫ້ອະໄວຍະວະຄົບຖ້ວນສົມບູນໄດ້ສັດສ່ວນສວຍງາມ
ແລະ ອຳນວຍຜົນໃຫເປັນຜູ້ຈະເລີນດ້ວຍຊັບສົມບັດລາບຍົດສັນລະເສີນ ເຊັ່ນ:
ຄາວເປັນພະເຫວດສັນດອນ ໄດ້ພະຍາຍາມເສຍສະລະກຳລັງກາຍ ກຳລັງວາຈາ ກຳລັງໃຈ ແລະ
ກຳລັັງຊັບຊ່ວຍສົງເຄາະແນະນຳສັ່ງສອນໃຫ້ຮູ້ທາງຜິດ ແລະ ຖຶກ ເສຍສະລະຊັບພາຍໃນ ແລະ
ພາຍນອກຈົນໝົດໄປເປັນຈຳນວນຫຼວງຫຼາຍ ຈົນເກີດຄວາມເຫັນຜິດຕຳນິຕິຕຽນຫຼາຍປະການ
ປະຊາຊົນເປະການ ເຖີງກັບເນຣະເທດໃຫ້ໄປຢູ່ດົງວົງກົດ
ແຕ່ໃນທີ່ສຸດກໍໄດ້ກັບມາສະເຫວີຍຣາຊບ້ານເມືອງຕາມເດີມ ນີ້ສະແດງໃຫ້ເຫັນວ່າຄວາມດີເມື່ອທຳລົງແລ້ວ
ຈະໄປຕົກຢູ່ບ່ອນໃດກໍດີ ແລະ ຕ້ອງດົນບັນດານໃຫ້ໄດ້ຮັບຜົນຂອງການທຳຄວາມດີ
ບໍ່ເວລາໃດກໍເວລາໜື່ງ ຊ້າຫຼືໄວຢູ່ກັບຄຸນນະພາບ ແລະ ນໍ້າໜັກເປັນເກນ.
2) ການທຳຊົ່ວໄດ້ຊົ່ວ
ສ່ວນອະກຸສົນກັມຄື:ການທຳຊົ່ວແບ່ງອອກເປັນ
3 ຄື:
1.
ກາຍະກັມມີ 3
ປະເພດຄື:
·
ຂ້າສັດ
·
ລັກຊັບ
·
ປະພຶດຜິດໃນກາມຄືຫຼີ້ນຊູ້ສູ່ເມຍທ່ານ
ແລະ ລູກຫຼານຂອງຄົນອື່ນ
2.
ວະຈິກັມມີ 4
ປະເພດຄື:
·
ເວົ້າຕົວະຍົວະຫຼອກລວງ
·
ເວົ້າຄຳຫຍາບຊ້າກ້າແຂງ
·
ເວົ້າຄຳສໍ່ສຽດຍຸຍົ່ງສົ່ງເສີມໃຫ້ຜູ້ອື່ນຜິດກັນ
·
ເວົ້າໃນສີ່ງທີ່ບໍ່ເປັນສະລະປະໂຫຍດໃຫ້ເກິດໂທດ
3.
ມະໂນກັມມີ 3 ຄື:
·
ມີຈີເພັ່ງເລັງໂລບເອົາຊັບສົມບັດຂອງຄົນອື່ນມາເປັນຂອງຕົນເອງ
·
ມີຈິດຄິດພະຍາບາດປອງຮ້າຍຜູ້ອື່ນ
·
ມີຄວາມເຫັນເປັນຊອບຈາກຄອງທັມ
ກັມຊົ່ວທີ່ໄດ້ກ່າວມານີ້ຍ່ອມໃຫ້ຜົນຄືຄວາມທຸກທາງກາຍ
ທຸກໃຈແກ່ຕົນເອງ ແລະ ຄົນອື່ນໂດຍບໍ່ຕ້ອງສົງໄສດັ່ງພຸດທະພາສິດວ່າ ທຸກໂຂ ປາປັສສະ
ອຸຈຈະໂຍ ການສ້າງສົມບາບຄືຄວາມຊົ່ວນຳມາເຊີ່ງຄວາມທຸກດັ່ງນີ້
ພຸດທະສາສນາໄດ້ໃຫ້ເຫັນແຈ້ງແລ້ວວ່າທຳດີໄດ້ດີທຳຊົ່ວໄດ້ຊົ່ວ ຕາມພຸດທະສາສນາສອນໄວ້
ນັບວ່າຄຳສອນຂອງພຣະພຸດທະເຈົ້າສົມບູນໄປດ້ວຍເຫດຜົນ ເຫດເປັນຢ່າງໃດຜົນກໍເປັນຢ່າງນັ້ນ
ແຍກອອກຈາກກັນບໍ່ໄດ້ ເມື່ອເຫດຊົ່ວຜົນທີ່ໄດ້ຮັບກໍຊົ່ວ ເມື່ອເຫດດີຜົນທີ່ໄດ້ຮັບກໍດີ
ດັ່ງພຸດທະພາສິດວ່າ ກັລຍາ ນະກາລີ ກັລຍານັງ ປາປະກາລີຈະປາປະກັງ ແປ່ວ່າ
ທຳກັມດີຍ່ອມໄດ້ຮັບຜົນດີ
ທຳກັທຊົ່ວຍ່ອມໄດ້ຮັບຜົນຊົ່ວດັ່ງນີ້ເຊັ່ນດຽວກັບການຫວ່ານພຶດພັນ ຫຼື
ກ້າແກ່ນໝາກມ່ວງຊະນິດຕ່າງໆລົງໃນດິນ
ເຊັ່ນ:ເຮົາເອົາແກ່ນໝານມ່ວງນຳມາກ້າມັນກໍຈະເກີດເປັນຕົ້ນໝາກມ່ວງຈະເປັນຕົ້ນໝາກຂາມບໍ່ໄດ້ເດັດຂາດນີ້ເຊັ່ນກັນ
ການທຳບຸນທຳບາບນີ້ກໍເຊັ່ນກັນ ຖ້າຜູ້ໃດທຳບຸນກໍຕ້ອງໄດ້ຮັບຜົນຄືຄວາມສຸກຈະເປັນທຸກບໍ່ໄດ້
ຖ້າຜູ້ໄດ້ທຳບາບຍ່ອມໄດ້ຮັບຜົນຄື ຄວາມທຸກຈະກັບເປັນສຸກບໍ່ໄດ້
ຜົນຂອງຄວາມດີຄວາມຊົ່ວຍ່ອມຕິດຕົວຜູ້ນັ້ນ ເໝືອນເງົາຕິດຕາມຕົນ ຄອຍຮັບຜົນທຸກເວລາ
ຕ່າງແຕ່ຊ້າ ຫຼື ໄວເທົ່ານັ້ນ ຈະບໍ່ໃຫ້ຜົນນັ້ນແມ່ນບໍ່ມີ ເຊັ່ນ:
ພະເທວະທັດພະຍາຍາມປອງຮ້າຍພຣະພຸດທະເຈົ້າຫຼາຍຢ່າງຕ່າງໆນາໆໃນການກື່ງຫີນຫວັງໃຫ້ທັບພຣະພຸດທະເຈົ້າຈົນເຮັດໃຫ້ພະໂລຫິດຫໍຂື້ນທີ່ພະບາດ
ຜົນສຸດທ້າຍບັນດານໃຫ້ດິນຍະອອກເອົາພຣະເທວະທັດຈົມລົງພື້ນດິນ
ຕາຍແລ້ວກໍໄປບັງເກີດໃນອາເວຈີນາຣົກ ຍ້ອນກັມຊົ່ວທີ່ພຣະເທວະທັດທີ່ໄດ້ກະທຳ
ກັມດີກັມຊົ່ວມັນຕິດຕາມສະນອງໃຫ້ແກ່ຜູ້ກະທຳຢູ່ສະເໝີ ຈະຫຼົບຫຼີກໜີໄປທາງໃດກໍບໍ່ໄດ້
ຖ້າບໍ່ໃຫ້ຜົນໃນວັນ-ເດືອນ-ປີນີ້ກໍຕ້ອງໃຫ້ຜົນໃນວັນເດືອນ-ປີໜ້າ
ຫຼືຊ້າບໍ່ໃຫ້ຜົນໃນຊາດນີ້
ກໍຈະໃຫ້ຜົນໃນຊາດໜ້າຕໍ່ໆໄປໃນພະໄຕປີດົກພຣະພຸດທະເຈົ້າຕັດໄວ້ວ່າທຳດີຈະໄດ້ຮັບຜົນດີນັ້ນ
ຕ້ອງພ້ອມດ້ວຍຄຸນສົມບັດເຫຼົ່ານີ້: ເຮັດຖຶກທີ່ດີ, ເຮັດຖຶກບຸກຄົນ ແລະ
ເຮັດດີຕິດຕໍ່ກັນໄປເລື້ອຍໆ.
3) ກັມໃຫ້ຜົນຕາມໜ້າທີ່
1. ກັມທີ່ແຕ່ງມາດີຫຼືຊົ່ວ
2. ກັມທີ່ສະໜັບສະໜູນ ຄືຖ້າກັມເດີມຫຼືກັມແຕ່ງ
ສົ່ງໃຫ້ດີຍີ່ງຂື້ນ ກັມເດີມແຕ່ງໃຫ້ຊົ່ວກໍສົ່ງໃຫ້ຊົ່ວຍີ່ງຂື້ນ
3. ກັມບີບຄັ້ນ ຫຼືຂັດຂວາງກັມເດີມ ຄອຍປ່ຽນຊະນິດກັມ
ເຊັ່ນເດີມແຕ່ງມາດີປ່ຽນໃຫ້ຊົ່ວ ເດີມແຕ່ງມາຊົ່ວປ່ຽນໃຫ້ດີ
4. ກັມຕັດຮອນ ເປັນກັມພິກໜ້າມືເປັນໜັງມື
ເຊັ່ນເດີມຊະນິດກັມແຕ່ງໄວ້ດີເລີດກັບທີ່ດຽວບລົງເປັນຂໍທານ ຫຼືຕາຍໄປເລີຍ ແລະ
ເດີມຊະນິດແຕ່ງໄວ້ຊົ່ວຫຼາຍ ກັບທີ່ດຽວເປັນພະຣາຊາ ຫຼືມະຫາເສດຖີໄປເລີຍ
4) ກັມໃຫ້ຜົນຕາມຄວາມໜັກເບົາ
1. ຄຣຸກັມ ກັມໜັກ ກັມຝ່າຍດີ ເຊັ່ນ ທຳສະມາທິຈົນໄດ້ຊານ,
ກັມຝ່າຍຊົ່ວ ເຊັ່ນ ທຳອນັນຕຣິຍກັມ ຂ້າບິດາ ມາຣດາເປັນຕົ້ນ
ເປັນກັມທີ່ຈະໃຫ້ຜົນໂດຍບໍ່ມີກັມອື່ນມາຂວາງ ຫຼືກັ້ນໄດ້
2. ພຫຸລກັມ ກັມທີ່ທຳຈົນຊິນ
3. ອາສັນນກັມ ກັມທີ່ທຳເມື່ອໃກ້ຕາຍ
ຫຼືທີ່ເອົາຈິດໃຈຈົດຈໍ່ໃນກວລາໃກ້ຕາຍ ອາສັນນກັມ ຍ່ອມສົ່ງຜົນໃຫ້ໄປສູ່ທີ່ດີຫຼືຊົ່ວໄດ້
4. ຮູ້ເທົ້າບໍ່ເຖີງການແຕ່ກໍອາດສົ່ງຜົນດີ-ຮ້າຍໃຫ້ໄດ້ເໝືອນກັນ
ໃນເມື່ອບໍ່ມີກັມອື່ນຈະໃຫ້ຜົນແລ້ວ.
5) ເຫດທີ່ຄົນຄິດວ່າທຳດີບໍ່ໄດ້ດີ
ມີບາງຄົນທີ່ທຳກັມຊົ່ວ ແຕ່ກັບປະກົດວ່າເປັນຄົນລໍ້າລວຍມີອຳນາດວາສນາ
ມີຄົນເຄົາລົບຍົກຍ້ອງ ສ່ວນຄົນບາງຄົນທຳງານດ້ວຍຄວາມສັດຊື່ສຸຈຣິດ
ຂະຫຍັນຂັນແຂງກັບຍາກຈົນ ມີຊີວິດຢູ່ດ້ວຍຄວາມຍາກລຳບາກ
ຫຼືຄົນບາງຄົນບໍ່ຄ່ອຍທຳງານຫຍັງເລີຍ ຄອຍປະຈົບປະແຈງ ແລະຮັບໃຊ້ເຈົ້ານາຍ
ກັບໄດ້ດີໄດ້ເລື່ອນເງີນເດືອນ ແລະ ຕຳແໜ່ງ ສ່ວນຄົນບາງຄົນຕັ້ງໃຈທຳງານແຕ່ບໍ່ປະຈົບເຈົ້ານາຍ
ກັບບໍ່ໄດ້ດີ ຈື່ງເຮັດໃຫ້ຄົນຄິດໄປວ່າກົດແຫ່ງກັມຈະບໍ່ຈີງຄຳສັ່ງສອນທີ່ວ່າ ກລຍານກາຣີ
ກັລຍານໍ ປາປກາຣີຈ ປາປກໍ ທຳດີໄດ້ດີທຳຊົ່ວໄດ້ຊົ່ວ
ຄົງຈະບໍ່ເປັນຄວາມຈິງເລີຍ ການທີ່ບາງຄົນເຫັນວ່າທຳດີບໍ່ໄດ້ດີ
ຫຼືທຳຊົ່ວບໍ່ໄດ້ຊົ່ວ ເນື່ອງຈາກການບໍ່ເຂົ້າໃຈໃນ 2 ປະການຄື: ປະການທີໜື່ງ
ບໍ່ເຂົ້າໃຈໃນເລື່ອງການໃຫ້ຜົນຂອງກັມ, ປະການທີສອງ ບໍ່ເຂົ້າໃຈໃຈຄວາມໝາຍຂອງຄຳວ່າ
ທຳດີໄດ້ດີ ແລະ ທຳຊົ່ວໄດ້ຊົ່ວ.
6) ການໃຫ້ຜົນຂອງກັມ
ການທີ່ທຳຄວາມຊົ່ວຍັງໄດ້ດີມີສຸກຢູ່
ຈື່ງເປັນເພາະກັມຊົ່ວຍັງບໍ່ໃຫ້ຜົນ ກັມດີທີ່ເຂົາເຄີຍທຳຍັງເປັນອຸປັດຖຳກັມຄອຍສະນັບສະໜູນຢູ່
ເມື່ອໃດທີ່ກັມດີອ່ອນກຳລັງລົງ ກັມຊົ່ວກໍຈະມາເປັນອຸປະຊາຕະກັມ
ເຮັດໃຫ້ຜູ້ນັ້ນຕ້ອງປ່ຽນສະພາບໄປຢ່າງພິກໜ້າມືເປັນຫຼັງມື
ເຊັ່ນເສດຖີອາດຈະຕ້ອງເປັນຍາຈົກ ເຄີຍເປັນຜູ້ຍີ່ງໃຫຍ່ມີອຳນາດວາສນາ
ອາດຈະຖຶກຟ້ອງຮ້ອງຕ້ອງຈຳໂທດໃສ່ຄຸກ ຫຼືຕ້ອງທ່ຽວຫຼົບໜີເລ້ລ້ອນບໍ່ມີແຜ່ນດີນທີ່ຈະຢູ່
7) ຄົນທຳດີຈະໃຫ້ໄດ້ດີທາງວັດຖຸຕ້ອງປະກອບດ້ວຍຫຼັກ 4 ປະການຄື:
·
ຄະຕິສົມບັດ
ທຳດີໃຫ້ຖຶກສະຖານທີ່
·
ອຸປະທິສົມບັດ
ທຳດີໃຫ້ຖຶກຕົວບຸກຄົນ
·
ກາລະສົມບັດ
ທຳດີໃຫ້ຖຶກເວລາ
·
ປະຫຍດສົມບັດ ຕ້ອງທຳດີໃຫ້ຕິດຕໍ່ກັນໄປເລື້ອຍໆ
ການທີ່ຄົນທຳກັມດີ
ແລະ ຫວັງຜົນດີໃນທາງດ້ານວັດຖຸ ເຊັ່ນ ຫວັງລາກ ຍົດ ແລະ ສັນລະເສີນ
ແຕ່ບໍ່ໄດ້ຮັບຜົນດີຕາມຄວາມຕ້ອງການ ອາດຈະເພາະບໍ່ເຂົ້າຕາມຫຼັກ 4 ປະການຂ້າງຕົ້ນຄື
ໄປທຳຄວາມດີກັບບຸກຄົນທີ່ບໍ່ມີຄວາມດີເຊັ່ນ ເຮົາທຳງານດ້ວຍຄວາມຊື່ສັດສຸຈະລິດ
ແຕ່ເຈົ້ານາຍຂອງເຮົາເປັນຄົນຄໍຣັບຊັນ ການທຳຄວາມດີຂອງເຮົາຍ່ອມບໍ່ເປັນທີ່ຊື່ນຊົມຂອງເຈົ້ານາຍຂອງເຮົາ
ການທຳດີກັບບຸກຄົນເຫຼົ່ານີ້ກໍບໍ່ຜິດໄປຕ່າງກັບເອົາເມັດພຶກທີ້ງລົງໄປເທີງຫີນ
ຫຼືພື້ນດິນແຫ້ງແລ້ງ ສະນັ້ນການທຳດິເຮົາຕ້ອງຄວນຈະຫວັງຜົນໃນທາງດ້ານຈິດໃຈຫຼາຍກວ່າວັດຖຸ
ບາງຄົນອາດຈະທຳຄວາມດີຈີງແຕ່ອາດຈະທຳບໍ່ເຖີງດີ ຄື ທຳດີພຽງເດັກນ້ອຍແລ້ວກໍຫວັງຜົນແຫ່ງຄວາມດີນັ້ນ
ເມື່ອບໍ່ໄດ້ຮັບຜົນຕອບແທນກໍໝົດກຳລັງໃຈ ແລ້ວກໍບອກວ່າທຳດີບໍ່ເຫັນໄດ້ດີ
ຄົນພວກນີ້ເໝືອນຄົນປູກພຶດຫົດນໍ້າລົງດິນນິດນ້ອຍກໍຫວັງທີ່ຈະໃຫ້ພຶດໄດ້ຜົນ
8) ຄວາມໝາຍຂອງຄຳວ່າໄດ້ດີ ແລະໄດ້້ຊົ່ວໃນທາງໂລກແລະທາງທັມມີຄວາມໝາຍແຕກຕ່າງກັນຄື:
ໃນທາງໂລກມັກຈະມອງເຫັນ
ການໄດ້ດີ ແລະ ໄດ້ຊົ່ວເປັນເລື່ອງທາງວັດຖຸ
ເມື່ອກ່າວວ່າຄົນນັ້ນໄດ້ດີກໍມັກຈະໝາຍຄວາມວ່າ ຜູ້ນັ້ນໄດ້ລາບ ແລະຍົດ
ເຊັ່ນໄດ້ຊັບສົມບັດ ໄດ້ອຳນາດວາສນາ ຫຼື ໄດ້ຕຳແໜ່ງໜ້າທີ່ການງານດີຂື້ນ
ເມື່ອບໍ່ໄດ້ສີ່ງເຫຼົ່ານັ້ນກໍເຂົ້າໃຈວ່າບໍ່ໄດ້ດີ.
ໃນທາງທັມການໄດ້ດີ ແລະໄດ້ຊົ່ວເປັນເລື່ອງຂອງຈິດໃຈ ການໄດ້ດີໝາຍເຖີງ
ການເຮັດໃຫ້ຈິດໃຈດີຂື້ນ ເຮັດໃຫ້ທາດແຫ່ງຄວາມດີໃນຕົວເອງເຮົາມີຫຼາຍຂື້ນ ເຮັດໃຫ້ຈິດໃຈຂອງເຮົາສະອາດ ສະຫວ່າງ
ສະຫງົບຍີ່ງຂື້ນສ່ວນການໄດ້ຊົ່ວ ໝາຍເຖີງການເຮັດໃຫ້ຈິດໃຈຕໍ່າລົງ ເຮັດໃຫ້ຈິດໃຈມຶດມົວຫຼາຍຂື້ນ
ຄຳວ່າໄດ້ດີຈື່ງໝາຍເຖີງຄວາມດີ ແລະ ຄຳວ່າໄດ້ຊົ່ວ ຈື່ງໝາຍເຖີງຄວາມຊົ່ວ
ຫາກເຮົາຈະເວົ້າວ່າ ທຳດີໄດ້ຄວາມດີ ທຳຊົ່ວໄດ້ຄວາມຊົ່ວ
ກໍຈຳເຮັດໃຫ້ເຂົ້າໃຈໃນເລື່ອງນີ້ດີ ແລະ ໄດ້ຊົ່ວດີຂື້ນ ບຸກຄົນທີ່ກະທຳກັມຫຍັງລົງໄປ
ຍ່ອມຈະໄດ້ຮັບຜົນໃນທາງຈິດໃຈທັນທີ ເມື່ອທຳກັມດີ ເຊັ່ນ ທຳບຸນຕັກບາດ
ໃຫ້ຄວາມຊ່ວຍເຫຼືອແກ່ຜູ້ອື່ນ ກໍຈະທຳໃຫ້ຈິດໃຈດີຂື້ນ ມີຄວາມປິຕິ ແລະ
ຄວາມສຸກໃນກັມດີທີ່ຕົນທຳ ໃນເມື່ອກັມທີ່ທຳເປັນກຸສົນກັມຈີງໆ ຄື ເຮັດດ້ວຍກຸສົນ ເຮັດດ້ວຍຄວາບໍລິສຸດໃຈ ບໍ່ແມ່ນດ້ວຍຄວາມໂລບ ຫຼື
ດ້ວຍອະກຸສົນເຈຕະນາ ຫຼື ຫວັງຜົນຕອບແທນ.
9) ຂ້າພະເຈົ້າເຊື່ອໃນກົດແຫ່ງກັມ
ເພາະພຣະພຸດທະເຈົ້າສອນໄວ້ວ່າການທຳດີໄດ້ດີການທຳຊົ່ວຍ່ອມໄດ້ຊົ່ວ
ເຊັ່ນ ຂ້າພໍ່, ຕີແມ່ບັງເກີດກ້າວຊອງຕົນເອງຈົນຕາຍ,ເຮັດໃຫ້ຄະນະສົງແຕກແຍກກັນ ຄົນຜູ້ນັ້ນຍ່ອມຢຸດການເກີດ,ໃນນາຣົກ
ສະຫວັນ ແລະ ຈະໄດ້ບັງເກີດເປັນສັດເດຍລະສານຄື:ເປັນໝູ,ໝາ,ເປັດ,ໄກ່,ກຸ້ງ,ຫອຍແລະ
ເປັນຄົນຫູໜວດຕາບອດແນວລະ 500 ຊາດ ເຊັ່ນດຽວກັນ ຄົນທີ່ຂາຍຢາເສບຕິດ,
ການທຳຊຳເລົາຂົ່ມຂືນຄົນອື່ນ
ແລະເຮັດສີ່ງຕ່າງໆທີ່ເປັນໄພຕໍ່ສັງຄົມ,ປະເທດຊາດ,ບ້ານເມືອງສຸດທ້າຍຄົນຜູ້ນັ້ນຍ່ອມຖຶກຈັບລົງໂທດຕາມກົດໝາຍນີ້ຄືກັມຂອງການທຳຄວາມຊົ່ວທີ່ທຳໄວ້ຈະໄດ້ຮັບຜົນຕອບແທນສະເໝີດ,
ຕົງກັນຂ້າມຄົນທີ່ທຳດີ ເຊັ່ນ ເຮັດສີ່ງທີ່ດີໆ ແລະ ເປັນປະໂຫດຍ,ເວົ້າດີ,ທຳດີ, ວາຈາ ແລະ
ຈິດໃຈດີມີ ຄວາມເມດຕາກະຣຸນາ ມຸທິຕາ ອຸເປກຂາ ຈະມີຄົນຍ້ອງຍໍສັນລະເສີນມີໜ້າຕາໃນສັງຄົມ
ເມື່ອຕາຍໄປແລ້ວຈະໄດ້ໄປເບັງເກີດຢູ່ສະຫວັນຊັ້ນດາດາວະດີງ ມີສະໜຸມບໍລິວານເປັນພັນໆຄົນເພື່ອທີ່ຈະຮັບໄຊ້ຖ້າວ່າລົງມາເກີດໃນໂລກມະນຸດກໍຈະມີທຸກສີ່ງທຸກຢ່າງຕາມຄວາມປາຖະໜາຂອງຕົນນີ້ຄືການທຳຄວາມດີຍ່ອມໄດ້ຮັບຜົນດີສະເໝີຕົນສະເໝີປາຍ.
10) ໂຊກວາສນາມີຈີງແທ້
ການທີ່ຄົນມີໂຊກວາສນາເນື່ອງມາຈາກວ່າການຂໍໂຊກນຳສະຖານທີ່ສັກສິດຫຼືບົນໃຫ້ໄດ້ມາເຊີ່ງໂຊກວາສນາເຊັ່ນ:ຄົນທີ່ຊື້ເລກແລ້ວຖຶກ,ເກັບເງີນດ້ວຍເຮ່ຍ,ເຮັດຫຍັງກໍ່ໄດ້ດີ
ເຂົາຈື່ງເອີ້ນວ່າໂຊກວາສນາ ຕົງກັນຂ້າມ
ເຮັດຫຍັງມີແຕ່ເສຍກັບເສຍ,ເຮັດການຄ້າຂາຍມີແຕ່ຫຼຸບກັບຫຼຸບ ເອີ້ນວ່າໂຊກວາສນາບໍ່ມີ
ດັ່ງນັ້ນໂຊກວາສນາມີຈີງດັ່ງເຫັນໃນປັດຈຸບັດນີ້.
V.
ອຕຕາຫິ ອຕຕໂນ
ນາໂຖ ຕົນເປັນທີ່ເພີ່ງຂອງຕົນ
“ຕົນ”ໃນທີ່ນີ້ໝາຍເຖີງຕົວຂອງເຮົາເອງທຸກຄົນ
ທີ່ປະກອບຂື້ນມາຈາກການປະຊຸມກັນຂອງຮູບ ແລະນາມ ເກີດຂື້ນເປັນຮ່າງກາຍ ຈິດໃຈ ສາມາດສື່ສານ
ຮັບຮູ້ ສະແດງອອກ ຕໍ່ສີ່ງແວດລ້ອມໃນແງ່ສີ່ງຕ່າງໆ
ໃນທີ່ນີ້ອາດເກີດຄວາມເຂົ້າໃຈຜິດໄດ້ວ່າເປັນຫຍັງພຸດທະສາສນາ ສອນຫຼັກ ອຕຕາລັກສະະນະ ຫຼື
ຄວາມບໍ່ມີຕົວຕົນ
ແຕ່ໃນພຸດທະພະສິດນີ້ແຝງເນື້ອແຫ່ງອຕຕາເພາະວ່າ”ຕົນ”ເຖີງສອງຄັ້ງດ້ວຍກັນ
ຄວາມຈີງແລ້ວພຸດທະພະສິດບໍ່ໄດ້ໃຊ້ສຳລັບສອນຫຼັກທີ່ລິກເຊີ່ງລະດັບເໜືອໂລກກິຍະວິໄສ
ບໍ່ເນັ້ນໃຫ້ເຂົ້າໃຈລິກເຊີ່ງຕໍ່ຫຼັກໄຕຣລັກສະນະຄຳວ່າ”ຕົນ”
ຈີງບໍ່ໄດ້ໝາຍເຖີງການມີຕົວຕົນ ຫຼື ອັຕຕາ ແຕ່ການສອນແບບໂລກກິຍະວິໄສ ຄື
ໃຫ້ຄຳກຳຈັດຄວາມ”ຕົນ”ພຽງແຕ່ໃຊ້ແທນຕົວເຮົາ ຕົນເປັນທີ່ເພີ່ງຂອງຕົນກໍຄື
ໃຫ້ຕົນເຮົານັ້ນເພີ່ງພາຕົນເຮົາເອງ ລັກສະນະພຸດທະສາສນາ
ເນັ້ນເລື້ອງການເພີ່ງຕົນເອງນີ້ຢ່າງຍີ່ງ ເພາະການເພີ່ງຕົນເອງນີ້ເອງ
ເຮັດໃຫ້ເຮົານັ້ນບໍ່ຕ້ອງຫວັງລໍເຫດປັດໃຈຈະສົມບູນ ບໍ່ເຝົ້າຄອຍໃຫ້ໃຜມາເຮັດໃຫ້ສຳເລັດ
ອາທິ ຖ້າເຮົາຈະໄປໂຮງຮຽນ ແຕ່ບໍ່ຮູ້ເສັ້ນທາງຄອຍໃຫ້ແມ່ພາໄປ ຫຼື
ຖ້າຕ້ອງໄປເອງກໍຕ້ອງຄອຍຖາມຕົນຂ້າງທາງໄປເລື້ອຍໆ ຢ່າງນີ້ ຖ້າມື້ໃດແມ່ບໍ່ຢູ່ ຫຼື
ເກີດວັນນັ້ນບໍ່ມີຄົນທຽວທະໜົນເລີຍແຕ່ຄົນດຽວ ເຮົາກໍໄປໂຮງຮຽນບໍ່ຖຶກແລ້ວ ຂາດຮຽນໄປ
ການເພີ່ງຕົນເອງຈື່ງເປັນການກະທຳຜົນນັ້ນໃຫ້ເກີດໄດ້ດ້ວຍຕົນເອງ
ຄວບຄຸມເຫດໃຫ້ເກີດຜົນໄດ້ດ້ວຍຕົນເອງ ຜົນຈາການກະທຳເອງນີ້
ເຮັດໃຫ້ເຮົາເກີດຄວາມອິດສະຫຼະທັ້ງທາງຮ່າງກາຍ ຄື ເຮັດໃຫ້ເກີດບຸກຄະລິກພາບທີ່ດີ
ເປັນຜູ້ເອົາງານເອົາການ ບໍ່ລົ້ມເລິກ ມອງຫາຄົນຊ່ວຍກ່ອນຈະທົດລອງໃຫ້ຮູ້ຈິງ
ຖ້າມີໃຜຈະຊ່ວຍກໍຂໍໃຫ້ສຸດຄວາມສາມາດຂອງເຮົາກ່ອນ ແລ້ວຈີ່ງຂໍຄວາມຊ່ວຍເຫຼືອ
ຄວາມເປັນຜູ້ນຳກໍເກີດຂື້ນ ໃນດ້ານຈິດໃຈ ຈະເຮັດສີ່ງໃດກໍເກີດມີຄວາມໝັ້ນໃຈ ມຸ່ງໝັ້ນ
ວ່າເຮົາສາມາດເຮັດໄດ້ ບໍໄຫວັ່ນໄຫວ ບໍ່ຍໍ້ທໍ້ຕໍ່ອຸປະສັກ ບໍ່ລົ້ມເລິກຈົນກ່ວາຜົນທີ່ໝາຍນັ້ນຈະສຳເລັດ
ແຕ່ການເພີ່ງຕົນເອງນັ້ນຕ້ອງຫັນກັບມາເບີ່ງຕົນເອງທີ່ເພີ່ງນັ້ນວ່າເພີ່ງໄຫວບໍ
ເຊັ່ນ ຄົນທີ່ລອຍນໍ້າບໍ່ເປັນ ເມື່ອຕົກນໍ້າບໍ່ເອີ້ນໃຜ ຄິດແຕ່ພຽງວ່າ
ຕົນເປັນທີ່ເພີ່ງຂອງຕົນ ສຸດທ້າຍ
ຕົນນັ້ນກໍຊ່ວຍຕົນເອງບໍ່ໄດ້ຕ້ອງຈົມນໍ້າໃນທີ່ສຸດດັ່ງນັ້ນຈາກຄຳສຸພາສິດນີ້
ຖ້າຈະໃຫ້ຄົບຖ້ວນສົມບູນບໍ່ສ່ຽງຕໍ່ການນຳໄປໃຊ້ຜິດໆ ຈະມີພຸດທະພາສິດຕໍ່ທ້າຍວ່າ “ອຕຕາຫິ
ສຸທນເຕນ ນາຖັງ ລພຕິ ທຸລລພັງ”“ມີຕົນທີ່ຝຶກດີແລ້ວ ເປັນທີ່ເພີ່ງທີ່ຫາໄດ້ຍາກ”
ຖ້າຕົນບໍ່ພ້ອມ ບໍ່ດີພໍ ການເອົາຕົນເອງໄປເພີ່ງກໍອາດເກີດຄວາມເສຍຫາຍໄດ້
ຕ້ອງຮູ້ຈັກປະມານຕົນ ໃນຍາມທີ່ເຮົາອ່ອນແອ ກໍຍັງຕ້ອງເພີ່ງຜູ້ຊໍຽວຊານ ມີຄວາມຮູ້ຄວາມສາມາດ
ຊ່ວຍສ້າງເສີມກຳລັງກາຍກຳລັງໃຈ
ທີ່ຈະພາເຮົາຜ່ານພົ້ນອຸປະສັກນັ້ນໆໄປໄດ້ແຕ່ຄະນະນັ້ນກໍບໍ່ປະມາດ ແນ່ນອນໃຈ
ຍຶດຕິດວ່າຈະມີຜຊ່ວຍເຮົາຕະຫຼອດ ຕ້ອງພັດທະນາຕົວຂອງເຮົາຄວບຄູ່ກັນໄປເມື່ອພົບງານທີ່ຍາກ
ອຸປະສັກທີ່ໜັກໜາກໍຂໍໃຫ້ເບີ່ງເປັນສະໜາມໄວ້ຝຶກຕົນຈົນວັນໜື່ງຕົວເຮົາມີຄວາມສາມາດພໍບໍ່ຕ້ອງເພີ່ງຄົນອື່ນ
ກໍຍັງບໍ່ຫຼຸດ ຕ້ອງພະຍາຍາມໃຫ້ສູງຍີ່ງໆຂື້ນໄປ ເມື່ອເຮົາຮູ້ຈັກເພີ່ງຕົນເອງ ບໍ່ປະມາດ
ມີຄວາມພຽນພັດທະນາຕົນເອງຢູ່ສະເໝີ “ຕົນຈື່ງຈະຈະເປັນທີ່ເພີ່ງຂອງຕົນໄດ້ ແລະ
ເປັນທີ່ເພີ່ງທີ່ຫາຍາກອີກດ້ວຍ” ສະຫຼຸບສຸພາສິດນີ້
ຈື່ງໃຫ້ຂໍ້ຄິດວ່າເຮົາທຸກຄົນຄວນະຍາຍາມພັດທະນາຕົນ ແລະ ບໍ່ປະມາດປະພຶດຕົນ
ເພື່ອທີ່ຕົນຈະໄດ້ເພີ່ງຕົນ ແລະ ເປັນທີ່ເພີ່ງໃຫ້ຕົນໄດ້ ເມື່ອເພີ່ງຕົນໄດ້ດີແລ້ວ
ເສີມຄວາມການຮູ້ຈັກ ໃຜຮູ້ ໃຜສ້າງສັນ ຕົນຂອງເຮົາກໍຈະສ່າງປະໂຫຍດໄດ້ຫຼາຍ
ກ່ວາພຽງເພື່ອຕົນເອງ ແຕ່ເຜື່ອຜ່ໃຫ້ແກ່ສັງຄົມ ແກ່ໂລກ ເປັນຕົນທີ່ມີຄ່າຍີ່ງຂື້ນໄປໄດ້ດ້ວຍ
ຕົວຢ່າງ: ເດັກຊາຍສອງຄົນເປັນພີ່ນ້ອງກັນ ຄົນອ້າຍຊື່ວ່າໜື່ງ
ເປັນຄົນຮຽນດີ ມີສະຕິປັນຍາສະຫຼຽວສະຫຼາດ ແລະ ສຸພາບຮຽບຮ້ອຍ ສ່ວນນ້ອງຊາຍຊື່ວ່າສອງ
ເປັນຄົນຊຸກຊົນ ລື້ລັ້ນບໍ່ຟັງໃຜ
ຂະນະທີ່ທັງສອງກຳລັງຍ່າງໄປໂຮງຮຽນສອງເດັກຊາຍຄົນນ້ອງກໍເວົ້າຂື້ນວ່າ ຕາຍແລ້ວ
ນ້ອງລືມເຮັດການບ້ານ ເດັກຊາຍຜູ້ນ້ອງເວົ້າດ້ວຍຄວາມຕົກໃຈເມື່ອໜື່ງໄດ້ຟັງເຊັ່ນນັ້ນກໍເວົ້າກັບເດັກຊາຍຜູ້ນ້ອງວ່າພ
” ຄັນຊັ້ນອ້າຍສອນໃຫ້ດີບໍ” ເດັກຊາຍຜູ້ອ້າຍແນະນໍາ “ຢ່າເລີຍອ້າຍໜື່ງ ເສຍເວລາ
ນ້ອງສອງລອກຂອງເພື່ອນກໍໄດ້” ເມື່ອເດັກຊາຍຜູ້ອ້າຍໄດ້ຟັງຢ່າງນັ້ນ
ຈື່ງບອກກັບນ້ອງຊາຍວ່າ “ແລ້ວຖ້າເພື່ອນບໍ່ໃຫ້ນ້ອງສອງລອກ ນ້ອງສອງຈະເຮັດແນວໃດ”
ເມື່ອອ້າຍເວົ້າຈົບ ເດັກຊາຍຜູ້ນ້ອງກໍຕອບໄປຢ່າງໂມໂຫ “ບໍ່ເປັນຫຍັງດອກອ້າຍໜື່ງ
ດຽວນ້ອງຈັດການເອງໄດ້” ແລະ ເດັກຊາຍສອງກໍຟ້າວຢ່າງນໍາໜ້າອ້າຍໜື່ງໄປໂຮງຮຽນ ເຮັດໃຫ້ອາຍໜື່ງຢືນເປັນຫ່ວງຢູ່ຫ່າງໆ
ເມື່ອເວລາເລິກຮຽນ ເດັກຊາຍສອງຄົນພີ່ນ້ອງກໍຍ່າງກັບບ້ານພ້ອມກັນ
ເດັກຊາຍຜູ້ອ້າຍເຫັນເດັກຊາຍຜູ້ນ້ອງໜ້າຕາເສົ້າ ຈື່ງຖາມນ້ອງຊາຍວ່າ “ນ້ອງສອງເປັນຫຍັງບໍ
ເປັນຫຍັງເຖີງເສົ້າແບບນີ້” ນ້ອງຊາຍຈື່ງຕອບດ້ວຍສຽງເສົ້າວ່າ
“ກໍເພື່ອນບໍ່ໃຫ້ສອງລອກການບ້ານ ເພື່ອນບອກໃຫ້ສອງເຮັດເອງ”
ອ້າຍຊາຍຈື່ງຖືໂອກາດສອນນ້ອງຊາຍວ່າ “ກໍນີ້ລະນໍ ທີ່ເຂົາບອກວ່າຕົນເປັນທີ່ເພີ່ງຂອງຕົນ”
ເຮົາຕ້ອງຫັດເຮັດເອງໄດ້ດ້ວຍຕົນເອງ ຢ່າໄປເພີ່ງຄົນອື່ນເລີຍທຸກເລື້ອງ ບໍ່ຢ່າງນັ້ນຄົນອື່ນເຂົາຈະຫາວ່າເຮົາເຮັດຫຍັງບໍ່ເປັນ
ເມື່ອເດັກຊາຍຜູ້ນ້ອງໄດ້ຟັງຢ່າງນັ້ນກໍນີ້ງເລີຍໄປ
ເມື່ອໄປເຖີງບ້ານເດັກຊາຍສອງຄົນກໍໄດ້ເລົ່າເລື່ອງລາວທັງໝົດໃຫ້ແມ່ຟັງ
ແມ່ຈື່ງສອນເດັກຊາຍສອງລວມເຖີງເດັກຊາຍໜື່ງວ່າ “ລູກທັງສອງຄວນຄະນິງໄວ້ສະເໝີວ່າ
ເຮົາຄວນເຮັດຫຍັງໄດ້ດ້ວຍຕົນເອງ ບໍ່ຄວນໄປເພີ່ງພາຄົນອື່ນເລີຍທຸກເລື້ອງ ແລະ
ການທຳງານແມ່ນຫຍັງກໍແລ້ວແຕ່ຄວນທຳໃຫ້ສຳເລັດຮຽບຮ້ອຍຕາມເວລາທີ່ກຳນົດ ແລະ
ອີກຢ່າງໜື່ງທີ່ແມ່ຈະສອນລູກໆຄື ການທຳງານເຖີງແມ່ນວ່າຈະເປັນການງານທີ່ເຮົາມັກ
ຫຼືບໍ່ມັກ ຈະໜັກຈະເບົາ
ກໍຕ້ອງແບກຫາບທຸ້ມເທທຳໃຫ້ເຕັມຄວາມສາມາດສຸດທ້າຍຄວາມມຸ້ງໝັ້ນຂອງເຮົາກໍຈະສ້າງຜົນດີແກ່ຕົວເຮົາເອງ
ຕໍ່ໄປສອງຈະຕັ້ງໃຈຮຽນ ມຸ້ງໝັ້ນ ແລະ ເພີ່ງພາຕົນເອງໃຫ້ຫຼາຍທີ່ສຸດ
ເດັກຊາຍສອງຄົນໃຫ້ຄຳສັນຍາ ດີແລ້ວລູກສອງຄົນໃຫ້ຈຳໄວ້ສະເໝີວ່າ ຕົນເປັນທີ່ເພີ່ງແຫ່ງຕົນ
1)
ຕົນເປັນທີ່ເພີ່ງແຫ່ງຕົນ
ຄືທຳໃຫ້ຕົນເປັນຄົນດີ
ຜູ້ທີ່ຈະຍອມເປັນທີ່ເພີ່ງຂອງຜູ້ໃດຜູ້ໜື່ງ
ຄືຈະໃຫ້ຜູ້ໃດໜື່ງ ຈະຕ້ອງເຫັນສົມຄວນ
ນັ້ນກໍຄືຈະຕ້ອງວ່າຜູ້ທີ່ຕົນຈະໃຫ້ເພີ່ງໃຫ້ຄວາມຊ່ວຍເຫຼືອນັ້ນ
ມີຄວາມເໝາະສົມທີ່ຈະໄດ້ຮັບຄວາມຊ່ວຍເຫຼືອໃນເລື່ອງໃດຫຼືບໍ່
ຖ້າບໍ່ເຫັນຄວາມສົມຄວນກໍຄົງຈະບໍ່ຊ່ວຍ
ດັ່ງນັ້ນຈື່ງຕັ້ງໃຈໃຫ້ເປັນທີ່ເພີ່ງແຫ່ງຕົນຄືທຳຕົນໃຫ້ເປັນຄົນດີນັ້ນແຫຼະເປັນປະການສຳຄັນ
2)
ຕົນດີເປັນຜູ້ທີ່ຕົກນໍ້າບໍ່ໄຫລ
ຕົກໄຟບໍ່ໄໝ້
ຄົນດີນັ້ນທ່ານກ່າວວ່າ
ເປັນຜູ້ທີ່ຕົກນໍ້າບໍ່ໄຫລຕົກໄຟບໍ່ໄໝ້ນີ້ບໍ່ແມ່ນເລື່ອງອະພິນິຫານ
ຖ້ອຍຄຳທີ່ຟັງແລ້ວເໝືອນເປັນເລື່ອງຂອງອະພິນິຫານນັ້ນ ຄວາມຈີງມີຄວາມໝາຍທຳມະດາ
ແຕ່ຄວາມໝາຍນັ້ນແບບແແຝງຢູ່ເບື້ອງຫຼັງເທົ່ານັ້ນ
ຜູ້ທີ່ຕົກນໍ້າບໍ່ໄຫລຄືນໍ້າບໍ່ພັດພາໄປເຖີງໃຫ້ໄດ້ອັນຕະລາຍ
ກໍບໍ່ໄດ້ໝາຍຄວາມວ່ານໍ້າຈະຢຸດໄຫລ ແຕ່ຄວາມໝາຍວ່າມີຜູ້ຊ່ວຍນຳຂື້ນໃຫ້ພົ້ນນໍ້າໄດ້
ສ່ວນຜູ້ທີ່ຕົກໄຟບໍ່ໄໝ້ ກໍບໍ່ໄດ້ໝາຍຄວາມວ່າໄຟບໍ່ໄໝ້ເນື້ອນັງຮ່າງກາຍຈີງໆ ແຕ່
ໝາຍຄວາມວ່າມີຜູ້ຊ່ວຍໃຫ້ພົ້ນຈາກໄຟ ຕົນຈື່ງພົ້ນຈາກໄພອັນເກີດຈາກໄຟນັ້ນ
ໝາຍຄວາມທີ່ແທ້ຈີງຂອງຕົກນໍ້າບໍ່ໄຫລ ຕົກໄຟບໍ່ໄໝ້ ກໍຄື ເຖີງຄາວທຸກໄດ້ຍາກ ມີອັນຕະລາຍ
ກໍຈະມີຜູ້ຊ່ວຍ ຫຼື ມີເຫດການນຳມາທຳໃຫ້ສະບາຍດີໄດ້.
3)
ຕົນທຳຕົນໃຫ້ເປັນທີ່ເພີ່ງແຫ່ງຕົນກ່ອນຈະຫວັງເພີ່ງຜູ້ອື່ນ
ຜູ້ທີ່ມີຄວາມດີພຽງພໍຈະເປັນທີ່ເພີ່ງຂອງຕົນເອງໄດ້
ຍ່ອມສາມາດມີຜູ້ອື່ນເປັນທີ່ເພີ່ງໄດ້ ຜູ້ບໍ່ມີຜູ້ອື່ນເປັນທີ່ເພີ່ງ
ຄືຜູ້ທີ່ບໍ່ມີຄວາມດີພຽງພໍທີ່ຜູ້ອື່ນຈະຫຼຽວເຫັນຄວາມດີນັ້ນ
ບໍ່ຫຼຽວເຫັນຄວາມສົມຄວນທີ່ຈະເພີ່ງໃຫ້ຄວາມຊ່ວຍເຫຼືອ ເມື່ອຜູ້ບໍ່ມີຄວາມດີພຽງພໍນັ້ນ
ໄດ້ຮັບຄວາມເດືອດຮ້ອນດ້ວຍເລື່ອງໃດກໍຍ່ອມບໍ່ມີຜູ້ຍິນດີຊ່ວຍເຫຼືອ
ຖ້າຢ່າງໜັກອາດເຖີງຕາຍ ກໍຍ່ອມຂາດຢືນມືເຂົ້າຊ່ວຍ ປຽບດັ່ງຕົກນໍ້າກໍໄຫລ ຕົກໄຟກໍໄໝ້
ໝາຍຄວາມວ່າ ເມື່ອມີອັນຕະລາຍກໍບໍ່ມີຜູ້ຊ່ວຍ
ດັ່ງນັ້ນຈື່ງຕ້ອງທຳຕົນໃຫ້ເປັນທີ່ເພີ່ງແຫ່ງຕົນກ່ອນທີ່ຈະຫວັງເພີ່ງຜູ້ອື່ນ
ບໍ່ວ່າໃນເລື່ອງໃດທັງສີ້ນ.
VI. ວິເຄາະວິຈານ ຈຸດດີ ແລະ ຈຸດອ່ອນ
1) ຈຸດດີ
p ການທຳດີເປັນເຫດທີ່ ໄດ້ຮັບຜົນທີ່ດີຂອງການ
ກະທຳນັ້ນໃນການເວົ້າດີ ທຳດີ ຄຸນສົມບັດດີ ຊ່ວຍເຫຼືອຜູ້ທີ່ຕົກທຸກໄດ້ຍາກຍ່ອມໄດ້ຮັບຜົນຂອງການກະທຳນັ້ນຕາມມາ
ແລະ ວິຊິດຈະພົບແຕ່ຄວາມສຸກ ຄວາມຈະເລີນ ຈະມີຄົນຍ້ອງຍໍສັນລະເສີນ
ເມື່ອຕົກທຸກໄດ້ຍາກຈະມີຄົນຄໍ້າຊູຊ່ວຍເຫຼືອໃນຍາມເດືອດຮ້ອນໃນຈະມີຄົນເຂົ້າມາຊ່ວຍເຫຼືອທັນການເປັນເພາະຜົນຂອງການກະທຳດີໄວ້ໃນອະດີດ
ປັດຈຸບັນນັ້ນເອງ ຈະໄດ້ຮັບຜົນຂອງການກະທຳຕະຫຼອດໄປ.
p ຄົນເຮົາທຸກຄົນຕ້ອງພະຍາຍາມ
ເປັນທີ່ເພີ່ງແຫ່ງຕົນໃຫ້ຫຼາຍທີ່ສຸດທີ່ຈະເພີ່ງຕົນເອງໄດ້ ກ່ອນທີ່ຈະໄປເພີ່ງຜູ້ອື່ນ
ທຸກຄົນບໍ່ສາມາດເພີ່ງຕົນເອງໄດ້ຕະຫຼອດໄປ
ແລະການເພີ່ງຕົນເອງມັນຊ່ວຍໃຫ້ຮູ້ຈັກການເອົາຕົວລອດໃນຍາມຄັບຂັນ ແລະ
ມັນກໍໃຫ້ເກີດຄວາມຮູ້ຄວາມສາມາດສຳລັບການເພີ່ງຕົນເອງໃນເລື່ອງຕ່າງໆທີ່ເກີດຂື້ນ
ເມື່ອເພີ່ງຕົນເອງໄດ້ພຽງພໍແລ້ວແລະ ເຮັດສີ່ງຕ່າງໆກໍສຳເລັດໄປດ້ວຍດີ
ດັ່ງນັ້ນການເພີ່ງຕົນເອງເປັນສີ່ງສຳຄັນທີ່ສຸດໃນການດຳລົງຊີວິດຢູ່ໃນສັງຄົມໂດຍດີ.
2) ຈຸດອ່ອນ
p ສ່ວນຫຼາຍທຸກຄົນມເມື່ອມີີການທຳດີເຊີ່ງຍາກຈະໄດ້ຮັບຜົນຕອບແທນ
ທາງດ້ານວັດຖຸ ເຊັ່ນ ເງີນ ຄຳ ການງານ
ໂດຍບໍ່ຄຳນືງເຖີງເຫດຜົນຂອງຕົນເອງໃນການທຳດີພຽງເດັກນ້ອຍ
ເພື່ອຍາກໄດ້ຮັບຜົນຕອບແທນເປັນຢາງສຸດ ຖ້າວ່າທຳດີແລ້ວບໍ່ໄດ້ຮັບຜົນຕອບແທນ
ອາດກໍເຮັດໃຫ້ເກີດຄວາມບໍ່ພໍໃຈ ກໍ່ອາດຈະເກີດຄວາມຄິດທີ່ບໍ່ດີຂື້ນມາ ທີ່ເປັນໄພ
ຫຼືສ້າງຄວາມກໍ່ກວນໃນບໍລິສັດນັ້ນອີກດ້ວຍ.
p ທຸກຄົນບໍ່ໄດ້ເອົາໃຈໃສ່ໃນການຕົນເປັນທີ່ເພີ່ງແຫ່ງຕົນ ບາງຄົນກໍ່ເພີ່ງແຕ່ໝູ່ເພື່ອນ
ຕະຫຼອດເວລາ ເຊັນການຮຽນກໍດີ, ການເຮັດວຽກງານຫາແຕ່ເພື່ອນເຮັດໃຫ້ ຫຼື ໃນການຮຽນໜັງສື
ກໍກເພີ່ງແຕ່ເພື່ອນບໍ່ເຄີຍເພີ່ງຕົນເອງໃນການເຮັດບົດເຝຶກຫັດກໍດີ
ໃນການຂຽນບົດລາຍງານກໍດີ ແລະ
ຕົນເອງບໍ່ເຄີຍເພີ່ງຕົນເອງຈັກເທື່ອ ຜົນສຸດທ້າຍຈະເກີດຜົນກະທົບຕາມມານັ້ນກໍຄື
ບໍ່ໄດ້ຮັບຄວາມຮູ້, ບໍ່ຮູ້ຈັກໃນການຂຽນບົດ ດັ່ງນັ້ນທຸກຄົນຄວນພະຍາຍາມເປັນທີ່ເພີ່ງແຫ່ງຕົນໃຫ້ໄດ້ໂດຍດີເພື່ອອະນາຄົດຂອງຕົນເອງ,
ຄອບຄົວ ແລະ ປະເທດຊາດ
3) ວິຈານ
p ການທຳດີຍ່ອມໄດ້ຮັບຜົນດີຕອບແທນເຊັ່ນ ການເວົ້າດີ,
ຄຸນສົມບັດດີ, ຈິດໃຈດີ ແລະ ເຮັດສີ່ງທີ່ດີຕໍ່ສັງຄົມ
ຈະໄດ້ຮັບຜົນຂອງການດະທຳນັ້ນເຂົ້າມາໃນຊີວິດ ເຊັ່ນ ມີຊີວິດທີ່ດີຢູ່ຢ່າງມີຄວາມສຸກ
ຄວາມສະບາຍ ບໍ່ມີຄວາມເດືອດຮ້ອນໃຈ ແລະ ຈະມີຄົນຊ່ວຍເຫຼືອໃນຍາມຕົກທຸກໄດ້ຍາກ
ໃນສະຖະນະການຕ່າງໆ ບໍ່ວ່າເປັນເລື່ອງເງີນຄຳກໍດີ ຈະມີຜຜູ້ສະໜັບສະໜູນຢູ່ສະເໝີ ຕົງກັນຂ້າມການທຳຊົ່ວຍ່ອມໄດ້ຮັບຜົນການທຳຊົ່ວຢູ່ສະເໝີ
ເຊັ່ນ ຄິດຊົ່ວ, ເວົ້າຊົ່ວ, ຈິດໃຈຊົ່ວ ແລະ ເຮັດສີ່ງຕ່າງໆທີ່ເປັນໄພຕໍ່ສັງຄົມ
ສຸດທ້າຍກໍໄດ້ຮັບຜົນຂອງການທຳຄວາມຊົ່ວຄື ຊີວິດບໍ່ມີຄວາມສຸກຄວາມສບາຍໃຈ,
ມີແຕ່ຄວາມທຸກກາຍ ແລະ ຈິດໃຈເສົ້າໝອງ ເກີດຄວາມຢ້ານກົວໃນການກະທະຂອງຕົນເອງ ແລະ ຜູ້ຄົນທັງຫຼາຍລັງກຽດຫຼືສັງຄົມບໍ່ຍອມຮັບຢ່າງສີ້ນເຊີງ.
p ການເພີ່ງຕົນເອງກໍເຊັ່ນກັນຈະໄດ້ຮັບຜົນດີຕໍຕົນເອງ
ເພາະການເພີ່ງຕົນເອງເປັນປັດໃຈກໍເຮັດໃຫ້ເກີດຄວາມຮູ້ດຄວາມສະຫຼຽວສະຫຼາດ
ຖ້າວ່າເຮັດສີ່ງໃດສີ່ງໜື່ງຈະໄດ້ຮັບຜົນສຳເລັດສູງ ແລະ ຊີວິດຈະມີແຕ່ຄວາມສຸກ
ມີຄວາມພູມໃຈໃນການເຮັດສີ່ງຕ່າງໆເພາະເປັນການເຮັດດ້ວຍຄວາມຄິດຂອງຕົນເອງ
ບໍ່ໄດ້ໄປເພີ່ງຄົນອືນ ຫຼືເພີ່ງຜູ້ອື່ນແຕ່ຢ່າງໃດເລີຍ
ການເພີ່ງຕົນເອງເຮັດໃຫ້ຮູ້ຈັກເອົາຕົວລອດໃນສະຖະນະການທີ່ສຸກເສີນຕ່າງໆ
ກໍຈະຊ່ວຍຕົນເອງໂດຍບໍ່ຕ້ອງເພີ່ງຄົນອື່ນ ຕົງກັນຂ້າມ ຄົນທີ່ບໍ່ຮູ້ຈັກເພີ່ງຕັນເອງ
ເພີ່ງພາແຕ່ໝູ່ເພື່ອນ ກໍຈະບໍ່ມີຊີວິດທີ່ດີ, ບໍ່ມີຄວາມຮູ້ພຽງພໍ ແລະ
ບໍ່ຮູ້ຈັກເອົາຕົວລອດໃນບາງສະຖະນະການຕ່າງໆ,
ບໍ່ມີຄວາມຄິດເປັນຂອງຕົນເອງໃນການເຮັດບາງສີ່ງບາງຢ່າງກໍດີ
ຈະເຮັດໃຫ້ເກີດຄວາມເສຍຫາຍແກ່ຕົນເອງໄດ້ ທັງໃນປັດຈຸບັນ ແລະ
ອະນາຄົດຈະບໍໄດ້ຮັບຜົນສຳເລັດໃນການເຮັດທຸລະກິດກໍດີ ຖ້າບໍ່ເພີ່ງພາຕົນເອງ ໄປເພີ່ງພາແຕ່ຄົນອື່ນກໍຈະຖຶກຍັກຍອກເອົາທຸລະກິດຂອງຕົນໄປຢເລີຍໃນທີ່ສຸດ
ດັ່ງນັ້ນ ການເປັນທີ່ເພີ່ງແຫ່ງຕົນມີຄວາມສຳຄົນ
ໃການເຮັດສີ່ງຕ່າງໆຫຼດຳລົງຊີວິດຢູ່ໃນສັງຄົມໂດຍດີ.
VII. ຂໍ້ສະເໝີ
1) ໃຫ້ທຸກຄົນຄວນຈະຕ້ອງທຳດີໃນການກະທຳຂອງຕົນເອງ ແລະ
ເຮັດສີ່ງຕ່າງໆທີ່ເປັນປະໂຫຍດແກ່ສັງຄົມ ແລະປະເທດຊາດ
2) ໃນຖານະເປັນຄົນລາວຊາວພຸດ,ຖືສາສນາພຸດ
ຄວນເຊື່ອໃນກົດແຫ່ງກັມທີ່ວ່າທຳດີໄດ້ດີ ທຳຊົ່ວໄດ້ຊົ່ວ.
3) ທຸກຄົນຄວນຈະທຳດີ ຕໍ່ໜ້າ ແລະລັບຫຼັງ ໃຫ້ດີທີ່ສຸດ
4) ເມື່ອທຳດີແລ້ວບໍ່ໄດ້ດີ ຄວນຈະດຳເນີນທຳຄວາມດີຕໍ່ໄປເລື້ອຍໆ
5) ການທຳຄວາມດີບໍ່ຄວນຫວັງຜົນຕອບແທນສະເໝີໄປ
6) ທຸກຄົນຄວນຈະ ເວົ້າດີ, ທຳດີ,ຄິດດີ,ຈິດໃຈດີ ແລະ ຄຸນສົມບັດດີ
ມັນຈະນຳມາເຊີ່ງຄວາມສຸກ ທັງກາຍ ແລະ ຈິດໃຈຂອງພວກເຮົາທຸກຄົນ
7) ທຸກຄົນບໍ່ຄວນເພີ່ງຄົນອື່ນຫຼາຍເກີນໄປ
ແລະທຸກຄົນຄວນເປັນທີ່ເພີ່ງແຫ່ງຕົນໃຫ້ໄດ້
8) ການທຳຕົນເປັນທີ່ເພີ່ງແຫ່ງຕົນ
ຖ້າບຸກຄົນໃດທຳໄດ້ມັນຈະຊ່ວຍໃຫ້ຊີວິດຂອງທ່ານຈະມີແຕ່ຄວາມສຸກ ແລະມີຄວາມປິຕິຍີນດີໃນການເພີ່ງຕົນເອງນັ້ນເອງ
9) ນັກຮຽນ ທັງນັກສຶກສາ
ຄວນພະຍາຍາມເປັນທີ່ເພີ່ງແຫ່ງຕົນໃຫ້ດີຫຼາຍທີ່ສູດເທົ່າທີ່ຈະຫຼາຍໄດ້
VIII. ສະຫຼຸບ
ຜ່ານການວິເຄາະວິຈານມາຂ້າງເທີງນີ້
ສະຫຼຸບໄດ້ວ່າ ການທຳດີຍ່ອມໄດ້ຮັບຜົນດີສະ
ເໝີໄປ ແລະ ຍ່ອມກໍໃຫ້ເກີດຄວາມສຸກຕາມມາທີຫຼັງ ສ່ວນການທຳຊົ່ວນັ້ນ
ມັນຈະສົ່ງຜົນໄດ້ຮັບຜົນກັມທີ່ຊົ່ວ
ໃນການທຳຄວາມຊົ່ວນັ້ນຕະຫຼອດໄປຢ່າງບໍ່ຫຼີກລ້ຽງໄດ້ເດັດຂາດ.
ຕົນເປັນທີ່ເພີ່ງແຫ່ງຕົນເຮັດໃຫ້ຮູ້ຈັກເອົາຕົວລອດໃນສະຖະນະການຕ່າງໆ
ແລະ ໄດ້ຮຽນຮູ້ດ້ວຍຕົນເອງ,
ເຮັດໃຫ້ມີປະສົບການຫຼາຍຂື້ນໃນການເພີ່ງຕົນດີກວ່າຈະໄປເພີ່ງຄົນອື່ນ ແລະ
ເຮັດໃຫ້ຮູ້ສີ່ງໃໝ່ດ້ວຍຕົນເອງຢ່າງແທ້ຈີງດັ່ງນັ້ນຕົນເປັນທີ່ເພີ່ງແຫ່ງຕົນແມ່ນມີຄວາມສຳຄົນຫຼາຍດ້ານໃນແງ່ຂອງຄວາມຄິດສຳລັບທຸກໆຄົນ
ແລະ ນັກສຶກສາຢ່າງ?ສີ້ນເຊີງ
ຂ້າພະເຈົ້າເອງໃນຖານະເປັນນັກສຶກສາຈະພະຍາຍາມໃຫ້ເປັນຕົນທີ່ເພີ່ງແຫ່ງຕົນໃຫ້ໄດ້ຫຼາຍທີ່ສຸດ
ແລະຈະນຳເອົາມາພັດທະນາຕົນເອງ ໃຫ້ເປັນຄົນທີ່ມີຄວາມຮູ້,ຄວາມສາມາດ
ແລະເພີ່ງຕົນເອງໄດ້ໃນທີ່ສຸດ ສ່ວນການທຳດີ ຈະທຳຄວາມດີເທົ່າທີ່ຈະທຳໄດ້ໃຫ້ໄດ້ຫຼາຍທີ່ສຸດ
ບໍ່ວ່າຈະທຳດີຢູ່ຕໍ່ໜ້າ ແລະ ລັບຫຼັງ ທັງໃນປັດຈຸບັນ ແລະ ອະນາຄົດຈະທຳດີທີ່ສຸດເພື່ອສັງຄົມເຊີ່ງນຳຄວາມສະຫງົບມາສູ່ປະເທດຊາດໂດຍດີ.
No comments:
Post a Comment